ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອ້າຍ​ເອື້ອຍ​ນ້ອງ​ໃນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ອ້າຍ​ເອື້ອຍ​ນ້ອງ​ໃນ​ພຣະ​ຄຣິດ

ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ນ​ຊົມ​ກັບ​ຄວາມ​ເປັນ​ຍາດ​ພີ່​ນ້ອງ​ທາງ​ວິນ​ຍານ​ທີ່​ມີ​ຢູ່​ລະ​ຫວ່າງ​ພວກ​ເຮົາ​ຫລາຍ​ຂຶ້ນ ແລະ ເຫັນ​ຄຸນ​ຄ່າ​ລັກ​ສະ​ນະ​ທີ່​ແຕກ​ຕ່າງ ແລະ ຂອງ​ປະ​ທານ​ທີ່​ແຕກ​ຕ່າງ​ກັນ ທີ່​ພວກ​ເຮົາ​ທຸກ​ຄົນ​ມີ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ມີ​ກອງ​ປະ​ຊຸມ​ພາກ​ຕ່າງໆ​ທີ່​ດີ​ເລີດ​ໃນ​ມື້​ນີ້. ເຮົາ​ທຸກ​ຄົນ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ຂ່າວ​ສານ​ທີ່​ດີ​ເລີດ ທີ່​ຖືກ​ແບ່ງ​ປັນ​ໂດຍ​ຜູ້​ນຳ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ກ່າວ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ນີ້​ໃນ​ຖາ​ນະ​ຜູ້​ກ່າວ​ຄຳ​ປາ​ໄສ​ຄົນ​ສຸດ​ທ້າຍ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສືບ​ຕໍ່​ສະ​ຖິດ​ຢູ່​ກັບ​ເຮົາ ໃນ​ຂະ​ນະ​ທີ່​ເຮົາ​ປິ​ຕິ​ຍິນ​ດີ​ນຳ​ກັນ ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ທີ່​ແທ້​ຈິງ​ໃນ​ພຣະ​ຄຣິດ.

ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ຣະ​ໂຊ ເອັມ ແນວ​ສັນ, ໄດ້​ປະ​ກາດ​ວ່າ: “ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ໃນ​ທຸກ​ແຫ່ງ​ຫົນ ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຖິ້ມ​ຄວາມ​ອະ​ຄະ​ຕິ. ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ສົ່ງ​ເສີມ​ການ​ມີ​ຄວາມ​ນັບ​ຖື​ຕໍ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.”1 ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ​ລະ​ດັບ​ໂລກ ແລະ ເຕີບ​ໂຕ​ຕະ​ຫລອດ​ເວ​ລາ, ການ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຈາກ​ສາດ​ສະ​ດາ​ຂອງ​ເຮົາ ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ທຸກ​ປະ​ຊາ​ຊາດ​ຂອງ​ໂລກ.

ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ວ່າ ເຮົາ​ທຸກ​ຄົນ​ເປັນ​ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ ທີ່​ຮັກ​ເຮົາ​ແທ້ໆ2 ແລະ ວ່າ​ເຮົາ​ໄດ້​ມີ​ຊີ​ວິດ​ເປັນ​ຄອບ​ຄົວ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ກ່ອນ​ທີ່​ເຮົາ​ໄດ້​ມາ​ເກີດ​ຢູ່​ໃນ​ໂລກ​ນີ້. ພຣະ​ກິດ​ຕິ​ຄຸນ​ຍັງ​ສິດ​ສອນ​ວ່າ ເຮົາ​ທຸກ​ຄົນ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ ແລະ ຄ້າຍ​ຄື​ພຣະ​ເຈົ້າ​ນຳ​ອີກ.3 ດັ່ງ​ນັ້ນ, ເຮົາ​ຈຶ່ງ​ເທົ່າ​ທຽມ​ກັນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ,4 ເພາະ​ພຣະ​ອົງ “ໄດ້​ສ້າງ​ມະ​ນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະ​ນຸດ​ຊາຍ [ແລະ ຍິງ] ຄົນ​ດຽວ.”5 ດັ່ງ​ນັ້ນ, ເຮົາ​ທຸກ​ຄົນ​ຈຶ່ງ​ມີ​ທຳ​ມະ​ຊາດ, ມໍ​ລະ​ດົກ, ແລະ ສັກ​ກະ​ຍະ​ພາບ​ອັນ​ສູງ​ສົ່ງ, ເພາະ​ວ່າ “ມີ​ພຣະ​ເຈົ້າ​ອົງ​ດຽວ ຄື​ພຣະ​ບິ​ດາ​ເຈົ້າ​ຂອງ​ຄົນ​ທັງ​ປວງ, ຜູ້​ຊົງ​ສະ​ຖິດ​ຢູ່​ເທິງ​ຄົນ​ທັງ​ປວງ, ທົ່ວ​ຄົນ​ທັງ​ປວງ, ແລະ ໃນ [ເຮົາ] ທັງ​ປວງ.”6

ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ເພີ່ມ​ສັດ​ທາ​ຂອງ​ເຮົາ, ຄວາມ​ຮັກ​ຂອງ​ເຮົາ, ຕໍ່​ຄວາມ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ທາງ​ວິນ​ຍານ​ຂອງ​ເຮົາ ໂດຍ​ການ​ຖັກ​ສານ​ຫົວ​ໃຈ​ຂອງ​ເຮົາ​ເຂົ້າ​ກັນ​ຢ່າງ​ແທ້​ຈິງ ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ຄວາມ​ຮັກ, ໂດຍບໍ່​ຄຳ​ນຶງ​ເຖິງ​ຄວາມ​ແຕກ​ຕ່າງ​ຂອງ​ເຮົາ, ດ້ວຍ​ເຫດ​ນີ້ ຈຶ່ງ​ເປັນ​ການ​ເພີ່ມ​ຄວາມ​ສາ​ມາດ​ຂອງ​ເຮົາ ໃນ​ການ​ສົ່ງ​ເສີມ​ຄວາມ​ເຄົາ​ລົບ​ຕໍ່​ກຽດ​ສັກ​ສິດ​ຂອງ​ບຸດ ແລະ ທິ​ດາ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ.7

ນັ້ນ​ແມ່ນ​ສະ​ພາບ​ທີ່​ຜູ້​ຄົນ​ຂອງ​ນີ​ໄຟ​ປະ​ສົບ​ມາ​ເປັນ​ເວ​ລາ​ເກືອບ​ສອງ​ສັດ​ຕະ​ວັດ​ຫລັງ​ຈາກ​ພຣະ​ຄຣິດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພວກ​ເຂົາ ບໍ່​ແມ່ນ​ບໍ?

“ແລະ ໂດຍ​ແນ່​ນອນ​ແລ້ວ ຄົງ​ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່າ​ນີ້​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ທີ່​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ. …

“ທັງ​ບໍ່​ມີ​ຊາວ​ເລ​ມັນ ຫລື ຊາວ​ໃດໆ​ເລີຍ; ແຕ່​ຄົນ​ທັງ​ໝົດ​ຢູ່​ເປັນ​ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພຣະ​ຄຣິດ, ແລະ ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

“ແລະ ພວກ​ເຂົາ​ໄດ້​ເປັນ​ສຸກ​ຫລາຍ​ແທ້ໆ!”8

ປະ​ທານ​ແນວ​ສັນ​ໄດ້​ເນັ້ນ​ຕື່ມ​ອີກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເຜີຍ​ແຜ່​ກຽດ​ສັກ​ສີ ແລະ ຄວາມ​ເຄົາ​ລົບ​ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ ເມື່ອ​ເພິ່ນ​ກ່າວ​ວ່າ: “ພຣະ​ຜູ້​ສ້າງ​ຂອງ​ເຮົາ​ທຸກ​ຄົນ​ຮຽກ​ຮ້ອງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ປະ​ຖິ້ມ​ທັດ​ສະ​ນະ​ຄະ​ຕິ​ທີ່​ມີ​ອະ​ຄະ​ຕິ ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ກຸ່ມ. ໃຜ​ກໍ​ຕາມ​ໃນ​ພວກ​ເຮົາ​ທີ່​ມີ​ອະ​ຄະ​ຕິ​ຕໍ່​ເຊື້ອ​ຊາດ​ອື່ນ​ຕ້ອງ​ກັບ​ໃຈ! … ມັນ​ເຮັດ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ໃນ​ຂອບ​ເຂດ​ອິດ​ທິ​ພົນ​ຂອງ​ເຮົາ ເພື່ອ​ຮັກ​ສາ​ກຽດ​ສັກ​ສີ ແລະ ເຄົາ​ລົບ​ນັບ​ຖື​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ທີ່​ສົມ​ຄວນ​ໄດ້​ຮັບ.”9 ໃນ​ຄວາມ​ເປັນ​ຈິງ, ກຽດ​ສັກ​ສີ​ຂອງ​ມະ​ນຸດ​ຮຽກ​ຮ້ອງ​ໃຫ້​ເຄົາ​ລົບ​ໃນ​ຄວາມ​ແຕກ​ຕ່າງ​ຂອງ​ເຮົາ.10

ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຜູກ​ພັນ​ອັນ​ສັກ​ສິດ​ທີ່​ລວມ​ເຮົາ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ກັບ​ພຣະ​ເຈົ້າ​ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ, ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ​ທີ່​ມອບ​ໃຫ້​ໂດຍ​ປະ​ທານ​ແນວ​ສັນ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ ວ່າ​ເປັນ​ຂັ້ນ​ຕອນ​ພື້ນ​ຖານ​ສູ່​ການ​ສ້າງ​ສະ​ພານ​ແຫ່ງ​ຄວາມ​ເຂົ້າ​ໃຈ ແທນ​ທີ່​ຈະ​ສ້າງ​ກຳ​ແພງ​ແຫ່ງ​ອະ​ຄະ​ຕິ ແລະ ການ​ແບ່ງ​ແຍກ​ໃນ​ບັນ​ດາ​ພວກ​ເຮົາ.11 ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ໂປ​ໂລ​ໄດ້​ເຕືອນ​ເອ​ເຟ​ໂຊ, ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ກ່ອນ​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ນີ້​ໄດ້, ມັນ​ຈຳ​ເປັນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ທັງ​ສ່ວນ​ບຸກ​ຄົນ ແລະ ນຳ​ກັນ ເພື່ອ​ປະ​ຕິ​ບັດ​ດ້ວຍ​ຄວາມ​ຖ່ອມ​ຕົນ, ຄວາມ​ອ່ອນ​ນ້ອມ, ແລະ ຄວາມ​ອົດ​ກັ້ນ​ຕໍ່​ກັນ​ແລະ​ກັນ.12

ມີ​ເລື່ອງ​ເລົ່າ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ອາ​ຈານ​ຊາວ​ຢິວ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຊົມ​ຕາ​ເວັນ​ຂຶ້ນ​ກັບ​ໝູ່​ສອງ​ຄົນ. ລາວ​ໄດ້​ຖາມ​ເຂົາ​ເຈົ້າ​ວ່າ, “ພວກ​ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ກາງ​ຄືນ​ໄດ້​ໝົດ​ໄປ ແລະ ມື້​ໃໝ່​ໄດ້​ເລີ່ມ​ຕົ້ນ?”

ຜູ້​ໜຶ່ງ​ໄດ້​ຕອບ​ວ່າ, “ເມື່ອ​ເຈົ້າ​ຫລຽວ​ເບິ່ງ​ທາງ​ທິດ​ຕາ​ເວັນ​ອອກ ແລະ ສາ​ມາດ​ຈຳ​ແນກ​ໄດ້​ວ່າ ອັນ​ໃດ​ເປັນ​ໂຕ​ແກະ ແລະ ອັນ​ໃດ​ເປັນ​ໂຕ​ແບ້.”

ແລ້ວ​ອີກ​ຜູ້​ໜຶ່ງ​ໄດ້​ຕອບ​ວ່າ, “ເມື່ອ​ເຈົ້າ​ຫລຽວ​ເບິ່ງ​ຂອບ​ຟ້າ ແລະ ສາ​ມາດ​ຈຳ​ແນກ​ໄດ້​ວ່າ​ອັນ​ໃດ​ເປັນ​ຕົ້ນ​ໝາກ​ກອກ ແລະ ອັນ​ໃດ​ເປັນ​ຕົ້ນ​ໝາກ​ເດື່ອ.”

ແລ້ວ​ເຂົາ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ອາ​ຈານ​ຜູ້​ສະ​ຫລາດ ແລະ ຖາມ​ຄຳ​ຖາມ​ດຽວ​ກັນ​ນັ້ນ. ຫລັງ​ຈາກ​ໄດ້​ສະ​ທ້ອນ​ຄິດ​ຢູ່​ດົນ​ເຕີບ, ລາວ​ໄດ້​ຕອບ​ວ່າ, “ເມື່ອ​ເຈົ້າ​ຫລຽວ​ເບິ່ງ​ທາງ​ທິດ​ຕາ​ເວັນ​ອອກ ແລະ ເບິ່ງ​ໜ້າ​ຜູ້​ຍິງ ຫລື ໜ້າ​ຜູ້​ຊາຍ ແລະ ສາ​ມາດ​ເວົ້າ​ອອກ​ມາ​ໄດ້​ວ່າ, ‘ລາວ​ເປັນ​ເອື້ອຍ​ນ້ອງ, ລາວ​ເປັນ​ອ້າຍ​ນ້ອງ​ຂອງ​ຂ້ອຍ.’”13

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສາ​ມາດ​ຮັບ​ຮອງ​ໄດ້​ວ່າ ແສງ​ສະ​ຫວ່າງ​ຂອງມື້​ໃຫມ່​ຈະ​ສ່ອງ​ສະ​ຫວ່າງ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ ເມື່ອ​ເຮົາ​ເຫັນ ແລະ ປະ​ຕິ​ບັດ​ຕໍ່​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ດ້ວຍ​ຄວາມ​ເຄົາ​ລົບ ແລະ ກຽດ​ສັກ​ສີ ແລະ ເປັນ​ອ້າຍ​ເອື້ອຍ​ນ້ອງ​ທີ່​ແທ້​ຈິງ​ໃນ​ພຣະ​ຄຣິດ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພຣະ​ເຢ​ຊູ​ໄດ້​ສະ​ແດງ​ຕົວ​ຢ່າງ​ຫລັກ​ທຳ​ນີ້​ຢ່າງ​ສົມ​ບູນ​ແບບ ເມື່ອ​ພຣະ​ອົງ “ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ”14 ແກ່​ຜູ້​ຄົນ​ທັງ​ປວງ, ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ມາ​ຫາ​ພຣະ​ອົງ ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ຕົ້ນ​ກຳ​ເນີດ, ຊັ້ນ​ສັງ​ຄົມ, ຫລື ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ຂອງ​ເຂົາ​ເຈົ້າ. ພຣະ​ອົງ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ປິ່ນ​ປົວ, ແລະ ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ທຸກ​ຄົນ, ໂດຍ​ສະ​ເພາະ​ຜູ້​ທີ່​ເວ​ລາ​ນັ້ນ​ຖື​ວ່າ​ແຕກ​ຕ່າງ, ຖືກ​ດູ​ຖູກ, ຫລື ຖືກ​ຍົກ​ເວັ້ນ. ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ເສດ ຜູ້​ໃດ ແຕ່​ໄດ້​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ຄວາມ​ທ່ຽງ​ທຳ ແລະ ຄວາມ​ຮັກ, ເພາະ​ພຣະ​ອົງ​ເຫັນ​ວ່າ ເຂົາ​ເຈົ້າ​ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະ​ອົງ, ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ອົງ​ດຽວ​ກັນ.15

ໜຶ່ງ​ໃນ​ໂອ​ກາດ​ທີ່​ໂດດ​ເດັ່ນ​ທີ່​ສຸດ ເມື່ອ​ສິ່ງ​ນີ້​ເກີດ​ຂຶ້ນ​ແມ່ນ​ຕອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເດີນ​ທາງ​ໄປ​ແຂວງ​ຄາ​ລີ​ເລ, ໂດຍ​ຕັ້ງ​ໃຈ​ໃຊ້​ເສັ້ນ​ທາງ​ທີ່​ຜ່ານ​ຊາ​ມາ​ເຣຍ.16 ແລ້ວ​ພຣະ​ເຢ​ຊູ​ໄດ້​ຕັດ​ສິນ​ໃຈ​ນັ່ງ​ຢູ່​ແຄມ​ນ້ຳ​ສ້າງ​ຂອງ​ຢາ​ໂຄບ​ເພື່ອ​ພັກ​ຜ່ອນ. ໃນ​ຂະ​ນະ​ທີ່​ຢູ່​ທີ່​ນັ້ນ, ຍິງ​ຊາວ​ຊາ​ມາ​ເຣຍ​ຄົນ​ໜຶ່ງ​ໄດ້​ມາ​ຕັກ​ນ້ຳ. ໃນ​ຄວາມ​ຮອບ​ຮູ້​ທຸກ​ຢ່າງ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ນາງ​ວ່າ, “ເຮົາ​ຂໍ​ດື່ມ​ນ້ຳ​ແດ່.”17

ຍິງ​ຄົນ​ນີ້​ປະ​ຫລາດ​ໃຈ​ຫລາຍ​ທີ່​ມີ​ຊາວ​ຢິວ​ຄົນ​ໜຶ່ງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຍິງ​ຊາວ​ຊາ​ມາ​ເຣຍ ແລະ ໄດ້​ກ່າວ​ຄວາມ​ປະ​ຫລາດ​ໃຈ​ວ່າ, “ດ້ວຍ​ເຫດ​ໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນ້ຳ​ຈາກ​ຂ້າ​ນ້ອຍ ທີ່​ເປັນ​ຄົນ​ຊາ​ມາ​ເຣຍ.”18

ແຕ່​ພຣະ​ເຢ​ຊູ, ໂດຍ​ທີ່​ໄດ້​ປະ​ຖິ້ມ​ປະ​ເພ​ນີ​ຂອງ​ຄວາມ​ປໍ​ລະ​ປັກ​ເປັນ​ເວ​ລາ​ດົນ​ນານ ລະ​ຫວ່າງ​ຊາວ​ຊາ​ມາ​ເຣຍ ແລະ ຊາວ​ຢິວ, ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຍິງ​ຄົນ​ນີ້​ດ້ວຍ​ຄວາມ​ຮັກ, ໂດຍ​ການ​ຊ່ວຍ​ໃຫ້​ນາງ​ເຂົ້າ​ໃຈ​ວ່າ ພຣະ​ອົງ​ເປັນ​ໃຜ​ແທ້ໆ—ນັ້ນ​ຄື, ພຣະ​ເມ​ຊີ​ອາ, ຜູ້​ທີ່​ຈະ​ບອກ​ທຸກ​ສິ່ງ ແລະ ການ​ສະ​ເດັດ​ມາ ຊຶ່ງ​ນາງ​ໄດ້​ລໍ​ຄອຍ​ຢູ່.19 ຜົນ​ກະ​ທົບ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ອັນ​ອ່ອນ​ໂຍນ​ນັ້ນ ເຮັດ​ໃຫ້​ຍິງ​ຄົນ​ນັ້ນ​ແລ່ນ​ເຂົ້າ​ໄປ​ໃນ​ເມືອງ ເພື່ອ​ປະ​ກາດ​ໃຫ້​ຜູ້​ຄົນ​ຊາບ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ, ໂດຍ​ເວົ້າ​ວ່າ, “ຜູ້​ນີ້​ບໍ່​ແມ່ນ​ພຣະ​ຄຣິດ​ບໍ?”20

ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​ທີ່​ຖືກ​ດູ​ໝິ່ນ, ດູ​ຖູກ, ຫລື ຖືກ​ຂົ່ມ​ເຫັງ ຈາກ​ຜູ້​ຄົນ​ທີ່ບໍ່​ມີ​ຄວາມ​ຮູ້​ສຶກ ແລະ ບໍ່​ມີ​ຄວາມ​ຄິດ, ເພາະ​ວ່າ, ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ ເຖິງ​ຄວາມ​ເຈັບ​ປວດ​ທີ່​ຄົນ​ດີ​ທົນ​ທຸກ​ຈາກ​ການ​ຖືກ​ຕັດ​ສິນ ຫລື ຖືກ​ໄລ່​ອອກ ເພາະ​ວ່າ​ເຂົາ​ເຈົ້າ​ເວົ້າ, ເບິ່ງ, ຫລື ດຳ​ລົງ​ຊີ​ວິດ​ທີ່​ແຕກ​ຕ່າງ. ຂ້າ​ພະ​ເຈົ້າ​ຍັງ​ຮູ້​ສຶກ​ໂສກ​ເສົ້າ​ຢູ່​ໃນ​ໃຈ​ຢ່າງ​ແທ້​ຈິງ​ສຳ​ລັບ​ຜູ້​ທີ່​ຈິດ​ໃຈ​ຍັງ​ມືດ​ມົວ, ຜູ້​ຊຶ່ງ​ສາຍ​ຕາ​ມີ​ຈຳ​ກັດ, ແລະ ຜູ້​ທີ່​ຫົວ​ໃຈ​ຂອງ​ພວກ​ເຂົາ​ຍັງ​ແຂງ​ກະ​ດ້າງ ດ້ວຍ​ຄວາມ​ເຊື່ອ​ໃນ​ຄວາມ​ຕ່ຳ​ຕ້ອຍ​ຂອງ​ຜູ້​ທີ່​ແຕກ​ຕ່າງ​ຈາກ​ພວກ​ເຂົາ. ການ​ມອງ​ຜູ້​ອື່ນ​ຢ່າງ​ຈຳ​ກັດ​ໄດ້​ຂັດ​ຂວາງ​ຄວາມ​ສາ​ມາດ​ໃນ​ການ​ມອງ​ເຫັນ​ວ່າ ພວກ​ເຂົາ​ເປັນ​ໃຜ​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ.

ດັ່ງ​ທີ່​ຖືກ​ບອກ​ລ່ວງ​ໜ້າ​ໂດຍ​ສາດ​ສະ​ດາ, ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ອັນ​ໜ້າ​ຢ້ານ​ກົວ ຊຶ່ງ​ນຳ​ໄປ​ສູ່​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.21 ໂດຍ​ທົ່ວ​ໄປ​ໂລກ​ຖືກ​ແບ່ງ​ແຍກ​ໂດຍ​ການ​ແຍກ​ທີ່​ແຂງ​ແຮງ, ໂດຍ​ການ​ແບ່ງ​ແຍກ​ເຊື້ອ​ຊາດ, ການ​ເມືອງ, ແລະ ເສດ​ຖະ​ກິດ​ສັງ​ຄົມ. ການ​ແບ່ງ​ແຍກ​ດັ່ງ​ກ່າວ​ບາງ​ຄັ້ງ​ກໍ​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ການ​ຄິດ ແລະ ການ​ກະ​ທຳ​ຂອງ​ຜູ້​ຄົນ ທີ່​ກ່ຽວ​ຂ້ອງ​ກັບ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ. ດ້ວຍ​ເຫດ​ນີ້, ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ຈະ​ເຫັນ​ຜູ້​ຄົນ​ບົ່ງ​ບອກ​ວິ​ທີ​ແນວ​ຄິດ, ການ​ກະ​ທຳ, ແລະ ການ​ເວົ້າ​ຈາ​ເຖິງ​ວັດ​ທະ​ນະ​ທຳ, ເຊື້ອ​ຊາດ, ແລະ ເຜົ່າ​ພັນ​ຂອງ​ຄົນ​ອື່ນ ວ່າ​ຕ່ຳ​ກວ່າ, ໂດຍ​ໃຊ້​ຄວາມ​ຄິດ​ທີ່​ລ່ວງ​ໜ້າ, ຄວາມເຂົ້າ​ໃຈ​ຜິດ, ແລະ ຄວາມ​ຄິດ​ສຽດ​ສີ, ກໍ່​ໃຫ້​ເກີດ​ທັດ​ສະ​ນະ​ຄະ​ຕິ​ທີ່​ດູ​ຖູກ, ບໍ່​ສົນ​ໃຈ, ບໍ່​ເຄົາ​ລົບ, ແລະ ແມ່ນ​ແຕ່​ມີ​ອະ​ຄະ​ຕິ​ຕໍ່​ພວກ​ເຂົາ. ທັດ​ສະ​ນະ​ຄະ​ຕິ​ດັ່ງ​ກ່າວ​ມາ​ຈາກ​ຮາກ​ເຫງົ້າ​ຂອງ​ຄວາມ​ທະ​ນົງ​ໃຈ, ຄວາມ​ອວດ​ດີ, ຄວາມ​ອິດ​ສາ, ແລະ ຄວາມ​ຫວງ​ແຫນ, ຊຶ່ງ​ເປັນ​ລັກ​ສະ​ນະ​ກາມ​ມະ​ລົມ​ຂອງ​ຕົນ​ເອງ,22 ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ຄຸນ​ລັກ​ສະ​ນະ​ເໝືອນ​ດັ່ງ​ພຣະ​ຄຣິດ. ການ​ປະ​ພຶດ​ນີ້​ແມ່ນ​ບໍ່​ເໝາະ​ສົມ​ສຳ​ລັບ​ຜູ້​ທີ່​ພະ​ຍາ​ຍາມ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ.23 ແທ້​ຈິງ​ແລ້ວ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ບໍ່​ມີ​ບ່ອນ​ສຳ​ລັບ​ຄວາມ​ຄິດ ຫລື ການ​ກະ​ທຳ​ທີ່​ອະ​ຄະ​ຕິ​ໃນ​ຊຸມ​ຊົນ​ຂອງ​ໄພ່​ພົນ.

ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ແຫ່ງ​ພັນ​ທະ​ສັນ​ຍາ, ເຮົາ​ສາ​ມາດ​ຊ່ວຍ​ກຳ​ຈັດ​ພຶດ​ຕິ​ກຳ​ປະ​ເພດ​ນີ້​ໄດ້ ໂດຍ​ການ​ເບິ່ງ​ຄວາມ​ແຕກ​ຕ່າງ​ທີ່​ຊັດ​ເຈນ ທີ່​ມີ​ຢູ່​ລະ​ຫວ່າງ​ພວກ​ເຮົາ ດ້ວຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ24 ແລະ ຂຶ້ນ​ຢູ່​ກັບ​ສິ່ງ​ທີ່​ເຮົາ​ມີ​ເໝືອນ​ກັນ—ເອກ​ກະ​ລັກ ແລະ ຄວາມ​ເປັນ​ຍາດ​ພີ່​ນ້ອງ​ອັນ​ສູງ​ສົ່ງ​ຂອງ​ເຮົາ. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ສາ​ມາດ​ພະ​ຍາ​ຍາມ​ເບິ່ງ​ຕົວ​ເອງ​ສະ​ທ້ອນ​ໃຫ້​ເຫັນ​ໃນ​ຄວາມ​ຝັນ, ຄວາມ​ຫວັງ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເຈັບ​ປວດ​ຂອງ​ເພື່ອນ​ບ້ານ​ຂອງ​ເຮົາ. ເຮົາ​ທຸກ​ຄົນ​ເປັນ​ເພື່ອນ​ຮ່ວມ​ເດີນ​ທາງ​ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ, ເທົ່າ​ທຽມ​ກັນ​ໃນ​ສະ​ພາບ​ທີ່ບໍ່​ສົມ​ບູນ​ແບບ​ຂອງ​ເຮົາ ແລະ ໃນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ເຕີບ​ໂຕ. ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ເດີນ​ໄປ​ດ້ວຍ​ກັນ, ຢ່າງ​ສະ​ຫງົບ, ດ້ວຍ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ມະ​ນຸດ​ທຸກ​ຄົນ—ຫລື, ດັ່ງ​ທີ່​ອັບ​ຣາ​ຮາມ ລິນ​ກັນ ໄດ້​ກ່າວ​ວ່າ, “ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ​ຕໍ່​ຄົນ​ໃດ; ດ້ວຍ​ຄວາມ​ໃຈ​ບຸນ​ຕໍ່​ທຸກ​ຄົນ.”25

ທ່ານ​ເຄີຍ​ໄຕ່​ຕອງ​ຫລື​ບໍ່ ວ່າ​ຫລັກ​ທຳ​ຂອງ​ການ​ເຄົາ​ລົບ​ກຽດ​ສັກ​ສີ ແລະ ຄວາມ​ເທົ່າ​ທຽມ​ກັນ​ຂອງ​ມະ​ນຸດ ສະ​ແດງ​ໃຫ້​ເຫັນ​ຜ່ານ​ທາງ​ວິ​ທີ​ລຽບ​ງ່າຍ ທີ່​ເຮົາ​ແຕ່ງ​ກາຍ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ເຮົາ​ທຸກ​ຄົນ​ມາ​ທີ່​ພຣະ​ວິ​ຫານ​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ຈຸດ​ປະ​ສົງ​ດຽວ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ບໍ​ລິ​ສຸດ ແລະ ສັກ​ສິດ​ໃນ​ການ​ປະ​ທັບ​ຢູ່​ອັນ​ສັກ​ສິດ​ຂອງ​ພຣະ​ອົງ. ໃນ​ຊຸດ​ຂາວ, ເຮົາ​ທຸກ​ຄົນ​ຖືກ​ຮັບ​ໄວ້​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ເອງ ໃນ​ຖາ​ນະ​ລູກ​ທີ່​ຮັກ​ຂອງ​ພຣະ​ອົງ, ຊາຍ ແລະ ຍິງ​ຂອງ​ພຣະ​ເຈົ້າ, ລູກ​ຫລານ​ຂອງ​ພຣະ​ຄຣິດ.26 ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃຫ້​ປະ​ຕິ​ບັດ​ພິ​ທີ​ການ​ອັນ​ດຽວ​ກັນ, ເຮັດ​ພັນ​ທະ​ສັນ​ຍາ​ອັນ​ດຽວ​ກັນ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ດຳ​ລົງ​ຊີ​ວິດ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ, ແລະ ຮັບ​ຄຳ​ສັນ​ຍາ​ນິ​ລັນ​ດອນ​ອັນ​ດຽວ​ກັນ. ເປັນ​ອັນ​ໜຶ່ງ​ດຽວ​ກັນ​ໃນ​ຈຸດ​ປະ​ສົງ, ເຮົາ​ເຫັນ​ກັນ​ແລະ​ກັນ​ດ້ວຍ​ຕາ​ໃໝ່, ແລະ ໃນ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ຂອງ​ເຮົາ, ເຮົາ​ສະ​ເຫລີມ​ສະ​ຫລອງ​ຄວາມ​ແຕກ​ຕ່າງ​ຂອງ​ເຮົາ​ໃນ​ຖາ​ນະ​ລູກໆ​ອັນ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຊ່ວຍ​ນຳ​ພາ​ບຸກ​ຄົນ​ສຳ​ຄັນ ແລະ ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ ໃນ​ງານ​ເປີດ​ຊົມ​ພຣະ​ວິ​ຫານ​ບຣາ​ຊີ​ເລຍ ບຣາ​ຊິນ. ຂ້າ​ພະ​ເຈົ້າ​ໄດ້​ຢຸດ​ຢູ່​ສະ​ຖານ​ທີ່​ປ່ຽນ​ເສື້ອ​ຜ້າ​ກັບ​ຮອງ​ປະ​ທານ​ປະ​ເທດ​ບຣາ​ຊິນ, ແລະ ໄດ້​ສົນ​ທະ​ນາ​ກັນ​ເລື່ອງ​ເສື້ອ​ຜ້າ​ສີ​ຂາວ​ທີ່​ທຸກ​ຄົນ​ໃສ່​ໃນ​ພຣະ​ວິ​ຫານ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ໃຫ້​ເພິ່ນ​ຟັງ​ວ່າ ການ​ໃຊ້​ເສື້ອ​ຜ້າ​ສີ​ຂາວ​ຄື​ກັນ​ໝົດ​ທຸກ​ຄົນ​ນີ້ ເປັນ​ສັນ​ຍາ​ລັກ​ວ່າ ພວກ​ເຮົາ​ທຸກ​ຄົນ​ແມ່ນ​ເໝືອນ​ກັນ​ຕໍ່​ພຣະ​ເຈົ້າ ແລະ ວ່າ​ໃນ​ພຣະ​ວິ​ຫານ, ເອ​ກະ​ລັກ​ຂອງ​ເຮົາ​ບໍ່​ແມ່ນ​ລອງ​ປະ​ທານ​ປະ​ເທດ ຫລື ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແຕ່​ມີ​ເອ​ກະ​ລັກ​ນິ​ລັນ​ດອນ ໃນ​ຖາ​ນະ​ບຸດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ.

ຮູບ​ພາບ
ນ້ຳ​ຕົກ​ອີ​ກົວ​ຊູ.

ແມ່​ນ້ຳ​ອີ​ກົວ​ຊູ​ໄຫລ​ຜ່ານ​ພາກ​ໃຕ້​ຂອງ​ບຣາ​ຊິນ ແລະ ໄຫລ​ລົງ​ສູ່​ພູ​ພຽງ​ບ່ອນ​ສູງ ຊຶ່ງ​ກໍ່​ໃຫ້​ເກີດ​ລະ​ບົບ​ນ້ຳ​ຕົກ ທີ່​ຮູ້​ຈັກ​ກັນ​ທົ່ວ​ໂລກ​ໃນ​ນາມ ນ້ຳ​ຕົກ​ອີ​ກົວ​ຊູ—ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ສວຍ​ງາມ ແລະ ໜ້າ​ປະ​ທັບ​ໃຈ​ທີ່​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ຊຶ່ງ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ເຈັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຂອງ​ໂລກ. ປະ​ລິ​ມານ​ຂອງ​ນ້ຳ​ມະ​ຫາ​ສານ​ໄດ້​ໄຫລ​ລົງ​ສູ່​ແມ່​ນ້ຳ​ສາຍ​ດຽວ ແລ້ວ​ແຍກ​ອອກ​ຈາກ​ກັນ, ກໍ່​ໃຫ້​ເກີດ​ເປັນ​ສາຍ​ນ້ຳ​ຕົກ​ນັບ​ເປັນ​ຮ້ອຍ. ເມື່ອ​ເວົ້າ​ໃນ​ທຳ​ນອງ​ປຽບ​ທຽບ, ລະ​ບົບ​ນ້ຳ​ຕົກ​ອັນ​ມະ​ຫັດ​ສະ​ຈັນ​ນີ້ ເປັນ​ພາບ​ສະ​ທ້ອນ​ເຖິງ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ເພາະ​ເຮົາ​ມີ​ຕົ້ນ​ກຳ​ເນີດ ແລະ ສານ​ທາງ​ວິນ​ຍານ​ແບບ​ດຽວ​ກັນ, ຊຶ່ງ​ມາ​ຈາກ​ມໍ​ລະ​ດົກ ແລະ ຄວາມ​ເປັນ​ຍາດ​ພີ່​ນ້ອງ​ອັນ​ສູງ​ສົ່ງ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ແຕ່​ລະ​ຄົນ​ໄຫລ​ວຽນ​ຢູ່​ໃນ​ວັດ​ທະ​ນະ​ທຳ, ເຜົ່າ​ພັນ, ແລະ ເຊື້ອ​ຊາດ​ທີ່​ແຕກ​ຕ່າງ​ກັນ, ໂດຍ​ມີ​ຄວາມ​ຄິດ​ເຫັນ, ປະ​ສົບ​ການ, ແລະ ຄວາມ​ຮູ້​ສຶກ​ທີ່​ແຕກ​ຕ່າງ​ກັນ. ເຖິງ​ເປັນ​ເຊັ່ນ​ນີ້, ແຕ່​ເຮົາ​ກໍ​ກ້າວ​ໄປ​ໜ້າ​ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ ແລະ ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ໃນ​ພຣະ​ຄຣິດ, ໂດຍ​ບໍ່​ໄດ້​ສູນ​ເສຍ​ການ​ເຊື່ອມ​ຕໍ່​ອັນ​ສູງ​ສົ່ງ​ຂອງ​ເຮົາ, ຊຶ່ງ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ຄົນ​ທີ່​ມີ​ເອ​ກະ​ລັກ ແລະ ເປັນ​ທີ່​ຮັກ​ແພງ​ຂອງ​ຊຸມ​ຊົນ.27

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ປັບ​ໃຈ ແລະ ຈິດ​ໃຈ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຮູ້ ແລະ ປະ​ຈັກ​ພະ​ຍານ ທີ່​ວ່າ​ເຮົາ​ທຸກ​ຄົນ​ເທົ່າ​ທຽມ​ກັນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ວ່າ​ເຮົາ​ທຸກ​ຄົນ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຢ່າງ​ເຕັມ​ທີ່ ດ້ວຍ​ສັກ​ກະ​ຍະ​ພາບ ແລະ ມໍ​ລະ​ດົກ​ນິ​ລັນ​ດອນ​ອັນ​ດຽວ​ກັນ. ຂໍ​ໃຫ້​ເຮົາ​ຈົ່ງ​ຊື່ນ​ຊົມ​ກັບ​ຄວາມ​ເປັນ​ຍາດ​ພີ່​ນ້ອງ​ທາງ​ວິນ​ຍານ​ທີ່​ມີ​ຢູ່​ລະ​ຫວ່າງ​ພວກ​ເຮົາ​ຫລາຍ​ຂຶ້ນ ແລະ ເຫັນ​ຄຸນ​ຄ່າ​ລັກ​ສະ​ນະ​ທີ່​ແຕກ​ຕ່າງ ແລະ ຂອງ​ປະ​ທານ​ທີ່​ແຕກ​ຕ່າງ​ກັນ ທີ່​ພວກ​ເຮົາ​ທຸກ​ຄົນ​ມີ. ຖ້າ​ຫາກ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເຮົາ​ຈະ​ໄຫລ​ໄປ​ໃນ​ທາງ​ຂອງ​ເຮົາ​ເອງ, ເໝືອນ​ດັ່ງ​ນ້ຳ​ຕົກ​ອີ​ກົວ​ຊູ, ໂດຍ​ທີ່​ບໍ່​ສູນ​ເສຍ​ການ​ເຊື່ອມ​ຕໍ່​ອັນ​ສູງ​ສົ່ງ​ຂອງ​ເຮົາ ທີ່​ລະ​ບຸ​ເຮົາ​ວ່າ​ເປັນ​ຜູ້​ຄົນ​ທີ່​ມີ​ເອ​ກະ​ລັກ, “ລູກ​ຂອງ​ພຣະ​ຄຣິດ, ແລະ ທາ​ຍາດ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”28

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ກັບ​ທ່ານ​ວ່າ ເມື່ອ​ເຮົາ​ສືບ​ຕໍ່​ໄຫລ​ໄປ​ໃນ​ທາງ​ນີ້​ລະ​ຫວ່າງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ, ມື້​ໃໝ່​ຈະ​ເລີ່ມ​ຕົ້ນ​ດ້ວຍ​ແສງ​ສະ​ຫວ່າງ​ໃໝ່ ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ສົດ​ໃສ ແລະ ສ່ອງ​ສະ​ຫວ່າງ​ດ້ວຍ​ໂອ​ກາດ​ທີ່​ດີ​ເລີດ ທີ່​ຈະ​ໃຫ້​ຄຸນ​ຄ່າ​ຫລາຍ​ຂຶ້ນ, ແລະ ໄດ້​ຮັບ​ພອນ​ຢ່າງ​ເຕັມ​ທີ່, ຈາກ​ຄວາມ​ຫລາກ​ຫລາຍ​ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະ​ເຈົ້າ​ໃນ​ບັນ​ດາ​ລູກໆ​ຂອງ​ພຣະ​ອົງ.29 ເຮົາ​ຈະ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢ່າງ​ແທ້​ຈິງ ເພື່ອ​ສົ່ງ​ເສີມ​ຄວາມ​ເຄົາ​ລົບ ແລະ ກຽດ​ສັກ​ສີ​ໃນ​ບັນ​ດາ​ບຸດ ແລະ ທິ​ດາ​ທັງ​ໝົດ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ປະ​ທານ​ແນວ​ສັນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ວັນ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.