ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ

ເຮົາ​ມີ​ຕົ້ນ​ກຳ​ເນີດ​ແຫ່ງ​ສະ​ຫວັນ​ອັນ​ດຽວ​ກັນ ແລະ ສັກ​ກະ​ຍະ​ພາບ​ທີ່​ບໍ່​ມີ​ຂີດ​ຈຳ​ກັດ​ອັນ​ດຽວ​ກັນ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ທ່ານ​ຈື່​ຈຳ​ປະ​ສົບ​ການ​ຂອງ​ສາດ​ສະ​ດາ​ຊາ​ມູ​ເອນ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເພິ່ນ​ໄປ​ທີ່​ບ້ານ​ຂອງ​ເຢ​ຊີ ເພື່ອ​ຫົດ​ສົງ​ກະ​ສັດ​ອົງ​ໃໝ່​ຂອງ​ອິດ​ສະ​ຣາ​ເອນ​ໄດ້​ບໍ? ຊາ​ມູ​ເອນ​ໄດ້​ເຫັນ​ເອ​ລີ​ອາບ, ລູກ​ຊາຍ​ກົກ​ຂອງ​ເຢ​ຊີ. ເອ​ລີ​ອາບ, ເບິ່ງ​ຄື​ວ່າ, ເປັນ​ຄົນ​ສູງ ແລະ ມີ​ໜ້າ​ຕາ​ເປັນ​ຜູ້​ນຳ. ຊາ​ມູ​ເອນ​ໄດ້​ເຫັນ​ສິ່ງ​ນັ້ນ ແລະ ໄດ້​ສົມ​ມຸດ​ຕິ​ຖານ​ທັນ​ທີ. ມັນ​ໄດ້​ເປັນ​ການ​ສົມ​ມຸດ​ຕິ​ຖານ​ຜິດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສິດ​ສອນ​ຊາ​ມູ​ເອນ​ວ່າ: “ຢ່າ​ໄດ້​ສົນ​ໃຈ​ນຳ​ຄວາມ​ສູງ ແລະ ຄວາມ​ງາມ​ຂອງ​ລາວ​ເລີຍ; … ມະ​ນຸດ​ເບິ່ງ​ພາຍ​ນອກ ແຕ່​ພຣະ​ເຈົ້າ​ເບິ່ງ​ພາຍ​ໃນ​ຈິດ​ໃຈ.”1

ທ່ານ​ຈື່​ຈຳ​ປະ​ສົບ​ການ​ຂອງ​ສາ​ນຸ​ສິດ ອາ​ນາ​ເນຍ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເພິ່ນ​ໄປ​ໃຫ້​ພອນ​ໂຊ​ໂລ​ໄດ້​ບໍ? ຊື່​ສຽງ​ຂອງ​ໂຊ​ໂລ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ໄປ​ທົ່ວ​ແລ້ວ, ແລະ ອາ​ນາ​ເນຍ​ກໍ​ໄດ້​ຍິນ​ເລື່ອງ​ລາວ​ຂອງ​ໂຊ​ໂລ ແລະ ການ​ຂົ່ມ​ເຫັງ​ທີ່​ໂຫດ​ຫ້ຽມ​ອຳ​ມະ​ຫິດ ແລະ ບໍ່​ຢຸດ​ຢັ້ງ​ຂອງ​ລາວ​ຕໍ່​ໄພ່​ພົນ. ອາ​ນາ​ເນຍ​ໄດ້​ຍິນ ແລະ ໄດ້​ສົມ​ມຸດ​ຕິ​ຖານ​ວ່າ ບາງ​ທີ​ເພິ່ນ​ບໍ່​ຄວນ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ໂຊ​ໂລ. ນັ້ນ​ກໍ​ໄດ້​ກາຍ​ເປັນ​ການ​ສະ​ຫລຸບ​ທີ່​ຜິດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ສິດ​ສອນ​ອາ​ນາ​ເນຍ​ວ່າ, “ເຮົາ​ໄດ້​ເລືອກ​ເອົາ​ຊາຍ​ຄົນ​ນີ້​ໃຫ້​ຮັບ​ໃຊ້​ເຮົາ, ເພື່ອ​ລາວ​ຈະ​ນຳ​ເອົາ​ນາມ​ຊື່​ຂອງ​ເຮົາ​ໄປ​ຍັງ​ຄົນ​ຕ່າງ​ຊາດ, ບັນ​ດາ​ກະ​ສັດ, ແລະ ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ.”2

ແມ່ນ​ຫຍັງ​ຄື​ບັນ​ຫາ​ກັບ​ຊາ​ມູ​ເອນ ແລະ ອາ​ນາ​ເນຍ ໃນ​ເຫດ​ການ​ສອງ​ຢ່າງ​ເຫລົ່າ​ນີ້? ພວກ​ເພິ່ນ​ໄດ້​ເຫັນ​ດ້ວຍ​ຕາ ແລະ ໄດ້​ຍິນ​ດ້ວຍ​ຫູ, ແລະ ຜົນ​ທີ່​ຕາມ​ມາ​ກໍ​ຄື, ພວກ​ເພິ່ນ​ໄດ້​ຕັດ​ສິນ​ຄົນ​ອື່ນ​ອີງ​ຕາມ​ຮູບ​ລັກ​ສະ​ນະ​ພາຍ​ນອກ ແລະ ຄວາມ​ຊ່າ​ລື.

ເມື່ອ​ພວກ​ທຳ​ມະ​ຈານ ແລະ ຟາ​ຣີ​ຊາຍ​ໄດ້​ເຫັນ​ຍິງ​ຄົນ​ໜຶ່ງ​ຖືກ​ຈັບ​ໃນ​ຖານ​ຫລິ້ນ​ຊູ້, ເຂົາ​ເຈົ້າ​ໄດ້​ເຫັນ​ຫຍັງ? ໄດ້​ເຫັນ​ຍິງ​ຊົ່ວ​ຊາມ​ຄົນ​ໜຶ່ງ, ຄົນ​ບາບ​ທີ່​ສົມ​ຄວນ​ຕາຍ. ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ນາງ, ພຣະ​ອົງ​ໄດ້​ເຫັນ​ຫຍັງ? ຍິງ​ຄົນ​ໜຶ່ງ​ທີ່​ໄດ້​ຍອມ​ຕໍ່​ຄວາມ​ອ່ອນ​ແອ​ທາງ​ເລື່ອງ​ເນື້ອ​ໜັງ​ເປັນ​ຊົ່ວ​ຄາວ ແຕ່​ຈະ​ຊ່ວຍ​ໃຫ້​ລອດ​ໄດ້​ຜ່ານ​ທາງ​ການ​ກັບ​ໃຈ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ເມື່ອ​ຜູ້​ຄົນ​ໄດ້​ເຫັນ​ນາຍ​ທະ​ຫານ, ຜູ້​ທີ່​ຄົນ​ໃຊ້​ຂອງ​ລາວ​ນອນ​ປ່ວຍ​ເປັນ​ເປ້ຍ​ຢູ່, ເຂົາ​ເຈົ້າ​ໄດ້​ເຫັນ​ຫຍັງ? ບາງ​ທີ​ເຂົາ​ເຈົ້າ​ໄດ້​ເຫັນ​ຄົນ​ບຸກ​ລຸກ, ຄົນ​ຕ່າງ​ດ້າວ, ຄົນ​ທີ່​ຕ້ອງ​ກຽດ​ຊັງ. ເມື່ອ​ພຣະ​ເຢ​ຊູ​ເຫັນ​ລາວ, ພຣະ​ອົງ​ໄດ້​ເຫັນ​ຫຍັງ? ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ຫ່ວງ​ຄວາມ​ຜາ​ສຸກ​ຂອງ​ສະ​ມາ​ຊິກ​ໃນ​ຄົວ​ເຮືອນ​ຂອງ​ລາວ, ຜູ້​ທີ່​ໄດ້​ຊອກ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ນ້ຳ​ໃສ​ໃຈ​ຈິງ ແລະ ສັດ​ທາ. ເມື່ອ​ຜູ້​ຄົນ​ໄດ້​ເຫັນ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະ​ຍາດ​ເລືອດ​ຕົກ, ເຂົາ​ເຈົ້າ​ໄດ້​ເຫັນ​ຫຍັງ? ບາງ​ທີ​ໄດ້​ເຫັນ​ຜູ້​ຍິງ​ທີ່​ບໍ່​ສະ​ອາດ​ບໍ​ລິ​ສຸດ, ຄົນ​ທີ່​ຖືກ​ຂັບ​ໄລ່​ອອກ​ທີ່​ຕ້ອງ​ຖືກ​ລັງ​ກຽດ. ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ນາງ, ພຣະ​ອົງ​ໄດ້​ເຫັນ​ຫຍັງ? ຜູ້​ຍິງ​ທີ່​ປ່ວຍ​ໂຊ, ໂດດ​ດ່ຽວ ແລະ ຖືກ​ປ່ອຍ​ປະ ເພາະ​ສະ​ຖາ​ນະ​ການ​ທີ່​ນາງ​ຄວບ​ຄຸມ​ບໍ່​ໄດ້, ຜູ້​ທີ່​ໄດ້​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ໄດ້​ເປັນ​ພາກ​ສ່ວນ​ອີກ​ຄັ້ງ.

ໃນ​ທຸກໆ​ກໍ​ລະ​ນີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຫັນ​ຜູ້​ຄົນ​ເຫລົ່າ​ນີ້​ຕາມ​ຕົວ​ຕົນ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ແຕ່​ລະ​ຄົນ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ. ຕາມ​ທີ່ ນີ​ໄຟ ແລະ ຢາ​ໂຄບ ນ້ອງ​ຊາຍ​ຂອງ​ເພິ່ນ​ໄດ້​ປະ​ກາດ:

“ພຣະ​ອົງ​ຈະ​ເຊື້ອ​ເຊີນ​ເຂົາ​ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ… , ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; ແລະ ພຣະ​ອົງ​ລະ​ນຶກ​ເຖິງ​ຄົນ​ທີ່​ບໍ່​ມີ​ສາດ​ສະ​ໜາ​ນຳ​ອີກ; ແລະ ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ.”3

“ຄົນ​ຜູ້​ໜຶ່ງ​ກໍ​ມີ​ຄຸນ​ຄ່າ​ຊ່ຳ​ກັບ​ຄົນ​ອີກ​ຜູ້​ໜຶ່ງ.”4

ຂໍ​ໃຫ້​ເຮົາ​ຈົ່ງ​ບໍ່​ປ່ອຍ​ໃຫ້​ຕາ​ຂອງ​ເຮົາ, ຫູ​ຂອງ​ເຮົາ, ຫລື ຄວາມ​ຢ້ານ​ກົວ​ຂອງ​ເຮົາ​ນຳ​ເຮົາ​ໄປ​ຜິດ​ທາງ​ຄື​ກັນ ແຕ່​ຈົ່ງ​ເປີດ​ໃຈ ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ຢ່າງ​ເຕັມ​ທີ່ ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ.

ເມື່ອ​ຫລາຍ​ປີ​ກ່ອນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ອິ​ຊາ​ແບວ, ໄດ້​ຮັບ​ການ​ມອບ​ໝາຍ​ທີ່​ຜິດ​ປົກ​ກະ​ຕິ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ນາງ​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ໄປ​ຢ້ຽມ​ຢາມ​ແມ່​ໝ້າຍ​ສູງ​ອາ​ຍຸ​ໃນ​ຫວອດ​ຂອງ​ເຮົາ, ເປັນ​ເອື້ອຍ​ຄົນ​ໜຶ່ງ​ທີ່​ມີ​ການ​ທ້າ​ທາຍ​ດ້ານ​ສຸ​ຂະ​ພາບ ແລະ ຜູ້​ທີ່​ຄວາມ​ໂດດ​ດ່ຽວ​ໄດ້​ນຳ​ຄວາມ​ຂົມ​ຂື່ນ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ລາວ. ລາວ​ປິດ​ຜ້າ​ກັ້ງ; ຫ້ອງ​ພັກ​ຂອງ​ລາວ​ກໍ​ອຶດ​ອັດ; ລາວ​ບໍ່​ຢາກ​ໃຫ້​ໃຜ​ໄປ​ຢ້ຽມ​ຢາມ​ລາວ ແລະ ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງ​ວ່າ “ຂ້ອຍ​ເຮັດ​ຫຍັງ​ໃຫ້​ໃຜ​ບໍ່​ໄດ້.” ໂດຍ​ບໍ່​ຍອມ​ແພ້, ອິ​ຊາ​ແບວ ໄດ້​ຕອບ​ໄປ​ວ່າ, “ໄດ້, ຍັງ​ໄດ້! ເຈົ້າ​ຍັງ​ເຮັດ​ບາງ​ຢ່າງ​ໃຫ້​ພວກ​ເຮົາ​ໄດ້ ໂດຍ​ການ​ປ່ອຍ​ໃຫ້​ພວກ​ເຮົາ​ມາ ແລະ ຢ້ຽມ​ຢາມ​ເຈົ້າ.” ແລະ ອິ​ຊາ​ແບວ​ຈຶ່ງ​ໄປ, ຢ່າງ​ຊື່​ສັດ.

ເມື່ອ​ເວ​ລາ​ຜ່ານ​ໄປ, ເອື້ອຍ​ຄົນ​ນີ້​ໄດ້​ຮັບ​ການ​ຜ່າ​ຕັດ​ໃນ​ຕີນ​ຂອງ​ລາວ, ຊຶ່ງ​ຕ້ອງ​ໄດ້​ປ່ຽນ​ຜ່າ​ພັນ​ແຜ​ຂອງ​ລາວ​ທຸກໆ​ມື້, ທີ່​ເປັນ​ສິ່ງ​ທີ່​ລາວ​ເຮັດ​ເອງ​ບໍ່​ໄດ້. ເປັນ​ເວ​ລາ​ຫລາຍ​ວັນ, ອິ​ຊາ​ແບວ ໄດ້​ໄປ​ທີ່​ບ້ານ​ຂອງ​ລາວ, ລ້າງ​ຕີນ​ໃຫ້​ລາວ, ແລະ ປ່ຽນ​ຜ້າ​ພັນ​ແຜ​ໃຫ້​ລາວ. ນາງ​ບໍ່​ເຄີຍ​ເຫັນ​ຄວາມ​ຂີ້​ຮ້າຍ; ນາງ​ບໍ່​ເຄີຍ​ຖືກ​ກິ່ນ​ເໝັນ. ນາງ​ໄດ້​ເຫັນ​ພຽງ​ແຕ່​ທິ​ດາ​ຜູ້​ສວຍ​ງາມ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ຕ້ອງ​ການ​ຄວາມ​ຮັກ ແລະ ການ​ດູ​ແລ​ເປັນ​ຢ່າງ​ດີ.

ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ ແລະ ອີກ​ຫລາຍ​ຄົນ​ຈົນ​ນັບ​ບໍ່​ຖ້ວນ​ກໍ​ໄດ້​ຮັບ​ພອນ​ຈາກ​ຂອງ​ປະ​ທານ​ຂອງ ອິ​ຊາ​ແບວ ທີ່​ຈະ​ເຫັນ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ. ບໍ່​ວ່າ​ທ່ານ​ຈະ​ເປັນ​ປະ​ທານ​ສະ​ເຕກ ຫລື ຄົນ​ທັກ​ທາຍ​ຂອງ​ຫວອດ, ບໍ່​ວ່າ​ທ່ານ​ຈະ​ເປັນ​ກະ​ສັດ​ຂອງ​ປະ​ເທດ​ອັງ​ກິດ ຫລື ອາ​ໄສ​ຢູ່​ໃນ​ຕູບ, ບໍ່​ວ່າ​ທ່ານ​ຈະ​ເວົ້າ​ພາ​ສາ​ຂອງ​ນາງ ຫລື ພາ​ສາ​ອື່ນ​ກໍ​ຕາມ, ບໍ່​ວ່າ​ທ່ານ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ທຸກ​ຂໍ້ ຫລື ດີ້ນ​ລົນ​ກັບ​ບາງ​ຂໍ້​ກໍ​ຕາມ, ນາງ​ຈະ​ລ້ຽງ​ເຂົ້າ​ທ່ານ ດ້ວຍ​ຄາບ​ເຂົ້າ​ທີ່​ດີ​ທີ່​ສຸດ​ຂອງ​ນາງ ໃນ​ຈານ​ທີ່​ດີ​ທີ່​ສຸດ​ຂອງ​ນາງ. ສະ​ຖາ​ນະ​ດ້ານ​ເສດ​ຖະ​ກິດ, ສີ​ຜິວ, ພື້ນ​ຖານ​ວັດ​ທະ​ນະ​ທຳ, ສັນ​ຊາດ, ລະ​ດັບ​ຄວາມ​ຊອບ​ທຳ, ສະ​ຖາ​ນະ​ທາງ​ສັງ​ຄົມ, ຫລື ຕົວ​ລະ​ບຸ​ອື່ນ​ໃດ ຫລື ການ​ຈຳ​ແນກ​ໃດໆ​ກໍ​ບໍ່​ມີ​ຄວາມ​ສຳ​ຄັນ​ຕໍ່​ນາງ. ນາງ​ເຫັນ​ລາວ​ດ້ວຍ​ຫົວ​ໃຈ​ຂອງ​ນາງ; ນາງ​ເຫັນ​ລູກ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ຕົວ​ຂອງ​ທຸກໆ​ຄົນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ:

“ຜູ້​ປໍ​ລະ​ປັກ​ຊື່ນ​ຊົມ​ກັບ​ການ​ຈຳ​ແນກ ເພາະ​ມັນ​ແບ່ງ​ແຍກ​ເຮົາ ແລະ ຈຳ​ກັດ​ວິ​ທີ​ທີ່​ເຮົາ​ຄິດ​ກ່ຽວ​ກັບ​ຕົວ​ເອງ ແລະ ກັນ​ແລະ​ກັນ. ມັນ​ກໍ​ເປັນ​ເລື່ອງ​ເສົ້າ​ເມື່ອ​ເຮົາ​ໃຫ້​ກຽດ​ການ​ຈຳ​ແນກ​ຫລາຍ​ກວ່າ​ເຮົາ​ໃຫ້​ກຽດ​ກັນ​ແລະ​ກັນ.

“ການ​ຈຳ​ແນກ​ສາ​ມາດ​ນຳ​ໄປ​ສູ່​ການ​ຕັດ​ສິນ ແລະ ການ​ກຽດ​ຊັງ. ການ ຂົ່ມ​ເຫັງ ຫລື ອະ​ຄະ​ຕິ ໃດໆ​ຕໍ່​ຄົນ​ອື່ນ​ເພາະ​ສັນ​ຊາດ, ເຊື້ອ​ຊາດ, ແນວ​ໂນ້ມ​ທາງ​ເພດ, ເພດ, ລະ​ດັບ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ຫລື ຕົວ​ລະ​ບຸ​ສຳ​ຄັນ​ອື່ນໆ ກໍ​ເປັນ​ການ​ກະ​ທຳ​ຜິດ​ຕໍ່​ພຣະ​ຜູ້​ສ້າງ​ຂອງ​ເຮົາ!”5

ຝຣັ່ງ​ເສດ​ບໍ່​ໄດ້​ເປັນ​ຕົວ​ລະ​ບຸ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ໃຜ; ມັນ​ເປັນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ເກີດ. ຂາວ​ບໍ່​ໄດ້​ເປັນ​ຕົວ​ລະ​ບຸ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ໃຜ; ມັນ​ເປັນ​ສີ​ຜິວ​ຂອງ​ຂ້າ​ພະ​ເຈົ້າ, ຫລື ວ່າ​ການ​ຂາດ​ສີ​ກໍ​ວ່າ​ໄດ້. ອາ​ຈານ​ບໍ່​ໄດ້​ເປັນ​ຕົວ​ລະ​ບຸ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ໃຜ; ມັນ​ເປັນ​ອາ​ຊີບ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ເພື່ອ​ຫາ​ລ້ຽງ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ. ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ສາ​ວົກ​ເຈັດ​ສິບ​ບໍ່​ໄດ້​ເປັນ​ຕົວ​ລະ​ບຸ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ໃຜ; ມັນ​ເປັນ​ຖາ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ໃນ​ອາ​ນາ​ຈັກ​ໃນ​ເວ​ລາ​ນີ້.

“ທຳ​ອິດ ແລະ ສຳ​ຄັນ​ສຸດ,” ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ເຕືອນ​ໃຈ​ເຮົາ​ວ່າ, ເຮົາ​ເປັນ “ລູກ​ຂອງ​ພຣະ​ເຈົ້າ.”6 ທ່ານ​ກໍ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ຄື​ກັນ, ແລະ ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ກໍ​ເໝືອນ​ກັນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ມາ​ຮູ້​ສຶກ​ບຸນ​ຄຸນ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ຈິງ​ທີ່​ປະ​ເສີດ​ນີ້. ມັນ​ປ່ຽນ​ແປງ​ທຸກ​ສິ່ງ!

ເຮົາ​ອາດ​ຖືກ​ລ້ຽງ​ດູ​ມາ​ໃນ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ; ເຮົາ​ອາດ​ມາ​ຈາກ​ສະ​ຖາ​ນະ​ການ​ດ້ານ​ເສດ​ຖະ​ກິດ​ທີ່​ແຕກ​ຕ່າງ; ມໍ​ລະ​ດົກ​ມະ​ຕະ​ຂອງ​ເຮົາ, ລວມ​ທັງ​ສັນ​ຊາດ, ສີ​ຜິວ, ອາ​ຫານ​ທີ່​ມັກ​ຊອບ, ແນວ​ໂນ້ມ​ດ້ານ​ການ​ເມືອງ, ແລະ ອື່ນໆ, ອາດ​ແຕກ​ຕ່າງ​ກັນ​ຫລາຍ. ແຕ່​ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ເຮົາ​ທຸກໆ​ຄົນ, ປາດ​ສະ​ຈາກ​ຂໍ້​ຍົກ​ເວັ້ນ​ໃດໆ. ເຮົາ​ມີ​ຕົ້ນ​ກຳ​ເນີດ​ແຫ່ງ​ສະ​ຫວັນ​ອັນ​ດຽວ​ກັນ ແລະ ສັກ​ກະ​ຍະ​ພາບ​ທີ່​ບໍ່​ມີ​ຂີດ​ຈຳ​ກັດ​ອັນ​ດຽວ​ກັນ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຊີ ແອັສ ຫລຸຍ ໄດ້​ກ່າວ​ໃນ​ທຳ​ນອງ​ນີ້​ວ່າ: “ມັນ​ເປັນ​ສິ່ງ​ທີ່​ດຸ​ເດືອດ​ແທ້ໆ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ສັງ​ຄົມ​ທີ່​ອາດ​ມີ​ເທບ​ພຣະ​ເຈົ້າ ແລະ ເທບ​ທິ​ດາ, ທີ່​ຈະ​ຈື່​ຈຳ​ວ່າ ບຸກ​ຄົນ​ທີ່​ໜ້າ​ເບື່ອ​ທີ່​ສຸດ​ທີ່​ທ່ານ​ເວົ້າ​ລົມ​ນຳ ອາດ​ເປັນ​ບຸກ​ຄົນ​ທີ່​ໃນ​ມື້​ໜຶ່ງ ຖ້າ​ທ່ານ​ເຫັນ​ເຂົາ​ໃນ​ເວ​ລາ​ນີ້, ທ່ານ​ອາດ​ຢາກ​ນະ​ມັດ​ສະ​ການ​ເຂົາ​ໃນ​ເວ​ລາ​ນັ້ນ. … ບໍ່​ມີ​ຄົນ ທຳ​ມະ​ດາ. ທ່ານ​ບໍ່​ເຄີຍ​ໄດ້​ເວົ້າ​ລົມ​ນຳ​ມະ​ນຸດ​ທຳ​ມະ​ດາ​ເທົ່າ​ນັ້ນ. ປະ​ເທດ​ຊາດ, ວັດ​ທະ​ນະ​ທຳ, ສິ​ລະ​ປະ, ຄວາມ​ສີ​ວິ​ໄລ—ເຫລົ່າ​ນີ້​ເປັນ​ສິ່ງ​ມະ​ຕະ, ແລະ ຊີ​ວິດ​ຂອງ​ມັນ​ທຽບ​ກັບ​ຊີ​ວິດ​ເຮົາ​ກໍ​ເປັນ​ເໝືອນ​ຊີ​ວິດ​ຂອງ​ແມງ​ມີ່. ແຕ່​ເຮົາ​ຢອກ, ເຮັດ​ວຽກ​ນຳ, ແຕ່ງ​ງານ, ດູ​ໝິ່ນ, ແລະ ຂູດ​ຮີດ​ຜູ້​ຄົນ​ອະ​ມະ​ຕະ.”7

ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ອາ​ໄສ​ຢູ່​ໃນ​ປະ​ເທດ ແລະ ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ; ລູກໆ​ຂອງ​ພວກ​ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ແຕ່ງ​ງານ​ກັບ​ຊົນ​ເຜົ່າ​ທີ່​ແຕກ​ຕ່າງ. ຂ້າ​ພະ​ເຈົ້າ​ໄດ້​ມາ​ຮັບ​ຮູ້​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ພະ​ລັງ​ຂອງ​ຄວາມ​ເທົ່າ​ທຽມ​ກັນ. ເມື່ອ​ເຮົາ​ເປີດ​ໃຈ​ຮັບ​ມັນ​ແທ້ໆ, “ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຮ່ວມ​ເປັນ​ພະ​ຍານ​ກັບ​ວິນ​ຍານ​ຂອງ​ພວກ​ເຮົາ, ປະ​ກາດ​ວ່າ ພວກ​ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”8 ຄວາມ​ຈິງ​ທີ່​ອັດ​ສະ​ຈັນ​ນີ້​ປົດ​ປ່ອຍ​ເຮົາ, ແລະ ການ​ຈຳ​ແນກ ແລະ ຄວາມ​ແຕກ​ຕ່າງ​ທັງ​ໝົດ ທີ່​ອາດ​ບຽດ​ບຽນ​ເຮົາ ແລະ ຄວາມ​ສຳ​ພັນ​ຂອງ​ເຮົາ​ຕໍ່​ກັນ​ແລະ​ກັນ ກໍ​ຈະ “ຖືກ​ກືນ​ເຂົ້າ​ໄປ​ໃນ … ພຣະ​ຄຣິດ.”9 ອີກ​ບໍ່​ດົນ​ມັນ​ຈະ​ແຈ່ມ​ແຈ້ງ​ທີ່​ວ່າ​ເຮົາ, ແລະ ຜູ້​ຄົນ​ອື່ນໆ, “ບໍ່​ເປັນ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່​ໄປ, ແຕ່​ເປັນ​ພົນ​ລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.”10

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ປະ​ທານ​ສາ​ຂາ​ຂອງ​ໜ່ວຍ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຫລາຍ​ພາ​ສາ​ວັດ​ທະ​ນະ​ທຳ​ແຫ່ງ​ໜຶ່ງ​ຂອງ​ພວກ​ເຮົາ ໄດ້​ອ້າງ​ເຖິງ​ສິ່ງ​ນີ້, ດັ່ງ​ທີ່ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ໄດ້​ອ້າງ, ວ່າ ການ​ເປັນ​ພາກ​ສ່ວນ​ໂດຍ​ພັນ​ທະ​ສັນ​ຍາ.11 ຊ່າງ​ເປັນ​ມະ​ໂນ​ທັດ​ທີ່​ງົດ​ງາມ​ແທ້ໆ! ເຮົາ​ເປັນ​ພາກ​ສ່ວນ​ຂອງ​ກຸ່ມ ທີ່​ທຸກ​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ວາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພັນ​ທະ​ສັນ​ຍາ​ໄວ້ ໃຫ້​ເປັນ​ຈຸດ​ສູນ​ກາງ​ຂອງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ຊື່ນ​ຊົມ. ສະ​ນັ້ນ, ແທນ​ທີ່​ຈະ​ມອງ​ເຫັນ​ກັນ​ແລະ​ກັນ​ຜ່ານ​ທາງ​ທັດ​ສະ​ນະ​ຂອງ​ມະ​ນຸດ​ມະ​ຕະ, ພຣະ​ກິດ​ຕິ​ຄຸນ​ຍົກ​ສາຍ​ຕາ​ຂອງ​ເຮົາ​ຂຶ້ນ ແລະ ໃຫ້​ເຮົາ​ມອງ​ເຫັນ​ກັນ​ແລະ​ກັນ​ຜ່ານ​ທາງ​ທັດ​ສະ​ນະ​ທີ່​ບໍ່​ມີ​ຕຳ​ໜິ, ບໍ່​ປ່ຽນ​ແປງ​ແຫ່ງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ດັ່ງ​ນັ້ນ, ເຮົາ​ເລີ່ມ​ກຳ​ຈັດ​ອະ​ຄະ​ຕິ​ທຳ​ມະ​ຊາດ​ຂອງ​ເຮົາ​ເອງ​ຕໍ່​ຄົນ​ອື່ນ, ຊຶ່ງ​ຈະ​ຊ່ວຍ​ເຂົາ​ເຈົ້າ​ລົດ​ອະ​ຄະ​ຕິ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ເຮົາ​ລົງ12 ໃນ​ວົງ​ຈອນ​ທີ່​ເປັນ​ຄຸນ​ນະ​ທຳ​ອັນ​ປະ​ເສີດ. ແທ້ໆ​ແລ້ວ, ເຮົາ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ ທີ່​ວ່າ: “ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ​ມີ​ຄວາມ​ສຳ​ຄັນ​ຫລາຍ! ວິ​ທີ​ທີ່​ເຮົາ​ເວົ້າ​ກ່ຽວ​ກັບ​ຄົນ​ອື່ນ​ຢູ່​ທີ່​ບ້ານ, ທີ່​ໂບດ, ບ່ອນ​ທຳ​ງານ, ແລະ ອອນ​ລາຍ ມີ​ຄວາມ​ສຳ​ຄັນ​ແທ້ໆ. ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ເຮົາ​ປະ​ຕິ​ສຳ​ພັນ​ກັບ​ຄົນ​ອື່ນ​ໃນ​ວິ​ທີ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ.”13

ບ່າຍ​ມື້​ນີ້, ໃນ​ວິນ​ຍານ​ຂອງ​ຄຳ​ເຊື້ອ​ເຊີນ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ຕື່ມ​ຄຳ​ປະ​ຕິ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ກັບ​ຂອງ​ເດັກ​ນ້ອຍ​ປະ​ຖົມ​ໄວ​ທີ່​ປະ​ເສີດ​ວ່າ:

ຖ້າ​ເຈົ້າ​ບໍ່​ຍ່າງ​ຄື​ຄົນ​ສ່ວນ​ຫລາຍ,

ເຂົາ​ບາງ​ຄົນ​ກໍ​ຈະ​ຍ່າງ​ໜີ​ໄປ​ຈາກ​ເຈົ້າ,

ແຕ່​ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ! ເຮົາ​ຈະ​ບໍ່​ເຮັດ!

ຖ້າ​ເຈົ້າ​ບໍ່​ເວົ້າ​ລົມ​ຄື​ຄົນ​ສ່ວນ​ຫລາຍ,

ເຂົາ​ບາງ​ຄົນ​ກໍ​ຈະ​ເວົ້າ ແລະ ຫົວ​ຂວັນ​ເຈົ້າ,

ແຕ່​ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ! ເຮົາ​ຈະ​ບໍ່​ເຮັດ!

ເຮົາ​ຈະ​ຍ່າງ​ໄປ​ກັບ​ເຈົ້າ. ເຮົາ​ຈະ​ເວົ້າ​ລົມ​ກັບ​ເຈົ້າ.

ນັ້ນ​ຄື​ວິ​ທີ​ທີ່​ເຮົາ​ຈະ​ສະ​ແດງ​ຄວາມ​ຮັກ​ທີ່​ມີ​ໃຫ້​ເຈົ້າ.

ພຣະ​ເຢ​ຊູ​ບໍ່​ໄດ້​ຍ່າງ​ໜີ​ໄປ​ຈາກ​ໃຜ.

ພຣະ​ອົງ​ໄດ້​ມອບ​ຄວາມ​ຮັກ​ໃຫ້​ທຸກ​ຄົນ.

ເຮົາ​ຈະ​ເຮັດ​ແບບ​ນັ້ນ! ເຮົາ​ຈະ​ເຮັດ!14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ ຜູ້​ທີ່​ເຮົາ​ເອີ້ນ​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ ກໍ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ​ແທ້ໆ, ວ່າ​ພຣະ​ອົງ​ຮັກ​ເຮົາ, ວ່າ​ພຣະ​ອົງ​ຮູ້​ຈັກ​ລູກໆ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ​ຢ່າງ​ໃກ້​ຊິດ, ວ່າ​ພຣະ​ອົງ​ເປັນ​ຫ່ວງ​ເຮົາ​ແຕ່​ລະ​ຄົນ​ຫລາຍ​ແທ້ໆ, ແລະ ວ່າ​ເຮົາ​ເໝືອນ​ກັນ​ແທ້ໆ​ຕໍ່​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ ສະ​ທ້ອນ​ເຖິງ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ ແລະ ຄວາມ​ຮູ້​ສຶກ​ບຸນ​ຄຸນ​ສຳ​ລັບ​ການ​ເສຍ​ສະ​ລະ ແລະ ການ​ຊົດ​ໃຊ້​ທີ່​ສູງ​ສົ່ງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ, ເໝືອນ​ດັ່ງ​ພຣະ​ອົງ, ເຮົາ​ຈະ​ຮັກ​ຄົນ​ອື່ນ ເພາະ​ນັ້ນ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ທີ່​ຈະ​ເຮັດ, ບໍ່​ແມ່ນ​ເປັນ​ເພາະ​ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ຫລື ທີ່​ຄົນ​ອື່ນ​ເຫັນ​ວ່າ “ຖືກ​ຕ້ອງ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.