ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ

ໂດຍ​ພຣະ​ຫັດ​ຂອງ​ພຣະ​ອົງ, ພວກ​ເຈົ້າ​ຈະ​ສາ​ມາດ​ໂຄ່ນ​ລົ້ມ​ໂກ​ລີ​ອາດ ທີ່​ປະ​ກົດ​ຕົວ​ຢູ່​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໄດ້.

ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ​ທັງ​ຫລາຍ, ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ພວກ​ເຈົ້າ​ໂດຍ​ກົງ—ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ.

ເປັນ​ເວ​ລາ​ໜຶ່ງ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ​ຖືກ​ເອີ້ນ. ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ປີ​ທີ່​ຜ່ານ​ມາ​ນີ້!

ພວກ​ເຮົາ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າ​ຫລາຍ​ຄົນ ແລະ ໄດ້​ສຶກ​ສາ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ນຳ​ກັນ. ພວກ​ເຮົາ​ໄດ້​ຮ້ອງ​ເພງ, ໄດ້​ຜູກ​ມິດ​ໃໝ່, ແລະ ໄດ້​ຮັບ​ໃຊ້​ນຳ​ພວກ​ເຈົ້າ​ໃນ​ຊຸມ​ຊົນ​ຂອງ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໂດຍ​ການ​ຮັບ​ຟັງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ​ຢູ່​ທີ່​ກອງ​ປະ​ຊຸມ​ຊາວ​ໜຸ່ມ ແລະ ກິດ​ຈະ​ກຳ​ຕະ​ຫລອດ​ທົ່ວ​ໂລກ. ແລະ ພວກ​ເຮົາ​ໄດ້​ນະ​ມັດ​ສະ​ການ​ນຳ​ກັນ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ແຕ່​ລະ​ເທື່ອ, ພວກ​ເຮົາ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ຈາກ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ. ຄ່ຳ​ຄືນ​ນີ້​ກໍ​ຈະ​ບໍ່​ແຕກ​ຕ່າງ​ຫຍັງ; ຂ້າ​ພະ​ເຈົ້າ​ມີ​ຂ່າວ​ສານ​ສຳ​ລັບ​ພວກ​ເຈົ້າ, ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ຖາມ​ທີ່​ສຳ​ຄັນ

ພວກ​ເຈົ້າ​ເຄີຍ​ໄດ້​ຄິດ​ບໍ​ວ່າ ພວກ​ເຈົ້າ​ຈະ​ສາ​ມາດ​ເປັນ​ຄົນ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ໃນ​ຂະ​ນະ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ມີ​ບາບ​ນີ້? ພວກ​ເຈົ້າ​ຈະ​ໄດ້​ຄວາມ​ເຂັ້ມ​ແຂງ​ມາ​ຈາກ​ໃສ ເພື່ອ​ຈະ​ກ້າວ​ໄປ​ໜ້າ ແລະ ສືບ​ຕໍ່​ເຮັດ​ຄວາມ​ດີ? ພວກ​ເຈົ້າ​ຈະ​ປະ​ສົບ​ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ແນວ​ໃດ?

ຂ້າ​ພະ​ເຈົ້າ​ຄິດ​ວ່າ ປະ​ສົບ​ການ​ຂອງ​ດາ​ວິດ ແລະ ໂກ​ລີ​ອາດ1 ສາ​ມາດ​ຊ່ວຍ​ໄດ້.

ດາ​ວິດ ແລະ ໂກ​ລີ​ອາດ

ຢູ່​ໃນ​ພຣະ​ຄຳ​ພີ​ເດີມ, ກອງ​ທັບ​ຊາວ​ຟີ​ລິດ​ສະ​ຕິນ​ກຳ​ລັງ​ສູ້​ຮົບ​ກັບ​ພວກ​ອິດ​ສະ​ຣາ​ເອນ, ແລະ ທຸກ​ເຊົ້າ ແລະ ທຸກ​ແລງ, ຊາຍ​ຟີ​ລິດ​ສະ​ຕິນ​ຜູ້​ສູງ​ໃຫຍ່​ຊື່ ໂກ​ລີ​ອາດ ໄດ້​ທ້າ​ທາຍ​ໃຫ້​ພວກ​ອິດ​ສະ​ຣາ​ເອນ​ຄົນ​ໃດ​ກໍ​ຕາມ​ອອກ​ໄປ​ຕໍ່​ສູ້​ກັບ​ລາວ.

ຮູບ​ພາບ
ດາ​ວິດ ແລະ ໂກ​ລີ​ອາດ.

ຢູ່​ໃນ​ທ່າມ​ກາງ​ພວກ​ອິດ​ສະ​ຣາ​ເອນ​ກໍ​ມີ​ດາ​ວິດ​ອາ​ໄສ​ຢູ່​ດ້ວຍ, ລາວ​ເປັນ​ຄົນ​ລ້ຽງ​ແກະ​ໜຸ່ມ ທີ່​ຮູບ​ຮ່າງ​ນ້ອຍ​ກວ່າ​ໂກ​ລີ​ອາດ​ຫລາຍ​ເທົ່າ ແຕ່​ມີ​ສັດ​ທາ​ມະ​ຫາ​ສານ​ໃນ​ພຣະ​ເຢ​ຊູ​ຄຣິດ. ດາ​ວິດ​ໄດ້​ອາ​ສາ​ຈະ​ອອກ​ໄປ​ສູ້​ຮົບ. ແມ່ນ​ແຕ່​ກະ​ສັດ​ກໍ​ໄດ້​ພະ​ຍາ​ຍາມ​ຫັກ​ຫ້າມ​ບໍ່​ໃຫ້​ລາວ​ໄປ, ແຕ່​ດາ​ວິດ​ໄດ້​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ.

ກ່ອນ​ໜ້າ​ນັ້ນ, ດາ​ວິດ​ໄດ້​ຕໍ່​ສູ້​ກັບ​ສິງ ແລະ ໝີ​ມາ​ກ່ອນ​ແລ້ວ. ຈາກ​ປະ​ສົບ​ການ​ຂອງ​ລາວ​ເອງ, ລາວ​ໄດ້​ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ປົກ​ປ້ອງ​ລາວ ແລະ ເຮັດ​ໃຫ້​ລາວ​ໄດ້​ຮັບ​ໄຊ​ຊະ​ນະ. ຕໍ່​ດາ​ວິດ, ອຸ​ດົມ​ການ​ຂອງ​ພຣະ​ເຈົ້າ​ຄື​ອຸ​ດົມ​ການ​ທີ່​ສຳ​ຄັນ​ທີ່​ສຸດ. ສະ​ນັ້ນ, ເຕັມ​ໄປ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຈົ້າ ອົງ​ທີ່​ຈະ​ບໍ່​ປະ​ຖິ້ມ​ລາວ, ລາວ​ໄດ້​ເກັບ​ເອົາ​ຫີນ​ກ້ຽງ​ຫ້າ​ກ້ອນ, ຖື​ເອົາ​ກະ​ຖຸນ​ຂອງ​ລາວ, ແລະ ໄດ້​ອອກ​ໄປ​ປະ​ເຊີນ​ໜ້າ​ກັບ​ຊາຍ​ສູງ​ໃຫຍ່​ຄົນ​ນັ້ນ.

ຮູບ​ພາບ
ກ້ອນ​ຫີນ​ຫ້າ​ກ້ອນ​ຂອງ​ດາ​ວິດ.

ພຣະ​ຄຳ​ພີ​ບອກ​ເຮົາ​ວ່າ ຫີນ​ກ້ອນ​ທຳ​ອິດ​ທີ່​ດາ​ວິດ​ໄດ້​ຍິງ​ໄປ ຖືກ​ໜ້າ​ຜາກ​ຂອງ​ໂກ​ລີ​ອາດ, ໄດ້​ດັບ​ຊີ​ວິດ​ຂອງ​ລາວ.2

ການ​ສະ​ແຫວງ​ຫາ​ຄຳ​ຕອບ

ເຖິງ​ແມ່ນ​ດາ​ວິດ​ໄດ້​ໃຊ້​ຫີນ​ພຽງ​ກ້ອນ​ດຽວ​ເພື່ອ​ຂ້າ​ໂກ​ລີ​ອາດ, ແຕ່​ລາວ​ໄດ້​ກຽມ​ໄວ້​ຫ້າ​ກ້ອນ. ຫ້າ​ກ້ອນ! ສິ່ງ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ວ່າ ຂ້າ​ພະ​ເຈົ້າ​ສາ​ມາດ​ກະ​ກຽມ​ຕົວ​ຂ້າ​ພະ​ເຈົ້າ​ເອງ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ຊາວ​ໂລກ​ແນວ​ໃດ.

ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ວ່າ​ກ້ອນ​ຫີນ​ຂອງ​ດາ​ວິດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງ​ການ​ເພື່ອ​ຈະ​ມີ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ? ຫີນ​ຫ້າ​ກ້ອນ​ນັ້ນ​ຈະ​ເປັນ​ສິ່ງ​ໃດ​ແດ່? ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ເຫລົ່າ​ນີ້:

  1. ກ້ອນ​ຫີນ​ແຫ່ງ ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ເຈົ້າ.

  2. ກ້ອນ​ຫີນ​ແຫ່ງ ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ.

  3. ກ້ອນ​ຫີນ​ແຫ່ງ ຄວາມ​ຮູ້​ເຖິງ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ຂ້າ​ພະ​ເຈົ້າ.

  4. ກ້ອນ​ຫີນ​ແຫ່ງ ການ​ກັບ​ໃຈ​ທຸກໆ​ວັນ​ຂອງ​ຂ້າ​ພະ​ເຈົ້າ.

  5. ກ້ອນ​ຫີນ​ແຫ່ງ ການ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

ໃຫ້​ເຮົາ​ມາ​ເວົ້າ​ລົມ​ກ່ຽວ​ກັບ​ວ່າ​ເຮົາ​ໄດ້​ຮັບ​ພອນ​ໂດຍ​ຄວາມ​ເຂັ້ມ​ແຂງ​ເຫລົ່າ​ນີ້​ແນວ​ໃດ.

ໜຶ່ງ, ກ້ອນ​ຫີນ​ແຫ່ງ ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ເຈົ້າ. ການ​ຮັກ​ພຣະ​ເຈົ້າ​ແມ່ນ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ.3 ຄູ່​ມື ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ສິດ​ສອນ​ເຮົາ​ວ່າ: “ພຣະ​ເຈົ້າ​ຮັກ​ເຈົ້າ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ຂອງ​ເຈົ້າ. ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ອົງ​ສາ​ມາດ​ດົນ​ໃຈ​ເຈົ້າ​ໃຫ້​ຮັກ​ພຣະ​ອົງ. ເມື່ອ​ຄວາມ​ຮັກ​ຂອງ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຈົ້າ, ການ​ຕັດ​ສິນ​ໃຈ​ຫລາຍໆ​ຢ່າງ​ຈະ​ງ່າຍ​ຂຶ້ນ.”4

ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ ແລະ ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ຂອງ​ເຮົາ​ກັບ​ພຣະ​ອົງ ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງ​ການ ເພື່ອ​ຈະ​ປ່ຽນ​ແປງ​ຫົວ​ໃຈ​ຂອງ​ເຮົາ ແລະ ເອົາ​ຊະ​ນະ​ຄວາມ​ທ້າ​ທາຍ​ຂອງ​ເຮົາ​ງ່າຍ​ຂຶ້ນ.

ສອງ, ກ້ອນ​ຫີນ​ແຫ່ງ ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ສູ່​ໂລກ, ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ​ຂອງ​ເຮົາ5 ແລະ ພຣະ​ອົງ​ໄດ້​ຮັບ​ເອົາ​ຄວາມ​ໂສກ​ເສົ້າ​ຂອງ​ເຮົາ, ຄວາມ​ເຈັບ​ປວດ​ຂອງ​ເຮົາ, ຄວາມ​ອ່ອນ​ແອ​ຂອງ​ເຮົາ, ແລະ ຄວາມ​ເຈັບ​ປ່ວຍ​ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ​ຂອງ​ເຮົາ. ນັ້ນ​ຄື​ເຫດ​ຜົນ​ທີ່​ພຣະ​ອົງ​ຮູ້​ວ່າ​ຈະ​ຊ່ວຍ​ເຮົາ​ແນວ​ໃດ. ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ໝາຍ​ຄວາມ​ວ່າ ທີ່​ຈະ​ໄວ້​ວາງ​ໃຈ​ໃນ​ສະ​ຕິ​ປັນ​ຍາ​ຂອງ​ພຣະ​ອົງ, ເວ​ລາ​ຂອງ​ພຣະ​ອົງ, ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ອຳ​ນາດ​ຂອງ​ພຣະ​ອົງ​ຢ່າງ​ເຕັມ​ທີ່ ເພື່ອ​ຈະ​ຊົດ​ໃຊ້​ເພື່ອ​ບາບ​ຂອງ​ເຮົາ. ກ້ອນ​ຫີນ​ແຫ່ງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ຈະ​ເອົາ​ຊະ​ນະ “ຍັກ​ໃຫຍ່” ໃນ​ຊີ​ວິດ​ຂອງ​ເຮົາ.6 ເຮົາ​ສາ​ມາດ​ເອົາ​ຊະ​ນະ​ໂລກ​ທີ່​ຕົກ​ຕ່ຳ​ນີ້​ໄດ້​ເພາະ​ວ່າ ພຣະ​ອົງ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ເອົາ​ຊະ​ນະ​ມັນ.7

ສາມ, ກ້ອນ​ຫີນ​ແຫ່ງ ຄວາມ​ຮູ້​ເຖິງ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ຂ້າ​ພະ​ເຈົ້າ. ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ສິດ​ສອນ​ເຮົາ​ວ່າ ເອ​ກະ​ລັກ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຮົາ​ແມ່ນ​ວ່າ ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ລູກ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.8

ທຸກ​ສິ່ງ​ປ່ຽນ​ໄປ​ເມື່ອ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ໃຜ​ແທ້ໆ.9 ເມື່ອ​ຂ້າ​ພະ​ເຈົ້າ​ສົງ​ໄສ​ຄວາມ​ສາ​ມາດ​ຂອງ​ຕົນ, ຂ້າ​ພະ​ເຈົ້າ​ມັກ​ຈະ​ກ່າວ​ຊ້ຳ​ໃນ​ໃຈ ຫລື ອອກ​ສຽງ​ວ່າ, “ເຮົາ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ, ເຮົາ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ,” ຫລາຍໆ​ເທື່ອ​ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ການ ຈົນ​ກວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໝັ້ນ​ໃຈ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ.

ສີ່, ກ້ອນ​ຫີນ​ແຫ່ງ ການ​ກັບ​ໃຈ​ປະ​ຈຳ​ວັນ​ຂອງ​ຂ້າ​ພະ​ເຈົ້າ. ຢູ່​ໃນ​ຄູ່​ມື ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ເຮົາ​ອ່ານ​ວ່າ: “ການ​ກັບ​ໃຈ​ບໍ່​ແມ່ນ​ການ​ລົງ​ໂທດ​ສຳ​ລັບ​ບາບ; ມັນ​ເປັນ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປົດ​ປ່ອຍ​ເຮົາ​ຈາກ​ບາບ. ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ​ຈະ​ປ່ຽນ​ແປງ―ທີ່​ຈະ​ຫັນ​ໜີ​ຈາກ​ບາບ ແລະ ຫັນ​ໄປ​ຫາ​ພຣະ​ເຈົ້າ. ມັນ​ໝາຍ​ຄວາມ​ວ່າ​ຈະ​ປັບ​ປຸງ ແລະ ຮັບ​ເອົາ​ການ​ໃຫ້​ອະ​ໄພ. ການ​ປ່ຽນ​ແປງ​ແບບ​ນີ້​ບໍ່​ແມ່ນ​ເຫດ​ການ​ທີ່​ເກີດ​ຂຶ້ນ​ເທື່ອ​ດຽວ; ມັນ​ເປັນ​ຂະ​ບວນ​ການ​ທີ່​ຕໍ່​ເນື່ອງ.”10

ບໍ່​ມີ​ຄວາມ​ຮູ້​ສຶກ​ໃດ​ທີ່​ເປັນ​ອິດ​ສະ​ລະ​ຫລາຍ​ໄປ​ກວ່າ​ຄວາມ​ຮູ້​ສຶກ​ເຖິງ​ການ​ໃຫ້​ອະ​ໄພ​ຂອງ​ພຣະ​ເຈົ້າ ແລະ ການ​ທີ່​ຮູ້​ວ່າ​ເຮົາ​ສະ​ອາດ ແລະ ໄດ້​ຄືນ​ດີ​ກັບ​ພຣະ​ອົງ. ການ​ໃຫ້​ອະ​ໄພ ແມ່ນ​ເປັນ​ໄປ​ໄດ້​ສຳ​ລັບ​ທຸກ​ຄົນ.

ຫີນ​ກ້ອນ​ທີ​ຫ້າ​ຄື​ກ້ອນ​ຫີນ​ແຫ່ງ ການ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ກັບ​ພຣະ​ເຈົ້າ, ດັ່ງ​ທີ່​ເຮົາ​ເຮັດ​ໃນ​ພິ​ທີ​ການ​ບັບ​ຕິ​ສະ​ມາ, ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ.11 ອຳ​ນາດ​ຂອງ​ພຣະ​ເຈົ້າ​ແມ່ນ​ອຳ​ນາດ​ທີ່​ແທ້​ຈິງ ທີ່​ຊ່ວຍ​ເຮົາ​ໃຫ້​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ, ຕັດ​ສິນ​ໃຈ​ທີ່​ຖືກ​ຕ້ອງ, ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ອົດ​ທົນ​ຕໍ່​ສະ​ພາບ​ການ​ທີ່​ຍາກ​ລຳ​ບາກ. ມັນ​ເປັນ​ອຳ​ນາດ​ຊຶ່ງ​ໃນ​ນັ້ນ ເຮົາ​ສາ​ມາດ​ເຕີບ​ໂຕ​ໃນ​ຄວາມ​ສາ​ມາດ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ທີ່​ເຮົາ​ຕ້ອງ​ການ.12

ຄູ່​ມື ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ອະ​ທິ​ບາຍ​ວ່າ: “ພັນ​ທະ​ສັນ​ຍາ ເຊື່ອມ​ຕໍ່ ເຈົ້າ​ເຂົ້າ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ມັນ ເພີ່ມ​ທະ​ວີ​ອຳ​ນາດ​ຂອງ​ພຣະ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຈົ້າ.”13

ໃຫ້​ເຮົາ​ມາ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ນັ້ນ. ຈຳ​ຕອນ​ທີ່​ພຣະ​ຄຣິດ​ໄດ້​ສິດ​ສອນ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເຮືອນ​ທີ່​ສ້າງ​ຂຶ້ນ​ຢູ່​ເທິງ​ດານ​ຫີນ ແລະ ເຮືອນ​ທີ່​ສ້າງ​ຂຶ້ນ​ຢູ່​ເທິງ​ຫາດ​ຊາຍ​ໄດ້​ບໍ?14 ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ໄດ້​ອະ​ທິ​ບາຍ​ວ່າ: “ເຮືອນ​ຈະ​ບໍ່​ລອດ​ໃນ​ພະ​ຍຸ​ເພາະ​ຄວາມ​ແໜ້ນ​ໜາ​ຂອງ​ມັນ. ມັນ​ຈະ​ບໍ່​ລອດ​ເພາະ​ດານ​ຫີນ​ທີ່​ແຂງ​ແກ່ນ​ເຊັ່ນ​ກັນ. ເຮືອນ​ຈະ​ລອດ​ໄດ້​ຍ້ອນ​ວ່າ​ມັນ​ຍຶດ​ຕິດ​ຢ່າງ​ໝັ້ນ​ຄົງ​ຢູ່​ກັບ​ດານ​ຫີນ​ທີ່​ແຂງ​ແກ່ນ. ມັນ​ແມ່ນ​ຄວາມ​ເຂັ້ມ​ແຂງ​ຂອງ ການ​ເຊື່ອມ​ຕໍ່ ກັບ​ດານ​ຫີນ ທີ່​ເປັນ​ສິ່ງ​ສຳ​ຄັນ.”15

ຮູບ​ພາບ
ເຮືອນ​ທີ່​ສ້າງ​ຂຶ້ນ​ຢູ່​ເທິງ​ດານ​ຫີນ.

ການ​ເຊື່ອມ​ຕໍ່​ສ່ວນ​ຕົວ​ຂອງ​ເຮົາ​ກັບ​ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ກ້າ​ຫານ ແລະ ຄວາມ​ໝັ້ນ​ໃຈ​ທີ່​ຈະ​ກ້າວ​ໄປ​ໜ້າ ທ່າມ​ກາງ​ຜູ້​ຄົນ​ທີ່​ບໍ່​ນັບ​ຖື​ຄວາມ​ເຊື່ອ​ຖື​ຂອງ​ເຮົາ ຫລື ຜູ້​ທີ່​ກັ່ນ​ແກ້ງ​ເຮົາ. ພຣະ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ຮັກ​ສາ​ພຣະ​ອົງ​ໄວ້​ຢູ່​ໃນ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ສະ​ເໝີ; ພຣະ​ອົງ​ບອກ​ເຮົາ​ວ່າ “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ ທຸກ​ຢ່າງ.”16 ການ​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ນຶກ​ຄິດ​ທີ່​ແຈ່ມ​ແຈ້ງ​ເພື່ອ​ຈະ​ຕັດ​ສິນ​ໃຈ, ລົງ​ມື​ກະ​ທຳ​ປາດ​ສະ​ຈາກ​ຄວາມ​ຢ້ານ​ກົວ, ແລະ ທີ່​ຈະ​ປະ​ຕິ​ເສດ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ຄຳ​ສອນ​ຂອງ​ພຣະ​ເຈົ້າ.17 ເມື່ອ​ຂ້າ​ພະ​ເຈົ້າ​ມີ​ມື້​ທີ່​ຫຍຸ້ງ​ຍາກ ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ຈະ​ທົນ​ຕໍ່​ໄປ​ບໍ່​ໄຫວ​ແລ້ວ, ການ​ຄິດ​ກ່ຽວ​ກັບ​ພຣະ​ຄຣິດ ກໍ​ນຳ​ຄວາມ​ສະ​ຫງົບ​ມາ​ໃຫ້​ຂ້າ​ພະ​ເຈົ້າ ແລະ ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ.

ເຮົາ​ຈະ​ເພິ່ງ​ອຳ​ນາດ​ນີ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ການ​ເຊື່ອ​ຟັງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ການ​ເພີ່ມ​ທະ​ວີ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສິ່ງ​ສຳ​ຄັນ.

ແທ້​ຈິງ​ແລ້ວ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ດາ​ວິດ​ມີ​ຫີນ​ອີກ​ກ້ອນ​ໜຶ່ງ; ນັ້ນ​ກໍ​ຈະ​ເປັນ​ກ້ອນ​ຫີນ​ແຫ່ງ ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ແມ່ນ​ສ້າງ​ຂຶ້ນ​ໂດຍ​ປະ​ສົບ​ການ​ທາງ​ວິນ​ຍານ​ສ່ວນ​ຕົວ ຊຶ່ງ​ໃນ​ນັ້ນ​ເຮົາ​ຮັບ​ຮູ້​ອິດ​ທິ​ພົນ​ແຫ່ງ​ສະ​ຫວັນ​ໃນ​ຊີ​ວິດ​ຂອງ​ເຮົາ.18 ບໍ່​ມີ​ໃຜ​ສາ​ມາດ​ເອົາ​ຄວາມ​ຮູ້​ນັ້ນ​ໄປ​ຈາກ​ເຮົາ​ໄດ້. ການ​ຮູ້​ສິ່ງ​ທີ່​ເຮົາ​ຮູ້​ຈາກ​ການ​ທີ່​ໄດ້​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ຂອງ​ເຮົາ​ເປັນ​ສິ່ງ​ທີ່​ລ້ຳ​ຄ່າ. ການ​ເປັນ​ຄົນ​ຈິງ​ໃຈ​ຕໍ່​ຄວາມ​ຮູ້​ນັ້ນ​ຊ່ວຍ​ໃຫ້​ເຮົາ​ເປັນ​ອິດ​ສະ​ລະ. ມັນ​ໃຫ້​ເຮົາ​ມີ​ຄວາມ​ຊື່ນ​ຊົມ! ຖ້າ​ຫາກ​ເຮົາ​ມັກ​ຄວາມ​ຈິງ, ເຮົາ​ຈະ​ສະ​ແຫວງ​ຫາ​ມັນ, ແລະ ເມື່ອ​ເຮົາ​ໄດ້​ພົບ​ມັນ​ແລ້ວ, ເຮົາ​ຈະ​ປົກ​ປ້ອງ​ມັນ.19

ຄຳ​ເຊື້ອ​ເຊີນ

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ຫີນ​ກ້ອນ​ທີ​ຫົກ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ໄປ​ພົບ​ກັບ​ຫ້ອງ​ຮຽນ, ກຸ່ມ, ຫລື ຄອບ​ຄົວ​ຂອງ​ພວກ​ເຈົ້າ ແລະ ຄິດ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ຢ່າງ​ອື່ນ​ທີ່​ພວກ​ເຈົ້າ​ຕ້ອງ​ມີ ເພື່ອ​ຈະ​ຍັງ​ຄົງ​ຊື່​ສັດ​ຕໍ່​ພຣະ​ເຈົ້າ ແລະ, ດ້ວຍ​ເຫດ​ນັ້ນ, ເອົາ​ຊະ​ນະ​ໂລກ.

ຄຳ​ສັນ​ຍາ

ໝູ່​ເພື່ອນ​ທີ່​ຮັກ​ແພງ, ພຣະ​ຄຣິດ​ຕື່ນ​ເຕັ້ນ​ທີ່​ຈະ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ເຮົາ ໃນ​ການ​ເດີນ​ທາງ​ຂອງ​ຊີ​ວິດ​ເຮົາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ພວກ​ເຈົ້າ, ຂະ​ນະ​ທີ່​ພວກ​ເຈົ້າ​ຈັບ​ຮາວ​ເຫລັກ, ພວກ​ເຈົ້າ​ຈະ​ຍ່າງ​ຈັບ​ມື​ກັນ​ໄປ​ກັບ​ພຣະ​ເຢ​ຊູ​ຄຣິດ.20 ພຣະ​ອົງ ຈະ​ຊີ້​ນຳ​ພວກ​ເຈົ້າ, ແລະ ພຣະ​ອົງ ຈະ​ສິດ​ສອນ​ພວກ​ເຈົ້າ.21 ໂດຍ​ພຣະ​ຫັດ ຂອງ​ພຣະ​ອົງ, ພວກ​ເຈົ້າ​ຈະ​ສາ​ມາດ​ໂຄ່ນ​ລົ້ມ​ໂກ​ລີ​ອາດ ທີ່​ປະ​ກົດ​ຕົວ​ຢູ່​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໄດ້.

ປະ​ຈັກ​ພະ​ຍານ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມີ​ຄວາມ​ຊື່ນ​ຊົມ​ໃນ​ການ​ອະ​ທິ​ຖານ​ທຸກໆ​ວັນ, ໃນ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກໆ​ວັນ, ໃນ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກໆ​ວັນ​ອາ​ທິດ, ແລະ ໃນ​ການ​ໄປ​ຫ້ອງ​ຮຽນ​ສາດ​ສະ​ໜາ—ແມ່ນ​ແຕ່​ຕອນ​ເຊົ້າໆ! ມີ​ຄວາມ​ຊື່ນ​ຊົມ​ໃນ​ການ​ເຮັດ​ຄວາມ​ດີ​ງາມ.

ມີ​ຄວາມ​ຊື່ນ​ຊົມ​ໃນ​ການ​ເປັນ​ຄົນ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ແຫ່ງ​ຈັກ​ກະ​ວານ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ຈອມ​ກະ​ສັດ. ມີ​ຄວາມ​ຊື່ນ​ຊົມ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ. ພຣະ​ອົງ​ຮູ້​ຈັກ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ພວກ​ເຈົ້າ ແລະ ຄວາມ​ເປັນ​ໄປ​ໄດ້​ຂອງ​ພວກ​ເຈົ້າ, ແລະ ພຣະ​ອົງ​ໄວ້​ພຣະ​ໄທ​ພວກ​ເຈົ້າ.

ຊາວ​ໜຸ່ມ​ທີ່​ຮັກ​ແພງ, ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເປັນ​ຄົນ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ 1 ຊາ​ມູ​ເອນ 17.

  2. ເບິ່ງ 1 ຊາ​ມູ​ເອນ 17:40, 45–49.

  3. ເບິ່ງ ມັດ​ທາຍ 22:36–38

  4. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 11.

  5. ເບິ່ງ ແອວ​ມາ 7:11–14.

  6. ເບິ່ງ 1 ນີ​ໄຟ 7:12.

  7. ເບິ່ງ Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 95–98.

  8. ເບິ່ງ Russell M. Nelson, “Choices for Eternity” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  9. ເບິ່ງ “ຄຳ​ຂວັນ​ຂອງ​ຍິງ​ໜຸ່ມ” ແລະ “ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  10. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 7.

  11. ເບິ່ງ Russell M. Nelson, “The Power of Spiritual Momentum,” Liahona, May 2022, 97–100; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–21 ນຳ​ອີກ.

  12. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 3.5, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  13. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 34; ເນັ້ນ​ຄຳ​ເນີ້ງ.

  14. ເບິ່ງ 3 ນີ​ໄຟ 14:24–27.

  15. Dieter F. Uchtdorf, “For the Strength of Youth: The Savior’s Message to You,” For the Strength of Youth, Mar. 2024, 38.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36; ເນັ້ນ​ຄຳ​ເນີ້ງ.

  17. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:33–34.

  18. ເບິ່ງ Dallin H. Oaks, “Testimony,” Liahona, May 2008, 26–29; ເບິ່ງ ແອວ​ມາ 5:46 ນຳ​ອີກ.

  19. ເບິ່ງ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, 32: “ຈົ່ງ​ຮັກ​ຄວາມ​ຈິງ​ໃຫ້​ຫລາຍໆ​ຈົນ​ວ່າ​ເຈົ້າ​ຈະ​ບໍ່​ມີ​ວັນ​ທີ່​ຈະ​ລັກ, ເວົ້າ​ຕົວະ, ໂກງ, ຫລື ຫລອກ​ລວງ​ໃນ​ທາງ​ໃດໆ—ຢູ່​ທີ່​ໂຮງ​ຮຽນ, ທີ່​ບ່ອນ​ທຳ​ງານ, ອອນ​ລາຍ, ໃນ​ທຸກ​ແຫ່ງ​ຫົນ. ຈົ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຄົນ​ດຽວ​ກັນ​ນັ້ນ ທັງ​ໃນ​ທີ່​ສາ​ທາ​ລະ​ນະ ແລະ ໃນ​ທີ່​ສ່ວນ​ຕົວ.”

  20. ເບິ່ງ 1 ນີ​ໄຟ 8:19, 30; 15:24–25; ຮີ​ລາ​ມັນ 3:29–30.

  21. ເບິ່ງ 3 ນີ​ໄຟ 22:13.