ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ

ພວກ​ເຮົາ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ຜູ້​ທີ່​ເຫັນ​ວ່າ ເຮົາ​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ ແລະ ຄວາມ​ໄດ້​ປຽບ​ທຸກໆ​ປະ​ການ​ທີ່​ຄວາມ​ປາດ​ຖະ​ໜາ ແລະ ການ​ເລືອກ​ຂອງ​ເຮົາ​ເອງ​ຈະ​ເອື້ອ​ອຳ​ນວຍ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມັກ​ຈະ​ຖືກ​ຖາມ​ວ່າ, “ໂບດ​ຂອງ​ທ່ານ​ຕ່າງ​ຈາກ​ໂບດ​ຄຣິດ​ສະ​ຕຽນ​ອື່ນໆ​ແນວ​ໃດ?” ໃນ​ທ່າມ​ກາງ​ຄຳ​ຕອບ​ທີ່​ພວກ​ເຮົາ​ມີ​ໃຫ້​ແມ່ນ ຄວາມ​ສົມ​ບູນ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ທ່າມ​ກາງ​ຄຳ​ສອນ ແມ່ນ​ຄວາມ​ຈິງ​ທີ່​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊົງ​ຮັກ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ຫລາຍ ຈົນ​ວ່າ​ພຣະ​ອົງ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ໄດ້​ຢູ່​ໃນ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໜຶ່ງ​ຕະ​ຫລອດ​ໄປ. ຍິ່ງ​ໄປ​ກວ່າ​ນັ້ນ, ພຣະ​ອົງ​ຢາກ​ໃຫ້​ເຮົາ​ຢູ່​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຊົ່ວ​ນິ​ລັນ​ດອນ. ແຜນ​ຂອງ​ພຣະ​ອົງ​ປະ​ທານ​ຄຳ​ສອນ ແລະ ໂອ​ກາດ​ໃນ​ການ​ເລືອກ​ທີ່​ຈະ​ຮັບ​ປະ​ກັນ​ແກ່​ເຮົາ​ເຖິງ​ຈຸດ​ໝາຍ​ປາຍ​ທາງ ແລະ ຊີ​ວິດ​ທີ່​ເຮົາ​ເລືອກ.

I.

ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ເຮົາ​ຮູ້​ວ່າ ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ​ຂອງ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້ ບໍ່​ແມ່ນ​ແນວ​ຄິດ​ທີ່​ບໍ່​ພຽງ​ພໍ​ທີ່​ວ່າ ສະ​ຫວັນ​ແມ່ນ​ສຳ​ລັບ​ຄົນ​ຊອບ​ທຳ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຊົ່ວ​ນິ​ລັນ​ຂອງ​ນະ​ລົກ​ແມ່ນ​ສຳ​ລັບ​ຄົນ​ທີ່​ເຫລືອ. ແຜນ​ທີ່​ມີ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ແມ່ນ​ລວມ​ທັງ​ຄວາມ​ເປັນ​ຈິງ​ນີ້​ທີ່​ຖືກ​ສິດ​ສອນ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ: “ໃນ​ຜາ​ສາດ​ພຣະ​ບິ​ດາ​ຂອງ​ເຮົາ​ມີ​ທີ່​ຢູ່​ຫລາຍ​ບ່ອນ.”1

ຄຳ​ສອນ​ທີ່​ຖືກ​ເປີດ​ເຜີຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ສິດ​ສອນ​ວ່າ ລູກ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ—ດ້ວຍ​ຂໍ້​ຍົກ​ເວັ້ນ​ທີ່​ຈຳ​ກັດ​ຫລາຍ​ເກີນ​ກວ່າ​ທີ່​ຈະ​ພິ​ຈາ​ລະ​ນາ​ໃນ​ທີ່​ນີ້—ຈະ​ສືບ​ທອດ​ໜຶ່ງ​ໃນ​ສາມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໃນ​ທີ່​ສຸດ, ແມ່ນ​ແຕ່​ອາ​ນາ​ຈັກ​ທີ່​ຕໍ່າ​ຕ້ອຍ​ທີ່​ສຸດ “ຊຶ່ງ​ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ.”2 ຫລັງ​ຈາກ​ໄລ​ຍະ​ເວ​ລາ​ທີ່​ຜູ້​ທີ່​ບໍ່​ເຊື່ອ​ຟັງ​ທົນ​ທຸກ​ເພາະ​ບາບ​ຂອງ​ຕົນ, ຊຶ່ງ​ຄວາມ​ທົນ​ທຸກ​ຈະ​ກຽມ​ພວກ​ເຂົາ​ສຳ​ລັບ​ສິ່ງ​ທີ່​ຈະ​ຕາມ​ມາ, ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ ແລະ ສືບ​ຕໍ່​ດຳ​ເນີນ​ໄປ​ສູ່​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ໃນ​ທີ່​ນັ້ນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຜູ້​ຊົງ​ຮັກ, ຜູ້​ທີ່, ພວກ​ເຮົາ​ໄດ້​ຖືກ​ສິດ​ສອນ​ໃຫ້, “ສັນ​ລະ​ເສີນ​ພຣະ​ບິ​ດາ, ແລະ ຊ່ວຍ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ລອດ,”3 ຈະ​ສົ່ງ​ລູກ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ໄປ​ຍັງ​ໜຶ່ງ​ໃນ​ສາມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ເຫລົ່າ​ນີ້ ຕາມ​ຄວາມ​ປາດ​ຖະ​ໜາ​ທີ່​ພວກ​ເຂົາ​ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ຜ່ານ​ການ​ເລືອກ​ຂອງ​ພວກ​ເຂົາ.

ອີກ​ຄຳ​ສອນ​ໜຶ່ງ ແລະ ການ​ປະ​ຕິ​ບັດ​ໜຶ່ງ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ກໍ​ຄື ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ​ທີ່​ໄດ້​ຖືກ​ເປີດ​ເຜີຍ ທີ່​ໃຫ້ ລູກ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ໄດ້​ມີ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ​ແຫ່ງ​ການ​ມີ​ຄຸນ​ສົມ​ບັດ​ສຳ​ລັບ​ລັດ​ສະ​ໝີ​ພາບ​ລະ​ດັບ​ສູງ​ສຸດ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ຈຸດ​ໝາຍ​ທີ່​ສູງ​ສຸດ​ນັ້ນ—ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ—ແມ່ນ​ຈຸດ​ສຸມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເປັນ​ເອ​ກະ​ລັກ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ແຜນ​ນັ້ນ​ເລີ່ມ​ຕົ້ນ​ດ້ວຍ​ຊີ​ວິດ​ຂອງ​ພວກ​ເຮົາ​ໃນ​ຖາ​ນະ​ວິນ​ຍານ ກ່ອນ​ທີ່​ພວກ​ເຮົາ​ຈະ​ມາ​ເກີດ, ແລະ ມັນ​ເປີດ​ເຜີຍ​ຈຸດ​ປະ​ສົງ ແລະ ເງື່ອນ​ໄຂ​ຂອງ​ການ​ເດີນ​ທາງ​ທີ່​ພວກ​ເຮົາ​ໄດ້​ເລືອກ​ໃນ​ຄວາມ​ເປັນ​ມະ​ຕະ ແລະ ຈຸດ​ໝາຍ​ປາຍ​ທາງ​ທີ່​ພວກ​ເຮົາ​ປາດ​ຖະ​ໜາ​ຕໍ່​ຈາກ​ນັ້ນ.

II.

ເຮົາ​ຮູ້​ຈາກ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ວ່າ “ອາ​ນາ​ຈັກ​ທັງ​ໝົດ​ມີ​ກົດ​ໃຫ້​ໄວ້”4 ແລະ ວ່າ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ເຮົາ​ຈະ​ໄດ້​ຮັບ​ໃນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ແມ່ນ​ໄດ້​ຖືກ​ກຳ​ນົດ​ໄວ້​ໂດຍ​ກົດ​ຕ່າງໆ​ທີ່​ເຮົາ​ເລືອກ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ໃນ​ການ​ເດີນ​ທາງ​ມະ​ຕະ​ຂອງ​ເຮົາ. ພາຍ​ໃຕ້​ແຜນ​ທີ່​ມີ​ຄວາມ​ຮັກ​ນັ້ນ, ມີ​ຫລາຍ​ອາ​ນາ​ຈັກ—ມີ​ທີ່​ຢູ່​ຫລາຍ​ບ່ອນ—ເພື່ອ​ວ່າ​ລູກ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ຈະ​ສືບ​ທອດ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໜຶ່ງ ຊຶ່ງ​ພວກ​ເຂົາ​ຈະ​ສາ​ມາດ “ປະ​ຕິ​ບັດ​ຕາມ” ກົດ​ເຫລົ່າ​ນັ້ນ​ໄດ້​ຢ່າງ​ສະ​ບາຍໆ.

ເມື່ອ​ເຮົາ​ບັນ​ຍາຍ​ລັກ​ສະ​ນະ ແລະ ຂໍ້​ຮຽກ​ຮ້ອງ​ຂອງ​ແຕ່​ລະ​ອາ​ນາ​ຈັກ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ນັ້ນ, ເຮົາ​ເລີ່ມ​ຈາກ​ລະ​ດັບ​ສູງ​ສຸດ, ຊຶ່ງ​ເປັນ​ຈຸດ​ສຸມ​ຂອງ​ພຣະ​ບັນ​ຍັດ ແລະ ພິ​ທີ​ການ​ຕ່າງໆ​ແຫ່ງ​ສະ​ຫວັນ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໃນ​ລັດ​ສະ​ໝີ​ພາບ “ຊັ້ນ​ສູງ”5 ມີ​ຢູ່​ສາມ​ລະ​ດັບ,6 ຊຶ່ງ​ລະ​ດັບ​ສູງ​ສຸດ​ແມ່ນ​ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ນີ້​ແມ່ນ​ບ່ອນ​ຢູ່​ຂອງ​ຜູ້​ທີ່ “ຜູ້​ໄດ້​ຮັບ​ຄວາມ​ບໍ​ລິ​ບູນ​ຂອງ​ພຣະ​ອົງ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ,” ເຫດ​ສະ​ນັ້ນ, “ພວກ​ເຂົາ​ເປັນ​ພຣະ​ເຈົ້າ, ແມ່ນ​ແຕ່​ເປັນ​ບຸດ [ແລະ ທິ​ດາ] ຂອງ​ພຣະ​ເຈົ້າ”7 ແລະ “ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”8 ຜ່ານ​ທາງ​ການ​ເປີດ​ເຜີຍ, ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ກົດ​ນິ​ລັນ​ດອນ, ພິ​ທີ​ການ, ແລະ ພັນ​ທະ​ສັນ​ຍາ​ທີ່​ຕ້ອງ​ຮັກ​ສາ ເພື່ອ​ທີ່​ຈະ​ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທີ່​ຈຳ​ເປັນ ເພື່ອ​ທີ່​ຈະ​ບັນ​ລຸ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ນີ້. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ສຸມ​ໃຈ​ໃສ່​ສິ່ງ​ເຫລົ່າ​ນີ້ ເພາະ​ວ່າ​ຈຸດ​ປະ​ສົງ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ນີ້ ແມ່ນ​ເພື່ອ​ກຽມ​ລູກໆ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ລອດ​ໃນ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ ແລະ, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ, ສຳ​ລັບ​ຄວາມ​ສູງ​ສົ່ງ​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ມັນ.

ແຜນ​ຂອງ​ພຣະ​ເຈົ້າ, ຊຶ່ງ​ວາງ​ຮາກ​ຖານ​ເທິງ​ຄວາມ​ຈິງ​ນິ​ລັນ​ດອນ, ຮຽກ​ຮ້ອງ​ວ່າ ຄວາມ​ສູງ​ສົ່ງ​ສາ​ມາດ​ບັນ​ລຸ​ໄດ້​ພຽງ​ແຕ່​ຜ່ານ​ທາງ​ຄວາມ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ ລະ​ຫວ່າງ​ຊາຍ ແລະ ຍິງ​ໃນ​ພຣະ​ວິ​ຫານ​ສັກ​ສິດ​ເທົ່າ​ນັ້ນ,9 ຊຶ່ງ​ການ​ແຕ່ງ​ງານ​ຈະ​ມີ​ໃຫ້​ສຳ​ລັບ​ທຸກ​ຄົນ​ທີ່​ຊື່​ສັດ​ໃນ​ທີ່​ສຸດ. ນີ້​ຄື​ເຫດ​ຜົນ​ທີ່​ພວກ​ເຮົາ​ສິດ​ສອນ​ວ່າ “ເພດ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທຳ​ມະ​ຊາດ​ຂອງ​ເອ​ກະ​ລັກ ແລະ ຈຸດ​ປະ​ສົງ​ໃນ​ໂລກ​ກ່ອນ​ເກີດ, ໃນ​ໂລກ​ນີ້, ແລະ ໃນ​ນິ​ລັນ​ດອນ​ຂອງ​ແຕ່​ລະ​ຄົນ.”10

ຄຳ​ສອນ​ອັນ​ມີ​ຄ່າ​ທີ່​ເປັນ​ເອ​ກະ​ລັກ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ກຽມ​ພ້ອມ​ສຳ​ລັບ​ຄວາມ​ສູງ​ສົ່ງ​ນັ້ນ ແມ່ນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ໃນ​ປີ 1995.11 ການ​ປະ​ກາດ​ຂອງ​ມັນ​ຊີ້​ແຈງ​ຂໍ້​ຮຽກ​ຮ້ອງ​ທີ່​ກຽມ​ເຮົາ​ໃຫ້​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຜູ້​ທີ່​ບໍ່​ເຂົ້າ​ໃຈ​ຢ່າງ​ເຕັມ​ສ່ວນ​ເຖິງ​ແຜນ​ທີ່​ມີ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ອາດ​ພິ​ຈາ​ລະ​ນາ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນີ້ ວ່າ​ບໍ່​ມີ​ຄວາມ​ໝາຍ​ຫລາຍ​ໄປ​ກວ່າ​ຄຳ​ຖະ​ແຫລງ​ນະ​ໂຍ​ບາຍ​ທີ່​ສາ​ມາດ​ປ່ຽນ​ແປງ​ໄດ້. ກົງ​ກັນ​ຂ້າມ, ພວກ​ເຮົາ​ຢືນ​ຢັນ​ວ່າ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ສ້າງ​ຕັ້ງ​ຂຶ້ນ​ໃນ​ຄຳ​ສອນ​ທີ່​ຖອນ​ຄືນ​ບໍ່​ໄດ້, ກຳ​ນົດ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ທີ່​ເປັນ​ມະ​ຕະ ທີ່​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພັດ​ທະ​ນາ​ນິ​ລັນ​ດອນ​ຂອງ​ເຮົາ​ສາ​ມາດ​ເກີດ​ຂຶ້ນ​ໄດ້.

ອັກ​ຄະ​ສາ​ວົກ ໂປ​ໂລ ອະ​ທິ​ບາຍ​ເຖິງ​ລັດ​ສະ​ໝີ​ພາບ​ສາມ​ລະ​ດັບ, ຊຶ່ງ​ປຽບ​ທຽບ​ມັນ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ດວງ​ຕາ​ເວັນ, ດວງ​ເດືອນ, ແລະ ດວງ​ດາວ.12 ເພິ່ນ​ຕັ້ງ​ຊື່​ລະ​ດັບ​ສູງ​ສຸດ​ວ່າ “ຊັ້ນ​ສູງ” ແລະ ລະ​ດັບ​ທີ​ສອງ “ຊັ້ນ​ກາງ.”13 ເພິ່ນ​ບໍ່​ໄດ້​ຕັ້ງ​ຊື່​ລະ​ດັບ​ຕໍ່າ​ສຸດ, ແຕ່​ການ​ເປີດ​ເຜີຍ​ຕໍ່ ໂຈ​ເຊັບ ສະ​ມິດ ໄດ້​ຕື່ມ​ຊື່​ຂອງ​ມັນ​ວ່າ: “ຊັ້ນ​ຕໍ່າ.”14 ການ​ເປີດ​ເຜີຍ​ອີກ​ຢ່າງ​ໜຶ່ງ​ຍັງ​ອະ​ທິ​ບາຍ​ເຖິງ​ລັກ​ສະ​ນະ​ຂອງ​ຜູ້​ຄົນ​ທີ່​ໄດ້​ຖືກ​ມອບ​ໝາຍ​ໃຫ້​ຢູ່​ໃນ​ແຕ່​ລະ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ເຫລົ່າ​ນີ້. ຜູ້​ທີ່​ບໍ່​ເລືອກ​ທີ່​ຈະ “ປະ​ຕິ​ບັດ​ຕາມ​ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ”15 ຈະ​ສືບ​ທອດ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ອີກ​ແຫ່ງ​ໜຶ່ງ, ຊຶ່ງ​ຕໍ່າ​ກວ່າ​ຊັ້ນ​ສູງ ແຕ່​ຈະ​ເໝາະ​ກັບ​ກົດ​ທີ່​ພວກ​ເຂົາ​ໄດ້​ເລືອກ ແລະ ສາ​ມາດ “ປະ​ຕິ​ບັດ​ຕາມ” ໄດ້​ຢ່າງ​ສະ​ບາຍໆ. ຄຳ​ວ່າ ປະ​ຕິ​ບັດ​ຕາມ, ພົບ​ເຫັນ​ໄດ້​ທົ່ວ​ໄປ​ໃນ​ພຣະ​ຄຳ​ພີ, ໝາຍ​ເຖິງ ການ​ວາງ​ຕໍາ​ແໜ່ງ​ທີ່​ໝັ້ນ​ຄົງ.16 ຍົກ​ຕົວ​ຢ່າງ, ຜູ້​ທີ່​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ກາງ—ສາ​ມາດ​ປຽບ​ທຽບ​ໄດ້​ກັບ​ແນວ​ຄິດ​ທີ່​ເປັນ​ທີ່​ນິ​ຍົມ​ຂອງ​ສະ​ຫວັນ—“ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ໄດ້​ຮັບ​ການ​ມາ​ປະ​ທັບ​ຢູ່​ຂອງ​ພຣະ​ບຸດ, ແຕ່​ບໍ່​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ບິ​ດາ.”17 ພວກ​ເຂົາ​ເຄີຍ​ເປັນ “ຜູ້​ທີ່​ມີ​ກຽດ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ຜູ້​ຕາ​ບອດ​ໂດຍ​ກົນ​ອຸ​ບາຍ​ຂອງ​ມະ​ນຸດ,”18 ແຕ່ “ບໍ່​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ.”19

ຄຳ​ອະ​ທິ​ບາຍ​ທີ່​ເປີດ​ເຜີຍ​ຂອງ​ຜູ້​ທີ່​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢູ່​ໃນ​ລະ​ດັບ​ທີ່​ຕໍ່າ​ທີ່​ສຸດ​ຂອງ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ, ຊັ້ນ​ຕໍ່າ, ແມ່ນ “ຄົນ​ທີ່​ບໍ່​ສາ​ມາດ​ປະ​ຕິ​ບັດ​ຕາມ … ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ກາງ.”20 ນັ້ນ​ອະ​ທິ​ບາຍ​ເຖິງ​ຜູ້​ທີ່​ປະ​ຕິ​ເສດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ບໍ່​ໄດ້​ຮັກ​ສາ​ຂໍ້​ຈຳ​ກັດ​ແຫ່່ງ​ສະ​ຫວັນ​ຕໍ່​ຄວາມ​ປະ​ພຶດ​ຂອງ​ພວກ​ເຂົາ​ເລີຍ. ນີ້​ແມ່ນ​ອາ​ນາ​ຈັກ​ບ່ອນ​ທີ່​ຄົນ​ຊົ່ວ​ຢູ່, ຫລັງ​ຈາກ​ທີ່​ໄດ້​ທົນ​ທຸກ​ເພາະ​ການ​ບາບ​ຂອງ​ພວກ​ເຂົາ​ແລ້ວ. ສິ່ງ​ເຫລົ່າ​ນີ້​ມີ​ອະ​ທິ​ບາຍ​ຢູ່​ໃນ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ວ່າ “ຜູ້​ຄົນ​ເຫລົ່າ​ນີ້​ຄື​ຜູ້​ທີ່​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ, ທັງ​ບໍ່​ໄດ້​ຮັບ​ເອົາ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ. …

“ຜູ້​ຄົນ​ເຫລົ່າ​ນີ້​ຄື​ຄົນ​ຂີ້​ຕົວະ, ແລະ ໝໍ​ເວດ​ມົນ​ຄາ​ຖາ, ແລະ ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ, ແລະ ຄົນ​ລ່ວງ​ປະ​ເວ​ນີ, ແລະ ຄົນ​ໃດ​ກໍ​ຕາມ​ທີ່​ມັກ ແລະ ເວົ້າ​ຕົວະ.”21

ເມື່ອ​ເວົ້າ​ເຖິງ​ສາມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ພ້ອມ​ກັບ​ພາບ​ນິ​ມິດ​ແຫ່ງ​ການ​ທຳ​ນາຍ​ຂອງ​ເພິ່ນ​ນັ້ນ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຂຽນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: “ຊີ​ວິດ​ມະ​ຕະ​ແມ່ນ​ມີ​ແຕ່​ເກືອບ​ຈະ​ສ້ຽວ​ວິ​ນາ​ທີ ເມື່ອ​ປຽບ​ທຽບ​ກັບ​ຊົ່ວ​ນິ​ລັນ​ດອນ. ແຕ່​ຊ່າງ​ເປັນ​ສ້ຽວ​ວິ​ນາ​ທີ​ທີ່​ສຳ​ຄັນ​ຫລາຍ​ແທ້ໆ! ໃຫ້​ພິ​ຈາ​ລະ​ນາ​ຢ່າງ​ລະ​ມັດ​ລະ​ວັງ​ວ່າ ມັນ​ເຮັດ​ເປັນ​ແນວ​ໃດ: ໃນ​ຊ່ວງ​ຊີ​ວິດ​ມະ​ຕະ​ນີ້ ທ່ານ​ສາ​ມາດ​ເລືອກ​ວ່າ ກົດ​ໃດ​ທີ່​ທ່ານ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ—ກົດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ, ຫລື ຊັ້ນ​ກາງ, ຫລື ຊັ້ນ​ຕ່ຳ—ແລະ, ສະ​ນັ້ນ, ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໃດ​ທີ່​ທ່ານ​ຈະ​ອາ​ໄສ​ຢູ່​ຕະ​ຫລອດ​ໄປ. ຊ່າງ​ເປັນ​ແຜນ​ທີ່​ດີ​ແທ້ໆ! ມັນ​ເປັນ​ແຜນ​ທີ່​ໃຫ້​ກຽດ​ອຳ​ເພີ​ໃຈ ຂອງ​ທ່ານ ຢ່າງ​ສົມ​ບູນ.”22

III.

ອັກ​ຄະ​ສາ​ວົກ ໂປ​ໂລ ໄດ້​ສິດ​ສອນ​ວ່າ ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ບັນ​ຍັດ​ນັ້ນ ໄດ້​ຖືກ​ມອບ​ໃຫ້​ເພື່ອ​ວ່າ​ເຮົາ​ທຸກ​ຄົນ​ຈະ​ສາ​ມາດ​ບັນ​ລຸ “ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”23 ຂະ​ບວນ​ການ​ດັ່ງ​ກ່າວ​ຮຽກ​ຮ້ອງ​ຫລາຍ​ຍິ່ງ​ກວ່າ​ການ​ຮັບ​ຄວາມ​ຮູ້. ມັນ​ບໍ່​ພຽງ​ພໍ​ຊໍ້າ​ທີ່​ຈະ​ຖືກ ໂນ້ມ​ນ້າວ ໂດຍ​ພຣະ​ກິດ​ຕິ​ຄຸນ; ພວກ​ເຮົາ​ຕ້ອງ​ລົງ​ມື​ເຮັດ ເພື່ອ​ວ່າ​ເຮົາ​ຈະ ປ່ຽນ​ໃຈ​ເຫລື້ອມ​ໃສ ໂດຍ​ມັນ. ກົງ​ກັນ​ຂ້າມ​ກັບ​ການ​ສິດ​ສອນ​ອື່ນໆ, ຊຶ່ງ​ສິດ​ສອນ​ໃຫ້​ເຮົາ ຮູ້​ຈັກ ບາງ​ຢ່າງ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທ້າ​ທາຍ​ເຮົາ​ໃຫ້ ກາຍ​ເປັນ ບາງ​ຢ່າງ.

ຈາກ​ຄຳ​ສອນ​ເຫລົ່າ​ນັ້ນ ເຮົາ​ສະ​ຫລຸບ​ໄດ້​ວ່າ ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ບໍ່​ແມ່ນ​ພຽງ​ແຕ່​ການ​ປະ​ເມີນ​ການ​ກະ​ທຳ​ທີ່​ດີ ແລະ ຊົ່ວ​ທັງ​ໝົດ—ຄື​ສິ່ງ​ທີ່​ເຮົາ​ໄດ້ ເຮັດ. ມັນ​ແມ່ນ​ອີງ​ຕາມ​ຜົນ​ກະ​ທົບ​ສຸດ​ທ້າຍ​ຂອງ​ການ​ກະ​ທຳ ແລະ ຄວາມ​ຄິດ—ສິ່ງ​ທີ່​ເຮົາ​ໄດ້ ກາຍ​ເປັນ. ພວກ​ເຮົາ​ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ ຜ່ານ​ທາງ​ຂະ​ບວນ​ການ​ຂອງ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. ດັ່ງ​ທີ່​ໄດ້​ໃຊ້​ໃນ​ທີ່​ນີ້, ຖ້ອຍ​ຄຳ​ທີ່​ມີ​ຫລາຍ​ຄວາມ​ໝາຍ​ນີ້ ບົ່ງ​ບອກ​ເຖິງ​ການ​ປ່ຽນ​ແປງ​ຂອງ​ລັກ​ສະ​ນະ​ທຳ​ມະ​ຊາດ​ທີ່​ເລິກ​ເຊິ່ງ. ມັນ​ບໍ່​ພຽງ​ພໍ​ສຳ​ລັບ​ໃຜ​ກໍ​ຕາມ​ທີ່​ພຽງ​ແຕ່​ເຮັດ​ໄປ​ຕາມ​ນຳ​ເທົ່າ​ນັ້ນ. ພຣະ​ບັນ​ຍັດ, ພິ​ທີ​ການ, ແລະ ພັນ​ທະ​ສັນ​ຍາ​ຕ່າງໆ​ຂອງ​ພຣະ​ກິດ​ຕິ​ຄຸນ ບໍ່​ແມ່ນ​ລາຍ​ການ​ເງິນ​ຝາກ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຝາກ​ໃນ​ບັນ​ຊີ​ແຫ່ງ​ສະ​ຫວັນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ແຜນ​ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ເຖິງ​ວິ​ທີ​ທີ່​ຈະ​ສາ​ມາດ​ກາຍ​ເປັນ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປາດ​ຖະ​ໜາ​ໃຫ້​ເຮົາ​ເປັນ.24

IV.

ເພາະ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເມື່ອ​ເຮົາ​ຂາດ​ຕົກ​ບົກ​ພ່ອງ​ໃນ​ຊີ​ວິດ​ນີ້, ເຮົາ​ສາ​ມາດ​ກັບ​ໃຈ ແລະ ເຂົ້າ​ຮ່ວມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ອີກ​ຄັ້ງ ຊຶ່ງ​ນຳ​ພາ​ໄປ​ສູ່​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຊົງ​ປາດ​ຖະ​ໜາ​ໃຫ້​ເຮົາ.

ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ວ່າ “ຊີ​ວິດ​ນີ້​ເປັນ​ເວ​ລາ​ສຳ​ລັບ [ເຮົາ] ທີ່​ຈະ​ຕຽມ​ພ້ອມ​ເພື່ອ​ພົບ​ກັບ​ພຣະ​ເຈົ້າ.”25 ແຕ່​ຂໍ້​ຈຳ​ກັດ​ທີ່​ທ້າ​ທາຍ​ສຳ​ລັບ “ຊີ​ວິດ​ນີ້” ໄດ້​ຖືກ​ມອບ​ໃຫ້​ໃນ​ບໍ​ລິ​ບົດ​ທີ່​ມີ​ຄວາມ​ຫວັງ (ຢ່າງ​ໜ້ອຍ​ກໍ​ບາງ​ລະ​ດັບ​ສຳ​ລັບ​ບາງ​ຄົນ) ໂດຍ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ແກ່ ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ, ບັດ​ນີ້ ໄດ້​ມີ​ບັນ​ທຶກ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138. “ຂ້າ​ພະ​ເຈົ້າ​ເຫັນ​ວ່າ,” ສາດ​ສະ​ດາ​ໄດ້​ຂຽນ, “ພວກ​ແອວ​ເດີ​ທີ່​ຊື່​ສັດ​ຂອງ​ຍຸກ​ສະ​ໄໝ​ນີ້, ເມື່ອ​ເຂົາ​ເຈົ້າ​ອອກ​ໄປ​ຈາກ​ຊີ​ວິດ​ມະ​ຕະ, ໄດ້​ສືບ​ຕໍ່​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໄຖ່, ຜ່ານ​ການ​ເສຍ​ສະ​ລະ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ, ໃນ​ບັນ​ດາ​ຄົນ​ທີ່​ຢູ່​ໃນ​ຄວາມ​ມືດ ແລະ ພາຍ​ໃຕ້​ຄວາມ​ເປັນ​ທາດ​ຂອງ​ບາບ​ໃນ​ໂລກ​ວິນ​ຍານ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ຄົນ​ຕາຍ.

“ຄົນ​ຕາຍ​ຜູ້​ທີ່​ກັບ​ໃຈ​ຈະ​ຖືກ​ໄຖ່, ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພິ​ທີ​ການ​ຂອງ​ບ້ານ​ຂອງ​ພຣະ​ເຈົ້າ,

“ແລະ ຫລັງ​ຈາກ​ພວກ​ເຂົາ​ໄດ້​ຮັບ​ໂທດ​ຂອງ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ​ແລ້ວ, ແລະ ໄດ້​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ແລ້ວ, ຈະ​ໄດ້​ຮັບ​ລາງ​ວັນ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ເພາະ​ວ່າ​ພວກ​ເຂົາ​ເປັນ​ທາ​ຍາດ​ແຫ່ງ​ຄວາມ​ລອດ.”26

ນອກ​ຈາກ​ນີ້, ພວກ​ເຮົາ​ຮູ້​ວ່າ ສະ​ຫັດ​ສະ​ວັດ, ໜຶ່ງ​ພັນ​ປີ​ຫລັງ​ຈາກ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈະ​ເປັນ​ຊ່ວງ​ເວ​ລາ​ຂອງ​ການ​ປະ​ກອບ​ພິ​ທີ​ການ​ຕ່າງໆ​ສຳ​ລັບ​ຜູ້​ທີ່​ບໍ່​ທັນ​ໄດ້​ຮັບ​ມັນ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ພວກ​ເຂົາ.27

ມີ​ຫລາຍ​ຢ່າງ​ທີ່​ພວກ​ເຮົາ​ບໍ່​ຮູ້​ກ່ຽວ​ກັບ​ສາມ​ຊ່ວງ​ເວ​ລາ​ສຳ​ຄັນ​ໃນ​ແຜນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສຳ​ພັນ​ຂອງ​ພວກ​ມັນ​ຕໍ່​ກັນ​ແລະ​ກັນ: (1) ໂລກ​ວິນ​ຍານ​ກ່ອນ​ຄວາມ​ເປັນ​ມະ​ຕະ, (2) ຄວາມ​ເປັນ​ມະ​ຕະ, ແລະ (3) ຊີ​ວິດ​ໜ້າ. ແຕ່​ພວກ​ເຮົາ​ຮູ້​ຄວາມ​ຈິງ​ນິ​ລັນ​ດອນ​ເຫລົ່າ​ນີ້: “ຄວາມ​ລອດ​ເປັນ​ເລື່ອງ​ສ່ວນ​ຕົວ, ແຕ່​ຄວາມ​ສູງ​ສົ່ງ​ເປັນ​ເລື່ອງ​ຂອງ​ຄອບ​ຄົວ.”28 ພວກ​ເຮົາ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ຜູ້​ທີ່​ເຫັນ​ວ່າ ເຮົາ​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ ແລະ ຄວາມ​ໄດ້​ປຽບ​ທຸກໆ​ປະ​ການ​ທີ່​ຄວາມ​ປາດ​ຖະ​ໜາ ແລະ ການ​ເລືອກ​ຂອງ​ເຮົາ​ເອງ​ຈະ​ເອື້ອ​ອຳ​ນວຍ. ພວກ​ເຮົາ​ຮູ້​ເຊັ່ນ​ກັນ​ວ່າ ພຣະ​ອົງ​ຈະ​ບໍ່​ບັງ​ຄັບ​ຜູ້​ໃດ​ໃຫ້​ເຂົ້າ​ໃນ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ໂດຍ​ທີ່​ເຂົາ​ບໍ່​ເຕັມ​ໃຈ. ພອນ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ນັ້ນ ຮັບ​ປະ​ກັນ​ທຸກ​ຄົນ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ແຕ່​ບໍ່​ມີ​ວັນ​ໂດຍ​ການ​ບັງ​ຄັບ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ໃສ່​ອີກ​ຄົນ​ໜຶ່ງ​ທີ່​ບໍ່​ມີ​ຄ່າ​ຄວນ ຫລື ບໍ່​ເຕັມ​ໃຈ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, “ອົງ​ຜູ້​ເປັນ ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ສົມ​ບູນ,”29 ຜູ້​ຊຶ່ງ​ການ​ຊົດ​ໃຊ້, ພາຍ​ໃຕ້​ແຜນ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ, ເຮັດ​ໃຫ້​ທຸກ​ຢ່າງ​ເປັນ​ໄປ​ໄດ້, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.