ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເດີນ​ໄປ​ໃນ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເດີນ​ໄປ​ໃນ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຄຣິດ

ຜູ້​ທີ່​ເຄີຍ​ຟົກ​ຊ້ຳ ແລະ ແຕກ​ຫັກ​ເພື່ອ​ເຮົາ​ຈະ​ອະ​ນຸ​ຍາດ​ໃຫ້​ຄວາມ​ເປັນ​ມະ​ຕະ​ເຮັດ​ວຽກ​ງານ​ຂອງ​ມັນ​ໃນ​ຕົວ​ເຮົາ, ແຕ່​ພຣະ​ອົງ​ຈະ​ບໍ່​ຂໍ​ໃຫ້​ເຮົາ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ເຫລົ່າ​ນັ້ນ​ດ້ວຍ​ຕົວ​ຄົນ​ດຽວ.

ຂ້າ​ພະ​ເຈົ້າ​ໄດ້​ຖືກ​ແນະ​ນຳ​ໃຫ້​ຮູ້​ຈັກ​ກັບ​ເສັ້ນ​ທາງ​ໃນ​ອິດ​ສະ​ຣາ​ເອນ ໂດຍ ອີ​ລານ ເພື່ອນ​ທີ່​ດີ​ຄົນ​ໜຶ່ງ. “ມັນ​ຊື່​ວ່າ ເສັ້ນ​ທາງ​ພຣະ​ເຢ​ຊູ,” ລາວ​ເວົ້າ, “ເພາະ​ມັນ​ເປັນ​ເສັ້ນ​ທາງ​ຈາກ​ເມືອງ​ນາ​ຊາ​ເຣັດ​ໄປ​ຫາ​ເມືອງ​ກາ​ເປ​ນາ​ອູມ ທີ່​ຫລາຍ​ຄົນ​ເຊື່ອ​ວ່າ​ພຣະ​ເຢ​ຊູ​ໄດ້​ເດີນ​ໄປ.” ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທັນ​ທີ ແລະ ຢາກ​ຈະ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ນັ້ນ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ເລີ່ມ​ວາງ​ແຜນ​ໄປ​ປະ​ເທດ​ອິດ​ສະ​ຣາ​ເອນ.

ຫົກ​ອາ​ທິດ​ກ່ອນ​ການ​ເດີນ​ທາງ, ຂ້າ​ພະ​ເຈົ້າ​ຂໍ້​ຕີນ​ຫັກ. ສາ​ມີ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ກ່ຽວ​ກັບ​ອາ​ການ​ບາດ​ເຈັບ; ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກັງ​ວົນ​ທີ່​ສຸດ​ຄື ຂ້າ​ພະ​ເຈົ້າ​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ພຣະ​ເຢ​ຊູ ພາຍ​ໃນ​ໜຶ່ງ​ເດືອນ​ຈາກ​ນັ້ນ​ໄດ້​ແນວ​ໃດ. ຂ້າ​ພະ​ເຈົ້າ​ມີ​ລັກ​ສະ​ນະ​ເປັນ​ຄົນ​ດື້​ດຶງ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຍົກ​ເລີກ​ປີ້​ຍົນ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ໄດ້​ພົບ​ກັບ​ຜູ້​ນຳ​ທາງ​ຊາວ​ອິດ​ສະ​ຣາ​ເອນ​ຂອງ​ພວກ​ເຮົາ ໃນ​ເຊົ້າ​ຂອງ​ເດືອນ​ມິ​ຖຸ​ນາ​ທີ່​ສວຍ​ງາມ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ກະ​ໂດດ​ອອກ​ຈາກ​ລົດ​ຕູ້ ແລະ ແລ້ວ​ໄດ້​ດຶງ​ເອົາ​ໄມ້​ຄ້ຳ ແລະ ລໍ້​ຄ້ຳ​ຫົວ​ເຂົ່າ​ອອກ​ມາ. ນາງ​ມາຍ​ຢາ, ຜູ້​ນຳ​ທາງ​ຂອງ​ພວກ​ເຮົາ, ໄດ້​ຫລຽວ​ເບິ່ງ​ໂກບ​ຂາ​ຂອງ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ເອີ, ຂ້ອຍ​ບໍ່​ຄິດ​ວ່າ​ເຈົ້າ​ສາ​ມາດ​ຍ່າງ​ໄປ​ໃນ​ເສັ້ນ​ທາງ​ໃນ​ສະ​ພາບ​ແບບ​ນັ້ນ​ໄດ້​ດອກ.”

“ອາດ​ຈະ​ບໍ່​ໄດ້,” ຂ້າ​ພະ​ເຈົ້າ​ຕອບ. “ແຕ່​ບໍ່​ມີ​ຫຍັງ​ທີ່​ຂັດ​ຂວາງ​ຂ້ອຍ​ຈາກ​ຄວາມ​ພະ​ຍາ​ຍາມ.” ລາວ​ໄດ້​ງຶກ​ຫົວ​ເລັກ​ນ້ອຍ, ແລະ ພວກ​ເຮົາ​ກໍ​ເລີ່ມ​ຕົ້ນ. ຂ້າ​ພະ​ເຈົ້າ​ຮັກ​ລາວ​ເພື່ອ​ສິ່ງ​ນັ້ນ, ເພາະ​ການ​ເຊື່ອ​ວ່າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ເຖິງ​ແມ່ນ​ຂາ​ບໍ່​ດີ​ກໍ​ຕາມ.

ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ທີ່​ສູງ​ຊັນ ແລະ ມີ​ກ້ອນ​ຫີນ​ຊົ່ວ​ໄລ​ຍະ​ໜຶ່ງ​ດ້ວຍ​ຕົວ​ເອງ. ແລ້ວ, ດ້ວຍ​ຄວາມ​ຕັ້ງ​ໃຈ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ນາງ​ມາຍ​ຢາ​ໄດ້​ເອົາ​ເຊືອກ​ນ້ອຍ​ອອກ​ມາ, ຜູກ​ມັນ​ໃສ່​ເຂົາ​ລໍ້​ຂອງ​ຂ້າ​ພະ​ເຈົ້າ, ແລະ ເລີ່ມ​ຕົ້ນ​ດຶງ. ນາງ​ໄດ້​ດຶງ​ຂ້າ​ພະ​ເຈົ້າ​ຂຶ້ນ​ຄ້ອຍ, ຜ່ານ​ສວນ​ໝາກ​ນາວ, ແລະ ແຄມ​ນ້ຳ​ທະ​ເລ​ຄາ​ລີ​ເລ. ໃນ​ທ້າຍ​ຂອງ​ການ​ເດີນ​ທາງ, ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ຜູ້​ນຳ​ທາງ​ທີ່​ແສນ​ດີ​ຂອງ​ຂ້າ​ພະ​ເຈົ້າ, ທີ່​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ປະ​ສົບ​ຄວາມ​ສຳ​ເລັດ​ບາງ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ຄົງ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເອ​ນົກ​ໃຫ້​ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ອົງ, ເອ​ນົກ​ໄດ້​ລັງ​ເລ​ໃຈ.1 ເພິ່ນ​ເປັນ​ພຽງ​ຄົນ​ໜຸ່ມ, ທັງ​ເວົ້າ​ຜ່ຳ. ເພິ່ນ​ຈະ​ເດີນ​ໄປ​ໃນ​ເສັ້ນ​ທາງ​ນັ້ນ ໃນ​ສະ​ພາບ​ຂອງ​ເພິ່ນ​ໄດ້​ແນວ​ໃດ? ເພິ່ນ​ບອດ​ມືດ​ດ້ວຍ​ສິ່ງ​ທີ່​ແຕກ​ຫັກ​ໃນ​ຕົວ​ເພິ່ນ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ສິ່ງ​ທີ່​ຂັດ​ຂວາງ​ເພິ່ນ ແມ່ນ​ລຽບ​ງ່າຍ ແລະ ທັນ​ທີ: “ຈົ່ງ​ເດີນ​ໄປ​ກັບ​ເຮົາ.”2 ເຊັ່ນ​ດຽວ​ກັບ​ເອ​ນົກ, ເຮົາ​ຕ້ອງ​ຈື່​ຈຳ​ວ່າ ຜູ້​ທີ່​ເຄີຍ​ຟົກ​ຊ້ຳ ແລະ ແຕກ​ຫັກ​ເພື່ອ​ເຮົາ3 ຈະ​ອະ​ນຸ​ຍາດ​ໃຫ້​ຄວາມ​ເປັນ​ມະ​ຕະ​ເຮັດ​ວຽກ​ງານ​ຂອງ​ມັນ​ໃນ​ຕົວ​ເຮົາ, ແຕ່​ພຣະ​ອົງ​ຈະ​ບໍ່​ຂໍ​ໃຫ້​ເຮົາ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ເຫລົ່າ​ນັ້ໍນ​ດ້ວຍ​ຕົວ​ຄົນ​ດຽວ.4 ບໍ່​ວ່າ​ເລື່ອງ​ລາວ​ຂອງ​ເຮົາ​ຈະ​ໜັກ​ໜ່ວງ​ພຽງ​ໃດ ຫລື ເສັ້ນ​ທາງ​ໃນ​ປະ​ຈຸ​ບັນ​ຂອງ​ເຮົາ​ຈະ​ຫຍຸ້ງ​ຍາກ​ພຽງ​ໃດ, ພຣະ​ອົງ​ຈະ​ເຊື້ອ​ເຊີນ​ເຮົາ​ໃຫ້​ເດີນ​ໄປ​ກັບ​ພຣະ​ອົງ.5

ລອງ​ຄິດ​ກ່ຽວ​ກັບ​ຊາຍ​ໜຸ່ມ​ທີ່​ຕົກ​ຢູ່​ໃນ​ຄວາມ​ລຳ​ບາກ ຜູ້​ໄດ້​ພົບ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ບ່ອນ​ໜຶ່ງ. ຢາ​ໂຄບ​ໄດ້​ເດີນ​ທາງ​ໄກ​ຈາກ​ບ້ານ. ໃນ​ຄວາມ​ມືດ​ຂອງ​ຄ່ຳ​ຄືນ, ເພິ່ນ​ໄດ້​ຝັນ​ເຫັນ​ບໍ່​ພຽງ​ແຕ່​ຂັ້ນ​ໄດ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ສຳ​ຄັນ​ນຳ​ອີກ, ລວມ​ທັງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເອີ້ນ​ວ່າ ຄຳ​ສັນ​ຍາ​ຫ້າ​ນິ້ວ.6 ໃນ​ຄືນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖິດ​ປະ​ທັບ​ຢູ່​ຄຽງ​ຂ້າງ​ຢາ​ໂຄບ, ແນະ​ນຳ​ພຣະ​ອົງ​ເອງ​ວ່າ​ເປັນ​ພຣະ​ເຈົ້າ​ຂອງ​ບິ​ດາ​ຂອງ​ຢາ​ໂຄບ, ແລະ ແລ້ວ​ໄດ້​ສັນ​ຍາ​ວ່າ:

  • ເຮົາ​ຈະ​ສະ​ຖິດ​ຢູ່​ກັບ​ເຈົ້າ.

  • ເຮົາ​ຈະ​ຮັກ​ສາ​ເຈົ້າ​ໃຫ້​ປອດ​ໄພ.

  • ເຮົາ​ຈະ​ພາ​ເຈົ້າ​ກັບ​ບ້ານ​ອີກ.

  • ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ.

  • ເຮົາ​ຈະ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຮົາ​ທີ່​ໃຫ້​ໄວ້​ກັບ​ເຈົ້າ.7

ຢາ​ໂຄບ​ຕ້ອງ​ໄດ້​ເລືອກ. ເພິ່ນ​ສາ​ມາດ​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ພຽງ​ທຳ​ຄວາມ​ຄຸ້ນ​ເຄີຍ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ບິ​ດາ​ຂອງ​ເພິ່ນ, ຫລື ເພິ່ນ​ສາ​ມາດ​ເລືອກ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສຳ​ພັນ​ທີ່​ຜູກ​ມັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ຫລາຍ​ປີ​ຕໍ່​ມາ, ຢາ​ໂຄບ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ພາຍ​ໃນ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຫລົ່າ​ນັ້ນ: “ພຣະ​ເຈົ້າ … ອົງ​ທີ່​ໄດ້​ຊ່ວຍ​ເຫລືອ​ຂ້ອຍ​ໃນ​ຍາມ​ເດືອດ​ຮ້ອນ, ແລະ ອົງ​ທີ່ ສະ​ຖິດ​ຢູ່​ນຳ​ຂ້ອຍ ໃນ​ບ່ອນ​ທີ່​ຂ້ອຍ​ໄປ.”8 ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ຕໍ່​ຢາ​ໂຄບ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ​ເຮົາ​ແຕ່​ລະ​ຄົນ​ໃນ​ຍາມ​ເດືອດ​ຮ້ອນ ຖ້າ​ຫາກ​ເຮົາ​ເລືອກ​ທີ່​ຈະ​ຜູກ​ຊີ​ວິດ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ເດີນ​ໄປ ກັບ​ເຮົາ ໃນ​ເສັ້ນ​ທາງ.

ເຮົາ​ເອີ້ນ​ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ—ວ່າ​ເປັນ​ເສັ້ນ​ທາງ​ທີ່​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ນຳ​ໄປ​ສູ່​ພັນ​ທະ​ສັນ​ຍາ​ທີ່​ເລິກ​ເຊິ່ງ​ກວ່າ ທີ່​ເຮົາ​ເຮັດ​ໃນ​ພຣະ​ວິ​ຫານ. ບາງ​ທີ​ທ່ານ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ແລະ ຄິດ​ເຖິງ​ຊ່ອງ​ໝາຍ​ຂີດ​ລາຍ​ການ. ບາງ​ທີ​ສິ່ງ​ທີ່​ທ່ານ​ເຫັນ​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເຮັດ​ຕາມ​ເງື່ອນ​ໄຂ. ການ​ຫລຽວ​ເບິ່ງ​ໃກ້ໆ ເຜີຍ​ໃຫ້​ເຫັນ​ບາງ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ຂຶ້ນ. ພັນ​ທະ​ສັນ​ຍາ​ບໍ່​ພຽງ​ແຕ່​ກ່ຽວ​ກັບ​ສັນ​ຍາ​ເທົ່າ​ນັ້ນ, ເຖິງ​ແມ່ນ​ວ່າ​ນັ້ນ​ຈະ​ມີ​ຄວາມ​ສຳ​ຄັນ​ກໍ​ຕາມ. ມັນ​ແມ່ນ​ກ່ຽວ​ກັບ​ຄວາມ​ສຳ​ພັນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ແມ່ນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.”9

ໃຫ້​ຄິດ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານ. ວັນ​ແຕ່ງ​ງານ​ເປັນ​ສິ່ງ​ສຳ​ຄັນ, ແຕ່​ສຳ​ຄັນ​ເທົ່າໆ​ກັນ​ແມ່ນ​ຄວາມ​ສຳ​ພັນ​ທີ່​ສ້າງ​ຂຶ້ນ​ຜ່ານ​ຊີ​ວິດ​ທີ່​ຢູ່​ນຳ​ກັນ​ຫລັງ​ຈາກ​ນັ້ນ. ເຊັ່ນ​ດຽວ​ກັນ​ກໍ​ຈິງ​ກັບ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ເງື່ອນ​ໄຂ​ຖືກ​ກຳ​ນົດ​ໄວ້​ແລ້ວ, ແລະ ຈະ​ມີ​ຄວາມ​ຄາດ​ຫວັງ​ໄປ​ພ້ອມໆ​ກັນ. ແຕ່​ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ມາ ເທົ່າ​ທີ່​ເຮົາ​ຈະ​ສາ​ມາດ​ເຮັດ​ໄດ້, ດ້ວຍ​ຈຸດ​ປະ​ສົງ​ແຫ່ງ​ໃຈ​ເຕັມ​ທີ່, ແລະ “ມຸ້ງ​ໜ້າ”10 ຄຽງ​ຂ້າງ​ໄປ​ກັບ​ພຣະ​ອົງ, ໄວ້​ວາງ​ໃຈ​ວ່າ ພອນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ມີ​ມາ. ພຣະ​ຄຳ​ພີ​ເຕືອນ​ເຮົາ​ວ່າ ສ່ວນ​ຫລາຍ​ພອນ​ເຫລົ່າ​ນັ້ນ​ມັກ​ຈະ​ມີ​ມາ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ ແລະ ໃນ​ວິ​ທີ​ຂອງ​ພຣະ​ອົງ​ເອງ: 38 ປີ,11 12 ປີ,12 ໂດຍ​ທັນ​ທີ.13 ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຕະ​ຫລອດ​ເວ​ລາ.14

ພາ​ລະ​ກິດ​ຂອງ​ພຣະ​ອົງ​ຄື​ຄວາມ​ຖ່ອມ​ຕົວ. ພຣະ​ເຢ​ຊູ​ຄຣິດ​ຈະ​ພົບ​ກັບ​ເຮົາ​ໃນ​ບ່ອນ​ທີ່​ເຮົາ​ຢູ່ ຢ່າງ​ທີ່​ເຮົາ​ເປັນ. ນີ້​ຄື ເຫດ​ຜົນ ຂອງ​ສວນ, ໄມ້​ກາງ​ແຂນ, ແລະ ອຸບ​ມຸງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖືກ​ສົ່ງ​ມາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ.15 ແຕ່​ການ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ຢູ່ ຈະ​ບໍ່​ນຳ​ການ​ປົດ​ປ່ອຍ​ທີ່​ເຮົາ​ສະ​ແຫວງ​ຫາ​ມາ​ໃຫ້​ເຮົາ. ເຊັ່ນ​ດຽວ​ກັບ​ພຣະ​ອົງ​ບໍ່​ໄດ້​ຖິ້ມ​ຢາ​ໂຄບ​ໄວ້​ໃນ​ປ່າ​ບ່ອນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ຖິ້ມ​ເຮົາ​ຄົນ​ໃດ​ຄົນ​ໜຶ່ງ​ໄວ້​ໃນ​ບ່ອນ​ທີ່​ເຮົາ​ຢູ່.

ພາ​ລະ​ກິດ​ຂອງ​ພຣະ​ອົງ​ຄື​ການ​ຂຶ້ນ​ສູງ. ພຣະ​ອົງ​ຈະ​ເຮັດ​ວຽກ​ງານ​ພາຍ​ໃນ​ຕົວ​ເຮົາ16 ເພື່ອ​ຍົກ​ເຮົາ​ຂຶ້ນ​ໄປ​ຍັງ​ບ່ອນ​ຂອງ​ພຣະ​ອົງ ແລະ, ໃນ​ຂະ​ບວນ​ການ​ນັ້ນ, ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຊົງ​ເປັນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ຍົກ​ເຮົາ​ຂຶ້ນ.17 ພຣະ​ອົງ​ຕ້ອງ​ການ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ກາຍ​ເປັນ. ນີ້​ຄື ເຫດ​ຜົນ ຂອງ​ພຣະ​ວິ​ຫານ.

ເຮົາ​ຕ້ອງ​ຈື່​ຈຳ​ວ່າ: ບໍ່​ແມ່ນ​ເສັ້ນ​ທາງ​ຢ່າງ​ດຽວ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ສູງ​ສົ່ງ; ແຕ່​ຄວາມ​ເປັນ​ເພື່ອນ––ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ແລະ ນີ້​ຄື ເຫດ​ຜົນ​ຂອງ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ.

ຕອນ​ຂ້າ​ພະ​ເຈົ້າ​ຢູ່​ປະ​ເທດ​ອິດ​ສະ​ຣາ​ເອນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ກຳ​ແພງ​ຕາ​ເວັນ​ຕົກ. ສຳ​ລັບ​ຊາວ​ຢິວ, ບ່ອນ​ນີ້​ເປັນ​ສະ​ຖານ​ທີ່ ທີ່​ສັກ​ສິດ​ທີ່​ສຸດ​ໃນ​ອິດ​ສະ​ຣາ​ເອນ. ມັນ​ເປັນ​ສິ່ງ​ດຽວ​ທີ່​ເຫລືອ​ຢູ່​ຂອງ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ. ຜູ້​ຄົນ​ສ່ວນ​ໃຫຍ່​ຈະ​ໃສ່​ເສື້ອ​ຜ້າ​ທີ່​ດີ​ທີ່​ສຸດ ເມື່ອ​ມາ​ຢາມ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ນີ້; ການ​ເລືອກ​ເສື້ອ​ຜ້າ​ຂອງ​ເຂົາ​ເຈົ້າ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ອຸ​ທິດ​ຕົນ​ຂອງ​ເຂົາ​ເຈົ້າ​ຕໍ່​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ພຣະ​ເຈົ້າ. ເຂົາ​ເຈົ້າ​ຢ້ຽມ​ຢາມ​ກຳ​ແພງ​ເພື່ອ​ອ່ານ​ພຣະ​ຄຳ​ພີ, ເພື່ອ​ນະ​ມັດ​ສະ​ການ, ແລະ ເພື່ອ​ອະ​ທິ​ຖານ. ການ​ອ້ອນ​ວອນ​ຂໍ​ພຣະ​ວິ​ຫານ​ໃນ​ທ່າມ​ກາງ​ເຂົາ​ເຈົ້າ ໄດ້​ກິນ​ເວ​ລາ​ທຸກ​ມື້​ຂອງ​ເຂົາ​ເຈົ້າ, ທຸກ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ, ໃນ​ຄວາມ​ປາດ​ຖະ​ໜາ​ສຳ​ລັບ​ບ້ານ​ແຫ່ງ​ພັນ​ທະ​ສັນ​ຍາ. ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ຄວາມ​ອຸ​ທິດ​ຕົນ​ຂອງ​ເຂົາ​ເຈົ້າ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ກັບ​ບ້ານ​ຈາກ​ອິດ​ສະ​ຣາ​ເອນ, ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ຟັງ​ການ​ສົນ​ທະ​ນາ​ຢູ່​ອ້ອມ​ຂ້າງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຜູ້​ຄົນ​ຖາມ​ວ່າ, ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ຄວນ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ? ຂ້ອຍ​ຈຶ່ງ​ຕ້ອງ​ເຂົ້າ​ໄປ​ໃນ​ບ້ານ​ເພື່ອ​ເຮັດ​ພັນ​ທະ​ສັນ​ຍາ​ບໍ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ໃສ່​ເສື້ອ​ຜ້າ​ສັກ​ສິດ? ຂ້ອຍ​ຄວນ​ທຸ້ມ​ເທ​ໃນ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ຄຳ​ຕອບ​ສຳ​ລັບ​ຄຳ​ຖາມ​ທີ່​ດີ ແລະ ສຳ​ຄັນ​ເຫລົ່າ​ນີ້​ແມ່ນ​ລຽບ​ງ່າຍ: ມັນ​ຂຶ້ນ​ຢູ່​ກັບ​ຄວາມ​ສຳ​ພັນ​ລະ​ດັບ​ໃດ​ທີ່​ທ່ານ​ຢາກ​ມີ​ກັບ​ພຣະ​ເຢ​ຊູ​ຄຣິດ.18 ເຮົາ​ແຕ່​ລະ​ຄົນ​ຈະ​ຕ້ອງ​ຄົ້ນ​ພົບ​ຄຳ​ຕອບ​ຂອງ​ຕົວ​ເອງ​ຕໍ່​ຄຳ​ຖາມ​ສ່ວນ​ຕົວ​ອັນ​ເລິກ​ເຊິ່ງ​ເຫລົ່າ​ນີ້.

ນີ້​ແມ່ນ​ຂອງ​ຂ້າ​ພະ​ເຈົ້າ: ຂ້າ​ພະ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນ​ທາງ​ນີ້​ໃນ​ຖາ​ນະ​ທິ​ດາ “ທີ່​ຮັກ ຄົນ​ໜຶ່ງ​ຂອງ​ພຣະ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ,”19 ຊຶ່ງ​ເປັນ​ທີ່ ຮູ້​ຈັກ20 ຢ່າງ​ສູງ​ສົ່ງ ແລະ ໄວ້​ວາງ​ໃຈ​ໄດ້ ຢ່າງ​ສຸດ​ຊຶ້ງ.21 ໃນ​ຖາ​ນະ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ, ຂ້າ​ພະ​ເຈົ້າ​ມີ​ສິດ​ໄດ້​ຮັບ​ພອນ​ແຫ່ງ ຄຳ​ສັນ​ຍາ22. ຂ້າ​ພະ​ເຈົ້າ​ໄດ້ ເລືອກ23 ທີ່​ຈະ​ເດີນ​ໄປ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຖືກ ເອີ້ນ24 ໃຫ້​ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ເມື່ອ​ຮູ້​ສຶກ​ໜັກ​ໃຈ​ກັບ​ເສັ້ນ​ທາງ, ຂ້າ​ພະ​ເຈົ້າ​ໄດ້​ຮັບ ຄວາມ​ເຂັ້ມ​ແຂງ25 ດ້ວຍ​ພຣະ​ຄຸນ​ອັນ​ຊົງ​ພະ​ລັງ. ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ຍ່າງ​ຜ່ານ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ປະ​ສົບ​ກັບ​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ທີ່​ເລິກ​ເຊິ່ງ​ຫລາຍ​ຂຶ້ນ​ກັບ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຖືກ​ເຮັດ​ໃຫ້ ບໍ​ລິ​ສຸດ26 ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ27 ດ້ວຍ​ອຳ​ນາດ​ຂອງ​ພຣະ​ອົງ, ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ28 ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ຜ່ານ​ທາງ​ຂະ​ບວນ​ການ​ການ​ກັບ​ໃຈ​ທຸກ​ວັນ ແລະ ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ ແນ່ວ​ແນ່29 ແລະ ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ ຄວາມ​ດີ.30 ຂ້າ​ພະ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນ​ທາງ​ນີ້​ກັບ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ຕັ້ງ​ຕາ​ລໍ​ຄອຍ​ວັນ​ທີ່​ສັນ​ຍາ​ໄວ້ ເມື່ອ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ. ແລ້ວ​ຂ້າ​ພະ​ເຈົ້າ​ຈະ​ໄດ້ ຜະ​ນຶກ​ເຂົ້າ​ກັບ​ພຣະ​ອົງ31 ແລະ ຖືກ​ຍົກ​ຂຶ້ນ​ໃນ​ຖາ​ນະ​ທິ​ດາ​ຜູ້ ບໍ​ລິ​ສຸດ32 ຂອງ​ພຣະ​ເຈົ້າ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ບ້ານ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ໃສ່​ເສື້ອ​ຜ້າ​ສັກ​ສິດ​ເພື່ອ​ເປັນ​ສິ່ງ​ເຕືອນ​ໃຈ​ຕະ​ຫລອດ​ເວ​ລາ.

ນີ້​ຄື​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສຳ​ພັນ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ຜູກ​ມັດ​ກັບ​ພຣະ​ອົງ.

ບາງ​ທີ​ທ່ານ​ກໍ​ຄື​ກັນ. ເລີ່ມ​ຕົ້ນ​ໃນ​ຈຸດ​ທີ່​ທ່ານ​ຢູ່.33 ຢ່າ​ປ່ອຍ​ໃຫ້​ສະ​ພາບ​ຂອງ​ທ່ານ​ຂັດ​ຂວາງ​ທ່ານ. ຈົ່ງ​ຈື່​ຈຳ​ວ່າ, ບາດ​ກ້າວ ຫລື ຕຳ​ແໜ່ງ​ໃນ​ເສັ້ນ​ທາງ ແມ່ນ​ບໍ່​ສຳ​ຄັນ​ເທົ່າ​ກັບ​ຄວາມ​ກ້າວ​ໜ້າ.34 ຂໍ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ທ່ານ​ໄວ້​ວາງ​ໃຈ ຜູ້​ທີ່​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແນະ​ນຳ​ທ່ານ​ໃຫ້​ຮູ້​ຈັກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ເຂົາ​ເຈົ້າ​ຮູ້​ຈັກ. ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ອົງ. ລົງ​ທຶນ​ໃນ​ຄວາມ​ສຳ​ພັນ ໂດຍ​ການ​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ບໍ່​ສຳ​ຄັນ​ວ່າ​ອາ​ຍຸ ຫລື ສະ​ພາບ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ. ທ່ານ​ສາ​ມາດ​ເດີນ​ໄປ​ກັບ​ພຣະ​ອົງ​ໄດ້.

ຫລັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ເດີນ​ໄປ​ຕາມ​ເສັ້ນ​ທາງ​ພຣະ​ເຢ​ຊູ​ແລ້ວ, ນາງ​ມາຍ​ຢາ​ບໍ່​ໄດ້​ເອົາ​ເຊືອກ​ຂອງ​ລາວ​ຄືນ. ລາວ​ປະ​ມັນ​ໄວ້​ກັບ​ລໍ້​ຂອງ​ຂ້າ​ພະ​ເຈົ້າ. ສຳ​ລັບ​ສອງ​ສາມ​ມື້​ຕໍ່​ມາ ຫລານ​ໄວ​ລຸ້ນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ໝູ່​ເພື່ອນ​ຂອງ​ລາວ​ໄດ້​ປ່ຽນ​ຜຽນ​ກັນ​ດຶງ​ຂ້າ​ພະ​ເຈົ້າ​ໄປ​ຕາມ​ທາງ​ຂອງ​ເມືອງ​ເຢ​ຣູ​ຊາ​ເລັມ.35 ເຂົາ​ເຈົ້າ​ເຮັດ​ໃຫ້​ແນ່​ໃຈ​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ພາດ​ເລື່ອງ​ລາວ​ຂອງ​ພຣະ​ເຢ​ຊູ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ຄົນ​ລຸ້ນ​ໃໝ່. ພວກ​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ພວກ​ເຈົ້າ. ພວກ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ແທ້​ຈິງ​ທີ່​ຈະ​ຮູ້​ຈັກ​ຜູ້​ນຳ​ທາງ, ພຣະ​ເຢ​ຊູ​ຄຣິດ. ພວກ​ເຈົ້າ​ໄວ້​ວາງ​ໃຈ​ໃນ​ຄວາມ​ແຂງ​ແກ່ນ​ຂອງ​ເຊືອກ​ທີ່​ຜູກ​ມັດ​ພວກ​ເຮົາ​ໄວ້​ກັບ​ພຣະ​ອົງ. ພວກ​ເຈົ້າ​ມີ​ພອນ​ສະ​ຫວັນ​ພິ​ເສດ​ໃນ​ການ​ເຕົ້າ​ໂຮມ​ຜູ້​ອື່ນ​ໃຫ້​ມາ​ຫາ​ພຣະ​ອົງ.36

ໂຊກ​ດີ​ທີ່, ເຮົາ​ເດີນ​ໄປ​ໃນ​ເສັ້ນ​ທາງ​ນີ້​ນຳ​ກັນ, ເອີ້ນ​ບອກ​ໃຫ້​ກຳ​ລັງ​ໃຈ​ຕະ​ຫລອດ​ເສັ້ນ​ທາງ.37 ເມື່ອ​ເຮົາ​ແບ່ງ​ປັນ​ປະ​ສົບ​ການ​ສ່ວນ​ຕົວ​ຂອງ​ເຮົາ​ກັບ​ພຣະ​ຄຣິດ, ເຮົາ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ອຸ​ທິດ​ສ່ວນ​ຕົວ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຜູ້​ຄົນ​ຂອງ​ເອ​ນົກ​ໄດ້​ຫລົງ​ທາງ, ພວກ​ເຂົາ​ໄດ້​ປະ​ຕິ​ເສດ​ພຣະ​ຄຣິດ, ແລະ ພວກ​ເຂົາ “ໄດ້​ສະ​ແຫວງ​ຫາ​ຄຳ​ແນະ​ນຳ​ຂອງ​ຕົນ​ເອງ​ໃນ​ຄວາມ​ມືດ” (ເບິ່ງ ໂມ​ເຊ 6:27–28). ໃນ​ຊ່ວງ​ເວ​ລາ​ທີ່​ເພິ່ນ​ໄດ້​ສູນ​ເສຍ​ສັດ​ທາ​ໃນ​ມະ​ນຸດ​ຊາດ, ເພິ່ນ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຄຳ​ແນະ​ນຳ. ການ​ເອີ້ນ​ເອ​ນົກ​ເປັນ​ການ​ເອີ້ນ​ດຽວ​ກັນ​ກັບ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ເຮົາ​ທຸກ​ຄົນ​ວ່າ: “ຈົ່ງ​ເດີນ​ໄປ​ກັບ​ເຮົາ” (ໂມ​ເຊ 6:34; ເບິ່ງ ມັດ​ທາຍ 11:28 ນຳ​ອີກ). ແຕ່​ບາງ​ທີ, ເຊັ່ນ​ດຽວ​ກັບ​ເອ​ນົກ, ທ່ານ​ບໍ່​ແນ່​ໃຈ​ຖ້າ​ຫາກ​ວ່າ​ທ່ານ​ສາ​ມາດ​ເດີນ​ຕາມ​ເສັ້ນ​ທາງ​ນີ້​ໃນ​ສະ​ພາບ​ຂອງ​ຕົວ​ເອງ​ໄດ້​ຫລື​ບໍ່. ບາງ​ທີ​ທ່ານ​ຮູ້​ສຶກ​ຖືກ​ຂັດ​ຂວາງ​ໃນ​ທາງ​ໃດ​ທາງ​ໜຶ່ງ. ບາງ​ທີ​ເຫດ​ຜົນ​ແທ້​ຈິງ​ທີ່​ເຮົາ​ຕ້ອງ​ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ເປັນ​ເພາະ​ສະ​ພາບ​ຂອງ​ເຮົາ, ເປັນ​ເພາະ​ເຮົາ​ຖືກ​ຂັດ​ຂວາງ​ໃນ​ທາງ​ໃດ​ທາງ​ໜຶ່ງ ແລະ ເຮົາ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ.

  2. ເບິ່ງ ໂມ​ເຊ 6:23–34.

  3. ເບິ່ງ “Jesus of Nazareth, Savior and King,” Hymns, no. 181.

  4. ເບິ່ງ ອີ​ເທີ 12:27.

  5. ເບິ່ງ ມັດ​ທາຍ 11:28–30.

  6. ພວກ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ຢາກ​ກະ​ຊິບ​ຄຳ​ສັນ​ຍາ​ຫ້າ​ນິ້ວ​ນີ້​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ (ຫລານ​ຂອງ​ຂ້າ​ພະ​ເຈົ້າ) ທຸກ​ເຊົ້າ—ເປັນ​ສິ່ງ​ເຕືອນ​ໃຈ​ເຖິງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ຜູ້​ຮູ້​ຈັກ​ລູກ​ແຕ່​ລະ​ຄົນ​ຂອງ​ພຣະ​ອົງ.

  7. ເບິ່ງ ປະ​ຖົມ​ມະ​ການ 28:10–22. ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ຍັງ​ເປັນ​ຈຸດ​ເນັ້ນ​ສຳ​ຄັນ​ຂອງ​ຄືນ​ນັ້ນ​ເຊັ່ນ​ກັນ. ອົງ​ປະ​ກອບ​ເຫລົ່າ​ນີ້​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ ມີ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: (1) ຄຳ​ສັນ​ຍາ​ເຖິງ​ມໍ​ລະ​ດົກ​ນິ​ລັນ​ດອນ (ຂໍ້​ທີ 13); (2) ລູກ​ຫລານ​ຊົ່ວ​ນິ​ລັນ​ດອນ (ຂໍ້​ທີ 14); ແລະ (3) ພອນ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ອວຍ​ພອນ​ທຸກ​ປະ​ຊາ​ຊາດ​ຂອງ​ແຜ່ນ​ດິນ​ໂລກ (ຂໍ້​ທີ 14).

  8. ປະ​ຖົມ​ມະ​ການ 35:3; ເນັ້ນ​ຄຳ​ເນີ້ງ. ບິ​ດາ​ມານ​ດາ​ຂອງ​ຢາ​ໂຄບ​ໄດ້​ຊີ້​ນຳ​ໃຫ້​ເພິ່ນ​ໜີ​ຈາກ​ບ້ານ ເພື່ອ​ໃຫ້​ຢູ່​ຫ່າງໆ​ຈາກ​ເອ​ຊາວ, ຜູ້​ໄດ້​ເວົ້າ​ຂູ່​ວ່າ​ຈະ​ຂ້າ​ເພິ່ນ, ແລະ ໃຫ້​ມີ​ໂອ​ກາດ​ພົບ​ຄົນ​ທີ່​ເພິ່ນ​ຈະ​ແຕ່ງ​ງານ​ດ້ວຍ​ໃນ​ພັນ​ທະ​ສັນ​ຍາ (ເບິ່ງ ປະ​ຖົມ​ມະ​ການ 27:41–45; 28:1–2, 5).

  9. Russell M. Nelson, “The Everlasting Covenant,” Liahona, Oct. 2022, 11.

  10. 2 ນີໄຟ 31:20.

  11. ເບິ່ງ ໂຢ​ຮັນ 5:5, ເລື່ອງ​ລາວ​ຂອງ​ສະ​ນ້ຳ​ເບັດ​ຊະ​ທາ.

  12. ເບິ່ງ ມາ​ຣະ​ໂກ 5:25, ເລື່ອງ​ລາວ​ຂອງ​ຜູ້​ຍິງ​ທີ່​ບາຍ​ເສື້ອ​ຂອງ​ພຣະ​ຄຣິດ.

  13. ເບິ່ງ ມັດ​ທາຍ 14:31, ເລື່ອງ​ລາວ​ຂອງ​ເປ​ໂຕ​ກຳ​ລັງ​ຍ່າງ​ເທິງ​ໜ້າ​ນ້ຳ.

  14. ເບິ່ງ “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  15. ເບິ່ງ 1 ນີ​ໄຟ 11:16–33.

  16. ເບິ່ງ ຟີ​ລິບ​ປອຍ 1:6; 2:13; ຄຳ​ຂອງ​ມໍ​ມອນ 1:7.

  17. ເບິ່ງ ໂຢ​ຮັນ 12:32.

  18. ເສັ້ນ​ທາງ​ມັກ​ຖືກ​ກຳ​ນົດ​ໂດຍ​ລັກ​ສະ​ນະ​ສຳ​ຄັນ ດັ່ງ​ເຊັ່ນ ຫລັກ​ປ້າຍ ຫລື ຫລັກ​ກິ​ໂລ. ມັນ​ເປັນ​ວິ​ທີ​ທີ່​ເຮັດ​ໃຫ້​ແນ່​ໃຈ​ວ່າ ທ່ານ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ ຫລື ມີ​ຄວາມ​ກ້າວ​ໜ້າ​ຢູ່​ໃນ​ຈຸດ​ໝາຍ​ທີ່​ຖືກ​ຕ້ອງ. ຄວາມ​ສຳ​ພັນ​ກໍ​ຍັງ​ສາ​ມາດ​ຖືກ​ກຳ​ນົດ​ໂດຍ​ລັກ​ສະ​ນະ​ສຳ​ຄັນ​ເຊັ່ນ​ກັນ. ລັກ​ສະ​ນະ​ສຳ​ຄັນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ຄວາມ​ຄາດ​ໝາຍ (ເບິ່ງ ເຢ​ເຣ​ມີ​ຢາ 29:11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7); ຄວາມ​ອ່ອນ​ນ້ອມ (ເບິ່ງ ໂມ​ໄຊ​ຢາ 3:19; ແອວ​ມາ 7:23; 13:28); ຄວາມ​ຖ່ອມ​ຕົນ; ການ​ເຊື່ອ​ຟັງ; ຄວາມ​ອົດ​ທົນ; ການ​ຍິນ​ຍອມ; ຄວາມ​ໄວ້​ວາງ​ໃຈ (ເບິ່ງ ສຸ​ພາ​ສິດ 3:5); ແລະ ຄວາມ​ຮັກ (ເບິ່ງ ໂຣມ 8:31–39).

  19. ຄຳ​ຂວັນ​ຂອງ​ຍິງ​ໜຸ່ມ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ເນັ້ນ​ຄຳ​ເນີ້ງ; ເບິ່ງ Bonnie H. Cordon, “Beloved Daughters,” Liahona, Nov. 2019, 67 ນຳ​ອີກ.

  20. ເບິ່ງ ໂຢ​ຮັນ 4:1–29, ເລື່ອງ​ລາວ​ຂອງ​ຜູ້​ຍິງ​ຢູ່​ທີ່​ນ້ຳ​ສ້າງ.

  21. ເບິ່ງ ແອວ​ມາ 38:1–3.

  22. ເບິ່ງ ຈົດ​ບັນ​ຊີ 6:23–27.

  23. ເບິ່ງ ໂຢ​ຊວຍ 24:22.

  24. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:3, ເລື່ອງ​ລາວ​ຂອງ​ເອມ​ມາ ສະ​ມິດ.

  25. ເບິ່ງ 1 ໂກ​ຣິນ​ໂທ 15:9–10.

  26. ເບິ່ງ 2 ຂ່າວ​ຄາວ 20:1–17, ໂດຍ​ສະ​ເພາະ ຂໍ້​ທີ 14.

  27. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:1–46.

  28. ເບິ່ງ 1 ຊາ​ມູ​ເອນ 16:11–13.

  29. ເບິ່ງ ເອ​ສະ​ເທີ 4:16, ເລື່ອງ​ລາວ​ຂອງ​ເອ​ສະ​ເທີ.

  30. ເບິ່ງ ກິດ​ຈະ​ການ 10:38.

  31. ເບິ່ງ ເອ​ຊາ​ຢາ 43:1–5.

  32. ເບິ່ງ ພຣະ​ບັນ​ຍັດ​ສອງ 28:1–9.

  33. ເພື່ອນ​ທີ່​ດີ​ຄົນ​ໜຶ່ງ​ໄດ້​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ວ່າ ການ​ເອີ້ນ​ໃຫ້​ປະ​ຕິ​ບັດ​ແມ່ນ​ສຳ​ຄັນ​ໃນ​ທຸກ​ຄວາມ​ສຳ​ພັນ.

  34. ການ​ສົນ​ທະ​ນາ​ກັບ ຄຣິສ​ເຕັນ ອໍ​ເຊັນ, ເດືອນ​ກັນ​ຍາ 2023.

  35. ເຖິງ ແມ໊ກ ໂອສ​ວອນ, ແຄມ​ເດັນ ໂອສ​ວອນ, ອັສ​ຕັນ ແມ​ຕີ​ນີ, ແລະ ແຈ໊ກ ບັດ​ເລີ, ຂອບ​ໃຈ​ທີ່​ດຶງ​ຂ້າ​ພະ​ເຈົ້າ​ມາ​ຮ່ວມ​ນຳ.

  36. “ທ່ານ​ຄົງ​ຈື່​ໄດ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃຫ້​ເຂົ້າ​ຮ່ວມ​ກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ມີ​ສ່ວນ​ຮ່ວມ​ໃນ​ອຸ​ດົມ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ຢູ່​ໃນ​ໂລກ​ທຸກ​ວັນ​ນີ້—ນັ້ນ​ຄື ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ ເພາະ​ເຂົາ​ເຈົ້າ​ມີ​ພອນ​ສະ​ຫວັນ​ພິ​ເສດ ໃນ​ການ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ແລະ ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ເຊື່ອ ໃນ​ວິ​ທີ​ທາງ​ທີ່ໜ້າ​ເຊື່ອ​ຖື​ໄດ້” (Russell M. Nelson, “Witnesses, Aaronic Priesthood Quorums, and Young Women,” Liahona, Nov. 2019, 39).

  37. “ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ … ເປັນ​ເໝືອນ​ດັ່ງ​ເມືອງ​ທີ່​ຖືກ​ປິດ​ລ້ອມ ດ້ວຍ​ຄວາມ​ຕາຍ​ທຸກ​ດ້ານ. ແຕ່​ລະ​ຄົນ​ມີ​ທີ່​ຢືນ​ຂອງ​ຕົນ​ເອງ​ຢູ່​ເທິງ​ກຳ​ແພງ​ປ້ອງ​ກັນ ບໍ່​ມີ​ໃຜ​ຢືນ​ຢູ່​ໃນ​ບ່ອນ​ທີ່​ອີກ​ຄົນ​ໜຶ່ງ​ຢືນ​ໄດ້, ແຕ່ ‘ບໍ່​ມີ​ສິ່ງ​ໃດ​ຂັດ​ຂວາງ​ເຮົາ​ຈາກ​ການ​ເອີ້ນ​ໃຫ້​ກຳ​ລັງ​ໃຈ​ກັນ​ແລະ​ກັນ’” (Martin Luther, in Lewis William Spitz, The Renaissance and Reformation Movements [1987], 335).