ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ອັດ​ສະ​ຈັນ, ທູດ​ສະ​ຫວັນ, ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ອັດ​ສະ​ຈັນ, ທູດ​ສະ​ຫວັນ, ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ

ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ລວມ​ທັງ​ການ​ອັດ​ສະ​ຈັນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ທູດ​ສະ​ຫວັນ, ຂໍ​ຈົ່ງ​ຍ່າງ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ກຽມ​ໄວ້​ໃຫ້.

ຫລາຍ​ຄົນ​ທຸກ​ມື້​ນີ້​ເວົ້າ​ວ່າ ການ​ອັດ​ສະ​ຈັນ​ບໍ່​ມີ​ອີກ​ຕໍ່​ໄປ, ວ່າ​ທູດ​ສະ​ຫວັນ​ເປັນ​ເລື່ອງ​ແຕ່ງ​ຂຶ້ນ, ແລະ ວ່າ​ຟ້າ​ສະ​ຫວັນ​ນັ້ນ​ປິດ​ແລ້ວ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ອັດ​ສະ​ຈັນ​ຍັງ​ບໍ່​ໝົດ​ໄປ, ທູດ​ສະ​ຫວັນ​ຢູ່​ທ່າມ​ກາງ​ພວກ​ເຮົາ, ແລະ ຟ້າ​ສະ​ຫວັນ​ກໍ​ເປີດ​ອອກ​ຢ່າງ​ແທ້​ຈິງ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ຢູ່​ທີ່​ແຜ່ນ​ດິນ​ໂລກ, ພຣະ​ອົງ​ໄດ້​ປະ​ທານ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ຜູ້​ນຳ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ຄື​ເປ​ໂຕ.1 ຜ່ານ​ທາງ​ຂໍ​ກະ​ແຈ​ເຫລົ່າ​ນີ້, ເປ​ໂຕ ແລະ ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເມື່ອ​ອັກ​ຄະ​ສາ​ວົກ​ເຫລົ່າ​ນັ້ນ​ໄດ້​ເສຍ​ຊີ​ວິດ​ໄປ, ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ກໍ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ນີ້.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສະ​ໄໝ​ບູ​ຮານ ໄດ້​ຖືກ​ຟື້ນ​ຟູ​ແລ້ວ. ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ແລະ ສາດ​ສະ​ດາ​ສະ​ໄໝ​ບູ​ຮານ​ຄົນ​ອື່ນໆ ໄດ້​ປະ​ກົດ​ຕົວ​ໃນ​ຖາ​ນະ​ມະ​ນຸດ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ, ໄດ້​ມອບ​ໃຫ້​ແກ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຍາຍ​ວ່າ​ເປັນ “ຂໍ​ກະ​ແຈ​ແຫ່ງ​ອາ​ນາ​ຈັກ​ຂອງ​ເຮົາ ແລະ ຍຸກ​ສະ​ໄໝ​ແຫ່ງ​ພຣະ​ກິດ​ຕິ​ຄຸນ”.2

ຂໍ​ກະ​ແຈ​ດຽວ​ກັນ​ເຫລົ່າ​ນັ້ນ ໄດ້​ຖືກ​ສົ່ງ​ຕໍ່​ຈາກ​ສາດ​ສະ​ດາ​ເຖິງ​ສາດ​ສະ​ດາ​ຈົນ​ເຖິງ​ທຸກ​ມື້​ນີ້. ຊາຍ 15 ຄົນ​ທີ່​ເຮົາ​ສະ​ໜັບ​ສະ​ໜູນ​ໃຫ້​ເປັນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ໃຊ້​ມັນ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຊັ່ນ​ດຽວ​ກັບ​ໃນ​ສະ​ໄໝ​ບູ​ຮານ, ມີ​ອັກ​ຄະ​ສາ​ວົກ​ອາ​ວຸ​ໂສ​ຄົນ​ໜຶ່ງ​ທີ່​ດຳ​ລົງ ແລະ ຮັບ​ສິດ​ອຳ​ນາດ​ໃຫ້​ໃຊ້​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ເພິ່ນ​ກໍ​ຄື​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ສາດ​ສະ​ດາ ແລະ ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ ທີ່​ໄດ້​ຖືກ​ຟື້ນ​ຟູ​ໃນ​ສະ​ໄໝ​ຂອງ​ເຮົາ: ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຜ່ານ​ທາງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ—ລວມ​ທັງ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ເຮົາ​ໃນ​ຊີ​ວິດ​ຂອງ​ເຮົາ. ພາຍ​ໃຕ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ, ເຮົາ​ເຮັດ​ສັນ​ຍາ​ອັນ​ສັັກ​ສິດ​ກັບ​ພຣະ​ເຈົ້າ ແລະ ຮັບ​ພິ​ທີ​ການ​ອັນ​ສັກ​ສິດ​ທີ່​ກຽມ​ເຮົາ​ທີ່​ຈະ​ຢູ່​ກັບ​ພຣະ​ອົງ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ໂດຍ​ເລີ່ມ​ຈາກ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ ແລະ ແລ້ວ​ໃນ​ພຣະ​ວິ​ຫານ, ເຮົາ​ດຳ​ເນີນ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ນຳ​ພາ​ເຮົາ​ກັບ​ໄປ​ຫາ​ພຣະ​ອົງ.

ດ້ວຍ​ມື​ທີ່​ວາງ​ຢູ່​ເທິງ​ຫົວ​ຂອງ​ເຮົາ, ເຮົາ​ຍັງ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ລວມ​ທັງ​ການ​ຊີ້​ນຳ, ການ​ປອບ​ໂຍນ, ຄຳ​ແນະ​ນຳ, ການ​ປິ່ນ​ປົວ, ແລະ ອຳ​ນາດ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ນຳ​ອີກ. ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ໂດຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່​ນີ້. ດັ່ງ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ໃນ​ພຣະ​ຄຳ​ພີ, ເຮົາ​ເອີ້ນ​ມັນ​ວ່າ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ສັກ​ສິດ.3

ໃນ​ໄວ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ເຄົາ​ລົບ​ຢ່າງ​ສູງ​ຕໍ່​ອຳ​ນາດ​ນີ້, ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ເພາະ​ມັນ​ໄດ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ໃນ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຂະ​ນະ​ທີ່​ກຳ​ລັງ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ໃນ​ປະ​ເທດ​ຈິ​ເລ, ຂ້າ​ພະ​ເຈົ້າ ແລະ ຄູ່​ສອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຈັບ​ກຸມ ແລະ ຖືກ​ແຍກ​ອອກ​ຈາກ​ກັນ. ພວກ​ເຮົາ​ບໍ່​ເຄີຍ​ຮູ້​ເລີຍ​ວ່າ​ຍ້ອນ​ຫຍັງ. ມັນ​ເປັນ​ຊ່ວງ​ເວ​ລາ​ແຫ່ງ​ການ​ປ່ຽນ​ແປງ​ຄັ້ງ​ຍິ່ງ​ໃຫຍ່​ທາງ​ການ​ເມືອງ. ຜູ້​ຄົນ​ເປັນ​ພັນໆ​ຄົນ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ໄປ​ໂດຍ​ຕຳ​ຫລວດ​ທະ​ຫານ ແລະ ບໍ່​ໄດ້​ຍິນ​ຂ່າວ​ຈາກ​ພວກ​ເຂົາ​ອີກ​ເລີຍ.

ຫລັງ​ຈາກ​ຖືກ​ສອບ​ປາກ​ຄຳ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ຜູ້​ດຽວ​ໃນ​ຫ້ອງ​ຂັງ, ໂດຍ​ບໍ່​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຫັນ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຮັກ​ອີກ​ຫລື​ບໍ່. ຂ້າ​ພະ​ເຈົ້າ​ໄດ້​ຫັນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ອ້ອນ​ວອນ​ຢ່າງ​ແຮງ​ກ້າ​ວ່າ: “ພຣະ​ບິ​ດາ​ເອີຍ ລູກ​ຖືກ​ສິດ​ສອນ​ມາ​ຕະ​ຫລອດ​ວ່າ ພຣະ​ອົງ​ເບິ່ງ​ແຍງ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ອົງ. ພຣະ​ບິ​ດາ​ເອີຍ, ລູກ​ບໍ່​ແມ່ນ​ຄົນ​ທີ່​ວິ​ເສດ​ວິ​ໂສ​ຫຍັງ, ແຕ່​ລູກ​ເປັນ​ຄົນ​ທີ່​ເຊື່ອ​ຟັງ​ມາ​ຕະ​ຫລອດ ແລະ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ຄືນ​ນີ້.”

ເມັດ​ພືດ​ຂອງ​ຄວາມ​ຊ່ວຍ​ເຫລືອ​ນີ້ ໄດ້​ຖືກ​ປູກ​ຝັງ​ໄວ້​ເມື່ອ​ຫລາຍ​ປີ​ກ່ອນ​ໜ້າ​ນີ້. ຫລັງ​ຈາກ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ໃຫ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ, ຢູ່​ຜູ້​ດຽວ, ຢູ່​ຫລັງ​ກົງ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ​ໂດຍ​ທັນ​ທີ ແລະ ໄດ້​ປອບ​ໂຍນ​ຂ້າ​ພະ​ເຈົ້າ. ພຣະ​ອົງ​ໄດ້​ນຳ​ຂໍ້​ຄວາມ​ໜຶ່ງ​ທີ່​ພິ​ເສດ​ຫລາຍ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຈາກ​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ເປັນ​ພອນ​ອີກ​ຢ່າງ​ໜຶ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ໃນ​ນັ້ນ, ພຣະ​ເຈົ້າ​ໄດ້​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຜ່ານ​ທາງ​ຄວາມ​ຊື່​ສັດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ສຳ​ລັບ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ ກັບ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ປ່ຽມ​ໄປ​ດ້ວຍ​ຄວາມ​ງາມ ແລະ ຄຸນ​ນະ​ທຳ ແລະ ຄວາມ​ຮັກ, ວ່າ​ພວກ​ເຮົາ​ຈະ​ກາຍ​ເປັນ​ພໍ່​ແມ່​ຂອງ​ລູກ​ຊາຍ ແລະ ລູກ​ສາວ​ທີ່​ລໍ້າ​ຄ່າ, ແລະ ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ພອນ ແລະ ຮັບ​ການ​ຍ້ອງ​ຍໍ​ໃນ​ຖະ​ນະ​ພໍ່​ຄົນ​ໜຶ່ງ​ໃນ​ອິດ​ສະ​ຣາ​ເອນ.

ຖ້ອຍ​ຄຳ​ອັນ​ດົນ​ໃຈ​ເຫລົ່າ​ນັ້ນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫງົບ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ມາ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຢູ່​ສະ​ເໝີ.4 ໃນ​ຊ່ວງ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ ແລະ ມີ​ຊີ​ວິດ​ຢູ່​ເພື່ອ​ເຫັນ​ຄຳ​ສັນ​ຍາ​ເຫລົ່າ​ນັ້ນ​ສຳ​ເລັດ​ຄົບ​ຖ້ວນ.

ປະ​ມານ​ປີ​ໜຶ່ງ​ຕໍ່​ມາ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ອວຍ​ພອນ​ຂ້າ​ພະ​ເຈົ້າ​ໃຫ້​ມີ​ພັນ​ລະ​ຍາ ຜູ້​ທີ່​ປ່ຽມ​ໄປ​ດ້ວຍ​ຄວາມ​ງາມ ແລະ ຄຸນ​ນະ​ທຳ ແລະ ຄວາມ​ຮັກ. ຂ້າ​ພະ​ເຈົ້າ ແລະ ລີ​ເນັດ​ໄດ້​ຖືກ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ພວກ​ເຮົາ​ໄດ້​ຮັບ​ພອນ​ໃຫ້​ມີ​ລູກ​ຊາຍ​ທີ່​ລໍ້າ​ຄ່າ​ສາມ​ຄົນ ແລະ ລູກ​ສາວ​ທີ່​ລໍ້າ​ຄ່າ​ສີ່​ຄົນ. ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ພໍ່, ທັງ​ໝົດ​ແມ່ນ​ອີງ​ຕາມ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໃນ​ປິ​ຕຸ​ພອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຕອນ​ອາ​ຍຸ 17 ປີ.

“ດັ່ງ​ນັ້ນ, ອ້າຍ​ນ້ອງ [ແລະ ເອື້ອຍ​ນ້ອງ] ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ, ການ​ອັດ​ສະ​ຈັນ​ໝົດ​ໄປ​ແລ້ວ​ບໍ ເພາະ​ພຣະ​ຄຣິດ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ? …

“… ບໍ່​ເລີຍ; ແລະ ທັງ​ເຫລົ່າ​ທູດ​ກໍ​ບໍ່​ໄດ້​ເລີກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ລູກ​ຫລານ​ມະ​ນຸດ​ເລີຍ.”5

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ອັດ​ສະ​ຈັນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ກຳ​ລັງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊີ​ວິດ​ຂອງ​ເຮົາ, ໂດຍ​ມັກ​ຈະ​ເປັນ​ຜົນ​ໂດຍ​ກົງ​ຂອງ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພອນ​ບາງ​ຢ່າງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສຳ​ເລັດ​ຄົບ​ຖ້ວນ​ໂດຍ​ທັນ​ທີ, ໃນ​ວິ​ທີ​ທີ່​ເຮົາ​ສາ​ມາດ​ເຫັນ ແລະ ເຂົ້າ​ໃຈ​ໄດ້. ພອນ​ອື່ນໆ​ກຳ​ລັງ​ຄ່ອຍໆ​ເຜີຍ​ອອກ​ມາ​ເທື່ອ​ລະ​ໜ້ອຍ ແລະ ຈະ​ບໍ່​ຖືກ​ຮັບ​ຮູ້​ຢ່າງ​ເຕັມ​ທີ່​ໃນ​ຊີ​ວິດ​ນີ້. ແຕ່​ພຣະ​ເຈົ້າ​ຮັກ​ສາ​ຄຳ​ສັນ​ຍາ​ທັງ​ໝົດ​ຂອງ​ພຣະ​ອົງ​ສະ​ເໝີ, ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ເລື່ອງ​ລາວ​ນີ້ ຈາກ​ປະ​ຫວັດ​ຄອບ​ຄົວ​ຂອງ​ພວກ​ເຮົາ:

ປູ່​ຂອງ​ຂ້າ​ພະ​ເຈົ້າ, ແກຣ້ນ ຣີສ໌ ໂບ​ເວັນ, ເປັນ​ຄົນ​ທີ່​ມີ​ສັດ​ທາ​ອັນ​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ຈື່​ໄດ້​ຢ່າງ​ແຈ່ມ​ແຈ້ງ ເມື່ອ​ໄດ້​ຍິນ​ເພິ່ນ​ເລົ່າ​ວ່າ ເພິ່ນ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ເພິ່ນ​ແນວ​ໃດ. ໃນ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ເພິ່ນ, ເພິ່ນ​ໄດ້​ບັນ​ທຶກ​ໄວ້​ວ່າ: “ປິ​ຕຸ​ໄດ້​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ເຖິງ​ຂອງ​ປະ​ທານ​ແຫ່ງ​ການ​ປິ່ນ​ປົວ. ເພິ່ນ​ໄດ້​ກ່າວ​ວ່າ, ‘ຄົນ​ເຈັບ​ປ່ວຍ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ. ແທ້​ຈິງ​ແລ້ວ, ຄົນ​ຕາຍ​ຈະ​ຖືກ​ຍົກ​ຂຶ້ນ​ພາຍ​ໃຕ້​ມື​ຂອງ​ເຈົ້າ.’”

ຫລາຍ​ປີ​ຕໍ່​ມາ, ປູ່​ກຳ​ລັງ​ກອງ​ເຟືອງ​ຢູ່ ຕອນ​ທີ່​ເພິ່ນ​ຮູ້​ສຶກ​ຖືກ​ກະ​ຕຸ້ນ​ໃຫ້​ກັບ​ຄືນ​ໄປ​ເຮືອນ. ເພິ່ນ​ໄດ້​ເຫັນ​ພໍ່​ຂອງ​ເພິ່ນ​ກຳ​ລັງ​ມຸ້ງ​ໜ້າ​ມາ​ຫາ​ເພິ່ນ. “ແກຣ້ນ, ແມ່​ຂອງ​ເຈົ້າ​ຫາ​ກໍ​ເສຍ​ຊີ​ວິດ​ໄປ,” ພໍ່​ຂອງ​ເພິ່ນ​ເວົ້າ.

ຂ້າ​ພະ​ເຈົ້າ​ຂໍ​ອ້າງ​ເຖິງ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ປູ່​ຂອງ​ຂ້າ​ພະ​ເຈົ້າ​ອີກ​ເທື່ອ​ໜຶ່ງ: “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຢຸດ ແຕ່​ໄດ້​ຟ້າວ​ເຂົ້າ​ໄປ​ໃນ​ເຮືອນ ແລະ ອອກ​ໄປ​ຍັງ​ລະ​ບຽງ​ໜ້າ​ບ້ານ ບ່ອນ​ທີ່​ເພິ່ນ​ນອນ​ຢູ່​ເທິງ​ຕຽງ​ຜ້າ. ຂ້າ​ພະ​ເຈົ້າ​ໄດ້​ແນມ​ເບິ່ງ​ເພິ່ນ ແລະ ສາ​ມາດ​ເຫັນ​ໄດ້​ວ່າ ບໍ່​ມີ​ສັນ​ຍານ​ຊີ​ວິດ​ເຫລືອ​ຢູ່​ໃນ​ຕົວ​ເພິ່ນ​ເລີຍ. ຂ້າ​ພະ​ເຈົ້າ​ໄດ້​ຈື່​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄຳ​ສັນ​ຍາ​ທີ່​ວ່າ ຖ້າ​ຂ້າ​ພະ​ເຈົ້າ​ຊື່​ສັດ, ໂດຍ​ຜ່ານ​ທາງ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ ຄົນ​ເຈັບ​ປ່ວຍ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຄົນ​ຕາຍ​ຈະ​ຖືກ​ຍົກ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ວາງ​ມື​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ເທິງ​ຫົວ​ຂອງ​ແມ່, ແລະ ຂ້າ​ພະ​ເຈົ້າ​ໄດ້​ບອກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຖ້າ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ໂດຍ​ປິ​ຕຸ​ເປັນ​ຄວາມ​ຈິງ, ຈົ່ງ​ເຮັດ​ໃຫ້​ມັນ​ສະ​ແດງ​ໃຫ້​ປະ​ຈັກ​ໃນ​ເວ​ລາ​ນີ້ ແລະ ຍົກ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ​ສູ່​ຊີ​ວິດ​ອີກ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ພຣະ​ອົງ​ວ່າ ຖ້າ​ພຣະ​ອົງ​ກະ​ທຳ​ສິ່ງ​ນີ້, ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລັງ​ເລ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ໃນ​ອຳ​ນາດ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ, ເພິ່ນ​ກໍ​ມືນ​ຕາ​ຂຶ້ນ ແລະ ເວົ້າ​ວ່າ, ‘ແກຣ້ນ, ຍົກ​ແມ່​ຂຶ້ນ​ແນ່. ແມ່​ໄດ້​ໄປ​ທີ່​ໂລກ​ວິນ​ຍານ, ແຕ່​ລູກ​ໄດ້​ເອີ້ນ​ແມ່​ກັບ​ມາ. ຂໍ​ໃຫ້​ສິ່ງ​ນີ້​ເປັນ​ປະ​ຈັກ​ພະ​ຍານ​ແກ່​ລູກ ແລະ ແກ່​ຄອບ​ຄົວ​ທັງ​ໝົດ​ຂອງ​ແມ່.’”

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ໃຫ້​ສະ​ແຫວງ​ຫາ ແລະ ຄາດ​ຫວັງ​ການ​ອັດ​ສະ​ຈັນ.6 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເນື່ອງ​ຈາກ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ແລ້ວ, ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຜ່ານ​ທາງ​ການ​ເອີ້ນ ແລະ ສະ​ພາ, ຊາຍ ແລະ ຍິງ, ຄົນ​ໜຸ່ມ ແລະ ຄົນ​ແກ່, ສາ​ມາດ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ຖາ​ນະ​ປະ​ໂລ​ຫິດ. ມັນ​ແມ່ນ​ວຽກ​ງານ​ແຫ່ງ​ການ​ອັດ​ສະ​ຈັນ, ເຂົ້າ​ຮ່ວມ​ໂດຍ​ເຫລົ່າ​ທູດ​ສະ​ຫວັນ. ມັນ​ແມ່ນ​ວຽກ​ງານ​ແຫ່ງ​ສະ​ຫວັນ, ແລະ ມັນ​ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ.

ໃນ​ປີ 1989, ຄອບ​ຄົວ​ເຈັດ​ຄົນ​ຂອງ​ພວກ​ເຮົາ ກຳ​ລັງ​ກັບ​ຄືນ​ຈາກ​ກິດ​ຈະ​ກຳ​ນອກ​ບ້ານ​ນຳ​ກັນ​ເປັນ​ຫວອດ. ມັນ​ເດິກ​ແລ້ວ. ລີ​ເນັດ​ກຳ​ລັງ​ຖື​ພາ​ລູກ​ຄົນ​ທີ​ຫົກ​ຂອງ​ພວກ​ເຮົາ. ນາງ​ໄດ້​ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ອັນ​ແຮງ​ກ້າ​ໃຫ້​ຮັດ​ເຂັມ​ຂັດ​ນິ​ລະ​ໄພ, ຊຶ່ງ​ນາງ​ໄດ້​ລືມ​ຂັດ. ບໍ່​ດົນ​ຫລັງ​ຈາກ​ນັ້ນ ພວກ​ເຮົາ​ໄດ້​ມາ​ເຖິງ​ທາງ​ໂຄ້ງ​ໃນ​ຖະ​ໜົນ; ລົດ​ຄັນ​ໜຶ່ງ​ໄດ້​ຂ້າມ​ເສັ້ນ​ມາ​ຍັງ​ເລນ​ຂອງ​ພວກ​ເຮົາ. ໂດຍ​ທີ່​ແລ່ນ​ປະ​ມານ 70 ໄມ (112 ກມ) ຕໍ່​ຊົ່ວ​ໂມງ, ຂ້າ​ພະ​ເຈົ້າ​ໄດ້​ຫັກ​ລ້ຽວ ເພື່ອ​ຫລີກ​ລ້ຽງ​ບໍ່​ໃຫ້​ຕຳ​ລົດ​ທີ່​ກຳ​ລັງ​ສວນ​ມາ. ລົດ​ຕູ້​ຂອງ​ພວກ​ເຮົາ​ໄດ້​ພິກ​ຂວໍ້າ, ຖະ​ໄຫລ​ລົງ​ທາງ​ຫລວງ, ແລະ ໄຫລ​ອອກ​ຈາກ​ຖະ​ໜົນ, ໃນ​ທີ່​ສຸດ​ກໍ​ມາ​ຢຸດ​ຈອດ, ໂດຍ​ທີ່​ຝັ່ງ​ຜູ້​ໂດຍ​ສານ​ຢູ່​ໃນ​ດິນ.

ສິ່ງ​ຕໍ່​ໄປ​ທີ່​ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ໄດ້​ຍິນ ແມ່ນ​ສຽງ​ຂອງ​ລີ​ເນັດ: “ເຊນ, ພວກ​ເຮົາ​ຕ້ອງ​ອອກ​ໄປ​ທາງ​ປະ​ຕູ​ເຈົ້າ.” ຂ້າ​ພະ​ເຈົ້າ​ກຳ​ລັງ​ແຂວນ​ຢູ່​ໃນ​ອາ​ກາດ​ໂດຍ​ເຂັມ​ຂັດ​ນິ​ລະ​ໄພ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ໃຊ້​ເວ​ລາ​ສອງ​ສາມ​ວິ​ນາ​ທີ​ທີ່​ຈະ​ຊອກ​ຫາ​ທິດ​ທາງ. ພວກ​ເຮົາ​ໄດ້​ເລີ່ມ​ອູ້ມ​ລູກໆ​ຂອງ​ພວກ​ເຮົາ​ແຕ່​ລະ​ຄົນ​ອອກ​ຈາກ​ລົດ​ຕູ້​ຜ່ານ​ປ່ອງ​ຢ້ຽມ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຕອນ​ນັ້ນ​ແມ່ນ​ເພ​ດານ​ຂອງ​ລົດ​ຕູ້. ພວກ​ເຂົາ​ພາ​ກັນ​ໄຫ້, ໂດຍ​ສົງ​ໄສ​ວ່າ​ເກີດ​ຫຍັງ​ຂຶ້ນ.

ບໍ່​ດົນ ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ ລູກ​ສາວ​ອາ​ຍຸ 10 ປີ ຂອງ​ພວກ​ເຮົາ, ເອັມ​ມະ​ລີ, ໄດ້​ຫາຍ​ໄປ. ພວກ​ເຮົາ​ຮ້ອງ​ຊື່​ຂອງ​ນາງ, ແຕ່​ບໍ່​ມີ​ໃຜ​ຕອບ. ສະ​ມາ​ຊິກ​ຫວອດ, ຜູ້​ທີ່​ກຳ​ລັງ​ເດີນ​ທາງ​ກັບ​ບ້ານ​ເຊັ່ນ​ກັນ, ຕ່າງ​ກໍ​ພາ​ກັນ​ຊອກ​ຫາ​ນາງ​ຢູ່​ບ່ອນ​ເກີດ​ເຫດ​ຢ່າງ​ກະ​ວົນ​ກະ​ວາຍ. ມັນ​ມືດ​ຫລາຍ. ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຫາ​ໃນ​ລົດ​ອີກ​ຄັ້ງ​ດ້ວຍ​ໄຟ​ສາຍ ແລະ, ດ້ວຍ​ຄວາມ​ສະ​ຫຍອງ​ຂວັນ, ໄດ້​ເຫັນ​ຮ່າງ​ນ້ອຍໆ​ຂອງ​ເອັມ​ມະ​ລີ​ຕິດ​ຢູ່​ກ້ອງ​ລົດ​ຕູ້. ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຢ່າງ​ໝົດ​ຫວັງ, “ພວກ​ເຮົາ​ຕ້ອງ​ຍົກ​ລົດ​ຕູ້​ອອກ​ຈາກ​ເອັມ​ມະ​ລີ.” ຂ້າ​ພະ​ເຈົ້າ​ໄດ້​ຈັບ​ຫລັງ​ຄາ ແລະ ດຶງ​ກັບ. ມີ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ຄົນ​ເທົ່າ​ນັ້ນ​ທີ່​ມາ​ຍົກ, ແຕ່​ລົດ​ຕູ້​ກໍ​ໄດ້​ພິກ​ຄືນ​ສູ່​ລໍ້​ຂອງ​ມັນ​ຢ່າງ​ໜ້າ​ອັດ​ສະ​ຈັນ, ໂດຍ​ເຜີຍ​ຮ່າງ​ທີ່​ໄຮ້​ຊີ​ວິດ​ຂອງ​ເອັມ​ມະ​ລີ.

ເອັມ​ມະ​ລີ​ບໍ່​ຫາຍ​ໃຈ. ໃບ​ໜ້າ​ຂອງ​ນາງ​ເປັນ​ສີ​ໝາກ​ພຳ​ສີ​ມ່ວງ. ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, “ພວກ​ເຮົາ​ຕ້ອງ​ໃຫ້​ພອນ​ແກ່​ນາງ.” ເພື່ອນ​ທີ່​ຮັກ ແລະ ສະ​ມາ​ຊິກ​ຫວອດ ໄດ້​ຄຸ​ເຂົ່າ​ລົງ​ກັບ​ຂ້າ​ພະ​ເຈົ້າ, ແລະ ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ໄດ້​ສັ່ງ​ໃຫ້​ນາງ​ມີ​ຊີ​ວິດ. ທັນ​ໃດ​ນັ້ນ, ເອັມ​ມະ​ລີ​ກໍ​ໄດ້​ສູດ​ຫາຍ​ໃຈ​ຍາວໆ​ແຮງໆ.

ຫລັງ​ຈາກ​ເບິ່ງ​ຄື​ວ່າ​ຜ່ານ​ໄປ​ຫລາຍ​ຊົ່ວ​ໂມງ, ໃນ​ທີ່​ສຸດ ລົດ​ສຸກ​ເສີນ​ກໍ​ໄດ້​ມາ​ຮອດ. ເອັມ​ມະ​ລີ​ໄດ້​ຖືກ​ຟ້າວ​ເອົາ​ໄປ​ໂຮງ​ໝໍ. ນາງ​ປອດ​ຮົ່ວ ແລະ ເອັນ​ຢູ່​ຫົວ​ເຂົ່າ​ຂາດ. ມີ​ຄວາມ​ກັງ​ວົນ​ວ່າ​ສະ​ໝອງ​ຈະ​ເສຍ​ຫາຍ ຍ້ອນ​ຕອນ​ເວ​ລາ​ທີ່​ນາງ​ຂາດ​ອົກ​ຊີ​ເຈນ. ເອັມ​ມະ​ລີ​ໄດ້​ຢູ່​ໃນ​ອາ​ການ​ນອນ​ໝົດ​ສະ​ຕິ​ເປັນ​ເວ​ລາ​ມື້​ເຄິ່ງ. ພວກ​ເຮົາ​ໄດ້​ສືບ​ຕໍ່​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ເພື່ອ​ນາງ. ນາງ​ໄດ້​ຮັບ​ພອນ​ໃຫ້​ຫາຍ​ດີ​ເປັນ​ປົກ​ກະ​ຕິ. ທຸກ​ມື້​ນີ້, ເອັມ​ມະ​ລີ ແລະ ແຄ​ວິນ​ສາ​ມີ​ຂອງ​ນາງ, ເປັນ​ພໍ່​ແມ່​ຂອງ​ລູກ​ສາວ​ຫົກ​ຄົນ.

ຄົນ​ອື່ນໆ​ທຸກ​ຄົນ​ບໍ່​ໄດ້​ຮັບ​ບາດ​ເຈັບ​ຫຍັງ​ເລີຍ​ຢ່າງ​ໜ້າ​ອັດ​ສະ​ຈັນ. ລູກ​ນ້ອຍ​ທີ່​ລີ​ເນັດ​ໄດ້​ອູ້ມ​ທ້ອງ​ຢູ່​ນັ້ນ​ແມ່ນ ໄທ​ສັນ. ລາວ​ກໍ​ໄດ້​ລອດ​ພົ້ນ​ຈາກ​ອັນ​ຕະ​ລາຍ ແລະ ໄດ້​ເກີດ​ໃນ​ເດືອນ​ກຸມ​ພາ​ຕໍ່​ມາ. ແປດ​ເດືອນ​ຈາກ​ນັ້ນ, ຫລັງ​ຈາກ​ທີ່​ໄດ້​ຮັບ​ຮ່າງ​ກາຍ​ມະ​ຕະ​ຂອງ​ລາວ​ແລ້ວ, ໄທ​ສັນ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ລາວ​ເປັນ​ລູກ​ຊາຍ​ທູດ​ຜູ້​ພິ​ທັກ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຍັງ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ລາວ​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ ແລະ ຄອງ​ຄອຍ​ຖ້າ​ທີ່​ຈະ​ຢູ່​ກັບ​ລາວ​ອີກ​ຄັ້ງ.7

ຜູ້​ທີ່​ຍົກ​ລົດ​ຕູ້​ອອກ​ຈາກ​ເອັມ​ມະ​ລີ​ໄດ້​ສັງ​ເກດ​ວ່າ ລົດ​ຕູ້​ນັ້ນ​ບໍ່​ໄດ້​ໜັກ​ຫຍັງ​ເລີຍ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ທູດ​ສະ​ຫວັນ​ໄດ້​ມາ​ຮ່ວມ​ກັບ​ທູດ​ແຜ່ນ​ດິນ​ໂລກ ເພື່ອ​ຍົກ​ລົດ​ອອກ​ຈາກ​ຮ່າງ​ຂອງ​ເອັມ​ມະ​ລີ. ຂ້າ​ພະ​ເຈົ້າ​ຍັງ​ຮູ້​ອີກ​ວ່າ ເອັມ​ມະ​ລີ​ໄດ້​ຖືກ​ນຳ​ຄືນ​ມາ​ສູ່​ຊີ​ວິດ ໂດຍ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ນີ້​ໃຫ້​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ວ່າ: “ເຮົາ​ຈະ​ອອກ​ໜ້າ​ພວກ​ເຈົ້າ. ເຮົາ​ຈະ​ຢູ່​ທາງ​ເບື້ອງ​ຂວາ​ມື​ພວກ​ເຈົ້າ ແລະ ທາງ​ຊ້າຍ​ພວກ​ເຈົ້າ, ແລະ ວິນ​ຍານ​ຂອງ​ເຮົາ​ຈະ​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ, ແລະ ທູດ​ຂອງ​ເຮົາ​ຈະ​ອ້ອມ​ຮອບ​ພວກ​ເຈົ້າ​ໄວ້, ເພື່ອ​ຄ້ຳ​ຊູ​ພວກ​ເຈົ້າ.”8

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ “ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ, ຕາມ​ລະ​ບຽບ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ”9—ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ—ດ້ວຍ​ຂໍ​ກະ​ແຈ, ສິດ​ອຳ​ນາດ, ແລະ ອຳ​ນາດ​ຂອງ​ມັນ ໄດ້​ຖືກ​ຟື້ນ​ຟູ​ສູ່​ແຜ່ນ​ດິນ​ໂລກ​ແລ້ວ​ໃນ​ຍຸກ​ສຸດ​ທ້າຍ​ນີ້. ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຖິງ​ແມ່ນ​ວ່າ ບໍ່​ແມ່ນ​ສະ​ພາບ​ການ​ທັງ​ໝົດ​ຈະ​ເປັນ​ດັ່ງ​ທີ່​ເຮົາ​ຫວັງ ແລະ ອະ​ທິ​ຖານ​ຂໍ​ກໍ​ຕາມ, ການ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ​ຈະ​ມາ​ເຖິງ​ສະ​ເໝີ ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ເວ​ລາ​ຂອງ​ພຣະ​ອົງ, ແລະ ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ.

ຖ້າ​ຫາກ​ທ່ານ​ປາດ​ຖະ​ໜາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ລວມ​ທັງ​ການ​ອັດ​ສະ​ຈັນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ທູດ​ສະ​ຫວັນ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ຍ່າງ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ກຽມ​ໄວ້​ໃຫ້​ເຮົາ​ແຕ່​ລະ​ຄົນ. ສະ​ມາ​ຊິກ ແລະ ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຮັກ​ທ່ານ ຈະ​ຊ່ວຍ​ທ່ານ​ກ້າວ​ຕໍ່​ໄປ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຊົງ​ພຣະ​ຊົນ​ຢູ່ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ຜູ້​ທີ່​ດຳ​ລົງ ແລະ ໃຊ້​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມີ​ຈິງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ປິ່ນ​ປົວ​ເຮົາ, ກູ້​ເຮົາ​ຄືນ, ແລະ ພາ​ເຮົາ​ກັບ​ບ້ານ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ອັດ​ສະ​ຈັນ​ຍັງ​ບໍ່​ໝົດ​ໄປ, ທູດ​ສະ​ຫວັນ​ຢູ່​ທ່າມ​ກາງ​ພວກ​ເຮົາ, ແລະ ຟ້າ​ສະ​ຫວັນ​ກໍ​ເປີດ​ອອກ​ຢ່າງ​ແທ້​ຈິງ. ແລະ ໂອ້, ມັນ​ເປີດ​ອອກ​ຫລາຍ​ສໍ່າ​ໃດ! ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.