ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພະ​ລັງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ​ທຸກໆ​ມື້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ພະ​ລັງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ​ທຸກໆ​ມື້

ແຫລ່ງ​ຂອງ​ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ ແມ່ນ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຮົາ​ຕັ້ງ​ໃຈ​ສະ​ແຫວງ​ຫາ​ທີ່​ຈະ​ມາ​ຫາ​ພຣະ​ອົງ​ໃນ​ແຕ່​ລະ​ມື້ ແລະ ທຸກໆ​ມື້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຊ່າງ​ເປັນ​ຄວາມ​ຊື່ນ​ຊົມ​ແທ້ໆ ທີ່​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຂອບ​ຄຸນ​ທີ່ ປະ​ທານ​ຣະໂຊ ເອັມ ແນວ​ສັນ ໄດ້​ຢໍ້າ​ເຕືອນ​ເຮົາ​ໃຫ້​ໃຊ້​ຊື່​ທີ່​ຖືກ​ຕ້ອງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ຈື່​ຈໍາ​ວ່າ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ໃຜ ແລະ ຄຳ​ສອນ​ຂອງ​ໃຜ​ທີ່​ເຮົາ​ປະ​ຕິ​ບັດ​ຕາມ.

ປະ​ທານ​ແນວ​ສັນ​ໄດ້​ຖະ​ແຫລງ​ວ່າ: “ໃນ​ວັນ​ຂ້າງ​ໜ້າ, ເຮົາ​ຈະ​ເຫັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ອັນ ຍິ່ງ​ໃຫຍ່​ທີ່​ສຸດ ຂອງ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໂລກ ເຄີຍ ເຫັນ​ມາ​ກ່ອນ. … ພຣະ​ອົງ​ຈະ​ປະ​ທານ​ສິດ​ທິ​ພິ​ເສດ, ພອນ, ແລະ ການ​ອັດ​ສະ​ຈັນ ຈົນ​ນັບ​ບໍ່​ຖ້ວນ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ.”1

ໜຶ່ງ​ໃນ​ສິດ​ທິ​ພິ​ເສດ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ເຣ​ເນ, ແມ່ນ​ການ​ພົບ​ກັບ​ໄພ່​ພົນ​ຢູ່​ບ່ອນ​ທີ່​ພວກ​ເຮົາ​ຮັບ​ໃຊ້. ພວກ​ເຮົາ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ເຫັນ​ການ​ສູນ​ເສຍ​ຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ແບ່ງ​ປັນ​ຄວາມ​ທຸກ​ໂສກ​ຂອງ​ເຂົາ​ເຈົ້າ, ແລະ ພວກ​ເຮົາ​ຊົມ​ຊື່ນ​ຍິນ​ດີ​ກັບ​ຄວາມ​ສຳ​ເລັດ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ໄດ້​ເຫັນ​ພອນ ແລະ ການ​ອັດ​ສະ​ຈັນ​ຫລາຍໆ​ຢ່າງ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ທານ​ໃຫ້​ແກ່​ຜູ້​ທີ່​ຊື່​ສັດ. ພວກ​ເຮົາ​ໄດ້​ພົບ​ກັບ​ຜູ້​ຄົນ​ທີ່​ໄດ້​ຜ່ານ​ຜ່າ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້, ຜູ້​ທີ່​ໄດ້​ທົນ​ທຸກ​ຕໍ່​ສິ່ງ​ທີ່​ບໍ່​ສາ​ມາດ​ຄິດ​ອອກ​ໄດ້.

ຮູບ​ພາບ
ປະ​ທານ​ໂຮ​ເຊ ບາ​ຕາ​ຢາ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ຊິດ​ສະ​ເຕີ ວາ​ເລ​ເຣຍ ບາ​ຕາ​ຢາ.
ຮູບ​ພາບ
ຟລາ​ເວຍ ຄຣູ​ຊາ​ໂດ ແລະ ພໍ່​ຂອງ​ນາງ.

ພວກ​ເຮົາ​ໄດ້​ເຫັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຂອງ​ພະ​ລັງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ແມ່​ໝ້າຍ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ສູນ​ເສຍ​ສາ​ມີ​ຂອງ​ຕົນ ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ປະ​ເທດ​ໂບ​ລີ​ວີ.2 ພວກ​ເຮົາ​ເຄີຍ​ເຫັນ​ມັນ​ໃນ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ໃນ​ປະ​ເທດ​ອາກ​ຊັງ​ຕິນ ຜູ້​ທີ່​ລົ້ມ​ລົງ​ກ້ອງ​ລົດ​ໄຟ ແລະ ເສຍ​ຂາ​ເບື້ອງ​ໜຶ່ງ​ຂອງ​ຕົນ, ພຽງ​ເພາະ​ວ່າ ຄົນ​ບາງ​ຄົນ​ຢາກ​ລັກ​ໂທ​ລະ​ສັບ​ຂອງ​ນາງ.3 ແລະ ໃນ​ພໍ່​ລ້ຽງ​ດ່ຽວ​ຂອງ​ນາງ, ຜູ້​ທີ່​ຕອນ​ນີ້ ຕ້ອງ​ປັບ​ປຸງ​ສະ​ຖາ​ນະ​ການ​ໃຫ້​ດີ​ຂຶ້ນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ລູກ​ສາວ​ຂອງ​ລາວ ຫລັງ​ຈາກ​ການ​ກະ​ທຳ​ອັນ​ທາ​ລຸນ​ທີ່​ບໍ່​ສາ​ມາດ​ອະ​ທິ​ບາຍ​ໄດ້. ພວກ​ເຮົາ​ເຄີຍ​ເຫັນ​ມັນ​ໃນ​ຄອບ​ຄົວ​ທັງ​ຫລາຍ​ທີ່​ໄດ້​ສູນ​ເສຍ​ບ້ານ​ຂອງ​ຕົນ ແລະ ຊັບ​ສິນ​ທຸກ​ຢ່າງ ລະ​ຫວ່າງ​ເຫດ​ໄຟ​ໄໝ້​ໃນ​ປະ​ເທດ​ຈີ​ເລ ພຽງ​ແຕ່​ສອງ​ມື້​ກ່ອນ​ວັນ​ຄຣິດ​ສະ​ມາດ​ໃນ​ປີ 2022.4 ພວກ​ເຮົາ​ເຄີຍ​ເຫັນ​ມັນ​ໃນ​ຜູ້​ທີ່​ທົນ​ທຸກ​ຫລັງ​ຈາກ​ການ​ຢ່າ​ຮ້າງ​ທີ່​ເຈັບ​ປວດ ແລະ ໃນ​ຜູ້​ບໍ​ລິ​ສຸດ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຖືກ​ຂົ່ມ​ເຫັງ.

ຮູບ​ພາບ
ໄຟ​ໄໝ້​ໃນ​ປະ​ເທດ​ຈີ​ເລ.

ແມ່ນ​ຫຍັງ​ທີ່​ໃຫ້​ພະ​ລັງ​ແກ່​ເຂົາ​ເຈົ້າ​ໃນ​ການ​ຜ່ານ​ຜ່າ​ສິ່ງ​ທີ່​ຍາກ​ລຳ​ບາກ? ແມ່ນ​ຫຍັງ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ອີກ​ຊັ້ນ​ໜຶ່ງ ເພື່ອ​ເດີນ​ໜ້າ​ຕໍ່​ໄປ ເມື່ອ​ທຸກ​ຢ່າງ​ເບິ່ງ​ຄື​ວ່າ​ສູນ​ຫາຍ​ໄປ?

ຂ້າ​ພະ​ເຈົ້າ​ໄດ້​ພົບ​ວ່າ ແຫລ່ງ​ຂອງ​ຄວາມ​ເຂັ້ມ​ແຂງ​ນັ້ນ ແມ່ນ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຮົາ​ຕັ້ງ​ໃຈ​ສະ​ແຫວງ​ຫາ​ທີ່​ຈະ​ມາ​ຫາ​ພຣະ​ອົງ​ໃນ​ແຕ່​ລະ​ມື້ ແລະ ທຸກໆ​ມື້.

ສາດ​ສະ​ດາ​ຢາ​ໂຄບ​ໄດ້​ສິດ​ສອນ​ວ່າ, “ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຍັງ​ໂລກ​ເພື່ອ​ຈະ​ໄດ້​ຊ່ວຍ​ມະນຸດ​ທັງ​ປວງ​ໃຫ້​ລອດ​ພົ້ນ ຖ້າ​ຫາກ​ເຂົາ​ຈະ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ທົນ​ຮັບ​ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ແທ້​ຈິງ​ແລ້ວ, ຄວາມ​ເຈັບ​ປວດ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ທີ່​ຖືກ​ສ້າງ​ຂຶ້ນ​ທຸກ​ຢ່າງ​ທັງ​ຊາຍ​ຍິງ ແລະ ເດັກ​ນ້ອຍ​ທີ່​ເປັນ​ຄອບ​ຄົວ​ຂອງ​ອາ​ດາມ.”5

ບາງ​ເທື່ອ, ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ອາດ​ເບິ່ງ​ຄື​ວ່າ ເປັນ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້, ເກືອບ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ໄດ້. ເຮົາ​ອາດ​ຄິດ​ວ່າ ການ​ມາ​ຫາ​ພຣະ​ຄຣິດ ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ພະ​ລັງ, ແລະ ຄວາມ​ດີ​ພ້ອມ​ທີ່​ເຮົາ​ບໍ່​ມີ, ແລະ ເຮົາ​ພຽງ​ແຕ່​ບໍ່​ສາ​ມາດ​ພົບ​ເຫື່ອ​ແຮງ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ໄດ້. ແຕ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ຜູ້​ຄົນ​ທັງ​ໝົດ​ເຫລົ່າ​ນີ້​ກໍ​ຄື ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ສິ່ງ​ທີ່​ໃຫ້​ເຫື່ອ​ແຮງ​ແກ່​ເຮົາ ເພື່ອ​ເລີ່ມ​ຕົ້ນ​ການ​ເດີນ​ທາງ. ບາງ​ເທື່ອ ເຮົາ​ອາດ​ຄິດ​ວ່າ, “ເຮົາ​ຕ້ອງ​ແກ້​ໄຂ​ຊີ​ວິດ​ຂອງ​ເຮົາ ກ່ອນ​ທີ່​ເຮົາ​ຈະ​ມາ​ຫາ​ພຣະ​ເຢ​ຊູ,” ແຕ່​ຄວາມ​ຈິງ​ກໍ​ຄື ເຮົາ​ມາ​ຫາ​ພຣະ​ເຢ​ຊູ​ເພື່ອ​ແກ້​ໄຂ​ຊີ​ວິດ​ຂອງ​ເຮົາ​ຜ່ານ​ທາງ​ພຣະ​ອົງ.

ເຮົາ​ບໍ່​ໄດ້​ມາ​ຫາ​ພຣະ​ເຢ​ຊູ ເພາະ​ເຮົາ​ເປັນ​ຄົນ​ດີ​ພ້ອມ. ເຮົາ​ມາ​ຫາ​ພຣະ​ອົງ ເພາະ​ເຮົາ​ມີ​ຂໍ້​ບົກ​ພ່ອງ ແລະ ໃນ​ພຣະ​ອົງ ເຮົາ​ຈະ​ສາ​ມາດ “ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ.”6

ເຮົາ​ຈະ​ເລີ່ມ​ໃຊ້​ສັດ​ທາ​ຂອງ​ເຮົາ​ເລັກໆ​ນ້ອຍໆ​ໃນ​ທຸກໆ​ມື້​ໄດ້​ຢ່າງ​ໃດ? ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ມັນ​ເລີ່ມ​ຕົ້ນ​ໃນ​ຕອນ​ເຊົ້າ: ເມື່ອ​ຂ້າ​ພະ​ເຈົ້າ​ຕື່ນ​ນອນ, ແທນ​ທີ່​ຈະ​ເບິ່ງ​ໂທ​ລະ​ສັບ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ. ແມ່ນ​ແຕ່​ຄຳ​ອະ​ທິ​ຖານ​ທີ່​ລຽບ​ງ່າຍ. ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ອ່ານ​ພຣະ​ຄຳ​ພີ. ສິ່ງ​ນີ້​ຊ່ວຍ​ຂ້າ​ພະ​ເຈົ້າ​ເລື່ອງ​ພັນ​ທະ​ສັນ​ຍາ​ປະ​ຈຳ​ອາ​ທິດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ສ່ວນ​ສິນ​ລະ​ລຶກ​ວ່າ​ຈະ “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”7 ເມື່ອ​ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ມື້​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ ແລະ ພຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ສາ​ມາດ “ລະ​ນຶກ​ເຖິງ​ພຣະ​ອົງ” ເມື່ອ​ຂ້າ​ພະ​ເຈົ້າ​ເບິ່ງ​ໂທ​ລະ​ສັບ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ສາ​ມາດ “ລະ​ນຶກ​ເຖິງ​ພຣະ​ອົງ” ເມື່ອ​ຂ້າ​ພະ​ເຈົ້າ​ປະ​ເຊີນ​ກັບ​ບັນ​ຫາ ແລະ ການ​ຂັດ​ແຍ້ງ​ຕ່າງໆ, ແລະ ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ມັນ ດັ່ງ​ທີ່​ພຣະ​ເຢ​ຊູ​ຈະ​ຊົງ​ກະ​ທຳ.

ເມື່ອ​ຂ້າ​ພະ​ເຈົ້າ “ລະ​ນຶກ​ເຖິງ​ພຣະ​ອົງ,” ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ປ່ຽນ​ແປງ, ທີ່​ຈະ​ກັບ​ໃຈ. ຂ້າ​ພະ​ເຈົ້າ​ພົບ​ແຫລ່ງ​ຂອງ​ເຫື່ອ​ແຮງ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ “ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້ [ຂ້າ​ພະ​ເຈົ້າ], ເພື່ອ [ຂ້າ​ພະ​ເຈົ້າ] ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະ​ຫລອດ​ເວ​ລາ.”8 ມັນ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.9 ຫລື ຢ່າງ​ໜ້ອຍ​ກໍ​ຈົນ​ເຖິງ​ຕອນ​ທ້າຍ​ຂອງ​ມື້! ແລະ ໃນ​ວັນ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ລະ​ນຶກ​ເຖິງ​ພຣະ​ອົງ​ໝົດ​ມື້, ພຣະ​ອົງ​ຍັງ​ຊົງ​ສະ​ຖິດ​ຢູ່​ທີ່​ນັ້ນ, ໂດຍ​ທີ່​ຮັກ​ຂ້າ​ພະ​ເຈົ້າ ແລະ ບອກ​ຂ້າ​ພະ​ເຈົ້າ​ວ່າ, “ບໍ່​ເປັນ​ຫຍັງ, ເຈົ້າ​ສາ​ມາດ​ລອງ​ໃໝ່​ອີກ​ຄັ້ງ​ມື້​ອື່ນ.”

ເຖິງ​ແມ່ນ​ວ່າ ເຮົາ​ຈະ​ບໍ່​ດີ​ພ້ອມ​ໃນ​ການ​ລະ​ນຶກ​ເຖິງ​ພຣະ​ອົງ​ກໍ​ຕາມ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ບໍ່​ເຄີຍ​ທີ່​ຈະ​ບໍ່​ລະ​ນຶກ​ເຖິງ​ເຮົາ.

ໜຶ່ງ​ໃນ​ຄວາມ​ຜິດ​ພາດ​ທີ່​ເຮົາ​ມັກ​ຈະ​ເຮັດ​ກໍ​ຄື​ການ​ຄິດ​ວ່າ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ​ຕ່າງໆ​ທີ່​ເຮົາ​ເຮັດ​ກັບ​ພຣະ​ເຈົ້າ, ດ້ວຍ​ເຫດ​ໃດ​ໜຶ່ງ ເປັນ​ການ​ແລກ​ປ່ຽນ​ທີ່​ເຮົາ​ເຮັດ​ກັບ​ພຣະ​ອົງ: ເຮົາ​ເຊື່ອ​ຟັງ, ແລະ ພຣະ​ອົງ​ຈະ​ປົກ​ປ້ອງ​ເຮົາ​ຈາກ​ສິ່ງ​ທີ່​ບໍ່​ດີ​ທຸກ​ຢ່າງ​ທີ່​ອາດ​ເກີດ​ຂຶ້ນ​ກັບ​ເຮົາ. ເຮົາ​ຈ່າຍ​ສ່ວນ​ສິບ, ແລະ ເຮົາ​ຈະ​ບໍ່​ມີ​ວັນ​ຕົກ​ງານ ຫລື ໄຟ​ຈະ​ບໍ່​ໄໝ້​ເຮືອນ​ເຮົາ. ແຕ່​ເມື່ອ​ສິ່ງ​ຕ່າງໆ​ບໍ່​ເປັນ​ໄປ​ຕາມ​ທີ່​ເຮົາ​ຄາດ​ໄວ້, ເຮົາ​ກໍ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ວ່າ, “[ພຣະ​ອົງ] ບໍ່​ເປັນ​ຫ່ວງ ຂ້າ​ນ້ອຍ ບໍ?”10

ພັນ​ທະ​ສັນ​ຍາ​ຂອງ​ເຮົາ ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ແລກ​ປ່ຽນ​ເທົ່າ​ນັ້ນ; ແຕ່​ເປັນ​ການ​ປ່ຽນ​ແປງ.11 ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພະ​ລັງ​ທີ່​ເຮັດ​ໃຫ້​ບໍ​ລິ​ສຸດ ແລະ ເຂັ້ມ​ແຂງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ໃຫ້​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ຄົນ​ໃໝ່, ເພື່ອ​ໃຫ້​ອະ​ໄພ​ໃນ​ສິ່ງ​ທີ່​ເບິ່ງ​ຄື​ວ່າ​ອະ​ໄພ​ໃຫ້​ບໍ່​ໄດ້, ເພື່ອ​ເອົາ​ຊະ​ນະ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້. ການ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ຕັ້ງ​ໃຈ ຕະ​ຫລອດ​ເວ​ລາ ແມ່ນ​ຊົງ​ພະ​ລັງ; ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂັ້ມ​ແຂງ​ຕື່ມ​ໃນ​ການ “ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້ [ຂ້າ​ພະ​ເຈົ້າ].”12 ມັນ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ນິ​ໄສ​ດີ​ຂຶ້ນ​ກວ່າ​ເກົ່າ, ຍິ້ມ​ໂດຍ​ທີ່​ບໍ່​ມີ​ເຫດ​ຜົນ, ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ,13 ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ຂັດ​ແຍ້ງ, ເພື່ອ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.14

ເມື່ອ​ຄວາມ​ເຈັບ​ປວດ​ຂອງ​ເຮົາ ຫລື ຄວາມ​ເຈັບ​ປວດ​ຂອງ​ຄົນ​ທີ່​ເຮົາ​ຮັກ ໜັກ​ໜ່ວງ​ຫລາຍ​ເກີນ​ກວ່າ​ທີ່​ເຮົາ​ຈະ​ຮັບ​ໄດ້, ການ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເຂົ້າ​ມາ​ຫາ​ພຣະ​ອົງ ສາ​ມາດ​ເຮັດ​ໃຫ້​ພາ​ລະ​ເບົາ​ລົງ, ເຮັດ​ໃຫ້​ໃຈ​ອ່ອນ​ລົງ, ແລະ ເຮັດ​ໃຫ້​ເຈັບ​ປວດ​ໜ້ອຍ​ລົງ. ນີ້​ແມ່ນ​ພະ​ລັງ​ທີ່​ຊ່ວຍ​ໃຫ້​ພໍ່​ສາ​ມາດ​ຊ້ວນ​ຊູ​ລູກ​ສາວ​ຂອງ​ລາວ​ໄດ້​ເກີນ​ຄວາມ​ສາ​ມາດ​ຕາມ​ທຳ​ມະ​ຊາດ​ຂອງ​ລາວ ຜ່ານ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ ແລະ ທາງ​ອາ​ລົມ​ຂອງ​ການ​ສູນ​ເສຍ​ຂາ​ຂອງ​ນາງ.

ຮູບ​ພາບ
ຟລາ​ເວຍ ຄຣູ​ຊາ​ໂດ ກັບ ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌.

ເມື່ອ ແອວ​ເດີ ໂຊ​ອາ​ເຣສ໌ ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ອາກ​ຊັງ​ຕິນ​ເມື່ອ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ ແລະ ຖາມ ຟລາ​ເວຍ ກ່ຽວ​ກັບ​ອຸ​ບັດ​ຕິ​ເຫດ​ທີ່​ໜ້າ​ສະ​ຫລົດ​ໃຈ​ຂອງ​ນາງ​ນັ້ນ, ນາງ​ໄດ້​ຕອບ​ຢ່າງ​ຊື່​ສັດ​ວ່າ, “ຂ້າ​ນ້ອຍ​ໄດ້​ປະ​ສົບ​ກັບ​ຄວາມ​ສັບ​ສົນ​ວຸ້ນ​ວາຍ, ຄວາມ​ຂົມ​ຂື່ນ, ຄວາມ​ໂກດ​ຮ້າຍ, ແລະ ຄວາມ​ກຽດ​ຊັງ ເມື່ອ [ເຫດ​ການ​ນີ້​ເກີດ​ຂຶ້ນ]. ສິ່ງ​ທີ່​ຊ່ວຍ​ຂ້າ​ນ້ອຍ​ບໍ່​ແມ່ນ​ການ​ຖາມ​ວ່າ, ‘ເປັນ​ຫຍັງ​ຈຶ່ງ​ແມ່ນ​ເຮົາ?’ ແຕ່​ແມ່ນ ‘ເພື່ອ​ຫຍັງ?’ … ນີ້​ແມ່ນ​ສິ່ງ​ທີ່​ນຳ​ຂ້າ​ນ້ອຍ​ໃຫ້​ເຂົ້າ​ໃກ້​ຊິດ​ຄົນ​ອື່ນ ແລະ ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຍິ່ງ​ຂຶ້ນ. … ແທນ​ທີ່​ຈະ​ຕີ​ຕົວ​ອອກ​ຫ່າງ​ຈາກ​ພຣະ​ອົງ, ຂ້າ​ນ້ອຍ​ຕ້ອງ​ຍຶດ​ຕິດ​ກັບ​ພຣະ​ອົງ.”15

ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ: “ລາງ​ວັນ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຄື​ພະ​ລັງ​ຈາກ​ສະ​ຫວັນ—ພະ​ລັງ​ທີ່​ເສີມ​ກຳ​ລັງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ການ​ທົດ​ລອງ, ການ​ລໍ້​ລວງ, ແລະ ຄວາມ​ເຈັບ​ປວດ​ໃຈ ໄດ້​ດີ​ກວ່າ​ເກົ່າ. … ດັ່ງ​ນັ້ນ, ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈຶ່ງ​ມີ​ສິດ​ໄດ້​ຮັບ ຄວາມ​ເຊົາ​ເມື່ອຍ ທີ່​ພິ​ເສດ.”16 ນີ້​ແມ່ນ​ຄວາມ​ເຊົາ​ເມື່ອຍ ແລະ ຄວາມ​ສະ​ຫງົບ​ສຸກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃນ​ສາຍ​ຕາ​ຂອງ​ແມ່​ໝ້າຍ​ຜູ້​ນັ້ນ, ເຖິງ​ແມ່ນ​ຈະ​ມີ​ຄວາມ​ເຈັບ​ປວດ​ໃຈ​ທີ່​ນາງ​ຮູ້​ສຶກ​ກັບ​ການ​ຄິດ​ຮອດ​ສາ​ມີ​ຂອງ​ຕົນ​ທຸກໆ​ມື້​ກໍ​ຕາມ.

ຮູບ​ພາບ
ລົມ​ພະ​ຍຸ​ຢູ່​ທະ​ເລ​ຄາ​ລີ​ເລ

ພຣະ​ຄຳ​ພີ​ໃໝ່​ບອກ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ພຣະ​ເຢ​ຊູ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຢູ່​ໃນ​ເຮືອ:

“ແລ້ວ​ລົມ​ພະ​ຍຸ​ກໍ​ເລີ່ມ​ພັດ​ມາ​ແຮງ ແລະ ຟອງ​ນໍ້າ​ຊັດ​ເຂົ້າ​ເຮືອ. …

“ສ່ວນ​ພຣະ​ເຢ​ຊູ​ນັ້ນ ນອນ​ໝູນ​ໝອນ​ຫລັບ … ສະ​ນັ້ນ ພວກ​ສາ​ວົກ​ຈຶ່ງ​ໄປ​ປຸກ​ພຣະ​ອົງ​ວ່າ, ອາ​ຈານ​ເອີຍ, ທ່ານ​ບໍ່​ເປັນ​ຫ່ວງ​ພວກ​ຂ້າ​ນ້ອຍ​ບໍ?

“ພຣະ​ອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ ແລະ ກ່າວ​ແກ່​ທະ​ເລ​ວ່າ, ງຽບ​ສະ​ຫງົບ​ແມ. …

“ແລ້ວ​ພຣະ​ເຢ​ຊູ​ກໍ​ກ່າວ​ຕໍ່​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ? ພວກ​ເຈົ້າ​ຍັງ​ບໍ່​ມີ​ຄວາມ​ເຊື່ອ​ບໍ?”17

ຂ້າ​ພະ​ເຈົ້າ​ສົນ​ໃຈ​ກັບ​ເລື່ອງ​ລາວ​ນີ້​ມາ​ໂດຍ​ຕະ​ຫລອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຄາດ​ຫວັງ​ໃຫ້​ເຂົາ​ເຈົ້າ​ໃຊ້​ສັດ​ທາ​ຂອງ​ເຂົາ​ເຈົ້າ​ເພື່ອ​ສະ​ຫງົບ​ພະ​ຍຸ​ລົງ​ບໍ? ເພື່ອ​ຮ້າຍ​ລົມ​ບໍ? ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ຄວາມ​ສະ​ຫງົບ​ສຸກ​ໃນ​ການ​ຕ້ານ​ທານ​ລົມ​ພະ​ຍຸ, ໂດຍ​ຮູ້​ວ່າ ເຮົາ​ຈະ​ບໍ່​ຈິບ​ຫາຍ ເພາະ​ພຣະ​ອົງ​ຢູ່​ໃນ​ເຮືອ​ນຳ​ກັນ​ກັບ​ເຮົາ.

ນີ້​ແມ່ນ​ສັດ​ທາ​ທີ່​ພວກ​ເຮົາ​ໄດ້​ເຫັນ ເມື່ອ​ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ທັງ​ຫລາຍ ຫລັງ​ຈາກ​ເຫດ​ໄຟ​ໄໝ້​ໃນ​ປະ​ເທດ​ຈີ​ເລ. ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ເຜົາ​ລົງ​ກັບ​ພື້ນ​ດິນ; ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ທຸກ​ຢ່າງ. ແຕ່​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ຍ່າງ​ເຂົ້າ​ໄປ​ບ່ອນ​ທີ່​ເຄີຍ​ເປັນ​ບ້ານ​ຂອງ​ເຂົາ​ເຈົ້າ ແລະ ກຳ​ລັງ​ເລົ່າ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ໃຫ້​ພວກ​ເຮົາ​ຟັງ​ຢູ່​ນັ້ນ, ພວກ​ເຮົາ​ກໍ​ຮູ້​ສຶກ​ວ່າ​ກຳ​ລັງ​ຢືນ​ຢູ່​ພື້ນ​ທີ່​ສັກ​ສິດ. ຊິດ​ສະ​ເຕີ​ຄົນ​ໜຶ່ງ​ໄດ້​ເວົ້າ​ກັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ເມື່ອ​ຂ້າ​ນ້ອຍ​ເຫັນ​ເຮືອນ​ທີ່​ຢູ່​ໃກ້​ກຳ​ລັງ​ຈະ​ຖືກ​ໄຟ​ໄໝ້, ຂ້າ​ນ້ອຍ​ຮູ້​ສຶກ​ໄດ້​ວ່າ ເຮືອນ​ຂອງ​ພວກ​ເຮົາ​ກຳ​ລັງ​ຈະ​ຖືກ​ໄຟ​ໄໝ້, ວ່າ​ພວກ​ເຮົາ​ກຳ​ລັງ​ຈະ​ສູນ​ເສຍ​ທຸກ​ຢ່າງ. ແທນ​ທີ່​ຈະ​ສິ້ນ​ຫວັງ, ຂ້າ​ນ້ອຍ​ກັບ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ສະ​ຫງົບ​ທີ່​ບໍ່​ສາ​ມາດ​ບັນ​ຍາຍ​ໄດ້. ດ້ວຍ​ເຫດ​ໃດ​ເຫດ​ໜຶ່ງ, ຂ້າ​ນ້ອຍ​ຮູ້​ສຶກ​ວ່າ ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ.” ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ ນຳ​ພະ​ລັງ​ມາ​ສູ່​ຄວາມ​ອ່ອນ​ແອ​ຂອງ​ເຮົາ ແລະ ຄວາມ​ປອບ​ໂຍນ​ມາ​ສູ່​ຄວາມ​ທຸກ​ໂສກ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ໂອ​ກາດ​ທີ່​ເຣ​ເນ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ໄພ່​ພົນ​ທີ່​ພິ​ເສດ​ເຫລົ່າ​ນີ້, ສຳ​ລັບ​ຕົວ​ຢ່າງ​ຢ່າງ​ຫລວງ​ຫລາຍ​ແຫ່ງ​ສັດ​ທາ, ຄວາມ​ເຂັ້ມ​ແຂງ, ແລະ ຄວາມ​ມາ​ນະ​ບາກ​ບັ່ນ​ຂອງ​ເຂົາ​ເຈົ້າ. ສຳ​ລັບ​ເລື່ອງ​ລາວ​ຂອງ​ຄວາມ​ເຈັບ​ປວດ​ໃຈ ແລະ ຄວາມ​ຜິດ​ຫວັງ​ທີ່​ຈະ​ບໍ່​ມີ​ວັນ​ຂຶ້ນ​ໜ້າ​ປົກ​ຂອງ​ໜັງ​ສື​ພິມ ຫລື ບໍ່​ມີ​ວັນ​ແຜ່​ກະ​ຈາຍ​ໄປ​ຢ່າງ​ໂດ່ງ​ດັງ. ສຳ​ລັບ​ຮູບ​ພາບ​ຂອງ​ນໍ້າ​ຕາ​ທີ່​ໄຫລ ແລະ ຄຳ​ອະ​ທິ​ຖານ​ທີ່​ໄດ້​ອ້ອນ​ວອນ​ໄປ​ຫລັງ​ຈາກ​ການ​ສູນ​ເສຍ ຫລື ການ​ຢ່າ​ຮ້າງ​ທີ່​ເຈັບ​ປວດ ທີ່​ບໍ່​ໄດ້​ຖືກ​ຖ່າຍ​ໄວ້; ສຳ​ລັບ​ໂພສ​ຂອງ​ຄວາມ​ຢ້ານ​ກົວ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເຈັບ​ປວດ​ທີ່​ບໍ່​ໄດ້​ເອົາ​ລົງ ທີ່​ສາ​ມາດ​ທົນ​ໄດ້ ກໍ​ຍ້ອນ​ສັດ​ທາ​ຂອງ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ຜູ້​ຄົນ​ເຫລົ່າ​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ແລະ ດ້ວຍ​ເຫດ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຊົງ​ຢືນ​ກຽມ​ພ້ອມ​ທີ່​ຈະ​ປະ​ທານ​ພະ​ລັງ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ ຖ້າ​ເຮົາ​ເຂົ້າ​ມາ​ຫາ​ພຣະ​ອົງ​ໃນ​ແຕ່​ລະ​ມື້ ແລະ ທຸກໆ​ມື້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.