ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຈດ​ຕະ​ນາ​ຂອງ​ພຣະ​ເຈົ້າ​ຄື​ພາ​ທ່ານ​ກັບ​ບ້ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ເຈດ​ຕະ​ນາ​ຂອງ​ພຣະ​ເຈົ້າ​ຄື​ພາ​ທ່ານ​ກັບ​ບ້ານ

ທຸກ​ຢ່າງ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ທີ່​ຮັກ​ຂອງ​ພຣະ​ອົງ ແມ່ນ​ຖືກ​ອອກ​ແບບ​ມາ ເພື່ອ​ນຳ​ເອົາ​ທຸກ​ຄົນ​ກັບ​ຄືນ​ບ້ານ.

ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຂັ້ນ​ຕອນ​ປັບ​ຕົວ​ກັບ​ການ​ເອີ້ນ, ຜ່ານ​ທາງ​ປະ​ທານ​ແນວ​ສັນ, ເພື່ອ​ໃຫ້​ຮັບ​ໃຊ້​ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ທ່ານ​ກໍ​ອາດ​ຈະ​ຈິນ​ຕະ​ນາ​ການ​ໄດ້​ດີ​ວ່າ​ຄວາມ​ຮູ້​ສຶກ​ຖ່ອມ​ໃຈ​ນີ້​ເປັນ​ແນວ​ໃດ, ແລະ ມັນ​ກໍ​ເປັນ​ຊ່ວງ​ເວ​ລາ​ຂອງ​ການ​ປ່ຽນ​ແປງ​ທີ່​ບໍ່​ທຳ​ມະ​ດາ ແລະ ການ​ກວດ​ສອບ​ຕົວ​ເອງ​ຢ່າງ​ລະ​ອຽດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແທ້​ຈິງ​ແລ້ວ, ມັນ​ຄື​ກຽດ​ທີ່​ຍິ່ງ​ໃຫຍ່​ທີ່​ໄດ້​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃນ​ທຸກ​ຄວາມ​ສາ​ມາດ, ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ແບ່ງ​ປັນ​ຂ່າວ​ດີ​ກັບ​ທ່ານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຫວັງ​ຂອງ​ພຣະ​ອົງ.

ຍິ່ງ​ໄປ​ກວ່າ​ນັ້ນ, ມີ​ການ​ເລົ່າ​ລື​ກັນ​ວ່າ​ເບື້ອງ​ຫລັງ​ຂອງ​ອັກ​ຄະ​ສາ​ວົກ​ໃໝ່​ທຸກ​ຄົນ​ກໍ​ຈະ​ມີ​ແມ່​ພັນ​ລະ​ຍາ​ທີ່​ຢືນ​ແປກ​ໃຈ​ຢູ່. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ໃຈ​ວ່າ​ຄຳ​ເລົ່າ​ລື​ນັ້ນ​ມີ​ແທ້​ຫລື​ບໍ່, ແຕ່​ໃນ​ກໍ​ລະ​ນີ​ນີ້, ມັນ​ອາດ​ຈະ​ເປັນ​ໄປ​ໄດ້. ແລະ ຂ້າ​ພະ​ເຈົ້າ​ສົງ​ໄສ​ຄວາມ​ຈິງ​ທີ່​ວ່າ​ແມ່​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢູ່​ກັບ​ພວກ​ເຮົາ​ແລ້ວ ບໍ່​ມີ​ສິ່ງ​ໃດ​ເລີຍ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ແປກ​ໃຈ​ຂອງ​ເພິ່ນ​ລົດ​ລົງ.

ເມື່ອ​ຫລາຍ​ເດືອນ​ກ່ອນ, ຕອນ​ທີ່​ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ໄດ້​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ມອບ​ໝາຍ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ, ເຊົ້າ​ມື້​ໜຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ນອນ​ແຕ່​ເຊົ້າ ແລະ ໄດ້​ແນມ​ອອກ​ໄປ​ນອກ​ປ່ອງ​ຢ້ຽມ​ຂອງ​ໂຮງ​ແຮມ​ທີ່​ພວກ​ເຮົາ​ພັກ​ຢູ່ ແບບ​ຕາ​ເມື່ອຍໆ. ທາງ​ລຸ່ມ​ຫົນ​ທາງ​ທີ່​ສັບ​ສົນ​ວຸ້ນ​ວາຍ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ​ມີ​ການ​ຕັ້ງ​ກະ​ໂຈມ​ປິດ​ກັ້ນ​ຫົນ​ທາງ​ໄວ້ ໂດຍ​ມີ​ຕໍາ​ຫລວດ​ປະ​ຈຳ​ການ​ຢູ່​ໃກ້ໆ​ເພື່ອ​ສົ່ງ​ສັນ​ຍານ​ບອກ​ໃຫ້​ລົດ​ລ້ຽວ​ກັບ​ຄືນ​ຂະ​ນະ​ທີ່​ເຂົ້າ​ໄປ​ຮອດ​ບ່ອນ​ປິດ​ກັ້ນ. ທຳ​ອິດ, ມີ​ພຽງ​ແຕ່​ລົດ​ສອງ​ສາມ​ຄັນ​ເທົ່າ​ນັ້ນ​ທີ່​ຂັບ​ເຂົ້າ​ໄປ​ທາງ​ນັ້ນ ແລະ ຕ້ອງ​ລ້ຽວ​ກັບ​ຄືນ. ແຕ່​ເມື່ອ​ເວ​ລາ​ຜ່ານ​ໄປ ການ​ຈະ​ລາ​ຈອນ​ເພີ່ມ​ຂຶ້ນ, ການ​ຕໍ່​ແຖວ​ຂອງ​ລົດ​ກໍ​ເລີ່ມ​ເພີ່ມ​ຂຶ້ນ​ເລື້ອຍໆ.

ຈາກ​ປ່ອງ​ຢ້ຽມ​ທາງ​ເທິງ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ​ຕຳ​ຫລວດ​ຄົນ​ນັ້ນ​ເບິ່ງ​ຄື​ວ່າ​ມີ​ຄວາມ​ພໍ​ໃຈ​ໃນ​ອຳ​ນາດ​ຂອງ​ເຂົາ​ໃນ​ການ​ກີດ​ຂວາງ​ການ​ຈະ​ລາ​ຈອນ ແລະ ຂັບ​ໄລ່​ຜູ້​ຄົນ​ໃຫ້​ອອກ​ໄປ. ຄວາມ​ຈິງ​ແລ້ວ, ລາວ​ໄດ້​ເກີດ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ, ຄື​ກັບ​ວ່າ​ລາວ​ເລີ່ມ​ເຕັ້ນ​ລະ​ບຳ​ດ້ວຍ​ຄວາມ​ມ່ວນ​ຊື່ນ, ຂະ​ນະ​ທີ່​ລົດ​ແຕ່​ລະ​ຄັນ​ຂັບ​ໄປ​ຮອດ​ບ່ອນ​ປິດ​ກັ້ນ. ຖ້າ​ຄົນ​ຂັບ​ລົດ​ໃຈ​ຮ້າຍ​ໃຫ້​ກັບ​ການ​ປິດ​ກັ້ນ​ຫົນ​ທາງ, ຕຳ​ຫລວດ​ຄົນ​ນັ້ນ​ກໍ​ບໍ່​ປະ​ກົດ​ວ່າ​ຈະ​ຊ່ວຍ​ແນວ​ໃດ ຫລື ເຫັນ​ອົກ​ເຫັນ​ໃຈ​ຫຍັງ​ເລີຍ. ລາວ​ມີ​ແຕ່​ແກ່ວງ​ຫົວ​ໄປ​ມາ ແລະ ຊີ້​ໄປ​ທິດ​ທາງ​ກົງ​ກັນ​ຂ້າມ.

ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອນ​ສາ​ນຸ​ສິດ​ຂອງ​ຂ້າ​ພະ​ເຈົ້າ​ເທິງ​ເສັ້ນ​ທາງ​ແຫ່ງ​ຊີ​ວິດ​ມະ​ຕະ​ນີ້: ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ແມ່ນ​ແຕ່​ແຜນ​ທີ່ “ຍອດ​ຍ້ຽມ” ຂອງ​ພຣະ​ອົງ,1 ຖືກ​ອອກ​ແບບ​ມາ​ເພື່ອ​ນຳ​ທ່ານ​ກັບ​ບ້ານ, ບໍ່​ແມ່ນ ປິດ​ກັ້ນ​ທ່ານ​ໃຫ້​ອອກ​ໄປ.2 ບໍ່​ມີ​ຜູ້​ໃດ​ຕັ້ງ​ກະ​ໂຈມ​ຂີດ​ຂວາງ​ຫົນ​ທາງ ແລະ ສົ່ງ​ຄົນ​ໄປ​ປະ​ຈຳ​ການ​ຢູ່​ທີ່​ນັ້ນ​ເພື່ອ​ປິດ​ກັ້ນ​ທ່ານ​ບໍ່​ໃຫ້​ໄປ ແລະ ຫັນ​ຫລັງ​ໃຫ້​ກັບ​ທ່ານ. ຕາມ​ຈິງ​ແລ້ວ, ມັນ​ກົງ​ກັນ​ຂ້າມ​ກັນ. ພຣະ​ເຈົ້າ​ສະ​ແຫວງ​ຫາ​ທ່ານ​ຢ່າງ​ບໍ່​ຢຸດ​ຢັ້ງ. ພຣະ​ອົງ “ປະ​ສົງ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ເລືອກ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ,”3 ແລະ ພຣະ​ອົງ​ໃຊ້​ທຸກ​ວິ​ທີ​ທາງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ນຳ​ທ່ານ​ກັບ​ຄືນ.

ພຣະ​ບິ​ດາ​ທີ່​ຊົງ​ຮັກ​ຂອງ​ເຮົາ​ເບິ່ງ​ແຍງ​ການ​ສ້າງ​ໂລກ​ນີ້​ເອງ​ໂດຍ​ມີ​ຈຸດ​ປະ​ສົງ​ທີ່​ສະ​ແດງ​ໃຫ້​ເຫັນ​ໂອ​ກາດ​ສຳ​ລັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ເພື່ອ​ແຜ່​ຂະ​ຫຍາຍ ແລະ ຂັດ​ເກົາ​ປະ​ສົບ​ການ​ແຫ່ງ​ຊີ​ວິດ​ມະ​ຕະ, ໃຫ້​ໂອ​ກາດ​ທີ່​ຈະ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ຂອງ​ເຮົາ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ເພື່ອ​ເລືອກ​ພຣະ​ອົງ,4 ເພື່ອ​ຮຽນ​ຮູ້ ແລະ ເພື່ອ​ເຕີບ​ໂຕ, ເພື່ອ​ເຮັດ​ຄວາມ​ຜິດ​ພາດ, ເພື່ອ​ກັບ​ໃຈ, ເພື່ອ​ຮັກ​ພຣະ​ເຈົ້າ ແລະ ເພື່ອນ​ບ້ານ​ຂອງ​ເຮົາ, ແລະ ເພື່ອ​ມື້​ໜຶ່ງ​ເຮົາ​ຈະ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ.

ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ອັນ​ລ້ຳ​ຄ່າ​ຂອງ​ພຣະ​ອົງ​ມາ​ສູ່​ໂລກ​ທີ່​ຕົກ​ນີ້ ເພື່ອ​ດຳ​ລົງ​ຊີ​ວິດ​ຕາມ​ປະ​ສົບ​ການ​ຂອງ​ມະ​ນຸດ​ຢ່າງ​ຄົບ​ຖ້ວນ, ເພື່ອ​ເປັນ​ແບບ​ຢ່າງ​ໃຫ້​ກັບ​ລູກໆ​ທັງ​ໝົດ​ຂອງ​ພຣະ​ອົງ​ໃຫ້​ເຮັດ​ຕາມ, ແລະ ເພື່ອ​ຊົດ​ໃຊ້ ແລະ ໄຖ່. ຂອງ​ປະ​ທານ​ແຫ່ງ​ການ​ຊົດ​ໃຊ້​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຄຣິດ​ໄດ້​ນຳ​ເອົາ​ອຸ​ປະ​ກອນ​ທຸກ​ຢ່າງ​ທີ່​ກີດ​ຂວາງ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ຈິດ​ວິນ​ຍານ​ທີ່​ອາດ​ແຍກ​ເຮົາ​ອອກ​ຈາກ​ບ້ານ​ນິ​ລັນ​ດອນ​ຂອງ​ເຮົາ.

ທຸກ​ຢ່າງ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ທີ່​ຮັກ​ຂອງ​ພຣະ​ອົງ ແມ່ນ​ຖືກ​ອອກ​ແບບ​ມາ ເພື່ອ​ນຳ​ເອົາ​ທຸກ​ຄົນ​ກັບ​ຄືນ​ບ້ານ.

ຜູ້​ສົ່ງ​ຂ່າວ​ສານ​ຂອງ​ພຣະ​ເຈົ້າ, ສາດ​ສະ​ດາ​ຂອງ​ພຣະ​ອົງ, ໄດ້​ເອີ້ນ​ແຜນ​ນີ້​ໃນ​ພຣະ​ຄຳ​ພີ​ທີ່​ຖືກ​ຟື້ນ​ຟູ​ວ່າ​ແນວ​ໃດ? ພວກ​ເພິ່ນ​ເອີ້ນ​ວ່າ​ແຜນ​ແຫ່ງ​ການ​ໄຖ່,5 ແຜນ​ແຫ່ງ​ຄວາມ​ເມດ​ຕາ,6 ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່,7 ແລະ ແຜນ​ແຫ່ງ​ຄວາມ​ລອດ, ເພື່ອ​ມະ​ນຸດ​ທັງ​ປວງ, “ຜ່ານ​ໂລ​ຫິດ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ.”8

ເຈດ​ຕະ​ນາ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ບິ​ດາ​ຄື ຄວາມ​ສຸກ ຂອງ​ທ່ານ, ໃນ​ເວ​ລາ​ນີ້, ດຽວ​ນີ້, ແລະ ຊົ່ວ​ນິ​ລັນ​ດອນ. ບໍ່​ໄດ້​ມີ​ເພື່ອ​ກີດ​ກັນ​ຄວາມ​ສຸກ​ຂອງ​ທ່ານ ແລະ ເປັນ​ສາ​ເຫດ​ໃຫ້​ທ່ານ​ວິ​ຕົກ​ກັງ​ວົນ ແລະ ຢ້ານ​ກົວ.

ເຈດ​ຕະ​ນາ​ຂອງ​ແຜນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ບິ​ດາ ແທ້​ຈິງ​ແລ້ວ​ຄື ການ​ໄຖ່ ຂອງ​ທ່ານ, ການ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຂອງ​ທ່ານ ຜ່ານ​ທາງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຕາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ,9 ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ບາບ ແລະ ຄວາມ​ຕາຍ. ບໍ່​ແມ່ນ​ຈະ​ປະ​ຖິ້ມ​ທ່ານ​ໄວ້​ດັ່ງ​ທີ່​ທ່ານ​ເປັນ​ຢູ່.

ເຈດ​ຕະ​ນາ​ຂອງ​ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ຄື ສະ​ແດງ​ຄວາມ​ເມດ​ຕາ ເມື່ອ​ທ່ານ​ຫັນ​ກັບ​ມາ​ຫາ​ພຣະ​ອົງ ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ແຫ່ງ​ຄວາມ​ຊື່​ສັດ​ຂອງ​ທ່ານ​ຕໍ່​ພຣະ​ອົງ. ບໍ່​ໄດ້​ມີ​ເພື່ອ​ປະ​ຕິ​ເສດ​ຄວາມ​ເມດ​ຕາ ແລະ ສ້າງ​ຄວາມ​ເຈັບ​ປວດ ແລະ ໂສກ​ເສົ້າ.

ເຈດ​ຕະ​ນາ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ ແທ້​ຈິງ​ແລ້ວ​ຄື ຄວາມ​ລອດ ຂອງ​ທ່ານ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ແຫ່ງ​ລັດ​ສະ​ໝີ​ພາບ​ເມື່ອ​ທ່ານ​ໄດ້​ຮັບ “ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ”10 ແລະ ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ທ່ານ​ແດ່​ພຣະ​ອົງ.11 ບໍ່​ແມ່ນ​ເພື່ອ​ຂັບ​ໄລ່​ທ່ານ​ອອກ​ໄປ.

ນີ້​ໝາຍ​ຄວາມ​ວ່າ​ແມ່ນ​ຫຍັງ​ກໍ​ຕາມ​ເກີດ​ຂຶ້ນ​ແມ່ນ​ຍ້ອນ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ​ແມ່ນ​ບໍ? ເຮົາ​ເລືອກ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ແບບ​ໃດ​ກໍ​ໄດ້​ບໍ່​ມີ​ບັນ​ຫາ​ຫຍັງ​ແມ່ນ​ບໍ? ເຮົາ​ສາ​ມາດ​ຮັກ​ສາ ຫລື ປະ​ຖິ້ມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແບບ​ໃດ​ກໍ​ໄດ້​ແມ່ນ​ບໍ? ບໍ່, ບໍ່​ແມ່ນ​ເລີຍ. ແນ່​ນອນ​ວ່າ ຄຳ​ເຊື້ອ​ເຊີນ ແລະ ຄຳ​ວິງ​ວອນ​ປະ​ການ​ໜຶ່ງ​ທີ່​ສະ​ໝ່ຳ​ສະ​ເໝີ​ທີ່​ສຸດ​ຂອງ​ພຣະ​ເຢ​ຊູ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ​ກໍ​ຄື​ໃຫ້​ເຮົາ​ປ່ຽນ​ແປງ ແລະ ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.12 ໂດຍ​ພື້ນ​ຖານ​ແລ້ວ ຄຳ​ສອນ​ທັງ​ໝົດ​ຂອງ​ພຣະ​ອົງ​ມີ​ຄວາມ​ໝາຍ​ໃຫ້​ເນື້ອ​ໃນ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ໃນ​ລະ​ດັບ​ຄວາມ​ປະ​ພຶດ​ທາງ​ສິນ​ທຳ​ທີ່​ສູງ​ກວ່າ13 ຄື​ການ​ເອີ້ນ​ໃນ​ການ​ກ້າວ​ໜ້າ​ສ່ວນ​ບຸກ​ຄົນ, ການ​ປ່ຽນ​ແປງ​ສັດ​ທາ​ໃນ​ພຣະ​ຄຣິດ, ການ​ປ່ຽນ​ແປງ​ຈິດ​ໃຈ​ຄັ້ງ​ຍິ່ງ​ໃຫຍ່.14

ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ເຮົາ​ປັບ​ປ່ຽນ​ທິດ​ທາງ​ໃໝ່​ຢ່າງ​ສິ້ນ​ເຊີງ​ຈາກ​ແຮງ​ກະ​ຕຸ້ນ​ຂອງ​ການ​ເຫັນ​ແກ່​ຕົວ ແລະ ຄວາມ​ທະ​ນົງ​ຕົວ​ຂອງ​ເຮົາ, ປະ​ຖິ້ມ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ,15 ເພື່ອ​ເຮົາ​ຈະ “ອອກ​ໄປ, ແລະ ຕໍ່​ໄປ​ບໍ່​ເຮັດ​ບາບ​ອີກ.”16

ຖ້າ​ເຮົາ​ເຊື່ອ​ໃນ​ເຈດ​ຕະ​ນາ​ຂອງ​ແຜນ​ທີ່​ເຂົ້າ​ເຖິງ​ທຸກ​ດ້ານ​ທັງ​ໝົດ​ຂອງ​ພຣະ​ບິ​ດາ​ທີ່​ມີ​ໄວ້​ເພື່ອ​ຊ່ວຍ​ເຮົາ, ໄຖ່​ເຮົາ, ປະ​ທານ​ຄວາມ​ເມດ​ຕາ​ໃຫ້​ກັບ​ເຮົາ, ແລະ ດ້ວຍ​ເຫດ​ນີ້​ຈຶ່ງ​ນຳ​ເອົາ​ຄວາມ​ສຸກ​ມາ​ໃຫ້​ເຮົາ, ເຈດ​ຕະ​ນາ​ຂອງ​ພຣະ​ບຸດ ຜ່ານ​ທາງ​ພຣະ​ອົງ​ຜູ້​ທີ່​ໄດ້​ຮັບ​ແຜນ​ອັນ​ຍິ່ງ​ໃຫຍ່​ນີ້​ແມ່ນ​ຫຍັງ?

ພຣະ​ບຸດ​ໄດ້​ກ່າວ​ກັບ​ເຮົາ​ດ້ວຍ​ພຣະ​ອົງ​ເອງ​ວ່າ: “ເພາະ​ເຮົາ​ໄດ້​ລົງ​ມາ​ຈາກ​ສະ​ຫວັນ, ບໍ່​ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ຂອງ​ຕົນ​ເອງ, ແຕ່​ເພື່ອ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”17

ພຣະ​ປະ​ສົງ​ຂອງ​ພຣະ​ເຢ​ຊູ ກໍ​ຄື​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ! ພຣະ​ອົງ​ຕ້ອງ​ການ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ລູກໆ​ຂອງ​ພຣະ​ບິ​ດາ ຈົນ​ເຖິງ​ລູກ​ຄົນ​ສຸດ​ທ້າຍ​ຂອງ​ພຣະ​ອົງ ໃຫ້​ໄດ້​ຮັບ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ແຜນ—ຄື​ຊີ​ວິດ​ນິ​ລັນ​ດອນ​ກັບ​ພວກ​ພຣະ​ອົງ. ບໍ່​ມີ​ໃຜ​ທີ່​ຈະ​ຖືກ​ຍົກ​ເວັ້ນ​ຈາກ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ນີ້.

ຖ້າ​ທ່ານ​ມີ​ແນວ​ໂນ້ມ​ທີ່​ຈະ​ກັງ​ວົນ​ວ່າ ທ່ານ​ຈະ​ບໍ່​ມີ​ວັນ​ບັນ​ລຸ​ຜົນ ຫລື ວ່າ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ຄອບ​ກວມ​ທຸກ​ຄົນ​ຢ່າງ​ເມດ​ຕາ, ແຕ່​ບໍ່​ແມ່ນ​ທ່ານ, ແລ້ວ​ທ່ານ​ກໍ​ເຂົ້າ​ໃຈ​ຜິດ. ບໍ່​ມີ​ຂອບ​ເຂດ ໝາຍ​ຄວາມ​ວ່າ ບໍ່​ມີ​ຂອບ​ເຂດ. ບໍ່​ມີ​ຂອບ​ເຂດ ຄອບ​ກວມ​ທ່ານ ແລະ ຄົນ​ທີ່​ທ່ານ​ຮັກ.18

ນີ​ໄຟ​ໄດ້​ອະ​ທິ​ບາຍ​ຄວາມ​ຈິງ​ອັນ​ສວຍ​ງາມ​ນີ້​ວ່າ: “ພຣະ​ອົງ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ນອກ​ຈາກ​ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ​ຮັກ​ໂລກ​ຈົນ​ຍອມ​ສະ​ລະ​ຊີ​ວິດ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ພາ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ. ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ບໍ່​ບັນ​ຊາ​ຜູ້​ໃດ​ວ່າ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ.”19

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ລ້ຽງ​ແກະ​ທີ່​ດີ, ອອກ​ໄປ​ຊອກ​ຫາ​ແກະ​ທີ່​ເສຍ​ໄປ​ຂອງ​ພຣະ​ອົງ​ຈົນ​ກວ່າ​ພຣະ​ອົງ​ຈະ​ຫາ​ພວກ​ມັນ​ຈົນ​ພົບ.20 ພຣະ​ອົງ “ບໍ່​ປະ​ສົງ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ຕ້ອງ​ຈິບ​ຫາຍ​ໄປ.”21

“ແຂນ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ​ຂອງ​ເຮົາ​ໄດ້​ເດ່​ອອກ​ມາ​ຫາ​ພວກ​ເຈົ້າ​ແລ້ວ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເຂົ້າ​ມາ​ຫາ​ເຮົາ, ເຮົາ​ຈະ​ຮັບ​ເອົາ​ໄວ້.”22

“ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາ​ບອດ, ຫລື ຂາ​ເສຍ, ຫລື ພິ​ການ, ຫລື ເປັນ​ຂີ້​ທູດ, ຫລື ຫ່ຽວ​ແຫ້ງ, ຫລື ຫູ​ໜວກ, ຫລື ເປັນ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ, ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ.”23

ພຣະ​ອົງ​ບໍ່​ໄດ້​ຂັບ​ໄລ່​ຜູ້​ຍິງ​ທີ່​ເປັນ​ພະ​ຍາດ​ເລືອດ​ຕົກ; ພຣະ​ອົງ​ບໍ່​ໄດ້​ຫັນ​ໜີ​ຈາກ​ຄົນ​ທີ່​ເປັນ​ຂີ້​ທູດ; ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ເສດ​ຜູ້​ຍິງ​ທີ່​ຫລິ້ນ​ຊູ້; ພຣະ​ອົງ​ບໍ່​ໄດ້​ປະ​ຕິ​ເສດ​ຄົນ​ທີ່​ສຳ​ນຶກ​ຜິດ—ບໍ່​ວ່າ​ເຂົາ​ຈະ​ເຮັດ​ບາບ​ຫຍັງ​ມາ​ກໍ​ຕາມ. ແລະ ພຣະ​ອົງ​ຈະ​ບໍ່​ປະ​ຕິ​ເສດ​ທ່ານ ຫລື ຄົນ​ເຫລົ່າ​ນັ້ນ​ທີ່​ທ່ານ​ຮັກ ເມື່ອ​ທ່ານ​ນຳ​ເອົາ​ຈິດ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ຂອງ​ທ່ານ​ມາ​ຫາ​ພຣະ​ອົງ. ນັ້ນ ບໍ່​ແມ່ນ ເຈດ​ຕະ​ນາ​ຂອງ​ພຣະ​ອົງ ຫລື ການ​ອອກ​ແບບ​ຂອງ​ພຣະ​ອົງ, ທັງ​ບໍ່​ແມ່ນ​ແຜນ, ຈຸດ​ປະ​ສົງ, ຄວາມ​ປາດ​ຖະ​ໜາ, ຫລື ຄວາມ​ຫວັງ​ຂອງ​ພຣະ​ອົງ.

ບໍ່, ພຣະ​ອົງ​ບໍ່​ໄດ້​ວາງ​ສິ່ງ​ກີດ​ຂວາງ​ໃນ​ຫົນ​ທາງ ແລະ ສິ່ງ​ປິດ​ກັ້ນ, ພຣະ​ອົງ​ຍ້າຍ​ສິ່ງ​ເຫລົ່າ​ນັ້ນ​ອອກ​ໄປ. ພຣະ​ອົງ​ບໍ່​ໄດ້​ປິດ​ກັ້ນ​ທ່ານ​ໃຫ້​ອອກ​ໄປ; ພຣະ​ອົງ​ຕ້ອນ​ຮັບ​ທ່ານ​ໃຫ້​ເຂົ້າ​ມາ.24 ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທັງ​ໝົດ​ຂອງ​ພຣະ​ອົງ​ຄື​ການ​ປະ​ກາດ​ເຖິງ​ເຈດ​ຕະ​ນາ​ນີ້​ແທ້ໆ.

ແລ້ວ​ແນ່​ນອນ​ວ່າ​ມີ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ສິ່ງ​ທີ່​ຍາກ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເຂົ້າ​ໃຈ, ເກີນ​ກວ່າ​ຄວາມ​ສາ​ມາດ​ຂອງ​ມະ​ນຸດ​ທີ່​ຈະ​ເຂົ້າ​ໃຈ. ແຕ່, ແລະ ນີ້​ແມ່ນ​ສິ່ງ​ສຳ​ຄັນ “ແຕ່,” ເຮົາ​ເຂົ້າ​ໃຈ​ໄດ້, ສາ​ມາດ​ເຂົ້າ​ໃຈ, ເຖິງ​ຄວາມ​ສັກ​ສິດ, ເຈດ​ຕະ​ນາ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ​ກໍ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ເມື່ອ​ພຣະ​ເຢ​ຊູ​ສິ້ນ​ພຣະ​ຊົນ​ເທິງ​ໄມ້​ກາງ​ແຂນ, ຊຶ່ງ​ເປັນ​ສັນ​ຍາ​ລັກ​ວ່າ​ການ​ເຂົ້າ​ເຖິງ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ນັ້ນ​ໄດ້​ຖືກ​ຈີກ​ຂາດ​ເປີດ​ກວ້າງ—ໃຫ້​ກັບ​ທຸກ​ຄົນ​ທີ່​ຫັນ​ມາ​ຫາ​ພຣະ​ອົງ, ເຊື່ອ​ໝັ້ນ​ໃນ​ພຣະ​ອົງ, ວາງ​ພາ​ລະ​ຂອງ​ເຂົາ​ໄວ້​ກັບ​ພຣະ​ອົງ, ແລະ ເອົາ​ແອກ​ຂອງ​ພຣະ​ອົງ​ແບກ​ໄວ້ ໃນ​ພັນ​ທະ​ແຫ່ງ​ພັນ​ທະ​ສັນ​ຍາ.25

ໃນ​ອີກ​ຄຳ​ໜຶ່ງ, ແຜນ​ຂອງ​ພຣະ​ບິ​ດາ​ບໍ່​ແມ່ນ​ກ່ຽວ​ກັບ​ການ​ປິດ​ກັ້ນ​ເສັ້ນ​ທາງ. ມັນ​ບໍ່​ເຄີຍ​ເປັນ​ເຊັ່ນ​ນັ້ນ; ມັນ​ຈະ​ບໍ່​ເປັນ​ເຊັ່ນ​ນັ້ນ. ມີ​ສິ່ງ​ໃດ​ທີ່​ເຮົາ​ຕ້ອງ​ເຮັດ, ພຣະ​ບັນ​ຍັດ​ຂໍ້​ໃດ​ທີ່​ຕ້ອງ​ຮັກ​ສາ, ແງ່​ມຸມ​ໃດ​ຂອງ​ຄວາມ​ເປັນ​ມະ​ນຸດ​ທີ່​ເຮົາ​ຕ້ອງ​ປ່ຽນ​ແປງ? ແມ່ນ​ແລ້ວ. ແຕ່​ດ້ວຍ​ພຣະ​ຄຸນ​ຂອງ​ພຣະ​ອົງ, ສິ່ງ​ເຫລົ່າ​ນັ້ນ​ຈຶ່ງ​ຢູ່​ໃນ​ຂອບ​ເຂດ​ທີ່​ເຮົາ​ເອື້ອມ​ເຖິງ​ໄດ້, ແລະ ບໍ່​ຢູ່​ນອກ​ເໜືອ​ຂອບ​ເຂດ​ທີ່​ເຮົາ​ເຮັດ​ບໍ່​ໄດ້.

ນີ້​ຊ່າງ​ເປັນ​ຂ່າວ​ດີ​ແທ້ໆ! ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ເກີນ​ກວ່າ​ທີ່​ຈະ​ສາ​ມາດ​ເວົ້າ​ໄດ້​ສຳ​ລັບ​ຄວາມ​ຈິງ​ອັນ​ລຽບ​ງ່າຍ​ເຫລົ່າ​ນີ້. ການ​ອອກ​ແບບ​ຂອງ​ພຣະ​ບິ​ດາ, ແຜນ​ຂອງ​ພຣະ​ອົງ, ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ເຈດ​ຕະ​ນາ​ຂອງ​ພຣະ​ອົງ, ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ, ແລະ ຄວາມ​ຫວັງ​ຂອງ​ພຣະ​ອົງ ຄື​ທຸກ​ສິ່ງ​ທີ່​ປິ່ນ​ປົວ​ທ່ານ, ທຸກ​ສິ່ງ​ທີ່​ໃຫ້​ສັນ​ຕິ​ສຸກ​ແກ່​ທ່ານ, ທຸກ​ສິ່ງ​ທີ່​ນຳ​ທ່ານ, ແລະ ຄົນ​ທີ່​ທ່ານ​ຮັກ, ກັບ​ບ້ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Think Celestial!,” Liahona, Nov. 2023, 117, 118.

  2. ເບິ່ງ 2 ນີ​ໄຟ 26:25, 27.

  3. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.1, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  4. ເບິ່ງ ໂມ​ເຊ 7:33.

  5. ເບິ່ງ ຢາ​ໂຄບ 6:8; ແອວ​ມາ 12:30.

  6. ເບິ່ງ ແອວ​ມາ 42:15.

  7. ເບິ່ງ ແອວ​ມາ 42:8, 16.

  8. ໂມ​ເຊ 6:62.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:4.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70.

  11. ເບິ່ງ ອອມ​ໄນ 1:26.

  12. ເບິ່ງ ມັດ​ທາຍ 4:17.

  13. ເບິ່ງ ມັດ​ທາຍ 5–7. ຍົກ​ຕົວ​ຢ່າງ, ໃນ ມັດ​ທາຍ 5:43–44, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ​ມັນ​ບໍ່​ພຽງ​ພໍ​ທີ່​ຈະ “ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ, ແລະ ​ກຽດ​ຊັງ​ສັດ​ຕູ​ຂອງ​ເຈົ້າ.” ເພື່ອ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ພວກ​ເຂົາ​ຕ້ອງ “ຮັກ​ສັດ​ຕູ [ຂອງ​ພວກ​ເຂົາ] ນຳ​ອີກ.”

  14. ເບິ່ງ ໂມ​ໄຊ​ຢາ 5:2. ເພື່ອ​ໃຫ້​ຄວາມ​ເມດ​ຕາ​ຂອງ​ພຣະ​ເຢ​ຊູ​ຄຣິດ ສາ​ມາດ​ເຂົ້າ​ມາ​ມີ​ບົດ​ບາດ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຕ້ອງ​ຫັນ​ກັບ​ມາ​ຫາ​ພຣະ​ອົງ. ແອວ​ມາ​ຜູ້​ລູກ​ສິດ​ສອນ​ວ່າ “ແຜນ [ອັນ​ຮຸ່ງ​ໂລດ] ແຫ່ງ​ການ​ໄຖ່​ຈະ​ເກີດ​ຂຶ້ນ​ບໍ່​ໄດ້, ເວັ້ນ​ເສຍ​ແຕ່​ໂດຍ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ … ; ເພາະ​ຖ້າ​ຫາກ​ມັນ​ບໍ່​ເປັນ​ໄປ​ຕາມ​ເງື່ອນ​ໄຂ​ເຫລົ່າ​ນີ້, ຄວາມ​ເມດ​ຕາ​ຈະ​ເກີດ​ຜົນ​ບໍ່​ໄດ້” (ແອວ​ມາ 42:13).

  15. ເບິ່ງ ໂມ​ໄຊ​ຢາ 3:19.

  16. ໂຢ​ຮັນ 8:11.

  17. ໂຢ​ຮັນ 6:38.

  18. ເບິ່ງ Russell M. Nelson, “The Atonement,” Ensign, Nov. 1996, 35: “ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ແມ່ນ​ບໍ່​ມີ​ຂອບ​ເຂດ—ບໍ່​ມີ​ຈຸດ​ສິ້ນ​ສຸດ. ມະ​ນຸດ​ທັງ​ປວງ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ຄວາມ​ຕາຍ​ອັນ​ບໍ່​ມີ​ຂອບ​ເຂດ​ເຊັ່ນ​ກັນ. ມັນ​ບໍ່​ມີ​ຂອບ​ເຂດ​ໃນ​ແງ່​ຂອງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ມັນ​ເປັນ​ເວ​ລາ​ອັນ​ບໍ່​ມີ​ຂອບ​ເຂດ ເປັນ​ການ​ຢຸດ​ຕິ​ຕົ້ນ​ແບບ​ຂອງ​ການ​ຖວາຍ​ສັດ​ເປັນ​ເຄື່ອງ​ບູ​ຊາ​ທີ່​ຜ່ານ​ມາ. ມັນ​ບໍ່​ມີ​ຂອບ​ເຂດ​ໃນ​ຄວາມ​ກວ້າງ—ມັນ​ເປັນ​ການ​ກະ​ທຳ​ພຽງ​ຄັ້ງ​ດຽວ​ເທົ່າ​ນັ້ນ. ແລະ ຄວາມ​ເມດ​ຕາ​ແຫ່ງ​ການ​ຊົດ​ໃຊ້ ບໍ່​ໄດ້​ພຽງ​ແຜ່​ຂະ​ຫຍາຍ​ໄປ​ເຖິງ​ຜູ້​ຄົນ​ຈຳ​ນວນ​ບໍ່​ມີ​ຂອບ​ເຂດ​ເທົ່າ​ນັ້ນ ແຕ່​ຍັງ​ຂະ​ຫຍາຍ​ໄປ​ເຖິງ​ໂລກ​ຈຳ​ນວນ​ທີ່​ບໍ່​ມີ​ຂອບ​ເຂດ​ນຳ​ອີກ. ມັນ​ບໍ່​ມີ​ຂອບ​ເຂດ​ເກີນ​ກວ່າ​ຂະ​ໜາດ​ຂອງ​ມະ​ນຸດ​ໃນ​ການ​ວັດ​ແທກ ຫລື ຄວາມ​ເຂົ້າ​ໃຈ​ຂອງ​ມະ​ນຸດ.”

  19. 2 ນີ​ໄຟ 26:24.

  20. ເບິ່ງ ລູ​ກາ 15:4.

  21. 2 ເປ​ໂຕ 3:9; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:11–12 ນຳ​ອີກ.

  22. 3 ນີ​ໄຟ 9:14.

  23. 3 ນີ​ໄຟ 17:7; ເບິ່ງ ຂໍ້​ທີ 6 ນຳ​ອີກ.

  24. ໃນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ບົ່ງ​ບອກ​ວ່າ ບາງ​ຄົນ​ຈະ​ບໍ່​ໄດ້​ສືບ​ທອດ​ອາ​ນາ​ຈັກ​ສະ​ຫວັນ, ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ຜົນ​ທີ່​ໄດ້​ຮັບ​ນີ້​ບໍ່​ໄດ້​ແມ່ນ​ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ​ສຳ​ລັບ​ເຂົາ ແຕ່​ຜົນ​ທີ່​ໄດ້​ຮັບ​ມາ​ຈາກ​ການ​ເລືອກ​ຂອງ​ເຂົາ​ເອງ (ເບິ່ງ ມັດ​ທາຍ 7:13–14, 21–25).

  25. ເບິ່ງ ມັດ​ທາຍ 27:50–51; ເຮັບ​ເຣີ 9:6–12.