ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ປິ​ຕິ​ຍິນ​ດີ​ໃນ​ຂອງ​ປະ​ທານ​ແຫ່ງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຈົ່ງ​ປິ​ຕິ​ຍິນ​ດີ​ໃນ​ຂອງ​ປະ​ທານ​ແຫ່ງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ປົກ​ຄອງ​ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຈະ​ສາ​ມາດ​ຖືກ​ນຳ​ໃຊ້ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເປັນ​ພອນ​ໃຫ້​ກັບ​ທຸກ​ຄົນ​ທີ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມື້​ນີ້ ແມ່ນ​ມື້​ແຫ່ງ​ປະ​ຫວັດ​ສາດ​ສຳ​ລັບ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ແລະ ຂ້າ​ພະ​ເຈົ້າ. ເມື່ອ 40 ປີ​ກ່ອນ, ໃນ​ວັນ​ທີ 7 ເດືອນ​ເມ​ສາ, 1984, ເປັນ​ເວ​ລາ​ພວກ​ເຮົາ​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ເຂົ້າ​ສູ່​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ.1 ພວກ​ເຮົາ​ໄດ້​ປິ​ຕິ​ຍິນ​ດີ​ໃນ​ທຸກໆ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຕັ້ງ​ແຕ່​ນັ້ນ​ມາ, ລວມ​ທັງ​ຄັ້ງ​ນີ້​ເຊັ່ນ​ກັນ. ພວກ​ເຮົາ​ໄດ້​ຮັບ​ພອນ​ອີກ​ຄັ້ງ​ດ້ວຍ​ການ​ຖອກ​ເທ​ພຣະ​ວິນ​ຍານ​ອັນ​ສັກ​ສິດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ສຶກ​ສາ​ຂ່າວ​ສານ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຢ່າງ​ຊໍ້າໆ ຕະ​ຫລອດ​ເດືອນ​ຕໍ່ໆ​ໄປ.

ຕອນ​ທີ່​ຂ້າ​ພະ​ເຈົ້າ​ເກີດ,2 ໄດ້​ມີ​ພຣະ​ວິ​ຫານ​ຫົກ​ແຫ່ງ​ທີ່​ເປີດ​ດຳ​ເນີນ​ການ​ໃນ​ສາດ​ສະ​ໜາ​ຈັກ—ບ່ອນ​ລະ​ແຫ່ງ​ໃນ​ເຊັ້ນ ຈອດ, ໂລ​ແກນ, ແມນ​ທາຍ, ແລະ ເຊົາ​ເລັກ ຊີ​ທີ, ຢູ​ທາ; ພ້ອມ​ທັງ​ໃນ​ຄາດສ໌​ຕັນ, ອາລ​ເບີ​ຕ້າ, ກາ​ນາ​ດາ, ແລະ ເລ, ຮາ​ວາຍ. ພຣະ​ວິ​ຫານ​ສອງ​ແຫ່ງ​ກ່ອນ​ນັ້ນ​ໄດ້​ເປີດ​ດຳ​ເນີນ​ການ​ຊົ່ວ​ຄາວ​ໃນ​ເຄີດ​ແລນ, ໂອ​ໄຮ​ໂອ, ແລະ ນາ​ວູ, ອິ​ລິ​ນອຍ. ດັ່ງ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ຍ້າຍ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ, ໄພ່​ພົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຖິ້ມ​ພຣະ​ວິ​ຫານ​ສອງ​ແຫ່ງ​ນັ້ນ​ໄວ້​ທາງ​ຫລັງ.

ພຣະ​ວິ​ຫານ​ນາ​ວູ​ໄດ້​ຖືກ​ທຳ​ລາຍ​ໂດຍ​ໄຟ​ຂອງ​ຜູ້​ວາງ​ເພີງ. ມັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່ ແລະ ແລ້ວ​ຖືກ​ອຸ​ທິດ​ໂດຍ ປະ​ທານ​ກໍ​ດອນ ບີ ຮິງ​ລີ.3 ພຣະ​ວິ​ຫານ​ເຄີດ​ແລນ​ໄດ້​ຖືກ​ໝິ່ນ​ປະ​ໝາດ​ໂດຍ​ສັດ​ຕູ​ຂອງ​ສາດ​ສະ​ໜາ​ຈັກ. ຕໍ່​ມາ ພຣະ​ວິ​ຫານ​ເຄີດ​ແລນ​ໄດ້​ຕົກ​ເປັນ​ກຳ​ມະ​ສິດ​ຂອງ Community of Christ, ຊຶ່ງ​ໄດ້​ເປັນ​ເຈົ້າ​ຂອງ​ພຣະ​ວິ​ຫານ​ມາ​ເປັນ​ເວ​ລາ​ຫລາຍ​ປີ.

ເມື່ອ​ເດືອນ​ທີ່​ແລ້ວ ພວກ​ເຮົາ​ໄດ້​ປະ​ກາດ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຊື້​ພຣະ​ວິ​ຫານ​ເຄີດ​ແລນ, ລວມ​ທັງ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຫລາຍ​ແຫ່ງ​ໃນ​ນາ​ວູ. ພວກ​ເຮົາ​ຊາບ​ຊຶ້ງ​ໃຈ​ຢ່າງ​ຍິ່ງ​ຕໍ່​ການ​ສົນ​ທະ​ນາ​ທີ່​ຈິງ​ໃຈ ແລະ ເປັນ​ປະ​ໂຫຍດ​ທັງ​ສອງ​ຝ່າຍ​ທີ່​ພວກ​ເຮົາ​ໄດ້​ມີ​ກັບ​ຜູ້​ນຳ​ຈາກ Community of Christ ທີ່​ໄດ້​ນຳ​ມາ​ສູ່​ຂໍ້​ຕົກ​ລົງ​ນີ້.

ຮູບ​ພາບ
ພຣະ​ວິ​ຫານ​ເຄີດ​ແລນ.

ພຣະ​ວິ​ຫານ​ເຄີດ​ແລນ​ມີ​ຄວາມ​ສຳ​ຄັນ​ທີ່​ບໍ່​ທຳ​ມະ​ດາ​ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຫລາຍໆ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ຢູ່​ທີ່​ນັ້ນ ໄດ້​ຖືກ​ທຳ​ນາຍ​ໄວ້​ເປັນ​ເວ​ລາ​ພັນ​ປີ ແລະ ເປັນ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ບັນ​ລຸ​ພາ​ລະ​ກິດ​ໃນ​ຍຸກ​ສຸດ​ທ້າຍ.

ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ເຫດ​ການ​ເຫລົ່າ​ນີ້ ໄດ້​ເກີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ອີດ​ສະ​ເຕີ, ວັນ​ທີ 3 ເດືອນ​ເມ​ສາ, 1836.4 ໃນ​ມື້​ນັ້ນ, ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ປະ​ສົບ​ກັບ​ການ​ມາ​ຢ້ຽມ​ຢາມ​ທີ່​ໂດດ​ເດັ່ນ ຢ່າງ​ລຽນ​ຕິດ. ທຳ​ອິດ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ໄດ້​ມາ​ປະ​ກົດ. ສາດ​ສະ​ດາ​ໄດ້​ບັນ​ທຶກ​ໄວ້​ວ່າ “ພຣະ​ເນດ​ຂອງ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ເປັນ​ດັ່ງ​ແປວ​ໄຟ; ພຣະ​ເກ​ສາ​ຂອງ​ພຣະ​ອົງ​ຂາວ​ເໝືອນ​ຫິ​ມະ​ບໍ​ລິ​ສຸດ; ພຣະ​ພັກ​ຂອງ​ພຣະ​ອົງ​ຮຸ່ງ​ເຫລື້ອມ​ແຈ້ງ​ກວ່າ​ຄວາມ​ສະ​ຫວ່າງ​ຂອງ​ດວງ​ຕາ​ເວັນ; ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຄື​ກັບ​ສຽງ​ນ້ຳ​ໄຫລ ຢ່າງ​ໄວ​ຂອງ​ແມ່​ນ້ຳ​ອັນ​ກວ້າງ​ໃຫຍ່.”5

ໃນ​ລະ​ຫວ່າງ​ການ​ມາ​ຢ້ຽມ​ຢາມ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ​ຕົວ​ຕົນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ເຮົາ​ເປັນ​ຜູ້​ທຳ​ອິດ ແລະ ຜູ້​ສຸດ​ທ້າຍ; ເຮົາ​ຄື​ເຂົາ​ຜູ້​ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້​ນັ້ນ​ທີ່​ຖືກ​ປະ​ຫານ; ເຮົາ​ຄື​ຜູ້​ວິງ​ວອນ​ແທນ​ພວກ​ເຈົ້າ​ນຳ​ພຣະ​ບິ​ດາ.”6

ແລ້ວ​ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ປະ​ກາດ​ວ່າ ພຣະ​ອົງ​ໄດ້​ຍອມ​ຮັບ​ເອົາ​ພຣະ​ວິ​ຫານ​ແຫ່ງ​ນີ້​ເປັນ​ບ້ານ​ຂອງ ພຣະ​ອົງ ແລະ ໄດ້​ໃຫ້​ຄຳ​ສັນ​ຍາ​ອັນ​ໜ້າ​ຕະ​ລຶງ​ນີ້​ວ່າ: “ເຮົາ​ຈະ​ສະ​ແດງ​ຕົນ​ໃຫ້​ປະ​ຈັກ​ແກ່​ຜູ້​ຄົນ​ຂອງ​ເຮົາ​ໃນ​ຄວາມ​ເມດ​ຕາ​ໃນ​ບ້ານ​ແຫ່ງ​ນີ້.”7

ຄຳ​ສັນ​ຍາ​ອັນ​ສຳ​ຄັນ​ນີ້​ໃຊ້​ກັບ​ພຣະ​ວິ​ຫານ ທຸກໆ ແຫ່ງ​ທີ່​ໄດ້​ຖືກ​ອຸ​ທິດ​ໃນ​ທຸກ​ມື້​ນີ້. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ໄຕ່​ຕອງ​ວ່າ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້ ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ​ເປັນ​ການ​ສ່ວນ​ຕົວ.

ຫລັງ​ຈາກ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໂມ​ເຊ​ກໍ​ໄດ້​ມາ​ປະ​ກົດ. ໂມ​ເຊ​ໄດ້​ມອບ​ຂໍ​ກະ​ແຈ​ສຳ​ລັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ກັບ​ຄືນ​ມາ​ຂອງ​ສິບ​ເຜົ່າ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ.8

ເມື່ອ​ພາບ​ນິ​ມິດ​ນີ້​ໄດ້​ປິດ​ລົງ, “ອີ​ລາຍ​ໄດ້​ປະ​ກົດ, ແລະ ໄດ້​ມອບ​ໝາຍ​ຍຸກ​ສະ​ໄໝ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ” ໃຫ້​ແກ່​ໂຈ​ເຊັບ.9

ແລ້ວ​ສາດ​ສະ​ດາ​ເອ​ລີ​ຢາ​ກໍ​ໄດ້​ມາ​ປະ​ກົດ. ການ​ປະ​ກົດ​ຕົວ​ຂອງ​ເພິ່ນ​ໄດ້​ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ມາ​ລາ​ກີ​ສຳ​ເລັດ​ຄົບ​ຖ້ວນ​ວ່າ ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ເອ​ລີ​ຢາ​ມາ​ເພື່ອ “ນຳ​ພໍ່​ກັບ​ລູກ​ມາ​ພົບ​ກັນ​ອີກ.”10 ເອ​ລີ​ຢາ​ໄດ້​ມອບ​ຂໍ​ກະ​ແຈ​ແຫ່ງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ.11

ຄວາມ​ສຳ​ຄັນ​ຂອງ​ຂໍ​ກະ​ແຈ​ເຫລົ່າ​ນີ້​ທີ່​ໄດ້​ຖືກ​ນຳ​ກັບ​ຄືນ​ມາ​ສູ່​ແຜ່ນ​ດິນ​ໂລກ ໂດຍ​ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ສາມ​ທ່ານ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ສາ​ມາດ​ເປັນ​ການ​ກ່າວ​ເກີນ​ຈິງ​ໄດ້. ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແຕ່ງ​ຕັ້ງ​ສິດ​ອຳ​ນາດ ແລະ ອຳ​ນາດ​ຂອງ​ຝ່າຍ​ປະ​ທານ. ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ປົກ​ຄອງ​ວິ​ທີ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ຈະ​ສາ​ມາດ​ຖືກ​ນຳ​ໃຊ້ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເປັນ​ພອນ​ໃຫ້​ກັບ​ທຸກ​ຄົນ​ທີ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ຈະ​ສັງ​ເກດ​ວ່າ ກ່ອນ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ, ຜູ້​ສົ່ງ​ຂ່າວ​ຈາກ​ສະ​ຫວັນ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ​ໃຫ້​ແກ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ສອງ​ໃຫ້​ກັບ​ເພິ່ນ​ແລ້ວ.12 ຂໍ​ກະ​ແຈ​ເຫລົ່າ​ນີ້​ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ໃນ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ໃນ​ປີ 1830.13

ແລ້ວ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ​ໃນ​ປີ 1836, ການ​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພີ່ມ​ເຕີມ​ທັງ​ສາມ​ອັນ​ນີ້—ໄດ້​ແກ່, ຂໍ​ກະ​ແຈ​ແຫ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ, ຂໍ​ກະ​ແຈ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ, ແລະ ຂໍ​ກະ​ແຈ​ແຫ່ງ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ—ເປັນ​ສິ່ງ​ຈຳ​ເປັນ. ຂໍ​ກະ​ແຈ​ເຫລົ່າ​ນີ້​ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ—ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ສືບ​ທອດ​ຕຳ​ແໜ່ງ​ທຸກ​ຄົນ—ໃຫ້​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ, ໃຫ້​ອວຍ​ພອນ​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ທຸກ​ຄົນ​ຂອງ​ອັບ​ຣາ​ຮາມ, ໃຫ້​ວາງ​ຕາ​ປະ​ທັບ​ທີ່​ຮັບ​ຮອງ​ໃສ່​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ພັນ​ທະ​ສັນ​ຍາ​ຕ່າງໆ, ແລະ ໃຫ້​ຜະ​ນຶກ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ. ອຳ​ນາດ​ຂອງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເຫລົ່າ​ນີ້ ບໍ່​ມີ​ຂອບ​ເຂດ ແລະ ໜ້າ​ອັດ​ສະ​ຈັນ​ໃຈ.

ຂໍ​ໃຫ້​ພິ​ຈາ​ລະ​ນາ​ວ່າ ຊີ​ວິດ​ຂອງ ທ່ານ ຈະ​ແຕກ​ຕ່າງ​ໄປ​ຈາກ​ນີ້​ແນວ​ໃດ ຖ້າ​ຫາກ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ບໍ່​ໄດ້​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ.14 ຖ້າ​ປາດ​ສະ​ຈາກ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ທ່ານ​ຈະ​ບໍ່​ສາ​ມາດ​ຮັບ​ພອນ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້.15 ຖ້າ​ປາດ​ສະ​ຈາກ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ສາດ​ສະ​ໜາ​ຈັກ​ຈະ​ສາ​ມາດ​ເຮັດ​ໜ້າ​ທີ່​ເປັນ​ພຽງ​ແຕ່​ອົງ​ການ​ສິດ​ສອນ ແລະ ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ທີ່​ສຳ​ຄັນ​ເທົ່າ​ນັ້ນ ແຕ່​ບໍ່​ມີ​ຫຍັງ​ຫລາຍ​ໄປ​ກວ່າ​ນີ້. ຖ້າ​ປາດ​ສະ​ຈາກ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຈະ​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ສາ​ມາດ​ເຂົ້າ​ເຖິງ​ພິ​ທີ​ການ​ຕ່າງໆ​ທີ່​ຈຳ​ເປັນ ແລະ ພັນ​ທະ​ສັນ​ຍາ​ທີ່​ຜູກ​ມັດ​ເຮົາ​ກັບ​ຄົນ​ທີ່​ເຮົາ​ຮັກ​ຊົ່ວ​ນິ​ລັນ​ດອນ ແລະ ໃຫ້​ເຮົາ​ຢູ່​ກັບ​ພຣະ​ເຈົ້າ​ອີກ​ຄັ້ງ​ໃນ​ທີ່​ສຸດ.

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈຳ​ແນກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈາກ​ອົງ​ການ​ອື່ນ​ໃດ​ເທິງ​ແຜ່ນ​ດິນ​ໂລກ. ອົງ​ການ​ອື່ນໆ​ຫລາຍ​ອົງ​ການ ສາ​ມາດ ແລະ ເຮັດ ໃຫ້​ຊີ​ວິດ​ຂອງ​ທ່ານ​ດີ​ຂຶ້ນ​ໃນ​ຄວາມ​ເປັນ​ມະ​ຕະ​ນີ້. ແຕ່​ບໍ່​ມີ​ອົງ​ການ​ອື່ນ​ໃດ​ທີ່ ສາ​ມາດ ແລະ ຈະ ມີ​ອິດ​ທິ​ພົນ​ຕໍ່​ຊີ​ວິດ​ຂອງ​ທ່ານ​ຫລັງ​ຄວາມ​ຕາຍ.16

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ມອບ​ສິດ​ອຳ​ນາດ​ໃຫ້​ເຮົາ​ສົ່ງ​ຕໍ່​ພອນ​ທັງ​ໝົດ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ​ໃຫ້​ແກ່​ຊາຍ ແລະ ຍິງ​ທັງ​ຫລາຍ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ. ວຽກ​ງານ​ພຣະ​ວິ​ຫານ​ເຮັດ​ໃຫ້​ພອນ​ອັນ​ເລີດ​ລໍ້າ​ເຫລົ່າ​ນີ້​ມີ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ ທຸກ​ຄົນ, ບໍ່​ວ່າ​ພວກ​ເຂົາ​ຈະ​ເຄີຍ​ມີ​ຊີ​ວິດ​ຢູ່ ຫລື ມີ​ຊີ​ວິດ​ຢູ່​ຕອນ​ນີ້​ໃນ ບ່ອນ​ໃດ ຫລື ເມື່ອ​ໃດ ກໍ​ຕາມ. ຂໍ​ໃຫ້​ເຮົາ​ປິ​ຕິ​ຍິນ​ດີ​ວ່າ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ມີ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ອີກ​ຄັ້ງ!

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖະ​ແຫລງ​ສາມ​ຂໍ້​ຕໍ່​ໄປ​ນີ້​ຢ່າງ​ຮອບ​ຄອບ:

  1. ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ເປັນ​ຫລັກ​ຖານ​ວ່າ ພຣະ​ເຈົ້າ​ຮັກ​ລູກໆ ທຸກ​ຄົນ ຂອງ​ພຣະ​ອົງ​ຢູ່​ທຸກ​ແຫ່ງ​ຫົນ.

  2. ພຣະ​ກິດ​ຕິ​ຄຸນ​ຂອງ​ອັບ​ຣາ​ຮາມ​ເປັນ​ຫລັກ​ຖານ ເພີ່ມ​ເຕີມ ວ່າ ພຣະ​ເຈົ້າ​ຮັກ​ລູກໆ ທຸກ​ຄົນ ຂອງ​ພຣະ​ອົງ​ຢູ່​ທຸກ​ແຫ່ງ​ຫົນ. ພຣະ​ອົງ​ເຊື້ອ​ເຊີນ​ໃຫ້ ທຸກ​ຄົນ ມາ​ຫາ​ພຣະ​ອົງ—“ບໍ່​ວ່າ​ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດສະ​ລະ, ຊາຍ ແລະ ຍິງ; … ທຸກ​ຄົນ ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ.”17

  3. ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ເປັນ​ຫລັກ​ຖານ​ທີ່ ສູງ​ສົ່ງ ວ່າ​ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ ທຸກ​ຄົນ ໃນ​ທຸກ​ແຫ່ງ​ຫົນ ຫລາຍ​ສໍ່າ​ໃດ ແລະ ຢາກ​ໃຫ້​ພວກ​ເຂົາ ແຕ່​ລະ​ຄົນ ເລືອກ​ທີ່​ຈະ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ.

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຊາຍ ແລະ ຍິງ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ ທຸກ​ຄົນ ທີ່​ຈະ​ຊື່ນ​ຊົມ​ກັບ​ສິດ​ທິ​ພິ​ເສດ​ທາງ​ວິນ​ຍານ ສ່ວນ​ຕົວ ອັນ​ໜ້າ​ເຫລືອ​ເຊື່ອ. ອີກ​ຄັ້ງ​ໜຶ່ງ, ຍັງ​ມີ​ຫລາຍ​ຢ່າງ​ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ປະ​ຫວັດ​ສາດ​ອັນ​ສັກ​ສິດ​ຂອງ​ພຣະ​ວິ​ຫານ​ເຄີດ​ແລນ.

ຄຳ​ອະ​ທິ​ຖານ​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ​ຂອງ​ໂຈ​ເຊັບ ສະ​ມິດ ເປັນ​ບົດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ວິ​ຫານ​ເພີ່ມ​ພະ​ລັງ​ທາງ​ວິນ​ຍານ​ໃຫ້​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ ໃນ​ການ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຂອງ​ຊີ​ວິດ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ໃຫ້​ທ່ານ​ສຶກ​ສາ​ຄຳ​ອະ​ທິ​ຖານ​ນັ້ນ, ທີ່​ມີ​ບັນ​ທຶກ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ພາກ​ທີ 109. ຄຳ​ອະ​ທິ​ຖານ​ອຸ​ທິດ​ນັ້ນ, ຊຶ່ງ​ໄດ້ ຮັບ​ໂດຍ​ການ​ເປີດ​ເຜີຍ, ສິດ​ສອນ​ວ່າ ພຣະ​ວິ​ຫານ​ແມ່ນ “ບ້ານ​ແຫ່ງ​ການ​ອະ​ທິ​ຖານ, ບ້ານ​ແຫ່ງ​ການ​ຖື​ສິນ​ອົດ​ເຂົ້າ, ບ້ານ​ແຫ່ງ​ສັດ​ທາ, ບ້ານ​ແຫ່ງ​ການ​ຮຽນ​ຮູ້, ບ້ານ​ແຫ່ງ​ລັດ​ສະ​ໝີ​ພາບ, ບ້ານ​ແຫ່ງ​ລະ​ບຽບ, ບ້ານ​ຂອງ​ພຣະ​ເຈົ້າ.”18

ລາຍ​ການ​ຂອງ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້ ເປັນ​ຫລາຍ​ກວ່າ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ພຣະ​ວິ​ຫານ. ມັນ​ເປັນ​ຄຳ​ສັນ​ຍາ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ຮັບ​ໃຊ້ ແລະ ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເຂົາ​ສາ​ມາດ ຄາດ​ຫວັງ ທີ່​ຈະ​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ, ການ​ເປີດ​ເຜີຍ​ສ່ວນ​ຕົວ, ສັດ​ທາ​ທີ່​ຫລາຍ​ຂຶ້ນ, ຄວາມ​ເຂັ້ມ​ແຂງ, ການ​ປອບ​ໂຍນ, ຄວາມ​ຮູ້​ທີ່​ເພີ່ມ​ຂຶ້ນ, ແລະ ພະ​ລັງ​ທີ່​ເພີ່ມ​ຂຶ້ນ.

ເວ​ລາ​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ໃຫ້​ທ່ານ ຄິດ​ກ່ຽວ​ກັບ​ຊັ້ນ​ສູງ ແລະ ໃຫ້​ທ່ານ​ມີ​ວິ​ໄສ​ທັດ​ກ່ຽວ​ກັບ​ວ່າ ແທ້​ຈິງ​ແລ້ວ​ທ່ານ​ແມ່ນ​ໃຜ, ທ່ານ​ສາ​ມາດ​ກາຍ​ເປັນ​ໃຜ​ໄດ້, ແລະ ຊີ​ວິດ​ແບບ​ໃດ​ທີ່​ທ່ານ​ສາ​ມາດ​ມີ​ຕະ​ຫລອດ​ໄປ. ການ​ນະ​ມັດ​ສະ​ການ​ພຣະ​ວິ​ຫານ​ເປັນ​ປະ​ຈຳ ຈະ​ຂະ​ຫຍາຍ​ວິ​ທີ​ທີ່​ທ່ານ​ເຫັນ​ຕົວ​ເອງ ແລະ ວິ​ທີ​ທີ່​ທ່ານ​ເຂົ້າ​ກັບ​ແຜນ​ອັນ​ດີ​ເລີດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ໄດ້.

ເຮົາ​ຍັງ​ໄດ້​ຮັບ​ຄຳ​ສັນ​ຍາ​ນຳ​ອີກ​ວ່າ ໃນ​ພຣະ​ວິ​ຫານ ເຮົາ​ຈະ​ສາ​ມາດ “ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”19 ລອງ​ຈິນ​ຕະ​ນາ​ການ​ເບິ່ງ​ວ່າ ຄຳ​ສັນ​ຍາ ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ ໃນ​ແງ່​ຂອງ​ການ​ທີ່​ມີ​ສະ​ຫວັນ​ເປີດ​ອອກ​ສຳ​ລັບ​ຜູ້​ສະ​ແຫວງ​ຫາ​ຄວາມ​ຈິງ​ນິ​ລັນ​ດອນ​ແຕ່​ລະ​ຄົນ​ທີ່​ຕັ້ງ​ອົກ​ຕັ້ງ​ໃຈ.

ເຮົາ​ໄດ້​ຮັບ​ຄຳ​ແນະ​ນຳ​ວ່າ ທຸກ​ຄົນ​ທີ່​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ ຈະ​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ເຫລົ່າ​ທູດ​ສະ​ຫວັນ “ຮັບ​ຜິດ​ຊອບ​ດູ​ແລ​ເຂົາ​ເຈົ້າ.”20 ມັນ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ທ່ານ​ຫລາຍ​ສໍ່າ​ໃດ ທີ່​ໄດ້​ຮູ້​ວ່າ, ໃນ​ຖາ​ນະ​ຍິງ ຫລື ຊາຍ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ໂດຍ​ສວມ​ອາ​ວຸດ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຊີ​ວິດ​ຕາມ​ລຳ​ພັງ? ການ​ທີ່​ຮູ້​ວ່າ ເຫລົ່າ​ທູດ​ສະ​ຫວັນ​ຈະ​ຊ່ວຍ​ເຫລືອ​ທ່ານ​ແທ້ໆ​ນັ້ນ ຊ່ວຍ​ໃຫ້​ທ່ານ​ມີ​ຄວາມ​ກ້າ​ຫານ​ຢ່າງ​ໃດ?

ສຸດ​ທ້າຍ, ເຮົາ​ໄດ້​ຮັບ​ສັນ​ຍາ​ວ່າ “ບໍ່​ມີ​ການ​ມົ້ວ​ສຸມ​ລັບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ​ໃດ” ຈະ​ເອົາ​ຊະ​ນະ​ເໜືອ​ຜູ້​ທີ່​ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.21

ການ​ທີ່​ເຂົ້າ​ໃຈ​ສິດ​ທິ​ພິ​ເສດ​ທາງ​ວິນ​ຍານ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ໃນ​ພຣະ​ວິ​ຫານ​ນັ້ນ ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ພວກ​ເຮົາ​ແຕ່​ລະ​ຄົນ​ໃນ​ທຸກ​ມື້​ນີ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ຄື​ຄຳ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ ຫລາຍ​ໄປ​ກວ່າ22 ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ​ເທົ່າ​ທີ່​ສະ​ພາບ​ການ​ຈະ​ເອື້ອ​ອຳ​ນວຍ. ບໍ່​ມີ​ສິ່ງ​ໃດ​ຈະ​ປົກ​ປ້ອງ​ທ່ານ ຫລາຍ​ໄປ​ກວ່າ ເມື່ອ​ທ່ານ​ພົບ​ກັບ​ໝອກ​ແຫ່ງ​ຄວາມ​ມືດ​ຂອງ​ໂລກ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຄໍ້າ​ຊູ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ຫລື ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ແຜນ​ອັນ​ດີ​ເລີດ​ຂອງ​ພຣະ​ເຈົ້າ ຫລາຍ​ໄປ​ກວ່າ ນີ້. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເລົ້າ​ໂລມ​ຈິດ​ວິນ​ຍານ​ຂອງ​ທ່ານ ຫລາຍ​ໄປ​ກວ່າ ນີ້ ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ເຈັບ​ປວດ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເປີດ​ຟ້າ​ສະ​ຫວັນ ຫລາຍ​ໄປ​ກວ່າ ນີ້. ບໍ່​ມີ​ສິ່ງ​ໃດ!

ພຣະ​ວິ​ຫານ ເປັນ ປະ​ຕູ​ສູ່​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ພຣະ​ເຈົ້າ​ເກັບ​ໄວ້​ໃຫ້​ພວກ​ເຮົາ​ແຕ່​ລະ​ຄົນ, ດ້ວຍ​ວ່າ ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ແຫ່ງ​ດຽວ​ໃນ​ໂລກ ທີ່​ເຮົາ​ຈະ​ສາ​ມາດ​ຮັບ​ພອນ ທັງ​ໝົດ ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ອັບ​ຣາ​ຮາມ.23 ນັ້ນ​ຄື​ເຫດ​ຜົນ​ທີ່​ພວກ​ເຮົາ​ເຮັດ​ທຸກ​ສິ່ງ​ພາຍ​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ເຮັດ​ໃຫ້​ພອນ​ຂອງ​ພຣະ​ວິ​ຫານ​ເປັນ​ທີ່​ເຂົ້າ​ເຖິງ​ໄດ້​ຫລາຍ​ຂຶ້ນ ແກ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ປະ​ກາດ​ວ່າ ພວກ​ເຮົາ​ວາງ​ແຜນ​ທີ່​ຈະ​ສ້າງ​ພຣະ​ວິ​ຫານ​ໃໝ່​ໃນ​ສະ​ຖານ​ທີ່ 15 ແຫ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ອູ​ທູ​ໂຣ​ອາ, ໂປ​ລີ​ເນ​ເຊຍ​ຝຣັ່ງ.

  • ຈິ​ວາ​ວາ, ແມັກ​ຊິ​ໂກ

  • ໂຟລ​ເຣຍ​ໂນ​ໂພ​ລິສ໌, ບຣາ​ຊິນ

  • ໂຣ​ຊາ​ຣິ​ໂອ, ອາກ​ຊັງ​ຕິນ

  • ເອ​ດິນ​ເບີ, ສະ​ກ໊ອດ​ແລນ

  • ບຣິສ໌​ເບນ, ອົດ​ສະ​ຕາ​ລີ ເຂດ​ໃຕ້

  • ວິກ​ທໍ​ເຣຍ, ບຣິ​ທິສ໌ ໂຄ​ລຳ​ເບຍ

  • ຢູ​ມາ, ອາ​ຣິ​ໂຊ​ນາ

  • ຮິວສ໌​ຕັນ, ເທັກ​ຊັສ໌ ເຂດ​ໃຕ້

  • ເດິ ມວຍນ໌, ໄອ​ໂອ​ວາ

  • ຊິນ​ຊິນ​ນາ​ດີ, ໂອ​ໄຮ​ໂອ

  • ໂຮ​ໂນ​ລູ​ລູ, ຮາ​ວາຍ

  • ແວສທ໌ ຈໍ​ແດນ, ຢູ​ທາ

  • ລີ​ໄຮ, ຢູ​ທາ

  • ມາ​ຣາ​ໄຄ​ໂບ, ເວ​ເນ​ຊູ​ເອ​ລາ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນີ້ ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພຣະ​ອົງ​ເປັນ​ປະ​ມຸກ. ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ຂໍ​ໃຫ້​ເຮົາ ປິ​ຕິ​ຍິນ​ດີ ໃນ​ການ​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຊຶ່ງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ ທີ່​ຈະ​ຊື່ນ​ຊົມ​ໄປ​ກັບ ທຸກໆ ພອນ​ທາງ​ວິນ​ຍານ​ທີ່​ເຮົາ ເຕັມ​ໃຈ ແລະ ມີ​ຄ່າ​ຄວນ​ທີ່​ຈະ​ຮັບ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.