ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ໃຫ້​ຮັບ​ໃຊ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ໃຫ້​ຮັບ​ໃຊ້

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ເປີດ​ເຜີຍ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ສ່ວນ​ຕົວ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ເຈົ້າ​ຮູ້, ແລະ ພຣະ​ອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ເມື່ອ​ພວກ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ໃນ​ຄ່ຳ​ຄືນ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ, ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຄົນ​ລຸ້ນ​ໃໝ່ ຊຶ່ງ​ເປັນ​ຜູ້​ຖື​ມາດ​ຕະ​ຖານ​ສຳ​ລັບ​ຄົນ​ລຸ້ນ​ຕໍ່​ໄປ.

ໃນ​ເດືອນ​ຕຸ​ລາ ປີ 2013, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ປະ​ກາດ​ວ່າ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ໄດ້​ຮູ້​ຈັກ​ທ່ານ​ເປັນ​ເວ​ລາ​ດົນ​ນານ. ທ່ານ, ໃນ​ຖາ​ນະ​ທີ່​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ, ໄດ້​ຖືກ​ເລືອກ​ໂດຍ​ພຣະ​ອົງ​ໃຫ້​ມາ​ສູ່​ໂລກ​ໃນ​ເວ​ລາ​ຈຳ​ເພາະ​ນີ້, ເພື່ອ​ເປັນ​ຜູ້​ນຳ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ.”1

ສອງ​ປີ​ຜ່ານ​ມາ​ນີ້, ປະ​ທານ​ແນວ​ສັນ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ​ຢ່າງ​ໜັກ​ແໜ້ນ​ອີກ​ຄັ້ງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຊາຍ​ໜຸ່ມ​ທີ່​ມີ​ຄ່າ​ຄວນ ແລະ ສາ​ມາດ ທຸກ​ຄົນ ກຽມ​ພ້ອມ ແລະ ຮັບ​ໃຊ້​ເຜີຍ​ແຜ່. ສຳ​ລັບ​ຊາຍ​ໜຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ການ​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພວກ​ເຈົ້າ​ຊາຍ​ໜຸ່ມ​ທັງ​ຫລາຍ​ໄດ້​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ເວ​ລາ​ນີ້ ເມື່ອ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກີດ​ຂຶ້ນ. …

“ສຳ​ລັບ​ເອື້ອຍ​ນ້ອງ​ຄົນ​ໜຸ່ມ ແລະ ສາ​ມາດ, ການ​ເຜີຍ​ແຜ່​ກໍ​ເປັນ​ໂອ​ກາດ​ທີ່​ມີ​ພະ​ລັງ​ຄື​ກັນ, ແຕ່ ເລືອກ​ເຮັດ​ໄດ້. … ຈົ່ງ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່​ຫລື​ບໍ່, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຕອບ​ຈິດ​ໃຈ ແລະ ຄວາມ​ຄິດ​ຂອງ​ພວກ​ເຈົ້າ.”2

ຄຳ​ອ້າງ​ອີງ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ແມ່ນ​ກ່ຽວ​ກັບ​ການ​ທີ່​ພຣະ​ເຈົ້າ​ໄດ້​ສະ​ຫງວນ​ຊາວ​ໜຸ່ມ​ໃນ​ວັນ​ເວ​ລາ​ຂອງ​ເຮົາ​ສຳ​ລັບ​ເວ​ລາ​ນີ້ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ເຊື້ອ​ເຊີນ​ຂອງ​ເພິ່ນ​ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພວກ​ເຈົ້າ​ເປັນ ຫລື ເຮັດ​ຫຍັງ, ໃນ​ສ່ວນ​ນີ້, ອ້າງ​ອີງ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຈົ້າ ແລະ ພອນ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ​ກ່ອນ​ທີ່​ພວກ​ເຈົ້າ​ຈະ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້.3 ເຮົາ​ທຸກ​ຄົນ​ຜູ້​ທີ່​ລົງ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້ ໃນ​ເບື້ອງ​ຕົ້ນ​ໄດ້​ອາ​ໄສ​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໃນ​ຖາ​ນະ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ.4 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ຕໍ່​ໂມ​ເຊ​ວ່າ, “ເພາະ​ວ່າ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສ້າງ​ທຸກ​ສິ່ງ​ທັງ​ປວງ … ທາງ​ວິນ​ຍານ, ກ່ອນ​ມັນ​ຈະ​ເປັນ​ຢູ່​ທາງ​ທຳ​ມະ​ຊາດ​ຢູ່​ເທິງ​ຜືນ​ແຜ່ນ​ດິນ​ໂລກ.”5

ເມື່ອ​ພຣະ​ອົງ​ໄດ້​ສ້າງ​ພວກ​ເຈົ້າ​ທາງ​ວິນ​ຍານ, ພຣະ​ອົງ​ຮັກ​ພວກ​ເຈົ້າ​ໃນ​ຖາ​ນະ​ບຸດ ແລະ ທິ​ດາ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ ແລະ ໄດ້​ຝັງ​ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ໄວ້​ໃນ​ພວກ​ເຈົ້າ​ແຕ່​ລະ​ຄົນ.6

ໃນ​ຊ່ວງ​ຊີ​ວິດ​ກ່ອນ​ເກີດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ “ໄດ້​ພັດ​ທະ​ນາ​ເອ​ກະ​ລັກ [ຂອງ​ພວກ​ເຈົ້າ] ແລະ ໄດ້​ເພີ່ມ​ພູນ​ຄວາມ​ສາ​ມາດ​ທາງ​ວິນ​ຍານ [ຂອງ​ພວກ​ເຈົ້າ].”7 ພວກ​ເຈົ້າ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈ, ຄວາມ​ສາ​ມາດ​ທີ່​ຈະ​ເລືອກ​ເພື່ອ​ຕົວ​ເອງ, ແລະ ພວກ​ເຈົ້າ​ກໍ​ໄດ້​ທຳ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ, ເຊັ່ນ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ເຮັດ​ຕາມ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ນັ້ນ​ຄື “ຮັບ​ເອົາ​ຮ່າງ​ກາຍ ແລະ ມີ​ປະ​ສົບ​ການ​ຢູ່​ໃນ​ໂລກ ເພື່ອ​ຈະ​ໄດ້​ພັດ​ທະ​ນາ​ຕົນ … ແລະ ສຸດ​ທ້າຍ​ກໍ​ຮູ້​ວ່າ [ພວກ​ເຈົ້າ] ມີ​ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ ແລະ ເປັນ​ຜູ້​ສືບ​ທອດ​ຊີ​ວິດ​ນິ​ລັນ​ດອນ.”8 ການ​ຕັດ​ສິນ​ໃຈ​ຄັ້ງ​ນີ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ພວກ​ເຈົ້າ​ໃນ​ເວ​ລາ​ນັ້ນ, ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ພວກ​ເຈົ້າ, ແລະ ຍັງ​ສືບ​ຕໍ່​ສົ່ງ​ຜົນ​ກະ​ທົບ​ຈົນ​ຕໍ່​ຊີ​ວິດ​ພວກ​ເຈົ້າ​ໃນ​ເວ​ລາ​ນີ້.9 ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ​ຄົນ​ໜຶ່ງ​ທີ່​ອາ​ໃສ​ຢູ່​ໃນ​ໂລກ​ກ່ອນ​ເກີດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ໄດ້ “ເຕີບ​ໃຫຍ່​ໃນ​ສະ​ຕິ​ປັນ​ຍາ ແລະ ໄດ້​ຮຽນ​ຮູ້​ທີ່​ຈະ​ຮັກ​ຄວາມ​ຈິງ.”10

ກ່ອນ​ທີ່​ພວກ​ເຈົ້າ​ມາ​ເກີດ, ພຣະ​ເຈົ້າ​ໄດ້​ກຳ​ນົດ​ໃຫ້​ພວກ​ເຈົ້າ​ແຕ່​ລະ​ຄົນ​ບັນ​ລຸ​ພາ​ລະ​ກິດ​ສະ​ເພາະ ໃນ​ຊ່ວງ​ຊີ​ວິດ​ມະ​ຕະ​ຂອງ​ພວກ​ເຈົ້າ​ຢູ່​ເທິງ​ໂລກ​ນີ້.11 ຖ້າ​ວ່າ​ພວກ​ເຈົ້າ​ຍັງ​ຄົງ​ມີ​ຄ່າ​ຄວນ, ພອນ​ທີ່​ຕັ້ງ​ໄວ້​ໃນ​ໂລກ​ກ່ອນ​ເກີດ​ກໍ​ຈະ​ສົ່ງ​ຜົນ​ໃຫ້​ພວກ​ເຈົ້າ​ມີ​ໂອ​ກາດ​ຫລາຍ​ຢ່າງ​ໃນ​ຊີ​ວິດ​ນີ້, ລວມ​ທັງ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ ແລະ ມີ​ສ່ວນ​ຮ່ວມ​ກັບ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ໂລກ​ຂອງ​ເຮົາ​ປະ​ຈຸ​ບັນ​ນີ້​ຄື: ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.12 ຄຳ​ສັນ​ຍາ ແລະ ພອນ​ເຫລົ່າ​ນັ້ນ​ໃນ​ໂລກ​ກ່ອນ​ເກີດ ເອີ້ນ​ວ່າ ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພວກ​ເຈົ້າ. “ຄຳ​ສອນ​ແຫ່ງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກໆ​ຄົນ.”13 ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ບໍ່​ໄດ້​ຮັບ​ປະ​ກັນ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ເອີ້ນ ຫລື ໜ້າ​ທີ່​ຮັບ​ຜິດ​ຊອບ​ສະ​ເພາະ​ບາງ​ຢ່າງ. ພອນ ແລະ ໂອ​ກາດ​ເຫລົ່າ​ນີ້​ທີ່​ເຂົ້າ​ມາ​ໃນ​ຊີ​ວິດ​ນີ້ ສົ່ງ​ຜົນ​ເນື່ອງ​ມາ​ຈາກ​ການ​ໃຊ້​ອຳ​ເພີ​ໃຈ​ຂອງ​ພວກ​ເຈົ້າ​ຢ່າງ​ຊອບ​ທຳ, ເຊັ່ນ​ດຽວ​ກັນ​ກັບ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພວກ​ເຈົ້າ​ໃນ​ຊີ​ວິດ​ກ່ອນ​ເກີດ​ຂອງ​ພວກ​ເຈົ້າ ສົ່ງ​ຜົນ​ມາ​ຈາກ​ຄວາມ​ຊອບ​ທຳ.14 ຂະ​ນະ​ທີ່​ພວກ​ເຈົ້າ​ພິ​ສູດ​ຕົວ​ເອງ​ວ່າ​ມີ​ຄ່າ​ຄວນ ແລະ ກ້າວ​ໜ້າ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້​ໃນ​ຫ້ອງ​ຮຽນ​ຍິງ​ໜຸ່ມ ຫລື ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃຫ້​ຮັບ​ໃຊ້​ໃນ​ພຣະ​ວິ​ຫານ, ກາຍ​ເປັນ​ອ້າຍ​ນ້ອງ ຫລື ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຮັບ​ໃຊ້​ເຜີຍ​ແຜ່​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ ທີ່​ຈະ​ຊອກ​ຮູ້ ແລະ ເຂົ້າ​ໃຈ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພວກ​ເຈົ້າ? ໃນ​ມື້​ທີ່​ມີ​ຄຳ​ຖາມ​ຢ່າງ​ຫລວງ​ຫລາຍ, ເມື່ອ​ຫລາຍ​ຄົນ​ຄົ້ນ​ຫາ​ຢາກ​ຮູ້​ຈັກ​ກ່ຽວ​ກັບ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ເຂົາ​ເຈົ້າ, ຄວາມ​ຈິງ​ທີ່​ວ່າ​ພຣະ​ເຈົ້າ​ຮູ້​ຈັກ ແລະ ປະ​ທານ​ພອນ​ໃຫ້​ເຮົາ​ແຕ່​ລະ​ຄົນ​ກ່ອນ​ທີ່​ເຮົາ​ຈະ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້​ດ້ວຍ “ບຸກ​ຄະ​ລິກ​ລັກ​ສະ​ນະ​ທຳ​ມະ​ຊາດ​ຂອງ​ເອ​ກະ​ລັກ … ຈຸດ​ປະ​ສົງ​ໃນ​ໂລກ​ກ່ອນ​ເກີດ, ໃນ​ໂລກ​ນີ້, ແລະ ໃນ​ນິ​ລັນ​ດອນ​ຂອງ​ແຕ່​ລະ​ຄົນ” ຈຶ່ງ​ນຳ​ເອົາ​ສັນ​ຕິ​ສຸກ​ອັນ​ຫວານ​ຊື່ນ ແລະ ຄວາມ​ໝັ້ນ​ໃຈ​ມາ​ສູ່​ຈິດ​ໃຈ ແລະ ໃຈ​ຂອງ​ເຮົາ.15 ການ​ທີ່​ຮູ້​ຈັກ​ວ່າ​ພວກ​ເຈົ້າ​ແມ່ນ​ໃຜ​ເລີ່ມ​ຕົ້ນ​ດ້ວຍ​ການ​ເຂົ້າ​ໃຈ​ກ່ຽວ​ກັບ​ພອນ​ແຫ່ງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພຣະ​ເຈົ້າ​ທີ່​ປະ​ທານ​ໃຫ້​ພວກ​ເຈົ້າ​ກ່ອນ​ທີ່​ພວກ​ເຈົ້າ​ຈະ​ມາ​ເກີດ​ຢູ່​ເທິງ​ໂລກ​ນີ້. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ເປີດ​ເຜີຍ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ສ່ວນ​ຕົວ​ຂອງ​ພວກ​ເຈົ້າ​ໃຫ້​ພວກ​ເຈົ້າ​ຮູ້, ແລະ ພຣະ​ອົງ​ຈະ​ເຮັດ​ເຊັ່ນ​ນັ້ນ​ເມື່ອ​ພວກ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.16

ຂ້າ​ພະ​ເຈົ້າ​ມັກ​ອ່ານ​ຂໍ້​ຄວາມ​ທີ່​ປະ​ທານ​ແນວ​ສັນ​ໄດ້​ລົງ​ໄວ້​ໃນ​ອິນ​ສະ​ຕາ​ແກຣມ. ໜຶ່ງ​ໃນ​ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ຄື​ທີ່​ໄດ້​ລົງ​ໄວ້​ໃນ​ວັນ​ທີ 20 ເດືອນ​ກໍ​ລະ​ກົດ, 2022 ເພິ່ນ​ໄດ້​ຂຽນ​ວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ທ່ານ​ໂດຍ​ກົງ, ສິ່ງ​ທຳ​ອິດ​ທີ່​ພຣະ​ອົງ​ຈະ​ເຮັດ​ໃຫ້​ທ່ານ​ເຂົ້າ​ໃຈ ຄື​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ທ່ານ. ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ແທ້ໆ. …

“… ທ່ານ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ: ສັກ​ກະ​ຍະ​ພາບ​ຂອງ​ທ່ານ​ນັ້ນ​ສູງ​ສົ່ງ. ດ້ວຍ​ການ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ຂອງ​ທ່ານ, ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ​ທ່ານ​ຈະ​ກາຍ​ເປັນ​ໃຜ.”17

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ພໍ່​ໃນ​ໂລກ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ໃຫ້​ຂ້າ​ພະ​ເຈົ້າ​ຄົ້ນ​ພົບ​ເອ​ກະ​ລັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ແຜນ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ແນວ​ໃດ?

ເຊົ້າ​ວັນ​ເສົາ​ມື້​ໜຶ່ງ ຕອນ​ທີ່​ຂ້າ​ພະ​ເຈົ້າ​ອາ​ຍຸ 13 ປີ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຕັດ​ຫຍ້າ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ວຽກ​ປະ​ຈຳ​ອາ​ທິດ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຕັດ​ຫຍ້າ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ປິດ​ປະ​ຕູ​ຫລັງ​ບ້ານ​ຂອງ​ພວກ​ເຮົາ ແລະ ຂ້າ​ພະ​ເຈົ້າ​ແນມ​ໄປ​ເຫັນ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ຫາ​ເພິ່ນ. ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ໄປ​ລະ​ບຽງ​ຫລັງ​ບ້ານ, ແລະ ເພິ່ນ​ໄດ້​ບອກ​ໃຫ້​ຂ້າ​ພະ​ເຈົ້າ​ນັ່ງ​ລົງ​ກັບ​ເພິ່ນ​ຢູ່​ຂັ້ນ​ໄດ. ມັນ​ເປັນ​ເຊົ້າ​ທີ່​ສວຍ​ງາມ. ຂ້າ​ພະ​ເຈົ້າ​ຍັງ​ຈື່​ໄດ້​ວ່າ​ເພິ່ນ​ນັ່ງ​ໃກ້​ກັບ​ຂ້າ​ພະ​ເຈົ້າ​ຈົນ​ບ່າ​ໄລ່​ຂອງ​ພວກ​ເຮົາ​ຕິດ​ກັນ. ເພິ່ນ​ເລີ່ມ​ຕົ້ນ​ດ້ວຍ​ການ​ບອກ​ຮັກ​ຂ້າ​ພະ​ເຈົ້າ. ເພິ່ນ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ​ເປົ້າ​ໝາຍ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຫຍັງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, “ໂອ, ມັນ​ງ່າຍ​ຫລາຍ​ທີ່​ຈະ​ຕອບ.” ທີ່​ແນ່ໆ​ຂ້າ​ພະ​ເຈົ້າ​ຮູ້​ແລ້ວ​ສອງ​ຢ່າງ: ຂ້າ​ພະ​ເຈົ້າ​ຢາກ​ສູງ​ກວ່າ​ເກົ່າ, ແລະ ຂ້າ​ພະ​ເຈົ້າ​ຢາກ​ໄປ​ນອນ​ປ່າ​ເລື້ອຍໆ. ຂ້າ​ພະ​ເຈົ້າ​ເປັນ​ຄົນ​ລຽບ​ງ່າຍ. ແລ້ວ​ເພິ່ນ​ກໍ​ຍິ້ມ, ແລະ ຢຸດ​ໄປ​ຄາວ​ໜຶ່ງ, ແລະ ເວົ້າ​ວ່າ: “ສະ​ຕີບ​ເອີຍ, ພໍ່​ຢາກ​ເລົ່າ​ບາງ​ເລື່ອງ​ໃຫ້​ເຈົ້າ​ຟັງ​ທີ່​ມັນ​ສຳ​ຄັນ​ກັບ​ພໍ່​ຫລາຍ. ພໍ່​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ເຮັດ​ໃຫ້​ສິ່ງ​ທີ່​ພໍ່​ຈະ​ກ່າວ​ໄປ​ນີ້​ຝັງ​ເລິກ​ລົງ​ໄປ​ໃນ​ໃຈ​ຂອງ​ເຈົ້າ ແລະ ຈິດ​ວິນ​ຍານ​ຂອງ​ເຈົ້າ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ.”

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ສົນ​ໃຈ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ນັ້ນ. ເພິ່ນ​ໄດ້​ຫັນ​ມາ ແລະ ເບິ່ງ​ເຂົ້າ​ໄປ​ໃນ​ດວງ​ຕາ​ຂອງ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ລູກ​ເອີຍ, ຈົ່ງ​ປົກ​ປ້ອງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ເຈົ້າ​ໄວ້.” ເພິ່ນ​ກໍ​ໄດ້​ຢຸດ​ດົນ​ເຕີບ​ເພື່ອ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ເວົ້າ​ນັ້ນ​ຊຶມ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

ແລ້ວ​ເພິ່ນ​ກໍ​ເວົ້າ​ຕໍ່​ໄປ​ອີກ​ວ່າ, “ເຈົ້າ​ຮູ້​ບໍ, ເວ​ລາ​ທີ່​ເຈົ້າ​ຢູ່​ຄົນ​ດຽວ ແລະ ບໍ່​ມີ​ໃຜ​ຮູ້​ໃຜ​ເຫັນ​ວ່າ​ເຈົ້າ​ກຳ​ລັງ​ເຮັດ​ຫຍັງ? ເວ​ລາ​ທີ່​ເຈົ້າ​ຄິດ​ວ່າ ສິ່ງ​ໃດ​ກໍ​ຕາມ, ‘ທີ່​ເຮົາ​ເຮັດ​ດຽວ​ນີ້​ບໍ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ໃຜ, ມີ​ແຕ່​ເຮົາ, ຄົນ​ດຽວ’?”

ແລ້ວ​ເພິ່ນ​ກໍ​ເວົ້າ​ວ່າ, “ຫລາຍ​ກວ່າ​ຊ່ວງ​ເວ​ລາ​ໃດ​ໃນ​ຊີ​ວິດ​ຂອງ​ເຈົ້າ, ສິ່ງ​ທີ່​ເຈົ້າ​ເຮັດ​ລະ​ຫວ່າງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ເຈົ້າ ຈະ​ສົ່ງ​ຜົນ​ສະ​ທ້ອນ​ຫລາຍ​ທີ່​ສຸດ​ຕໍ່​ວິ​ທີ​ທີ່​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍ ແລະ ຄວາມ​ເສຍ​ໃຈ​ທີ່​ເຈົ້າ​ຈະ​ປະ​ເຊີນ​ໜ້າ; ແລະ ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ເຈົ້າ​ກໍ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຫລາຍ​ເຊັ່ນ​ກັນ​ຕໍ່​ວິ​ທີ​ທີ່​ເຈົ້າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສຳ​ເລັດ ແລະ ຄວາມ​ຊື່ນ​ຊົມ​ທີ່​ເຈົ້າ​ຈະ​ປະ​ສົບ ຫລາຍ​ກວ່າ​ເວ​ລາ​ອື່ນ​ໃດ​ໃນ​ຊີ​ວິດ​ຂອງ​ເຈົ້າ.”

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ເພິ່ນ​ແລ້ວ. ນ້ຳ​ສຽງ ແລະ ຈັງ​ຫວະ​ຄຳ​ເວົ້າ​ຂອງ​ເພິ່ນ, ແລະ ຄວາມ​ຮັກ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ຈາກ​ຄຳ​ເວົ້າ​ຂອງ​ເພິ່ນ​ໃນ​ມື້​ນັ້ນ, ໄດ້​ຝັງ​ເລິກ​ລົງ​ໄປ​ໃນ​ໃຈ ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນັ້ນ.

ໃນ​ຫລາຍ​ປີ​ຜ່ານ​ມາ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ສິ່ງ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມື້​ນັ້ນ​ຢູ່​ທີ່​ຂັ້ນ​ໄດ​ບ້ານ​ຕອນ​ຍັງ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ​ຄື, ໃນ​ເວ​ລາ​ສ່ວນ​ຕົວ​ຂອງ​ຊີ​ວິດ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສາ​ມາດ​ໄປ​ຫາ​ພຣະ​ເຈົ້າ​ໄດ້​ໃນ​ການ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ວິ​ທີ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພອນ​ຂອງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພຣະ​ເຈົ້າ. ໃນ​ເວ​ລາ​ສ່ວນ​ຕົວ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ລ່ວງ​ໜ້າ​ເພື່ອ​ຮັບ​ໃຊ້​ເຜີຍ​ແຜ່. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພຣະ​ເຈົ້າ​ຮູ້​ຈັກ​ຂ້າ​ພະ​ເຈົ້າ ແລະ ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເຮັດ​ຜິດ​ພາດ​ຫລາຍ​ສິ່ງ​ຫລາຍ​ຢ່າງ ນັບ​ຕັ້ງ​ແຕ່​ມື້​ແຫ່ງ​ຄວາມ​ຊົງ​ຈຳ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ການ​ພະ​ຍາ​ຍາມ​ປົກ​ປ້ອງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ຍັງ​ຄົງ​ເປັນ​ເໝືອນ​ກັບ​ຮົ່ມ​ເງົາ​ໃຫ້​ຊົ້ນ​ໃນ​ເວ​ລາ​ເກີດ​ມໍ​ລະ​ສຸມ​ຊີ​ວິດ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສາ​ມາດ​ສະ​ແຫວງ​ຫາ​ບ່ອນ​ຫລົບ​ໄພ ແລະ ການ​ປິ່ນ​ປົວ, ໂດຍ​ການ​ເສີມ​ສ້າງ​ພອນ​ແຫ່ງ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ພວກ​ເຈົ້າ​ປົກ​ປ້ອງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ ໃນ​ວັນ​ພັກ​ຜ່ອນ​ທີ່​ດີ; ການ​ຟັງ​ເພງ​ທີ່​ຍົກ​ລະ​ດັບ​ຈິດ​ໃຈ; ການ​ອ່ານ​ພຣະ​ຄຳ​ພີ; ການ​ອະ​ທິ​ຖານ​ເປັນ​ປະ​ຈຳ ແລະ ມີ​ຄວາມ​ໝາຍ; ແລະ ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ໃຫ້​ໄດ້​ຮັບ ແລະ ໄຕ່​ຕອງ​ປິ​ຕຸ​ພອນ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. ໃນ​ຄຳ​ເວົ້າ​ຂອງ​ປະ​ທານ​ແນວ​ສັນ, ດວງ​ຕາ​ຂອງ​ພວກ​ເຈົ້າ​ຈະ “ເປີດ​ກວ້າງ​ຕໍ່​ຄວາມ​ຈິງ​ທີ່​ວ່າ ແທ້​ຈິງ​ແລ້ວ ຊີ​ວິດ​ນີ້ ເປັນ ເວ​ລາ​ທີ່​ພວກ​ເຈົ້າ​ຕ້ອງ​ຕັດ​ສິນ​ໃຈ​ວ່າ ພວກ​ເຈົ້າ ຕ້ອງ​ການ​ມີ​ຊີ​ວິດ​ແບບ​ໃດ​ຕະ​ຫລອດ​ໄປ.”18

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ, ໂດຍ​ສະ​ເພາະ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ​ລະ​ຫວ່າງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ. ພຣະ​ອົງ​ຈະ​ເປີດ​ເຜີຍ​ຂອງ​ປະ​ທານ​ແຫ່ງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ ແລະ ພອນ​ສະ​ຫວັນ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ຈະ​ຮູ້​ສຶກ​ວ່າ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຫຸ້ມ​ຫໍ່​ພວກ​ເຈົ້າ​ໄວ້, ຖ້າ​ຫາກ​ວ່າ​ພວກ​ເຈົ້າ​ຈະ​ທູນ​ຂໍ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ປາດ​ຖະ​ໜາ​ຢ່າງ​ແຮງ​ກ້າ​ທີ່​ຢາກ​ຈະ​ຮູ້​ຈັກ. ຂະ​ນະ​ທີ່​ພວກ​ເຈົ້າ​ປົກ​ປ້ອງ​ເວ​ລາ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ, ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ພວກ​ເຈົ້າ​ຈະ​ຜູກ​ມັດ​ຕົວ​ເອງ​ໄວ້​ກັບ​ພຣະ​ເຈົ້າ​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ ໃນ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພຣະ​ອົງ, ແລະ ພວກ​ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ເພື່ອ​ຈະ​ມີ​ຄວາມ​ຫວັງ, ສັດ​ທາ, ແລະ ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ ໃນ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ເຈົ້າ. ພວກ​ເຈົ້າ​ຢາກ​ຮູ້​ຈັກ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ພວກ​ເຈົ້າ​ບໍ? ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ອົງ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້, ແລະ ພຣະ​ອົງ​ໄດ້​ດົນ​ໃຈ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ຕໍ່​ໂລກ ເພື່ອ​ເຊື້ອ​ເຊີນ ເຮົາ​ແຕ່​ລະ​ຄົນ​ໃຫ້​ອະ​ທິ​ຖານ ແລະ ຮັບ​ເອົາ​ປະ​ສົບ​ການ​ເປີດ​ຫູ​ເປີດ​ຕາ​ນີ້​ເພື່ອ​ຕົວ​ເຮົາ​ເອງ.19 ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ ແລະ ອຳ​ນາດ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ ແລະ ຊື່ນ​ຊົມ​ກັບ​ພອນ​ທຸກ​ປະ​ການ​ຂອງ​ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ​ຂອງ​ພຣະ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Decisions for Eternity,” Liahona, Nov. 2013, 107.

  2. Russell M. Nelson, “Preaching the Gospel of Peace,” Liahona, May 2022, 6.

  3. ເບິ່ງ Russell M. Nelson, “Hope of Israel” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ທີ່​ດີ​ເລີດ​ທີ່​ສຸດ​ຂອງ​ພຣະ​ອົງ—ບາງ​ທີ, ຂ້າ​ພະ​ເຈົ້າ​ວ່າ, ທີມ​ທີ່​ຍອດ​ຍ້ຽມ​ທີ່​ສຸດ​ຂອງ​ພຣະ​ອົງ—ສຳ​ລັບ​ໄລ​ຍະ​ສຸດ​ທ້າຍ. ດວງ​ວິນ​ຍານ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ—ນັກ​ກິ​ລາ​ທີ່​ຍອດ​ຍ້ຽມ​ເຫລົ່າ​ນັ້ນ, ວິ​ລະ​ຊົນ​ເຫລົ່າ​ນັ້ນ—ຄື ພວກ​ເຈົ້າ ນັ້ນ​ເອງ!”

  4. ເບິ່ງ ເຢ​ເຣ​ມີ​ຢາ 1:5.

  5. ໂມ​ເຊ 3:5.

  6. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ຄຳ​ຂວັນ​ຂອງ​ຍິງ​ໜຸ່ມ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  7. Topics and Questions, “Premortal Life: Overview,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  8. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  9. ເບິ່ງ ແອວ​ມາ 13:1–4.

  10. Topics and Questions, “Premortal Life: Overview,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:55–56 ນຳ​ອີກ.

  11. ເບິ່ງ Topics and Questions, “Foreordination,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  12. ເບິ່ງ Russell M. Nelson, “Hope of Israel.”

  13. Topics and Questions, “Foreordination,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ເບິ່ງ ເຢ​ເຣ​ມີ​ຢາ 1:5; “What Is the Relationship between Foreordination and Agency?,” Liahona, Oct. 2023, 47; ຄູ່​ມື​ພຣະ​ຄຳ​ພີ, “ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  14. ເບິ່ງ ແອວ​ມາ 13:1–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:20–21.

  15. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  16. ເບິ່ງ ເຢ​ເຣ​ມີ​ຢາ 1:5.

  17. Russell M. Nelson, Instagram, July 20, 2022, Instagram.com/russellmnelson.

  18. Russell M. Nelson, “Choices for Eternity” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ຕະ​ຫລອດ​ທົ່ວ​ໂລກ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  19. ເບິ່ງ Russell M. Nelson, “Revelation for the Church, Revelation for Our Lives,” Liahona,, May 2018, 93–96.