ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ

ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແຫວງ​ຫາ ແລະ ພົບ​ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ ຊຶ່ງ​ມາ​ຈາກ​ການ​ອຸ​ທິດ​ຊີ​ວິດ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເປັນ​ເວ​ລາ​ສາມ​ທົດ​ສະ​ວັດ​ນີ້. ໃນ​ຊ່ວງ​ເວ​ລາ​ນັ້ນ, ຫລາຍ​ຄົນ​ທົ່ວ​ໂລກ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຂ່າວ​ສານ​ເຫລົ່າ​ນີ້. ເມື່ອ​ບໍ່​ດົນ​ມາ​ນີ້, ຄຳ​ຖາມ​ໜຶ່ງ​ໂດຍ​ສະ​ເພາະ​ໄດ້​ຖືກ​ຖາມ​ເລື້ອຍໆ. ມັນ​ຈະ​ເປັນ​ປະ​ມານ​ນີ້: “ແອວ​ເດີ ອຸກ​ດອບ, ຂ້າ​ນ້ອຍ​ໄດ້​ຕັ້ງ​ໃຈ​ຟັງ​ຄຳ​ປາ​ໄສ​ເທື່ອ​ແລ້ວ​ນີ້​ຂອງ​ທ່ານ, ແຕ່ … ຂ້າ​ນ້ອຍ​ບໍ່​ໄດ້​ຍິນ​ຫຍັງ​ກ່ຽວ​ກັບ​ການ​ບິນ​ເລີຍ.”

ແລ້ວ, ຫລັງ​ຈາກ​ມື້​ນີ້, ຂ້າ​ພະ​ເຈົ້າ​ອາດ​ຈະ​ບໍ່​ໄດ້​ຍິນ​ຄຳ​ຖາມ​ນັ້ນ​ຊົ່ວ​ໄລ​ຍະ​ໜຶ່ງ.

ເລື່ອງ “​ເມກ​ຕາ​ເວັນ​ທີ່​ແຍກ​ຈາກ​ດວງ​ອາ​ທິດ”1

ບໍ່​ໜ້າ​ເຊື່ອ​ວ່າ ເມື່ອ 120 ປີ​ກ່ອນ ວິວ​ເບີ ແລະ ອໍ​ວຽວ ວະ​ໄຣ້ ໄດ້​ຂຶ້ນ​ບິນ ແລະ ບິນ​ຜ່ານ​ຫາດ​ຊາຍ​ຢູ່ ຄິ​ດີ ຮ໊ອກ, ລັດ​ນອດ​ຄາ​ໂຣ​ໄລ​ນາ ເປັນ​ເທື່ອ​ທຳ​ອິດ. ຖ້ຽວ​ບິນ​ໄລ​ຍະ​ສັ້ນ​ສີ່​ຖ້ຽວ​ໃນ​ວັນ​ນັ້ນ ຂອງ​ເດືອນ​ທັນ​ວາ ໄດ້​ປ່ຽນ​ໂລກ ແລະ ເປີດ​ປະ​ຕູ ໃນ​ສິ່ງ​ປະ​ດິດ​ຄິດ​ສ້າງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ໂລກ.

ການ​ບິນ​ມີ​ຄວາມ​ສ່ຽງ​ໃນ​ຍຸກ​ເລີ່ມ​ຕົ້ນ​ເຫລົ່າ​ນັ້ນ. ພວກ​ອ້າຍ​ນ້ອງ​ເຂົາ​ເຈົ້າ​ຮູ້​ເລື່ອງ​ນີ້. ແລະ ມິວ​ຕັນ ພໍ່​ຂອງ​ເຂົາ​ເຈົ້າ​ກໍ​ຮູ້​ເຊັ່ນ​ກັນ. ຕາມ​ຈິງ​ແລ້ວ, ລາວ​ຢ້ານ​ທີ່​ສຸດ​ວ່າ​ຈະ​ສູນ​ເສຍ​ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ລາວ ຈາກ​ອຸ​ບັດ​ຕິ​ເຫດ​ທາງ​ເຄື່ອງ​ບິນ ຈົນ​ເຂົາ​ເຈົ້າ​ສັນ​ຍາ​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ບິນ​ນຳ​ກັນ​ຈັກ​ເທື່ອ.

ແລະ ເຂົາ​ເຈົ້າ​ກໍ​ບໍ່​ເຄີຍ​ເຮັດ​ເລີຍ—ຍົກ​ເວັ້ນ​ຄັ້ງ​ດຽວ. ເຈັດ​ປີ​ຫລັງ​ຈາກ​ວັນ​ແຫ່ງ​ປະ​ຫວັດ​ສາດ​ນັ້ນ​ຢູ່​ທີ່ ຄິ​ດີ ຮ໊ອກ, ໃນ​ທີ່​ສຸດ ມິວ​ຕັນ ວະ​ໄຣ້ ໄດ້​ຍິນ​ຍອມ ແລະ ເບິ່ງ ວິວ​ເບີ ແລະ ອໍ​ວຽວ ຂັບ​ຍົນ​ນຳ​ກັນ​ເປັນ​ເທື່ອ​ທຳ​ອິດ. ຫລັງ​ຈາກ​ຍົນ​ລົງ, ອໍ​ວຽວ​ໄດ້​ເກ້ຍ​ກ່ອມ​ໃຫ້​ພໍ່​ຂອງ​ລາວ​ຂີ່​ຍົນ​ເປັນ​ເທື່ອ​ທຳ​ອິດ ແລະ ຖ້ຽວ​ດຽວ​ຂອງ​ລາວ ເພື່ອ​ສຳ​ຜັດ​ດ້ວຍ​ຕົວ​ເອງ.

ຂະ​ນະ​ທີ່​ຍົນ​ບິນ​ຂຶ້ນ​ຈາກ​ພື້ນ​ດິນ, ມິວ​ຕັນ ຜູ້​ອາ​ຍຸ 82 ປີ ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ໃນ​ການ​ບິນ ຈົນ​ວ່າ​ຄວາມ​ຢ້ານ​ກົວ​ທັງ​ໝົດ​ໄດ້​ຫາຍ​ໄປ. ອໍ​ວຽວ​ປິ​ຕິ​ຍິນ​ດີ ໃນ​ຂະ​ນະ​ທີ່​ພໍ່​ຂອງ​ລາວ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ດີ​ໃຈ​ວ່າ, “ສູງ​ຂຶ້ນ, ອໍ​ວຽວ, ​ສູງ​ຂຶ້ນ!”2

ນີ້​ຄື​ຜູ້​ຊາຍ​ທີ່​ມັກ​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ!

ບາງ​ທີ​ເຫດ​ຜົນ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ເຖິງ​ການ​ບິນ​ເປັນ​ບາງ​ຄັ້ງ​ຄາວ ກໍ​ເພາະ​ຂ້າ​ພະ​ເຈົ້າ​ຮູ້​ບາງ​ຢ່າງ​ທີ່​ພໍ່​ລູກ​ວະ​ໄຣ້​ຮູ້​ສຶກ. ຂ້າ​ພະ​ເຈົ້າ​ກໍ​ຄື​ກັນ “ໄດ້​ຫລຸດ​ພົ້ນ​ຈາກ​ແຮງ​ໂນ້ມ​ຖ່ວງ​ຂອງ​ໂລກ ແລະ ເຊີ່ນ​ໄປ​ຢ່າງ​ງ່າຍ​ດາຍ​ໃນ​ທ້ອງ​ຟ້າ ພ້ອມ​ກັບ​ສຽງ​ຫົວ​ມ່ວນ​ຂອງ​ປີກ​ຍົນ​ສີ​ເງິນ.”3

ຖ້ຽວ​ບິນ​ທຳ​ອິດ​ຂອງ​ອ້າຍ​ນ້ອງ​ວະ​ໄຣ້, ຊຶ່ງ​ໄດ້​ເກີດ​ຂຶ້ນ​ເມື່ອ 37 ປີ ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ເກີດ, ໄດ້​ເປີດ​ປະ​ຕູ​ແຫ່ງ​ການ​ຜະ​ຈົນ​ໄພ, ຄວາມ​ມະ​ຫັດ​ສະ​ຈັນ, ແລະ ຄວາມ​ຊື່ນ​ຊົມ​ອັນ​ບໍ​ລິ​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ແລະ ເຖິງ​ປານ​ນັ້ນ, ເຖິງ​ແມ່ນ​ຄວາມ​ຊື່ນ​ຊົມ​ນັ້ນ​ໜ້າ​ອັດ​ສະ​ຈັນ, ແຕ່​ກໍ​ຍັງ​ມີ​ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ​ນັ້ນ​ອີກ. ມື້​ນີ້, ດ້ວຍ​ວິນ​ຍານ​ແຫ່ງ​ສຽງ​ຮ້ອງ​ດ້ວຍ​ຄວາມ​ຍິນ​ດີ​ຂອງ ມິວ​ຕັນ ວະ​ໄຣ້ ທີ່​ວ່າ, “ສູງ​ຂຶ້ນ, ອໍ​ວຽວ, ສູງ​ຂຶ້ນ,” ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ—ມັນ​ມາ​ຈາກ​ໃສ, ມັນ​ເຂົ້າ​ມາ​ໃນ​ໃຈ​ໄດ້​ແນວ​ໃດ, ແລະ ເຮົາ​ຈະ​ປະ​ສົບ​ກັບ​ມັນ​ໃນ​ລະ​ດັບ​ຍິ່ງ​ໃຫຍ່​ກວ່າ​ໄດ້​ແນວ​ໃດ.

ເປົ້າ​ໝາຍ​ທັງ​ໝົດ​ຂອງ​ການ​ເປັນ​ຢູ່​ຂອງ​ມະ​ນຸດ

ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ໃຜໆ​ກໍ​ຢາກ​ມີ​ຄວາມ​ສຸກ.4 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ ບໍ່​ແມ່ນ​ທຸກ​ຄົນ​ທີ່​ມີ​ຄວາມ​ສຸກ. ໜ້າ​ເສຍ​ດາຍ, ເບິ່ງ​ຄື​ວ່າ​ສຳ​ລັບ​ຫລາຍ​ຄົນ, ຄວາມ​ສຸກ​ນັ້ນ​ແມ່ນ​ຫາ​ໄດ້​ຍາກ.5

ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ຖ້າ​ຫາກ​ຄວາມ​ສຸກ​ເປັນ​ສິ່ງ​ໜຶ່ງ​ທີ່​ມະ​ນຸດ​ເຮົາ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ, ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຊອກ​ຫາ​ມັນ? ເພື່ອ​ຖອດ​ຂໍ້​ຄວາມ​ຂອງ​ບົດ​ເພງ​ລູກ​ທົ່ງ ບາງ​ທີ​ເຮົາ​ອາດ​ຊອກ​ຫາ​ຄວາມ​ຊື່ນ​ຊົມ​ຜິດ​ບ່ອນ.6

ເຮົາ​ຈະ​ພົບ​ຄວາມ​ສຸກ​ໄດ້​ຢູ່​ໃສ?

ກ່ອນ​ທີ່​ເຮົາ​ຈະ​ກ່າວ​ເຖິງ​ວິ​ທີ​ຊອກ​ຫາ​ຄວາມ​ຊື່ນ​ຊົມ, ຂ້າ​ພະ​ເຈົ້າ​ຂໍ​ຍອມ​ຮັບ​ວ່າ ພາ​ວະ​ຊຶມ​ເສົ້າ ແລະ ບັນ​ຫາ​ທາງ​ຈິດ​ໃຈ ແລະ ອາ​ລົມ​ທີ່​ທ້າ​ທາຍ​ແມ່ນ​ມີ​ຈິງ, ແລະ ຄຳ​ຕອບ​ບໍ່​ແມ່ນ​ພຽງ​ແຕ່ “ພະ​ຍາ​ຍາມ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ.” ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ບໍ່​ແມ່ນ​ການ​ເຮັດ​ໃຫ້​ບັນ​ຫາ​ສຸ​ຂະ​ພາບ​ຈິດ​ລົດ​ລົງ ຫລື ເປັນ​ເລື່ອງ​ເລັກ​ນ້ອຍ. ຖ້າ​ຫາກ​ທ່ານ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ເປັນ​ທຸກ​ກັບ​ທ່ານ, ແລະ ຂ້າ​ພະ​ເຈົ້າ​ຢືນ​ຢູ່​ຂ້າງ​ທ່ານ. ສຳ​ລັບ​ບາງ​ຄົນ, ການ​ຊອກ​ຫາ​ຄວາມ​ຊື່ນ​ຊົມ ອາດ​ລວມ​ທັງ​ການ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຜູ້​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ຈິດ ທີ່​ຜ່ານ​ການ​ຝຶກ​ອົບ​ຮົມ ຜູ້​ອຸ​ທິດ​ຊີ​ວິດ​ໃຫ້​ກັບ​ການ​ຝຶກ​ສິ​ລະ​ປະ​ທີ່​ສຳ​ຄັນ​ຫລາຍ​ຂອງ​ເຂົາ​ເຈົ້າ. ເຮົາ​ຄວນ​ຂອບ​ໃຈ​ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ​ດັ່ງ​ກ່າວ.

ຊີ​ວິດ​ບໍ່​ແມ່ນ​ລຳ​ດັບ​ທາງ​ອາ​ລົມ​ສູງ​ທີ່​ບໍ່​ມີ​ສິ້ນ​ສຸດ. “ເພາະ​ມັນ​ຈຳ​ເປັນ​ວ່າ ຕ້ອງ​ມີ​ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ.”7 ແລະ ຖ້າ​ຫາກ​ພຣະ​ເຈົ້າ ພຣະ​ອົງ​ເອງ​ຊົງ​ກັນ​ແສງ, ດັ່ງ​ທີ່​ພຣະ​ຄຳ​ພີ​ຢືນ​ຢັນ​ວ່າ​ພຣະ​ອົງ​ໄດ້​ກັນ​ແສງ,8 ແລ້ວ​ແນ່​ນອນ​ວ່າ​ທ່ານ ແລະ ຂ້າ​ພະ​ເຈົ້າ​ກໍ​​ຈະ​ຮ້ອງ​ໄຫ້​ເຊັ່ນ​ກັນ. ຄວາມ​ຮູ້​ສຶກ​ໂສກ​ເສົ້າ​ບໍ່​ແມ່ນ​ສັນ​ຍານ​ຂອງ​ຄວາມ​ລົ້ມ​ເຫລວ. ໃນ​ຊີ​ວິດ​ນີ້, ຄວາມ​ຊື່ນ​ຊົມ ແລະ ຄວາມ​ໂສກ​ເສົ້າ​ເປັນ​ເພື່ອນ​ທີ່​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.9 ເຊັ່ນ​ດຽວ​ກັບ​ທ່ານ​ທຸກ​ຄົນ, ຂ້າ​ພະ​ເຈົ້າ​​ກໍ​ເຄີຍ​ມີ​ຄວາມ​ຜິດ​ຫວັງ, ຄວາມ​ໂສກ​ເສົ້າ, ແລະ ເສຍ​ໃຈ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ກໍ​ເຄີຍ​ປະ​ສົບ​ກັບ​ອາ​ລຸນ​ອັນ​ຮຸ່ງ​ໂລດ ຊຶ່ງ​ເຕີມ​ເຕັມ​ຈິດ​ວິນ​ຍານ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ເລິກ​ເຊິ່ງ ຈົນ​ບໍ່​ອາດ​ຮັກ​ສາ​ໄວ້​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ພົບ​ດ້ວຍ​ຕົນ​ເອງ​ວ່າ ຄວາມ​ໝັ້ນ​ໃຈ​ອັນ​ສະ​ຫງົບ​ນີ້ ມາ​ຈາກ​ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ອົງ.

ສັນ​ຕິ​ສຸກ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ແກ່​ເຮົາ​ບໍ່​ເໝືອນ​ທີ່​ໂລກ​ໃຫ້.10 ມັນ​ດີ​ກວ່າ. ມັນ​ສູງ​ກວ່າ ແລະ ສັກ​ສິດ​ກວ່າ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຝ່າຍ​ເຮົາ​ໄດ້​ມາ ເພື່ອ​ເຂົາ​ຈະ​ໄດ້​ມີ​ຊີ​ວິດ, ແລະ ຈະ​ໄດ້​ຊີ​ວິດ​ຢ່າງ​ຄົບ​ບໍ​ລິ​ບູນ.”11

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ “ຂ່າວ​ທີ່​ນຳ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ອັນ​ໃຫຍ່​ມາ” ແທ້ໆ!12 ມັນ​ເປັນ​ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ​ທີ່​ທຽບ​ບໍ່​ໄດ້! ເປັນ​ຂ່າວ​ສານ​ຂອງ​ການ​ແບກ​ແອກ ແລະ ການ​ຍົກ​ພາ​ລະ.13 ເປັນ​ການ​ລວມ​ແສງ. ເປັນ​ຄວາມ​ໂປດ​ປານ​ຈາກ​ສະ​ຫວັນ, ຄວາມ​ເຂົ້າ​ໃຈ​ທີ່​ສູງ​ກວ່າ, ພັນ​ທະ​ສັນ​ຍາ​ທີ່​ສູງ​ກວ່າ, ຄວາມ​ປອດ​ໄພ​ນິ​ລັນ​ດອນ, ແລະ ລັດ​ສະ​ໝີ​ພາບ​ອັນ​ເປັນ​ນິດ!

ຄວາມ​ຊື່ນ​ຊົມ​ຄື​ຈຸດ​ປະ​ສົງ​ແທ້ໆ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ທ່ານ​ຖືກ​ສ້າງ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ນີ້—“ເພື່ອ [ທ່ານ] ຈະ​ໄດ້​ມີ​ຄວາມ​ສຸກ”!14 ທ່ານ​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ສິ່ງ​ນີ້!

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ບໍ່​ໄດ້​ເຊື່ອງ​ຊ້ອນ​ເສັ້ນ​ທາງ​ໄປ​ສູ່​ຄວາມ​ສຸກ. ມັນ​ບໍ່​ໄດ້​ເປັນ​ຄວາມ​ລັບ. ມັນ​ແມ່ນ​ສຳ​ລັບ​ທຸກ​ຄົນ!15

ມັນ​ໄດ້​ຖືກ​ສັນ​ຍາ​ໄວ້​ກັບ​ຜູ້​ທີ່​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ເຮັດ​ຕາມ​ຄຳ​ສອນ ແລະ ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ. ຊ່າງ​ເປັນ​ຄຳ​ສັນ​ຍາ​ທີ່​ໂດດ​ເດັ່ນ​ແທ້ໆ!

ພຣະ​ເຈົ້າ​ມີ​ສິ່ງ​ທີ່​ຈະ​ສະ​ເໜີ​ມອບ​ໃຫ້​ຫລາຍ​ກວ່າ​ນີ້

ເຮົາ​ທຸກ​ຄົນ​ຮູ້​ຈັກ​ຄົນ​ທີ່​ເວົ້າ​ວ່າ ພວກ​ເຂົາ​ບໍ່​ຕ້ອງ​ການ​ພຣະ​ເຈົ້າ ເພື່ອ​ທີ່​ຈະ​ມີ​ຄວາມ​ສຸກ, ພວກ​ເຂົາ​ມີ​ຄວາມ​ສຸກ​ພຽງ​ພໍ​ໂດຍ​ບໍ່​ມີ​ສາດ​ສະ​ໜາ.

ຂ້າ​ພະ​ເຈົ້າ​ຮັບ​ຮູ້ ແລະ ເຄົາ​ລົບ​ຄວາມ​ຮູ້​ສຶກ​ເຫລົ່າ​ນີ້. ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ​ຕ້ອງ​ການ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ມີ​ຄວາມ​ສຸກ​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້, ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້​ເຮັດ​ໃຫ້​ໂລກ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ສວຍ​ງາມ, ຄວາມ​ພໍ​ໃຈ​ທີ່​ເປັນ​ປະ​ໂຫຍດ ແລະ ເບີກ​ບານ, “ທັງ​ເພື່ອ​ເປັນ​ສິ່ງ​ປະ​ທັບ​ຕາ ແລະ ຍິນ​ດີ​ໃນ​ໃຈ​ນຳ​ອີກ.”16 ສຳ​ລັບ​ຂ້າ​ພະ​ເຈົ້າ, ການ​ບິນ​ໄດ້​ນຳ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ມາ​ໃຫ້. ຄົນ​ອື່ນ​ພົບ​ຄວາມ​ສຸກ​ໃນ​ດົນ​ຕີ, ໃນ​ສິ​ລະ​ປະ, ໃນ​ວຽກ​ອະ​ດິ​ເລກ, ຫລື ໃນ​ທຳ​ມະ​ຊາດ.

ໂດຍ​ການ​ເຊື້ອ​ເຊີນ​ທຸກ​ຄົນ ແລະ ການ​ແບ່ງ​ປັນ​ຂ່າວ​ປະ​ເສີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລື່ອງ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່, ເຮົາ​ບໍ່​ໄດ້​ມອງ​ຂ້າມ​ແຫລ່ງ​ຄວາມ​ຊື່ນ​ຊົມ​ເຫລົ່າ​ນີ້. ເຮົາ​ພຽງ​ເວົ້າ​ວ່າ ພຣະ​ເຈົ້າ​ມີ​ຫລາຍ​ກວ່າ​ນີ້​ທີ່​ຈະ​ປະ​ທານ​ໃຫ້. ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ ແລະ ເລິກ​ເຊິ່ງ​ກວ່າ—ຄວາມ​ຊື່ນ​ຊົມ​ທີ່​ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໂລກ​ນີ້​ສະ​ເໜີ​ມອບ​ໃຫ້. ມັນ​ແມ່ນ​ຄວາມ​ຊື່ນ​ຊົມ​ທີ່​ທົນ​ກັບ​ຄວາມ​ເຈັບ​ປວດ​ໃຈ, ຊຶມ​ເຂົ້າ​ໄປ​ໃນ​ຄວາມ​ໂສກ​ເສົ້າ, ແລະ ຫລຸດ​ຜ່ອນ​ຄວາມ​ໂດດ​ດ່ຽວ.

ຄວາມ​ຊື່ນ​ຊົມ​ທາງ​ໂລກ, ໃນ​ທາງ​ກົງ​ກັນ​ຂ້າມ, ບໍ່​ຄົງ​ທີ່. ມັນ​ບໍ່​ສາ​ມາດ. ເປັນ​ທຳ​ມະ​ຊາດ​ຂອງ​ສາ​ລະ​ພັດ​ສິ່ງ​ໃນ​ໂລກ​ທີ່​ຈະ​ແກ່, ເສື່ອມ​ໂຊມ, ເກົ່າ​ຫ້ຽນ, ຫລື ຈືດ​ຈາງ. ແຕ່​ຄວາມ​ຊື່ນ​ຊົມ​ຢ່າງ​ພຣະ​ເຈົ້າ​ແມ່ນ​ນິ​ລັນ​ດອນ, ເພາະ​ພຣະ​ເຈົ້າ​ເປັນ​ນິ​ລັນ​ດອນ. ພຣະ​ເຢ​ຊູ​ຄຣິດ​ໄດ້​ສະ​ເດັດ​ມາ​ເພື່ອ​ຍົກ​ເຮົາ​ອອກ​ຈາກ​ທາງ​ໂລກ ແລະ ແທນ​ຄວາມ​ເສື່ອມ​ຊາມ ດ້ວຍ​ຄວາມ​ສະ​ອາດ​ບໍ​ລິ​ສຸດ. ພຽງ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ມີ​ອຳ​ນາດ​ນັ້ນ, ແລະ ພຽງ​ແຕ່​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຄົງ​ຢູ່​ຕະ​ຫລອດ​ໄປ.

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ອາດ​ຈະ​ມີ​ຄວາມ​ຊື່ນ​ຊົມ​ແບບ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ໃນ​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ເສັ້ນ​ທາງ​ຂອງ​ພຣະ​ອົງ. ມັນ​ແມ່ນ​ການ​ເດີນ​ທາງ​ແຫ່ງ​ຊີ​ວິດ—ແລະ ຕໍ່​ຈາກ​ນີ້. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ສອງ​ສາມ​ຂັ້ນ​ຕອນ​ໃນ​ການ​ເດີນ​ທາງ​ທີ່​ກຸ້ມ​ຄ່າ ໃນ​ການ​ຄົ້ນ​ພົບ​ຄວາມ​ຊື່ນ​ຊົມ​ອັນ​ບໍ​ລິ​ສຸດ.

ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ17

ທ່ານ​ຈື່​ຜູ້​ຍິງ​ໃນ​ພຣະ​ຄຳ​ພີ​ໃໝ່​ທີ່​ອົດ​ທົນ​ກັບ​ການ​ເປັນ​ພະ​ຍາດ​ເລືອດ​ຕົກ​ເປັນ​ເວ​ລາ 12 ປີ​ໄດ້​ບໍ?18 ນາງ​ໄດ້​ໃຊ້​ຊັບ​ສິນ​ທັງ​ໝົດ​ທີ່​ນາງ​ມີ​ກັບ​ການ​ປິ່ນ​ປົວ, ແຕ່​ມັນ​ກັບ​ຮ້າຍ​ແຮງ​ຂຶ້ນ​ກວ່າ​ເກົ່າ. ນາງ​ໄດ້​ຍິນ​ເລື່ອງ​ພຣະ​ເຢ​ຊູ, ອຳ​ນາດ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ. ແຕ່​ພຣະ​ອົງ​ຈະ​ປິ່ນ​ປົວ​ນາງ​ໄດ້​ຫລື​ບໍ່? ແລະ ນາງ​ຈະ​ເຂົ້າ​ໃກ້​ພຣະ​ອົງ​ໄດ້​ແນວ​ໃດ? ຄວາມ​ເຈັບ​ປ່ວຍ​ຂອງ​ນາງ​ເຮັດ​ໃຫ້​ນາງ “ບໍ່​ສະ​ອາດ” ອີງ​ຕາມ​ກົດ​ຂອງ​ໂມ​ເຊ, ແລະ ດັ່ງ​ນັ້ນ​ນາງ​ຈຶ່ງ​ຕ້ອງ​ຢູ່​ຫ່າງໆ​ຈາກ​ຄົນ​ອື່ນ.19

ການ​ເຂົ້າ​ຫາ​ພຣະ​ອົງ​ຢ່າງ​ເປີດ​ເຜີຍ ແລະ ຂໍ​ໃຫ້​ປິ່ນ​ປົວ ຄົງ​ຈະ​ເປັນ​ໄປ​ບໍ່​ໄດ້.

ເຖິງ​ປານ​ນັ້ນ, ນາງ​ກໍ​ຍັງ​ຄິດ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງ​ແຕ່​ເຄື່ອງ​ນຸ່ງ​ຂອງ​ເພິ່ນ​ເທົ່າ​ນັ້ນ, ເຮົາ​ກໍ​ຈະ​ດີ​ພະ​ຍາດ.”20

ໃນ​ທີ່​ສຸດ, ສັດ​ທາ​ຂອງ​ນາງ​ກໍ​ຊະ​ນະ​ຄວາມ​ຢ້ານ​ກົວ​ຂອງ​ນາງ. ນາງ​ກ້າ​ຕໍ່​ຄຳ​ຕຳ​ໜິ​ຂອງ​ຄົນ​ອື່ນ ແລະ ໄດ້​ມຸ້ງ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ທີ່​ສຸດ, ນາງ​ກໍ​ຢູ່​ບໍ່​ໄກ​ເກີນ​ເອື້ອມ. ນາງ​ໄດ້​ຍື່ນ​ມື​ອອກ​ໄປ.

ແລະ ນາງ​ກໍ​ຫາຍ​ເປັນ​ປົກ​ກະ​ຕິ.

ເຮົາ​ທຸກ​ຄົນ​ບໍ່​ຄື​ກັບ​ຜູ້​ຍິງ​ຄົນ​ນີ້​ບໍ?

ອາດ​ມີ​ຫລາຍ​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ລັງ​ເລ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຮົາ​ອາດ​ຈະ​ປະ​ເຊີນ​ກັບ​ການ​ເຍາະ​ເຍີ້ຍ ຫລື ການ​ກ່າວ​ໂທດ​ຈາກ​ຄົນ​ອື່ນ. ໃນ​ຄວາມ​ທະ​ນົງ​ຕົວ, ເຮົາ​ອາດ​ຈະ​ປະ​ຕິ​ເສດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ບາງ​ສິ່ງ​ທີ່​ງ່າຍໆ ທີ່​ມີ​ຄຸນ​ຄ່າ​ຫລາຍ. ເຮົາ​ອາດ​ຄິດ​ວ່າ ສະ​ພາບ​ການ​ຂອງ​ເຮົາ ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄຸນ​ສົມ​ບັດ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ພຣະ​ອົງ—ວ່າ​​ໄລ​ຍະ​ທາງ​ໄກ​ເກີນ​ໄປ ຫລື ບາບ​ຂອງ​ເຮົາ​ມີ​ຫລາຍ​ເກີນ​ໄປ.

ເຊັ່ນ​ດຽວ​ກັບ​ຜູ້​ຍິງ​ຄົນ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ຖ້າ​ຫາກ​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ ແລະ ​ຍື່ນ​ມື​ອອກ​ໄປ​ສຳ​ຜັດ​ພຣະ​ອົງ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ, ສັນ​ຕິ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ຢ່າງ​ແນ່​ນອນ.

ຊອກ​ຫາ​ມັນ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ຈົ່ງ​ໝັ່ນ​ຊອກ​ຫາ, ແລ້ວ​ເຈົ້າ​ຈະ​ໄດ້​ພົບ.”21

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ວະ​ລີ​ທີ່​ລຽບ​ງ່າຍ​ນີ້ ບໍ່​ພຽງ​ເປັນ​ຄຳ​ສັນ​ຍາ​ທາງ​ວິນ​ຍານ​ເທົ່າ​ນັ້ນ, ມັນ​ເປັນ​ຄຳ​ຖະ​ແຫລງ​ຂອງ​ຄວາມ​ເປັນ​ຈິງ.

ຖ້າ​ເຮົາ​ສະ​ແຫວງ​ຫາ​ເຫດ​ຜົນ​ທີ່​ຈະ​ໃຈ​ຮ້າຍ, ສົງ​ໄສ, ຂົມ​ຂື່ນ ຫລື ຢູ່​ຄົນ​ດຽວ, ເຮົາ​ກໍ​ຈະ​ພົບ​ມັນ​ເຊັ່ນ​ກັນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ເຮົາ​ສະ​ແຫວງ​ຫາ​ຄວາມ​ຊື່ນ​ຊົມ—ຖ້າ​ເຮົາ​ຊອກ​ຫາ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ມີ​ຄວາມ​ຊື່ນ​ຊົມ, ເຮົາ​ກໍ​ຈະ​ພົບ​ມັນ.

ໜ້ອຍ​ທີ່​ສຸດ​ທີ່​ເຮົາ​ຈະ​ພົບ​ສິ່ງ​ທີ່​ເຮົາ​ບໍ່​ໄດ້​ຊອກ​ຫາ.

ທ່ານ​ກຳ​ລັງ​ຊອກ​ຫາ​ຄວາມ​ຊື່ນ​ຊົມ​ບໍ?

ຈົ່ງ​ໝັ່ນ​ຊອກ​ຫາ, ແລ້ວ​ທ່ານ​ຈະ​ໄດ້​ພົບ.

ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ22

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ການ​ໃຫ້ [ເປັນ​ພອນ] ຫລາຍ​ກວ່າ​ການ​ຮັບ.”23

ເປັນ​ໄປ​ໄດ້​ບໍ​ວ່າ ໃນ​ການ​ຄົ້ນ​ຫາ​ຄວາມ​ຊື່ນ​ຊົມ, ວິ​ທີ​ທີ່​ດີ​ທີ່​ສຸດ​ໃນ​ການ​ຊອກ​ຫາ ຄື​ການ​ນຳ​ຄວາມ​ຊື່ນ​ຊົມ​ມາ​ສູ່​ຄົນ​ອື່ນ?

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ທ່ານ​ຮູ້ ແລະ ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ​ມັນ​ເປັນ​ຄວາມ​ຈິງ! ຄວາມ​ຊື່ນ​ຊົມ​ຄື​ກັນ​ກັບ​ໄຫ​ແປ້ງ ຫລື ຂວດ​ນ້ຳ​ມັນ​ທີ່​ບໍ່​ມີ​ວັນ​ໝົດ.24 ຄວາມ​ຊື່ນ​ຊົມ​ທີ່​ແທ້​ຈິງ​ຈະ​ທະ​ວີ​ຄູນ ເມື່ອ​ມີ​ການ​ແບ່ງ​ປັນ.

ມັນ​ບໍ່​ຮຽກ​ຮ້ອງ​ບາງ​ຢ່າງ​ທີ່​ຍິ່ງ​ໃຫຍ່ ຫລື ຊັບ​ຊ້ອນ.

ເຮົາ​ສາ​ມາດ​ເຮັດ​ສິ່ງ​ງ່າຍໆ​ໄດ້.

ເຊັ່ນ​ການ​ອະ​ທິ​ຖານ​ເພື່ອ​ຄົນ​ໃດ​ຄົນ​ໜຶ່ງ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ.

ກ່າວ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ.

ຊ່ວຍ​ໃຫ້​ຄົນ​ໃດ​ຄົນ​ໜຶ່ງ​ຮູ້​ສຶກ​ໄດ້​ຮັບ​ການ​ຕ້ອນ​ຮັບ, ເຄົາ​ລົບ, ມີ​ຄ່າ, ແລະ ເປັນ​ທີ່​ຮັກ.

ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ໂປດ​ປານ ແລະ ຄວາມ​ໝາຍ​ສຳ​ລັບ​ເຮົາ.

ຫລື ແມ່ນ​ແຕ່​ພຽງ​ຮັບ​ຟັງ.

“ເມື່ອ​ທ່ານ​ຢູ່​ໃນ​ການ​ຮັບ​ໃຊ້​ເພື່ອນ​ມະ​ນຸດ​ຂອງ​ທ່ານ, ທ່ານ​ກໍ​ຢູ່​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າ​ຂອງ​ທ່ານ​ນັ້ນ​ເອງ,”25 ແລະ ພຣະ​ເຈົ້າ​ຈະ​ຕອບ​ແທນ​ຄວາມ​ເມດ​ຕາ​ຂອງ​ທ່ານ​ຢ່າງ​ເພື່ອ​ແຜ່.26 ຄວາມ​ຊື່ນ​ຊົມ​ທີ່​ທ່ານມອບ​ໃຫ້​ຄົນ​ອື່ນ ຈະ​ກັບ​ຄືນ​ມາ​ສູ່​ທ່ານ​ໃນ “ເຄື່ອງ​ຜອງ​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມ​ລົ້ນ.”27

“ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ?”28

ໃນ​ຊ່ວງວັນ, ຊ່ວງອາ​ທິດ, ແລະ ເດືອນ​ທີ່​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້:

  • ໃຊ້​ເວ​ລາ​ດ້ວຍ​ຄວາມ​ຈິງ​ໃຈ, ແລະ ພະ​ຍາ​ຍາມ​ຢ່າງ​ເຕັມ​ໃຈ ເພື່ອ​ຫຍັບ​ເຂົ້າ​ໃກ້​ພຣະ​ເຈົ້າ.

  • ສະ​ແຫວງ​ຫາ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຫວັງ, ສັນ​ຕິ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ທຸກໆ​ວັນ​ຢ່າງ​ພາກ​ພຽນ.

  • ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຂ້າງ​ທ່ານ.

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ທ່ານ​ຄົ້ນ​ຫາ​ພ​ຣະ​ຄຳ​ຂອງ​ພ​ຣະ​ເຈົ້າ ເພື່ອ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ກວ່າ​ເກົ່າ​ກ່ຽວ​ກັບ​ແຜນ​ນິ​ລັນ​ດອນ​ຂອງ​ພ​ຣະ​ເຈົ້າ, ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ເຫລົ່າ​ນີ້, ແລະ ພະ​ຍາ​ຍາມ​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພ​ຣະ​ອົງ, ທ່ານ​ຈະ​ປະ​ສົບ​ກັບ “ສັນ​ຕິ​ສຸກ​ອັນ​ມາ​ແຕ່​ພ​ຣະ​ເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ,”29 ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມ​ໂສກ​ເສົ້າ​ກໍ​ຕາມ. ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້​ຂອງ​ພຣະ​ເຈົ້າ ທີ່​ພອງ​ຢູ່​ໃນ​ໃຈ​ຂອງ​ທ່ານ​ຫລາຍ​ຂຶ້ນ. ຮຸ່ງ​ອາ​ລຸນ​ແຫ່ງ​ແສງ​ຊັ້ນ​ສູງ​ຈະ​ທະ​ລຸ​ຜ່ານ​ເງົາ​ມືດ​ຂອງ​ການ​ທົດ​ລອງ​ຂອງ​ທ່ານ, ແລະ ທ່ານ​ຈະ​ເລີ່ມ​ປະ​ສົບ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ຄວາມ​ອັດ​ສະ​ຈັນ​ທີ່​ບໍ່​ອາດ​ບັນ​ລະ​ຍາຍ​ໄດ້​ຂອງ​ຂອບ​ເຂດ​ແຫ່ງ​ສະ​ຫວັນ. ທ່ານ​ຈະ​ຮູ້​ສຶກ​ວ່າ ວິນ​ຍານ​ຂອງ​ທ່ານ​ຖືກ​ຍົກ​ອອກ​ໄປ​ຈາກ​ແຮງ​ໂນ້ມ​ຖ່ວງ​ຂອງ​ໂລກ​ນີ້.

ແລະ ເຊັ່ນ​ດຽວ​ກັບ ມິວ​ຕັນ ວະ​ໄຣ້ ທີ່​ດີ, ບາງ​ທີ​ທ່ານ​ຈະ​ເປັ່ງ​ສຽງ​ຂອງ​ທ່ານ​ໃນ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຮ້ອງ​ອອກ​ມາ​ວ່າ, “ສູງ​ຂຶ້ນ, ພຣະ​ບິ​ດາ, ສູງ​ຂຶ້ນ!”

ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແຫວງ​ຫາ ແລະ ພົບ​ຄວາມ​ຊື່ນ​ຊົມ​ທີ່​ສູງ​ກວ່າ ຊຶ່ງ​ມາ​ຈາກ​ການ​ອຸ​ທິດ​ຊີ​ວິດ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ. ນີ້​ຄື​ຄຳ​ອະ​ທິ​ຖານ ແລະ ພອນ​ຢ່າງ​ຈິງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. John Gillespie Magee Jr., “High Flight,” poetryfoundation.org.

  2. ເບິ່ງ Christopher Klein, “10 Things You May Not Know about the Wright Brothers,” History, Mar. 28, 2023, history.com.

  3. Magee, “High Flight.”

  4. ເມື່ອ​ສອງ​ພັນ​ສີ່​ຮ້ອຍ​ປີ​ກ່ອນ, ອາ​ຣິສ​ໂຕ​ເຕິລ​ໄດ້​ຕັ້ງ​ຂໍ້​ສັງ​ເກດ​ວ່າ ຄວາມ​ສຸກ​ເປັນ​ສິ່ງ​ໜຶ່ງ​ທີ່​ມະ​ນຸດ​ທຸກ​ຄົນ​ປາດ​ຖະ​ໜາ​ຫລາຍ​ທີ່​ສຸດ. ໃນ​ບົດ​ຄວາມ​ຂອງ​ເພິ່ນ Nicomachean Ethics, ເພິ່ນ​ໄດ້​ສິດ​ສອນ​ວ່າ ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ຊີ​ວິດ​ຄື ອັນ​ໃດ​ກໍ​ຕາມ​ທີ່​ເຮົາ​ສະ​ແຫວງ​ຫາ ກໍ​ໃຫ້​ເປັນ​ເພື່ອ​ສິ່ງ​ນັ້ນ (ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ສິ່ງ​ທີ່​ເຮົາ​ສະ​ແຫວງ​ຫາ ເພື່ອ​ເປັນ​ຫົນ​ທາງ​ໄປ​ສູ່​ສິ່ງ​ອື່ນ). ຄວາມ​ສຸກ, ເໜືອ​ສິ່ງ​ອື່ນ​ໃດ, ເປັນ​ສິ່ງ​ແບບ​ນັ້ນ. “ເຮົາ​ປາດ​ຖະ​ໜາ​ຄວາມ​ສຸກ​ສະ​ເໝີ​ເພື່ອ​ພຽງ​ໃຫ້​ມີ​ຄວາມ​ສຸກ,” ເພິ່ນ​ເວົ້າ, “ແລະ ບໍ່​ເຄີຍ​ຫວັງ​ໃຫ້​ເປັນ​ຫົນ​ທາງ​ໄປ​ສູ່​ສິ່ງ​ອື່ນ” (The Nicomachean Ethics of Aristotle, trans. J. E. C. Weldon [1902], 13–14).

  5. ເບິ່ງ Harry Enten, “American Happiness Hits Record Lows,” CNN, Feb. 2, 2022, cnn.com; Tamara Lush, “Poll: Americans Are the Unhappiest They’ve Been in 50 Years,” Associated Press, June 16, 2020, apnews.com; “The Great Gloom: In 2023, Employees Are Unhappier Than Ever. Why?” BambooHR, bamboohr.com.

  6. ເບິ່ງ Wanda Mallette, Patti Ryan, and Bob Morrison, “Lookin’ for Love (in All the Wrong Places)” (1980).

  7. 2 ນີ​ໄຟ 2:11.

  8. ເບິ່ງ ໂຢ​ຮັນ 11:35; ໂມ​ເຊ 7:28–37.

  9. ເບິ່ງ 2 ນີ​ໄຟ 2:11.

  10. ເບິ່ງ ໂຢ​ຮັນ 14:27.

  11. ໂຢ​ຮັນ 10:10.

  12. ລູ​ກາ 2:10.

  13. ເບິ່ງ ມັດ​ທາຍ 11:28–30.

  14. 2 ນີ​ໄຟ 2:25.

  15. ຖ້າ​ຫາກ​ທ່ານ​ມີ​ຂໍ້​ກັງ​ວົນ​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ທ່ານ​ຈະ​ຮັບ​ເອົາ​ທ່ານ ແລະ ​ອະ​ນຸ​ຍາດ​ໃຫ້​ທ່ານ​ໄດ້​ຮັບ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ​ດ້ວຍ​ການ​ອະ​ທິ​ຖານ ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຄຣິດ ເລື່ອງ​ລູກ​ຊາຍ​ທີ່​ເສຍ (ເບິ່ງ ລູ​ກາ 15:11–32). ໃນ​ຄຳ​ອຸ​ປະ​ມາ​ນັ້ນ, ເຮົາ​ຮຽນ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ລູກໆ​ຂອງ​ພຣະ​ອົງ​ແນວ​ໃດ ແລະ ພຣະ​ອົງ​ລໍ​ຄອຍ ແລະ ສະ​ເຫລີມ​ສະ​ຫລອງ​ການ​ກັບ​ມາ​ຂອງ​ເຮົາ ຫລັງ​ຈາກ​ທີ່​ເຮົາ​ຫລົງ​ໄປ​ຈາກ​ພຣະ​ອົງ! ຈາກ​ວິ​ນາ​ທີ​ທີ່​ເຮົາ “ສຳ​ນຶກ​ຕົວ​ໄດ້” (ເບິ່ງ ຂໍ້​ທີ 17) ແລະ ເລີ່ມ​ເດີນ​ທາງ​ກັບ​ບ້ານ, ພຣະ​ອົງ​ຈະ​ເຫັນ​ເຮົາ, ເພາະ​ພຣະ​ອົງ​ຢືນ​ເຝົ້າ​ດູ​ແລ ແລະ ລໍ​ຄອຍ​ຢູ່. ແລະ ພຣະ​ອົງ​ກຳ​ລັງ​ລໍ​ຄອຍ​ຫຍັງ​ຢູ່? ລໍ​ຄອຍ​ເຮົາ! ເມື່ອ​ເຮົາ​ເຂົ້າ​ໃກ້​ພຣະ​ອົງ, ພຣະ​ອົງ​ຈະ​ສະ​ເຫລີມ​ສະ​ຫລອງ​ການ​ກັບ​ມາ​ຂອງ​ເຮົາ ແລະ ເອີ້ນ​ເຮົາ​ວ່າ​ລູກ​ຂອງ​ພຣະ​ອົງ.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:18. ການ​ເປີດ​ເຜີຍ​ນີ້​ຍັງ​ອະ​ທິ​ບາຍ​ອີກ​ວ່າ, “ມັນ​ເປັນ​ສິ່ງ​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ໃຫ້​ແກ່​ມະ​ນຸດ; ເພາະ​ທຸກ​ສິ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ​ໃຫ້​ໃຊ້​ສອຍ” (ຂໍ້​ທີ 20).

  17. ຕໍ່​ຜູ້​ທີ່​ເຂົ້າ​ມາ​ໃກ້​ພຣະ​ເຈົ້າ, ພຣະ​ອົງ​ປະ​ທານ​ຄຳ​ສັນ​ຍາ​ອັນ​ຍິ່ງ​ໃຫຍ່​ນີ້: “ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63; ເບິ່ງ ຢາ​ໂກ​ໂບ 4:8 ນຳ​ອີກ).

  18. ເບິ່ງ ມາ​ຣະ​ໂກ 5:24–34.

  19. ເບິ່ງ Bible Dictionary, “Clean and unclean.”

  20. ມາ​ຣະ​ໂກ 5:28.

  21. ມັດ​ທາຍ 7:7.

  22. ໃນ​ການ​ແບກ​ພາ​ລະ​ຂອງ​ກັນ​ແລະ​ກັນ, ເຮົາ “ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພຣະ​ຄຣິດ” (ຄາ​ລາ​ເຕຍ 6:2; ເບິ່ງ ໂມ​ໄຊ​ຢາ 18:8 ນຳ​ອີກ).

  23. ກິດ​ຈະ​ການ 20:35.

  24. ເບິ່ງ 1 ກະ​ສັດ 17:8–16.

  25. ໂມ​ໄຊ​ຢາ 2:17.

  26. ໃນ​ສານ​ສະ​ບັບ​ນີ້​ເຖິງ​ຊາວ​ໂຣມ, ໂປ​ໂລ​ກ່າວ​ວ່າ​ພຣະ​ເຈົ້າ “ຈະ​ຊົງ​ໂຜດ​ຕອບ​ແທນ​ຕາມ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ທຸກ​ຄົນ: ສຳ​ລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະ​ຍາ​ຍາມ​ກະ​ທຳ​ດີ, ສະ​ແຫວງ​ຫາ​ສະ​ຫງ່າ​ລາ​ສີ ແລະ ກຽດ​ຕິ​ຍົດ, ຊີ​ວິດ​ນິ​ລັນ​ດອນ” (ໂຣມ 2:6–7, 10).

  27. ລູ​ກາ 6:38. ຄວາມ​ລອດ ແລະ ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ​ຂຶ້ນ​ຢູ່​ກັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ເມດ​ຕາ​ທີ່​ເຮົາ​ມີ​ຕໍ່​ຄົນ​ອື່ນ (ເບິ່ງ ມັດ​ທາຍ 25:31–46).

  28. ລູ​ກາ 3:10.

  29. ຟີ​ລິບ​ປອຍ 4:7.