ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ

ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ຄວາມ​ຮັກ ແລະ ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ແກ່ນ​ສານ​ຂອງ​ການ​ເປັນ​ພາກ​ສ່ວນ​ທີ່​ແທ້​ຈິງ​ຄື​ການ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ.

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ແຕ່​ຄວາມ​ເປັນ​ຈິງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກັບ​ມາ​ສູ່​ຂ້າ​ພະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 25 ປີ. ຂ້າ​ພະ​ເຈົ້າ​ຫາ​ກໍ​ຈົບ​ຈາກ​ໂຮງ​ຮຽນ​ກົດ​ໝາຍ​ສະ​ແຕນ​ຝອດ ແລະ ກຳ​ລັງ​ສຶກ​ສາ​ເພື່ອ​ສອບ​ເສັງ​ເຂົ້າ​ເປັນ​ທະ​ນາຍ​ຄວາມ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ. ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໂທ​ຫາ ແລະ ເວົ້າ​ວ່າ ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ, ໂຄຣ​ຊິ​ເອີ ຄິມ​ໂບ, ຜູ້​ອາ​ໄສ​ຢູ່​ໃນ​ລັດ​ຢູ​ທາ, ໃກ້​ຈະ​ເສຍ​ຊີ​ວິດ. ເພິ່ນ​ເວົ້າ​ວ່າ ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຢາກ​ໄປ​ເບິ່ງ​ເພິ່ນ, ຂ້າ​ພະ​ເຈົ້າ​ຕ້ອງ​ກັບ​ບ້ານ​ດ່ວນ. ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 86 ປີ ແລະ ເຈັບ​ປ່ວຍ​ໜັກ. ຂ້າ​ພະ​ເຈົ້າ​ໄດ້​ມີ​ເວ​ລາ​ຢ້ຽມ​ຢາມ​ທີ່​ດີ​ເລີດ​ກັບ​ເພິ່ນ. ເພິ່ນ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ຂ້າ​ພະ​ເຈົ້າ ແລະ ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ກັບ​ຂ້າ​ພະ​ເຈົ້າ.

ຕອນ​ພໍ່​ຕູ້ ໂຄຣ​ຊິ​ເອີ ມີ​ອາ​ຍຸ​ພຽງ​ສາມ​ປີ, ພໍ່​ຂອງ​ເພິ່ນ, ເດ​ວິດ ແພັດ​ເທັນ ຄິມ​ໂບ, ໄດ້​ເສຍ​ຊີ​ວິດ​ເມື່ອ​ອາ​ຍຸ 44 ປີ.1 ພໍ່​ຕູ້ ໂຄຣ​ຊິ​ເອີ ຫວັງ​ວ່າ​ພໍ່​ຂອງ​ເພິ່ນ ແລະ ພໍ່​ຕູ້​ຂອງ​ເພິ່ນ ຮີ​ເບີ ຊີ ຄິມ​ໂບ ຈະ​ເຫັນ​ດີ​ນຳ​ຊີ​ວິດ​ຂອງ​ເພິ່ນ ແລະ ຮູ້​ສຶກ​ວ່າ​ເພິ່ນ​ໄດ້​ຊື່​ສັດ​ຕໍ່​ມໍ​ລະ​ດົກ​ຂອງ​ເພິ່ນ​ຕະ​ຫລອດ​ມາ.

ຄຳ​ແນະ​ນຳ​ຕົ້ນ​ຕໍ​ຂອງ​ພໍ່​ຕູ້​ຕໍ່​ຂ້າ​ພະ​ເຈົ້າ​ຄື ໃຫ້​ຫລີກ​ເວັ້ນ​ຈາກ​ການ​ມີ​ສິດ​ໄດ້​ຮັບ ຫລື ສິດ​ທິ​ພິ​ເສດ​ໃດໆ ເນື່ອງ​ຈາກ​ບັນ​ພະ​ບຸ​ລຸດ​ທີ່​ຊື່​ສັດ​ເຫລົ່າ​ນີ້. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ຄວນ​ສຸມ​ໃຈ​ໃສ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ເວົ້າ​ວ່າ​ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ບໍ່​ວ່າ​ບັນ​ພະ​ບຸ​ລຸດ​ທາງ​ໂລກ​ຂອງ​ເຮົາ​ຈະ​ເປັນ​ໃຜ, ເຮົາ​ແຕ່​ລະ​ຄົນ​ຈະ​ລາຍ​ງານ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ວ່າ​ເຮົາ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໄດ້​ດີ​ພຽງ​ໃດ.

ພໍ່​ຕູ້​ໄດ້​ອ້າງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ​ເປັນ “ຜູ້​ຮັກ​ສາ​ປະ​ຕູ,” ຊຶ່ງ​ເປັນ​ການ​ອ້າງ​ອີງ​ເຖິງ 2 ນີ​ໄຟ 9:41. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ຫວັງ​ວ່າ​ເພິ່ນ​ໄດ້​ກັບ​ໃຈ​ພຽງ​ພໍ​ທີ່​ຈະ​ມີ​ຄຸນ​ສົມ​ບັດ​ສຳ​ລັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.2

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເພິ່ນ​ເປັນ​ຄົນ​ຊອບ​ທຳ. ເພິ່ນ​ເປັນ​ປິ​ຕຸ ແລະ ໄດ້​ຮັບ​ໃຊ້​ວຽກ​ງານ​ເຜີຍ​ແຜ່​ຫລາຍ​ຄັ້ງ. ເພິ່ນ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ວ່າ ບໍ່​ມີ​ໃຜ​ສາ​ມາດ​ກັບ​ໄປ​ຫາ​ພຣະ​ເຈົ້າ​ໄດ້ ໂດຍ​ການ​ເຮັດ​ຄວາມ​ດີ​ຢ່າງ​ດຽວ ໂດຍ​ບໍ່​ໄດ້​ຮັບ​ປະ​ໂຫຍດ​ຈາກ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າ​ພະ​ເຈົ້າ​ຈື່​ຈຳ​ໄດ້​ຈົນ​ເຖິງ​ທຸກ​ວັນ​ນີ້ ເຖິງ​ຄວາມ​ຮັກ ແລະ ຄວາມ​ຮູ້​ບຸນ​ຄຸນ​ອັນ​ຍິ່ງ​ໃຫຍ່ ທີ່​ພໍ່​ຕູ້​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ໃນ​ປີ 2019 ລະ​ຫວ່າງ​ໄປ​ເຮັດ​ວຽກ​ງານ​ມອບ​ໝາຍ​ໃນ​ເຢ​ຣູ​ຊາ​ເລັມ,3 ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ອາດ​ໃກ້​ກັບ​ບ່ອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ລ້າງ​ຕີນ​ໃຫ້​ພວກ​ສາ​ວົກ​ຂອງ​ພຣະ​ອົງ ກ່ອນ​ການ​ຄຶງ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທາງ​ວິນ​ຍານ ແລະ ນຶກ​ເຖິງ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ໃຫ້​ຮັກ​ກັນ​ແລະ​ກັນ.

ຂ້າ​ພະ​ເຈົ້າ​ຈື່​ຄຳ​ອະ​ທິ​ຖານ​ອ້ອນ​ວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ. ຄຳ​ອະ​ທິ​ຖານ​ນີ້​ໄດ້​ເກີດ​ຂຶ້ນ​ໃນ​ຊ່ວງ​ເວ​ລາ​ສຸດ​ທ້າຍ​ແຫ່ງ​ພຣະ​ຊົນ​ຊີບ​ມະ​ຕະ​ຂອງ​ພຣະ​ອົງ ຕາມ​ທີ່​ບັນ​ທຶກ​ໄວ້​ໃນ​ພຣະ​ທຳ​ໂຢ​ຮັນ.

ຄຳ​ອະ​ທິ​ຖານ​ນີ້​ມຸ້ງ​ໄປ​ທີ່​ຜູ້​ຕິດ​ຕາມ​ພຣະ​ຄຣິດ, ລວມ​ທັງ​ເຮົາ​ທຸກ​ຄົນ.4 ໃນ​ຄຳ​ອ້ອນ​ວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ອ້ອນ​ວອນ​ວ່າ “ເພື່ອ​ໃຫ້​ພວກ​ເຂົາ​ທັງ​ໝົດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ; ໂອ ພຣະ​ບິ​ດາ​ເອີຍ, ຂໍ​ໂຜດ​ໃຫ້​ພວກ​ເຂົາ​ຢູ່​ໃນ​ເຮົາ​ທັງ​ສອງ​ເໝືອນ​ກັນ.” ແລ້ວ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ​ຕື່ມ​ວ່າ, “ຂ້າ​ນ້ອຍ​ມອບ​ກຽດ​ຕິ​ຍົດ​ຢ່າງ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ໃຫ້​ຂ້າ​ນ້ອຍ​ນັ້ນ​ແກ່​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ເໝືອນ​ດັ່ງ​ພຣະ​ອົງ​ກັບ​ຂ້າ​ນ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”5 ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ຄື​ສິ່ງ​ທີ່​ພຣະ​ຄຣິດ​ໄດ້​ອະ​ທິ​ຖານ​ທູນ​ຂໍ ກ່ອນ​ພຣະ​ອົງ​ຖືກ​ທໍ​ລະ​ຍົດ ແລະ ຖືກ​ຄຶງ. ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ກັບ​ພຣະ​ຄຣິດ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ສາ​ມາດ​ໄດ້​ຮັບ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄວາມ​ເມດ​ຕາ​ທີ່​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ຂຶ້ນ​ຢູ່​ກັບ​ເຊື້ອ​ສາຍ, ການ​ສຶກ​ສາ, ຖາ​ນະ​ເສດ​ຖະ​ກິດ, ຫລື ເຊື້ອ​ຊາດ. ມັນ​ຂຶ້ນ​ຢູ່​ກັບ​ການ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ການ​ປົກ​ຄອງ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປີ 1830, ບໍ່​ດົນ​ຫລັງ​ຈາກ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ. ພາກ​ທີ 20 ໃນ​ປະ​ຈຸ​ບັນ ໄດ້​ຖືກ​ອ່ານ​ໂດຍ​ສາດ​ສະ​ດາ​ໂຈ​ເຊັບ ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຄັ້ງ​ທຳ​ອິດ ແລະ ເປັນ​ການ​ເປີດ​ເຜີຍ​ທຳ​ອິດ​ທີ່​ຖືກ​ອະ​ນຸ​ມັດ​ໂດຍ​ຄວາມ​ຍິນ​ຍອມ​ນຳ​ກັນ.6

ເນື້ອ​ຫາ​ຂອງ​ການ​ເປີດ​ເຜີຍ​ນີ້​ແມ່ນ​ໂດດ​ເດັ່ນ​ແທ້ໆ. ມັນ​ສິດ​ສອນ​ເຮົາ​ເຖິງ​ຄວາມ​ສຳ​ຄັນ ແລະ ບົດ​ບາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວິ​ທີ​ທີ່​ຈະ​ເຂົ້າ​ເຖິງ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ ຜ່ານ​ທາງ​ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ສາດ​ສະ​ດາ​ໂຈ​ເຊັບ​ມີ​ອາ​ຍຸ 24 ປີ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ ແລະ ໄດ້​ສຳ​ເລັດ​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ. ທັງ​ໂຈ​ເຊັບ ແລະ ອໍ​ລີ​ເວີ​ໄດ້​ຖືກ​ລະ​ບຸ​ວ່າ​ເປັນ​ອັກ​ຄະ​ສາ​ວົກ​ທີ່​ໄດ້​ຮັບ​ການ​ແຕ່ງ​​ຕັ້ງ​ແລ້ວ, ດັ່ງ​ນັ້ນ​ຈຶ່ງ​ມີ​ສິດ​ອຳ​ນາດ​ທີ່​ຈະ​ຄວບ​ຄຸມ​ສາດ​ສະ​ໜາ​ຈັກ.

ຂໍ້​ທີ 17 ເຖິງ 36 ບັນ​ຈຸ​ຂໍ້​ສະ​ຫລຸບ​ຂອງ​ຄຳ​ສອນ​ທີ່​ຈຳ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ເຈົ້າ, ແລະ ການ​ສ້າງ​ມະ​ນຸດ​ຊາດ, ການ​ຕົກ, ແລະ ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ້​ທີ 37 ບັນ​ຈຸ​ຂໍ້​ກຳ​ນົດ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂໍ້​ທີ 75 ເຖິງ 79 ກຳ​ນົດ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ ທີ່​ເຮົາ​ໃຊ້​ທຸກໆ​ວັນ​ຊະ​ບາ​ໂຕ.

ຄຳ​ສອນ, ຫລັກ​ທຳ, ສິນ​ລະ​ລຶກ, ແລະ ການ​ປະ​ຕິ​ບັດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ຖາ​ປະ​ນາ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ, ສາດ​ສະ​ດາ​ຂອງ​ການ​ຟື້ນ​ຟູ, ມີ​ອິດ​ທິ​ພົນ​ຫລາຍ​ແທ້ໆ.7

ຂໍ້​ກຳ​ນົດ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ, ເຖິງ​ແມ່ນ​ຈະ​ເລິກ​ເຊິ່ງ, ແຕ່​ກໍ​ລຽບ​ງ່າຍ​ເປັນ​ພິ​ເສດ. ຕົ້ນ​ຕໍ​ແມ່ນ​ລວມ​ດ້ວຍ​ຄວາມ​ຖ່ອມ​ຕົວ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ,8 ກັບ​ໃຈ​ຈາກ​ບາບ​ທັງ​ໝົດ, ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ແລະ ສະ​ແດງ​ອອກ​ໂດຍ​ວຽກ​ງານ​ຂອງ​ເຮົາ ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ.9

ມັນ​ສຳ​ຄັນ​ທີ່​ຄຸນ​ສົມ​ບັດ​ທັງ​ໝົດ​ສຳ​ລັບ​ການ​ຮັບ​ບັບ​ຕິ​ສະ​ມາ ເປັນ​ເລື່ອງ​ທາງ​ວິນ​ຍານ. ບໍ່​ຈຳ​ເປັນ​ຕ້ອງ​ລະ​ບຸ​ຜົນ​ສຳ​ເລັດ​ທາງ​ເສດ​ຖະ​ກິດ ຫລື ສັງ​ຄົມ. ຄົນ​ຍາກ​ຈົນ ແລະ ຄົນ​ຮັ່ງ​ມີ ມີ​ຂໍ້​ກຳ​ນົດ​ທາງ​ວິນ​ຍານ​ທີ່​ເໝືອນ​ກັນ.

ບໍ່​ມີ​ຂໍ້​ກຳ​ນົດ​ດ້ານ​ເຊື້ອ​ຊາດ, ເພດ, ຫລື ຊົນ​ເຜົ່າ. ພຣະ​ຄຳ​ພີ​ມໍ​ມອນ​ປະ​ກາດ​ຢ່າງ​ແຈ່ມ​ແຈ້ງ​ວ່າ ທຸກ​ຄົນ ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ເອົາ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, “ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ; … ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ.”10 “ທຸກ​ຄົນ​ມີ​ສິດ​ເທົ່າ​ທຽມ​ກັນ ແລະ ບໍ່​ມີ​ໃຜ​ຖືກ​ຫ້າມ.”11

ເນື່ອງ​ຈາກ “ຄວາມ​ຄ້າຍ​ຄື​ກັນ” ​ຂອງ​ພວກ​ເຮົາ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຈຶ່ງ​ບໍ່​ສົມ​ຄວນ​ທີ່​ຈະ​ເນັ້ນ​ຄວາມ​ແຕກ​ຕ່າງ​ຂອງ​ພວກ​ເຮົາ. ບາງ​ຄົນ​ຊັກ​ຈູງ​ເຮົາ​ຢ່າງ​ຜິດໆ “ໃຫ້​ຈິນ​ຕະ​ນາ​ການ​ວ່າ ຜູ້​ຄົນ​ແຕກ​ຕ່າງ​ຈາກ​ຕົວ​ເຮົາ​ເອງ ແລະ ຈາກ​ກັນ​ແລະ​ກັນ ຫລາຍ​ກວ່າ​ຄວາມ​ເປັນ​ຈິງ. [ບາງ​ຄົນ] ຍົກ​ເອົາ​ຄວາມ​ແຕກ​ຕ່າງ​ທີ່​ແທ້​ຈິງ ແຕ່​ເລັກ​ນ້ອຍ ແລ້ວ​ຂະ​ຫຍາຍ​ມັນ​ອອກ​ຢ່າງ​ກວ້າງ​ຂວາງ.”12

ນອກ​ເໜືອ​ຈາກ​ນີ້, ບາງ​ຄົນ​ຍັງ​ຄິດ​ຜິດ​ວ່າ ເນື່ອງ​ຈາກ​ທຸກ​ຄົນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ເອົາ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ, ຈຶ່ງ​ບໍ່​ຈຳ​ເປັນ​ມີ​ຂໍ້​ກຳ​ນົດ​ໃນ​ການ​ປະ​ພຶດ.13

ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຄຳ​ພີ​ຢືນ​ຢັນ​ວ່າ ທຸກ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ຖືກ​ຮຽກ​ຮ້ອງ​ໃຫ້​ກັບ​ໃຈ​ຈາກ​ບາບ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.14 ພຣະ​ຜູ້​ເປັນ​ເຈົ້າ​ປະ​ກາດ​ຢ່າງ​ແຈ່ມ​ແຈ້ງ​ວ່າ ທຸກ​ຄົນ​ມີ​ອຳ​ເພີ​ໃຈ​ທາງ​ສິນ​ທຳ ແລະ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ, … ແລະ ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ; ແລະ ຊື່​ສັດ​ຕໍ່​ຄຳ​ຂອງ​ພຣະ​ອົງ, ແລະ ເລືອກ​ຊີ​ວິດ​ນິ​ລັນ​ດອນ.”15 ເພື່ອ​ຮັບ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຕ້ອງ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໂດຍ​ຢືນ​ຢັນ ເພື່ອ​ເລືອກ​ພຣະ​ຄຣິດ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ໃນ​ຊ່ວງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ໝາຍ​ຂອງ “ອຳ​ເພີ​ໃຈ” ແລະ “ຄວາມ​ສະ​ໝັກ​ໃຈ” ໄດ້​ຖືກ​ຖົກ​ຖຽງ ແລະ ໂຕ້​ວາ​ທີ​ຕະ​ຫລອດ​ມາ. ເຄີຍ​ມີ ແລະ ຍັງ​ສືບ​ຕໍ່​ໂຕ້​ຖຽງ​ທາງ​ປັນ​ຍາ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ຫົວ​ຂໍ້​ເຫລົ່າ​ນີ້.

ຢູ່​ໃນ​ໜ້າ​ປົກ​ຂອງ​ໜັງ​ສື​ລ່າ​ສຸດ ຂອງ​ສິດ​ເກົ່າ​ມະ​ຫາ​ວິ​ທະ​ຍາ​ໄລ​ຊື່​ດັງ, ອາ​ຈານ​ນັກ​ຊີ​ວະ​ວິ​ທະ​ຍາ​ທີ່​ມີ​ຊື່​ສຽງ​ຢືນ​ຢັນ​ວ່າ, “ບໍ່​ມີ​ບ່ອນ​ວ່າງ​ສຳ​ລັບ​ຄວາມ​ສະ​ໝັກ​ໃຈ.”16 ບໍ່​ໜ້າ​ແປກ​ໃຈ​ເລີຍ​ທີ່, ອາ​ຈານ​ຄົນ​ນີ້​ຖືກ​ອ້າງ​ເຖິງ​ໃນ​ບົດ​ຄວາມ​ທີ່​ວ່າ, “ບໍ່​ມີ​ສິ່ງ​ທີ່​ເອີ້ນ​ວ່າ​ພຣະ​ເຈົ້າ, … ແລະ ບໍ່​ມີ​ຄວາມ​ສະ​ໝັກ​ໃຈ, ແລະ ນີ້​ແມ່ນ​ຈັກ​ກະ​ວານ​ອັນ​ກວ້າງ​ໃຫຍ່​ໄພ​ສານ, ທີ່​ເສີຍ​ເມີຍ, ແລະ ວ່າງ​ເປົ່າ.”17 ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ບໍ່​ເຫັນ​ດ້ວຍ​ແຮງ​ກວ່າ​ນີ້.

ຄຳ​ສອນ​ພື້ນ​ຖານ​ຂອງ​ຄວາມ​ເຊື່ອ​ຂອງ​ເຮົາ​ແມ່ນ​ວ່າ ເຮົາ​ມີ​ອຳ​ເພີ​ໃຈ​ທາງ​ສິນ​ທຳ,18 ຊຶ່ງ​ລວມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ.19 ອຳ​ເພີ​ໃຈ​ແມ່ນ​ຄວາມ​ສາ​ມາດ​ທີ່​ຈະ​ເລືອກ ແລະ ປະ​ຕິ​ບັດ. ມັນ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ. ຖ້າ​ບໍ່​ມີ​ອຳ​ເພີ​ໃນ​ທາງ​ສິນ​ທຳ, ເຮົາ​ບໍ່​ສາ​ມາດ​ຮຽນ​ຮູ້, ກ້າວ​ໜ້າ, ຫລື ເລືອກ​ທີ່​ຈະ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ​ໄດ້. ຍ້ອນ​ອຳ​ເພີ​ໃຈ​ທາງ​ສິນ​ທຳ, ເຮົາ​ຈຶ່ງ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ.”20 ໃນ​ສະ​ພາ​ກ່ອນ​ເກີດ​ໃນ​ສະ​ຫວັນ, ແຜນ​ຂອງ​ພຣະ​ບິ​ດາ​ແມ່ນ​ລວມ​ທັງ​ອຳ​ເພີ​ໃຈ ຊຶ່ງ​ເປັນ​ອົງ​ປະ​ກອບ​ທີ່​ສຳ​ຄັນ. ລູ​ຊິ​ເຟີ​ໄດ້​ກະ​ບົດ ແລະ “ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ອຳ​ເພີ​ໃຈ​ຂອງ​ມະ​ນຸດ.”21 ອີງ​ຕາມ​ນັ້ນ, ສິດ​ທິ​ພິ​ເສດ​ຂອງ​ການ​ມີ​ຮ່າງ​ກາຍ​ມະ​ຕະ​ຈຶ່ງ​ໄດ້​ຖືກ​ປະ​ຕິ​ເສດ​ຕໍ່​ຊາ​ຕານ ແລະ ຜູ້​ທີ່​ຕິດ​ຕາມ​ມັນ.

ວິນ​ຍານ​ກ່ອນ​ເກີດ​ດວງ​ອື່ນໆ​ໄດ້​ໃຊ້​ອຳ​ເພີ​ໃຈ​ຂອງ​ພວກ​ເຂົາ​ໃນ​ການ​ເຮັດ​ຕາມ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ວິນ​ຍານ​ທີ່​ໄດ້​ຮັບ​ພອນ​ຈາກ​ການ​ມາ​ເກີດ​ສູ່​ຊີ​ວິດ​ມະ​ຕະ​ນີ້ ຍັງ​ຄົງ​ມີ​ອຳ​ເພີ​ໃຈ​ຕໍ່​ໄປ. ເຮົາ​ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ ແລະ ປະ​ຕິ​ບັດ, ແຕ່​ເຮົາ​ບໍ່​ສາ​ມາດ​ຄວບ​ຄຸມ​ຜົນ​ສະ​ທ້ອນ. “ການ​ເລືອກ​ຄວາມ​ດີ ແລະ ຄວາມ​ຊອບ​ທຳ ນຳ​ໄປ​ສູ່​ຄວາມ​ສຸກ, ສັນ​ຕິ​ສຸກ, ແລະ ຊີ​ວິດ​ນິ​ລັນ​ດອນ ໃນ​ຂະ​ນະ​ທີ່​ການ​ເລືອກ​ບາບ ແລະ ຄວາມ​ຊົ່ວ ນຳ​ໄປ​ສູ່​ຄວາມ​ເຈັບ​ປວດ​ໃຈ ແລະ ຄວາມ​ທຸກ​ທໍ​ລະ​ມານ.”22 ດັ່ງ​ທີ່​ແອວ​ມາ​ໄດ້​ກ່າວ, “ຄວາມ​ຊົ່ວ​ຮ້າຍ​ບໍ່​ເຄີຍ​ເປັນ​ຄວາມ​ສຸກ.”23

ໃນ​ໂລກ​ທີ່​ມີ​ການ​ແຂ່ງ​ຂັນ​ສູງ​ນີ້, ມີ​ການ​ພະ​ຍາ​ຍາມ​ທີ່​ຈະ​ຂຶ້ນ​ໃຫ້​ສູງ​ສະ​ເໝີ. ການ​ພະ​ຍາ​ຍາມ​ເປັນ​ຄົນ​ດີ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ເປັນ​ໄດ້ ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ຊອບ​ທຳ ແລະ ກຸ້ມ​ຄ່າ. ມັນ​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ການ​ພະ​ຍາ​ຍາມ​ທີ່​ຈະ​ຫລຸດ​ຜ່ອນ ຫລື ຄັດ​ຄ້ານ​ຄົນ​ອື່ນ ຫລື ສ້າງ​ສິ່ງ​ກີດ​ກັນ​ຄວາມ​ສຳ​ເລັດ​ຂອງ​ພວກ​ເຂົາ ແມ່ນ​ຂັດ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ບໍ່​ສາ​ມາດ​ຕຳ​ນິ​ສະ​ຖາ​ນະ​ການ ຫລື ຄົນ​ອື່ນ​ກັບ​ການ​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ໃນ​ໂລກ​ປະ​ຈຸ​ບັນ, ມັນ​ງ່າຍ​ທີ່​ຈະ​ສຸມ​ໃຈ​ໃສ່​ຄວາມ​ສຳ​ເລັດ​ທາງ​ດ້ານ​ໂລກ ແລະ ອາ​ຊີບ. ບາງ​ຄົນ​ມອງ​ຂ້າມ​ຫລັກ​ທຳ​ນິ​ລັນ​ດອນ ແລະ ການ​ເລືອກ​ທີ່​ມີ​ຄວາມ​ສຳ​ຄັນ​ນິ​ລັນ​ດອນ. ເຮົາ​ຈະ​ສະ​ຫລາດ​ຖ້າ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ “ຈົ່ງ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.”24

ເກືອບ​ທຸກ​ຄົນ​ສາ​ມາດ​ເລືອກ​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ສຳ​ຄັນ​ທີ່​ສຸດ​ໄດ້ ໂດຍ​ບໍ່​ຄຳ​ນຶງ​ເຖິງ​ພອນ​ສະ​ຫວັນ, ຄວາມ​ສາ​ມາດ, ໂອ​ກາດ, ຫລື ສະ​ຖາ​ນະ​ການ​ທາງ​ເສດ​ຖະ​ກິດ. ການ​ເນັ້ນ​ເລື່ອງ​ການ​ເລືອກ​ຄອບ​ຄົວ​ກ່ອນ ເປັນ​ສິ່ງ​ສຳ​ຄັນ. ເລື່ອງ​ນີ້​ແມ່ນ​ແຈ່ມ​ແຈ້ງ​ຕະ​ຫລອດ​ທົ່ວ​ພຣະ​ຄຳ​ພີ. ໃຫ້​ຄິດ​ເຖິງ​ເລື່ອງ​ລາວ​ໃນ 1 ນີ​ໄຟ ທີ່​ລີ​ໄຮ “ໄດ້​ອອກ​ໄປ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລະ ເພິ່ນ​ໄດ້​ປະ​ຖິ້ມ​ເຮືອນ​ຊານ [ຂອງ​ເພິ່ນ], ແລະ ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ເພິ່ນ, ແລະ ຄຳ​ຂອງ​ເພິ່ນ, ແລະ ເງິນ​ຂອງ​ເພິ່ນ, ແລະ ຂອງ​ມີ​ຄ່າ​ຂອງ​ເພິ່ນ, ແລະ ບໍ່​ໄດ້​ເອົາ​ສິ່ງ​ໃດ​ໄປ​ກັບ​ເພິ່ນ​ເລີຍ, ນອກ​ຈາກ​ຄອບ​ຄົວ [ຂອງ​ເພິ່ນ].”25

ຂະ​ນະ​ທີ່​ເຮົາ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຊີ​ວິດ, ເຫດ​ການ​ຫລາຍ​ຢ່າງ​ຈະ​ເກີດ​ຂຶ້ນ ໂດຍ​ທີ່​ເຮົາ​ສາ​ມາດ​ຄວບ​ຄຸມ​ໄດ້​ໜ້ອຍ ຫລື ຄວບ​ຄຸມ​ບໍ່​ໄດ້​ເລີຍ. ຄວາມ​ທ້າ​ທາຍ​ດ້ານ​ສຸ​ຂະ​ພາບ ແລະ ອຸ​ບັດ​ຕິ​ເຫດ ແນ່ນອນ​ສາ​ມາດ​ຈັດ​ຢູ່​ໃນ​ປະ​ເພດ​ນີ້​ໄດ້. ການ​ລະ​ບາດ​ໃຫຍ່​ຂອງ ໂຄວິດ-19 ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ທີ່​ເຮັດ​ທຸກ​ຢ່າງ​ໃນ​ທາງ​ທີ່​ຖືກ​ຕ້ອງ. ສຳ​ລັບ​ທາງ​ເລືອກ​ທີ່​ສຳ​ຄັນ​ທີ່​ສຸດ, ເຮົາ​ສາ​ມາດ​ຄວບ​ຄຸມ​ໄດ້. ຢ້ອນ​ກັບ​ໄປ​ສະ​ໄໝ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ແອວ​ເດີ ແມ​ຣິ​ອອນ ດີ ແຮ໊ງສ໌, ປະ​ທານ​ເຜີຍ​ແຜ່​ຂອງ​ພວກ​ເຮົາ, ໄດ້​ໃຫ້​ພວກ​ເຮົາ​ທຸກ​ຄົນ​ທ່ອງ​ຈຳ​ບົດ​ກະ​ວີ​ບົດ​ໜຶ່ງ​ຂອງ ເອວ​ລາ ວຽວ​ເລີ ວິວ​ຄ໊ອກສ໌:

ບໍ່​ມີ​ໂອ​ກາດ​ໃດ, ໂຊກ​ຊາ​ຕາ​ໃດ, ຊາ​ຕາ​ກຳ​ໃດ,

ສາ​ມາດ​ຫລີກ​ເວັ້ນ ຫລື ຂັດ​ຂວາງ ຫລື ຄວບ​ຄຸມ

ຈິດ​ວິນ​ຍານ​ທີ່​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ໄດ້.26

ໃນ​ເລື່ອງ​ຫລັກ​ທຳ, ການ​ປະ​ພຶດ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ, ເຮົາ​ສາ​ມາດ​ຄວບ​ຄຸມ​ໄດ້. ສັດ​ທາ​ຂອງ​ເຮົາ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ເປັນ​ທາງ​ເລືອກ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້.27

ກະ​ລຸ​ນາ​ເຂົ້າ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ສົ່ງ​ເສີມ​ຄວາມ​ສົນ​ໃຈ​ໜ້ອຍ​ລົງ ໃນ​ການ​ສຶກ​ສາ ຫລື ອາ​ຊີບ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ຄື ເມື່ອ​ຄວາມ​ພະ​ຍາ​ຍາມ​ໃນ​ດ້ານ​ການ​ສຶກ​ສາ ແລະ ອາ​ຊີບ​ຢູ່​ເໜືອ​ກວ່າ​ຄອບ​ຄົວ ຫລື ເໜືອ​ກວ່າ​ການ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ, ແລ້ວ​ຜົນ​ທີ່​ບໍ່​ຕັ້ງ​ໃຈ ສາ​ມາດ​ເປັນ​ທາງ​ລົບ​ຢ່າງ​ຫລວງ​ຫລາຍ.

ຄຳ​ສອນ​ທີ່​ແຈ່ມ​ແຈ້ງ ແລະ ລຽບ​ງ່າຍ ທີ່​ກຳ​ນົດ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20 ເປັນ​ໜ້າ​ປະ​ທັບ​ໃຈ ແລະ ໜ້າ​ສົນ​ໃຈ ຂະ​ນະ​ທີ່​ມັນ​ຂະ​ຫຍາຍ ແລະ ຊີ້​ແຈງ​ແນວ​ຄິດ​ທາງ​ວິນ​ຍານ​ທີ່​ສັກ​ສິດ. ມັນ​ສິດ​ສອນ​ວ່າ ຄວາມ​ລອດ​ມີ​ມາ ເມື່ອ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ຄວາມ​ຍຸດ​ຕິ​ທຳ ແລະ ຊຳ​ລະ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ​ໃຫ້​ບໍ​ລິ​ສຸດ ເພາະ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.28 ມັນ​ເປັນ​ການ​ກຳ​ນົດ​ຂັ້ນ​ຕອນ​ສຳ​ລັບ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ເຮົາ​ຄວນ​ພະ​ຍາ​ຍາມ​ລວມ​ຄົນ​ອື່ນ​ເຂົ້າ​ໃນ​ວົງ​ການ​ແຫ່ງ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເພື່ອ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ, ເຮົາ​ຕ້ອງ​ລວມ​ຄົນ​ອື່ນ​ເຂົ້າ​ໃນ​ວົງ​ການ​ແຫ່ງ​ຄວາມ​ເປັນ​ໜຶ່ງ​ດຽວ​ກັນ​ຂອງ​ເຮົາ​ດ້ວຍ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ຢ່າງ​ສວຍ​ງາມ​ວ່າ: “ໃນ​ທຸກ​ທະ​ວີບ ແລະ ທຸກ​ເກາະ​ໃນ​ທະ​ເລ, ຜູ້​ຄົນ​ທີ່​ຊື່​ສັດ​ກຳ​ລັງ​ຖືກ​ເຕົ້າ​ໂຮມ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຄວາມ​ແຕກ​ຕ່າງ​ໃນ​ວັດ​ທະ​ນະ​ທຳ, ພາສາ, ເພດ, ເຊື້ອ​ຊາດ, ແລະ ສັນ​ຊາດ ໄດ້​ກາຍ​ເປັນ​ເລື່ອງ​ທີ່ບໍ່​ສຳ​ຄັນ ເມື່ອ​ຜູ້​ທີ່​ຊື່​ສັດ​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ມາ​ຫາ​ພຣະ​ຜູ້​ໄຖ່​ທີ່​ຊົງ​ຮັກ​ຂອງ​ເຮົາ.”29

ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ຄວາມ​ຮັກ ແລະ ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ແກ່ນ​ສານ​ຂອງ​ການ​ເປັນ​ພາກ​ສ່ວນ​ທີ່​ແທ້​ຈິງ​ຄື​ການ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ. ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ​ທີ່​ກຳ​ນົດ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20, ຮ່ວມ​ກັບ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ເຮັດ​ໃຫ້​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ວິ​ທີ​ພິ​ເສດ ແລະ ເຮັດ​ໃຫ້​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ທຸກໆ​ວິ​ທີ​ທາງ​ທີ່​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ ແລະ ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ສຸກ ແລະ ຄວາມ​ຖືກ​ຕ້ອງ​ປອງ​ດອງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ແນ່​ນອນ ແລະ ໝັ້ນ​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ, ແລະ ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈຶ່ງ​ສາ​ມາດ​ເປັນ​ໜຶ່ງ​ກັບ​ພຣະ​ຄຣິດ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເດ​ວິດ, ເມື່ອ​ມີ​ອາ​ຍຸ 17 ປີ, ໄດ້​ຊ່ວຍ​ອູ້ມ​ໄພ່​ພົນ​ຂ້າມ​ແມ່​ນ້ຳ​ສະ​ຫວີດ​ວໍ​ເຕີ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ແຂງ, ເມື່ອ​ພວກ​ເຂົາ​ຕິດ​ຄ້າງ​ຢູ່​ທົ່ງ​ພຽງ​ບ່ອນ​ສູງ​ໃນ​ລັດ​ໄວ​ໂອ​ມິງ (ເບິ່ງ Saints: The Story of the Church of Jesus Christ in the Latter Days, volume 2, No Unhallowed Hand, 1846–1893 [2020], 237).

  2. ເບິ່ງ ໂມ​ໂຣ​ໄນ 7:27–28.

  3. ຫົວ​ໜ້າ​ແຣັບ​ບາຍ​ໃນ​ສາດ​ສະ​ໜາ​ຢິວ​ຂອງ​ປະ​ເທດ​ນອກ​ແວ, ແຣັບ​ບາຍ ໄມ​ໂກ ເມວ​ເຊຍ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ກ່າວ​ປາ​ໄສ​ຫລັກ​ໃນ​ການ​ສົນ​ທະ​ນາ​ຂອງ​ກຸ່ມ​ນັກ​ປາດ​ອາ​ຈານ​ຊາວ​ຢິວ-ຍຸກ​ສຸດ​ທ້າຍ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ເດືອນ​ມິ​ຖຸ​ນາ, 2019, ທີ່​ສູນ​ກາງ BYU ເຢ​ຣູ​ຊາ​ເລັມ ໃນ​ປະ​ເທດ​ອິດ​ສະ​ຣາ​ເອນ.

  4. ເບິ່ງ ໂຢ​ຮັນ 17:20.

  5. ໂຢ​ຮັນ 17:21–22.

  6. ເບິ່ງ “The Conference Minutes and Record Book of Christ’s Church of Latter Day Saints, 1838–1839, 1844” (ເບິ່ງ A Far West Record, June 9, 1830, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ; ເບິ່ງ Steven C. Harper, Making Sense of the Doctrine and Covenants [2008], 75 ນຳ​ອີກ).

  7. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20 ເປັນ​ການ​ເປີດ​ເຜີຍ​ຄັ້ງ​ທຳ​ອິດ ທີ່​ຖືກ​ຈັດ​ພິມ​ໃນ​ໜັງ​ສື​ພິມ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຖືກ​ນຳ​ໄປ​ໃຊ້​ໂດຍ​ຜູ້​ສອນ​ສາດ​ສະ​ໜາ ດ້ວຍ​ຄວາມ​ເຄົາ​ລົບ​ຕໍ່​ຄຳ​ສອນ ແລະ ການ​ປະ​ຕິ​ບັດ​ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ (ເບິ່ງ Harper, Making Sense of the Doctrine and Covenants, 75).

  8. ເບິ່ງ 2 ນີ​ໄຟ 2:7.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37.

  10. 2 ນີ​ໄຟ 26:33.

  11. 2 ນີ​ໄຟ 26:28.

  12. Peter Wood, Diversity: The Invention of a Concept (2003), 20.

  13. ນີ​ຮໍ​ໄດ້​ຮັບ​ຕຳ​ແໜ່ງ​ນີ້ (ເບິ່ງ ແອວ​ມາ 1:4).

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:49–50.

  15. 2 ນີ​ໄຟ 2:27–28.

  16. Stanford (publication of the Stanford Alumni Association), Dec. 2023, cover.

  17. ໃນ Sam Scott, “As If You Had a Choice,” Stanford, Dec. 2023, 44. ບົດ​ຄວາມ​ນີ້​ລະ​ບຸ​ອາ​ຈານ​ຣໍ​ເບີດ ຊາ​ໂພສ​ກີ, ອາ​ຈານ​ທີ່​ສະ​ແຕນ​ເຝີດ​ດ້ານ​ຊີ​ວະ​ວິ​ທະ​ຍາ, ລະ​ບົບ​ປະ​ສາດ, ແລະ ການ​ຜ່າ​ຕັດ​ລະ​ບົບ​ປະ​ສາດ, ແລະ ເປັນ​ຜູ້​ຂຽນ​ປຶ້ມ​ວິ​ທະ​ຍາ​ສາດ​ທີ່​ຂາຍ​ດີ​ອັນ​ດັບ​ໜຶ່ງ. ບົດ​ຄວາມ​ນີ້​ມີ​ມຸມ​ມອງ​ກົງ​ກັນ​ຂ້າມ ລວມ​ທັງ ຈາກ​ທ່ານ​ອາ​ເຟຣດ ເມ​ເລ, ອາ​ຈານ​ດ້ານ​ປັດ​ຊະ​ຍາ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ຟລໍ​ຣິ​ດາ​ສະ​ເຕດ ຊຶ່ງ​ເປັນ​ຫົວ​ໜ້າ​ໂຄງ​ການ​ມູນ​ນິ​ທິ John Templeton ຂະ​ໜາດ​ໃຫຍ່ ເລື່ອງ​ຄວາມ​ສະ​ໝັກ​ໃຈ. ເພິ່ນ​ໄດ້​ກ່າວ​ວ່າ, “ນັກ​ວິ​ທະ​ຍາ​ສາດ​ບໍ່​ໄດ້​ພິ​ສູດ​ຢ່າງ​ແນ່​ນອນ​ວ່າ ຄວາມ​ສະ​ໝັກ​ໃຈ—ແມ່ນ​ແຕ່​ຄວາມ​ສະ​ໝັກ​ໃຈ​ທີ່​ທະ​ເຍີ​ທະ​ຍານ—ເປັນ​ພາບ​ລວງ​ຕາ” (ໃນ Scott, “As If You Had a Choice,” 46).

  18. ເບິ່ງ D. Todd Christofferson, “Moral Agency” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 31 ເດືອນ​ມັງ​ກອນ, 2006), speeches.byu.edu.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27.

  20. 2 ນີ​ໄຟ 2:27.

  21. ໂມ​ເຊ 4:3.

  22. True to the Faith: A Gospel Reference (2004), 12.

  23. ແອວ​ມາ 41:10.

  24. ເບິ່ງ Russell M. Nelson, “Think Celestial!,” Liahona, Nov. 2023, 117–20.

  25. 1 ນີ​ໄຟ 2:4.

  26. Poetical Works of Ella Wheeler Wilcox (1917), 129.

  27. ຂ້າ​ພະ​ເຈົ້າ​ມັກ​ຄຳ​ເວົ້າ​ຂອງ​ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ສະ​ເໝີ ທີ່​ກ່າວ​ເຖິງ​ເລື່ອງ​ນີ້​ແບບ​ຫຍໍ້​ວ່າ: “ຖ້າ​ຫາກ​ທ່ານ​ບໍ່​ໄດ້​ເລືອກ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ສຸດ​ທ້າຍ​ແລ້ວ​ມັນ​ຈະ​ບໍ່​ແຕກ​ຕ່າງ​ຫຍັງ​ເລີຍ​ວ່າ​ທ່ານ​ໄດ້​ເລືອກ​ຫຍັງ​ແທນ” (ເປັນ​ຂອງ ວິວ​ລຽມ ລໍ, ນັກ​ບວດ​ຄົນ​ອັງ​ກິດ ໃນ​ສັດ​ຕະ​ວັດ​ທີ 18; ຖືກ​ອ້າງ​ອີງ​ໃນ Neal A. Maxwell, “Response to a Call,” Ensign, May 1974, 112).

  28. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:29–31. ສາດ​ສະ​ໜາ​ສາດ​ຂອງ Calvinist ໄດ້​ເນັ້ນ​ໜັກ​ການ​ມີ​ເຫດ​ຜົນ ແລະ ການ​ຊຳ​ລະ​ຈິດ​ວິນ​ຍານ​ທີ່​ຕົກ​ໄປ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ສິດ​ສອນ​ວ່າ ເມື່ອ​ພຣະ​ເຈົ້າ​ໄດ້​ກຳ​ນົດ​ຈິດ​ວິນ​ຍານ​ເພື່ອ​ຄວາມ​ລອດ​ໄວ້​ລ່ວງ​ໜ້າ​ແລ້ວ ບໍ່​ມີ​ຫຍັງ​ສາ​ມາດ​ປ່ຽນ​ແປງ​ຜົນ​ຮັບ​ໄດ້. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20 ລະ​ບຸ​ຄວາມ​ແຕກ​ຕ່າງ​ຈາກ​ລັດ​ທິ Calvinism. ມັນ​ອ່ານ​ວ່າ, “ເປັນ​ໄປ​ໄດ້​ທີ່​ມະ​ນຸດ​ຈະ​ຕົກ​ໄປ​ຈາກ​ພຣະ​ຄຸນ ແລະ ໜີ​ໄປ​ຈາກ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່” (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:32–34; Harper, Making Sense of the Doctrine and Covenants, 74).

  29. Russell M. Nelson, “Building Bridges,” Liahona, Dec. 2018, 51.