ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ

ການ​ທີ່​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ຜະ​ນຶກ​ພິ​ທີ​ການ​ຂອງ​ເຮົາ ແມ່ນ​ສຳ​ຄັນ​ຫລາຍ ຖ້າ​ເຮົາ​ຢາກ​ມີ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ຊົ່ວ​ນິ​ລັນ​ດອນ.

ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ມັກ​ໝາກ​ຄາຍ​ທີ່​ສົດ ແລະ ສຸກ. ຈົນ​ຮອດ​ມື້​ນີ້, ຄວາມ​ຄິດ​ທີ່​ຈະ​ກັດ​ໝາກ​ຄາຍ​ທີ່​ຊຸ່ມ​ຊໍ່າ ແລະ ສຸກ ພ້ອມ​ດ້ວຍ​ລົດ​ສົ້ມ​ຂອງ​ມັນ​ນັ້ນ ເຮັດ​ໃຫ້​ນໍ້າ​ລາຍ​ແຕກ. ເມື່ອ​ໝາກ​ຄາຍ​ສຸກ​ເຕັມ​ຂະ​ໜາດ​ທີ່​ໄດ້​ຖືກ​ເກັບ​ແລ້ວ, ມັນ​ຈະ​ຢູ່​ໄດ້​ສອງ​ຫາ​ສີ່​ມື້ ກ່ອນ​ທີ່​ມັນ​ຈະ​ເນົ່າ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ຊົງ​ຈໍາ​ທີ່​ດີ​ກັບ​ການ​ເຂົ້າ​ຄົວ​ກັບ​ແມ່ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ຂະ​ນະ​ທີ່​ພວກ​ເຮົາ​ທຳ​ການ​ເກັບ​ຮັກ​ສາ​ໝາກ​ຄາຍ​ທີ່​ໄດ້​ເກັບ​ມາ​ເພື່ອ​ລະ​ດູ​ໜາວ​ທີ່​ຈະ​ມາ​ເຖິງ ໂດຍ​ການ​ບັນ​ຈຸ​ມັນ​ໃສ່​ໃນ​ຂວດ​ປິດ​ແໜ້ນ. ຖ້າ​ເຮົາ​ເກັບ​ຮັກ​ສາ​ໝາກ​ຄາຍ​ໄວ້​ຢ່າງ​ຖືກ​ຕ້ອງ, ໝາກ​ໄມ້​ທີ່​ແຊບ​ຊ້ອຍ​ນີ້ ຈະ​ຄົງ​ຢູ່​ເປັນ​ປີໆ, ບໍ່​ແມ່ນ​ພຽງ​ແຕ່​ສອງ​ຫາ​ສີ່​ມື້​ເທົ່າ​ນັ້ນ. ຖ້າ​ມີ​ການ​ກະ​ກຽມ ແລະ ໃຊ້​ຄວາມ​ຮ້ອນ​ຢ່າງ​ເໝາະ​ສົມ, ໝາກ​ໄມ້​ນີ້​ຈະ​ຖືກ​ເກັບ​ຮັກ​ສາ​ໄວ້​ຈົນ​ກວ່າ​ຢາງ​ປິດ​ຝາ​ຈະ​ເສື່ອມ​ຄຸນ​ນະ​ພາບ.

ພຣະ​ຄຣິດ​ໄດ້​ຊີ້​ນຳ​ເຮົາ​ໃຫ້ “ອອກ​ໄປ ແລະ ເກີດ​ຜົນ, … ເພື່ອ​ຜົນ​ຂອງ​ພວກ​ເຈົ້າ​ຈະ​ຕັ້ງ​ຢູ່​ຖາ​ວອນ.”1 ແຕ່​ພຣະ​ອົງ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ​ໝາກ​ຄາຍ. ພຣະ​ອົງ​ກຳ​ລັງ​ເວົ້າ​ກ່ຽວ​ກັບ​ພອນ​ຂອງ​ພຣະ​ເຈົ້າ​ແກ່​ລູກໆ​ຂອງ​ພຣະ​ອົງ. ຖ້າ​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ພອນ​ທີ່​ກ່ຽວ​ຂ້ອງ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ຈະ​ສາ​ມາດ​ຂະ​ຫຍາຍ​ອອກ​ໄປ​ຜ່ານ​ຂ້າມ​ຊີ​ວິດ​ນີ້ ແລະ ຈະ​ຖືກ​ຜະ​ນຶກ​ໄວ້​ກັບ​ເຮົາ, ຫລື ເກັບ​ຮັກ​ສາ​ໄວ້, ຕະ​ຫລອດ​ໄປ, ກາຍ​ເປັນ​ຜົນ​ທີ່​ຍືນ​ຍົງ​ຊົ່ວ​ນິ​ລັນ​ດອນ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃນ​ບົດ​ບາດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ ໃນ​ຖາ​ນະ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ, ຈະ​ຜະ​ນຶກ​ພິ​ທີ​ການ​ແຕ່​ລະ​ຢ່າງ​ໄວ້​ກັບ​ຜູ້​ທີ່​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ເພື່ອ​ມັນ​ຈະ​ມີ​ຜົນ​ໃຊ້​ໄດ້​ຫລັງ​ຈາກ​ຄວາມ​ເປັນ​ມະ​ຕະ.2 ການ​ທີ່​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ຜະ​ນຶກ​ພິ​ທີ​ການ​ຂອງ​ເຮົາ ແມ່ນ​ສຳ​ຄັນ​ຫລາຍ ຖ້າ​ເຮົາ​ຢາກ​ມີ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ຊົ່ວ​ນິ​ລັນ​ດອນ, ໂດຍ​ກາຍ​ເປັນ​ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ.

ນີ້​ເປັນ​ສິ່ງ​ທີ່​ສຳ​ຄັນ​ໂດຍ​ສະ​ເພາະ ຖ້າ​ເຮົາ​ຢາກ​ໄດ້​ຮັບ​ຄວາມ​ສູງ​ສົ່ງ.3 ດັ່ງ​ທີ່​ປະ​ທານ​ຣະໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ, ເຮົາ​ຄວນ “ເລີ່ມ​ຕົ້ນ​ໂດຍ​ມີ​ຈຸດ​ຈົບ​ໃນ​ຈິດ​ໃຈ. … ແນ່​ນອນ, ສຳ​ລັບ​ພວກ​ເຮົາ​ແຕ່​ລະ​ຄົນ​ແລ້ວ, ‘ຈຸດ​ຈົບ’ ທີ່​ເຮົາ​ຕ້ອງ​ການ​ບັນ​ລຸ​ຫລາຍ​ທີ່​ສຸດ ແມ່ນ​ການ​ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສູງ​ສົ່ງ ບ່ອນ​ທີ່​ເຮົາ​ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ.”4 ປະ​ທານ​ແນວ​ສັນ​ຍັງ​ໄດ້​ກ່າວ​ໄວ້​ເຊັ່ນ​ກັນ​ວ່າ: “ການ​ແຕ່ງ​ງານ​ຊັ້ນ​ສູງ ແມ່ນ​ສ່ວນ​ສຳ​ຄັນ​ຂອງ​ການ​ກຽມ​ຕົວ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ. ມັນ​ຮຽກ​ຮ້ອງ​ໃຫ້​ຄົນ​ຄົນ​ໜຶ່ງ​ແຕ່ງ​ງານ​ກັບ​ຄົນ​ທີ່​ຖືກ​ຕ້ອງ, ໃນ​ສະ​ຖານ​ທີ່​ທີ່​ຖືກ​ຕ້ອງ, ໂດຍ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ, ແລະ ໃຫ້​ເຊື່ອ​ຟັງ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ນັ້ນ​ຢ່າງ​ຊື່​ສັດ. ຈາກ​ນັ້ນ, ຄົນ​ຄົນ​ນັ້ນ​ຈະ​ໄດ້​ຮັບ​ປະ​ກັນ​ເຖິງ​ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ.”5

ແມ່ນ​ຫຍັງ​ຄື​ພອນ​ຂອງ​ຄວາມ​ສູງ​ສົ່ງ? ມັນ​ລວມ​ທັງ​ການ​ສະ​ຖິດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ຊົ່ວ​ນິ​ລັນ​ດອນ​ນຳ​ກັນ ໃນ​ຖາ​ນະ​ສາ​ມີ ແລະ ພັນ​ລະ​ຍາ, ສືບ​ທອດ “ບັນ​ລັງ, ອາ​ນາ​ຈັກ, ເຂດ​ປົກ​ຄອງ, ແລະ ອຳ​ນາດ … ຄວາມ​ຕໍ່​ເນື່ອງ​ຂອງ​ເຊື້ອ​ສາຍ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ,”6 ຮັບ​ເອົາ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ຊົງ​ມີ.7

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ ວ່າ:

“ໃນ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ສູງ ມີ​ສະ​ຫວັນ ຫລື ລະ​ດັບ​ສາມ​ຊັ້ນ;

“ແລະ ກ່ອນ​ຈະ​ໄດ້​ບັນ​ລຸ​ເຖິງ​ຊັ້ນ​ສູງ​ສຸດ​ໄດ້, ມະ​ນຸດ​ຕ້ອງ​ເຂົ້າ​ສູ່​ລະ​ບຽບ​ນີ້​ຂອງ​ຖາ​ນະ​ປະ​ໂລ​ຫິດ [ໝາຍ​ເຖິງ ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ການ​ແຕ່ງ​ງານ];

“ແລະ ຖ້າ​ຫາກ​ເຂົາ​ບໍ່​ເຮັດ, ເຂົາ​ຈະ​ບັນ​ລຸ​ເຖິງ​ມັນ​ບໍ່​ໄດ້.

“ເຂົາ​ຈະ​ເຂົ້າ​ໄປ​ໃນ​ຊັ້ນ​ອື່ນ, ແຕ່​ນັ້ນ​ຄື​ທີ່​ສຸດ​ຂອງ​ອາ​ນາ​ຈັກ​ຂອງ​ເຂົາ; ເຂົາ​ບໍ່​ສາ​ມາດ​ມີ​ເພີ່ມ​ເຕີມ.”8

ເຮົາ​ຮຽນ​ຮູ້​ຢູ່​ທີ່​ນີ້​ວ່າ ຄົນ​ຄົນ​ໜຶ່ງ​ຈະ​ສາ​ມາດ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ, ແລະ ເປັນ​ຄົນ​ໂສດ. ແຕ່​ການ​ໄດ້​ຮັບ​ຄວາມ​ສູງ​ສົ່ງ​ຢູ່​ໃນ​ລະ​ດັບ​ທີ່​ສູງ​ທີ່​ສຸດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ, ຄົນ​ຄົນ​ໜຶ່ງ​ຕ້ອງ​ເຂົ້າ​ສູ່​ການ​ແຕ່ງ​ງານ​ໂດຍ​ສິດ​ອຳ​ນາດ​ທີ່​ເໝາະ​ສົມ ​ແລະ ແລ້ວ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ໃນ​ການ​ແຕ່ງ​ງານ​ນັ້ນ. ເມື່ອ​ເຮົາ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້, ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ຈະ​ສາ​ມາດ​ຜະ​ນຶກ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ແຕ່ງ​ງານ​ຂອງ​ເຮົາ​ໄດ້.9 ພອນ​ທີ່​ໄດ້​ຮັບ​ຈາກ​ການ​ຜະ​ນຶກ​ເຫລົ່າ​ນັ້ນ ຈະ​ກາຍ​ເປັນ​ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ.

ຈຳ​ເປັນ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຮັກ​ສາ​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ການ​ແຕ່ງ​ງານ​ຢ່າງ​ຊື່​ສັດ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ມີ​ຄວາມ​ຜູກ​ພັນ​ຢູ່​ສອງ​ປະ​ເພດ​ເມື່ອ​ເຮົາ​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ແຕ່ງ​ງານ​ນິ​ລັນ​ດອນ: ຄວາມ​ຜູກ​ພັນ​ລະ​ດັບ​ເທົ່າ​ທຽມ​ກັນ​ລະ​ຫວ່າງ​ສາ​ມີ ແລະ ພັນ​ລະ​ຍາ, ແລະ ຄວາມ​ຜູກ​ພັນ​ລະ​ດັບ​ສູງ​ກວ່າ​ກັບ​ພຣະ​ເຈົ້າ.10 ເພື່ອ​ທີ່​ຈະ​ໃຫ້​ພອນ​ແຫ່ງ​ຄວາມ​ສູງ​ສົ່ງ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ເຮົາ ແລະ ຄົງ​ຢູ່​ຫລັງ​ຈາກ​ຊີ​ວິດ​ນີ້, ເຮົາ​ຕ້ອງ​ຈິງ​ໃຈ​ຕໍ່​ລະ​ດັບ​ເທົ່າ​ທຽມ​ກັນ ແລະ ລະ​ດັບ​ສູງ​ກວ່າ​ຂອງ​ພັນ​ທະ​ສັນ​ຍາ​ນັ້ນ.

ເພື່ອ​ທີ່​ຈະ​ຮັກ​ສາ​ຄວາມ​ຜູກ​ພັນ​ລະ​ດັບ​ເທົ່າ​ທຽມ​ກັນ​ກັບ​ຄູ່​ຄອງ​ຂອງ​ທ່ານ, ພຣະ​ເຈົ້າ​ໄດ້​ແນະ​ນຳ​ເຮົາ​ໃຫ້ “ຮັກ​ເມຍ [ຫລື ຜົວ] [ຂອງ​ທ່ານ] ດ້ວຍ​ສຸດ​ໃຈ [ຂອງ​ທ່ານ], ແລະ … ແນບ​ສະ​ໜິດ​ຢູ່​ກັບ​ນາງ [ຫລື ເຂົາ] ແລະ ບໍ່​ມີ​ຄົນ​ອື່ນ​ອີກ.”11 ສຳ​ລັບ​ຜູ້​ທີ່​ແຕ່ງ​ງານ​ແລ້ວ, ໃຫ້​ແນບ​ສະ​ໜິດ​ຢູ່​ກັບ​ນາງ ຫລື ເຂົາ ແລະ ບໍ່​ມີ​ຄົນ​ອື່ນ​ອີກ ໝາຍ​ຄວາມ​ວ່າ ທ່ານ​ປຶກ​ສາ​ຫາ​ລື​ນຳ​ກັນ​ໃນ​ຄວາມ​ຮັກ, ທ່ານ​ຮັກ ແລະ ຫ່ວງ​ໃຍ​ກັນ​ແລະ​ກັນ, ທ່ານ​ໃຫ້​ລຳ​ດັບ​ຄວາມ​ສຳ​ຄັນ​ຕໍ່​ການ​ໃຊ້​ເວ​ລາ​ກັບ​ຄູ່​ຄອງ​ຂອງ​ທ່ານ​ຫລາຍ​ກວ່າ​ຄວາມ​ສົນ​ໃຈ​ຢູ່​ທາງ​ນອກ, ແລະ ທ່ານ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ທ່ານ​ເອົາ​ຊະ​ນະ​ຄວາມ​ອ່ອນ​ແອ​ຂອງ​ທ່ານ.12 ມັນ​ຍັງ​ໝາຍ​ຄວາມ​ວ່າ ຈະ​ຕ້ອງ​ບໍ່​ມີ​ຄວາມ​ໃກ້​ຊິດ​ທາງ​ອາ​ລົມ ຫລື ທາງ​ເພດ​ໃດໆ​ຢູ່​ນອກ​ການ​ແຕ່ງ​ງານ​ຂອງ​ທ່ານ, ລວມ​ທັງ​ການ​ຈີບ ຫລື ການ​ຄົບ​ກັນ, ແລະ ຈະ​ບໍ່​ມີ​ຮູບ​ພາບ​ລາ​ມົກ, ຊຶ່ງ​ກໍ່​ໃຫ້​ເກີດ​ຕັນ​ຫາ.13

ເພື່ອ​ທີ່​ຈະ​ຮັກ​ສາ​ຄວາມ​ຜູກ​ພັນ​ລະ​ດັບ​ເທົ່າ​ທຽມ​ກັນ​ໃນ​ພັນ​ທະ​ສັນ​ຍາ, ແຕ່​ລະ​ຝ່າຍ​ຕ້ອງ​ປາດ​ຖະ​ໜາ​ທີ່​ຈະ​ຢູ່​ໃນ​ການ​ແຕ່ງ​ງານ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: “ພວກ​ເຮົາ​ຮູ້​ເຊັ່ນ​ກັນ​ວ່າ [ພຣະ​ເຈົ້າ] ຈະ​ບໍ່​ບັງ​ຄັບ​ຜູ້​ໃດ​ໃຫ້​ເຂົ້າ​ໃນ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ໂດຍ​ທີ່​ເຂົາ​ບໍ່​ເຕັມ​ໃຈ. ພອນ​ຂອງ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ນັ້ນ ຮັບ​ປະ​ກັນ​ທຸກ​ຄົນ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ແຕ່​ບໍ່​ມີ​ວັນ​ໂດຍ​ການ​ບັງ​ຄັບ​ຄວາມ​ສຳ​ພັນ​ແຫ່ງ​ການ​ຜະ​ນຶກ​ໃສ່​ອີກ​ຄົນ​ໜຶ່ງ​ທີ່​ບໍ່​ມີ​ຄ່າ​ຄວນ ຫລື ບໍ່​ເຕັມ​ໃຈ.”14

ແລ້ວ​ຄວາມ​ຜູກ​ພັນ​ລະ​ດັບ​ສູງ​ກວ່າ​ທີ່​ປະ​ທານ​ແນວ​ສັນ​ອ້າງ​ເຖິງ​ນັ້ນ​ແມ່ນ​ຫຍັງ? ຄວາມ​ຜູກ​ພັນ​ລະ​ດັບ​ສູງ​ກວ່າ ຄື​ສິ່ງ​ທີ່​ເຮົາ​ສ້າງ​ໄວ້​ກັບ​ພຣະ​ເຈົ້າ.

ເພື່ອ​ທີ່​ຈະ​ຮັກ​ສາ​ຄວາມ​ຜູກ​ພັນ​ລະ​ດັບ​ສູງ​ກວ່າ​ກັບ​ພຣະ​ເຈົ້າ, ເຮົາ​ຕ້ອງ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ທີ່​ເຮົາ​ໄດ້​ເຮັດ ວ່າ​ດ້ວຍ​ກົດ​ແຫ່ງ​ການ​ເຊື່ອ​ຟັງ, ການ​ເສຍ​ສະ​ລະ, ພຣະ​ກິດ​ຕິ​ຄຸນ, ພົມ​ມະ​ຈັນ, ແລະ ການ​ອຸ​ທິດ​ຖວາຍ. ເຮົາ​ຍັງ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ວ່າ​ຈະ​ຮັບ​ເອົາ​ຄູ່​ນິ​ລັນ​ດອນ​ຂອງ​ເຮົາ ແລະ ເພື່ອ​ທີ່​ຈະ​ເປັນ​ຄູ່​ຄອງ ແລະ ພໍ່​ແມ່​ທີ່​ດີ. ເມື່ອ​ເຮົາ​ຮັກ​ສາ​ຄວາມ​ຜູກ​ພັນ​ລະ​ດັບ​ສູງ​ກວ່າ, ເຮົາ​ກໍ​ຈະ​ມີ​ຄຸນ​ສົມ​ບັດ​ສຳ​ລັບ​ພອນ​ຕ່າງໆ​ຂອງ​ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ແຫ່ງ​ອັບ​ຣາ​ຮາມ, ລວມ​ທັງ​ພອນ​ຕ່າງໆ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ພຣະ​ກິດ​ຕິ​ຄຸນ, ແລະ ຖາ​ນະ​ປະ​ໂລ​ຫິດ.15 ພອນ​ເຫລົ່າ​ນີ້​ຍັງ​ເປັນ​ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ​ນຳ​ອີກ.

ຂະ​ນະ​ທີ່​ເຮົາ​ຫວັງ​ວ່າ ທຸກ​ຄົນ​ທີ່​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ ຈະ​ຍັງ​ຄົງ​ຈິງ​ໃຈ ແລະ ໄດ້​ຮັບ​ພອນ​ທີ່​ຖືກ​ຜະ​ນຶກ​ເຂົ້າ​ກັບ​ພວກ​ເຂົາ​ຊົ່ວ​ນິ​ລັນ​ດອນ, ບາງ​ເທື່ອ ອຸ​ດົມ​ການ​ນັ້ນ​ອາດ​ເບິ່ງ​ຄື​ວ່າ​ເກີນ​ທີ່​ເຮົາ​ຈະ​ເອື້ອມ​ເຖິງ. ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ສະ​ມາ​ຊິກ​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ ຂະ​ນະ​ທີ່​ຄູ່​ຄອງ​ຂອງ​ພວກ​ເຂົາ​ບໍ່​ໄດ້​ເຮັດ. ຍັງ​ມີ​ຄົນ​ທີ່​ໂສດ, ທີ່​ບໍ່​ເຄີຍ​ມີ​ໂອ​ກາດ​ທີ່​ຈະ​ແຕ່ງ​ງານ​ໃນ​ຊີ​ວິດ​ມະ​ຕະ​ນຳ​ອີກ. ແລະ ຍັງ​ມີ​ຄົນ​ທີ່​ບໍ່​ຊື່​ສັດ​ໃນ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ແຕ່ງ​ງານ​ຂອງ​ພວກ​ເຂົາ. ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ກັບ​ບຸກ​ຄົນ​ໃນ​ແຕ່​ລະ​ສະ​ພາບ​ການ​ເຫລົ່າ​ນີ້?

  1. ຖ້າ​ທ່ານ​ຍັງ​ຄົງ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ​ໄວ້ ເມື່ອ​ທ່ານ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ທ່ານ​ຈະ​ໄດ້​ຮັບ​ພອນ​ສ່ວນ​ຕົວ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ທ່ານ​ໃນ​ຂອງ​ປະ​ທານ​ສັກ​ສິດ ເຖິງ​ແມ່ນ​ວ່າ ຄູ່​ຄອງ​ຂອງ​ທ່ານ​ໄດ້​ເຮັດ​ຜິດ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ ຫລື ໄດ້​ຖອນ​ຕົວ​ຈາກ​ການ​ແຕ່ງ​ງານ​ແລ້ວ​ກໍ​ຕາມ. ຖ້າ​ທ່ານ​ໄດ້​ຖືກ​ຜະ​ນຶກ ແລະ ໄດ້​ຢ່າ​ຮ້າງ​ໃນ​ພາຍ​ຫລັງ, ແລະ ຖ້າ​ການ​ຜະ​ນຶກ​ຂອງ​ທ່ານ​ບໍ່​ຖືກ​ຍົກ​ເລີກ, ພອນ​ສ່ວນ​ຕົວ​ຂອງ​ການ​ຜະ​ນຶກ​ນັ້ນ ຈະ​ຍັງ​ຄົງ​ມີ​ຜົນ​ສັກ​ສິດ​ຕໍ່​ທ່ານ ຖ້າ​ຫາກ​ທ່ານ​ຍັງ​ຄົງ​ຊື່​ສັດ.16

    ບາງ​ເທື່ອ, ເນື່ອງ​ຈາກ​ຄວາມ​ຮູ້​ສຶກ​ຂອງ​ການ​ຖືກ​ທໍ​ລະ​ຍົດ ແລະ ຄວາມ​ເຈັບ​ປວດ​ຢ່າງ​ຍິ່ງ, ຄູ່​ຄອງ​ທີ່​ຊື່​ສັດ​ອາດ​ຢາກ​ຍົກ​ເລີກ​ການ​ຜະ​ນຶກ​ກັບ​ຄູ່​ຄອງ​ທີ່​ບໍ່​ຊື່​ສັດ ເພື່ອ​ທີ່​ຈະ​ຢູ່​ຫ່າງ​ຈາກ​ເຂົາ​ໃຫ້​ຫລາຍ​ທີ່​ສຸດ, ທັງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ຊົ່ວ​ນິ​ລັນ​ດອນ. ຖ້າ​ຫາກ​ທ່ານ​ກັງ​ວົນ​ວ່າ ທ່ານ​ຈະ​ຖືກ​ຜູກ​ມັດ​ກັບ​ຄູ່​ຄອງ​ຄົນ​ເກົ່າ​ທີ່​ບໍ່​ກັບ​ໃຈ, ໃຫ້​ຈື່​ໄວ້​ວ່າ, ທ່ານ​ຈະ​ບໍ່​ເປັນ​ຢ່າງ​ນັ້ນ! ພຣະ​ເຈົ້າ​ຈະ​ບໍ່​ຮຽກ​ຮ້ອງ​ໃຫ້​ຜູ້​ໃດ​ຍັງ​ຄົງ​ຢູ່​ໃນ​ຄວາມ​ສຳ​ພັນ​ທີ່​ຖືກ​ຜະ​ນຶກ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ ໂດຍ​ທີ່​ເຂົາ​ບໍ່​ເຕັມ​ໃຈ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ ເຮົາ​ຈະ​ໄດ້​ຮັບ​ພອນ​ທຸກໆ​ປະ​ການ​ທີ່​ເຮົາ​ປາດ​ຖະ​ໜາ ແລະ ເລືອກ.17

    ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ປາດ​ຖະ​ໜາ​ທີ່​ຈະ​ຍົກ​ເລີກ​ການ​ຜະ​ນຶກ, ອຳ​ເພີ​ໃຈ​ກໍ​ຈະ​ໄດ້​ຮັບ​ຄວາມ​ເຄົາ​ລົບ. ທ່ານ​ສາ​ມາດ​ເຮັດ​ຕາມ​ຂັ້ນ​ຕອນ​ບາງ​ຢ່າງ. ແຕ່​ສິ່ງ​ນີ້​ບໍ່​ຄວນ​ເຮັດ​ແບບ​ສະ​ບາຍ​ສະ​ບາຍ! ຝ່າຍ​ປະ​ທານ​ສູງ​ສຸດ​ດຳ​ລົງ​ຂໍ​ກະ​ແຈ​ເພື່ອ​ຜູກ​ມັດ​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະ​ຫວັນ. ເມື່ອ​ການ​ຍົກ​ເລີກ​ການ​ຜະ​ນຶກ​ໄດ້​ຖືກ​ອະ​ນຸ​ມັດ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ​ແລ້ວ, ພອນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຜະ​ນຶກ​ນັ້ນ ຈະ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ອີກ​ຕໍ່​ໄປ; ມັນ​ຈະ​ຖືກ​ຍົກ​ເລີກ​ທັງ​ລະ​ດັບ​ເທົ່າ​ທຽມ​ກັນ ແລະ ລະ​ດັບ​ສູງ​ກວ່າ. ມັນ​ສຳ​ຄັນ​ທີ່​ຈະ​ເຂົ້າ​ໃຈ​ວ່າ ເພື່ອ​ທີ່​ຈະ​ຮັບ​ພອນ​ແຫ່ງ​ຄວາມ​ສູງ​ສົ່ງ, ເຮົາ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ເຕັມ​ໃຈ​ທີ່​ຈະ​ເຂົ້າ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ນີ້​ຢ່າງ​ຊື່​ສັດ, ບໍ່​ວ່າ​ຈະ​ໃນ​ຊີ​ວິດ​ນີ້ ຫລື ຊີ​ວິດ​ໜ້າ​ກໍ​ຕາມ.

  2. ສຳ​ລັບ​ຜູ້​ທີ່​ເປັນ​ສະ​ມາ​ຊິກ​ໂສດ​ຂອງ​ສາດ​ສະ​ໜາ​ຈັກ, ກະ​ລຸ​ນາ​ຈື່​ໄວ້​ວ່າ “ໃນ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ພອນ​ໃດ​ທີ່​ຈະ​ຖືກ​ກີດ​ກັນ​ຈາກ​ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ ແລະ ໃຫ້​ລາງ​ວັນ​ແຕ່​ລະ​ຄົນ​ຕາມ [ຄວາມ​ປາດ​ຖະ​ໜາ] ຂອງ​ໃຈ​ເຂົາ ຕະ​ຫລອດ​ທັງ​ການ​ກະ​ທຳ​ຂອງ​ເຂົາ.”18

  3. ຖ້າ​ຫາກ​ທ່ານ​ບໍ່​ໄດ້​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ, ຈະ​ມີ​ຄວາມ​ຫວັງ​ບໍ່? ມີ! ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຫວັງ. ຄວາມ​ຫວັງ​ນັ້ນ​ຈະ​ມາ​ເຖິງ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ດ້ວຍ​ການ​ກັບ​ໃຈ​ທີ່​ຈິງ​ໃຈ ແລະ ການ​ຕິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ດ້ວຍ​ຄວາມ​ເຊື່ອ​ຟັງ. ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ບຸກ​ຄົນ​ທີ່​ເຮັດ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ, ຜິດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ. ເປັນ​ປະ​ຈຳ, ຂ້າ​ພະ​ເຈົ້າ​ເຫັນ​ຜູ້​ທີ່​ກັບ​ໃຈ​ຢ່າງ​ຈິງ​ໃຈ, ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແລະ ກັບ​ຄືນ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ຜິດ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ແລ້ວ, ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ໃຫ້​ທ່ານ​ຫັນ​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ, ປຶກ​ສາ​ຫາ​ລື​ກັບ​ອະ​ທິ​ການ​ຂອງ​ທ່ານ, ກັບ​ໃຈ, ແລະ ເປີດ​ຈິດ​ວິນ​ຍານ​ຂອງ​ທ່ານ​ໃຫ້​ອຳ​ນາດ​ແຫ່ງ​ການ​ປີ່ນ​ປົວ ອັນ​ຍິ່ງ​ໃຫຍ່ ທີ່​ມີ​ຢູ່ ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ ໄດ້​ປະ​ທານ​ພັນ​ທະ​ສັນ​ຍາ​ໃຫ້​ແກ່​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ເຂົ້າ​ເຖິງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ກຽມ​ໄວ້​ໃຫ້​ເຮົາ. ພອນ​ອັນ​ສັກ​ສິດ​ຈາກ​ພຣະ​ເຈົ້າ​ເຫລົ່າ​ນີ້ ແຊບ​ຊ້ອຍ​ຍິ່ງ​ກວ່າ​ໝາກ​ໄມ້​ໃດໆ​ໃນ​ໂລກ. ມັນ​ສາ​ມາດ​ຖືກ​ເກັບ​ຮັກ​ສາ​ໄວ້​ສຳ​ລັບ​ເຮົາ​ຕະ​ຫລອດ​ໄປ, ກາຍ​ເປັນ​ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ, ເມື່ອ​ເຮົາ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ໄດ້​ຟື້ນ​ຟູ​ສິດ​ອຳ​ນາດ​ໃນ​ການ​ຜູກ​ມັດ​ເທິງ​ແຜ່ນ​ດິນ​ໂລກ ແລະ ໃນ​ສະ​ຫວັນ. ສິດ​ອຳ​ນາດ​ນັ້ນ ແມ່ນ​ພົບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ມັນ​ຖືກ​ດຳ​​ລົງ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ແລະ ຖືກ​ນຳ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຜູ້​ທີ່​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ແຫ່ງ​ການ​ແຕ່ງ​ງານ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ນັ້ນ ສາ​ມາດ​ກາຍ​ເປັນ​ຄົນ​ທີ່​ດີ​ພ້ອມ ແລະ ໃນ​ທີ່​ສຸດ ຈະ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ບິ​ດາ, ບໍ່​ວ່າ​ສະ​ພາບ​ການ​ຈະ​ຢູ່​ນອກ​ເໜືອ​ການ​ຄວບ​ຄຸມ​ຂອງ​ພວກ​ເຂົາ​ສໍ່າ​ໃດ​ກໍ​ຕາມ.19

ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ທີ່​ກ່ຽວ​ພັນ​ກັບ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ເຫລົ່າ​ນີ້ ສາ​ມາດ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ເຮົາ ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ແລະ ກາຍ​ເປັນ​ຜົນ​ທີ່​ຕັ້ງ​ຢູ່​ຖາ​ວອນ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ໂຢ​ຮັນ 15:16.

  2. ເບິ່ງ Dale G. Renlund, “Accessing God’s Power through Covenants,” Liahona, May 2023, 35–38; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7.

  3. ພິ​ທີ​ການ​ຈະ​ຖືກ​ຜະ​ນຶກ​ໄວ້​ເມື່ອ​ມັນ​ໃຊ້​ການ​ໄດ້​ທັງ​ໃນ​ສະ​ຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ ເພາະ​ວ່າ​ມັນ​ໄດ້​ມີ​ການ​ປະ​ຕິ​ບັດ​ພິ​ທີ​ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດ ແລະ ໄດ້​ຮັບ​ການ​ຢືນ​ຢັນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

    “ເຮົາ​ມັກ​ຈະ​ຄິດ​ວ່າ ສິດ​ອຳ​ນາດ​ແຫ່ງ​ການ​ຜະ​ນຶກ​ເປັນ​ການ​ນຳ​ໃຊ້​ພຽງ​ແຕ່​ກັບ​ພິ​ທີ​ການ​ພຣະ​ວິ​ຫານ​ສະ​ເພາະ​ເທົ່າ​ນັ້ນ, ແຕ່​ວ່າ​ສິດ​ອຳ​ນາດ​ແມ່ນ​ຈຳ​ເປັນ​ຕໍ່​ການ​ເຮັດ​ໃຫ້​ພິ​ທີ​ການ​ໃດໆ​ມີ​ຜົນ​ໃຊ້​ບັງ​ຄັບ ແລະ ມີ​ຜົນ​ຜູກ​ມັດ​ຜ່ານ​ຂ້າມ​ຄວາມ​ຕາຍ. ອຳ​ນາດ​ການ​ຜະ​ນຶກ​ມອບ​ຕາ​ປະ​ທັບ​ແຫ່ງ​ຄວາມ​ຊອບ​ທຳ​ໃຫ້​ກັບ​ການ​ບັບ​ຕິ​ສະ​ມາ​ຂອງ​ທ່ານ, ເປັນ​ຕົ້ນ, ເພື່ອ​ໃຫ້​ໄດ້​ຮັບ​ການ​ຍອມ​ຮັບ​ຢູ່​ທີ່​ນີ້ ແລະ ໃນ​ສະ​ຫວັນ. ໃນ​ທີ່​ສຸດ, ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ​ຖືກ​ປະ​ຕິ​ບັດ​ພາຍ​ໃຕ້​ຂໍ​ກະ​ແຈ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ປະ​ທານ​ໂຈ​ເຊັບ ຟຽວ​ດິງ ສະ​ມິດ ໄດ້​ອະ​ທິ​ບາຍ​ວ່າ: ‘ເພິ່ນ [ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ] ໄດ້​ມອບ​ສິດ​ອຳ​ນາດ​ໃຫ້​ເຮົາ, ເພິ່ນ​ໃສ່​ອຳ​ນາດ​ການ​ຜະ​ນຶກ​ໄວ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ, ເພາະ​ເພິ່ນ​ດຳ​ລົງ​ຂໍ​ກະ​ແຈ​ເຫລົ່າ​ນັ້ນ’ [ອ້າງ​ອີງ​ໂດຍ Harold B. Lee, ໃນ Conference Report, Oct. 1944, 75]” (D. Todd Christofferson, “The Sealing Power,” Liahona, Nov. 2023, 20).

    “ການ​ກະ​ທຳ​ທີ່​ໄດ້​ຖືກ​ຜະ​ນຶກ​ໄວ້​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ແມ່ນ​ສິ່ງ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ມັນ​ເປັນ​ສິ່ງ​ທີ່​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. … ບໍ່​ມີ​ໃຜ​ສາ​ມາດ​ຕົວະ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ລອດ​ຕົວ​ໄປ​ໂດຍ​ບໍ່​ຖືກ​ຈັບ​ໄດ້. … ຫລັກ​ທຳ​ເຫລົ່າ​ນີ້ ຍັງ​ນຳ​ໃຊ້​ກັບ​ທຸກໆ​ພິ​ທີ​ການ ແລະ ການ​ປະ​ຕິ​ບັດ​ພິ​ທີ​ອື່ນໆ​ໃນ​ສາດ​ສະ​ໜາ​ຈັກ. ດັ່ງ​ນັ້ນ ຖ້າ​ທັງ​ສອງ​ຝ່າຍ [ໃນ​ການ​ແຕ່ງ​ງານ] ‘ທ່ຽງ​ທຳ ແລະ ຈິງ​ໃຈ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:53], ຖ້າ​ຫາກ​ພວກ​ເຂົາ​ມີ​ຄ່າ​ຄວນ, ການ​ຜະ​ນຶກ​ທີ່​ຢືນ​ຢັນ​ຈະ​ຖືກ​ປະ​ທັບ​ຕາ​ໄວ້​ໃນ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຂອງ​ພວກ​ເຂົາ; ຖ້າ​ຫາກ​ພວກ​ເຂົາ​ບໍ່​ມີ​ຄ່າ​ຄວນ, ພວກ​ເຂົາ​ກໍ​ຈະ​ບໍ່​ຖືກ​ຖື​ວ່າ​ເປັນ​ຄົນ​ຊອບ​ທຳ​ໂດຍ​ພຣະ​ວິນ​ຍານ ແລະ ການ​ຢືນ​ຢັນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ຈະ​ຖືກ​ກັກ​ໄວ້. ຄວາມ​ມີ​ຄ່າ​ຄວນ​ທີ່​ຕາມ​ມາ ຈະ​ເຮັດ​ໃຫ້​ການ​ຜະ​ນຶກ​ນັ້ນ​ມີ​ຜົນ​ບັງ​ຄັບ​ໃຊ້ ແລະ ຄວາມ​ບໍ່​ຊອບ​ທຳ​ຈະ​ທຳ​ລາຍ​ການ​ຜະ​ນຶກ​ນັ້ນ” (Bruce R. McConkie, “Holy Spirit of Promise,” ໃນ Preparing for an Eternal Marriage Student Manual [2003], 136).

    ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ແມ່ນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຜູ້​ທີ່​ວາງ​ກາ​ປະ​ທັບ​ແຫ່ງ​ການ​ອະ​ນຸ​ມັດ​ໃສ່​ໃນ​ທຸກໆ​ພິ​ທີ​ການ: ການ​ບັບ​ຕິ​ສະ​ມາ, ການ​ຢືນ​ຢັນ, ການ​ແຕ່ງ​ຕັ້ງ, ການ​ແຕ່ງ​ງານ. ຄຳ​ສັນ​ຍາ​ກໍ​ຄື​ວ່າ ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ຄວາມ​ຊື່​ສັດ. ຖ້າ​ຄົນ​ຄົນ​ໜຶ່ງ​ລະ​ເມີດ​ພັນ​ທະ​ສັນ​ຍາ, ບໍ່​ວ່າ​ຈະ​ເປັນ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ, ການ​ແຕ່ງ​ຕັ້ງ, ການ​ແຕ່ງ​ງານ ຫລື ສິ່ງ​ອື່ນ​ໃດ​ກໍ​ຕາມ, ພຣະ​ວິນ​ຍານ​ຈະ​ຖອນ​ກາ​ປະ​ທັບ​ແຫ່ງ​ການ​ອະ​ນຸ​ມັດ, ແລະ ຈະ​ບໍ່​ສາ​ມາດ​ຮັບ​ພອນ​ໄດ້. ທຸກໆ​ພິ​ທີ​ການ​ແມ່ນ​ຖືກ​ຜະ​ນຶກ​ໄວ້ ດ້ວຍ​ຄຳ​ສັນ​ຍາ​ແຫ່ງ​ລາງ​ວັນ ອີງ​ຕາມ​ຄວາມ​ຊື່​ສັດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຖອນ​ກາ​ປະ​ທັບ​ແຫ່ງ​ການ​ອະ​ນຸ​ມັດ ເມື່ອ​ມີ​ການ​ເຮັດ​ຜິດ​ພັນ​ທະ​ສັນ​ຍາ.” (Joseph Fielding Smith, Doctrines of Salvation, comp. Bruce R. McConkie [1954], 1:45).

  4. Russell M. Nelson, Heart of the Matter: What 100 Years of Living Have Taught Me (2023), 15. ພັນ​ທະ​ສັນ​ຍາ​ທັງ​ໝົດ​ຈະ​ຕ້ອງ​ຖືກ​ຜະ​ນຶກ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ແຫ່ງ​ຄຳ​ສັນ​ຍາ ຈຶ່ງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຫລັງ​ຈາກ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:7).

  5. Russell M. Nelson, “Celestial Marriage,” Liahona, Nov. 2008, 94.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19.

  7. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38.

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:1–4.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:19–20. “ຈຸດ​ໝາຍ​ທີ່​ສູງ​ສຸດ​ນັ້ນ—ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ—ແມ່ນ​ຈຸດ​ສຸມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ” (Dallin H. Oaks, “Kingdoms of Glory,” Liahona, Nov. 2023, 26).

  10. ດັ່ງ​ທີ່​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ມີ​ຄວາມ​ຜູກ​ພັນ ລະ​ດັບ​ເທົ່າ​ທຽມ​ກັນ [ຊຶ່ງ] ສ້າງ​ຄວາມ​ຮັກ​ທີ່​ພິ​ເສດ, ຄວາມ​ສຳ​ພັນ​ໃໝ່​ກໍ​ຖືກ​ສ້າງ​ຂຶ້ນ​ເຊັ່ນ​ກັນ ເມື່ອ​ເຮົາ​ຜູກ​ມັດ​ຕົວ​ເອງ​ໂດຍ​ເຮັດ​ພັນ​ທະ​ສັນ​ຍາ ລະ​ດັບ​ສູງ​ກວ່າ ກັບ … ພຣະ​ເຈົ້າ” ເມື່ອ​ເຮົາ​ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ແຫ່ງ​ການ​ແຕ່ງ​ງານ (Russell M. Nelson, Heart of the Matter, 41–42).

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:22; ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 38.6.16 ນຳ​ອີກ. ໃນ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ແຕ່ງ​ງານ​ໃນ​ທີ່​ນີ້, ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ການ​ແຕ່ງ​ງານ​ອີງ​ຕາມ​ກົດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ນິ​ຍາມ​ການ​ແຕ່ງ​ງານ​ວ່າ​ເປັນ​ການ​ຮ່ວມ​ເຂົ້າ​ກັນ​ຢ່າງ​ຖືກ​ຕ້ອງ ແລະ ຕາມ​ກົດ​ໝາຍ​ລະ​ຫວ່າງ​ຊາຍ ແລະ ຍິງ (ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  12. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  13. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:22–24.

  14. Dallin H. Oaks, “Kingdoms of Glory,” 29; ເນັ້ນ​ຄຳ​ເນີ້ງ.

  15. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 86:8–11; 113:8; ອັບ​ຣາ​ຮາມ 2:9–11.

  16. ເບິ່ງ ຄູ່​ມື​ທົ່ວ​ໄປ, 38.4.1.

    ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ໃນ​ປະ​ເທດ​ສະ​ວິດ​ເຊີ​ແລນ, ຂ້າ​ພະ​ເຈົ້າ ແລະ ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ສາ​ມີ​ພັນ​ລະ​ຍາ​ຄູ່​ໜຶ່ງ ຄົນ​ສະ​ວິດ​ອາ​ຍຸ 60 ປີ. ຂະ​ນະ​ທີ່​ພວກ​ເຮົາ​ສິດ​ສອນ​ສາ​ມີ​ພັນ​ລະ​ຍາ​ຄູ່​ນີ້​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ, ຜູ້​ຍິງ​ຄົນ​ນັ້ນ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ​ໃນ​ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ສິດ​ສອນ. ສອງ​ສາມ​ອາ​ທິດ​ຕໍ່​ມາ, ລາວ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ທີ່​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ​ການ​ຟື້ນ​ຟູ ໂດຍ​ມີ​ສິດ​ອຳ​ນາດ​ທີ່​ຖືກ​ຕ້ອງ​ຈາກ​ພຣະ​ເຈົ້າ ແລະ ວ່າ​ພຣະ​ເຢ​ຊູ​ຄຣິດ​ຊີ້​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ມີ​ຊີ​ວິດ​ຢູ່. ພວກ​ເຮົາ​ຕັ້ງ​ຕາ​ຄອງ​ຄອຍ​ຖ້າ​ທີ່​ຈະ​ສິດ​ສອນ​ສາ​ມີ​ພັນ​ລະ​ຍາ​ຄູ່​ນີ້​ກ່ຽວ​ກັບ​ຄຳ​ສອນ​ທີ່​ສູງ​ສົ່ງ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ, ນັ້ນ​ກໍ​ຄື ໂອ​ກາດ​ສຳ​ລັບ​ການ​ແຕ່ງ​ງານ​ນິ​ລັນ​ດອນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ້າ​ປະ​ຫລາດ​ໃຈ​ທີ່​ຂະ​ນະ​ທີ່​ພວກ​ເຮົາ​ສິດ​ສອນ​ສາ​ມີ​ພັນ​ລະ​ຍາ​ຄູ່​ນີ້​ກ່ຽວ​ກັບ​ຄຳ​ສອນ​ເລື່ອງ​ການ​ແຕ່ງ​ງານ​ນິ​ລັນ​ດອນ, ຜູ້​ຍິງ​ຊາວ​ສະ​ວິດ​ຄົນ​ນີ້​ໄດ້​ກ່າວ​ວ່າ ລາວ​ບໍ່​ສົນ​ໃຈ​ທີ່​ຈະ​ຢູ່​ກັບ​ສາ​ມີ​ຂອງ​ລາວ​ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ. ສຳ​ລັບ​ລາວ​ແລ້ວ, ສະ​ຫວັນ​ບໍ່​ລວມ​ການ​ທີ່​ຈະ​ໄດ້​ຢູ່​ກັບ​ສາ​ມີ​ຂອງ​ລາວ ຜູ້​ທີ່​ລາວ​ໄດ້​ແຕ່ງ​ງານ​ນຳ ມາ​ເປັນ​ເວ​ລາ 36 ປີ. ເອື້ອຍ​ນ້ອງ​ຄົນ​ນີ້​ໄດ້​ຮັບ​ບັບ​ຕິ​ສະ​ມາ, ແຕ່​ສາ​ມີ​ຂອງ​ລາວ​ບໍ່​ໄດ້​ຮັບ. ພວກ​ເຂົາ​ບໍ່​ເຄີຍ​ຖືກ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ເລີຍ.

    ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ຫລາຍໆ​ຄົນ​ແລ້ວ, ສະ​ຫວັນ​ຈະ​ບໍ່​ແມ່ນ​ສະ​ຫວັນ ຖ້າ​ຫາກ​ບໍ່​ໄດ້​ຢູ່​ກັບ​ຄົນ​ທີ່​ພວກ​ເຂົາ​ແຕ່ງ​ງານ​ນຳ. ການ​ທີ່​ຈະ​ໄດ້​ຢູ່​ນຳ​ກັນ​ກັບ​ຄູ່​ຄອງ​ທີ່​ທ່ານ​ຮັກ​ຕະ​ຫລອດ​ໄປ ຟັງ​ຄື​ວ່າ​ເປັນ​ສະ​ຫວັນ​ຢ່າງ​ແທ້​ຈິງ. ດັ່ງ​ທີ່ ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ແບ່ງ​ປັນ​ກ່ຽວ​ກັບ ແພັດ ພັນ​ລະ​ຍາ​ສຸດ​ທີ່​ຮັກ​ຂອງ​ເພິ່ນ, ສະ​ຫວັນ​ຄົງ​ຈະ​ບໍ່​ແມ່ນ​ສະ​ຫວັນ ຖ້າ​ຫາກ​ບໍ່​ມີ​ນາງ (ເບິ່ງ “Scott Taylor: For Elder Holland, Heaven without His Wife and Children ‘Wouldn’t Be Heaven for Me,’” Church News, July 22, 2023, thechurchnews.com).

  17. ເບິ່ງ Dallin H. Oaks, “Kingdoms of Glory,” 26.

  18. Russell M. Nelson, “Celestial Marriage,” 94.

  19. ເບິ່ງ ໂຢ​ຮັນ 15:16.