ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຍິ່ງ​ກວ່າ​ວິ​ລະ​ຊົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຍິ່ງ​ກວ່າ​ວິ​ລະ​ຊົນ

ພຣະ​ເຢ​ຊູ​ຄຣິດ​ບໍ່​ແມ່ນ​ພຽງ​ແຕ່​ວິ​ລະ​ຊົນ​ຂອງ​ເຮົາ​ເທົ່າ​ນັ້ນ; ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ກະ​ສັດ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ມະ​ນຸດ​ຊາດ.

ຈາກ​ປີ 1856 ຫາ 1860, ຜູ້​ບຸກ​ເບີກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເປັນ​ພັນໆ​ຄົນ ໄດ້​ລາກ​ເຄື່ອງ​ຂອງ​ຂອງ​ພວກ​ເຂົາ​ດ້ວຍ​ລໍ້​ລາກ ເປັນ​ໄລ​ຍະ​ທາງ​ຫລາຍ​ກວ່າ 1,000 ໄມ (1,600 ກມ) ເມື່ອ​ພວກ​ເຂົາ​ເດີນ​ທາງ​ໄປ​ຍັງ​ຮ່ອມ​ພູ​ເຊົາ​ເລັກ. ໜຶ່ງ​ຮ້ອຍ​ຫົກ​ສິບ​ເຈັດ​ປີ​ກ່ອນ​ໃນ​ອາ​ທິດ​ນີ້, ໃນ​ວັນ​ທີ 4 ເດືອນ​ຕຸ​ລາ, 1856, ປະ​ທານ​ບຣິ​ກຳ ຢັງ ໄດ້​ຕົກ​ໃຈ​ທີ່​ຮູ້​ວ່າ ກຸ່ມ​ລໍ້​ລາກ​ສອງ​ຄະ​ນະ, ນຳ​ພາ​ໂດຍ ເອັດ​ເວີດ ມາ​ຕິນ ແລະ ເຈມສ໌ ວິວ​ລີ, ຍັງ​ຢູ່​ຫ່າງ​ຈາກ​ເຊົາ​ເລັກ​ຫລາຍ​ຮ້ອຍ​ໄມ, ໂດຍ​ລະ​ດູ​ໜາວ​ກໍ​ໃກ້​ເຂົ້າ​ມາ​ຢ່າງ​ໄວ​ວາ.1 ມື້​ຕໍ່​ມາ, ບໍ່​ໄກ​ຈາກ​ບ່ອນ​ທີ່​ພວກ​ເຮົາ​ພົບ​ກັນ​ໃນ​ມື້​ນີ້, ປະ​ທານ​ຢັງ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ໄພ່​ພົນ​ທັງ​ຫລາຍ ແລະ ປະ​ກາດ​ວ່າ, “ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຮົາ​ຫລາຍ​ຄົນ​ຍັງ​ຢູ່​ທົ່ງ​ພຽງ​ພ້ອມ​ລໍ້​ລາກ, ແລະ ເຂົາ​ເຈົ້າ​ຕ້ອງ​ຖືກ​ນຳ​ມາ​ທີ່​ນີ້. … ຈົ່ງ​ໄປ ແລະ ນຳ​ຄົນ​ເຫລົ່າ​ນັ້ນ​ທີ່​ຢູ່​ທົ່ງ​ພຽງ​ມາ​ດຽວ​ນີ້.”2

ພຽງ​ແຕ່​ສອງ​ມື້​ຕໍ່​ມາ​ເທົ່າ​ນັ້ນ, ຄະ​ນະ​ກູ້​ໄພ​ກຸ່ມ​ທຳ​ອິດ ກໍ​ໄດ້​ອອກ​ເດີນ​ທາງ​ໄປ​ຊອກ​ຫາ​ຜູ້​ບຸກ​ເບີກ​ລໍ້​ລາກ.

ສະ​ມາ​ຊິກ​ຄົນ​ໜຶ່ງ​ຂອງ​ຄະ​ນະ​ວິວ​ລີ​ໄດ້​ເລົ່າ​ເຖິງ​ສະ​ຖາ​ນະ​ການ​ທີ່​ສິ້ນ​ຫວັງ ກ່ອນ​ທີ່​ທີມ​ກູ້​ໄພ​ຫລັກ​ຈະ​ມາ​ຮອດ. ລາວ​ໄດ້​ແບ່ງ​ປັນ​ວ່າ: “[ພໍ​ດີ] ເມື່ອ​ທຸກ​ຢ່າງ​ເບິ່ງ​ຄື​ວ່າ​ຈະ​ສູນ​ສິ້ນ​ໄປ, ແລະ ເບິ່ງ​ຄື​ວ່າ​ຈະ​ມີ​ຊີ​ວິດ​ຢູ່​ເຫລືອ​ພຽງ​ແຕ່​ໜ້ອຍ​ດຽວ, … ດັ່ງ​ສາຍ​ຟ້າ​ຜ່າ​ລົງ​ມາ​ຈາກ​ທ້ອງ​ຟ້າ​ທີ່​ແຈ່ມ​ໃສ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ. ຄະ​ນະ​ກູ້​ໄພ, ທີ່​ນຳ​ເອົາ​ອາ​ຫານ ແລະ ສະ​ບຽງ​ມາ … , ໄດ້​ເຂົ້າ​ມາ​ໃນ​ສາຍ​ຕາ … ພວກ​ເຮົາ​ຂອບ​ຄຸນ​ພຣະ​ເຈົ້າ​ຫລາຍ​ສໍ່າ​ໃດ​ທີ່​ມາ​ຊ່ວຍ​ກູ້​ເອົາ​ພວກ​ເຮົາ.”3

ຜູ້​ກູ້​ໄພ​ເຫລົ່າ​ນີ້ ເປັນ​ວິ​ລະ​ຊົນ​ແກ່​ຜູ້​ບຸກ​ເບີກ, ໂດຍ​ສ່ຽງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ພາບ​ອາ​ກາດ​ທີ່​ໜາວ​ເຢັນ​ທີ່​ສຸດ ເພື່ອ​ນຳ​ຄົນ​ກັບ​ບ້ານ​ຢ່າງ​ປອດ​ໄພ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ວິ​ລະ​ຊົນ​ເຊັ່ນ​ນັ້ນ​ຄົນ​ໜຶ່ງ​ແມ່ນ ເອ​ຟະ​ຣາ​ອີມ ແຮັງສ໌.

ໃນ​ກາງ​ເດືອນ​ຕຸ​ລາ, ແລະ ໂດຍ​ທີ່​ບໍ່​ຮູ້​ເຖິງ​ສະ​ຖາ​ນະ​ການ​ລໍ້​ລາກ, ແຮັງສ໌​ກຳ​ລັງ​ກັບ​ບ້ານ​ໃນ​ເຊົາ​ເລັກ ຫລັງ​ຈາກ​ການ​ເດີນ​ທາງ ເມື່ອ, ໃນ​ຕອນ​ກາງ​ຄືນ, ເພິ່ນ​ໄດ້​ຖືກ​ປຸກ​ດ້ວຍ​ສຽງ​ໜຶ່ງ​ທີ່​ກຳ​ລັງ​ກ່າວ​ວ່າ, “ຄົນ​ລໍ້​ລາກ​ກຳ​ລັງ​ເດືອດ​ຮ້ອນ ແລະ ເຈົ້າ​ເປັນ​ທີ່​ຕ້ອງ​ການ; ເຈົ້າ​ຈະ​ໄປ​ຊ່ວຍ​ເຂົາ​ເຈົ້າ​ບໍ່?”

ໂດຍ​ມີ​ຄຳ​ຖາມ​ນັ້ນ​ດັງ​ກ້ອງ​ຢູ່​ໃນ​ຫົວ​ຂອງ​ເພິ່ນ, ເພິ່ນ​ຈຶ່ງ​ຟ້າວ​ກັບ​ຄືນ​ໄປ​ເມືອງ​ເຊົາ​ເລັກ. ແລະ ເມື່ອ​ໄດ້​ຍິນ​ປະ​ທານ​ຮີ​ເບີ ຊີ ຄິມ​ໂບ ເອີ້ນ​ອາ​ສາ​ສະ​ໝັກ​ຕື່ມ, ແຮັງສ໌​ໄດ້​ອອກ​ເດີນ​ທາງ​ໄປ​ໃນ​ມື້​ຕໍ່​ມາ, ຄົນ​ດຽວ, ສູ່​ການ​ກູ້​ໄພ. ໂດຍ​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ, ເພິ່ນ​ກໍ​ໄດ້​ຕາມ​ຜູ້​ກູ້​ໄພ​ຄົນ​ອື່ນໆ​ທັນ​ລະ​ຫວ່າງ​ທາງ ແລະ ເມື່ອ​ກຳ​ລັງ​ໄປ​ຮອດ​ຄະ​ນະ​ມາ​ຕິນ, ແຮັງສ໌​ຈື່​ໄດ້​ວ່າ, “ສາຍ​ຕາ​ທີ່​ສົບ​ກັບ​ຂ້າ​ພະ​ເຈົ້າ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ເຂົາ​ເຈົ້າ​ນັ້ນ ຈະ​ບໍ່​ມີ​ວັນ​ສາ​ມາດ​ຖືກ​ລຶບ​ອອກ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ຂ້າ​ພະ​ເຈົ້າ​ໄດ້ … [ແລະ] ມັນ​ພຽງ​ພໍ​ທີ່​ຈະ​ສຳ​ຜັດ​ຈິດ​ໃຈ​ທີ່​ແຂງ​ກະ​ດ້າງ​ທີ່​ສຸດ.”4

ເອ​ຟະ​ຣາ​ອີມ ແຮັງສ໌ ໄດ້​ໃຊ້​ເວ​ລາ​ຫລາຍ​ມື້ ຍ້າຍ​ຈາກ​ເຕັ້ນ​ໜຶ່ງ​ໄປ​ຍັງ​ອີກ​ເຕັ້ນ​ໜຶ່ງ ເພື່ອ​ໃຫ້​ພອນ​ແກ່​ຄົນ​ທີ່​ເຈັບ​ປ່ວຍ. ເພິ່ນ​ເລົ່າ​ວ່າ “ໃນ​ບາງ​ກໍ​ລະ​ນີ, ເມື່ອ​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ປ່ວຍ, ແລະ ຫ້າມ​ພະ​ຍາດ​ຕ່າງໆ​ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຜູ້​ທີ່​ທົນ​ທຸກ​ກໍ​ຈະ​ຮວບ​ຮວມ​ກຳ​ລັງ​ຂຶ້ນ​ບາດ​ດຽວ; ເຂົາ​ເຈົ້າ​ຫາຍ​ດີ​ເກືອບ​ຈະ​ໂດຍ​ທັນ​ທີ.”5 ເອ​ຟະ​ຣາ​ອີມ ແຮັງສ໌ ຈະ​ເປັນ​ວິ​ລະ​ຊົນ​ຕະ​ຫລອດ​ໄປ​ສຳ​ລັບ​ຜູ້​ບຸກ​ເບີກ​ລໍ້​ລາກ.

ເຊັ່ນ​ດຽວ​ກັບ​ການ​ຊ່ວຍ​ເຫລືອ​ອັນ​ໜ້າ​ປະ​ຫລາດ, ເຫດ​ການ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຮົາ ແລະ ແມ່ນ​ແຕ່​ເສັ້ນ​ທາງ​ແຫ່ງ​ປະ​ຫວັດ​ສາດ ມັກ​ເປັນ​ຜົນ​ມາ​ຈາກ​ການ​ຕັດ​ສິນ​ໃຈ ແລະ ຄວາມ​ສຳ​ເລັດ​ຂອງ​ຊາຍ ແລະ ຍິງ​ແຕ່​ລະ​ຄົນ—ນັກ​ສິ​ລະ​ປະ, ນັກ​ວິ​ທະ​ຍາ​ສາດ, ຜູ້​ນຳ​ທຸ​ລະ​ກິດ, ແລະ ນັກ​ການ​ເມືອງ​ຜູ້​ຍິ່ງ​ໃຫຍ່. ບຸກ​ຄົນ​ທີ່​ພິ​ເສດ​ເຫລົ່າ​ນີ້ ມັກ​ຈະ​ໄດ້​ຮັບ​ກຽດ​ວ່າ​ເປັນ​ວິ​ລະ​ຊົນ, ພ້ອມ​ດ້ວຍ​ອາ​ນຸ​ສາ​ວະ​ລີ ແລະ ອາ​ນຸ​ສອນ​ສະ​ຖານ​ທີ່​ຖືກ​ສ້າງ​ຂຶ້ນ​ເພື່ອ​ລະ​ນຶກ​ເຖິງ​ການ​ກະ​ທຳ​ຂອງ​ພວກ​ເພິ່ນ.

ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ​ຢູ່​ນັ້ນ, ວິ​ລະ​ຊົນ​ຜູ້​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ກິ​ລາ. ຄວາມ​ຊົງ​ຈຳ​ແລກ​ສຸດ​ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ການ​ສະ​ສົມ ບັດ​ເບສ​ບານ ທີ່​ມີ​ຮູບ​ພາບ ແລະ ສະ​ຖິ​ຕິ​ຂອງ​ນັກ​ຫລິ້ນ​ເບສ​ບານ​ເມ​ເຈີ​ລີກ. “ການ​ບູ​ຊາ​ວິ​ລະ​ຊົນ” ເມື່ອ​ຕອນ​ຍັງ​ເປັນ​ເດັກ​ນ້ອຍ​ອາດ​ເປັນ​ເລື່ອງ​ມ່ວນ​ຊື່ນ ແລະ ໄຮ້​ດຽງ​ສາ, ເໝືອນ​ດັ່ງ​ຕອນ​ທີ່​ເດັກ​ນ້ອຍ​ແຕ່ງ​ຕົວ​ເປັນ​ຍອດ​ມະ​ນຸດ​ທີ່​ຕົນ​ມັກ​ທີ່​ສຸດ​ສຳ​ລັບ​ວັນ​ຮາ​ໂລ​ວີນ. ເຖິງ​ແມ່ນ​ວ່າ ເຮົາ​ຈະ​ຊື່ນ​ຊົມ ແລະ ເຄົາ​ລົບ​ຊາຍ ແລະ ຍິງ​ຫລາຍໆ​ຄົນ​ທີ່​ມີ​ພອນ​ສະ​ຫວັນ ແລະ ໂດດ​ເດັ່ນ​ສຳ​ລັບ​ຄວາມ​ສາ​ມາດ ແລະ ຜົນ​ງານ​ຂອງ​ເຂົາ​ເຈົ້າ, ລະ​ດັບ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ເທີດ​ທູນ​ນັ້ນ, ຫາກ​ໄດ້​ຮັບ​ຫລາຍ​ເກີນ​ໄປ, ອາດ​ມີ​ຄ່າ​ເທົ່າ​ກັບ​ລູກ​ຫລານ​ຊາວ​ອິດ​ສະ​ຣາ​ເອນ​ກຳ​ລັງ​ຂາບ​ໄຫວ້​ບູ​ຊາ​ງົວ​ຄຳ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຊີ​ນາຍ.

ໃນ​ຖາ​ນະ​ຜູ້​ໃຫຍ່, ສິ່ງ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ຄວາມ​ມ່ວນ​ຊື່ນ​ໃນ​ໄວ​ເດັກ​ທີ່​ໄຮ້​ດຽງ​ສາ ສາ​ມາດ​ກາຍ​ເປັນ​ອຸ​ປະ​ສັກ​ທີ່​ເຮັດ​ໃຫ້​ຕຳ​ສະ​ດຸດ ເມື່ອ “ການ​ບູ​ຊາ​ວິ​ລະ​ຊົນ” ຂອງ​ນັກ​ການ​ເມືອງ, ນັກ​ຂຽນ​ບລ໊ອກ, ຜູ້​ມີ​ອິດ​ທິ​ພົນ, ນັກ​ກິ​ລາ, ຫລື ນັກ​ດົນ​ຕີ ເປັນ​ເຫດ​ໃຫ້​ເຮົາ​ເບິ່ງ “ຂ້າມ​ເຄື່ອງ​ໝາຍ”6 ແລະ ລະ​ສາຍ​ຕາ​ຈາກ​ສິ່ງ​ທີ່​ສຳ​ຄັນ​ຢ່າງ​ແທ້​ຈິງ.

ສຳ​ລັບ​ລູກ​ຫລານ​ຊາວ​ອິດ​ສະ​ຣາ​ເອນ​ແລ້ວ, ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຄຳ​ທີ່​ພວກ​ເຂົາ​ເອົາ​ມາ​ນຳ​ໃນ​ການ​ເດີນ​ທາງ​ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ ແຕ່​ແທນ​ທີ່​ແລ້ວ ແມ່ນ​ສິ່ງ​ທີ່​ພວກ​ເຂົາ​ໃຫ້​ຄຳ​ເປັນ: ຮູບ​ບູ​ຊາ, ຊຶ່ງ​ໄດ້​ກາຍ​ເປັນ​ວັດ​ຖຸ​ແຫ່ງ​ການ​ຂາບ​ໄຫວ້​ບູ​ຊາ​ຂອງ​ພວກ​ເຂົາ, ໂດຍ​ຫັນ​ຄວາມ​ສົນ​ໃຈ​ຂອງ​ພວກ​ເຂົາ​ອອກ​ຈາກ​ພຣະ​ເຢ​ໂຮ​ວາ, ຜູ້​ຊົງ​ແຍກ​ທະ​ເລ​ແດງ ແລະ ປົດ​ປ່ອຍ​ພວກ​ເຂົາ​ຈາກ​ຄວາມ​ເປັນ​ທາດ. ການ​ສຸມ​ໃຈ​ໃສ່​ງົວ​ຂອງ​ພວກ​ເຂົາ ໄດ້​ກະ​ທົບ​ຕໍ່​ຄວາມ​ສາ​ມາດ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ອົງ​ທ່ຽງ​ແທ້.7

ວິ​ລະ​ຊົນ ດຽວ—ວິ​ລະ​ຊົນ​ຂອງ​ເຮົາ, ໃນ​ເວ​ລາ​ນີ້ ແລະ ຕະ​ຫລອດ​ການ, ແມ່ນ ພຣະ​ເຢ​ຊູ​ຄຣິດ, ແລະ ສິ່ງ​ໃດ​ກໍ​ຕາມ ຫລື ຜູ້​ໃດ​ກໍ​ຕາມ​ທີ່​ລົບ​ກວນ​ເຮົາ​ຈາກ​ຄຳ​ສອນ​ຂອງ​ພຣະ​ອົງ, ດັ່ງ​ທີ່​ໄດ້​ພົບ​ໃນ​ພຣະ​ຄຳ​ພີ ແລະ ຜ່ານ​ທາງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ສາ​ມາດ​ສົ່ງ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໄດ້. ກ່ອນ​ການ​ນິ​ລະ​ມິດ​ສ້າງ​ໂລກ, ເຮົາ​ໄດ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ແຜນ​ທີ່​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ໄດ້​ສະ​ເໜີ, ຊຶ່ງ​ລວມ​ທັງ​ໂອ​ກາດ​ຂອງ​ເຮົາ​ທີ່​ຈະ​ກ້າວ​ໜ້າ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ກຳ​ລັງ​ຖືກ​ທ້າ​ທາຍ.

ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ເປັນ​ພຽງ​ແຕ່​ຜູ້​ນຳ​ໃນ​ການ​ປົກ​ປ້ອງ​ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ພຣະ​ອົງ​ຍັງ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ຕິ​ບັດ​ຕາມ​ແຜນ​ນັ້ນ. ພຣະ​ອົງ​ໄດ້​ຕອບ​ຮັບ​ພຣະ​ບິ​ດາ ແລະ ອາ​ສາ​ສະ​ໝັກ​ທີ່​ຈະ​ຖວາຍ​ພຣະ​ອົງ​ເອງ​ເພື່ອ​ເປັນ “ຄ່າ​ໄຖ່​ມະ​ນຸດ​ສະ​ໂລກ​ທຸກ​ຄົນ,”8 ເພື່ອ​ຊຳ​ລະ​ໜີ້​ທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ສ້າງ​ໄວ້ ຜ່ານ​ທາງ​ບາບ ແຕ່​ບໍ່​ສາ​ມາດ​ຈ່າຍ​ໄດ້​ດ້ວຍ​ຕົນ​ເອງ.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ, “[ພຣະ​ເຢ​ຊູ​ຄຣິດ] ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ຕໍ່​ການ​ເດີນ​ທາງ​ຂອງ​ເຮົາ ຜ່ານ​ທາງ​ຄວາມ​ເປັນ​ມະ​ຕະ ເພື່ອ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ລະ​ບຸ​ຢູ່​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.”9

ໃນ​ສວນ​ເຄັດ​ເຊ​ມາ​ເນ, ເມື່ອ​ປະ​ເຊີນ​ກັບ​ວຽກ​ງານ​ອັນ​ລົ້ນ​ເຫລືອ​ເຊັ່ນ​ນັ້ນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຢ່າງ​ກ້າ​ຫານ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເຈົ້າ​ເທີ້ນ” ແລະ ສືບ​ຕໍ່​ທີ່​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ການ​ບາບ​ຂອງ​ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ​ຢູ່.10 ໃນ​ການ​ກະ​ທຳ​ທີ່​ດີ​ພ້ອມ​ຂອງ​ການ​ເຊື່ອ​ຟັງ ແລະ ການ​ຜູກ​ມັດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສຳ​ເລັດ​ການ​ກະ​ທຳ​ທີ່​ສູງ​ສຸດ ແລະ ເກັ່ງ​ກ້າ ທີ່​ສຸດ ໃນ​ການ​ເນ​ລະ​ມິດ​ສ້າງ​ທັງ​ໝົດ, ໂດຍ​ໄປ​ເຖິງ​ຈຸດ​ສູງ​ສຸດ​ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ອົງ.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ລ່າ​ສຸດ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຢໍ້າ​ເຕືອນ​ເຮົາ​ວ່າ: “ບໍ່​ວ່າ​ທ່ານ​ຈະ​ມີ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ກໍ​ຕາມ, ທ່ານ​ຈະ​ພົບ​ຄຳ​ຕອບ​ຢູ່​ໃນ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ. ຈົ່ງ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຄວາມ​ຮັກ​ຂອງ​ພຣະ​ອົງ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ປິ່ນ​ປົວ ແລະ ຄວາມ​ກ້າວ​ໜ້າ ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຈົ່ງ​ຫັນ​ມາ​ຫາ​ພຣະ​ອົງ! ຈົ່ງ​ຕິດ​ຕາມ​ພຣະ​ອົງ!”11 ແລະ ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ວ່າ, “ຈົ່ງ​ເລືອກ​ພຣະ​ອົງ.”

ໃນ​ໂລກ​ທີ່​ຊັບ​ຊ້ອນ​ຂອງ​ເຮົາ, ມັນ​ອາດ​ເປັນ​ຕາ​ໜ້າ​ດຶງ​ດູດ​ໃຈ​ທີ່​ຈະ​ຫັນ​ໄປ​ຫາ​ວິ​ລະ​ຊົນ​ຂອງ​ສັງ​ຄົມ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແກ່​ຊີ​ວິດ ເມື່ອ​ມັນ​ອາດ​ເບິ່ງ​ຄື​ວ່າ​ສັບ​ສົນ ຫລື ຖ້ວມ​ທົ້ນ. ເຮົາ​ຊື້​ເສື້ອ​ຜ້າ​ທີ່​ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ, ເຮົາ​ຍອມ​ຮັບ​ການ​ເມືອງ​ທີ່​ເຂົາ​ເຈົ້າ​ໜຸນ​ຫລັງ, ແລະ ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳ​ທີ່​ເຂົາ​ເຈົ້າ​ແບ່ງ​ປັນ​ໃນ​ສື່​ສັງ​ຄົມ. ນີ້​ອາດ​ເປັນ​ເລື່ອງ​ປົກ​ກະ​ຕິ​ສຳ​ລັບ​ການ​ຫັນ​ປ່ຽນ​ຊົ່ວ​ຄາວ, ແຕ່​ເຮົາ​ຕ້ອງ​ລະ​ວັງ​ວ່າ ການ​ບູ​ຊາ​ວິ​ລະ​ຊົນ​ໃນ​ຮູບ​ແບບ​ນີ້ ຈະ​ບໍ່​ກາຍ​ເປັນ​ງົວ​ຄຳ​ຂອງ​ເຮົາ. ການ​ເລືອກ​ວິ​ລະ​ຊົນ​ທີ່​ຖືກ​ຕ້ອງ ມີ​ຜົນ​ສະ​ທ້ອນ​ທີ່​ນິ​ລັນ​ດອນ.

ເມື່ອ​ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ໄປ​ຮອດ​ປະ​ເທດ​ສະ​ເປນ ເພື່ອ​ເລີ່ມ​ຕົ້ນ​ການ​ຮັບ​ໃຊ້​ຂອງ​ພວກ​ເຮົາ​ໃນ​ຖາ​ນະ​ຜູ້​ນຳ​ເຜີຍ​ແຜ່, ພວກ​ເຮົາ​ໄດ້​ພົບ​ຄຳ​ເວົ້າ​ທີ່​ຖືກ​ໃສ່​ກອບ​ທີ່​ແບ່ງ​ປັນ​ໂດຍ ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ທີ່​ກ່ຽວ​ຂ້ອງ​ກັບ​ວິ​ລະ​ຊົນ​ທີ່​ພວກ​ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ. ເພິ່ນ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ທ່ານ​ບໍ່​ໄດ້​ເລືອກ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກ່ອນ, ທ້າຍ​ທີ່​ສຸດ ມັນ​ຈະ​ບໍ່​ຕ່າງ​ຫຍັງ​ກັນ​ເລີຍ ບໍ່​ວ່າ​ທ່ານ​ໄດ້​ເລືອກ​ສິ່ງ​ໃດ​ແທນ.”12 ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ແມ່ນ​ໂດຍ​ການ​ເລືອກ​ພຣະ​ເຢ​ຊູ​ຄຣິດ, ກະ​ສັດ​ຂອງ​ບັນ​ດາ​ກະ​ສັດ​ທັງ​ຫລາຍ, ເຮົາ​ກໍ​ເລືອກ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ຕົວ​ເລືອກ ອື່ນ​ໃດ ແມ່ນ​ທຽບ​ເທົ່າ​ກັບ​ການ​ເລືອກ​ແຂນ​ຂອງ​ເນື້ອ​ໜັງ, ຫລື ງົວ​ຄຳ, ແລະ ມັນ​ຈະ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ໃນ​ທີ່​ສຸດ.

ໃນ​ພຣະ​ຄຳ​ພີ​ເດີມ ພຣະ​ທຳ​ດາ​ນີ​ເອນ, ເຮົາ​ໄດ້​ອ່ານ​ເລື່ອງ​ລາວ​ຂອງ​ຊັດ​ຣາກ, ເມ​ຊາກ, ແລະ ອາ​ເບັດ​ເນ​ໂກ, ຜູ້​ທີ່​ຮູ້​ຈັກ​ຢ່າງ​ຊັດ​ເຈນ​ວ່າ ຄວນ​ເລືອກ​ວິ​ລະ​ຊົນ​ຄົນ​ໃດ—ແລະ ມັນ​ບໍ່​ແມ່ນ​ພະ​ອົງ​ໃດ​ຂອງ​ກະ​ສັດ​ເນ​ບູ​ກາດ​ເນັດ​ຊາ​ເລີຍ. ເຂົາ​ເຈົ້າ​ໄດ້​ປະ​ກາດ​ຢ່າງ​ໝັ້ນ​ໃຈ​ວ່າ:

“ພຣະ​ເຈົ້າ​ອົງ​ທີ່​ພວກ​ຂ້າ​ນ້ອຍ​ຮັບ​ໃຊ້​ຢູ່​ສາ​ມາດ​ຊ່ວຍ​ພວກ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ເຕົາ​ໄຟ. …

“ແຕ່​ເຖິງ​ແມ່ນ​ວ່າ​ພຣະ​ອົງ​ບໍ່​ຊ່ວຍ ກໍ​ຂໍ​ໃຫ້​ທ່ານ​ຮູ້​ໄວ້​ວ່າ​ພວກ​ຂ້າ​ນ້ອຍ​ຈະ​ບໍ່​ຂາບ​ໄຫວ້​ພະ​ຂອງ​ທ່ານ ແລະ ຈະ​ບໍ່​ກົ້ມ​ຂາບ​ຕໍ່​ຮູບ​ປັ້ນ​ເປັນ​ຄຳ.”13

ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ​ວ່າ, “ມີ​ພະ​ຫລາຍ,”14 ແລະ, ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ວ່າ, ມີ​ຫລາຍ​ຄົນ​ທີ່​ຖືກ​ເອີ້ນ​ກັນ​ວ່າ ວິ​ລະ​ຊົນ, ຜູ້​ທີ່​ເຮົາ​ໄດ້​ຮັບ​ເຊີນ​ໃຫ້​ກົ້ມ​ຫົວ​ລົງ, ຂາບ​ໄຫວ້, ແລະ ຍອມ​ຮັບ. ແຕ່​ດັ່ງ​ທີ່​ໝູ່​ສາມ​ຄົນ​ຂອງ​ດາ​ນີ​ເອນ​ຮູ້, ມີ​ພຽງ​ແຕ່​ພຣະ​ເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ ທີ່​ຮັບ​ປະ​ກັນ​ວ່າ​ຈະ​ປົດ​ປ່ອຍ—ເພາະ​ພຣະ​ອົງ​ເຄີຍ​ເຮັດ​ມາ​ແລ້ວ, ແລະ ພຣະ​ອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ຕະ​ຫລອດ​ໄປ.

ສຳ​ລັບ​ເຮົາ​ແລ້ວ ໃນ​ການ​ເດີນ​ທາງ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ມັນ​ບໍ່​ແມ່ນ​ນັກ​ການ​ເມືອງ, ນັກ​ດົນ​ຕີ, ນັກ​ກິ​ລາ, ຫລື ນັກ​ຂຽນ​ບລ໊ອກ ທີ່​ເປັນ​ບັນ​ຫາ, ແຕ່​ແທນ​ທີ່​ແລ້ວ, ແມ່ນ​ການ​ເລືອກ​ທີ່​ຈະ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ເປົ້າ​ຫລັກ​ຂອງ​ຄວາມ​ສົນ​ໃຈ ແລະ ຄວາມ​ສຸມ​ໃຈ, ໃນ​ບ່ອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ເຮົາ​ເລືອກ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ເມື່ອ​ເຮົາ​ເລືອກ​ທີ່​ຈະ​ໃຫ້​ກຽດ​ມື້​ຂອງ​ພຣະ​ອົງ ບໍ່​ວ່າ​ເຮົາ​ຈະ​ຢູ່​ບ້ານ ຫລື ໄປ​ທ່ຽວ​ພັກ​ຜ່ອນ​ກໍ​ຕາມ. ເຮົາ​ເລືອກ​ພຣະ​ອົງ ເມື່ອ​ເຮົາ​ເລືອກ​ພຣະ​ຄຳ​ຂອງ​ພຣະ​ອົງ​ຜ່ານ​ທາງ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ເຮົາ​ເລືອກ​ພຣະ​ອົງ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ຖື​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ, ໃຊ້​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ​ຕໍ່​ການ​ນຳ​ໃຊ້​ຂອງ​ມັນ. ເຮົາ​ເລືອກ​ພຣະ​ອົງ ເມື່ອ​ເຮົາ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ ແລະ ປະ​ຕິ​ເສດ​ທີ່​ຈະ​ຂັດ​ແຍ້ງ​ກັນ, “ໂດຍ​ສະ​ເພາະ ເມື່ອ​ເຮົາ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ.”15

ບໍ່​ມີ​ຜູ້​ນຳ​ຄົນ​ໃດ​ທີ່​ເຄີຍ​ສະ​ແດງ​ຄວາມ​ກ້າ​ຫານ​ຫລາຍ​ໄປ​ກວ່າ, ບໍ່​ມີ​ນັກ​ມະ​ນຸດ​ສະ​ທຳ​ຄົນ​ໃດ​ທີ່​ເຄີຍ​ໃຈ​ດີ​ຫລາຍ​ໄປ​ກວ່າ, ບໍ່​ມີ​ແພດ​ໝໍ​ຄົນ​ໃດ​ທີ່​ເຄີຍ​ປິ່ນ​ປົວ​ພະ​ຍາດ​ຫລາຍ​ໄປ​ກວ່າ, ແລະ ບໍ່​ມີ​ນັກ​ສິ​ລະ​ປະ​ຄົນ​ໃດ​ທີ່​ມີ​ຄວາມ​ຄິດ​ສ້າງ​ສັນ​ຫລາຍ​ໄປ​ກວ່າ​ພຣະ​ເຢ​ຊູ​ຄຣິດ.

ໃນ​ໂລກ​ແຫ່ງ​ວິ​ລະ​ຊົນ, ທີ່​ມີ​ອາ​ນຸ​ສາ​ວະ​ລີ ແລະ ຫໍ​ພິ​ພິດ​ທະ​ພັນ​ທີ່​ອຸ​ທິດ​ແກ່​ການ​ກະ​ທຳ​ຂອງ​ຊາຍ ແລະ ຍິງ​ທີ່​ເປັນ​ມະ​ຕະ, ມີ​ຄົນ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ເໜືອ​ຄົນ​ອື່ນ​ທັງ​ໝົດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ບໍ່​ແມ່ນ​ພຽງ​ແຕ່​ວິ​ລະ​ຊົນ​ຂອງ​ເຮົາ​ເທົ່າ​ນັ້ນ; ພຣະ​ອົງ​ຊົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ກະ​ສັດ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ມະ​ນຸດ​ຊາດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ການ​ສຶກ​ສາ​ທີ່​ອຸ​ທິດ​ແດ່​ຄະ​ນະ​ລໍ້​ລາກ​ວິວ​ລີ ແລະ ມາ​ຕິນ ລວມ​ມີ ລີ​ຣອຍ ອາ ແລະ ແອນ ດັບ​ເບິນ​ຢູ ເຮ​ເຟັນ, Handcarts to Zion: The Story of a Unique Western Migration, 1856–1860 (1960); Rebecca Cornwall and Leonard J. Arrington, Rescue of the 1856 Handcart Companies (1981); Howard K. and Cory W. Bangerter, Tragedy and Triumph: Your Guide to the Rescue of the 1856 Willie and Martin Handcart Companies, 2nd ed. (2006); and Andrew D. Olsen, The Price We Paid: The Extraordinary Story of the Willie and Martin Handcart Pioneers (2006).

  2. Brigham Young, “Remarks,” Deseret News, Oct. 15, 1856, 252.

  3. John Oborn, “Brief History of the Life of John Oborn, Pioneer of 1856,” 2, ໃນ ຄວາມ​ຊົງ​ຈຳ ແລະ ໃນ​ປຶ້ມ​ບັນ​ທຶກ​ປະ​ຈຳ​ວັນ​ຂອງ ຈອນ ໂອ​ບອນ, ປະ​ມານ​ປີ 1862–1901, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ.

  4. ຄຳ​ບັນ​ຍາຍ​ຂອງ ເອ​ຟະ​ຣາ​ອີມ ແຮັງສ໌, ໃນ Andrew Jenson, “Church Emigration,” Contributor, Mar. 1893, 202–3.

  5. ແຮັງສ໌, ໃນ Jenson, “Church Emigration,” 204.

  6. ຢາ​ໂຄບ 4:14.

  7. ເບິ່ງ ອົບ​ພະ​ຍົບ 32.

  8. 1 ຕີ​ໂມ​ທຽວ 2:6; ເບິ່ງ ມັດ​ທາຍ 20:28 ນຳ​ອີກ.

  9. Dallin H. Oaks, “What Has Our Savior Done for Us?,” Liahona, May 2021, 75.

  10. ເບິ່ງ ລູ​ກາ 22:39–44.

  11. Russell M. Nelson, “The Answer Is Always Jesus Christ,” Liahona, May 2023, 127.

  12. ເຊື່ອ​ວ່າ​ເປັນ​ຂອງ​ນັກ​ບວດ​ຊາວ​ອັງ​ກິດ​ຊື່ ວິວ​ລຽມ ລໍ ໃນ​ສັດ​ຕະ​ວັດ​ທີ 18; ອ້າງ​ອີງ​ໃນ Neal A. Maxwell, “Response to a Call,” Ensign, May 1974, 112.

  13. ເບິ່ງ ດາ​ນີ​ເອນ 3:13–18.

  14. 1 ໂກ​ຣິນ​ໂທ 8:5.

  15. Russell M. Nelson, “Peacemakers Needed,” Liahona, May 2023, 98.