ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ສະ​ເໜີ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ​ຕໍ່​ສາດ​ສະ​ໜາ​ຈັກ ເພື່ອ​ການ​ສະ​ໜັບ​ສະ​ໜູນ.

ຂໍ​ຈົ່ງ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໃນ​ວິ​ທີ​ທາງ​ທີ່​ເຄີຍ​ເຮັດ​ມາ, ບໍ່​ວ່າ​ທ່ານ​ຈະ​ຢູ່​ບ່ອນ​ໃດ​ກໍ​ຕາມ. ຖ້າ​ມີ​ຜູ້​ໃດ​ຄັດ​ຄ້ານ, ຂໍ​ໃຫ້​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ຕົນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ດາ​ລິນ ແຮ​ຣິສ ໂອກສ໌ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ; ແລະ ເຮັນ​ຣີ ເບັນ​ນຽນ ໄອ​ຣິງ ເປັນ​ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ດາ​ລິນ ເອັຈ ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ເອັມ ຣະ​ໂຊ ບາ​ເລີດ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ: ເອັມ ຣະ​ໂຊ ບາ​ເລີດ, ແຈັບ​ຟະ​ຣີ ອາ ຮໍ​ແລນ, ດີ​ເດີ ແອັຟ ອຸກ​ດອບ, ເດ​ວິດ ເອ ແບ໊ດ​ນາ, ຄວິນ​ຕິນ ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ແອວ ແອນ​ເດີ​ເຊັນ, ຣອນ​ໂນ ເອ ແຣັສ໌​ແບນ, ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແດວ ຈີ ເຣັນ​ລັນ, ແກ​ຣິດ ດັບ​ເບິນ​ຢູ ກອງ, ແລະ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຕາມ​ທີ່​ໄດ້​ປະ​ກາດ​ມາ​ກ່ອນ​ໜ້າ​ນີ້, ພວກ​ເຮົາ​ໄດ້​ສະ​ເໜີ​ການ​ເອີ້ນ​ໃຫ້​ແກ່ ອາ​ເລັກ​ແຊນ​ເດີ ດູ​ສະ​ກູ ໃຫ້​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ສາ​ວົກ​ເຈັດ​ສິບ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ແຈ້ງ​ບອກ​ດ້ວຍ​ຄວາມ​ຂອບ​ໃຈ ຕໍ່​ການ​ປົດ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ສອງ​ທ່ານ ຜູ້​ທີ່​ລາຍ​ຊື່​ຂອງ​ພວກ​ເພິ່ນ​ຈະ​ມີ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ດີ​ເດັ່ນ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ສາ​ວົກ​ເຈັດ​ສິບ​ຄົນ​ອື່ນໆ, ລວມ​ທັງ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​ໃໝ່​ສອງ​ທ່ານ ຊຶ່ງ​ໄດ້​ປະ​ກາດ​ໄປ​ແລ້ວ​ໃນ​ຕົ້ນ​ອາ​ທິດ​ນີ້ ຜູ້​ທີ່​ລາຍ​ຊື່​ຂອງ​ພວກ​ເພິ່ນ​ຈະ​ມີ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ຂອບ​ໃຈ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ສຳ​ລັບ​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ມາ.

ການ​ປ່ຽນ​ແປງ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ໂຣ​ເຮ​ຣີ​ໂອ ໂບ​ສະ​ກີ ແລະ ເຄີດ ແອວ ຮອດ​ເຈສ໌.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ປົດ​ລະ​ຫວ່າງ​ກອງ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ເຮັນ​ຣີ ເຈ ໄອ​ຣິງ ແລະ ຢັງ​ຈຸນ ຄວານ.