ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ກະ​ທຳ ແລະ ຄຳ​ເວົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ການ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ກະ​ທຳ ແລະ ຄຳ​ເວົ້າ

ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປະ​ພຶດ​ຂອງ​ເຮົາ​ຈະ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ຊີ​ວິດ​ຢູ່ ເຖິງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ເມື່ອ​ຕອນ​ຮັບ​ບັບ​ຕິ​ສະ​ມາ ຄຳ​ສັນ​ຍາ​ຢ່າງ​ໜຶ່ງ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ນັ້ນ​ຄື ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ຄື​ຢ້ຳ​ເຕືອນ​ເຮົາ​ວ່າ ເຮົາ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ເຈົ້າ​ເຫັນ​ວ່າ​ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ໂດຍ​ການ​ສະ​ແດງ​ປະ​ຈັກ​ພະ​ຍານ​ໃນ​ຄຳ​ເວົ້າ ແລະ ການ​ກະ​ທຳ, ເລື້ອຍໆ​ເທົ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້, ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ.

ໃນ​ຕອນ​ທີ່​ກຳ​ລັງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ສິດ​ສອນ​ຜູ້​ຄົນ​ຢູ່​ໃນ​ອາ​ເມ​ຣິ​ກາ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ:

“ພວກ​ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ບໍ, ຊຶ່ງ​ມັນ​ບອກ​ໄວ້​ວ່າ ເຈົ້າ​ຕ້ອງ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ນາມ​ຂອງ​ເຮົາ? ເພາະ​ວ່າ​ໂດຍ​ນາມ​ນີ້​ເຈົ້າ​ຈະ​ຖືກ​ເອີ້ນ​ໃນ​ວັນ​ສຸດ​ທ້າຍ;

“ແລະ ຜູ້​ໃດ​ທີ່​ຮັບ​ນາມ​ຂອງ​ເຮົາ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ.”1

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ວ່າ “ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ຮ່ວມ​ທັງ​ການ​ປະ​ກາດ ແລະ ການ​ເປັນ​ພະ​ຍານ​ຕໍ່​ຄົນ​ອື່ນ—ຜ່ານ​ທາງ​ການ​ກະ​ທຳ ແລະ ຖ້ອຍ​ຄຳ​ຂອງ​ເຮົາ—ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ.”2

ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ມີ​ພອນ ແລະ ສິດ​ທິ​ພິ​ເສດ​ໃນ​ການ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ນາມ​ຂອງ​ພຣະ​ອົງ​ໃນ​ທຸກ​ບ່ອນ​ທີ່​ເຮົາ​ຢູ່.3 ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປະ​ພຶດ​ຂອງ​ເຮົາ​ຈະ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ຊີ​ວິດ​ຢູ່ ເຖິງ​ພຣະ​ຜູ້​ໄຖ່ ແລະ ພຣະ​ນາມ​ຂອງ​ພຣະ​ອົງ. ຍິ່ງ​ໄປ​ກວ່າ​ນັ້ນ, ເຮົາ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ​ໃນ​ຖ້ອຍ​ຄຳ ໂດຍ​ການ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ເຊື່ອ, ຮູ້​ສຶກ, ຫລື ຮູ້​ຈັກ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ກັບ​ຄົນ​ອື່ນ.

ເມື່ອ​ເຮົາ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ຢ່າງ​ຖ່ອມ​ຕົນ​ເຖິງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ຂອງ​ເຮົາ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຢືນ​ຢັນ4 ຕໍ່​ຜູ້​ທີ່​ມີ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ເປີດ​ໃຈ, ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ​ແທ້ໆ.5

ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ສອງ​ຕົວ​ຢ່າງ​ລ່າ​ສຸດ ແລະ ດົນ​ໃຈ​ຂອງ​ສະ​ມາ​ຊິກ​ຜູ້​ທີ່​ໄດ້​ສະ​ແດງ​ຕໍ່​ພຣະ​ເຈົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ກ່າວ​ເຖິງ​ພຣະ​ອົງ ແລະ ເປັນ​ພະ​ຍານ​ອັນ​ບໍ​ລິ​ສຸດ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ.

ຕົວ​ຢ່າງ​ທີ​ໜຶ່ງ: ເມື່ອ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ອີ​ເລນ, ແລະ ຂ້າ​ພະ​ເຈົ້າ​ໄປ​ທີ່​ປະ​ເທດ​ສະ​ເປນ​ໃນ​ປີ 2022, ພວກ​ເຮົາ​ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ​ວັນ​ອາ​ທິດ​ທີ່​ໜ່ວຍ​ນ້ອຍໆ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ທີ່​ນັ້ນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ເທິງ​ເວ​ທີ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ກັບ​ຜູ້​ມາ​ຮ່ວມ​ປະ​ຊຸມ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ວ່າ​ລາວ​ໄດ້​ນັ່ງ​ຢູ່​ໃກ້​ກັບ​ຜູ້​ຍິງ​ອາ​ວຸ​ໂສ​ຄົນ​ໜຶ່ງ. ເມື່ອ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຈົບ​ລົງ, ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ໄປ​ຫາ​ອີ​ເລນ ແລະ ໄດ້​ຂໍ​ໃຫ້​ລາວ​ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ກັບ​ເພື່ອນ​ໃໝ່​ຂອງ​ລາວ. ລາວ​ກໍ​ໄດ້​ເຮັດ​ເຊັ່ນ​ນັ້ນ ແລະ ບອກ​ວ່າ​ຜູ້​ຍິງ​ຄົນ​ນີ້, ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ມາ​ຢ້ຽມ​ຢາມ​ໂບດ​ເປັນ​ເວ​ລາ​ສອງ​ປີ​ແລ້ວ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຍິງ​ຜູ້​ທີ່​ຢຳ​ເກງ​ພຣະ​ເຈົ້າ​ຄົນ​ນີ້​ວ່າ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ລາວ​ກັບ​ຄືນ​ມາ ແລະ ເຂົ້າ​ຮ່ວມ​ການ​ປະ​ຊຸມ​ກັບ​ພວກ​ເຮົາ​ເປັນ​ເວ​ລາ​ດົນ​ນານ. ຜູ້​ຍິງ​ຄົນ​ນັ້ນ​ໄດ້​ຕອບ​ດ້ວຍ​ຄວາມ​ຮັກ​ວ່າ, “ຂ້ອຍ​ມັກ​ມາ​ທີ່​ນີ້​ເພາະ​ວ່າ​ພວກ​ເຈົ້າ​ເວົ້າ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ປະ​ຊຸມ​ຂອງ​ພວກ​ເຈົ້າ.”

ເປັນ​ທີ່​ແຈ່ມ​ແຈ້ງ​ເລີຍ​ວ່າ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ໜ່ວຍ​ນັ້ນ​ທີ່​ປະ​ເທດ​ສະ​ເປນ​ໄດ້​ເວົ້າ, ສິດ​ສອນ, ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ​ໃນ​ການ​ປະ​ຊຸມ​ຂອງ​ເຂົາ​ເຈົ້າ.

ຕົວ​ຢ່າງ​ທີ​ສອງ: ຫລັງ​ຈາກ​ການ​ຮັບ​ໃຊ້​ໃນ​ເຂດ​ບຣາ​ຊິນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ການ​ເອີ້ນ​ໃໝ່​ຄື​ໃຫ້​ມາ​ຮັບ​ໃຊ້​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ. ເມື່ອ​ພວກ​ເຮົາ​ໄດ້​ຍ້າຍ​ມາ​ຢູ່​ເມືອງ​ເຊົາ​ເລັກ ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ປີ​ນີ້, ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ວັນ​ອາ​ທິດ​ຢູ່​ທີ່​ຫວອດ​ໃໝ່​ທີ່​ດີ​ເລີດ​ຂອງ​ພວກ​ເຮົາ. ໜຶ່ງ​ໃນ​ການ​ປະ​ຊຸມ​ເຫລົ່າ​ນີ້​ກໍ​ຄື​ກອງ​ປະ​ຊຸມ​ຖື​ສິນ​ອົດ​ເຂົ້າ ແລະ ສະ​ແດງ​ປະ​ຈັກ​ພະ​ຍານ. ຫລັງ​ຈາກ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ດ້ວຍ​ຄວາມ​ຄາ​ລະ​ວະ​ແລ້ວ, ສະ​ມາ​ຊິກ​ກໍ​ລຸກ​ຂຶ້ນ ແລະ ກ່າວ​ປະ​ຈັກ​ພະ​ຍານ​ຈາກ​ໃຈ​ຈິງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ​ລະ​ຄົນ. ກອງ​ປະ​ຊຸມ​ນັ້ນ​ແມ່ນ​ມີ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ, ແລະ ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໄດ້​ຢ່າງ​ຊັດ​ເຈນ. ພວກ​ເຮົາ​ໄດ້​ຮັບ​ການ​ເສີມ​ສ້າງ, ແລະ ສັດ​ທາ​ຂອງ​ພວກ​ເຮົາ​ກໍ​ເຂັ້ມ​ແຂງ​ຂຶ້ນ. ຖ້າ​ໝູ່​ເພື່ອນ​ໃນ​ສາດ​ສະ​ໜາ​ຈັກ, ກຳ​ລັງ​ສະ​ແຫວງ​ຫາ​ຄວາມ​ຈິງ​ຢ່າງ​ຈິງ​ໃຈ, ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ນັ້ນ, ເຂົາ​ເຈົ້າ​ກໍ​ຈະ​ຮັບ​ຮູ້​ໄດ້​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ນັບ​ວ່າ​ເປັນ​ພອນ​ແທ້ໆ​ທີ່​ເຫັນ​ວ່າ​ການ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ເປັນ​ໂອ​ກາດ​ເລືອກ​ສຳ​ລັບ​ເຮົາ​ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ ແລະ ສົ່ງ​ສັນ​ຍານ​ຕໍ່​ພຣະ​ເຈົ້າ​ວ່າ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ.

ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ເຖິງ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ຂອງ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ອົງ​ຜ່ານ​ທາງ​ການ​ກະ​ທຳ.

ເດືອນ​ສິງ​ຫາ​ປີ​ກາຍ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ກັບ​ແອວ​ເດີ ຈອນ​ນາ​ຕັນ ແອັສ ເຊີ​ມິດ ເພື່ອ​ຮ່ວມ​ເປີດ​ຊົມ​ພຣະ​ວິ​ຫານ ແຟດ​ເຕີ ຣີ​ເວີ ຄາ​ລິ​ຟໍ​ເນຍ ໃນ​ເມືອງ ຢູ​ບາ. ໃນ​ທີ່​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຈາກ​ກຸ່ມ​ຜູ້​ນຳ​ທ່ຽວ​ຊົມ​ພຣະ​ວິ​ຫານ. ໜຶ່ງ​ໃນ​ກຸ່ມ​ເຫລົ່າ​ນີ້​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໜຶ່ງ, ເວີ​ໂຈ ແອັດ​ກິນ​ສັນ, ແລະ ໝູ່​ເພື່ອນ​ອີກ​ເຈັດ​ຄົນ​ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ. ໃນ​ຕອນ​ທ້າຍ​ຂອງ​ການ​ຢ້ຽມ​ຊົມ, ທີ່​ຫ້ອງ​ຜະ​ນຶກ​ໃນ​ພຣະ​ວິ​ຫານ, ບຣາ​ເດີ ແອັດ​ກິນ​ສັນ ຮູ້​ສຶກ​ຊາບ​ຊຶ້ງ​ໃຈ​ໃນ​ຂະ​ນະ​ທີ່​ລາວ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ລາວ​ຕໍ່​ໝູ່​ເພື່ອນ​ທີ່​ມາ​ຮັບ​ຊົມ​ພຣະ​ວິ​ຫານ​ໃນ​ມື້​ນັ້ນ. ເກືອບ​ຈະ​ທັນ​ທີ​ທີ່​ລາວ​ໄດ້​ກ່າວ​ຈົບ, ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ກຸ່ມ​ໄດ້​ຢືນ​ຂຶ້ນ ແລະ ເວົ້າ​ວ່າ, “ເຮົາ​ທຸກ​ຄົນ​ຮັກ​ເວີ​ໂຈ. ລາວ​ບໍ່​ເຄີຍ​ບັງ​ຄັບ​ພວກ​ເຮົາ​ໃຫ້​ເຊື່ອ​ຖື​ຄື​ກັນ​ກັບ​ລາວ. ແຕ່​ລາວ​ກໍ​ບໍ່​ໄດ້​ອາຍ​ທີ່​ຈະ​ສະ​ແດງ​ຄວາມ​ເຊື່ອ​ນັ້ນ​ເຊັ່ນ​ກັນ. ລາວ​ພຽງ​ແຕ່​ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່​ລາວ​ເຊື່ອ​ຖື.”

ຕະ​ຫລອດ​ຫລາຍ​ປີ​ຜ່ານ​ມາ, ການ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຄຣິດ​ຂອງ​ບຣາ​ເດີ ແອັດ​ກິນ​ສັນ ໄດ້​ຖື​ວ່າ​ເປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ຕໍ່​ໝູ່​ເພື່ອນ​ຂອງ​ລາວ. ຕົວ​ຢ່າງ​ຂອງ​ລາວ​ເປັນ​ຫລັກ​ຖານ​ທີ່​ແໜ້ນ​ໜາ ວ່າ​ລາວ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

ໃນ​ຕອນ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ບົດ​ຮຽນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ອົງ ໂດຍ​ການ​ນຳ​ໃຊ້​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ.

ປະ​ທານ​ແນວ​ສັນ, ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ, ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ໃນ​ປີ 2018 ໄດ້​ກ່າວ​ປາ​ໄສ​ໃນ​ຫົວ​ຂໍ້ “ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ,” ວ່າ: “ເປັນ ສິ່ງ​ທີ່​ຖືກ​ຕ້ອງ. ມັນ ເປັນ ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໂຈ​ເຊັບ ສະ​ມິດ ບໍ່​ໄດ້​ຕັ້ງ​ຊື່​ໃຫ້​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ, ແລະ ມໍ​ມອນ​ກໍ​ບໍ່​ໄດ້​ຕັ້ງ​ຊື່​ໃຫ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ທີ່​ກ່າວ​ວ່າ, ‘ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ​ຖືກ​ເອີ້ນ​ດັ່ງ​ນັ້ນ​ໃນ​ຍຸກ​ສຸດ​ທ້າຍ, ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4].”6

ເຮົາ​ທຸກ​ຄົນ​ທີ່​ອອກ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ໃນ​ມື້​ນັ້ນ​ໂດຍ​ມຸ່ງ​ໝັ້ນ ແລະ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ ແລະ ນຳ​ໃຊ້​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ນັ້ນ​ເປັນ​ຕົ້ນ​ມາ. ຂ້າ​ພະ​ເຈົ້າ​ລະ​ວັງ​ຕົວ​ເອງ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ນຳ​ໃຊ້​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ. ສອງ​ສາມ​ຄັ້ງ​ທຳ​ອິດ, ຂ້າ​ພະ​ເຈົ້າ​ຕ້ອງ​ຕັ້ງ​ສະ​ຕິ ແລະ ພະ​ຍາ​ຍາມ​ບໍ່​ໃຫ້​ຕົວ​ເອງ​ກັບ​ໄປ​ເປັນ​ແບບ​ເກົ່າ. ຫລັງ​ຈາກ​ຄວາມ​ພະ​ຍາ​ຍາມ​ໃນ​ເທື່ອ​ທຳ​ອິດ, ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ​ສະ​ບາຍ​ໃຈ​ຫລາຍ​ຂຶ້ນ​ໃນ​ການ​ໃຊ້​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ. ຂ້າ​ພະ​ເຈົ້າ​ຍອມ​ຮັບ​ວ່າ​ມີ​ຫລາຍ​ຄັ້ງ​ທີ່, ຂ້າ​ພະ​ເຈົ້າ​ໄດ້​ເອີ້ນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ໄວ​ເກີນ​ໄປ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກັງ​ວົນ​ວ່າ​ຄົນ​ທົ່ວ​ໄປ​ອາດ​ຈະ​ບໍ່​ໄດ້​ໃສ່​ໃຈ​ຕໍ່​ຊື່​ເຕັມ​ຂອງ​ສາດ​ສະ​ໜາ​ຈັກ ແລະ ພວກ​ເຂົາ​ອາດ​ຈະ​ຄິດ​ວ່າ​ມັນ​ຂ້ອນ​ຂ້າງ​ທີ່​ຈະ​ຍາວ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ເວ​ລາ​ຕໍ່​ມາ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ​ການ​ເອີ້ນ​ຊື່​ເຕັມ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ມອບ​ໂອ​ກາດ​ທີ່​ມີ​ຄຸນ​ຄ່າ​ໃຫ້​ກັບ​ຂ້າ​ພະ​ເຈົ້າ ໃນ​ການ​ກ່າວ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ຄວາມ​ເປັນ​ຈິງ​ກໍ​ຄື ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ປະ​ກາດ​ພຣະ​ນາມ​ຂອງ​ພຣະ​ອົງ ໃນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຍັງ​ສັງ​ເກດ​ເຫັນ​ວ່າ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ​ກັບ​ຄົນ​ອື່ນ, ຂ້າ​ພະ​ເຈົ້າ​ກໍ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຫລາຍ​ຂຶ້ນ.

ໂດຍ​ການ​ເຮັດ​ຕາມ​ສາດ​ສະ​ດາ, ເຮົາ​ທຸກ​ຄົນ​ສາ​ມາດ​ຮຽນ​ຮູ້ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ຈາກ​ການ​ນຳ​ໃຊ້​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ, ດ້ວຍ​ເຫດ​ນີ້​ຈຶ່ງ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສົມ​ບູນ​ຫລາຍ​ຂຶ້ນ.

ໃນ​ເຊົ້າ​ວັນ​ຊະ​ບາ​ໂຕ​ນີ້, ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ເປັນ​ພະ​ຍານ​ວ່າ ປະ​ທານ​ແນວ​ສັນ ຄື​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄື​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູນ​ຂອງ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ຖ່ອມ​ໃຈ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ອົງ. ພຣະ​ອົງ​ຄື​ພຣະ​ບຸດ​ຫົວ​ປີ ແລະ ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ເອ​ມາ​ນູ​ເອນ.7 ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.