ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຈິງ​ນິ​ລັນ​ດອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ຄວາມ​ຈິງ​ນິ​ລັນ​ດອນ

ຄວາມ​ຕ້ອງ​ການ​ຂອງ​ເຮົາ​ທີ່​ຈະ​ຮັບ​ຮູ້​ຄວາມ​ຈິງ​ກໍ​ບໍ່​ເຄີຍ​ສຳ​ຄັນ​ຫລາຍ​ກວ່າ​ນີ້!

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂອບ​ໃຈ​ຫລາຍໆ​ສຳ​ລັບ​ການ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ຂອບ​ໃຈ​ສຳ​ລັບ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ຕໍ່​ກັນ​ແລະ​ກັນ. ທ່ານ​ຊ່າງ​ເປັນ​ຜູ້​ຄົນ​ທີ່​ໂດດ​ເດັ່ນ​ແທ້ໆ!

ຄຳ​ນຳ

ຫລັງ​ຈາກ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແອນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ຖາ​ນະ​ຜູ້​ນຳ​ເຜີຍ​ແຜ່​ເຕັມ​ເວ​ລາ, ຄອບ​ຄົວ​ຂອງ​ພວກ​ເຮົາ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ຮຽນ​ຮູ້​ຊື່​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ແຕ່​ລະ​ຄົນ ກ່ອນ​ໄປ​ຮອດ​ສະ​ໜາມ. ພວກ​ເຮົາ​ໄດ້​ຮັບ​ຮູບ​ຖ່າຍ, ໄດ້​ເຮັດ​ບັດ​ສອບ​ຄວາມ​ຊົງ​ຈຳ, ແລະ ໄດ້​ເລີ່ມ​ຕົ້ນ​ສຶກ​ສາ​ໃບ​ໜ້າ ແລະ ການ​ຈື່​ຈຳ​ຊື່.

ເມື່ອ​ພວກ​ເຮົາ​ໄປ​ເຖິງ, ພວກ​ເຮົາ​ໄດ້​ຈັດ​ກອງ​ປະ​ຊຸມ​ແນະ​ນຳ​ກັບ​ຜູ້​ສອນ​ສາດ​ສະ​ໜາ. ໃນ​ຂະ​ນະ​ທີ່​ພວກ​ເຮົາ​ສັງ​ສັນ​ທັກ​ທາຍ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ລູກ​ຊາຍ​ອາ​ຍຸ​ເກົ້າ​ປີ​ຂອງ​ພວກ​ເຮົາ​ເວົ້າ​ວ່າ:

“ດີ​ໃຈ​ທີ່​ໄດ້​ຮູ້​ຈັກ​ເຈົ້າ, ແຊມ!”

“ເຣ​ໂຈ, ເຈົ້າ​ມາ​ຈາກ​ໃສ?”

“ວາວ, ເດ​ວິດ, ເຈົ້າ​ສູງ!”

ດ້ວຍ​ຄວາມ​ຕົກ​ໃຈ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄປ​ຫາ​ລູກ​ຊາຍ​ຂອງ​ພວກ​ເຮົາ ແລະ ກະ​ຊິບ​ວ່າ, “ເຮ້, ຢາ​ລືມ​ເອີ້ນ​ຜູ້​ສອນ​ສາດ​ສະ​ໜາ​ວ່າ ແອວ​ເດີ ຫລື ຊິດ​ສະ​ເຕີ​ເດີ.”

ລາວ​ໄດ້​ຫລຽວ​ເບິ່ງ​ໜ້າ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ງົງ​ງັນ ແລະ ເວົ້າ​ວ່າ, “ພໍ່, ລູກ​ຄິດ​ວ່າ​ພວກ​ເຮົາ​ຕ້ອງ​ຈື່ ຊື່ ເຂົາ​ເຈົ້າ.” ລູກ​ຊາຍ​ຂອງ​ພວກ​ເຮົາ​ຄິດ​ວ່າ ລາວ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ໂດຍ​ອາ​ໄສ​ຄວາມ​ເຂົ້າ​ໃຈ​ຂອງ​ລາວ.

ສະ​ນັ້ນ, ແມ່ນ​ຫຍັງ​ຄື​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ຄວາມ​ຈິງ​ໃນ​ໂລກ​ປະ​ຈຸ​ບັນ? ເຮົາ​ຖືກ​ໂຈມ​ຕີ​ຢູ່​ສະ​ເໝີ​ດ້ວຍ​ຄວາມ​ຄິດ​ເຫັນ​ແຮງ, ການ​ລາຍ​ງານ​ທີ່​ມີ​ອະ​ຄະ​ຕິ, ແລະ ຂໍ້​ມູນ​ທີ່​ບໍ່​ສົມ​ບູນ​ຄົບ​ຖ້ວນ. ໃນ​ຂະ​ນະ​ດຽວ​ກັນ ປະ​ລິ​ມານ ແລະ ແຫລ່ງ​ທີ່​ມາ​ຂອງ​ຂໍ້​ມູນ​ນີ້​ກໍ​ມີ​ຈຳ​ນວນ​ເພີ່ມ​ຫລາຍ​ຂຶ້ນ. ຄວາມ​ຕ້ອງ​ການ​ຂອງ​ເຮົາ​ທີ່​ຈະ​ຮັບ​ຮູ້​ຄວາມ​ຈິງ​ກໍ​ບໍ່​ເຄີຍ​ສຳ​ຄັນ​ຫລາຍ​ກວ່າ​ນີ້!

ຄວາມ​ຈິງ​ແມ່ນ​ສຳ​ຄັນ​ແທ້ໆ​ສຳ​ລັບ​ເຮົາ ເພື່ອ​ຈະ​ສະ​ຖາ​ປະ​ນາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພົບ​ຄວາມ​ສະ​ຫງົບ ແລະ ຄວາມ​ຊື່ນ​ຊົມ, ແລະ ບັນ​ລຸ​ເຖິງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ມື້​ນີ້, ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້:

  • ແມ່ນ​ຫຍັງ​ຄື​ຄວາມ​ຈິງ, ແລະ ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ?

  • ເຮົາ​ຈະ​ພົບ​ຄວາມ​ຈິງ​ໄດ້​ແນວ​ໃດ?

  • ເມື່ອ​ເຮົາ​ພົບ​ຄວາມ​ຈິງ​ແລ້ວ, ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ມັນ​ໄດ້​ແນວ​ໃດ?

ຄວາມ​ຈິງ​ແມ່ນ​ຊົ່ວ​ນິ​ລັນ​ດອນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ຢູ່​ໃນ​ພຣະ​ຄຳ​ພີ​ວ່າ, “ຄວາມ​ຈິງ​ຄື​ຄວາມ​ຮູ້​ເຖິງ​ສິ່ງ​ທີ່​ເປັນ​ຢູ່, ແລະ ດັ່ງ​ທີ່​ໄດ້​ເປັນ​ມາ, ແລະ ດັ່ງ​ທີ່​ຈະ​ເປັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:24). ມັນ “ບໍ່​ໄດ້​ຖືກ​ສ້າງ ຫລື ເຮັດ​ຂຶ້ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:29) ແລະ “ບໍ່​ມີ​ທີ່​ສິ້ນ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:66).1 ຄວາມ​ຈິງ​ແມ່ນ​ແນ່​ແທ້, ຄົງ​ທີ່, ແລະ ບໍ່​ປ່ຽນ​ແປງ. ໃນ​ອີກ​ຄຳ​ໜຶ່ງ, ຄວາມ​ຈິງ​ແມ່ນ​ຊົ່ວ​ນິ​ລັນ​ດອນ.2

ຄວາມ​ຈິງ​ຊ່ວຍ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ການ​ຫລອກ​ລວງ,3 ຫລິງ​ເຫັນ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ,4 ຮັບ​ເອົາ​ການ​ປົກ​ປ້ອງ,5 ແລະ ພົບ​ການ​ປອບ​ໂຍນ ແລະ ການ​ປິ່ນ​ປົວ.6 ຄວາມ​ຈິງ​ຍັງ​ສາ​ມາດ​ນຳ​ພາ​ການ​ກະ​ທຳ​ຂອງ​ເຮົາ​ນຳ​ອີກ,7 ເຮັດ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ,8 ຊຳ​ລະ​ເຮົາ,9 ແລະ ນຳ​ເຮົາ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.10

ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ນິ​ລັນ​ດອນ

ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ນິ​ລັນ​ດອນ​ກັບ​ເຮົາ ຜ່ານ​ທາງ ເຄືອ​ຂ່າຍ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ການ​ເປີດ​ເຜີຍ ທີ່​ກ່ຽວ​ພັນ​ກັບ​ພຣະ​ອົງ​ເອງ, ພຣະ​ເຢ​ຊູ​ຄຣິດ, ພຣະ​ວິນ​ຍານ​ບໍ​ລິ​ສຸດ, ສາດ​ສະ​ດາ, ແລະ ເຮົາ. ໃຫ້​ເຮົາ​ມາ​ສົນ​ທະ​ນາ​ບົດ​ບາດ​ທີ່​ແຕກ​ຕ່າງ​ແຕ່​ເຊື່ອມ​ໂຍງ​ກັນ ທີ່​ຜູ້​ເຂົ້າ​ຮ່ວມ​ແຕ່​ລະ​ຄົນ​ມີ​ໃນ​ຂັ້ນ​ຕອນ​ນີ້.

ໜຶ່ງ, ພຣະ​ເຈົ້າ ຄື ແຫລ່ງ​ຂອງ​ຄວາມ​ຈິງ​ນິ​ລັນ​ດອນ.11 ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ,12 ມີ​ຄວາມ​ເຂົ້າ​ໃຈ​ທີ່​ສົມ​ບູນ​ເຖິງ​ຄວາມ​ຈິງ ແລະ ກະ​ທຳ​ໃນ​ຄວາມ​ສອດ​ຄ່ອງ​ກັບ​ຫລັກ​ທຳ ແລະ ກົດ​ທີ່​ແທ້​ຈິງ​ສະ​ເໝີ.13 ພະ​ລັງ​ນີ້​ເຮັດ​ໃຫ້​ເຮົາ​ສາ​ມາດ​ສ້າງ ແລະ ຄວບ​ຄຸມ​ໂລກ14 ເຊັ່ນ​ດຽວ​ກັບ​ຄວາມ​ຮັກ, ນຳ​ພາ, ແລະ ລ້ຽງ​ດູ​ເຮົາ​ແຕ່​ລະ​ຄົນ​ຢ່າງ​ສົມ​ບູນ​ແບບ.15 ຍ້ອນ​ວ່າ​ພວກ​ພຣະ​ອົງ​ຮັກ ເຮົາ, ພວກ​ພຣະ​ອົງ​ຈຶ່ງ​ປະ​ສົງ​ໃຫ້ ເຮົາ ເຂົ້າ​ໃຈ ແລະ ນຳ​ໃຊ້​ຄວາມ​ຈິງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຊື່ນ​ຊົມ​ກັບ​ພອນ​ທີ່​ພວກ​ພຣະ​ອົງ​ຊື່ນ​ຊົມ.16 ພວກ​ພຣະ​ອົງ​ອາດ​ມອບ​ຄວາມ​ຈິງ​ດ້ວຍ​ພວກ​ພຣະ​ອົງ​ເອງ ຫລື, ໂດຍ​ທົ່ວ​ໄປ, ຜ່ານ​ທາງ​ຜູ້​ສົ່ງ​ຂ່າວ ດັ່ງ​ເຊັ່ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທູດ​ສະ​ຫວັນ, ຫລື ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່.

ສອງ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທຸກ​ປະ​ການ.17 ພຣະ​ອົງ​ເປີດ​ເຜີຍ​ຄວາມ​ຈິງ​ແກ່​ເຮົາ​ໂດຍ​ກົງ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ທີ່​ສິດ​ສອນ​ໂດຍ​ຜູ້​ອື່ນ. ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ ໂດຍ​ປົກ​ກະ​ຕິ​ຈະ​ມີ​ມາ​ດັ່ງ​ຄວາມ​ຄິດ​ສູ່​ຈິດ​ໃຈ ແລະ ຄວາມ​ຮູ້​ສຶກ​ສູ່​ຫົວ​ໃຈ​ຂອງ​ເຮົາ.18

ສາມ, ສາດ​ສະ​ດາ​ໄດ້​ຮັບ​ຄວາມ​ຈິງ​ຈາກ​ພຣະ​ເຈົ້າ ແລະ ແບ່ງ​ປັນ​ຄວາມ​ຈິງ​ນັ້ນ​ກັບ​ເຮົາ.19 ເຮົາ​ຮຽນ​ຮູ້​ຄວາມ​ຈິງ​ຈາກ​ສາດ​ສະ​ດາ​ໃນ​ອະ​ດີດ​ຢູ່​ໃນ​ພຣະ​ຄຳ​ພີ20 ແລະ ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ແລະ ຜ່ານ​ຊ່ອງ​ທາງ​ທີ່​ເປັນ​ທາງ​ການ​ອື່ນໆ.

ສຸດ​ທ້າຍ, ທ່ານ ແລະ ຂ້າ​ພະ​ເຈົ້າ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ການ​ນີ້. ພຣະ​ເຈົ້າ​ຄາດ​ໝາຍ​ໃຫ້​ເຮົາ​ສະ​ແຫວງ​ຫາ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ຄວາມ​ຈິງ. ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ຮັບ ແລະ ນຳ​ໃຊ້​ຄວາມ​ຈິງ ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ, ການ​ຕອບ​ຮັບ​ຂອງ​ເຮົາ​ຕໍ່​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄວາມ​ສອດ​ຄ່ອງ​ຂອງ​ເຮົາ​ກັບ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ.

ເຮົາ​ຕ້ອງ​ຈື່​ຈຳ​ໄວ້​ວ່າ ຊາ​ຕານ​ພະ​ຍາ​ຍາມ​ຂັດ​ຂວາງ​ເຮົາ​ຈາກ​ຄວາມ​ຈິງ. ມັນ​ຮູ້​ວ່າ ຖ້າ​ຫາກ​ບໍ່​ມີ​ຄວາມ​ຈິງ, ເຮົາ​ບໍ່​ສາ​ມາດ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ. ມັນ​ຖັກ​ສານ​ຄວາມ​ຈິງ​ດ້ວຍ​ປັດ​ຊະ​ຍາ​ທາງ​ໂລກ ເພື່ອ​ເຮັດ​ໃຫ້​ເຮົາ​ສັບ​ສົນ ແລະ ລົບ​ກວນ​ເຮົາ​ຈາກ​ສິ່ງ​ທີ່​ພຣະ​ເຈົ້າ​ສື່​ສານ.21

ການ​ສະ​ແຫວງ​ຫາ, ການ​ຮັບ​ຮູ້, ແລະ ການ​ນຳ​ໃຊ້​ຄວາມ​ຈິງ​ນິ​ລັນ​ດອນ

ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ,22 ຄຳ​ຖາມ​ສອງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຮັບ​ຮູ້​ຖ້າ​ຫາກ​ວ່າ​ມະ​ໂນ​ທັດ​ນັ້ນ​ມາ​ຈາກ​ພຣະ​ເຈົ້າ ຫລື ວ່າ​ມາ​ຈາກ​ແຫລ່ງ​ອື່ນ:

  • ມະ​ໂນ​ທັດ​ນັ້ນ​ຖືກ​ສິດ​ສອນ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ບໍ ຢູ່​ໃນ​ພຣະ​ຄຳ​ພີ ແລະ ໂດຍ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່?

  • ມະ​ໂນ​ທັດ​ນັ້ນ​ຖືກ​ຢືນ​ຢັນ​ໂດຍ​ການ​ເປັນ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ?

ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ຫລັກ​ທຳ​ຜ່ານ​ທາງ​ສາດ​ສະ​ດາ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ຄວາມ​ຈິງ​ເຫລົ່າ​ນັ້ນ​ຕໍ່​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ນຳ​ໃຊ້​ມັນ.23 ເຮົາ​ຕ້ອງ​ສະ​ແຫວງ​ຫາ ແລະ ກຽມ​ພ້ອມ​ເພື່ອ​ຮັບ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ເຫລົ່າ​ນີ້​ເມື່ອ​ມັນ​ເກີດ​ຂຶ້ນ.24 ເຮົາ​ຈະ​ຍອມ​ຮັບ​ຄວາມ​ເປັນ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ໄດ້​ດີ​ທີ່​ສຸດ​ເມື່ອ​ເຮົາ​ຖ່ອມ​ຕົວ,25 ອະ​ທິ​ຖານ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ,26 ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.27

ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ຄວາມ​ຈິງ​ບາງ​ຢ່າງ​ຕໍ່​ເຮົາ, ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ຈະ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ເມື່ອ​ເຮົາ​ນຳ​ເອົາ​ຫລັກ​ທຳ​ນັ້ນ​ໄປ​ປະ​ຕິ​ບັດ. ເມື່ອ​ເວ​ລາ​ຜ່ານ​ໄປ, ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ເຮົາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ອັນ​ແນ່​ນອນ​ກ່ຽວ​ກັບ​ຄວາມ​ຈິງ​ນັ້ນ.28

ຍົກ​ຕົວ​ຢ່າງ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຜິດ ແລະ ຮູ້​ສຶກ​ເສຍ​ໃຈ​ກັບ​ການ​ເລືອກ​ທີ່​ບໍ່​ດີ. ແຕ່​ຜ່ານ​ທາງ​ການ​ອະ​ທິ​ຖານ, ການ​ສຶກ​ສາ, ແລະ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພະ​ຍານ​ເຖິງ​ຫລັກ​ທຳ​ແຫ່ງ​ການ​ກັບ​ໃຈ.29 ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ກັບ​ໃຈ, ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເລື່ອງ​ການ​ກັບ​ໃຈ​ກໍ​ຈະ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໃກ້​ຊິດ​ພຣະ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ. ບັດ​ນີ້​ຂ້າ​ພະ​ເຈົ້າ ຮູ້ ວ່າ​ບາບ​ສາ​ມາດ​ຖືກ​ໃຫ້​ອະ​ໄພ​ໄດ້ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ເພາະ​ຂ້າ​ພະ​ເຈົ້າ​ປະ​ສົບ​ພອນ​ຂອງ​ການ​ກັບ​ໃຈ​ແຕ່​ລະ​ວັນ.30

ໄວ້​ວາງ​ໃຈ​ພຣະ​ເຈົ້າ​ເມື່ອ​ຄວາມ​ຈິງ​ຍັງ​ບໍ່​ທັນ​ຖືກ​ເປີດ​ເຜີຍ​ເທື່ອ

ດັ່ງ​ນັ້ນ, ເຮົາ​ຄວນ​ເຮັດ​ຫຍັງ​ແດ່​ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ​ທີ່​ຍັງ​ບໍ່​ທັນ​ຖືກ​ເປີດ​ເຜີຍ​ເທື່ອ​ຢ່າງ​ຈິງ​ໃຈ? ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ສຳ​ລັບ​ເຮົາ​ບາງ​ຄົນ ຜູ້​ທີ່​ປາດ​ຖະ​ໜາ​ຄຳ​ຕອບ​ທີ່​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ມາ.

ຕໍ່​ໂຈ​ເຊັບ ສະ​ມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ວ່າ, “ຈົ່ງ​ສະ​ຫງົບ​ງຽບ​ຈົນ​ກວ່າ​ເຮົາ​ຈະ​ເຫັນ​ສົມ​ຄວນ​ທີ່​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ທີ່​ຮູ້​ຈັກ … ກ່ຽວ​ກັບ​ເລື່ອງ​ນີ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:37).

ແລະ ຕໍ່​ເອມ​ມາ ສະ​ມິດ, ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ, “ຢ່າ​ຈົ່ມ​ເລີຍ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ຍັງ​ບໍ່​ໄດ້​ເຫັນ, ເພາະ​ມັນ​ຖືກ​ປິດ​ບັງ​ຈາກ​ເຈົ້າ ແລະ ຈາກ​ໂລກ, ຊຶ່ງ​ມັນ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ເຮົາ ໃນ​ເວ​ລາ​ທີ່​ຈະ​ມາ​ເຖິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:4).

ຂ້າ​ພະ​ເຈົ້າ​ກໍ​ໄດ້​ສະ​ແຫວງ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ຈາກ​ໃຈ​ຈິງ​ເຊັ່ນ​ກັນ. ຄຳ​ຕອບ​ຈຳ​ນວນ​ຫລາຍ​ໄດ້​ມີ​ມາ; ແຕ່​ບາງ​ຄຳ​ຕອບ​ບໍ່​ໄດ້​ມີ​ມາ.31 ຂະ​ນະ​ທີ່​ເຮົາ​ລໍ​ຖ້າ—ໄວ້​ວາງ​ໃຈ​ໃນ​ສະ​ຕິ​ປັນ​ຍາ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເພິ່ງ​ອາ​ໄສ ສິ່ງ​ທີ່​ເຮົາ​ຮູ້—ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ພົບ​ຄວາມ​ສະ​ຫງົບ ຈົນ​ກວ່າ​ພຣະ​ອົງ​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຂອງ​ທຸກ​ສິ່ງ​ທັງ​ປວງ.32

ການ​ເຂົ້າ​ໃຈ​ຄຳ​ສອນ ແລະ ນະ​ໂຍ​ບາຍ

ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ, ມັນ​ຈະ​ຊ່ວຍ​ໄດ້​ທີ່​ຈະ​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄຳ​ສອນ ແລະ ນະ​ໂຍ​ບາຍ. ຄຳ​ສອນ​ອ້າງ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ, ດັ່ງ​ເຊັ່ນ​ລັກ​ສະ​ນະ​ທຳ​ມະ​ຊາດ​ຂອງ​ຝ່າຍ​ພຣະ​ເຈົ້າ, ແຜນ​ແຫ່ງ​ຄວາມ​ລອດ, ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ນະ​ໂຍ​ບາຍ​ຄື​ການ​ນຳ​ໃຊ້​ຄຳ​ສອນ ອີງ​ຕາມ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ. ນະ​ໂຍ​ບາຍ​ຊ່ວຍ​ເຮົາ​ບໍ​ລິ​ຫານ​ສາດ​ສະ​ໜາ​ຈັກ​ໃນ​ວິ​ທີ​ທາງ​ທີ່​ເປັນ​ລະ​ບຽບ.

ໃນ​ຂະ​ນະ​ທີ່​ຄຳ​ສອນ​ຈະ​ບໍ່​ມີ​ວັນ​ປ່ຽນ​ແປງ, ນະ​ໂຍ​ບາຍ​ຈະ​ຖືກ​ດັດ​ແປງ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ເພື່ອ​ຮັກ​ສາ​ຄຳ​ສອນ​ຂອງ​ພຣະ​ອົງ ແລະ ປັບ​ປຸງ​ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກໆ​ຂອງ​ພຣະ​ອົງ.

ໜ້າ​ເສຍ​ດາຍ​ທີ່, ບາງ​ເທື່ອ​ເຮົາ​ກໍ​ສັບ​ສົນ​ເລື່ອງ​ນະ​ໂຍ​ບາຍ​ກັບ​ຄຳ​ສອນ. ຖ້າ​ຫາກ​ເຮົາ​ບໍ່​ເຂົ້າ​ໃຈ​ຄວາມ​ແຕກ​ຕ່າງ, ເຮົາ​ຈະ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ບໍ່​ພໍ​ໃຈ​ເມື່ອ​ນະ​ໂຍ​ບາຍ​ປ່ຽນ​ໄປ ແລະ ອາດ​ເລີ່ມ​ສົງ​ໄສ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ເຈົ້າ ຫລື ບົດ​ບາດ​ໃນ​ການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ.33

ການ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ

ເມື່ອ​ເຮົາ​ໄດ້​ຮັບ​ຄວາມ​ຈິງ​ຈາກ​ພຣະ​ເຈົ້າ, ພຣະ​ອົງ​ຊຸກ​ຍູ້​ເຮົາ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ນັ້ນ​ກັບ​ຄົນ​ອື່ນ.34 ເຮົາ​ເຮັດ​ສິ່ງ​ນີ້​ເມື່ອ​ເຮົາ​ສິດ​ສອນ​ຫ້ອງ​ຮຽນ, ນຳ​ພາ​ເດັກ​ນ້ອຍ, ຫລື ສົນ​ທະ​ນາ​ຄວາມ​ຈິງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ກັບ​ໝູ່​ເພື່ອນ​ຄົນ​ໜຶ່ງ.

ເປົ້າ​ໝາຍ​ຂອງ​ເຮົາ​ແມ່ນ​ຈະ​ສິດ​ສອນ​ຄວາມ​ຈິງ ໃນ​ວິ​ທີ​ທາງ​ທີ່​ເຊື້ອ​ເຊີນ​ອຳ​ນາດ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.35 ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ​ບາງ​ຢ່າງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ທີ່​ສາ​ມາດ​ຊ່ວຍ​ໄດ້.36

  1. ສຸມ​ໃຈ​ໃສ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ຄຳ​ສອນ​ພື້ນ​ຖານ​ຂອງ​ພວກ​ພຣະ​ອົງ.37

  2. ຍຶດ​ໝັ້ນ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ.38

  3. ເພິ່ງ​ອາ​ໄສ​ຄຳ​ສອນ​ທີ່​ຖືກ​ສະ​ຖາ​ປະ​ນາ​ຜ່ານ​ທາງ​ພະ​ຍານ​ຫລາກ​ຫລາຍ​ທີ່​ມີ​ສິດ​ອຳ​ນາດ.39

  4. ຫລີກ​ເວັ້ນ​ຈາກ​ການ​ຄາດ​ເດົາ, ຄວາມ​ຄິດ​ຄວາມ​ເຫັນ​ສ່ວນ​ຕົວ, ຫລື ຄວາມ​ຄິດ​ທາງ​ຝ່າຍ​ໂລກ.40

  5. ສິດ​ສອນ​ຈຸດ​ໃດ​ໜຶ່ງ​ຂອງ​ຄຳ​ສອນ​ພາຍ​ໃນ​ບໍ​ລິ​ບົດ​ຂອງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ.41

  6. ໃຊ້​ວິ​ທີ​ການ​ສິດ​ສອນ​ທີ່​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ.42

  7. ສື່​ສານ​ຢ່າງ​ແຈ່ມ​ແຈ້ງ ເພື່ອ​ຫລີກ​ເວັ້ນ​ຈາກ​ຄວາມ​ເຂົ້າ​ໃຈ​ຜິດ.43

ການ​ກ່າວ​ຄວາມ​ຈິງ​ດ້ວຍ​ໃຈ​ຮັກ

ວິ​ທີ​ທີ່​ເຮົາ​ສິດ​ສອນ​ສຳ​ຄັນ​ຫລາຍ​ແທ້ໆ. ໂປ​ໂລ​ໄດ້​ຊຸກ​ຍູ້​ໃຫ້​ເຮົາ​ກ່າວ “ຄວາມ​ຈິງ​ດ້ວຍ​ໃຈ​ຮັກ” (ເບິ່ງ ເອ​ເຟ​ໂຊ 4:14–15). ຄວາມ​ຈິງ​ມີ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ເມື່ອ​ຖືກ​ຖ່າຍ​ທອດ​ດ້ວຍ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ.44

ຄວາມ​ຈິງ​ທີ່​ຖືກ​ສິດ​ສອນ​ປາດ​ສະ​ຈາກ​ຄວາມ​ຮັກ​ສາ​ມາດ​ກໍ່​ໃຫ້​ເກີດ​ຄວາມ​ຮູ້​ສຶກ​ເຖິງ​ການ​ຕັດ​ສິນ, ທໍ້​ຖອຍ​ໃຈ, ແລະ ໂດດ​ດ່ຽວ. ມັນ​ມັກ​ຈະ​ນຳ​ໄປ​ສູ່​ຄວາມ​ແຄ້ນ​ໃຈ ແລະ ການ​ແບ່ງ​ແຍກ—ແມ່ນ​ແຕ່​ການ​ຂັດ​ແຍ້ງ. ກົງ​ກັນ​ຂ້າມ, ຄວາມ​ຮັກ​ປາດ​ສະ​ຈາກ​ຄວາມ​ຈິງ​ກໍ​ຫວ່າງ​ເປົ່າ ແລະ ຂາດ​ຄຳ​ສັນ​ຍາ​ຂອງ​ການ​ເຕີບ​ໂຕ.

ທັງ​ຄວາມ​ຈິງ ແລະ ຄວາມ​ຮັກ​ແມ່ນ​ຈຳ​ເປັນ​ສຳ​ລັບ​ການ​ພັດ​ທະ​ນາ​ທາງ​ວິນ​ຍານ​ຂອງ​ເຮົາ.45 ຄວາມ​ຈິງ​ໃຫ້​ຄຳ​ສອນ, ຫລັກ​ທຳ, ແລະ ກົດ​ທີ່​ຈຳ​ເປັນ​ຕໍ່​ການ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ໃນ​ຂະ​ນະ​ທີ່​ຄວາມ​ຮັກ​ກໍ່​ໃຫ້​ເກີດ​ແຮງ​ຈູງ​ໃຈ​ທີ່​ຈຳ​ເປັນ ເພື່ອ​ຈະ​ເປີດ​ໃຈ​ຮັບ ແລະ ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເປັນ​ຄວາມ​ຈິງ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຕະ​ຫລອດ​ໄປ​ສຳ​ລັບ​ຜູ້​ຄົນ​ທີ່​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ຢ່າງ​ອົດ​ທົນ ດ້ວຍ​ຄວາມ​ຮັກ.

ສະ​ຫລຸບ

ໃນ​ຂໍ້​ສະ​ຫລຸບ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ ຄວາມ​ຈິງ​ນິ​ລັນ​ດອນ ທີ່​ໄດ້​ກາຍ​ມາ​ເປັນ​ສະ​ໝໍ​ທີ່​ສຳ​ຄັນ​ຕໍ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມາ​ຮູ້​ຈັກ​ຄວາມ​ຈິງ​ເຫລົ່າ​ນີ້ ໂດຍ​ການ​ຕິດ​ຕາມ​ຫລັກ​ທຳ​ທີ່​ໄດ້​ສົນ​ທະ​ນາ​ໃນ​ມື້​ນີ້.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ທີ່​ຮັກ​ຂອງ​ເຮົາ.46 ພຣະ​ອົງ​ຮູ້​ທຸກ​ຢ່າງ,47 ຊົງ​ພະ​ລັງ​ທຸກ​ຢ່າງ,48 ແລະ ຮັກ​ຢ່າງ​ສົມ​ບູນ​ແບບ.49 ພຣະ​ອົງ​ໄດ້​ສ້າງ​ແຜນ​ໃຫ້​ເຮົາ​ເພື່ອ​ຮັບ​ຊີ​ວິດ​ນິ​ລັນ​ດອນ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.50

ໃນ​ຖາ​ນະ​ສ່ວນ​ໜຶ່ງ​ຂອງ​ແຜນ​ນັ້ນ, ພຣະ​ອົງ​ໄດ້​ສົ່ງ​ພຣະ​​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ຊ່ວຍ​ເຮົາ.51 ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ໃຫ້​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ52 ແລະ ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ.53 ພຣະ​ອົງ​ໄດ້​ຊົດ​ໃຊ້​ບາບ​ຂອງ​ເຮົາ54 ແລະ ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ຢູ່​ເທິງ​ໄມ້​ກາງ​ແຂນ.55 ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ຫລັງ​ຈາກ​ສາມ​ວັນ.56 ຜ່ານ​ທາງ​ພຣະ​ຄຣິດ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ,57 ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ,58 ແລະ ເຮົາ​ສາ​ມາດ​ພົບ​ຄວາມ​ເຂັ້ມ​ແຂງ​ໃນ​ຄວາມ​ທຸກ​ຍາກ.59

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ, ພຣະ​ເຢ​ຊູ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.60 ເມື່ອ​ເວ​ລາ​ຜ່ານ​ໄປ, ສາດ​ສະ​ໜາ​ຈັກ​ນັ້ນ​ກໍ​ຖືກ​ປ່ຽນ​ແປງ, ແລະ ຄວາມ​ຈິງ​ກໍ​ໄດ້​ສູນ​ຫາຍ​ໄປ.61 ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ.62 ແລະ ໃນ​ວັນ​ເວ​ລາ​ນີ້, ພຣະ​ຄຣິດ​ສືບ​ຕໍ່​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່.63

ຂ້າ​ພະ​ເຈົ້າ​ຮູ້​ວ່າ ເມື່ອ​ເຮົາ​ມາ​ຫາ​ພຣະ​ຄຣິດ, ເຮົາ​ຈະ “ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” ໃນ​ທີ່​ສຸດ (ໂມ​ໂຣ​ໄນ 10:32), ໄດ້​ຮັບ “ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:33), ແລະ ຮັບ​ເອົາ “ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ຂອງ​ເຮົາ​ມີ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38). ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ເພງ​ສັນ​ລະ​ເສີນ 117:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:39 ນຳ​ອີກ.

  2. “ກົງ​ກັນ​ຂ້າມ​ກັບ​ຄວາມ​ສົງ​ໄສ​ຂອງ​ບາງ​ຄົນ, ຄຳ​ວ່າ ຖືກ ແລະ ຜິດ ກໍ ມີ​ຈິງ. ຄວາມ​ຈິງ​ທີ່​ສົມ​ບູນ—ຄວາມ​ຈິງ​ນິ​ລັນ​ດອນ ກໍ ມີ​ຈິງ. ໄພ​ພິ​ບັດ​ຢ່າງ​ໜຶ່ງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ແມ່ນ​ວ່າ ມີ​ໜ້ອຍ​ຄົນ​ເກີນ​ໄປ​ທີ່​ຮູ້​ວ່າ​ຈະ​ໄປ​ຊອກ​ຫາ​ຄວາມ​ຈິງ​ໄດ້​ຢູ່​ບ່ອນ​ໃດ” (Russell M. Nelson, “Pure Truth, Pure Doctrine, and Pure Revelation,” Liahona, Nov. 2021, 6).

  3. ເບິ່ງ ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:37.

  4. ເບິ່ງ ໂມ​ໂຣ​ໄນ 7:19.

  5. ເບິ່ງ 2 ນີ​ໄຟ 1:9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 17:8.

  6. ເບິ່ງ ຢາ​ໂຄບ 2:8.

  7. ເບິ່ງ ເພງ​ສັນ​ລະ​ເສີນ 119:105; 2 ນີ​ໄຟ 32:3.

  8. ເບິ່ງ ໂຢ​ຮັນ 8:32; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:8.

  9. ເບິ່ງ ໂຢ​ຮັນ 17:17.

  10. ເບິ່ງ 2 ນີ​ໄຟ 31:20.

  11. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:11–13; 93:36.

  12. ເບິ່ງ ໂຢ​ຮັນ 5:19–20; 7:16; 8:26; 18:37; ໂມ​ເຊ 1:6.

  13. ເບິ່ງ ແອວ​ມາ 42:12–26; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:41.

  14. ເບິ່ງ ໂມ​ເຊ 1:30–39.

  15. ເບິ່ງ 2 ນີ​ໄຟ 26:24.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:8–9.

  17. ເບິ່ງ ໂຢ​ຮັນ 16:13; ຢາ​ໂຄບ 4:13; ໂມ​ໂຣ​ໄນ 10:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:14; 75:10; 76:12; 91:4; 124:97.

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:22–23; 8:2–3.

  19. ເບິ່ງ ເຢ​ເຣ​ມີ​ຢາ 1:5, 7; ອາ​ໂມດ 3:7; ມັດ​ທາຍ 28:16–20; ໂມ​ໂຣ​ໄນ 7:31; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38; 21:1–6; 43:1–7. ສາດ​ສະ​ດາ​ຄື “ບຸກ​ຄົນ​ທີ່​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ ແລະ ໃຫ້​ກ່າວ​ແທນ​ພຣະ​ເຈົ້າ. ໃນ​ຖາ​ນະ​ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ເຈົ້າ, ສາດ​ສະ​ດາ​ໄດ້​ຮັບ​ພຣະ​ບັນ​ຍັດ, ການ​ທຳ​ນາຍ, ແລະ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ. ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ແມ່ນ​ທີ່​ຈະ​ປະ​ກາດ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ພຣະ​ອົງ ແກ່​ມະ​ນຸດ​ຊາດ ແລະ ເພື່ອ​ສະ​ແດງ​ຄວາມ​ໝາຍ​ຂອງ​ການ​ກະ​ທຳ​ຂອງ​ພຣະ​ອົງ​ຕໍ່​ເຂົາ. ສາດ​ສະ​ດາ​ປະ​ນາມ​ບາບ ແລະ ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ມັນ. ເພິ່ນ​ເປັນ​ຄົນ​ສັ່ງ​ສອນ​ຄວາມ​ຊອບ​ທຳ. ບາງ​ຄັ້ງ ສາດ​ສະ​ດາ ອາດ​ຖືກ​ດົນ​ໃຈ​ໃຫ້​ບອກ​ເຖິງ​ອະ​ນາ​ຄົດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະ​ນຸດ​ຊາດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ. ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແມ່ນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ປະ​ຈຸ​ບັນ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ” (ຄູ່​ມື​ພຣະ​ຄຳ​ພີ, “ສາດ​ສະ​ດາ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ຕົວ​ຢ່າງ​ຂອງ​ຫລັກ​ທຳ​ເຫລົ່າ​ນີ້​ພົບ​ເຫັນ​ໄດ້​ຢູ່​ໃນ​ຊີ​ວິດ​ຂອງ​ອາ​ດາມ (ເບິ່ງ ໂມ​ເຊ 6:51–62), ​ເອ​ນົກ (ເບິ່ງ ໂມ​ເຊ 6:26–36), ໂນ​ອາ (ເບິ່ງ ໂມ​ເຊ 8:19, 23–24), ອັບ​ຣາ​ຮາມ (ເບິ່ງ ປະ​ຖົມ​ມະ​ການ 12:1–3; ອັບ​ຣາ​ຮາມ 2:8–9), ໂມ​ເຊ (ເບິ່ງ ອົບ​ພະ​ຍົບ 3:1–15; ໂມ​ເຊ 1:1–6, 25–26), ເປ​ໂຕ (ເບິ່ງ ມັດ​ທາຍ 16:13–19), ແລະ ໂຈ​ເຊັບ ສະ​ມິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:6–10; 20:2; 21:4–6).

  20. ເບິ່ງ 2 ຕີ​ໂມ​ທຽວ 3:16.

  21. ເບິ່ງ ໂຢ​ຮັນ 8:44; 2 ນີ​ໄຟ 2:18; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:39; ໂມ​ເຊ 4:4.

  22. ເບິ່ງ 1 ນີ​ໄຟ 10:19. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ແນະ​ນຳ​ວ່າ: “ເຮົາ​ຕ້ອງ​ລະ​ມັດ​ລະ​ວັງ ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ ແລະ ເມື່ອ​ເຮົາ​ເລືອກ​ແຫລ່ງ​ທີ່​ເຮົາ​ຈະ​ເພິ່ງ​ອາ​ໄສ​ໃນ​ການ​ຄົ້ນ​ຄວ້າ​ນັ້ນ. ເຮົາ​ບໍ່​ຄວນ​ຖື​ວ່າ​ຄວາມ​ໂດ່ງ​ດັງ​ທາງ​ໂລກ ຫລື ສິດ​ອຳ​ນາດ​ເປັນ​ແຫລ່ງ​ຂອງ​ຄວາມ​ຈິງ​ທີ່​ເໝາະ​ສົມ. ເມື່ອ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ສາດ​ສະ​ໜາ, ເຮົາ​ຄວນ​ໃຊ້​ວິ​ທີ​ທາງ ທາງ​ວິນ​ຍານ ທີ່​ຖືກ​ຕ້ອງ​ສຳ​ລັບ​ການ​ຄົ້ນ​ຄວ້າ​ນັ້ນ ດັ່ງ​ເຊັ່ນ: ການ​ອະ​ທິ​ຖານ, ພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ໃໝ່” (“Truth and the Plan,” Liahona, Nov. 2018, 25).

  23. ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ວ່າ: “ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ … ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແຕ່​ນອກ​ຈາກ​ນີ້, ເຮົາ​ເຊື່ອ​ວ່າ ຊາຍ ແລະ ຍິງ​ໂດຍ​ທົ່ວ​ໄປ ແລະ ແມ່ນ​ແຕ່​ເດັກ​ນ້ອຍ​ກໍ​ສາ​ມາດ​ຮຽນ​ຮູ້ ແລະ ຮັບ​ການ​ນຳ​ພາ​ໂດຍ​ການ​ດົນ​ໃຈ​ຈາກ​ສະ​ຫວັນ ໃນ​ການ​ຕອບ​ຮັບ​ການ​ອະ​ທິ​ຖານ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ. … ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕໍ່​ການ​ສື່​ສານ​ຢ່າງ​ຕໍ່​ເນື່ອງ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. … ນີ້​ບໍ່​ໄດ້​ບອກ​ວ່າ​ສະ​ມາ​ຊິກ​ທຸກ​ຄົນ​ເວົ້າ​ເພື່ອ​ສາດ​ສະ​ໜາ​ຈັກ ຫລື ສາ​ມາດ​ນິ​ຍາມ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້ ແຕ່​ບອກ​ວ່າ​ແຕ່​ລະ​ຄົນ​ສາ​ມາດ​ຮັບ​ການ​ນຳ​ພາ​ຈາກ​ສະ​ຫວັນ​ໃນ​ການ​ຈັດ​ການ​ກັບ​ຄວາມ​ທ້າ​ທາຍ ແລະ ໂອ​ກາດ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ” (“The Doctrine of Christ,” Liahona, May 2012, 89–90, note 2).

  24. ເບິ່ງ 2 ນີ​ໄຟ 33:1–2.

  25. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:28.

  26. ເບິ່ງ ໂມ​ໂຣ​ໄນ 10:3–5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:7–9; 84:85.

  27. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:35; 63:23; 93:27–28. ເຖິງ​ແມ່ນ​ເຮົາ​ຈະ​ພະ​ຍາ​ຍາມ​ຢ່າງ​ຈິງ​ຈັງ, ແຕ່​ເຮົາ​ບາງ​ຄົນ​ອາດ​ຍັງ​ປະ​ສົບ​ບັນ​ຫາ​ໃນ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ເນື່ອງ​ຈາກ​ການ​ທ້າ​ທາຍ​ດ້ານ​ສຸ​ຂະ​ພາບ​ຈິດ. ອາ​ການ​ຊຶມ​ເສົ້າ, ຄວາມ​ວິ​ຕົກ​ກັງ​ວົນ, ແລະ ພາ​ວະ​ທາງ​ລະ​ບົບ​ປະ​ສາດ​ອື່ນໆ ສາ​ມາດ​ເພີ່ມ​ຄວາມ​ຊັບ​ຊ້ອນ​ໃນ​ການ​ຮັບ​ຮູ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້. ໃນ​ກໍ​ລະ​ນີ​ເຊັ່ນ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ແລະ ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ (ເບິ່ງ ໂມ​ໄຊ​ຢາ 2:41). ເຮົາ​ສາ​ມາດ​ຊອກ​ຫາ​ກິດ​ຈະ​ກຳ​ເພີ່ມ​ເຕີມ—ດັ່ງ​ເຊັ່ນ​ການ​ຟັງ​ເພງ​ສັກ​ສິດ, ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້, ຫລື ການ​ໃຊ້​ເວ​ລາ​ຢູ່​ກັບ​ທຳ​ມະ​ຊາດ—ທີ່​ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຜົນ​ຂອງ​ພຣະ​ວິ​ຫານ (ເບິ່ງ ຄາ​ລາ​ເຕຍ 5:22–23) ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.

    ແອວ​ເດີ ແຈັບ​ຟະ​ລີ ອາ ຮໍ​ແລນ ໄດ້​ກ່າວ​ວ່າ: “ສະ​ນັ້ນ​ທ່ານ​ຈະ​ຕອບ​ຮັບ​ຢ່າງ​ໃດ​ດີ​ເມື່ອ​ທ່ານ ຫລື ຄົນ​ທີ່​ທ່ານ​ຮັກ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ທາງ​ສຸ​ຂະ​ພາບ​ຈິດ ແລະ ອາ​ລົມ? ສຳ​ຄັນ​ທີ່​ສຸດ​ແມ່ນ, ຢ່າ​ເສຍ​ສັດ​ທາ​ໃນ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ​ເລີຍ, ອົງ​ທີ່​ຮັກ​ທ່ານ​ຫລາຍ​ກວ່າ​ທ່ານ​ສາ​ມາດ​ເຂົ້າ​ໃຈ​ໄດ້. … ໃຫ້​ຕິດ​ຕາມ​ການ​ກະ​ທຳ​ທີ່​ພິ​ສູດ​ແລ້ວ​ວ່າ​ຈະ​ນຳ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ. ສະ​ແຫວງ​ຫາ​ຄຳ​ປຶກ​ສາ​ຂອງ​ຜູ້​ທີ່​ດຳ​ລົງ​ຂໍ​ກະ​ແຈ​ສຳ​ລັບ​ຄວາມ​ຜາ​ສຸກ​ທາງ​ວິນ​ຍານ​ຂອງ​ທ່ານ. ຂໍ ແລະ ທະ​ນຸ​ຖະ​ໜອມ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກໆ​ອາ​ທິດ, ແລະ ຍຶດ​ໝັ້ນ​ຢູ່​ໃນ​ຄຳ​ສັນ​ຍາ​ອັນ​ດີ​ພ້ອມ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ​ໃຫ້​ເຊື່ອ​ໃນ​ສິ່ງ​ມະ​ຫັດ​ຈະ​ຈັນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມັນ​ເກີດ​ຂຶ້ນ​ຫລາຍ​ເທື່ອ ເມື່ອ​ການ​ຊີ້​ບອກ​ທາງ​ອື່ນ​ຈະ​ກ່າວ​ວ່າ ຄວາມ​ຫວັງ​ນັ້ນ​ສູນ​ຫາຍ​ໄປ​ແລ້ວ. ຄວາມ​ຫວັງ​ຈະ​ບໍ່​ສູນ​ຫາຍ​ໄປ ຈັກ​ເທື່ອ” (“Like a Broken Vessel,” Liahona, Nov. 2013, 40–41).

  28. ເບິ່ງ ໂຢ​ຮັນ 7:17; ແອວ​ມາ 32:26–34. ໃນ​ທີ່​ສຸດ, ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ຈິງ “ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ,” ຈົນ​ກວ່າ​ເຮົາ​ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ປວງ (ເບິ່ງ ສຸ​ພາ​ສິດ 28:5; 2 ນີ​ໄຟ 28:30; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:67; 93:28).

  29. ເບິ່ງ 1 ໂຢ​ຮັນ 1:9–10; 2:1–2.

  30. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ອິດ​ສະ​ລະ, ຍົກ​ລະ​ດັບ​ຈິດ​ໃຈ, ຫລື ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຫລາຍ​ໄປ​ກວ່າ​ການ​ເອົາ​ໃຈ​ໃສ່​ທຸກ​ວັນ ຕໍ່​ການ​ກັບ​ໃຈ​ເປັນ​ປະ​ຈຳ​ຂອງ​ເຮົາ. ການ​ກັບ​ໃຈ ບໍ່​ແມ່ນ​ເຫດ​ການ​ໃດ​ໜຶ່ງ; ມັນ​ເປັນ​ຂັ້ນ​ຕອນ. ມັນ​ເປັນ​ສິ່ງ​ທີ່​ນຳ​ເຮົາ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ໃນ​ຈິດ​ໃຈ. ເມື່ອ​ລວມ​ໃສ່​ກັບ​ສັດ​ທາ, ການ​ກັບ​ໃຈ​ຈະ​ເປີດ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ” (“We Can Do Better and Be Better,” Liahona, May 2019, 67).

  31. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເຫດ​ຜົນ​ທັງ​ໝົດ​ທີ່​ພຣະ​ເຈົ້າ​ເກັບ​ກຳ​ຄວາມ​ຈິງ​ບາງ​ຢ່າງ​ໄວ້​ຈາກ​ພວກ​ເຮົາ, ແຕ່​ແອວ​ເດີ ໂອ​ສັນ ແອັຟ ວິດ​ນີ ໄດ້​ໃຫ້​ຄວາມ​ຮູ້​ແຈ້ງ​ທີ່​ໜ້າ​ສົນ​ໃຈ​ວ່າ: “ມັນ​ເປັນ​ພອນ​ທີ່​ຈະ​ເຊື່ອ​ໂດຍ​ບໍ່​ໄດ້​ເຫັນ, ເພາະ​ວ່າ ໂດຍ​ການ​ໃຊ້​ສັດ​ທາ​ຄວາມ​ພັດ​ທະ​ນາ​ທາງ​ວິນ​ຍານ​ຈະ​ມີ​ມາ, ຊຶ່ງ​ເປັນ​ຈຸດ​ປະ​ສົງ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ການ​ເປັນ​ຢູ່​ຂອງ​ມະ​ນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ; ໃນ​ຂະ​ນະ​ທີ່​ຄວາມ​ຮູ້, ໂດຍ​ທີ່​ເປັນ​ສິ່ງ​ທີ່​ໜ້ອຍ​ກວ່າ​ສັດ​ທາ, ຍັງ​ກີດ​ກັນ​ການ​ໃຊ້​ສັດ​ທາ, ດັ່ງ​ນັ້ນ​ຈຶ່ງ​ຂັດ​ຂວາງ​ຄວາມ​ພັດ​ທະ​ນາ​ທາງ​ວິນ​ຍານ. ‘ຄວາມ​ຮູ້​ຄື​ອຳ​ນາດ;’ ແລະ ທຸກ​ສິ່ງ​ທັງ​ປວງ​ກໍ​ຈະ​ເປັນ​ທີ່​ຮູ້​ຈັກ​ໃນ​ເວ​ລາ​ອັນ​ສົມ​ຄວນ. ແຕ່​ຄວາມ​ຮູ້​ກ່ອນ​ກຳ​ນົດ—ການ​ຮູ້​ໃນ​ຍາມ​ຜິດ​ເວ​ລາ—ແມ່ນ​ອັນ​ຕະ​ລາຍ​ຕໍ່​ທັງ​ຄວາມ​ກ້າວ​ໜ້າ ແລະ ຄວາມ​ສຸກ” (“The Divinity of Jesus Christ,” Improvement Era, Jan. 1926, 222; ເບິ່ງ Liahona, Dec. 2003, 14–15 ນຳ​ອີກ).

  32. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:5–10. ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ແນະ​ນຳ​ໄຮ​ຣຳ ສະ​ມິດ ວ່າ “ຢ່າ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ກາດ​ຄຳ​ຂອງ​ເຮົາ, ແຕ່​ກ່ອນ​ອື່ນ​ໝົດ​ໃຫ້​ສະ​ແຫວງ​ຫາ​ຄຳ​ຂອງ​ເຮົາ. … ຈົ່ງ​ສະ​ຫງົບ​ງຽບ [ແລະ] ສຶກ​ສາ​ຄຳ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:21–22). ສາດ​ສະ​ດາ​ແອວ​ມາ​ໄດ້​ໃຫ້​ຕົວ​ຢ່າງ​ສຳ​ລັບ​ການ​ຈັດ​ການ​ກັບ​ຄຳ​ຖາມ​ທີ່​ບໍ່​ໄດ້​ຮັບ​ຄຳ​ຕອບ ດັ່ງ​ນີ້: “ຄວາມ​ລຶກ​ລັບ​ເຫລົ່າ​ນີ້​ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ໂດຍ​ສົມ​ບູນ​ແກ່​ພໍ່; ສະ​ນັ້ນ ພໍ່​ຈຶ່ງ​ຢຸດ​ໄວ້​ກ່ອນ” (ແອວ​ມາ 37:11). ເພິ່ນ​ຍັງ​ໄດ້​ອະ​ທິ​ບາຍ​ຕໍ່​ໂຄ​ຣິ​ອານ​ທັນ​ວ່າ “ມັນ​ຍັງ​ມີ​ຄວາມ​ລຶກ​ລັບ​ຫລາຍ​ເລື່ອງ ຊຶ່ງ​ຖືກ​ເກັບ​ກຳ​ໄວ້, ຊຶ່ງ​ບໍ່​ມີ​ຜູ້​ໃດ​ຮູ້​ຈັກ​ມັນ​ນອກ​ຈາກ​ພຣະ​ເຈົ້າ​ເອງ” (ແອວ​ມາ 40:3). ຂ້າ​ພະ​ເຈົ້າ​ໄດ້​ພົບ​ຄວາມ​ເຂັ້ມ​ແຂງ​ເຊັ່ນ​ກັນ ຈາກ​ຄຳ​ຕອບ​ຂອງ​ນີ​ໄຟ ເມື່ອ​ເພິ່ນ​ຖືກ​ຖາມ​ຄຳ​ຖາມ​ທີ່​ເພິ່ນ​ບໍ່​ສາ​ມາດ​ຕອບ ທີ່​ວ່າ: “ຂ້າ​ນ້ອຍ​ຮູ້​ວ່າ [ພຣະ​ເຈົ້າ] ຮັກ​ລູກໆ​ຂອງ​ພຣະ​ອົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ນ້ອຍ​ກໍ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ” (1 ນີ​ໄຟ 11:17).

  33. ຄ້າຍ​ຄື​ກັນ​ນີ້, ປະ​ເພ​ນີ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ບໍ່​ໄດ້​ເປັນ​ຄຳ​ສອນ ຫລື ນະ​ໂຍ​ບາຍ. ມັນ​ສາ​ມາດ​ເປັນ​ປະ​ໂຫຍດ​ໄດ້ ຖ້າ​ວ່າ​ມັນ​ຊ່ວຍ​ເຮົາ​ໃຫ້​ຕິດ​ຕາມ​ຄຳ​ສອນ ແລະ ນະ​ໂຍ​ບາຍ, ແຕ່​ມັນ​ຍັງ​ສາ​ມາດ​ກີດ​ກັນ​ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ຂອງ​ເຮົາ​ນຳ​ອີກ ຖ້າ​ວ່າ​ມັນ​ບໍ່​ໄດ້​ອີງ​ໃສ່​ຫລັກ​ທຳ​ທີ່​ແທ້​ຈິງ. ເຮົາ​ຄວນ​ຫລີກ​ເວັ້ນ​ຈາກ​ປະ​ເພ​ນີ​ທີ່​ບໍ່​ສ້າງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ຫລື ຊ່ວຍ​ເຮົາ​ໃຫ້​ກ້າວ​ໜ້າ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

  34. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15:5; 88:77–78.

  35. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:21–23.

  36. ດັດ​ແປງ​ມາ​ຈາກ​ເອ​ກະ​ສານ “Principles for Ensuring Doctrinal Purity,” ຊຶ່ງ​ຖືກ​ອະ​ນຸ​ມັດ​ໂດຍ ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ເດືອນ​ກຸມ​ພາ 2023.

  37. ເບິ່ງ 1 ນີ​ໄຟ 15:14. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃຫ້​ຫລີກ​ເວັ້ນ​ຈາກ​ການ​ສຸມ​ໃສ່​ຄຳ​ສອນ, ຫລື ມະ​ໂນ​ທັດ, ທີ່​ບໍ່​ເປັນ​ຈຸດ​ໃຈ​ກາງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ວ່າ: “ແລະ ກ່ຽວ​ກັບ ຄຳ​ສອນ​ຕ່າງໆ​ເຈົ້າ​ຢ່າ​ເວົ້າ​ເຖິງ, ແຕ່​ເຈົ້າ​ຈົ່ງ​ປະ​ກາດ​ການ​ກັບ​ໃຈ ແລະ ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ການ​ປົດ​ບາບ​ໂດຍ​ການ​ບັບ​ຕິ​ສະ​ມາ, ແລະ ໂດຍ​ໄຟ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:31).

    ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ອະ​ທິ​ບາຍ​ວ່າ: “ຂໍ​ໃຫ້​ເຮົາ​ຈົ່ງ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ຂອງ​ປະ​ທານ​ແຫ່ງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ສາ​ມາດ​ເລົ່າ​ປະ​ສົບ​ການ​ຈາກ​ຊີ​ວິດ​ຂອງ​ເຮົາ​ເອງ ຫລື ແບ່ງ​ປັນ​ຄວາມ​ນຶກ​ຄິດ​ທີ່​ມາ​ຈາກ​ຄົນ​ອື່ນ. ເຖິງ​ແມ່ນ​ວ່າ​ຫົວ​ຂໍ້​ຂອງ​ເຮົາ​ອາດ​ກ່ຽວ​ກັບ​ຄອບ​ຄົວ ຫລື ການ​ຮັບ​ໃຊ້ ຫລື ພຣະ​ວິ​ຫານ ຫລື ການ​ເຜີຍ​ແຜ່​ເມື່ອ​ບໍ່​ດົນ​ມາ​ນີ້, ແຕ່​ທຸກ​ສິ່ງ​ໃນ​ການ​ນະ​ມັດ​ສະ​ການ​ຂອງ​ເຮົາ ຄວນ​ຊີ້​ໄປ​ຫາ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ“ (“We Talk of Christ,” Liahona, Nov. 2020, 89–90).

  38. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2–3, 8. ສາດ​ສະ​ດາ​ແອວ​ມາ​ໄດ້​ຕັກ​ເຕືອນ​ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ວ່າ “ບໍ່​ໃຫ້​ສິດ​ສອນ​ສິ່ງ​ອື່ນ​ນອກ​ຈາກ​ເປັນ​ສິ່ງ​ທີ່​ເພິ່ນ​ສິດ​ສອນ​ໄວ້, ແລະ ໄດ້​ເວົ້າ​ຈາກ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ” (ໂມ​ໄຊ​ຢາ 18:19).

    ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ປະ​ກາດ​ວ່າ, “ເຮົາ​ຕ້ອງ​ສິດ​ສອນ​ຄຳ​ສອນ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຈັກ ດັ່ງ​ທີ່​ບັນ​ຈຸ​ຢູ່​ໃນ​ວຽກ​ງານ​ມາດ​ຕະ​ຖານ ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ, ຜູ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ປະ​ກາດ​ຄຳ​ສອນ” (“The Lord Will Multiply the Harvest” [evening with a General Authority, Feb. 6, 1998], in Teaching Seminary: Preservice Readings [2004], 96).

    ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ເປັນ​ພະ​ຍານ​ວ່າ “ໃນ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ວັນ​ນີ້, ດັ່ງ​ເຊັ່ນ​ໃນ​ສະ​ໄໝ​ບູ​ຮານ, ການ​ຈັດ​ຕັ້ງ​ຄຳ​ສອນ​ຂອງ​ພຣະ​ຄຣິດ ຫລື ການ​ດັດ​ແປງ​ຄຳ​ສອນ​ທີ່​ຜິດ ຄື​ເປົ້າ​ໝາຍ​ຂອງ​ການ​ເປີດ​ເຜີຍ​ຕໍ່​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ສິດ​ອຳ​ນາດ​ຂອງ​ອັກ​ຄະ​ສາ​ວົກ​ໃຫ້” (“The Doctrine of Christ,” 86).

  39. ເບິ່ງ 2 ໂກ​ຣິນ​ໂທ 13:1; 2 ນີ​ໄຟ 11:3; ອີ​ເທີ 5:4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:28. ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ສັງ​ເກດ​ວ່າ: “ຜູ້​ຄົນ​ຈຳ​ນວນ​ໜ້ອຍ​ໜຶ່ງ​ກໍ​ມີ​ຄວາມ​ສົງ​ໄສ​ເລື່ອງ​ສັດ​ທາ​ຂອງ​ຕົນ ເມື່ອ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ເອ​ກະ​ສານ​ທີ່​ຂຽນ​ໂດຍ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເກົ່າ​ແກ່ ທີ່​ເບິ່ງ​ຄື​ວ່າ​ບໍ່​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ເຮົາ. ມີ​ຫລັກ​ທຳ​ທີ່​ສຳ​ຄັນ​ຊຶ່ງ​ປົກ​ຄອງ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ. ຄຳ​ສອນ​ໄດ້​ຖືກ​ສິດ​ສອນ​ໂດຍ​ສະ​ມາ​ຊິກ 15 ທ່ານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ​ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ. ມັນ​ບໍ່​ໄດ້​ຖືກ​ເຊື່ອງ​ຊ້ອນ​ໄວ້​ຢູ່​ໃນ​ວັກ​ໃດ​ວັກ​ໜຶ່ງ​ຂອງ​ບົດ​ປາ​ໄສ​ໃດ​ໜຶ່ງ. ຫລັກ​ທຳ​ທີ່​ແທ້​ຈິງ​ຖືກ​ສິດ​ສອນ​ຢູ່​ເລື້ອຍໆ​ໂດຍ​ຫລາຍ​ຄົນ. ຄຳ​ສອນ​ຂອງ​ພວກ​ເຮົາ​ຫາ​ໄດ້​ບໍ່​ຍາກ” (“Trial of Your Faith,” Liahona, Nov. 2012, 41).

    ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ສິດ​ສອນ​ຄ້າຍ​ຄື​ກັນ​ວ່າ: “ຄວນ​ຈື່​ຈຳ​ວ່າ ບໍ່​ແມ່ນ​ການ​ຖະ​ແຫລງ​ທຸກ​ຢ່າງ​ຂອງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ໃນ​ອະ​ດີດ ຫລື ໃນ​ປະ​ຈຸ​ບັນ, ເປັນ​ຄຳ​ສອນ​ທີ່​ຈຳ​ເປັນ. ມັນ​ເປັນ​ຄວາມ​ເຂົ້າ​ໃຈ​ທົ່ວ​ໄປ​ໃນ​ສາດ​ສະ​ໜາ​ຈັກ​ວ່າ ການ​ຖະ​ແຫລງ​ທີ່​ກ່າວ​ໂດຍ​ຜູ້​ນຳ​ຄົນ​ໜຶ່ງ ໃນ​ໂອ​ກາດ​ໃດ​ໜຶ່ງ ສ່ວນ​ຫລາຍ​ແລ້ວ​ຈະ​ກ່ຽວ​ພັນ​ກັບ​ໂອ​ກາດ​ນັ້ນ ໂດຍ​ສະ​ເພາະ, ຊຶ່ງ​ໄດ້​ໄຕ່​ຕອງ​ຢ່າງ​ຖີ່​ຖ້ວນ, ໄດ້​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ, ແຕ່​ບໍ່​ໄດ້​ຄາດ​ຫວັງ​ໃຫ້​ເປັນ​ການ​ຖະ​ແຫລງ​ເປັນ​ທາງ​ການ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ທັງ​ໝົດ” (“The Doctrine of Christ,” 88).

  40. ເບິ່ງ 3 ນີ​ໄຟ 11:32, 40. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ກ່າວ​ມາ​ແລ້ວ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ໃຫ້​ບໍ​ລິ​ສຸດ. … ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​ເລື່ອງ​ນີ້. ຄວາມ​ຜິດ​ປົກ​ກະ​ຕິ​ເລັກ​ນ້ອຍ​ໃນ​ການ​ສິດ​ສອນ​ຄຳ​ສອນ​ສາ​ມາດ​ນຳ​ໄປ​ສູ່​ຄວາມ​ຕົວະ​ອັນ​ຊົ່ວ​ຮ້າຍ​ທີ່​ໃຫຍ່​ໂຕ” (Teachings of Gordon B. Hinckley [1997], 620).

    ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ເຕືອນ​ວ່າ ມີ​ບາງ​ຄົນ “ຜູ້​ທີ່​ເລືອກ​ເອົາ​ສອງ​ສາມ​ປະ​ໂຫຍກ​ຈາກ​ຄຳ​ສອນ​ຂອງ​ສາດ​ສະ​ດາ ແລະ ໃຊ້​ມັນ​ເພື່ອ​ສະ​ໜັບ​ສະ​ໜູນ​ລາຍ​ການ​ທາງ​ດ້ານ​ການ​ເມືອງ​ຂອງ​ເຂົາ​ເຈົ້າ ແລະ ຈຸດ​ປະ​ສົງ​ສ່ວນ​ຕົວ​ອື່ນໆ. … ການ​ທີ່​ຈະ​ຕໍ່​ສູ້​ກັບ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ເພື່ອ​ສະ​ໜັບ​ສະ​ໜູນ​ລາຍ​ການ​ສ່ວນ​ຕົວ, ທາງ​ການ​ເມືອງ ຫລື ການ​ເງິນ, ຫລື ອື່ນໆ, ແມ່ນ​ທີ່​ຈະ​ພະ​ຍາ​ຍາມ ໝູນ​ໃຊ້ ສາດ​ສະ​ດາ, ແຕ່​ບໍ່​ແມ່ນ​ຈະ ຕິດ​ຕາມ ເພິ່ນ” (“Our Strengths Can Become Our Downfall” [Brigham Young University fireside, June 7, 1992], 7, speeches.byu.edu).

    ປະ​ທານ​ເຮັນ​ຣີ ບິ ໄອ​ຣິງ ໄດ້​ເຕືອນ​ວ່າ: “ຄຳ​ສອນ​ຈະ​ໄດ້​ຮັບ​ພະ​ລັງ​ຂອງ​ມັນ​ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ວ່າ​ມັນ​ເປັນ​ຄວາມ​ຈິງ. … ເພາະ​ເຮົາ​ຕ້ອງ​ການ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ຈະ​ຕ້ອງ​ມີ​ສະ​ຕິ ແລະ ລະ​ວັງ​ບໍ່​ໃຫ້​ສິດ​ສອນ​ເກີນ​ກວ່າ​ຄຳ​ສອນ​ທີ່​ແທ້​ຈິງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ. ການ​ຢືນ​ຢັນ​ຂອງ​ພຣະ​ອົງ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຫລີກ​ເວັ້ນ​ຈາກ​ການ​ຄາດ​ຕວງ ຫລື ການ​ແປ​ຄວາມ​ໝາຍ​ດ້ວຍ​ຕົວ​ເອງ. ສິ່ງ​ນີ້​ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ເຮັດ. … ອາດ​ຢາກ​ພະ​ຍາ​ຍາມ​ເຮັດ​ບາງ​ສິ່ງ​ທີ່​ໃໝ່ໆ ຫລື ສິ່ງ​ທີ່​ຕື່ນ​ເຕັ້ນ. ແຕ່​ເຮົາ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ມາ​ເປັນ​ເພື່ອນ ເມື່ອ​ເຮົາ​ສິດ​ສອນ​ພຽງ​ແຕ່​ຄຳ​ສອນ​ທີ່​ແທ້​ຈິງ​ຢ່າງ​ລະ​ມັດ​ລະ​ວັງ. ວິ​ທີ​ໜຶ່ງ​ທີ່​ແນ່​ນອນ​ທີ່​ສຸດ​ໃນ​ການ​ຫລີກ​ເວັ້ນ​ຈາກ​ການ​ເຂົ້າ​ໃກ້​ຄຳ​ສອນ​ຜິດ​ຄື​ການ​ເລີ່ມ​ເຮັດ​ແບບ​ງ່າຍໆ​ໃນ​ການ​ສິດ​ສອນ​ຂອງ​ເຮົາ. ຈະ​ໄດ້​ຮັບ​ຄວາມ​ປອດ​ໄພ​ໂດຍ​ຄວາມ​ລຽບ​ງ່າຍ​ນັ້ນ, ແລະ ສ່ວນ​ນ້ອຍ​ຈະ​ສູນ​ເສຍ​ໄປ” (“The Power of Teaching Doctrine,” Liahona, July 1999, 86).

    ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ສິດ​ສອນ​ວ່າ: “ການ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ທາງ​ວິນ​ຍານ​ຂອງ​ເຮົາ, ແຕ່​ຈົ່ງ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ. ເຫດ​ຜົນ​ບໍ່​ສາ​ມາດ​ທົດ​ແທນ​ການ​ເປີດ​ເຜີຍ​ໄດ້. ການ​ຄາດ​ເດົາ​ຈະ​ບໍ່​ນຳ​ໄປ​ສູ່​ຄວາມ​ຮູ້​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ກວ່າ, ແຕ່​ຈະ​ນຳ​ໄປ​ສູ່​ການ​ຫລອກ​ລວງ ຫລື ຫັນ​ປ່ຽນ​ຈຸດ​ສຸມ​ຂອງ​ເຮົາ​ຈາກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ” (“Your Divine Nature and Eternal Destiny,” Liahona, May 2022, 70).

  41. ເບິ່ງ ມັດ​ທາຍ 23:23. ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ໄດ້​ເຕືອນ​ວ່າ: “ມັນ​ເປັນ​ເລື່ອງ​ທີ່​ບໍ່​ສະ​ຫລາດ ທີ່​ຈະ​ເອົາ​ເສດ​ສ່ວນ​ໜຶ່ງ​ຂອງ​ຄວາມ​ຈິງ ແລະ ໃຊ້​ມັນ​ຄື​ກັບ​ວ່າ​ມັນ​ເປັນ​ສ່ວນ​ເຕັມ​ທັງ​ໝົດ. … ຫລັກ​ທຳ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ ທີ່​ຖືກ​ຟື້ນ​ຟູ​ທັງ​ໝົດ​ແມ່ນ​ຈຳ​ເປັນ ແລະ ສຳ​ຄັນ ໃນ​ແຜນ​ແຫ່ງ​ຄວາມ​ລອດ.” ເພິ່ນ​ໄດ້​ອະ​ທິ​ບາຍ​ເພີ່ມ​ເຕີມ​ວ່າ: “ມັນ​ທັງ​ບໍ່​ເປັນ​ນະ​ໂຍ​ບາຍ​ທີ່​ດີ ຫລື ຄຳ​ສອນ​ທີ່​ມີ​ເຫດ​ຜົນ​ທີ່​ຈະ​ເອົາ​ສິ່ງ​ໃດ​ສິ່ງ​ໜຶ່ງ, ຈຳ​ແນກ​ມັນ​ຈາກ​ແຜນ​ຂອງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ເຮັດ​ໃຫ້​ມັນ​ເປັນ​ວຽກ​ອະ​ດິ​ເລກ​ພິ​ເສດ, ແລະ ເພິ່ງ​ອາ​ໄສ​ມັນ​ເພື່ອ​ຄວາມ​ລອດ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຮົາ. … ທັງ​ໝົດ​ແມ່ນ​ຈຳ​ເປັນ” (Gospel Doctrine, 5th ed. [1939], 122).

    ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ອະ​ທິ​ບາຍ​ວ່າ: “ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ … ຮຽກ​ຮ້ອງ​ການ​ປະ​ສານ​ງານ. ເມື່ອ​ເຮົາ​ແຍກ​ຕົວ​ອອກ​ຈາກ​ກັນ ຫລື ແຍກ​ຕົວ​ຢູ່​ຄົນ​ດຽວ, ການ​ຖອດ​ຄວາມ​ໝາຍ ແລະ ການ​ນຳ​ໃຊ້​ຄຳ​ສອນ​ເຫລົ່າ​ນີ້​ອາດ​ບໍ່​ຊອບ​ທຳ. ຄວາມ​ຮັກ, ຖ້າ​ບໍ່​ຢັບ​ຢັ້ງ​ດ້ວຍ​ພຣະ​ບັນ​ຍັດ​ຂໍ້​ທີ​ເຈັດ, ຈະ​ກາຍ​ເປັນ​ເລື່ອງ​ກາມ​ມະ​ລົມ. ການ​ເນັ້ນ​ເຖິງ​ການ​ໃຫ້​ກຽດ​ພໍ່​ແມ່​ໃນ​ພຣະ​ບັນ​ຍັດ​ຂໍ້​ທີ​ຫ້າ​ກໍ​ໜ້າ​ຊົມ​ເຊີຍ, ຖ້າ​ຫາກ​ບໍ່​ຖືກ​ຢັບ​ຢັ້ງ​ໂດຍ​ພຣະ​ບັນ​ຍັດ​ຂໍ້​ທີ​ໜຶ່ງ, ກໍ​ຈະ​ມີ​ຜົນ​ທີ່​ຕາມ​ມາ​ເປັນ​ຄວາມ​ຈົງ​ຮັກ​ພັກ​ດີ​ທີ່​ມີ​ເງື່ອນ​ໄຂ​ຕໍ່​ພໍ່​ແມ່​ທີ່​ຜິດ​ພາດ​ແທນ​ທີ່​ຈະ​ມີ​ຕໍ່​ພຣະ​ເຈົ້າ. … ແມ່ນ​ແຕ່​ຄວາມ​ອົດ​ທົນ​ຍັງ​ຖືກ​ເຮັດ​ໃຫ້​ສົມ​ດູນ​ໂດຍ ‘ຕິ​ຕຽນ​ໃຫ້​ທັນ​ການ​ດ້ວຍ​ຄວາມ​ສຽບ​ຂາດ, ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:43]” (“Behold, the Enemy Is Combined,” Ensign, May 1993, 78–79).

    ປະ​ທານ​ແມ​ຣຽນ ຈີ ຣອມ​ນີ ໄດ້​ແນະ​ນຳ​ວ່າ, “ການ​ຄົ້ນ​ຄວ້າ [ພຣະ​ຄຳ​ພີ] ເພື່ອ​ຈຸດ​ປະ​ສົງ​ຂອງ​ການ​ຄົ້ນ​ພົບ​ສິ່ງ​ທີ່​ມັນ​ສິດ​ສອນ​ທີ່​ວ່າ​ຖືກ​ຮຽກ​ຮ້ອງ​ໂດຍ​ພຣະ​ເຢ​ຊູ ແມ່ນ​ແຕກ​ຕ່າງ​ຈາກ​ການ​ຄົ້ນ​ຫາ​ຜ່ານໆ​ໄປ​ເພື່ອ​ຈຸດ​ປະ​ສົງ​ຂອງ​ການ​ພົບ​ເຫັນ​ຂໍ້​ພຣະ​ຄຳ​ພີ​ທີ່​ຈະ​ຖືກ​ໃຊ້ ເພື່ອ​ສະ​ໜັບ​ສະ​ໜູນ​ຂໍ້​ສະ​ຫລຸບ​ທີ່​ກຳ​ນົດ​ໄວ້​ແລ້ວ” (“Records of Great Worth,” Ensign, Sept. 1980, 3).

  42. ເບິ່ງ 1 ໂກ​ຣິນ​ໂທ 2:4; ໂມ​ໂຣ​ໄນ 6:9. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ເນັ້ນ​ຄວາມ​ຈຳ​ເປັນ​ທີ່​ຈະ ສື່​ສານ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ວິ​ທີ​ທີ່​ນຳ​ໄປ​ສູ່​ການ​ຍົກ​ລະ​ດັບ​ທາງ​ວິນ​ຍານ ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ: “ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເຄີຍ​ໃຫ້​ຄຳ​ແນະ​ນຳ​ທີ່​ໜ້າ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ສາດ​ສະ​ໜາ​ຈັກ ຫລາຍ​ກວ່າ​ທີ່​ວ່າ​ເຮົາ​ຕ້ອງ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ‘ໂດຍ​ພຣະ​ວິນ​ຍານ, ແມ່ນ​ແຕ່​ພຣະ​ຜູ້​ປອດ​ໂຍນ ຊຶ່ງ​ຖືກ​ສົ່ງ​ອອກ​ໄປ​ເພື່ອ​ສິດ​ສອນ​ຄວາມ​ຈິງ.’ ເຮົາ​ຈະ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ ‘ໂດຍ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ບໍ? ພຣະ​ອົງ​ໄດ້​ຖາມ. ຫລື ເຮົາ​ຈະ​ສິດ​ສອນ​ມັນ​ໂດຍ ‘ທາງ​ອື່ນ​ບໍ? ແລະ ຖ້າ​ຫາກ​ເປັນ​ໂດຍ​ທາງ​ອື່ນ,’ ພຣະ​ອົງ​ເຕືອນ​ວ່າ, ‘ມັນ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະ​ເຈົ້າ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:14, 17–18]. … ຈະ​ບໍ່​ມີ​ການ​ຮຽນ​ຮູ້​ນິ​ລັນ​ດອນ​ສາ​ມາດ​ເກີດ​ຂຶ້ນ ປາດ​ສະ​ຈາກ​ການ​ເຮັດ​ໃຫ້​ມີ​ຊີ​ວິດ​ຊີ​ວາ​ຂອງ​ພຣະ​ວິນ​ຍານ​ຈາກ​ສະ​ຫວັນ. … ນັ້ນ​ເປັນ​ສິ່ງ​ທີ່​ສະ​ມາ​ຊິກ​ຂອງ​ເຮົາ​ຕ້ອງ​ການ​ແທ້ໆ. … ເຂົາ​ເຈົ້າ​ຕ້ອງ​ການ​ໃຫ້​ສັດ​ທາ​ຂອງ​ເຂົາ​ເຈົ້າ​ຖືກ​ເສີມ​ພະ​ລັງ ແລະ ຄວາມ​ຫວັງ​ຂອງ​ເຂົາ​ເຈົ້າ​ຟື້ນ​ຟູ. ໂດຍ​ສະ​ຫລຸບ​ແລ້ວ, ເຂົາ​ເຈົ້າ​ຕ້ອງ​ການ, ທີ່​ຈະ​ຖືກ​ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ໂດຍ​ອຳ​ນາດ​ຈາກ​ສະ​ຫວັນ” (“A Teacher Come from God,” Ensign, May 1998, 26).

  43. ເບິ່ງ ​ແອວ​ມາ 13:23. ເມື່ອ​ກ່າວ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເປັນ​ພະ​ຍານ​ວ່າ, “ພຣະ​ອົງ​ສື່​ສານ​ແບບ​ລຽບ​ງ່າຍ, ແຜ່ວ​ເບົາ, ແລະ ແຈ່ມ​ແຈ້ງ​ທີ່​ສຸດ ຈົນ​ເຮົາ​ເຂົ້າ​ໃຈ​ຜິດ​ບໍ່​ໄດ້” (“Hear Him,” Liahona, May 2020, 89).

  44. ເບິ່ງ ເພງ​ສັນ​ລະ​ເສີນ 26:3; ໂຣມ 13:10; 1 ໂກ​ຣິນ​ໂທ 13:1–8; 1 ໂຢ​ຮັນ 3:18.

  45. ເບິ່ງ ເພງ​ສັນ​ລະ​ເສີນ 40:11.

  46. ເບິ່ງ ໂຣມ 8:16.

  47. ເບິ່ງ 1 ຊາ​ມູ​ເອນ 2:3; ​ມັດ​ທາຍ 6:8; 2 ນີ​ໄຟ 2:24; 9:20.

  48. ເບິ່ງ ປະ​ຖົມ​ມະ​ການ 17:1; ເຢ​ເຣ​ມີ​ຢາ 32:17; 1 ນີ​ໄຟ 7:12; ແອວ​ມາ 26:35.

  49. ເບິ່ງ ເຢ​ເຣ​ມີ​ຢາ 31:3; 1 ໂຢ​ຮັນ 4:7–10; ແອວ​ມາ 26:37.

  50. ເບິ່ງ 2 ນີ​ໄຟ 9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:17–31; ໂມ​ເຊ 6:52–62.

  51. ເບິ່ງ ໂຢ​ຮັນ 3:16; 1 ໂຢ​ຮັນ 4:9–10.

  52. ເບິ່ງ ໂຢ​ຮັນ 8:29; 3 ນີ​ໄຟ 27:13.

  53. ເບິ່ງ ໂຢ​ຮັນ 15:12; 1 ໂຢ​ຮັນ 3:11.

  54. ເບິ່ງ ລູ​ກາ 22:39–46.

  55. ເບິ່ງ ໂຢ​ຮັນ 19:16–30.

  56. ເບິ່ງ ໂຢ​ຮັນ 20:1–18.

  57. ເບິ່ງ 1 ໂກ​ຣິນ​ໂທ 15:20–22; ໂມ​ໄຊ​ຢາ 15:20–24; 16:7–9; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:16–17.

  58. ເບິ່ງ ກິດ​ຈະ​ການ 11:17–18; 1 ຕີ​ໂມ​ທຽວ 1:14–16; ອັບ​ຣາ​ຮາມ 34:8–10; ໂມ​ໂຣ​ໄນ 6:2–3, 8; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:13–19.

  59. ເບິ່ງ ມັດ​ທາຍ 11:28–30; 2 ໂກ​ຣິນ​ໂທ 12:7–10; ຟີ​ລິບ​ປອຍ 4:13; ແອວ​ມາ 26:11–13.

  60. ເບິ່ງ ມັດ​ທາຍ 16:18–19; ເອ​ເຟ​ໂຊ 2:20.

  61. ເບິ່ງ ມັດ​ທາຍ 24:24; ກິດ​ຈະ​ການ 20:28–30.

  62. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:1–4; 21:1–7; 27:12; 110; 135:3; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:1–20.

  63. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:14, 38; 43:1–7; 107:91–92.