ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ບັດ​ນີ້ ຈະ​ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ນຳ​ສະ​ເໜີ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ​ຕໍ່​ສາດ​ສະ​ໜາ​ຈັກ ເພື່ອ​ການ​ສະ​ໜັບ​ສະ​ໜູນ.

ກະ​ລຸ​ນາ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໃນ​ວິ​ທີ​ທາງ​ທີ່​ເຄີຍ​ເຮັດ​ມາ. ຖ້າ​ມີ​ຜູ້​ໃດ​ຄັດ​ຄ້ານ​ຕໍ່​ການ​ສະ​ເໜີ​ໃດໆ, ຂໍ​ໃຫ້​ຕິດ​ຕໍ່​ຫາ​ປະ​ທານ​ສະ​ເຕກ​ຂອງ​ຕົນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ຣະ​ໂຊ ແມ​ຣິ​ເອິນ ແນວ​ສັນ ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ; ດາ​ລິນ ແຮ​ຣິສ ໂອກສ໌ ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ; ແລະ ເຮັນ​ຣີ ເບັນ​ນຽນ ໄອ​ຣິງ ເປັນ​ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ ດາ​ລິນ ເອັຈ ໂອກສ໌ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ແຈັບ​ຟະ​ຣີ ອາ ຮໍ​ແລນ ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ຕໍ່​ໄປ​ນີ້ ໃຫ້​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ: ແຈັບ​ຟະ​ຣີ ອາ ຮໍ​ແລນ, ດີ​ເດີ ແອັຟ ອຸກ​ດອບ, ເດ​ວິດ ເອ ແບ໊ດ​ນາ, ຄວິນ​ຕິນ ແອວ ຄຸກ, ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ນຽວ ແອວ ແອນ​ເດີ​ເຊັນ, ຣອນ​ໂນ ເອ ແຣັສ໌​ແບນ, ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, ແດວ ຈີ ເຣັນ​ລັນ, ແກ​ຣິດ ດັບ​ເບິນ​ຢູ ກອງ, ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌, ແລະ ແພ​ທຣິກ ເຄຍ​ຣັນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ຖ້າມີ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຕໍ່​ໄປ​ນີ້ ຈະ​ຖືກ​ປົດ​ຈາກ​ວຽກ​ງານ​ມອບ​ໝາຍ​ຂອງ​ພວກ​ເພິ່ນ ແລະ ຈະ​ໄດ້​ຮັບ​ສະ​ຖາ​ນະ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ໂດຍ​ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024: ແອວ​ເດີ ອຽນ ແອັສ ອາ​ເດິນ, ເຊນ ເອັມ ໂບ​ເວັນ, ພອລ໌ ວີ ຈອນ​ສັນ, ແອັສ ກິບ​ເຝີດ ນຽວ​ເຊັນ, ບເຣັ້ນ ເອັຈ ນຽວ​ສັນ, ເອ​ດະ​ຣຽນ ໂອ​ໂຈ​ອາ, ແກ​ຣີ ບີ ເຊ​ບິນ, ແລະ ເອ​ເວັນ ເອ ສະ​ມູສ໌.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ອ້າຍ​ນ້ອງ​ເຫລົ່າ​ນີ້ ແລະ ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ໃນ​ຫລາຍ​ປີ​ຂອງ​ພວກ​ເພິ່ນ​ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຍັງ​ປົດ ແອວ​ເດີ ຄາ​ໂລສ໌ ອາ ກາ​ໂດຍ ເຊັ່ນ​ກັນ ຈາກ​ການ​ຮັບ​ໃຊ້​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ, ໂດຍ​ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024.

ຜູ້​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ແອວ​ເດີ ກາ​ໂດຍ ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ເພິ່ນ​ໃນ​ຕຳ​ແໜ່ງ​ນີ້ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ແຈ້ງ​ບອກ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ ຜູ້​ທີ່​ຈະ​ສຳ​ເລັດ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ ແລະ ລາຍ​ຊື່​ຂອງ​ພວກ​ເພິ່ນ​ຈະ​ມີ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ເປັນ​ເວ​ລາ​ຫລາຍ​ປີ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້ ແລະ ຕໍ່​ຄອບ​ຄົວ​ຂອງ​ພວກ​ເພິ່ນ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ຂໍ​ສະ​ເໜີ​ປົດ​ຝ່າຍ​ປະ​ທານ​ອົງ​ການ​ໂຮງ​ຮຽນ​ວັນ​ອາ​ທິດ​ສາ​ມັນ ດັ່ງ​ຕໍ່​ໄປ​ນີ້, ໂດຍ​ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024: ມາກ ແອວ ເພສ໌ ຖາ​ນະ​ປະ​ທານ, ມຽວ​ທັນ ຄາ​ມາ​ໂກ ຖາ​ນະ​ທີ່​ປຶກ​ສາ​ທີ​ໜຶ່ງ, ແລະ ແຈນ ອີ ນິວ​ແມນ ຖາ​ນະ​ທີ່​ປຶກ​ສາ​ທີ​ສອງ.

ທຸກ​ຄົນ​ທີ່​ຢາກ​ສະ​ແດງ​ຄວາມ​ຂອບ​ໃຈ​ຮ່ວມ​ກັບ​ພວກ​ເຮົາ ສຳ​ລັບ​ການ​ຮັບ​ໃຊ້​ທີ່​ອຸ​ທິດ​ຕົນ​ຂອງ​ອ້າຍ​ນ້ອງ​ເຫລົ່າ​ນີ້, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ໃຫ້​ເປັນ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ: ແອວ​ເດີ ມາ​ກັສ ບີ ແນຊ໌, ຜູ້​ທີ່​ໄດ້​ເລີ່ມ​ການ​ຮັບ​ໃຊ້​ຂອງ​ເພິ່ນ​ໃນ​ເດືອນ​ມັງ​ກອນ ປີ 2024, ແລະ ແອວ​ເດີ ໄມ​ໂກ ທີ ຣິງ​ວູດ, ອາ​ນູ​ໂຟ ວາ​ເລັນ​ຊູ​ເອ​ລາ, ແລະ ແອດ​ເວີດ ດູ​ບີ, ຜູ້​ທີ່​ຈະ​ເລີ່ມ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ໃຫ້​ເປັນ​ສາ​ວົກ​ເຈັດ​ສິບ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່: ເດ​ວິດ ແອວ ບັກ​ເນີ, ເກຣ​ກະ​ຣິ​ໂອ ອີ ຄາ​ຊິ​ຢາສ໌, ອາ​ໂຣລ​ໂດ ບີ ຄາ​ວາລ໌​ຄານ​ເຕ, ໄອ ເຣ​ມັນ ເອກ​ໂບ, ດີ ມາ​ຕິນ ກູ​ຣີ, ຄາຣ໌ ດີ ເຮີສທ໌, ຄຣິສ​ໂຕ​ເຟີ ເອັຈ ຄິມ, ຊານ​ດິ​ໂນ ໂຣ​ມັນ, ສະ​ຕີ​ເວັນ ດີ ຊຳ​ເວ, ໄມ​ໂກ ບີ ສະ​ຕຣອງ, ແລະ ເຊີ​ຈິ​ໂອ ອາ ວາ​ກາສ໌.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ສັງ​ເກດ​ເຫັນ​ວ່າ ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ຄົນ​ໃໝ່ 64 ທ່ານ ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຜູ້​ນຳ​ສາ​ມັນ ໃນ​ວັນ​ພະ​ຫັດ, ວັນ​ທີ 4 ເດືອນ​ເມ​ສາ, ແລະ ແລ້ວ​ໄດ້​ຖືກ​ປະ​ກາດ​ຢູ່​ທີ່​ເວັບ​ໄຊ​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ເຊື້ອ​ເຊີນ​ທ່ານ​ໃຫ້​ສະ​ໜັບ​ສະ​ໜູນ​ອ້າຍ​ນ້ອງ​ເຫລົ່າ​ນີ້ ໃນ​ວຽກ​ງານ​ມອບ​ໝາຍ​ໃໝ່​ຂອງ​ພວກ​ເພິ່ນ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ບຸກ​ຄົນ​ດັ່ງ​ຕໍ່​ໄປ​ນີ້ ໃຫ້​ເປັນ​ຝ່າຍ​ປະ​ທານ​ອົງ​ການ​ໂຮງ​ຮຽນ​ວັນ​ອາ​ທິດ​ສາ​ມັນ​ກຸ່ມ​ໃໝ່, ໂດຍ​ຈະ​ມີ​ຜົນ​ສັກ​ສິດ​ໃນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024: ພອລ໌ ວີ ຈອນ​ສັນ ໃນ​ຖາ​ນະ​ປະ​ທານ, ແຊດ ເອັຈ ເວັບ ໃນ​ຖາ​ນະ​ທີ່​ປຶກ​ສາ​ທີ​ໜຶ່ງ, ແລະ ເກ​ບຣຽວ ດັບ​ເບິນ​ຢູ ຣີດ ໃນ​ຖາ​ນະ​ທີ່​ປຶກ​ສາ​ທີ​ສອງ.

ຜູ້​ທີ່​ເຫັນ​ດ້ວຍ, ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ພວກ​ເຮົາ​ສັງ​ເກດ​ເຫັນ​ວ່າ ໃນ​ຂະ​ນະ​ນີ້ ບຣາ​ເດີ ຣີດ ກຳ​ລັງ​ຮັບ​ໃຊ້​ເປັນ​ປະ​ທານ​ຂອງ​ເຂດ​ເຜີຍ​ແຜ່​ຊິດ​ນີ ອົດ​ສະ​ຕາ​ລີ ແລະ ເຫດ​ສະ​ນັ້ນ ເພິ່ນ​ຈຶ່ງ​ບໍ່​ໄດ້​ຢູ່​ໃນ​ເມືອງ​ເຊົາ​ເລັກ ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່.

ຂໍ​ສະ​ເໜີ​ໃຫ້​ສະ​ໜັບ​ສະ​ໜູນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ, ສາ​ວົກ​ເຈັດ​ສິບ, ແລະ ເຈົ້າ​ໜ້າ​ທີ່​ສາ​ມັນ ຊຶ່ງ​ຖືກ​ແຕ່ງ​ຕັ້ງ​ໄວ້​ແລ້ວ​ຕອນ​ນີ້.

ຜູ້​ທີ່​ເຫັນ​ດ້ວຍ ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຜູ້​ທີ່​ຄັດ​ຄ້ານ, ກໍ​ຂໍ​ໃຫ້​ຍົກ​ມື​ຂຶ້ນ.

ຂໍ​ຂອບ​ໃຈ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ສຳ​ລັບ​ສັດ​ທາ ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ ເພື່ອ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ມາ.

ການ​ປ່ຽນ​ແປງ​ຕໍ່​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຜູ້​ນຳ ທີ່​ຈັດ​ຂຶ້ນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ:

ແດນ​ໂຍ ເອ ອາ​ເບວ, ມໍ​ຣິ​ຊີ​ໂອ ອາ ອາ​ຣາ​ອຸ​ໂຮ, ແຣນ​ດີ ທີ ອໍສ໌​ຕິນ, ມິ​ເຊວ ດີ ອາ​ເວັກ​ນອນ, ຟີ​ລິບ ເຈ ບາ​ທັນ, ແບຣດ​ລີ ​ແອັສ ເບດ​ແມນ, ອີ​ເບີ ແອນ​ໂທ​ນິ​ໂອ ແບັກ, ແອ​ຣິກ ດີ ແບ໊ດ​ນາ, ແຈ​ເຣັດ ບແລັກ, ບຣາຍ​ແອນ ຈີ ໂບ​ເຣ​ລາ, ເຈ​ມີ ເອ ບຣາ​ໂວ, ຮວນ ຈີ ຄາ​ເດ​ນາສ໌, ຊານ​ໂຈ ເອັນ ຈຸກ​ວູ, ມາກ ເຈ ຄລັບຟ໌, ດາ​ນິ​ໂລ ແອັຟ ໂຄ​ສະ​ຕາ​ເລສ, ແດນ​ໂຍ ເອ ຄຣູ​ຊາ​ໂດ, ເກຣ​ກະ​ຣິ​ໂອ ດາ​ວາ​ໂລສ໌, ຮູ​ລີ​ໂອ ເອັນ ແດວ ເຊ​ໂຣ, ຣາຍ​ແອນ ອີ ດ໊ອບສ໌, ສະ​ຕີບ​ເວັນ ດັບ​ບັນ​ຢູ ໄດ​ເອີ, ບຣິກ ວີ ອາຍ​ເຣ, ເດັນ​ນີ ຟາ​ອາ​ໂລ​ໂກ, ທິມ​ມະ​ຕີ ແອວ ຟານສ໌, ມາ​ຕິນ ພີ ເຟີ​ນານ​ເດສ໌, ລູ​ອິສ໌ ອາ ເຟີ​ຣິ​ໂຊ, ອັງ​ເຮລ໌ ເຈ ໂກ​ເມສ໌, ຈໍ​ຈີ ອີ ກຸຍ​ດີ, ຊິນ​ຈິ​ໂຣ ຮາ​ຣາ, ແດນ​ໂຍ ແອວ ແຮ​ຣິສ, ທອດ ດີ ເຮ​ນີ, ທອມ​ມັສ ເຮັງສທ໌, ຈອນ ອາ ຮິກ​ກິນສ໌, ນຽວສ໌ ໂອ ເຈັນ​ເຊັນ, ຟຣິດສ໌​ເນີ ເອ ໂຈ​ເຊັບ, ຄິ​ໂຢ​ນິ ຄາ​ຊົງ​ໂກ, ຈອນ ແອັສ ເຄ ຄາວ​ວີ ທີ III, ແດນ ຄາ​ວາ​ຊິ​ມະ, ເຈ ໂຈ​ເຊັບ ຄີລ໌, ຄາຣ໌ ແອັຟ ຄຣາວຊ໌, ຢິວ ມຸນ ຄວານ, ວູ ຊອລ໌ ລີ, ວາຍ ຮຸງ ມັກ, ເດ​ວິດ ອາ ແມ​ຣິ​ອ໊ອດ, ອິກ​ນາ​ເຊຍສ໌ ມາ​ຊິ​ໂອ​ຟາ, ເດ​ເຣັກ ບີ ມຽວ​ເລີ, ອາວ​ເບີດ ມູ​ທາ​ຣິສ໌​ວາ, ມາ​ວິນ ໄອ ພາ​ໂລ​ໂມ, ຄະ​ຢຸງ ຢອລ໌ ພາກ, ໂດ​ມິງ​ໂກ ເຈ ເປ​ເຣສ, ໂອ​ສະ​ກາ ເອ ເປ​ເຣສ, ຣາ​ອູນ ເປ​ເຣສ, ເກວ ແອວ ໂພ​ລ໊ອກ, ປີ​ແອ ພໍ​ເທສ໌, ມາ​ໂກ ອາ ເກ​ຊາ​ດາ, ສະ​ຕີບ​ເວັນ ທີ ຣ໊ອກ​ວູດ, ເກຍ​ເລ​ໂມ ໂຣ​ຮາສ໌, ຄິ​ໂກ​ມົດ​ໂສ ທີ ເຊ​ໂລ​ໂຮ, ຊານ​ໂດຣ ອາ​ເລັກສ໌ ຊຽວ​ວາ, ຈັສ໌​ວານ ທານ​ດິ​ມານ, ອາ​ສຸ​ຄູ​ໂອ ອີ ອູ​ໂດ​ບອງ, ດູ​ເວນ ເຈ ແວນ ເຮຍ​ເດັນ, ຊີ ນິງ (ສະ​ຕີບ) ແຢງ, ຮວນ ແອັຟ ໂຊ​ຣິ​ລາ, ລຽວ​ໂພ​ໂດ ຊູ​ຍີ​ກາ.

ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ​ດັ່ງ​ຕໍ່​ໄປ​ນີ້​ຈະ​ຖືກ​ປົດ​ໃນ​ວັນ​ທີ ຫລື ກ່ອນ​ວັນ​ທີ 1 ເດືອນ​ສິງ​ຫາ, 2024:

ຊໍ​ລະ​ມັນ ໄອ ອາ​ລິ​ເຈ, ເກຍ​ເລ​ໂມ ເອ ອາ​ວາ​ເຣສ໌, ດາ​ເຣັນ ອາ ບາ​ນີ, ຮູ​ລີ​ອຽດສ໌ ແອັຟ ບາ​ຣີ​ອຽນ​ໂຕສ໌, ເຈມສ໌ ເອັຈ ແບັກ​ເຄີ, ເດ​ວິດ ແອວ ບັກ​ເນີ, ກະ​ເລນ ເບີ​ແຈສ໌, ມາ​ໂກສ໌ ຄາ​ບຣອນ, ເກຣ​ກະ​ຣິ​ໂອ ອີ ຄາ​ຊິ​ຢາສ໌, ດັນ​ສະ​ຕັນ ຈີ ບີ ທີ ຈາ​ດຳ​ບູ​ຄາ, ອາ​ລັນ ຊີ ເຄ ຈະ​ອອງ, ພໍລ໌ ເອັນ ຄະ​ເລ​ຕັນ, ໄມ​ໂກ ຊີ​ຊະ​ລາ, ຮິ​ໂຣ​ຢູ​ກິ ໂດ​ໂມນ, ເມີ​ນາດ ພີ ໂດ​ນາ​ໂຕ, ໄອ ເຣ​ມັນ ເອກ​ໂບ, ຊັກ​ກາ​ຣີ ແອັຟ ແອ​ແວນສ໌, ຊາ​ເພ​ເລ ຟາ​ອາ​ໂລ​ໂກ ຜູ້​ລູກ, ຊໍ​ໂລ ຈີ ຟຣານ​ໂກ, ເດ​ວິດ ຟຣິດ​ແນັກ, ຈອນ ເຈ ກາ​ເຢ​ໂກ, ເອ​ຟຣາ​ອີນ ອາ ກາ​ເຊຍ, ຣໍ​ເບີດ ກໍ​ດອນ, ມາກ ເອ ກາດ​ເຟຣດ​ສັນ, ດີ ມາ​ຕິນ ກູ​ຣີ, ໄມ​ໂກ ເຈ ແຮສ໌, ບາ​ນູ ເຄ ຮິ​ຣາ​ນານ​ດາ​ນີ, ຣິ​ເຈີດ ແອັສ ຮັດ​ຈິນສ໌, ທີ​ໂທ ອີ​ບາ​ເຍສ໌, ຢູ​ສະ​ຕາສ໌ ຢຸນ​ນິ​ກາ, ອາ​ກີ​ໂນ​ຣີ ອີ​ໂທ, ແອນ​ໂທ​ນີ ເອັມ ຄາ​ຄູ, ຄຣິສ​ໂຕ​ເຟີ ເອັຈ ຄິມ, ເອັຈ ໂມ​ໂຣ​ໄນ ຄະ​ລາຍ, ສະ​ຕີບ​ເວັນ ຈີ ຄອງ ລາຍ, ວີ ແດນ​ໂຍ ລາ​ທາ​ໂຣ, ທາ​ໂບ ເລ​ເບ​ໂທ​ອາ, ທາ​ໂມ ແລັບ, ອິ​ໂຊ​ໂຄ ໂລ​ຊາ​ໂນ, ແຄ​ວິນ ລິດ​ໂກ, ຄະ​ເລ​ເມັ້ນ ເອັມ ມັດ​ສະ​ວາ​ໂກ​ທາໆ, ເອັດ​ກາ ພີ ມອນ​ເທສ໌, ຫລູ​ອີສ໌ ຊີ ດີ ເກ​ໂຣສ໌, ອີ​ຟາ​ໂນ ຣາ​ໂຊ​ລູນ​ໄດຣ​ເບ, ແອດ​ວາ​ໂດ ດີ ເຣ​ແຊັກ, ທອມ​ມັສ ຈີ ໂຣ​ມ່ານ, ຣາ​ໂມນ ອີ ຊາ​ມີ​ອຽນ​ໂທ, ສະ​ຕີບ​ເວັນ ດີ ຊຳ​ເວ, ລູ​ອີສ໌ ສະ​ປີ​ນາ, ແຈ​ເຣັດ ດັບ​ເບິນ​ຢູ ສະ​ໂຕນ, ໄມ​ໂກ ບີ ສະ​ຕຣອງ, ຈາ​ຣ໊ອດ ຊູ​ບຽນ​ໂທ​ໂຣ, ຄາ​ໂລສ໌ ຈີ ຊູ​ເຝີດ, ວອຍ ອາ ທາຍ​ໂອ​ອາ​ລິ​ອີ, ຄາ​ຣິມ ແດວ ວາ​ເຢ, ເຊີ​ຈິ​ໂອ ອາ ວາ​ກາສ໌, ແຮວ​ມັດ ໂວນ​ດຣາ.