ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຊື່​ສັດ: ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຄວາມ​ຊື່​ສັດ: ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ

ການ​ໃຊ້​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ ຮຽກ​ຮ້ອງ​ໃຫ້​ເຮົາ​ຊື່​ສັດ​ຕໍ່​ພຣະ​ເຈົ້າ, ຕໍ່​ກັນ​ແລະ​ກັນ, ແລະ ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ໃນ​ບັ້ນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ໄດ້​ໄປ​ຍັງ​ພູ​ໝາກ​ກອກ​ເທດ ສູ່​ສວນ​ແຫ່ງ​ໜຶ່ງ​ຊື່​ວ່າ ເຄັດ​ເຊ​ມາ​ເນ ແລະ ໄດ້​ເຊື້ອ​ເຊີນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ລໍ​ຖ້າ.1 ບັດ​ນີ້​ເມື່ອ​ໄດ້​ຢູ່​ຄົນ​ດຽວ, ພຣະ​ອົງ​ໄດ້​ຮ້ອງ​ຂໍ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ວ່າ, “ຖ້າ​ເປັນ​ຄວາມ​ປະ​ສົງ​ຂອງ​ພຣະ​ອົງ​ແລ້ວ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນ​ທຸກ​ທໍ​ລະ​ມານ​ນີ້ ເລື່ອນ​ໄປ​ຈາກ​ລູກ​ທ້ອນ.”2 ໂດຍ​ທີ່​ຢູ່​ໃນ​ຄວາມ​ເຈັບ​ປວດ, ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ພຣະ​ອົງ, “ແມ່ນ​ແຕ່​ພຣະ​ເຈົ້າ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ທຸກ​ສິ່ງ​ທັງ​ປວງ, ຕ້ອງ​ສັ່ນ​ເພາະ​ຄວາມ​ເຈັບ​ປວດ, ແລະ ເລືອດ​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, … ແລະ ປາດ​ຖະ​ໜາ​ທີ່ [ພຣະ​ອົງ] ຈະ​ບໍ່​ຕ້ອງ​ດື່ມ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ, ແລະ ຢຸດ​ສະ​ຫງັກ​ຢູ່.”3 ເຖິງ​ຢ່າງ​ໃດ​ກໍ​ດີ ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ສິ້ນ​ຫວັງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ສະ​ຫງັກ​ຢູ່ ແຕ່ “ໄດ້​ຮັບ​ເອົາ ແລະ ໄດ້​ສຳ​ເລັດ​ການ​ຕຽມ​ຂອງ [ພຣະ​ອົງ] ເພື່ອ​ລູກ​ຫລານ​ມະ​ນຸດ.”4

ໃນ​ຖາ​ນະ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ບິ​ດາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ມີ​ອຳ​ນາດ​ເໜືອ​ຄວາມ​ຕາຍ, ຄວາມ​ເຈັບ​ປວດ, ແລະ ຄວາມ​ທຸກ​ທໍ​ລະ​ມານ ແຕ່​ບໍ່​ໄດ້​ສະ​ຫງັກ​ຢູ່. ພຣະ​ອົງ​ໄດ້​ບັນ​ລຸ​ພັນ​ທະ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ພຣະ​ບິ​ດາ​ຂອງ​ພຣະ​ອົງ ແລະ, ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ເຖິງ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ໂລກ ຊຶ່ງ​ເຮົາ​ກຳ​ລັງ​ຢູ່—ຄື ຄຸນ​ລັກ​ສະ​ນະ​ແຫ່ງ​ຄວາມ​ຊື່​ສັດ. ພຣະ​ອົງ​ໄດ້​ຊື່​ສັດ​ຕໍ່​ພຣະ​ເຈົ້າ, ຕໍ່​ພວກ​ເຮົາ​ແຕ່​ລະ​ຄົນ, ແລະ ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ.

ຄວາມ​ຊື່​ສັດ

ພຣະ​ເຢ​ຊູ​ຄຣິດ​ເປັນ​ແບບ​ຢ່າງ​ຂອງ​ເຮົາ. ການ​ໃຊ້​ຊີ​ວິດ​ດ້ວຍ​ຄວາມ​ຊື່​ສັດ ຮຽກ​ຮ້ອງ​ໃຫ້​ເຮົາ​ຊື່​ສັດ​ຕໍ່​ພຣະ​ເຈົ້າ, ຕໍ່​ກັນ​ແລະ​ກັນ, ແລະ ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ຄວາມ​ຊື່​ສັດ​ມາ​ຈາກ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ ທີ່​ໃຫ້​ຮັກ​ພຣະ​ເຈົ້າ. ເພາະ​ທ່ານ​ຮັກ​ພຣະ​ເຈົ້າ, ທ່ານ​ຈຶ່ງ​ຊື່​ສັດ​ຕໍ່​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ທ່ານ​ຈະ​ເຂົ້າ​ໃຈ​ວ່າ ມີ​ຖືກ ແລະ ຜິດ ແລະ ມີ​ຄວາມ​ຈິງ​ທີ່​ແນ່​ນອນ—ຄວາມ​ຈິງ​ຂອງ​ພຣະ​ເຈົ້າ. ຄວາມ​ຊື່​ສັດ​ໝາຍ​ຄວາມ​ວ່າ ເຮົາ​ບໍ່​ລົດ​ມາດ​ຕະ​ຖານ ຫລື ພຶດ​ຕິ​ກຳ​ຂອງ​ເຮົາ ເພື່ອ​ເຮັດ​ໃຫ້​ຜູ້​ອື່ນ​ປະ​ທັບ​ໃຈ ຫລື ເປັນ​ທີ່​ຍອມ​ຮັບ​ສຳ​ລັບ​ຜູ້​ອື່ນ.5 ທ່ານ “ເຮັດ​ແຕ່​ຄວາມ​ດີ” ແລະ “ໃຫ້​ຜົນ​ຮັບ​ມີ​ມາ​ເຖິງ​ທ່ານ.”6 ການ​ປັບ​ປຸງ​ລ່າ​ສຸດ​ຂອງ​ຄູ່​ມື​ຜູ້​ສອນ​ສາດ​ສະ​ໜາ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ໄດ້​ເພີ່ມ​ຄວາມ​ຊື່​ສັດ​ໃຫ້​ເປັນ​ຄຸນ​ລັກ​ສະ​ນະ​ໜຶ່ງ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ​ຢ່າງ​ສັງ​ເກດ​ເຫັນ​ໄດ້.7

ເມື່ອ​ຫລາຍ​ປີ​ກ່ອນ, ແອວ​ເດີ ອຸກ​ດອບ ໄດ້​ຮັບ​ມອບ​ໝາຍ​ໃຫ້​ຈັດ​ຕັ້ງ​ສະ​ເຕກ​ຂອງ​ພວກ​ເຮົາ​ໃໝ່. ໃນ​ລະ​ຫວ່າງ​ການ​ສຳ​ພາດ, ເພິ່ນ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ຄຳ​ຖາມ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ລືມ: “ເຄີຍ​ມີ​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່ ທີ່​ຖ້າ​ຫາກ​ຖືກ​ນຳ​ມາ​ສູ່​ສາ​ທາ​ລະ​ນະ​ຊົນ, ຈະ​ເຮັດ​ໃຫ້​ທ່ານ ຫລື ສາດ​ສະ​ໜາ​ຈັກ​ອັບ​ອາຍ?” ດ້ວຍ​ຄວາມ​ຕົກ​ຕະ​ລຶງ, ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໄລ່​ມາ​ຈົນ​ໝົດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ພະ​ຍາ​ຍາມ​ທີ່​ຈະ​ຈື່​ຊ່ວງ​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ອາດ​ບົກ​ພ່ອງ ແລະ ຖາມ​ຕົນ​ເອງ​ວ່າ, “ຖ້າ​ຄົນ​ອື່ນ​ຮູ້​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ, ພວກ​ເຂົາ​ຈະ​ຄິດ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າ ຫລື ສາດ​ສະ​ໜາ​ຈັກ​ແນວ​ໃດ?”

ໃນ​ຊ່ວງ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ແອວ​ເດີ ອຸກ​ດອບ ພຽງ​ແຕ່​ຖາມ​ກ່ຽວ​ກັບ​ຄວາມ​ມີ​ຄ່າ​ຄວນ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ວ່າ ແທ້​ຈິງ​ແລ້ວ ມັນ​ເປັນ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ຊື່​ສັດ. ຂ້າ​ພະ​ເຈົ້າ​ຊື່​ສັດ​ຕໍ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ນັບ​ຖື​ບໍ່? ໂລກ​ຈະ​ເຫັນ​ຄວາມ​ສອດ​ຄ່ອງ​ລະ​ຫວ່າງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ຂ້າ​ພະ​ເຈົ້າ​ບໍ່? ຄົນ​ອື່ນ​ຈະ​ເຫັນ​ພຣະ​ເຈົ້າ​ຜ່ານ​ທາງ​ການ​ປະ​ຕິ​ບັດ​ຕົນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່?

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ສິດ​ສອນ​ວ່າ, “ຄວາມ​ຊື່​ສັດ” ແມ່ນ “ຄວາມ​ເຕັມ​ໃຈ ແລະ ຄວາມ​ສາ​ມາດ​ໃນ​ການ​ໃຊ້​ຊີ​ວິດ​ຕາມ​ຄວາມ​ເຊື່ອ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ເຮົາ.”8

ຊື່​ສັດ​ຕໍ່​ພຣະ​ເຈົ້າ

ຊີ​ວິດ​ແຫ່ງ​ຄວາມ​ຊື່​ສັດ ຮຽກ​ຮ້ອງ​ໃຫ້​ເຮົາ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ກ່ອນ​ສິ່ງ​ອື່ນ​ໃດ.

ຈາກ​ໄວ​ເດັກ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຮຽນ​ຮູ້​ເລື່ອງ​ລາວ​ຂອງ​ດາ​ນີ​ເອນ​ໃນ​ຖໍ້າ​ສິງ. ດາ​ນີ​ເອນ​ໄດ້​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ສະ​ເໝີ. ໝູ່​ເພື່ອນ​ທີ່​ອິດ​ສາ​ເພິ່ນ “ກໍ​ພະ​ຍາ​ຍາມ​ຊອກ​ຈັບ​ຜິດ [ເພິ່ນ]”9 ແລະ ໄດ້​ອອກ​ດຳ​ລັດ​ທີ່​ບັງ​ຄັບ​ໃຫ້​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ. ດາ​ນີ​ເອນ​ໄດ້​ຮູ້​ກ່ຽວ​ກັບ​ດຳ​ລັດ​ນັ້ນ ແຕ່​ໄດ້​ກັບ​ບ້ານ ແລະ—ດ້ວຍ “ປ່ອງ​ຢ້ຽມ​ທີ່​ໄຂ​ໄວ້”10—ໄດ້​ຄຸ​ເຂົ່າ​ລົງ ແລະ ອະ​ທິ​ຖານ​ສາມ​ເທື່ອ​ຕໍ່​ມື້​ຫາ​ພຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣະ​ເອນ. ຜົນ​ກໍ​ຄື, ດາ​ນີ​ເອນ​ໄດ້​ຖືກ​ໂຍນ​ເຂົ້າ​ຖໍ້າ​ສິງ. ໃນ​ຕອນ​ເຊົ້າ, ກະ​ສັດ​ໄດ້​ພົບ​ວ່າ ພຣະ​ເຈົ້າ​ຂອງ​ດາ​ນີ​ເອນ​ໄດ້​ຊ່ວຍ​ກູ້​ເອົາ​ເພິ່ນ​ໄວ້ ແລະ ໄດ້​ອອກ​ດຳ​ລັດ​ໃໝ່​ວ່າ ທຸກ​ຄົນ​ຄວນ “ເຄົາ​ລົບ​ຢຳ​ເກງ​ຕໍ່​ໜ້າ​ພຣະ​ເຈົ້າ​ຂອງ​ດາ​ນີ​ເອນ: [ເພາະ] ພຣະ​ອົງ​ເປັນ​ພຣະ​ເຈົ້າ​ອົງ​ຊົງ​ຊີ​ວິດ​ຢູ່.”11

ກະ​ສັດ​ໄດ້​ຮູ້​ຈັກ​ພຣະ​ເຈົ້າ​ຜ່ານ​ທາງ​ຄວາມ​ຊື່​ສັດ​ຂອງ​ດາ​ນີ​ເອນ. ຄົນ​ອື່ນ​ເຫັນ​ພຣະ​ເຈົ້າ​ຜ່ານ​ທາງ—ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຮົາ. ເຊັ່ນ​ດຽວ​ກັບ​ດາ​ນີ​ເອນ, ການ​ທີ່​ຊື່​ສັດ​ຕໍ່​ພຣະ​ເຈົ້າ ຈະ​ຍິ່ງ​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ​ຈາກ​ໂລກ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຢໍ້າ​ເຕືອນ​ເຮົາ​ວ່າ, “ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ, ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”12 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແນະ​ນຳ​ວ່າ: “[ການ​ເອົາ​ຊະ​ນະ​ໂລກ] ໝາຍ​ເຖິງ​ການ​ເອົາ​ຊະ​ນະ​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ສົນ​ໃຈ​ເລື່ອງ​ຂອງ​ໂລກ​ນີ້​ຫລາຍ​ກວ່າ​ເລື່ອງ​ຂອງ​ພຣະ​ເຈົ້າ. ໝາຍ​ເຖິງ​ການ​ໄວ້​ວາງ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຫລາຍ​ກວ່າ​ປັດ​ຊະ​ຍາ​ຂອງ​ມະ​ນຸດ.”13 ເຊັ່ນ​ດຽວ​ກັນ, ເຮົາ​ຕ້ອງ​ຕ້ານ​ທານ​ການ​ລໍ້​ລວງ ເພື່ອ​ເດີນ​ໄປ “ໃນ​ເສັ້ນ​ທາງ [ຂອງ​ເຮົາ], ແລະ ຕາມ​ລັກ​ສະ​ນະ​ພຣະ​ເຈົ້າ [ຂອງ​ເຮົາ], ຊຶ່ງ​ລັກ​ສະ​ນະ​ນັ້ນ ເປັນ​ຄື​ກັນ​ກັບ​ລັກ​ສະ​ນະ​ຂອງ​ໂລກ.”14

ແຮງ​ດຶງ​ດູດ​ທີ່​ກົງ​ກັນ​ຂ້າມ​ຂອງ​ໂລກ​ນີ້ ແມ່ນ​ສ່ວນ​ສຳ​ຄັນ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ. ວິ​ທີ​ທີ່​ເຮົາ​ຕອບ​ສະ​ໜອງ​ຕໍ່​ການ​ດຶງ​ດູດ​ນັ້ນ ແມ່ນ​ແກ່ນ​ແທ້​ຂອງ​ສິ່ງ​ທີ່​ເຮົາ​ເປັນ—ຊຶ່ງ​ເປັນ​ຕົວ​ຊີ້​ວັດ​ຄວາມ​ຊື່​ສັດ​ຂອງ​ເຮົາ. ການ​ດຶງ​ດູດ​ທາງ​ໂລກ ສາ​ມາດ​ສົ່ງ​ຜົນ​ໂດຍ​ກົງ​ຕໍ່​ການ​ທຳ​ລາຍ​ຄວາມ​ຊື່​ສັດ​ໃນ​ການ​ແຕ່ງ​ງານ ຫລື ລະ​ອຽດ​ອ່ອນ​ພໍໆ​ກັບ​ການ​ໂພສຕ໌​ຄວາມ​ຄິດ​ທີ່​ບໍ່​ເປີດ​ເຜີຍ​ຊື່ ເພື່ອ​ວິ​ພາກ​ວິ​ຈານ​ຄຳ​ສອນ ຫລື ວັດ​ທະ​ນະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ. ການ​ໃຊ້​ຄວາມ​ຊື່​ສັດ​ໃນ​ການ​ເລືອກ​ຂອງ​ເຮົາ ແມ່ນ​ການ​ສະ​ແດງ​ອອກ​ພາຍ​ນອກ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ພາຍ​ໃນ ໃນ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ຊື່​ສັດ​ຕໍ່​ຜູ້​ອື່ນ

ດັ່ງ​ທີ່​ຄວາມ​ຊື່​ສັດ​ມາ​ຈາກ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ໃຫ້​ຮັກ​ພຣະ​ເຈົ້າ, ການ​ຊື່​ສັດ​ຕໍ່​ກັນ​ແລະ​ກັນ ມາ​ຈາກ​ຂໍ້​ທີ​ສອງ, ຄື​ໃຫ້​ຮັກ​ເພື່ອນ​ບ້ານ​ເໝືອນ​ດັ່ງ​ຕົນ​ເອງ. ຊີ​ວິດ​ແຫ່ງ​ຄວາມ​ຊື່​ສັດ ບໍ່​ແມ່ນ​ຊີ​ວິດ​ແຫ່ງ​ຄວາມ​ດີ​ພ້ອມ; ມັນ​ແມ່ນ​ຊີ​ວິດ​ຊຶ່ງ​ເຮົາ​ພະ​ຍາ​ຍາມ​ທຸກໆ​ມື້ ເພື່ອ​ທີ່​ຈະ​ຊື່​ສັດ​ຕໍ່​ພຣະ​ເຈົ້າ​ກ່ອນ​ສິ່ງ​ອື່ນ​ໃດ ແລະ ພາຍ​ໃນ​ບໍ​ລິ​ບົດ​ນັ້ນ ໃຫ້​ຊື່​ສັດ​ຕໍ່​ຜູ້​ອື່ນ. ປະ​ທານ​ໂອກສ໌​ຢໍ້າ​ເຕືອນ​ເຮົາ​ວ່າ, “ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ນີ້ ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ລືມ​ຂໍ້​ທຳ​ອິດ.”15

ໂລກ​ນີ້​ຕໍ່​ສູ້​ກັບ​ຄວາມ​ຊື່​ສັດ​ຂຶ້ນ​ເລື້ອຍໆ ໂດຍ​ການ​ກຳ​ນົດ​ກົດ​ເກນ​ການ​ປະ​ພຶດ ຫລື ກົດ​ຈັນ​ຍາ​ບັນ​ທີ່​ປົກ​ຄອງ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຄົນ​ທັງ​ຫລາຍ ແລະ ສະ​ຖາ​ບັນ. ຂະ​ນະ​ທີ່​ເປັນ​ສິ່ງ​ທີ່​ດີ, ໂດຍ​ທົ່ວ​ໄປ​ແລ້ວ ກົດ​ເຫລົ່າ​ນີ້​ບໍ່​ໄດ້​ຍຶດ​ຕິດ​ກັບ​ຄວາມ​ຈິງ​ທີ່​ສົມ​ບູນ ແລະ ມີ​ແນວ​ໂນ້ມ​ທີ່​ຈະ​ຄ່ອຍໆ​ປ່ຽນ​ແປງ​ຕາມ​ການ​ຍອມ​ຮັບ​ທາງ​ວັດ​ທະ​ນະ​ທຳ. ຄ້າຍ​ຄື​ກັນ​ກັບ​ຄຳ​ຖາມ​ທີ່​ຕັ້ງ​ໂດຍ ແອວ​ເດີ ອຸກ​ດອບ, ບາງ​ອົງ​ການ​ຝຶກ​ອົບ​ຮົມ​ພະ​ນັກ​ງານ​ໃຫ້​ພິ​ຈາ​ລະ​ນາ​ວ່າ ການ​ຕັດ​ສິນ​ໃຈ ຫລື ຂະ​ບວນ​ການ​ການ​ຕັດ​ສິນ​ໃຈ​ຈະ​ເປັນ​ແນວ​ໃດ ຖ້າ​ຖືກ​ເຜີຍ​ແຜ່​ອອນ​ລາຍ ຫລື ຢູ່​ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິມ​ລາຍ​ໃຫຍ່. ດັ່ງ​ທີ່​ສາດ​ສະ​ໜາ​ຈັກ​ອອກ​ມາ​ຈາກ​ຄວາມ​ບໍ່​ແຈ່ມ​ແຈ້ງ ແລະ ຄວາມ​ມືດ,16 ພວກ​ເຮົາ, ເຊັ່ນ​ດຽວ​ກັບ​ດາ​ນີ​ເອນ, ຕ້ອງ​ຢູ່​ເໜືອ​ຄວາມ​ຄາດ​ຫວັງ​ທາງ​ໂລກ ແລະ ກາຍ​ເປັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ທີ່​ແທ້​ຈິງ ແລະ ຊົງ​ພຣະ​ຊົນ​ຢູ່​ຕະ​ຫລອດ​ເວ​ລາ ແລະ ທຸກ​ແຫ່ງ​ຫົນ.17

ການ​ທີ່​ເວົ້າ​ວ່າ ເຮົາ​ຊື່​ສັດ​ນັ້ນ​ແມ່ນ​ບໍ່​ພຽງ​ພໍ ຖ້າ​ການ​ກະ​ທຳ​ຂອງ​ເຮົາ​ບໍ່​ສອດ​ຄ່ອງ​ກັບ​ຄຳ​ເວົ້າ​ຂອງ​ເຮົາ. ເຊັ່ນ​ດຽວ​ກັນ, ຄວາມ​ເມດ​ຕາ​ຂອງ​ຊາວ​ຄຣິດ ບໍ່​ແມ່ນ​ສິ່ງ​ທີ່​ມາ​ແທນ​ທີ່​ຄວາມ​ຊື່​ສັດ. ໃນ​ຖາ​ນະ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເຮົາ​ຕ້ອງ​ຢູ່​ເໜືອ​ການ​ຕຳ​ນິ​ຕິ​ເຕືອນ ແລະ ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕັ້ງ​ໄວ້.

ການ​ກະ​ທຳ​ດ້ວຍ​ຄວາມ​ຊື່​ສັດ ສ້າງ​ສັດ​ທາ ແລະ ຄວາມ​ໄວ້​ວາງ​ໃຈ ແລະ ເຮັດ​ໃຫ້​ຄົນ​ອື່ນ​ໝັ້ນ​ໃຈ​ວ່າ ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ໃນ​ສະ​ພາ​ຂອງ​ພວກ​ເຮົາ, ເຮົາ​ຕ້ານ​ທານ​ອິດ​ທິ​ພົນ​ພາຍ​ນອກ ແລະ ປະ​ຕິ​ບັດ​ຕາມ​ຂະ​ບວນ​ການ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ສະ​ແຫວງ​ຫາ​ຄວາມ​ຮູ້​ແຈ້ງ​ຈາກ​ຍິງ ແລະ ຊາຍ​ແຕ່​ລະ​ຄົນ ແລະ ກະ​ທຳ​ໃຫ້​ສອດ​ຄ່ອງ​ກັບ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ທີ່​ໄດ້​ຮັບ.18

ຈຸດ​ສຸມ​ຂອງ​ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຮົາ​ກໍ​ລະ​ມັດ​ລະ​ວັງ​ທີ່​ຈະ​ຫລີກ​ລ້ຽງ​ຈາກ​ການ​ກະ​ທຳ​ທີ່​ອາດ​ເບິ່ງ​ຄື​ວ່າ ເປັນ​ປະ​ໂຫຍດ​ໃຫ້​ກັບ​ຕົນ​ເອງ, ສ້າງ​ປະ​ໂຫຍດ​ແກ່​ຄອບ​ຄົວ​ຂອງ​ເຮົາ, ຫລື ເຫັນ​ຊອບ​ບາງ​ຄົນ​ບົນ​ຄວາມ​ທຸກ​ຂອງ​ຄົນ​ອື່ນ. ເຮົາ​ພະ​ຍາ​ຍາມ​ຫລີກ​ລ້ຽງ​ຈາກ​ການ​ຮັບ​ຮູ້​ໃດໆ​ວ່າ ການ​ກະ​ທຳ​ຂອງ​ເຮົາ​ອາດ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ກຽດ​ຕິ​ຍົດ​ຂອງ​ມະ​ນຸດ,19 ເພື່ອ​ຮັບ​ການ​ຍອມ​ຮັບ​ສ່ວນ​ຕົວ, ເພີ່ມ​ຈຳ​ນວນ​ຊົມ​ຊອບ, ຮັບ​ການ​ອ້າງ​ອີງ ຫລື ເຜີຍ​ແຜ່.

ຊື່​ສັດ​ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ

ທ້າຍ​ສຸດ​ນີ້, ຊີ​ວິດ​ແຫ່ງ​ຄວາມ​ຊື່​ສັດ ຮຽກ​ຮ້ອງ​ໃຫ້​ເຮົາ​ຊື່​ສັດ​ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ເຮົາ​ຮູ້​ຈັກ​ບາງ​ຄົນ​ທີ່​ບໍ່​ເປັນ​ເຊັ່ນ​ນັ້ນ. ບຸກ​ຄົນ​ນັ້ນ​ກໍ​ຄື ໂຄ​ຣິ​ຫໍ ຜູ້​ຕໍ່​ຕ້ານ​ພຣະ​ຄຣິດ, ຜູ້​ທີ່​ໄດ້​ນຳ​ພາ​ໃຈ​ຂອງ​ຫລາຍໆ​ຄົນ​ໃຫ້​ຫັນ​ໜີ​ໄປ, ໂດຍ​ຍຸ​ຍົງ “ຈິດ​ໃຈ​ແຫ່ງ​ກາມ​ມະ​ລົມ” ຂອງ​ພວກ​ເຂົາ.20 ແຕ່​ແລ້ວ, ໃນ​ຊ່ວງ​ເວ​ລາ​ສຸດ​ທ້າຍ​ຂອງ​ຊີ​ວິດ​ລາວ, ລາວ​ໄດ້​ສາ​ລະ​ພາບ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ຢູ່​ຕະ​ຫລອດ​ວ່າ ມັນ​ມີ​ພຣະ​ເຈົ້າ.”21 ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່່າ ການ​ເວົ້າ​ຕົວະ “ແມ່ນ​ກົງ​ກັນ​ຂ້າມ​ກັບ​ສະ​ພາບ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ,”22 ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ໂຄ​ຣິ​ຫໍ​ໄດ້​ຫລອກ​ຕົວ​ເອງ, ແລະ ຄວາມ​ຈິງ​ບໍ່​ໄດ້​ຢູ່​ໃນ​ລາວ.23

ກົງ​ກັນ​ຂ້າມ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ປະ​ກາດ​ຢ່າງ​ໝັ້ນ​ໃຈ​ວ່າ, “ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້ ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ຮູ້​ຄື​ກັນ ແລະ ຂ້າ​ພະ​ເຈົ້າ​ປະ​ຕິ​ເສດ​ມັນ​ບໍ່​ໄດ້.”24

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ໄຮ​ຣຳ ອ້າຍ​ຂອງ​ໂຈ​ເຊັບ “ເພາະ​ຄວາມ​ຊື່​ສັດ​ຂອງ​ໃຈ​ລາວ.”25 ເພິ່ນ ແລະ ໂຈ​ເຊັບ ຍັງ​ຄົງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ—ຊື່​ສັດ​ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ພວກ​ເພິ່ນ, ຕໍ່​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ທີ່​ພວກ​ເພິ່ນ​ໄດ້​ຮັບ, ແລະ ຊື່​ສັດ​ຕໍ່​ຕົວ​ເອງ​ທີ່​ພວກ​ເພິ່ນ​ຮູ້​ວ່າ​ພວກ​ເພິ່ນ​ຈະ​ສາ​ມາດ​ເປັນ​ໄດ້.

ສະ​ຫລຸບ

ຂໍ​ໃຫ້​ເຮົາ​ທຳ​ຕົນ​ເອງ “ໃຫ້​ເຂົ້າ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ”26 ແລະ ພັດ​ທະ​ນາ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ​ແຫ່ງ​ຄວາມ​ຊື່​ສັດ. ຂໍ​ໃຫ້​ເຮົາ​ເຮັດ​ຕາມ​ຜູ້​ທີ່​ເປັນ​ແບບ​ຢ່າງ​ຂອງ​ເຮົາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລະ ບໍ່​ສະ​ຫງັກ ແຕ່​ໃຊ້​ຊີ​ວິດ​ທີ່​ຊື່​ສັດ​ຕໍ່​ພຣະ​ເຈົ້າ, ຕໍ່​ກັນ​ແລະ​ກັນ, ແລະ ຕໍ່​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ດັ່ງ​ທີ່​ໂຢບ​ໄດ້​ກ່າວ​ໄວ້, “ຂ້ອຍ​ໃຫ້​ພຣະ​ເຈົ້າ​ຊັ່ງ​ເບິ່ງ​ໂດຍ​ຕາ​ຊິງ​ອັນ​ທ່ຽງ​ທຳ ພຣະ​ອົງ​ກໍ​ຈະ​ໄດ້​ຮູ້​ຈັກ​ວ່າ​ຂ້ອຍ​ສັດ​ຊື່​ສໍ່າ​ໃດ​ແທ້.”27 ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.