ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ

ຄວາມ​ເປັນ​ເພື່ອນ​ສະ​ເໝີ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແມ່ນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ.

ຄຳ​ນຳ

ເມື່ອ​ບໍ່​ດົນ​ມາ​ນີ້, ສາຍ​ຕາ​ຂອງ​ໂລກ​ກິ​ລາ​ໄດ້​ສຸມ​ໃສ່​ການ​ແຂ່ງ​ຂັນ​ກິ​ລາ​ບານ​ເຕະ​ໂລກ​ຍິງ​ປີ 2023 FIFA [ສະ​ຫະ​ພັນ​ບານ​ເຕະ​ນາໆ​ຊາດ] ຊຶ່ງ​ໄດ້​ຈັດ​ຂຶ້ນ​ໂດຍ​ປະ​ເທດ​ອົດ​ສະ​ຕາ​ລີ ແລະ ນູ​ແວນ​ເຊ​ລັງ. ນັກ​ກິ​ລາ​ລະ​ດັບ​ໂລກ​ທີ່​ຄັດ​ຕົວ​ຈາກ​ທີມ​ຊາດ​ຫລາຍ​ກວ່າ 200 ທີມ ຈາກ​ທົ່ວ​ໂລກ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັ້ງ​ໃຈ, ຄວາມ​ອຸ​ທິດ​ຕົນ, ພອນ​ສະ​ຫວັນ, ແລະ ຄວາມ​ເປັນ​ນັກ​ກິ​ລາ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ເຮົາ​ແຂ່ງ​ຂັນ​ກັນ ເພື່ອ​ຊີງ​ກຽດ​ສູງ​ສຸດ​ຂອງ​ໂລກ​ບານ​ເຕະ.

ເຮົາ​ປະ​ຫລາດ​ໃຈ​ກັບ​ນັກ​ສະ​ແດງ​ໃນ​ກິ​ລາ​ຫລາຍ​ປະ​ເພດ ແລະ ສາ​ຂາ​ວິ​ຊາ​ອື່ນໆ ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ງານ​ສິ​ລະ​ປະ​ຂອງ​ເຂົາ​ເຈົ້າ. ເຮົາ​ເວົ້າ​ເຖິງ​ພອນ​ສະ​ຫວັນ ຫລື ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້. ນີ້​ລວມ​ທັງ​ຜູ້​ທີ່​ມີ​ພອນ​ສະ​ຫວັນ​ດ້ານ​ການ​ເຕັ້ນ​ລຳ, ກາຍ​ຍະ​ກຳ, ດົນ​ຕີ, ສິ​ລະ​ປະ, ລະ​ຄອນ, ຄະ​ນິດ​ສາດ, ວິ​ທະ​ຍາ​ສາດ, ແລະ ອື່ນໆ. ບຸກ​ຄົນ​ດັ່ງ​ກ່າວ​ແຕ່​ລະ​ຄົນ​ສະ​ແດງ​ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້ ຊຶ່ງ​ຕໍ່​ມາ​ໄດ້​ຮັບ​ການ​ຂັດ​ເກົາ ແລະ ຊ່ຽນ​ເຫລົາ​ໂດຍ​ການ​ເຮັດ​ວຽກ​ໜັກ, ສຶກ​ສາ, ແລະ ຝຶກ​ຝົນ​ມາ​ຕະ​ຫລອດ. ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້ ຈຶ່ງ​ສ້າງ​ໃຫ້​ເປັນ​ຄົນ​ມີ​ພອນ​ສະ​ຫວັນ.

ການ​ໃຊ້​ຂອງ​ປະ​ທານ​ທາງ​ວິນ​ຍານ

ເມື່ອ​ເບິ່ງ​ຜ່ານ​ແວ່ນ​ຕາ​ພຣະ​ກິດ​ຕິ​ຄຸນ, ພຣະ​ເຈົ້າ​ໄດ້​ປະ​ທານ​ພອນ​ໃຫ້​ລູກໆ​ຂອງ​ພຣະ​ອົງ ດ້ວຍ​ຂອງ​ປະ​ທານ​ທາງວິນ​ຍານ​ຫລາຍ​ຢ່າງ, ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ມີ​ພອນ​ສະ​ຫວັນ​ທາງ​ວິນ​ຍານ. ສະ​ມາ​ຊິກ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ, ຊຶ່ງ​ລວມ​ທັງ​ຂອງ​ປະ​ທານ​ແຫ່ງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຂອງ​ປະ​ທານ​ແຫ່ງ​ສັດ​ທາ​ໃນ​ການ​ປິ່ນ​ປົວ ແລະ ຮັບ​ການ​ປິ່ນ​ປົວ, ຂອງ​ປະ​ທານ​ແຫ່ງ​ການ​ຫລິງ​ເຫັນ, ຂອງ​ປະ​ທານ​ແຫ່ງ​ການ​ຮັບ​ການ​ມະ​ຫັດ​ສະ​ຈັນ, ແລະ ຂອງ​ປະ​ທານ​ແຫ່ງ​ສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້.1 ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ສະ​ແຫວງ​ຫາ​ຂອງ​ປະ​ທານ​ທີ່​ດີ​ທີ່​ສຸດ​ຢ່າງ​ພາກ​ພຽນ, ແມ່ນ​ແຕ່​ຂອງ​ປະ​ທານ​ທາງ​ວິນ​ຍານ. ພຣະ​ອົງ​ປະ​ທານ​ຂອງ​ປະ​ທານ​ທາງ​ວິນ​ຍານ ເພື່ອ​ເປັນ​ພອນ​ໃຫ້​ເຮົາ ແລະ ເພື່ອ​ໃຊ້​ເປັນ​ພອນ​ແກ່​ຄົນ​ອື່ນ.2

ເມື່ອ​ກັບ​ໄປ​ສູ່​ການ​ປຽບ​ທຽບ​ນັກ​ສະ​ແດງ​ທີ່​ມີ​ພອນ​ສະ​ຫວັນ, ມັນ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ວ່າ ຂອງ​ປະ​ທານ​ພຽງ​ຢ່າງ​ດຽວ ບໍ່​ສາ​ມາດ​ສ້າງ​ຜູ້​ຊ່ຽວ​ຊານ​ໄດ້. ເຖິງ​ແມ່ນ​ມີ​ພອນ​ສະ​ຫວັນ​ຕາມ​ທຳ​ມະ​ຊາດ​ທີ່​ບໍ່​ທຳ​ມະ​ດາ, ​ແຕ່​ກໍ​ເປັນ​ຍ້ອນ​ຜ່ານ​ການ​ຝຶກ​ຝົນ ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ເຈັບ​ປວດ ແລະ ເມື່ອຍ​ລ້າ ທີ່​ນັກ​ສະ​ແດງ​ໄດ້​ຂັດ​ເກົາ ແລະ ຊ່ຽນ​ເຫລົາ​ຝີ​ມື​ຂອງ​ຕົນ ​ຈົນ​ກ້າວ​ໄປ​ສູ່​ລະ​ດັບ​ສູງ​ສຸດ​ຂອງ​ສິ​ລະ​ປະ. ແມ່ນ​ແຕ່​ຂອງ​ຂວັນ​ເຫລົ່າ​ນັ້ນ​ທີ່​ໄດ້​ຮັບ ແລະ ແກະ​ກ່ອງ ກໍ​ມັກ​ຈະ​ມາ​ພ້ອມ​ກັບ​ພາ​ສາ​ທີ່​ໜ້າ​ຢ້ານ​ກົວ ທີ່​ວ່າ “ຕ້ອງ​ມີ​ການ​ປະ​ກອບ​ບາງ​ຢ່າງ.”

ເຊັ່ນ​ດຽວ​ກັນ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຊ່ວງ​ການ​ຮຽນ​ຮູ້​ທີ່​ກ່ຽວ​ພັນ​ກັບ​ຂອງ​ປະ​ທານ​ທາງ​ວິນ​ຍານ. ການ​ໃຊ້​ຂອງ​ປະ​ທານ​ທາງ​ວິນ​ຍານ​ຮຽກ​ຮ້ອງ​ການ​ຝຶກ​ຝົນ​ທາງ​ວິນ​ຍານ. “ການ​ມີ​ຄຳ​ແນະ​ນຳ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ຮຽກ​ຮ້ອງ​ວຽກ​ງານ​ທາງ​ວິນ​ຍານ. ວຽກ​ງານ​ນີ້​ແມ່ນ​ລວມ​ທັງ​ການ​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ສະ​ໝ່ຳ​ສະ​​ເໝີ. ມັນ​ຍັງ​ລວມ​ທັງ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນຳ​ອີກ. … ມັນ​ລວມ​ທັງ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ​ຢ່າງ​ມີ​ຄ່າ​ຄວນ.”3

ແມ່ນ​ຫຍັງ​ຄື​ຜົນ​ຂອງ​ການ​ໃຊ້​ຂອງ​ປະ​ທານ​ທາງ​ວິນ​ຍານ? ມັນ​ລວມ​ທັງ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ ທີ່​ຊ່ວຍ​ໃຫ້​ເຮົາ​ປະ​ເຊີນ​ກັບ​ຄວາມ​ຕ້ອງ​ການ​ປະ​ຈຳ​ວັນ ແລະ ສະ​ແດງ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ຈະ​ເຮັດ ແລະ ເວົ້າ ແລະ ພອນ​ແຫ່ງ​ສັນ​ຕິ​ສຸກ ແລະ ການ​ປອບ​ໂຍນ. ເມື່ອ​ເຮົາ​ຟັງ ແລະ ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ ແລະ ຂອບ​ເຂດ​ຂອງ​ເຮົາ ເກີນ​ກວ່າ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ. ຂອງ​ປະ​ທານ​ທາງ​ວິນ​ຍານ​ອັນ​ລ້ຳ​ຄ່າ​ເຫລົ່າ​ນີ້ ຈະ​ຊ່ວຍ​ເຮົາ​ໃນ​ທຸກ​ດ້ານ​ຂອງ​ຊີ​ວິດ​ຂອງ​ເຮົາ.4

ຄວາມ​ເປັນ​ເພື່ອນ​ສະ​ເໝີ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແມ່ນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ.

ຂອງ​ປະ​ທານ​ນີ້​ສຳ​ຄັນ​ເທົ່າ​ໃດ? ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຕອບ​ຄຳ​ຖາມ​ນີ້​ຢ່າງ​ເດັດ​ຂາດ ເມື່ອ​ເພິ່ນ​ກ່າວ​ວ່າ “ແຕ່​ໃນ​ອະ​ນາ​ຄົດ, ມັນ​ເປັນ​ໄປ​ບໍ່​ໄດ້ ທີ່​ເຮົາ​ຈະ​ປອດ​ໄພ​ທາງ​ວິນ​ຍານ, ຖ້າ​ປາດ​ສະ​ຈາກ​ການ​ນຳ​ພາ, ການ​ຊີ້​ນຳ, ການ​ປອບ​ໂຍນ, ແລະ ອິດ​ທິ​ພົນ​ທີ່​ບໍ່​ເຄີຍ​ຂາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”5

ວິ​ທີ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ

ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ຄວາມ​ປາດ​ຖະ​ໜາ​ອັນ​ດຽວ​ກັນ​ກັບ​ຂອງ​ທຸກ​ຄົນ ທີ່​ຈະ​ຮູ້​ວິ​ທີ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ເປັນ​ເລື່ອງ​ສ່ວນ​ຕົວ​ຫລາຍ ແລະ ມາ​ໃນ​ຮູບ​ແບບ​ທີ່​ແຕກ​ຕ່າງ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ທັງ​ບູ​ຮານ ແລະ ປະ​ຈຸ​ບັນ, ໃຫ້​ຄວາມ​ຮູ້​ແຈ້ງ​ແກ່​ເຮົາ ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຮັບ​ເອົາ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຫລັກ​ທຳ​ນຳ​ພາ​ສີ່​ຢ່າງ ທີ່​ອາດ​ຈະ​ຊ່ວຍ​ທ່ານ​ໃນ​ການ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ.

ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ

ທຳ​ອິດ ແມ່ນ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ.6 ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ງານ​ເປີດ​ຊົມ​ພຣະ​ວິ​ຫານ​ໂຕ​ກຽວ. ການ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ເປັນ​ທາງ​ການ​ທີ່​ສົ່ງ​ໄປ​ຍັງ​ສື່ ແລະ ແຂກ​ບຸກ​ຄົນ​ສຳ​ຄັນ ແມ່ນ​ເກີນ​ຄາດ​ໝາຍ. ຫລາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ກັບ​ຜູ້​ພາ​ທ່ຽວ​ຊົມ​ພຣະ​ວິ​ຫານ​ເຫລົ່າ​ນີ້. ບັນ​ດາ​ແຂກ​ທັງ​ຫລາຍ​ຮູ້​ສຶກ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ກັບ​ຄວາມ​ງາມ​ຂອງ​ພຣະ​ວິ​ຫານ, ລວມ​ທັງ​ລວດ​ລາຍ ແລະ ຮູບ​ແບບ​ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ຍີ່​ປຸ່ນ​ດັ້ງ​ເດີມ​ຢ່າງ​ເລິກ​ເຊິ່ງ. ສິ່ງ​ທີ່​ປະ​ທັບ​ໃຈ​ຍິ່ງ​ກວ່າ​ນັ້ນ​ຄື ປະ​ຕິ​ກິ​ລິ​ຍາ​ຂອງ​ແຂກ​ທີ່​ສະ​ແດງ​ອອກ​ດ້ວຍ​ຄວາມ​ເຄົາ​ລົບ ເມື່ອ​ພິ​ທີ​ການ​ຂອງ​ບັນ​ພະ​ບຸ​ລຸດ​ໄດ້​ຖືກ​ອະ​ທິ​ບາຍ​ຢູ່​ໃນ​ຫ້ອງ​ບ່ອນ​ທີ່​ພິ​ທີ​ການ​ຈະ​ຖືກ​ຈັດ​ຂຶ້ນ. ແຕ່​ທີ່​ໜ້າ​ສະ​ເທືອນ​ໃຈ​ທີ່​ສຸດ​ຄື​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ.

ຊ່ວງ​ເວ​ລາ​ໜຶ່ງ​ກັບ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຜູ້​ມີ​ຊື່​ສຽງ ຍັງ​ຄົງ​ຝັງ​ແໜ້ນ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ຫລັງ​ຈາກ​ນັ່ງ​ສະ​ມາ​ທິ​ຢ່າງ​ງຽບໆ​ຢູ່​ບຶດ​ໜຶ່ງ​ໃນ​ຫ້ອງ​ຊັ້ນ​ສູງ, ໂດຍ​ທີ່​ສະ​ເທືອນ​ອາ​ລົມ ແລະ ຊາບ​ຊຶ້ງ​ຢ່າງ​ເລິກ​ເຊິ່ງ, ເພິ່ນ​ໄດ້​ສື່ມ​ໃສ່​ຫູ​ຂ້າ​ພະ​ເຈົ້າ​ວ່າ, “ແມ່ນ​ແຕ່​ອາ​ກາດ​ທີ່​ຂ້ອຍ​ສູດ​ເຂົ້າ​ໃນ​ຫ້ອງ​ນີ້ ກໍ​ຮູ້​ສຶກ​ແຕກ​ຕ່າງ.” ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ເພິ່ນ​ພະ​ຍາ​ຍາມ​ອະ​ທິ​ບາຍ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ວິນ​ຍານ​ສັກ​ສິດ, ຊຶ່ງ, ແນ່​ນອນ, ປະ​ທັບ​ຢູ່​ໃນ​ສະ​ຖານ​ທີ່ ທີ່​ສັກ​ສິດ​ນັ້ນ. ຖ້າ​ທ່ານ​ຫວັງ​ທີ່​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ, ໃຫ້​ໄປ​ຢູ່​ບ່ອນ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ປະ​ທັບ​ຢູ່​ໄດ້​ຢ່າງ​ສະ​ບາຍ.

ພຣະ​ວິ​ຫານ ແລະ ບ້ານ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ ໃນ​ພື້ນ​ທີ່​ອຸ​ທິດ​ດັ່ງ​ກ່າວ​ເຫລົ່າ​ນີ້. ໃນ​ນັ້ນ​ເຮົາ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ພຣະ​ວິນ​ຍານ​ໄດ້​ງ່າຍ. ສະ​ຖານ​ທີ່​ສັກ​ສິດ​ອື່ນໆ ແມ່ນ​ລວມ​ທັງ​ອາ​ຄານ​ປະ​ຊຸມ, ຕຶກ​ຫ້ອງ​ຮຽນ​ສາດ​ສະ​ໜາ ແລະ ສະ​ຖາ​ບັນ, ແລະ ສູນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ສູນ​ນັກ​ທ່ອງ​ທ່ຽວ ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ.

ຢືນ​ຢູ່​ກັບ​ຜູ້​ຄົນ​ທີ່​ບໍ​ລິ​ສຸດ

ທີ​ສອງ, ຢືນ​ຢູ່​ກັບ​ຜູ້​ຄົນ​ທີ່​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ຈະ​ອະ​ທິ​ບາຍ​ຫລັກ​ທຳ​ການ​ນຳ​ພາ​ທີ​ສອງ​ກັບ​ຄວາມ​ຊົງ​ຈຳ​ອີກ​ຢ່າງ​ໜຶ່ງ.

ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຄີຍ​ມີ​ວັນ​ລືມ​ການ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ ທີ່​ຈັດ​ຂຶ້ນ​ໃນ​ສະ​ໜາມ​ກິ​ລາ​ຍອດ​ນິ​ຍົມ​ແຫ່ງ​ໜຶ່ງ. ຕາມ​ປົກ​ກະ​ຕິ​ແລ້ວ ສະ​ໜາມ​ກິ​ລາ​ແຫ່ງ​ນີ້​ຈະ​ເຕັມ​ໄປ​ດ້ວຍ​ແຟນ​ບານ​ທີ່​ສົ່ງ​ສຽງ​ເຊຍ​ທີມ​ບານ​ຂອງ​ຕົນ ແລະ ບາງ​ທີ​ເຍາະ​ເຍີ້ຍ​ທີມ​ຄູ່​ຕໍ່​ສູ້. ແຕ່​ໃນ​ຄືນ​ນັ້ນ, ບັນ​ຍາ​ກາດ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ. ສະ​ໜາມ​ກິ​ລາ​ເຕັມ​ໄປ​ດ້ວຍ​ຄົນ​ໜຸ່ມ​ຫລາຍ​ພັນ​ຄົນ ມາ​ລວມ​ຕົວ​ກັນ​ເພື່ອ​ໃຫ້​ກຽດ ແລະ ລະ​ນຶກ​ເຖິງ​ຊີ​ວິດ​ຂອງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ. ຄວາມ​ຄາ​ລະ​ວະ, ຄວາມ​ງຽບ​ສະ​ຫງົບ, ແລະ ຫົວ​ໃຈ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ ເຮັດ​ໃຫ້​ສະ​ໜາມ​ກິ​ລາ​ເຕັມ​ໄປ​ດ້ວຍ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ຢູ່​ໃນ​ໃບ​ໜ້າ​ຂອງ​ເຂົາ​ເຈົ້າ. ມັນ​ເປັນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ກຳ​ລັງ​ດຳ​ເນີນ​ງານ, ໂດຍ​ຢືນ​ຢັນ​ປະ​ຈັກ​ພະ​ຍານ​ທີ່​ກ່າວ​ເຖິງ​ໂຈ​ເຊັບ ສະ​ມິດ ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ.

ພຣະ​ວິນ​ຍານ​ບໍ່​ສາ​ມາດ​ຖືກ​ຢັບ​ຢັ້ງ​ຈາກ​ການ​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ຂອງ​ຜູ້​ຄົນ​ທີ່​ບໍ​ລິ​ສຸດ. ຖ້າ​ທ່ານ​ຫວັງ​ທີ່​ຈະ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ, ໃຫ້​ຢູ່​ກັບ​ຜູ້​ຄົນ​ທີ່​ພຣະ​ວິນ​ຍານ​ສາ​ມາດ​ປະ​ທັບ​ຢູ່​ໄດ້​ຢ່າງ​ສະ​ບາຍ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ໃນ​ທາງ​ນີ້, “ດ້ວຍ​ວ່າ​ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ປະ​ຊຸມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມ​ກາງ​ພວກ​ເຂົາ​ໃນ​ບ່ອນ​ນັ້ນ​ແຫລະ.”7 ສຳ​ລັບ​ຄົນ​ໜຸ່ມ, ໃຫ້​ພິ​ຈາ​ລະ​ນາ​ການ​ຊຸມ​ນຸມ​ຂອງ​ພວກ​ທ່ານ​ກັບ​ຜູ້​ຄົນ​, ກຸ່ມ ແລະ ຫ້ອງ​ຮຽນ, ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ແລະ ສຳ​ມະ​ນາ, ກິດ​ຈະ​ກຳ​ຫວອດ ແລະ ສະ​ເຕກ—ແມ່ນ​ແຕ່​ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ​ຫວອດ​ທີ່​ບໍ​ລິ​ສຸດ. ເລືອກ​ຢູ່​ກັບ​ຜູ້​ຄົນ ແລະ ສະ​ຖານ​ທີ່ ທີ່​ຊອບ​ທຳ. ຊອກ​ຫາ​ຄວາມ​ເຂັ້ມ​ແຂງ​ໃນ​ກຸ່ມ​ຜູ້​ຄົນ. ຊອກ​ຫາ​ໝູ່​ເພື່ອນ​ທີ່​ດີ. ເປັນ​ໝູ່​ເພື່ອນ​ທີ່​ດີ. ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ແລະ​ກັນ ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ. ຢືນ​ຢູ່​ກັບ​ຜູ້​ຄົນ​ທີ່​ບໍ​ລິ​ສຸດ.

ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທີ່​ສັກ​ສິດ.

ທີ​ສາມ, ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທີ່​ສັກ​ສິດ​ເລື້ອຍໆ ເທົ່າ​ທີ່​ທ່ານ​ຈະ​ສາ​ມາດ​ເຮັດ​ໄດ້. ພຣະ​ຜູ້​ປອບ​ໂຍນ​ຈະ​ແບ່ງ​ປັນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ເມື່ອ​ເຮົາ​ເປັນ​ພະ​ຍານ​ດ້ວຍ​ສຽງ​ຂອງ​ເຮົາ​ສະ​ເໝີ. ພຣະ​ວິນ​ຍານ​ເປັນ​ພະ​ຍານ​ຕໍ່​ຜູ້​ກ່າວ​ປາ​ໄສ ແລະ ຜູ້​ຮັບ​ຟັງ​ດ້ວຍ​ກັນ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ຄັ້ງ​ໜຶ່ງ​ໄດ້​ນັ່ງ​ແທັກ​ຊີ 45 ນາ​ທີ ໃນ​ເມືອງ​ນິວ​ຢອກ. ຫລັງ​ຈາກ​ໄດ້​ສົນ​ທະ​ນາ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ອົບ​ອຸ່ນ​ກັບ​ຄົນ​ຂັບ​ລົດ​ຕະ​ຫລອດ​ການ​ເດີນ​ທາງ​ໄປ​ສະ​ໜາມ​ບິນ, ຂ້າ​ພະ​ເຈົ້າ​ໄດ້​ຈ່າຍ​ເງິນ​ໃຫ້​ລາວ ແລະ ຕຽມ​ອອກ​ຈາກ​ລົດ. ແລ້ວ​ຂ້າ​ພະ​ເຈົ້າ​ນຶກ​ໄດ້​ວ່າ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ໄດ້​ໃຫ້​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ເທື່ອ. ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ສັ້ນໆ, ໂດຍ​ການ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ເຮັດ​ໃຫ້​ນ້ຳ​ຕາ​ໄຫລ​ທັງ​ສອງ​ຄົນ.

ເມື່ອ​ທ່ານ​ສະ​ແຫວງ​ຫາ ແລະ ໃຊ້​ໂອ​ກາດ​ໃນ​ການ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກັບ​ຄົນ​ອື່ນ, ທ່ານ​ຈະ​ສ້າງ​ຊ່ວງ​ເວ​ລາ​ຮັບ​ຮູ້​ພຣະ​ວິນ​ຍານ​ດ້ວຍ​ຕົວ​ທ່ານ​ເອງ.

ຟັງ​ພຣະ​ວິນ​ຍານ​ສັກ​ສິດ

ຫລັກ​ທຳ​ຂໍ້​ສຸດ​ທ້າຍ​ຄື​ການ​ຕັ້ງ​ໃຈ​ຟັງ​ພຣະ​ວິນ​ຍານ​ສັກ​ສິດ. ພຣະ​ອົງ​ສາ​ມາດ​ເປັນ​ເພື່ອນ​ຂອງ​ເຮົາ​ສະ​ເໝີ, ແຕ່​ພຣະ​ອົງ​ກ່າວ​ດ້ວຍ​ນ້ຳ​ສຽງ​ນຸ້ມ​ນວນ ແລະ ງຽບ​ສະ​ຫງົບ. ສາດ​ສະ​ດາ​ເອ​ລີ​ຢາ​ໄດ້​ພົບ​ວ່າ ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ລົມ, ແຜ່ນ​ດິນ​ໄຫວ, ຫລື ໄຟ ແຕ່ “ເປັນ​ສຽງ​ກະ​ຊິບ “ເບົາໆ​ດັງ​ແວ່ວ​ມາ.”8 ມັນ “ບໍ່​ແມ່ນ​ສຽງ​ຟ້າ​ຮ້ອງ,” ແຕ່​ເປັນ​ສຽງ “​ອ່ອນ​ຫວານ​ຂອງ​ຄວາມ​ນິ້ມ​ນວນ​ຢ່າງ​ແຈ່ມ​ແຈ້ງ, ຄ້າຍ​ຄື​ກັບ​ວ່າ​​ເປັນ​ສຽງ​ສື່ມ​ໃສ່​ຫູ,” ແຕ່​ມັນ​ສາ​ມາດ “ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກ​ດວງ.”9

ປະ​ທານ​ບອຍ ເຄ ແພ໊ກ​ເກີ ໄດ້​ກ່າວ​ວ່າ: “ພຣະ​ວິນ​ຍານ​ບໍ່​ໄດ້​ດຶງ​ຄວາມ​ສົນ​ໃຈ​ຂອງ​ເຮົາ ໂດຍ​ການ​ຮ້ອງ​ດັງໆ ຫລື ການ​ສັ່ນ​ຕົວ​ເຮົາ​ດ້ວຍ​ມື​ໜັກໆ. ແຕ່​ເປັນ​ສຽງ​ກະ​ຊິບ. ສຽງ​ນັ້ນ​ສຳ​ຜັດ​ເບົາໆ ຈົນ​ຖ້າ​ເຮົາ​ຫຍຸ້ງ​ຢູ່, ເຮົາ​ອາດ​ຈະ​ບໍ່​ຮູ້​ສຶກ​ເລີຍ.”10 ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ບາງ​ຄັ້ງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແມ່ນ​ແຜ່ວ​ເບົາ​ຫລາຍ, ຫລື ຂ້າ​ພະ​ເຈົ້າ​ຫຍຸ້ງ​ຫລາຍ, ຈົນ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ໄດ້​ຮັບ​ຮູ້​ແທນ​ຂ້າ​ພະ​ເຈົ້າ. ຫລາຍ​ຄັ້ງ​ເມື່ອ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ມາ​ເຖິງ​ຂ້າ​ພະ​ເຈົ້າ​ຜ່ານ​ທາງ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ລີ​ຊາ. ພໍ່​ແມ່ ຫລື ຜູ້​ນຳ​ທີ່​ຊອບ​ທຳ ອາດ​ໄດ້​ຮັບ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ແທນ​ທ່ານ​ເຊັ່ນ​ກັນ.

ສຽງ​ດັງ, ສຽງ​ອຶກ​ກະ​ທຶກ, ການ​ຂັດ​ແຍ້ງ​ທີ່​ແຜ່​ຜາຍ​ຢ່າງ​ກວ້າງ​ໄກ​ໃນ​ໂລກ ອາດ​ຄອບ​ງຳ​ຄວາມ​ປະ​ທັບ​ໃຈ​ທີ່​ເບົາໆ ແລະ ສະ​ຫງົບ​ງຽບ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ໃຫ້​ຊອກ​ຫາ​ສະ​ຖານ​ທີ່​ງຽບ​ສະ​ຫງົບ, ສະ​ຖານ​ທີ່​ສັກ​ສິດ ບ່ອນ​ທີ່​ທ່ານ​ຈະ​ສາ​ມາດ​ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ.

ຂໍ້​ຄວນ​ລະ​ວັງ​ບາງ​ຢ່າງ

ເມື່ອ​ທ່ານ​ພິ​ຈາ​ລະ​ນາ​ຫລັກ​ທຳ​ເຫລົ່າ​ນີ້ ເພື່ອ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ພຣະ​ວິນ​ຍານ, ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ໃຫ້​ລະ​ວັງ​ດັ່ງ​ຕໍ່​ໄປ​ນີ້.11

ຢືນ​ຢັນ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ຈະ​ສອດ​ຄ່ອງ​ກັບ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ຕ້ອງ​ແນ່​ໃຈ​ວ່າ​ຄວາມ​ຮູ້​ສຶກ​ທີ່​ທ່ານ​ໄດ້​ຮັບ​ນັ້ນ​ສອດ​ຄ່ອງ​ກັບ​ວຽກ​ງານ​ມອບ​ໝາຍ​ຂອງ​ທ່ານ. ຍົກ​ເວັ້ນ​ແຕ່​ຈະ​ຖືກ​ເອີ້ນ​ຈາກ​ສິດ​ອຳ​ນາດ​ທີ່​ເໝາະ​ສົມ, ຈະ​ບໍ່​ມີ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ ໃຫ້​ທ່ານ​ປຶກ​ສາ ຫລື ແກ້​ໄຂ​ຜູ້​ອື່ນ.

ເລື່ອງ​ທາງ​ວິນ​ຍານ​ບໍ່​ສາ​ມາດ​ບັງ​ຄັບ​ໄດ້. ທ່ານ​ສາ​ມາດ​ປູກ​ຝັງ​ທັດ​ສະ​ນະ​ຄະ​ຕິ ແລະ ສະ​ພາບ​ແວດ​ລ້ອມ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ, ແລະ ທ່ານ​ສາ​ມາດ​ກະ​ກຽມ​ຕົວ​ເອງ, ແຕ່​ທ່ານ​ບໍ່​ສາ​ມາດ​ກຳ​ນົດ​ໄດ້​ວ່າ ການ​ດົນ​ໃຈ​ຈະ​ມາ​ເຖິງ​ໃນ​ວິ​ທີ​ໃດ ແລະ ເມື່ອ​ໃດ. ອົດ​ທົນ ແລະ ໄວ້​ວາງ​ໃຈ​ວ່າ ທ່ານ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ເມື່ອ​ເຖິງ​ເວ​ລາ​ທີ່​ເໝາະ​ສົມ.

ໃຊ້​ການ​ຕັດ​ສິນ​ທີ່​ດີ​ທີ່​ສຸດ​ຂອງ​ທ່ານ​ເອງ. ບາງ​ຄັ້ງ​ເຮົາ​ຕ້ອງ​ການ​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ໃນ​ທຸກ​ສິ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສ່ວນ​ຫລາຍ​ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ໃຊ້​ສະ​ຕິ​ປັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້ ແລະ ປະ​ຕິ​ບັດ​ໃນ​ວິ​ທີ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ເຂົ້າ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ:

“ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ໄດ້​ຮັບ​ການ​ນຳ​ພາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ຄວາມ​ເຂັ້ມ​ແຂງ, ແຕ່​ຕ້ອງ​ມາ​ພ້ອມ​ກັບ​ຄວາມ​ເຂົ້າ​ໃຈ​ທີ່​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປ່ອຍ​ໃຫ້​ເຮົາ​ເລືອກ​ທີ່​ຈະ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເຮົາ​ເອງ. … ບຸກ​ຄົນ​ທີ່​ພະ​ຍາ​ຍາມ​ໂອນ​ການ​ຕັດ​ສິນ​ໃຈ​ທັງ​ໝົດ​ໄປ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຂໍ​ການ​ເປີດ​ເຜີຍ​ໃນ​ທຸກ​ການ​ເລືອກ ບໍ່​ດົນ​ຈະ​ພົບ​ສະ​ຖາ​ນະ​ການ​ທີ່​ພວກ​ເຂົາ​ອະ​ທິ​ຖານ​ຂໍ​ການ​ນຳ​ພາ​ແຕ່​ບໍ່​ໄດ້​ຮັບ. …

“ເຮົາ​ຄວນ​ສຶກ​ສາ​ສິ່ງ​ຕ່າງໆ​ຢູ່​ໃນ​ໃຈ. … ແລ້ວ​ຄວນ​ອະ​ທິ​ຖານ​ຂໍ​ການ​ນຳ​ພາ ແລະ ປະ​ຕິ​ບັດ​ຕາມ​ນັ້ນ. … ຖ້າ​ເຮົາ​ບໍ່​ໄດ້​ຮັບ​ການ​ນຳ​ພາ, ເຮົາ​ຄວນ​ປະ​ຕິ​ບັດ​ຕາມ​ການ​ຕັດ​ສິນ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ.”12

ສະ​ຫລຸບ​ດ້ວຍ​ຄຳ​ເຊື້ອ​ເຊີນ

ໂດຍ​ສະ​ຫລຸບ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄວນ​ເປັນ​ຜູ້​ຄົນ​ຮັກ​ສາ​ພັນ​ທະ​ສັນ​ຍາ ທີ່​ມີ​ພອນ​ສະ​ຫວັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ແຕ່​ລະ​ຄົນ​ຍັງ​ຄົງ​ສະ​ແຫວງ​ຫາ​ທີ່​ຈະ​ໃຊ້​ຂອງ​ປະ​ທານ​ທາງ​ວິນ​ຍານ ແລະ ແລ້ວ​ເຊື້ອ​ເຊີນ ແລະ ຮຽນ​ຮູ້​ທີ່​ຈະ​ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ. ຫລັກ​ທຳ​ຊີ້​ນຳ​ສີ່​ຢ່າງ​ເພື່ອ​ຊ່ວຍ​ເຮົາ​ໃນ​ຄວາມ​ພະ​ຍາ​ຍາມ​ທາງ​ວິນ​ຍານ​ທີ່​ສຳ​ຄັນ​ນີ້​ຄື:

  1. ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ.

  2. ຢືນ​ຢູ່​ກັບ​ຜູ້​ຄົນ​ທີ່​ບໍ​ລິ​ສຸດ.

  3. ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທີ່​ສັກ​ສິດ.

  4. ຟັງ​ພຣະ​ວິນ​ຍານ​ສັກ​ສິດ.

ຄວາມ​ສາ​ມາດ​ຂອງ​ທ່ານ​ໃນ​ການ​ເຊື້ອ​ເຊີນ ແລະ ຮັບ​ຮູ້​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ ຈະ​ພັດ​ທະ​ນາ​ໄປ​ທີ​ລະ​ຂັ້ນ. “ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ພາ​ສາ​ຂອງ​ພຣະ​ວິນ​ຍານ​ຫລາຍ​ຂຶ້ນ​ກໍ​ຄື​ກັນ​ກັບ​ການ​ຮຽນ​ພາ​ສາ​ອື່ນ. ມັນ​ເປັນ​ຂະ​ບວນ​ການ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ ຊຶ່ງ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ ແລະ ອົດ​ທົນ.”13

ກັບ​ຄືນ​ຫາ​ບ່ອນ​ທີ່​ເຮົາ​ເລີ່ມ​ຕົ້ນ, ກະ​ລຸ​ນາ​ຈື່​ຈຳ​ໄວ້​ວ່າ ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທ່ານ​ມີ​ພອນ​ສະ​ຫວັນ. ລອງ​ວາດ​ພາບ​ເຫດ​ການ​ວັນ​ອາ​ທິດ​ຖື​ສິນ​ອົດ​ເຂົ້າ​ທີ່​ຄຸ້ນ​ເຄີຍ​ນີ້, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ເມື່ອ​ບໍ່​ດົນ​ມາ​ນີ້. ເດັກ​ນ້ອຍ​ຄົນ​ໜຶ່ງ, ຢືນ​ຢູ່​ເທິງ​ຕັ່ງ, ເກືອບ​ຫລຽວ​ບໍ່​ເຫັນ​ຜ່ານ​ແທ່ນ​ປາ​ໄສ. ພໍ່​ຂອງ​ນາງ​ຢືນ​ຢູ່​ໃກ້ ເວົ້າ​ຄ່ອຍໆ​ໃຫ້​ກຳ​ລັງ​ໃຈ ສື່ມ​ໃສ່​ຫູ​ໃຫ້​ນາງ​ແບ່ງ​ປັນ​ວ່າ, “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”

ປະ​ຈັກ​ພະ​ຍານ​ຕໍ່​ໄປ ແມ່ນ​ຜູ້​ໃຫຍ່​ໜຸ່ມ​ຄົນ​ໜຶ່ງ ເລີ່ມ​ຕົ້ນ​ກ່າວ​ດ້ວຍ​ສຽງ​ອາຍໆ​ວ່າ, “ຂ້າ​ນ້ອຍ​ຫວັງ​ວ່າ​ຈະ​ມີ​ຄົນ​ສື່ມ​ໃສ່​ຫູ​ແບບ​ນັ້ນ.” ແລ້ວ​ນາງ​ກໍ​ໄດ້​ຮັບ​ການ​ດົນ​ໃຈ​ທັນ​ທີ ແລະ ເປັນ​ພະ​ຍານ​ວ່າ, “ຂ້າ​ນ້ອຍ​ມີ​ບາງ​ຄົນ​ທີ່​ສື່ມ​ໃສ່​ຫູ, ນັ້ນ​ຄື—ພຣະ​ວິນ​ຍານ​ບໍ​ລິ​ສຸດ!”

ຂ້າ​ພະ​ເຈົ້າ​ຂໍ​ປິດ​ທ້າຍ​ດ້ວຍ​ຄຳ​ເຊື້ອ​ເຊີນ ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ທຸກ​ຄົນ! ພວກ​ທ່ານ​ຫລາຍ​ຄົນ​ເລີ່ມ​ຕົ້ນ​ມື້​ໃຫມ່​ຂອງ​ທ່ານ​ດ້ວຍ​ການ​ຢືນ​ຢູ່​ໜ້າ​ແວ່ນ. ມື້​ອື່ນ, ອາ​ທິດ​ນີ້, ປີ​ນີ້, ແລະ ຕະ​ຫລອດ​ໄປ, ໃຫ້​ຢຸດ​ບຶດ​ໜຶ່ງ ຂະ​ນະ​ທີ່​ທ່ານ​ຫລຽວ​ເບິ່ງ​ຕົວ​ເອງ​ໃນ​ແວ່ນ. ຄິດ​ກັບ​ຕົວ​ເອງ, ຫລື ເວົ້າ​ອອກ​ສຽງ​ຖ້າ​ຫາກ​ທ່ານ​ຕ້ອງ​ການ, “ວາວ, ເບິ່ງ​ເຮົາ​ແມ! ເຮົາ​ສຸດ​ຍອດ! ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ! ພຣະ​ອົງ​ຮູ້​ຈັກ​ເຮົາ! ພຣະ​ອົງ​ຮັກ​ເຮົາ! ເຮົາ​ມີ​ພອນ​ສະ​ຫວັນ—ໄດ້​ຮັບ​ຂອງ​ປະ​ທານ​ໂດຍ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ສະ​ເໝີ!”

ຂ້າ​ພະ​ເຈົ້າ​ຂໍ​ເພີ່ມ​ປະ​ຈັກ​ພະ​ຍານ​ກັບ​ທ່ານ, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ມີ​ພອນ​ສະ​ຫວັນ, ເຖິງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພວກ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.