ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ຈົ່ງ​ສະ​ຫງົບ, ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


“ຈົ່ງ​ສະ​ຫງົບ, ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ”

ເຮົາ​ຈະ​ສະ​ຫງົບ ແລະ ຮູ້​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ໃນ​ຊ່ວງ​ເປີດ​ຊົມ ແລະ ວັນ​ສື່​ຂ່າວ​ພຣະ​ວິ​ຫານ​ໃໝ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ນຳ​ນັກ​ຂ່າວ​ກຸ່ມ​ໜຶ່ງ​ໄປ​ທ່ຽວ​ຊົມ​ອາ​ຄານ​ສັກ​ສິດ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ຈຸດ​ປະ​ສົງ​ຂອງ​ພຣະ​ວິ​ຫານ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ຕອບ​ຄຳ​ຖາມ​ດີໆ​ຫລາຍ​ຢ່າງ.

ກ່ອນ​ເຂົ້າ​ຫ້ອງ​ຊັ້ນ​ສູງ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ຫ້ອງ​ນີ້​ໂດຍ​ສະ​ເພາະ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສັນ​ຍາ​ລັກ​ແທນ​ຄວາມ​ສະ​ຫງົບ ແລະ ຄວາມ​ສວຍ​ງາມ​ຂອງ​ບ້ານ​ເທິງ​ສະ​ຫວັນ ຊຶ່ງ​ເຮົາ​ສາ​ມາດ​ກັບ​ໄປ​ຫາ​ໄດ້​ຫລັງ​ຈາກ​ຊີ​ວິດ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ບອກ​ແຂກ​ວ່າ ພວກ​ເຮົາ​ຈະ​ບໍ່​ເວົ້າ​ລົມ​ກັນ ຂະ​ນະ​ທີ່​ຢູ່​ໃນ​ຫ້ອງ​ຊັ້ນ​ສູງ, ແຕ່​ຂ້າ​ພະ​ເຈົ້າ​ຈະ​ຍິນ​ດີ​ຕອບ​ທຸກ​ຄຳ​ຖາມ ຫລັງ​ຈາກ​ພວກ​ເຮົາ​ອອກ​ໄປ​ຫາ​ຈຸດ​ຕໍ່​ໄປ​ຂອງ​ການ​ທ່ຽວ​ຊົມ.

ຫລັງ​ຈາກ​ອອກ​ຈາກ​ຫ້ອງ​ຊັ້ນ​ສູງ ແລະ ເມື່ອ​ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະ​ຖານ​ທີ່​ຕໍ່​ໄປ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ແຂກ​ຂອງ​ພວກ​ເຮົາ​ວ່າ ເຂົາ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຫຍັງ​ບໍ່ ທີ່​ເຂົາ​ເຈົ້າ​ຢາກ​ແບ່ງ​ປັນ. ນັກ​ຂ່າວ​ຄົນ​ໜຶ່ງ​ໄດ້​ເວົ້າ​ດ້ວຍ​ອາ​ລົມ​ຢ່າງ​ແຮງ​ກ້າ​ວ່າ, “ຂ້ອຍ​ບໍ່​ເຄີຍ​ພົບ​ເຫັນ​ສິ່ງ​ໃດ​ແບບ​ນັ້ນ​ມາ​ກ່ອນ​ໃນ​ຊີ​ວິດ. ຂ້ອຍ​ບໍ່​ຮູ້​ວ່າ​ມີ​ຄວາມ​ສະ​ຫງົບ​ເຊັ່ນ​ນັ້ນ​ຢູ່​ໃນ​ໂລກ​ນີ້; ຂ້ອຍ​ບໍ່​ເຊື່ອ​ວ່າ​ຄວາມ​ງຽບ​ເຊັ່ນ​ນັ້ນ​ຈະ​ເປັນ​ໄປ​ໄດ້.”

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ກັບ​ຄວາມ​ຈິງ​ໃຈ ແລະ ຄວາມ​ແຈ້ງ​ຊັດ​ຂອງ​ຄຳ​ເວົ້າ​ຂອງ​ບຸກ​ຄົນ​ນີ້. ແລະ ປະ​ຕິ​ກິ​ລິ​ຍາ​ຂອງ​ນັກ​ຂ່າວ​ຄົນ​ນີ້​ໄດ້​ຍ້ຳ​ເຖິງ​ທັດ​ສະ​ນະ​ຂອງ​ຄວາມ​ງຽບ​ສະ​ຫງົບ​ນັ້ນ—ຄື​ການ​ເອົາ​ຊະ​ນະ ແລະ ການ​ແກ້​ໄຂ​ຄວາມ​ວຸ້ນ​ວາຍ​ຂອງ​ສະ​ພາບ​ແວດ​ລ້ອມ​ພາຍ​ນອກ​ຂອງ​ເຮົາ.

ຂະ​ນະ​ທີ່​ໄຕ່​ຕອງ​ຄຳ​ຄິດ​ເຫັນ​ຂອງ​ນັກ​ຂ່າວ ແລະ ສະ​ທ້ອນ​ເຖິງ​ຄວາມ​ວຸ້ນ​ວາຍ​ຂອງ​ຊີ​ວິດ​ສະ​ໄໝ​ໃໝ່​ຂອງ​ເຮົາ​ເລື້ອຍໆ—ຄວາມ​ວຸ້ນ​ວາຍ, ສຽງ​ດັງ, ການ​ປ່ຽນ​ທິດ​ທາງ, ການ​ລົບ​ກວນ, ແລະ ທາງ​ອ້ອມ ທີ່​ສ່ວນ​ຫລາຍ​ເບິ່ງ​ຄື​ວ່າ​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ຂອງ​ເຮົາ: “ຈົ່ງ​ສະ​ຫງົບ, ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ.”1

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ເຮົາ​ແຕ່​ລະ​ຄົນ ເມື່ອ​ເຮົາ​ພິ​ຈາ​ລະ​ນາ​ມິ​ຕິ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ​ຂອງ​ຄວາມ​ສະ​ຫງົບ​ໃນ​ຊີ​ວິດ​ຂອງ​ເຮົາ—ຄວາມ​ສະ​ຫງົບ​ທາງວິນ​ຍານ​ພານ​ໃນຂອງ​ຈິດ​ວິນ​ຍານ​ທີ່​ເຮັດ​ໃຫ້​ເຮົາ​ສາ​ມາດ​ຮູ້ ແລະ ຈື່​ຈຳ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພອນ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ນີ້ ມີ​ໃຫ້​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ ທີ່​ພະ​ຍາ​ຍາມ​ຢ່າງ​ຊື່​ສັດ​ທີ່​ຈະ​ກາຍ​ເປັນ “ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”2

ຈົ່ງ​ສະ​ຫງົບ

ໃນ​ປີ 1833, ໄພ່​ພົນ​ໃນ​ລັດ​ມີ​ເຊີ​ຣີ​ໄດ້​ເປັນ​ເປົ້າ​ໝາຍ​ຂອງ​ການ​ຂົ່ມ​ເຫັງ​ຢ່າງ​ໜັກ. ກຸ່ມ​ອັນ​ຕະ​ພານ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ເຂດ​ແຈ໊ກ​ສັນ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ບາງ​ຄົນ​ໄດ້​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຕົນ​ເອງ​ຢູ່​ໃນ​ເຂດ​ໃກ້​ຄຽງ. ແຕ່​ການ​ຂົ່ມ​ເຫັງ​ຍັງ​ຄົງ​ສືບ​ຕໍ່, ແລະ ການ​ຂູ່​ວ່າ​ຈະ​ຂ້າ​ກໍ​ມີ​ຫລາຍ. ໃນ​ສະ​ພາບ​ການ​ທີ່​ທ້າ​ທາຍ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຄຳ​ແນະ​ນຳ​ຕໍ່​ໄປ​ນີ້​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃນ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ:

ສະ​ນັ້ນ, ຈົ່ງ​ສະ​ບາຍ​ໃຈ​ເຖີດ​ກ່ຽວ​ກັບ​ຊີ​ໂອນ; ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ; ຈົ່ງ​ສະ​ຫງົບ ແລະ ຮູ້​ວ່າ​ເຮົາ​ຄື​ພຣະ​ເຈົ້າ.”3

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມີ​ຄຳ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ “ຈົ່ງ​ສະ​ຫງົບ” ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ການ​ບໍ່​ເວົ້າ ຫລື ບໍ່​ເຄື່ອນ​ໄຫວ. ບາງ​ທີ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຄື​ໃຫ້​ເຮົາ​ຈື່​ຈຳ ແລະ ເພິ່ງ​ອາ​ໄສ​ພຣະ​ອົງ ແລະ ອຳ​ນາດ​ຂອງ​ພຣະ​ອົງ “ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່ [ເຮົາ] ຢູ່.”4 ດັ່ງ​ນັ້ນ, “ຈົ່ງ​ສະ​ຫງົບ” ອາດ​ເປັນ​ວິ​ທີ​ເຕືອນ​ເຮົາ​ໃຫ້​ສຸມ​ໃຈ​ໃສ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ບໍ່​ສິ້ນ​ສຸດ ເປັນ​ແຫລ່ງ​ສູງ​ສຸດ​ຂອງ​ຄວາມ​ສະ​ຫງົບ​ທາງ​ວິນ​ຍານ​ຂອງ​ຈິດ​ວິນ​ຍານ ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເພື່ອ​ເຮັດ ແລະ ເອົາ​ຊະ​ນະ​ເລື່ອງ​ຍາກໆ.

ສ້າງ​ເທິງ​ດານ​ຫີນ

ສັດ​ທາ​ທີ່​ແທ້​ຈິງ ແມ່ນ​ການ​ເອົາ​ໃຈ​ໃສ່​ໃນ ແລະ ຕໍ່ ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ—ໃນ​ພຣະ​ອົງ ໃນ​ຖາ​ນະ​ທີ່​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ ແລະ ສູງ​ສົ່ງ​ຂອງ​ພຣະ​ບິ​ດາ ແລະ ຕໍ່​ພຣະ​ອົງ ແລະ ພາ​ລະ​ກິດ​ແຫ່ງ​ການ​ໄຖ່ ທີ່​ພຣະ​ອົງ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ.

“ເພາະ​ວ່າ​ພຣະ​ອົງ​ໄດ້​ຕອບ​ທີ່​ສຸດ​ຂອງ​ກົດ​ແລ້ວ, ແລະ ພຣະ​ອົງ​ຂໍ​ຮັບ​ເອົາ​ຄົນ​ທັງ​ປວງ​ທີ່​ມີ​ສັດ​ທາ​ໃນ​ພຣະ​ອົງ; ແລະ ຄົນ​ທີ່​ມີ​ສັດ​ທາ​ໃນ​ພຣະ​ອົງ​ຈະ​ແນບ​ສະ​ໜິດ​ໃນ​ທຸກ​ສິ່ງ​ທີ່​ດີ; ດັ່ງນັ້ນ ພຣະ​ອົງ​ຈຶ່ງ​ວິງ​ວອນ​ແທນ​ລູກ​ຫລານ​ມະ​ນຸດ.”5

ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ໄຖ່​ຂອງ​ເຮົາ,6 ພຣະ​ຜູ້​ເປັນ​ກາງ​ຂອງ​ເຮົາ,7 ແລະ ພຣະ​ຜູ້​ວິງ​ວອນ​ແທນ​ເຮົາ8 ກັບ​ພຣະ​ບິ​ດາ​ນິ​ລັນ​ດອນ ແລະ ເປັນ​ດານ​ຫີນ ຊຶ່ງ​ເທິງ​ນັ້ນ​ເຮົາ​ຄວນ​ສ້າງ​ຮາກ​ຖານ​ທາງ​ວິນ​ຍານ​ແຫ່ງ​ຊີ​ວິດ​ຂອງ​ເຮົາ.

ຮີ​ລາ​ມັນ​ໄດ້​ອະ​ທິ​ບາຍ​ວ່າ, “ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ ຂອງ​ລູກ ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ, ເທິງ​ມັນ, ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”9

ສັນ​ຍາ​ລັກ​ຂອງ​ພຣະ​ຄຣິດ ໃນ​ຖາ​ນະ “ດານ​ຫີນ” ທີ່​ເຮົາ​ຄວນ​ສ້າງ​ຮາກ​ຖານ​ຂອງ​ຊີ​ວິດ​ເຮົາ​ນັ້ນ​ໃຫ້​ຄວາມ​ຮູ້​ຫລາຍ​ທີ່​ສຸດ. ກະ​ລຸ​ນາ​ສັງ​ເກດ​ໃນ​ຂໍ້​ນີ້​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ແມ່ນ​ຮາກ​ຖານ. ແທນ​ທີ່, ເຮົາ​ໄດ້​ຮັບ​ການ​ຕັກ​ເຕືອນ​ໃຫ້​ສ້າງ​ຮາກ​ຖານ​ທາງ​ວິນ​ຍານ​ສ່ວນ​ຕົວ​ຂອງ​ເຮົາ​ໃສ່​ເທິງ​ພຣະ​ອົງ.10

ຮາກ​ຖານ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ອາ​ຄານ​ທີ່​ເຊື່ອມ​ຕໍ່​ເຂົ້າ​ກັບ​ພື້ນ​ດິນ. ຮາກ​ຖານ​ທີ່​ເຂັ້ມ​ແຂງ​ຊ່ວຍ​ປ້ອງ​ກັນ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ ແລະ ພະ​ລັງ​ທຳ​ລາຍ​ລ້າງ​ອື່ນໆ. ຮາກ​ຖານ​ທີ່​ເໝາະ​ສົມ​ຍັງ​ແຈກ​ຢາຍ​ນ້ຳ​ໜັກ​ຂອງ​ໂຄງ​ສ້າງ​ໃນ​ພື້ນ​ທີ່​ຂະ​ໜາດ​ໃຫຍ່​ນຳ​ອີກ ເພື່ອ​ຫລີກ​ເວັ້ນ​ການ​ຮັບ​ນ້ຳ​ໜັກ​ຫລາຍ​ເກີນ​ໄປ​ສຳ​ລັບ​ດິນ​ທີ່​ຢູ່​ຂ້າງ​ລຸ່ມ ແລະ ຈັດ​ພື້ນ​ທີ່​ໃຫ້​ຮາບ​ພຽງ​ສຳ​ລັບ​ໂຄງ​ສ້າງ.

ຮູບ​ພາບ
ເຮືອນ​ທີ່​ມີ​ຮາກ​ຖານ​ເຂັ້ມ​ແຂງ.

ການ​ເຊື່ອມ​ຕໍ່​ທີ່​ເຂັ້ມ​ແຂງ ແລະ ເຊື່ອ​ຖື​ໄດ້​ລະ​ຫວ່າງ​ພື້ນ​ດິນ ແລະ ຮາກ​ຖານ​ແມ່ນ​ສຳ​ຄັນ ຖ້າ​ຢາກ​ໃຫ້​ໂຄງ​ສ້າງ​ຍັງ​ຄົງ​ແໜ້ນ​ໜາ ແລະ ຄົງ​ທີ່​ເມື່ອ​ເວ​ລາ​ຜ່ານ​ໄປ. ແລະ ສຳ​ລັບ​ການ​ກໍ່​ສ້າງ​ບາງ​ປະ​ເພດ​ໂດຍ​ສະ​ເພາະ, ຫລັກ​ໝັ້ນ ແລະ ແທ່ງ​ເຫລັກ​ສາ​ມາດ​ໃຊ້​ເພື່ອ​ຍຶດ​ຮາກ​ຖານ​ຂອງ​ອາ​ຄານ​ເຂົ້າ​ກັບ “ພື້ນ​ຫີນ,” ຊຶ່ງ​ເປັນ​ຫີນ​ທີ່​ແຂງ​ຢູ່​ໃຕ້​ວັດ​ສະ​ດຸ ເຊັ່ນ​ດິນ ແລະ ກ້ອນ​ຫີນ.

ຮູບ​ພາບ
ເຮືອນ​ທີ່​ຍຶດ​ຕິດ​ກັບ​ພື້ນ​ຫີນ.

ໃນ​ທາງ​ທີ່​ຄ້າຍ​ຄື​ກັນ, ຮາກ​ຖານ​ຂອງ​ຊີ​ວິດ​ເຮົາ​ຕ້ອງ​ເຊື່ອມ​ຕໍ່​ກັບ​ດານ​ຫີນ​ຂອງ​ພຣະ​ຄຣິດ ຖ້າ​ຫາກ​ເຮົາ​ຈະ​ຕ້ອງ​ໝັ້ນ​ຄົງ ແລະ ແນ່ວ​ແນ່. ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ສັກ​ສິດ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສາ​ມາດ​ປຽບ​ທຽບ​ໄດ້​ກັບ​ຫລັກ​ໝັ້ນ ແລະ ແທ່ງ​ເຫລັກ ທີ່​ໃຊ້​ເຊື່ອມ​ຕໍ່​ອາ​ຄານ​ໃສ່​ກັບ​ພື້ນ​ຫີນ. ທຸກ​ຄັ້ງ​ທີ່​ເຮົາ​ຮັບ, ທົບ​ທວນ, ຈື່​ຈຳ, ແລະ ຕໍ່​ພັນ​ທະ​ສັນ​ຍາ​ສັກ​ສິດ​ຢ່າງ​ຊື່​ສັດ, ຫລັກ​ໝັ້ນ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ຕິດ​ຢູ່​ກັບ “ດານ​ຫີນ” ຂອງ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ໝັ້ນ​ຄົງ ແລະ ແນ່ວ​ແນ່​ຫລາຍ​ຂຶ້ນ.

“ດັ່ງ​ນັ້ນ, ຜູ້​ໃດ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ ຜູ້​ນັ້ນ​ອາດ​ຈະ​ມຸ້ງ​ຫວັງ​ຢ່າງ​ແນ່​ນອນ​ສຳ​ລັບ​ໂລກ​ທີ່​ຈະ​ດີ​ກວ່າ​ນີ້, ແທ້​ຈິງ​ແລ້ວ, ແມ່ນ​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຄວາມ​ຫວັງ​ນີ້​ມາ​ຈາກ​ສັດ​ທາ, ອັນ​ເຮັດ ຫລັກ​ໝັ້ນ ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ມະ​ນຸດ, ຊຶ່ງ​ຈະ​ເຮັດ​ໃຫ້​ເຂົາ​ແນ່​ໃຈ ແລະ ແນ່ວ​ແນ່, ເຮັດ​ວຽກ​ງານ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ, ອັນ​ຈະ​ນຳ​ໄປ​ຫາ​ການ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ.”11

ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ ແລະ ຫລາຍ​ຂຶ້ນ​ເລື້ອຍໆ “ຕາມ​ຄວາມ​ສົມ​ຄວນ​ຂອງ​ເວ​ລາ,”12 “ໃຫ້​ຄຸນ​ນະ​ທຳ [ປະ​ດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ] ຢ່າງ​ບໍ່​ເສື່ອມ​ຄາຍ,” “ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ [ຈະ​ເຂັ້ມ​ແຂງ​ຂຶ້ນ] ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ,” ແລະ “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ [ຂອງ​ເຮົາ] ສະ​ເໝີ.”13 ເຮົາ​ຈະ​ໝັ້ນ​ຄົງ, ຢັ່ງ​ຮາກ, ກໍ່​ຮ່າງ, ແລະ ຖາ​ວອນ​ຫລາຍ​ຂຶ້ນ.14 ເມື່ອ​ຮາກ​ຖານ​ຂອງ​ຊີ​ວິດ​ເຮົາ​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່​ໃຫ້ “ສະ​ຫງົບ”—ມີ​ຫລັກ​ປະ​ກັນ​ທາງ​ວິນ​ຍານ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ເວ​ລາ​ສັກ​ສິດ, ສະ​ຖານ​ທີ່​ສັກ​ສິດ, ແລະ ບ້ານ​ເຮືອນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຫາ​ທັງ​ເວ​ລາ​ສັກ​ສິດ ແລະ ສະ​ຖານ​ທີ່​ສັກ​ສິດ ເພື່ອ​ຊ່ວຍ​ໃຫ້​ເຮົາ​ມີ​ປະ​ສົບ​ການ ແລະ ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ຫງົບ​ພາຍ​ໃນ​ນີ້​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ.

ຍົກ​ຕົວ​ຢ່າງ, ວັນ​ຊະ​ບາ​ໂຕ​ແມ່ນ​ວັນ​ຂອງ​ພຣະ​ເຈົ້າ, ແມ່ນ ເວ​ລາ​ສັກ​ສິດ ທີ່​ຕັ້ງ​ໄວ້​ເພື່ອ​ລະ​ນຶກ​ເຖິງ ແລະ ນະ​ມັດ​ສະ​ການ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ຮັບ​ເອົາ ແລະ ຕໍ່​ພັນ​ທະ​ສັນ​ຍາ​ສັກ​ສິດ. ແຕ່​ລະ​ອາ​ທິດ​ເຮົາ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ລະ​ຫວ່າງ​ການ​ສຶກ​ສາ​ໃນ​ບ້ານ​ຂອງ​ເຮົາ ແລະ ໃນ​ຖາ​ນະ “ເປັນ​ພົນ​ລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ”15 ລະ​ຫວ່າງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ການ​ປະ​ຊຸມ​ອື່ນໆ​ນຳ​ອີກ. ໃນ​ວັນ​ສັກ​ສິດ​ຂອງ​ພຣະ​ອົງ, ຄວາມ​ຄິດ, ການ​ກະ​ທຳ, ແລະ ການ​ປະ​ພຶດ​ຂອງ​ເຮົາ ເປັນ​ສັນ​ຍານ​ທີ່​ເຮົາ​ໄດ້​ຖວາຍ​ໃຫ້​ແກ່​ພຣະ​ເຈົ້າ ແລະ ເປັນ​ສິ່ງ​ບົ່ງ​ບອກ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ.16 ທຸກ​ວັນ​ອາ​ທິດ, ຖ້າ​ຫາກ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ສະ​ຫງົບ ແລະ ຮູ້​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ລັກ​ສະ​ນະ​ສຳ​ຄັນ​ຂອງ​ການ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ​ຂອງ​ເຮົາ​ແມ່ນ “ໄປ​ຍັງ​ບ້ານ​ແຫ່ງ​ການ​ອະ​ທິ​ຖານ ແລະ ຖວາຍ​ສິນ​ລະ​ລຶກ [ຂອງ​ເຮົາ] ໃນ​ວັນ​ສັກ​ສິດ [ຂອງ​ພຣະ​ຜູ້​ເປັນ​ເຈົ້າ].”17 “ບ້ານ​ແຫ່ງ​ການ​ອະ​ທິ​ຖານ” ທີ່​ເຮົາ​ເຕົ້າ​ໂຮມ​ກັນ​ໃນ​ວັນ​ຊະ​ບາ​ໂຕ​ແມ່ນ​ສະ​ຖານ​ທີ່​ປະ​ຊຸມ ແລະ ສະ​ຖານ​ທີ່​ອື່ນໆ​ທີ່​ຖືກ​ອະ​ນຸ​ມັດ—ສະ​ຖານ​ທີ່​ສັກ​ສິດ ແຫ່ງ​ຄວາມ​ຄາ​ລະ​ວະ, ນະ​ມັດ​ສະ​ການ, ແລະ ຮຽນ​ຮູ້. ສະ​ຖານ​ທີ່​ປະ​ຊຸມ ແລະ ສະ​ຖານ​ທີ່​ອື່ນໆ​ແຕ່​ລະ​ບ່ອນ​ໄດ້​ຖືກ​ອຸ​ທິດ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ເປັນ​ບ່ອນ​ທີ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ຖິດ​ຢູ່ ແລະ ບ່ອນ​ທີ່​ລູກໆ​ຂອງ​ພຣະ​ເຈົ້າ​ສາ​ມາດ​ມາ​ຫາ “ເພື່ອ​ຮູ້​ເລື່ອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.”18 ຖ້າ​ຫາກ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ສາ​ມາດ “ສະ​ຫງົບ” ໃນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ການ​ນະ​ມັດ​ສະ​ການ​ຂອງ​ເຮົາ ແລະ ຮູ້​ຢ່າງ​ແນ່​ນອນ​ຫລາຍ​ຂຶ້ນ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ພຣະ​ວິ​ຫານ​ເປັນ ສະ​ຖານ​ທີ່​ສັກ​ສິດ ອີກ​ແຫ່ງ​ໜຶ່ງ ທີ່​ຖືກ​ສະ​ຫງວນ​ໄວ້​ໂດຍ​ສະ​ເພາະ ສຳ​ລັບ​ການ​ນະ​ມັດ​ສະ​ການ ແລະ ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ການ​ຮຽນ​ຮູ້​ຄວາມ​ຈິງ​ນິ​ລັນ​ດອນ. ເຮົາ​ຄິດ, ກະ​ທຳ, ແລະ ແຕ່ງ​ກາຍ​ແຕກ​ຕ່າງ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈາກ​ສະ​ຖານ​ທີ່​ອື່ນໆ​ທີ່​ເຮົາ​ອາດ​ຈະ​ໄປ​ເລື້ອຍໆ. ໃນ​ບ້ານ​ສັກ​ສິດ​ຂອງ​ພຣະ​ອົງ, ຖ້າ​ຫາກ​ເຮົາ​ຈະ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ສາ​ມາດ​ສະ​ຫງົບ ແລະ ຮູ້​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ຈຸດ​ປະ​ສົງ​ຫລັກ​ຂອງ​ເວ​ລາ​ສັກ​ສິດ ແລະ ສະ​ຖານ​ທີ່​ສັກ​ສິດ​ແມ່ນ​ຄື​ກັນ: ເພື່ອ​ສຸມ​ໃຈ​ເຮົາ​ໃສ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ແຜນ​ຂອງ​ພຣະ​ອົງ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ອຳ​ນາດ​ແຫ່ງ​ການ​ເສີມ​ສ້າງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄຳ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ພິ​ທີ​ການ​ສັກ​ສິດ ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊ້ຳ​ແລ້ວ​ຊ້ຳ​ອີກ.

ມື້​ນີ້​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຍ້ຳ​ຫລັກ​ທຳ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເນັ້ນ​ກ່ອນ​ໜ້າ​ນີ້. ບ້ານ​ຂອງ​ເຮົາ​ຄວນ​ປະ​ສົມ​ປະ​ສານ​ສູງ​ສຸດ​ທັງ ເວ​ລາ​ສັກ​ສິດ ແລະ ສະ​ຖານ​ທີ່​ສັກ​ສິດ ຊຶ່ງ​ບຸກ​ຄົນ ແລະ ຄອບ​ຄົວ​ສາ​ມາດ “ສະ​ຫງົບ” ແລະ ຮູ້​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ການ​ອອກ​ຈາກ​ບ້ານ​ໄປ​ນະ​ມັດ​ສະ​ການ​ໃນ​ວັນ​ຊະ​ບາ​ໂຕ ແລະ ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສິ່ງ​ສຳ​ຄັນ​ຢ່າງ​ຍິ່ງ. ພຽງ​ແຕ່​ເມື່ອ​ເຮົາ​ກັບ​ບ້ານ​ດ້ວຍ​ທັດ​ສະ​ນະ​ທາງ​ວິນ​ຍານ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ໄດ້​ຮັບ​ໃນ​ສະ​ຖານ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ​ເທົ່າ​ນັ້ນ ເຮົາ​ຈຶ່ງ​ຈະ​ສາ​ມາດ​ຮັກ​ສາ​ຈຸດ​ສຸມ​ຂອງ​ເຮົາ​ຢູ່​ທີ່​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ຊີ​ວິດ​ມະ​ຕະ ແລະ ເອົາ​ຊະ​ນະ​ການ​ລໍ້​ລວງ ທີ່​ແຜ່​ລາມ​ໄປ​ທົ່ວ​ໃນ​ໂລກ​ທີ່​ຕົກ​ຂອງ​ເຮົາ​ນີ້.

ປະ​ສົບ​ການ​ວັນ​ຊະ​ບາ​ໂຕ, ພຣະ​ວິ​ຫານ, ແລະ ບ້ານ​ຂອງ​ເຮົາ​ຢ່າງ​ຕໍ່​ເນື່ອງ​ຄວນ​ປົກ​ປ້ອງ​ເຮົາ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ດ້ວຍ​ພັນ​ທະ​ສັນ​ຍາ​ທີ່​ຕໍ່​ເນື່ອງ ແລະ ເຂັ້ມ​ແຂງ​ຍິ່ງ​ຂຶ້ນ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ ແລະ ດ້ວຍ “ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ”19 ໃນ​ຄຳ​ສັນ​ຍາ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.

ເມື່ອ​ບ້ານ ແລະ ສາດ​ສະ​ໜາ​ຈັກ​ມາ​ເຕົ້າ​ໂຮມ​ກັນ​ເປັນ​ໜຶ່ງ​ດຽວ​ໃນ​ພຣະ​ຄຣິດ,20 ເຮົາ​ອາດ​ລຳ​ບາກ​ໃຈ​ໃນ​ທຸກ​ດ້ານ, ແຕ່​ເຮົາ​ຈະ​ບໍ່​ເປັນ​ທຸກ​ໃນ​ຈິດ​ໃຈ ແລະ ໃນ​ໃຈ​ຂອງ​ເຮົາ. ເຮົາ​ອາດ​ຈະ​ສັບ​ສົນ​ກັບ​ສະ​ຖາ​ນະ​ການ ແລະ ສິ່ງ​ທ້າ​ທາຍ​ຂອງ​ເຮົາ, ແຕ່​ເຮົາ​ຈະ​ບໍ່​ໝົດ​ຫວັງ. ເຮົາ​ອາດ​ຖືກ​ຂົ່ມ​ເຫັງ, ແຕ່​ເຮົາ​ຈະ​ຮັບ​ຮູ້​ວ່າ ເຮົາ​ບໍ່​ເຄີຍ​ຢູ່​ຄົນ​ດຽວ.21 ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ ທີ່​ຈະ​ໝັ້ນ​ຄົງ, ແນ່ວ​ແນ່, ແລະ ຈິງ​ໃຈ.

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ສ້າງ​ຮາກ​ຖານ​ຂອງ​ຊີ​ວິດ​ເຮົາ​ຢູ່​ເທິງ “ດານ​ຫີນ” ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ພອນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທີ່​ຈະ​ໄດ້​ຮັບ​ຄວາມ​ສະ​ຫງົບ​ເປັນ​ສ່ວນ​ຕົວ ແລະ ທາງ​ວິນ​ຍານ​ຂອງ​ຈິດ​ວິນ​ຍານ ທີ່​ເຮັດ​ໃຫ້​ເຮົາ​ຮູ້ ແລະ ຈື່​ຈຳ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ແລະ ເຮົາ​ສາ​ມາດ​ໄດ້​ຮັບ​ພອນ​ທີ່​ຈະ​ກະ​ທຳ ແລະ ເອົາ​ຊະ​ນະ​ເລື່ອງ​ຍາກໆ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ຊື່ນ​ຊົມ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ ແລະ ເປັນ “ດານ​ຫີນ” ແຫ່ງ​ຄວາມ​ລອດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.