ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພັນ​ທະ​ສັນ​ຍາ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ພັນ​ທະ​ສັນ​ຍາ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເປັນ​ສາດ​ສະ​ໜາ​ຈັກ​ທີ່​ເນັ້ນ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ.

“ສາດ​ສະ​ໜາ​ຈັກ​ຂອງ​ທ່ານ​ແຕກ​ຕ່າງ​ຈາກ​ສາດ​ສະ​ໜາ​ຈັກ​ອື່ນ​ແນວ​ໃດ?” ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ຄຳ​ຖາມ​ທີ່​ສຳ​ຄັນ​ນີ້​ກໍ​ໄດ້​ປ່ຽນ​ໄປ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ເຖົ້າ​ແກ່​ລົງ ແລະ ຂະ​ນະ​ທີ່​ສາດ​ສະ​ໜາ​ຈັກ​ເຕີບ​ໂຕ​ຂຶ້ນ. ຕອນ​ຂ້າ​ພະ​ເຈົ້າ​ເກີດ​ໃນ​ລັດ​ຢູ​ທາ​ໃນ​ປີ 1932, ສະ​ມາ​ຊິກ​ກະ​ພາບ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຮົາ​ກໍ​ມີ​ພຽງ​ແຕ່​ປະ​ມານ 700,000 ຄົນ, ຊຶ່ງ​ສ່ວນ​ຫລາຍ​ໄດ້​ຢາຍ​ກັນ​ຢູ່​ເປັນ​ກຸ່ມ​ໃນ​ລັດ​ຢູ​ທາ ແລະ ໃນ​ລັດ​ໃກ້​ຄຽງ. ໃນ​ເວ​ລາ​ນັ້ນ, ພວກ​ເຮົາ​ໄດ້​ມີ​ພຣະ​ວິ​ຫານ​ພຽງ​ແຕ່ 7 ແຫ່ງ​ເທົ່າ​ນັ້ນ. ໃນ​ເວ​ລາ​ນີ້ ສະ​ມາ​ຊິກ​ກະ​ພາບ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ມີ​ຫລາຍ​ກວ່າ 17 ລ້ານ​ຄົນ ຢູ່​ໃນ​ປະ​ມານ 170 ປະ​ເທດ. ເມື່ອ​ເຖິງ​ວັນ​ທີ 1 ເດືອນ​ເມ​ສາ​ນີ້, ພວກ​ເຮົາ​ມີ​ພຣະ​ວິ​ຫານ​ທີ່​ຖືກ​ອຸ​ທິດ​ແລ້ວ 189 ແຫ່ງ ໃນ​ຫລາຍໆ​ປະ​ເທດ ແລະ ອີກ 146 ແຫ່ງ​ຕື່ມ​ອີກ ທີ່​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ວາງ​ແຜນ ແລະ ການ​ກໍ່​ສ້າງ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ຈະ​ກ່າວ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ພຣະ​ວິ​ຫານ​ເຫລົ່າ​ນີ້ ແລະ ປະ​ຫວັດ ແລະ ບົດ​ບາດ​ຂອງ​ພັນ​ທະ​ສັນ​ຍາ​ໃນ​ການ​ນະ​ມັດ​ສະ​ການ​ຂອງ​ເຮົາ. ສິ່ງ​ນີ້​ຈະ​ເສີມ​ຄຳ​ສອນ​ທີ່​ດົນ​ໃຈ​ຂອງ​ຜູ້​ກ່າວ​ປາ​ໄສ​ກ່ອນ​ໜ້າ​ນີ້.

I.

ພັນ​ທະ​ສັນ​ຍາ​ຄື​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ຄຳ​ໝັ້ນ​ສັນ​ຍາ​ສ່ວນ​ຕົວ ແມ່ນ​ຈຳ​ເປັນ​ຕໍ່​ກົດ​ລະ​ບຽບ​ຂອງ​ຊີ​ວິດ​ສ່ວນ​ບຸກ​ຄົນ​ຂອງ​ເຮົາ ແລະ ຕໍ່​ການ​ທຳ​ງານ​ຂອງ​ສັງ​ຄົມ. ຄວາມ​ຄິດ​ນີ້​ກໍ​ກຳ​ລັງ​ຖືກ​ທ້າ​ທາຍ​ຢູ່. ມີ​ກຸ່ມ​ສ່ວນ​ໜ້ອຍ​ອອກ​ສຽງ​ຄັດ​ຄ້ານ​ສິດ​ອຳ​ນາດ​ຂອງ​ສະ​ຖາ​ບັນ ແລະ ຢືນ​ຢັນ​ວ່າ ບຸກ​ຄົນ​ຄວນ​ເປັນ​ອິດ​ສະ​ລະ​ຈາກ​ຂໍ້​ຈຳ​ກັດ​ທີ່​ຈຳ​ກັດ​ອິດ​ສະ​ລະ​ພາບ​ຂອງ​ສ່ວນ​ບຸກ​ຄົນ. ແຕ່​ເຮົາ​ຮູ້​ຈາກ​ປະ​ສົບ​ການ​ນັບ​ພັນ​ປີ​ວ່າ ຜູ້​ຄົນ​ສະ​ລະ​ອິດ​ສະ​ລະ​ພາບ​ບາງ​ຢ່າງ​ຂອງ​ສ່ວນ​ບຸກ​ຄົນ ເພື່ອ​ຈະ​ໄດ້​ປຽບ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຊຸມ​ຊົນ​ທີ່​ມີ​ການ​ຈັດ​ລະ​ບຽບ. ການ​ເສຍ​ສະ​ລະ​ອິດ​ສະ​ລະ​ພາບ​ຂອງ​ສ່ວນ​ບຸກ​ຄົນ​ດັ່ງ​ກ່າວ ແມ່ນ​ອີງ​ໃສ່​ຄຳ​ໝັ້ນ​ສັນ​ຍາ ຫລື ພັນ​ທະ​ສັນ​ຍາ​ເປັນ​ຫລັກ, ບໍ່​ວ່າ​ຈະ​ກ່າວ​ອອກ​ມາ ຫລື ຖືກ​ບົ່ງ​ບອກ.

ຮູບ​ພາບ
ພະ​ນັກ​ງານ​ທະ​ຫານ.
ຮູບ​ພາບ
ພະ​ນັກ​ງານ​ທາງ​ການ​ແພດ.
ຮູບ​ພາບ
ຜູ້​ດັບ​ເພີງ.
ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.

ຕໍ່​ໄປ​ນີ້​ຄື​ບາງ​ຕົວ​ຢ່າງ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ ຢູ່​ໃນ​ສັງ​ຄົມ​ຂອງ​ເຮົາ: (1) ຜູ້​ພິ​ພາກ​ສາ, (2) ທະ​ຫານ, (3) ພະ​ນັກ​ງານ​ທາງ​ການ​ແພດ ແລະ (4) ຜູ້​ດັບ​ເພີງ. ທຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ຊີບ​ທີ່​ຄຸ້ນ​ເຄີຍ​ເຫລົ່າ​ນີ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ—ສ່ວນ​ຫລາຍ​ຈະ​ຈັດ​ໃຫ້​ເປັນ​ທາງ​ການ​ໂດຍ​ການ​ໃຫ້​ຄຳ​ສາ​ບານ ຫລື ພັນ​ທະ​ສັນ​ຍາ—ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ຖືກ​ມອບ​ໝາຍ​ຂອງ​ຕົນ. ສິ່ງ​ດຽວ​ກັນ​ນີ້​ກໍ​ເປັນ​ຈິງ​ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ຂອງ​ເຮົາ. ເຄື່ອງ​ນຸ່ງ​ທີ່​ໂດດ​ເດັ່ນ ຫລື ປ້າຍ​ຊື່​ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ໃຫ້​ສັນ​ຍານ​ວ່າ ຜູ້​ທີ່​ສວມ​ໃສ່​ນັ້ນ​ຢູ່​ພາຍ​ໃຕ້​ພັນ​ທະ​ສັນ​ຍາ ແລະ ດັ່ງ​ນັ້ນ​ຈຶ່ງ​ມີ​ໜ້າ​ທີ່​ທີ່​ຈະ​ສິດ​ສອນ ແລະ ຮັບ​ໃຊ້ ແລະ ຄວນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໃນ​ການ​ຮັບ​ໃຊ້​ນັ້ນ. ຈຸດ​ປະ​ສົງ​ທີ່​ກ່ຽວ​ພັນ​ແມ່ນ​ທີ່​ຈະ​ເຕືອນ​ໃຈ​ຜູ້​ທີ່​ສວມ​ໃສ່ ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ບໍ່​ມີ ຄາ​ຖາ​ອາ​ຄົມ ໃດໆ​ຈາກ​ເຄື່ອງ​ນຸ່ງ​ທີ່​ໂດດ​ເດັ່ນ ຫລື ສັນ​ຍາ​ລັກ​ຂອງ​ເຂົາ​ເຈົ້າ, ພຽງ​ແຕ່​ເປັນ​ສິ່ງ​ເຕືອນ​ໃຈ​ທີ່​ຈຳ​ເປັນ ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ພິ​ເສດ​ທີ່​ຜູ້​ສວມ​ໃສ່​ໄດ້​ຮັບ​ເອົາ​ໄວ້. ສິ່ງ​ນີ້​ເປັນ​ຄວາມ​ຈິງ​ເຊັ່ນ​ກັນ​ກັບ​ສັນ​ຍາ​ລັກ​ຂອງ​ແຫວນ​ໝັ້ນ ຫລື ແຫວນ​ແຕ່ງ​ງານ ແລະ ບົດ​ບາດ​ຂອງ​ມັນ​ໃນ​ການ​ແຈ້ງ​ໃຫ້​ຜູ້​ສັງ​ເກດ​ການ​ເຫັນ ຫລື ເຕືອນ​ໃຈ​ຜູ້​ສວມ​ໃສ່ ເຖິງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ແຫວນ​ແຕ່ງ​ງານ.

II.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ວ່າ ເປັນ​ຮາກ​ຖານ​ສຳ​ລັບ​ກົດ​ລະ​ບຽບ​ຂອງ​ຊີ​ວິດ​ສ່ວນ​ບຸກ​ຄົນ ແລະ ກ່ຽວ​ຂ້ອງ​ໂດຍ​ສະ​ເພາະ​ກັບ​ພັນ​ທະ​ສັນ​ຍາ​ທາງ​ສາດ​ສະ​ໜາ. ຮາກ​ຖານ ແລະ ປະ​ຫວັດ​ສາດ​ການ​ກ່ຽວ​ຂ້ອງ ແລະ ຂໍ້​ຮຽກ​ຮ້ອງ​ທາງ​ສາດ​ສະ​ໜາ​ສ່ວນ​ຫລາຍ​ແມ່ນ​ອີງ​ໃສ່​ພັນ​ທະ​ສັນ​ຍາ. ຍົກ​ຕົວ​ຢ່າງ, ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ເປັນ​ພື້ນ​ຖານ​ຂອງ​ປະ​ເພ​ນີ​ທີ່​ດີ​ງາມ​ດ້ານ​ສາດ​ສະ​ໜາ​ຫລາຍ​ຢ່າງ. ມັນ​ແນະ​ນຳ​ຄວາມ​ຄິດ​ອັນ​ສັກ​ສິດ​ເຖິງ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກັບ​ລູກໆ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ເດີມ​ມັກ​ອ້າງ​ເຖິງ​ພັນ​ທະ​ສັນ​ຍາ​ລະ​ຫວ່າງ​ພຣະ​ເຈົ້າ​ກັບ​ອັບ​ຣາ​ຮາມ ແລະ ລູກ​ຫລານ​ຂອງ​ເພິ່ນ​ເລື້ອຍໆ.1

ສ່ວນ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ຊຶ່ງ​ຖືກ​ຂຽນ​ລະ​ຫວ່າງ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ເດີມ, ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຂອງ​ພັນ​ທະ​ສັນ​ຍາ​ຢ່າງ​ແຈ່ມ​ແຈ້ງ ຢູ່​ໃນ​ປະ​ຫວັດ​ສາດ ແລະ ການ​ນະ​ມັດ​ສະ​ການ​ຂອງ​ຊາວ​ອິດ​ສະ​ຣາ​ເອນ. ນີ​ໄຟ​ຖືກ​ບອກ​ວ່າ ການ​ຂຽນ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ນັ້ນ​ເປັນ “ບັນ​ທຶກ​ຂອງ​ຊາວ​ຢິວ ຊຶ່ງ​ປະ​ກອບ​ດ້ວຍ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.”2 ໜັງ​ສື​ນີ​ໄຟ ຍັງ​ອ້າງ​ເຖິງ​ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ​ເລື້ອຍໆ3 ແລະ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ນຳ​ອີກ​ວ່າ “ເປັນ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”4 ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ຫລື ຜູ້​ນຳ​ທາງ​ສາດ​ສະ​ໜາ​ກໍ​ຖືກ​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຊຶ່ງ​ຂຽນ​ກ່ຽວ​ກັບ​ນີ​ໄຟ, ໂຢ​ເຊັບ​ໃນ​ເອ​ຢິບ, ກະ​ສັດ​ເບັນ​ຢາ​ມິນ, ແອວ​ມາ, ແລະ ແມ່​ທັບ​ໂມ​ໂຣ​ໄນ.5

III.

ເມື່ອ​ເວ​ລາ​ມາ​ເຖິງ​ສຳ​ລັບ​ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເຈົ້າ​ໄດ້​ເອີ້ນ​ສາດ​ສະ​ດາ​ຄົນ​ໜຶ່ງ, ໂຈ​ເຊັບ ສະ​ມິດ. ເຮົາ​ບໍ່​ຮູ້​ເນື້ອ​ຫາ​ທີ່​ສົມ​ບູນ​ຄົບ​ຖ້ວນ​ກ່ຽວ​ກັບ​ຄຳ​ແນະ​ນຳ​ໃນ​ຕອນ​ຕົ້ນ​ຂອງ​ທູດ​ໂມ​ໂຣ​ໄນ ຕໍ່​ສາດ​ສະ​ດາ​ໜຸ່ມ​ຄົນ​ນີ້. ເຮົາ​ຮູ້​ວ່າ​ເພິ່ນ​ໄດ້​ບອກ​ໂຈ​ເຊັບ​ວ່າ “ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້ [ເພິ່ນ] ເຮັດ” ແລະ ວ່າ “ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ” ຈະ​ຕ້ອງ​ຖືກ​ນຳ​ອອກ​ມາ, ລວມ​ທັງ “ຄຳ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ.”6 ເຮົາ​ກໍ​ຮູ້​ນຳ​ອີກ​ວ່າ ພຣະ​ຄຳ​ພີ​ທີ່​ຊາຍ​ໜຸ່ມ​ໂຈ​ເຊັບ​ໄດ້​ອ່ານ​ຢ່າງ​ຕັ້ງ​ໃຈ​ທີ່​ສຸດ—ແມ່ນ​ແຕ່​ກ່ອນ​ເພິ່ນ​ຖືກ​ຊີ້​ນຳ​ໃຫ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ—ຄື​ຄຳ​ສອນ​ຫລາຍ​ຢ່າງ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ​ທີ່​ເພິ່ນ​ກຳ​ລັງ​ແປ​ຢູ່ ໃນ​ພຣະ​ຄຳ​ພີ​ມໍ​ມອນ. ປຶ້ມ​ນັ້ນ​ເປັນ​ແຫລ່ງ​ທີ່​ສຳ​ຄັນ​ເຖິງ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ, ລວມ​ທັງ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ, ແລະ ພຣະ​ຄຳ​ພີ​ມໍ​ມອນ​ກໍ​ເຕັມ​ໄປ​ດ້ວຍ​ຂໍ້​ອ້າງ​ອີງ​ເຖິງ​ພັນ​ທະ​ສັນ​ຍາ.

ໂດຍ​ທີ່​ຄຸ້ນ​ເຄີຍ​ກັບ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ໂຈ​ເຊັບ​ຕ້ອງ​ໄດ້​ຮູ້​ເຖິງ​ຂໍ້​ອ້າງ​ອີງ​ຂອງ​ພຣະ​ທຳ​ເຮັບ​ເຣີ ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ “ເຮັດ​ພັນ​ທະ​ສັນ​ຍາ​ໃໝ່​ກັບ [ເຊື້ອ​ສາຍ] ອິດ​ສະ​ຣາ​ເອນ ແລະ [ເຊື້ອ​ສາຍ] ຢູ​ດາ.”7 ເຮັບ​ເຣີ​ຍັງ​ອ້າງ​ເຖິງ​ພຣະ​ເຢ​ຊູ​ນຳ​ອີກ​ວ່າ ເປັນ “ຜູ້​ກາງ​ຝ່າຍ​ພັນ​ທະ​ສັນ​ຍາ​ໃໝ່.”8 ທີ່​ສຳ​ຄັນ, ເລື່ອງ​ລາວ​ໃນ​ພຣະ​ຄຳ​ພີ​ເຖິງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊ່ວງ​ມະ​ຕະ ຈຶ່ງ​ມີ​ຊື່​ວ່າ “ພຣະ​ຄຳ​ພີ​ໃໝ່,” ຄຳ​ທີ່​ມີ​ຄວາມ​ໝາຍ​ດຽວ​ກັນ​ໂດຍ​ແທ້​ສຳ​ລັບ “ພັນ​ທະ​ສັນ​ຍາ​ໃໝ່.”

ພັນ​ທະ​ສັນ​ຍາ​ເປັນ​ຮາກ​ຖານ​ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ. ນີ້​ກໍ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ຂັ້ນ​ຕອນ​ທຳ​ອິດ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ສາດ​ສະ​ດາ​ໃຫ້​ປະ​ຕິ​ບັດ​ຕາມ ໃນ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ທັນ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ຖືກ​ຈັດ​ພິມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ຊຶ່ງ​ບໍ່​ດົນ​ກໍ​ຈະ​ຖືກ​ຕັ້ງ​ຊື່​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.9 ການ​ເປີດ​ເຜີຍ​ທີ່​ຖືກ​ບັນ​ທຶກ​ໄວ້​ໃນ​ເດືອນ​ເມ​ສາ 1830 ຊີ້​ນຳ​ວ່າ ຫລັງ​ຈາກ​ບຸກ​ຄົນ “ຈະ​ໄດ້​ຮັບ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໂດຍ​ຮັບ​ການ​ບັບ​ຕິ​ສະ​ມາ​ເປັນ​ພະ​ຍານ” (ຊຶ່ງ​ໝາຍ​ຄວາມ​ວ່າ ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ) “ວ່າ​ເຂົາ​ໄດ້​ກັບ​ໃຈ​ຢ່າງ​ແທ້​ຈິງ​ຈາກ​ບາບ​ທັງ​ໝົດ​ຂອງ​ເຂົາ, ແລະ ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄວ້​ກັບ​ເຂົາ, ໂດຍ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ.”10

ການ​ເປີດ​ເຜີຍ​ອັນ​ດຽວ​ກັນ​ນີ້ ຊີ້​ນຳ​ໃຫ້​ສາດ​ສະ​ໜາ​ຈັກ “ຊຸມ​ນຸມ​ກັນ​ເລື້ອຍໆ​ເພື່ອ​ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ເຫລົ້າ​ອະ​ງຸ່ນ [ນ້ຳ] ໃນ​ການ​ລະ​ນຶກ​ເຖິງ​ອົງ​ພຣະ​ເຢ​ຊູ.” ຄວາມ​ສຳ​ຄັນ​ຂອງ​ພິ​ທີ​ການ​ນີ້​ກໍ​ຊັດ​ເຈນ​ໃນ​ຖ້ອຍ​ຄຳ​ຂອງ​ພັນ​ທະ​ສັນ​ຍາ​ທີ່​ລະ​ບຸ​ໄວ້​ສຳ​ລັບ​ແອວ​ເດີ ຫລື ປະ​ໂລ​ຫິດ​ຜູ້​ດຳ​ເນີນ​ການ. ລາວ​ອວຍ​ພອນ​ສັນ​ຍາ​ລັກ​ຂອງ​ເຂົ້າ​ຈີ່​ສຳ​ລັບ “ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ຮັບ​ສ່ວນ … , ວ່າ​ເຂົາ … ເປັນ​ສັກ​ຂີ​ພະ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້​ເຂົາ.”11

ບົດ​ບາດ​ຫລັກ​ຂອງ​ພັນ​ທະ​ສັນ​ຍາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ໃໝ່​ກໍ​ຖືກ​ຢືນ​ຢັນ​ຄືນ​ອີກ​ໃນ​ຄຳ​ນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ສຳ​ລັບ​ການ​ຈັດ​ພິມ​ການ​ເປີດ​ເຜີຍ​ຂອງ​ພຣະ​ອົງ​ເປັນ​ເທື່ອ​ທຳ​ອິດ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ກາດ​ວ່າ ພຣະ​ອົງ​ໄດ້​ເອີ້ນ ໂຈ​ເຊັບ ສະ​ມິດ ເພາະ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ “ໄດ້​ໜີ​ຈາກ​ພິ​ທີ​ການ​ຂອງ​ເຮົາ, ແລະ ໄດ້​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ.”12 ການ​ເປີດ​ເຜີຍ​ນີ້​ອະ​ທິ​ບາຍ​ເພີ່ມ​ເຕີມ​ວ່າ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ກຳ​ລັງ​ຖືກ​ມອບ​ໃຫ້ “ເພື່ອ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ຂອງ​ເຮົາ​ຈະ​ໄດ້​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ.”13

ທຸກ​ມື້​ນີ້ ເຮົາ​ເຂົ້າ​ໃຈ​ບົດ​ບາດ​ຂອງ​ພັນ​ທະ​ສັນ​ຍາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ ແລະ ການ​ນະ​ມັດ​ສະ​ການ​ຂອງ​ສະ​ມາ​ຊິກ​ໃນ​ນັ້ນ. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສະ​ຫລຸບ​ຜົນ​ກະ​ທົບ​ຂອງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ ແລະ ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາ​ທິດ​ຂອງ​ເຮົາ​ວ່າ: “ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ກໍ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ຂອງ​ພັນ​ທະ​ສັນ​ຍາ​ສັກ​ສິດ. ທຸກໆ​ເທື່ອ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ເຂົ້າ​ແລງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ນັ້ນ.”14

ຜູ້​ກ່າວ​ປາ​ໄສ​ຫລາຍ​ທ່ານ​ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ນີ້​ໄດ້​ເຕືອນ​ໃຈ​ເຮົາ​ວ່າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ອ້າງ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ​ເລື້ອຍໆ​ວ່າ​ເປັນ “ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ” ທີ່ “ນຳ​ເຮົາ​ກັບ​ໄປ​ຫາ [ພຣະ​ເຈົ້າ]” ແລະ “ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ.”15 ເພິ່ນ​ສິດ​ສອນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ພັນ​ທະ​ສັນ​ໃນ​ພິ​ທີ​ພຣະ​ວິ​ຫານ​ຂອງ​ເຮົາ ແລະ ຊຸກ​ຍູ້​ເຮົາ​ໃຫ້​ເຫັນ​ຈຸດ​ສິ້ນ​ສຸດ​ຕັ້ງ​ແຕ່​ຈຸດ​ເລີ່ມ​ຕົ້ນ ແລະ ໃຫ້ “ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.”16

IV.

ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຕື່ມ​ອີກ​ເຖິງ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ. ໃນ​ການ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ ທີ່​ຈະ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ໃຊ້​ເວ​ລາ​ຢ່າງ​ຫລວງ​ຫລາຍ​ຂອງ​ປີ​ສຸດ​ທ້າຍ​ຂອງ​ເພິ່ນ ໃນ​ການ​ຊີ້​ນຳ​ການ​ກໍ່​ສ້າງ​ພຣະ​ວິ​ຫານ​ໃນ​ເມືອງ​ນາ​ວູ ລັດ​ອິ​ລິ​ນອຍ. ຜ່ານ​ທາງ​ເພິ່ນ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ການ​ສິດ​ສອນ, ຄຳ​ສອນ, ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ ສຳ​ລັບ​ຜູ້​ສືບ​ທອດ​ຈາກ​ເພິ່ນ​ໃຫ້​ປະ​ຕິ​ບັດ​ໃນ​ພຣະ​ວິ​ຫານ. ຢູ່​ທີ່​ນັ້ນ ບຸກ​ຄົນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຈະ​ຖືກ​ສິດ​ສອນ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ ແລະ ຖືກ​ເຊື້ອ​ເຊີນ​ໃຫ້​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ. ຜູ້​ຄົນ​ທີ່​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ເຫລົ່າ​ນັ້ນ ກໍ​ໄດ້​ຮັບ​ສັນ​ຍາ​ຊີ​ວິດ​ນິ​ລັນ​ດອນ, ຊຶ່ງ​ໃນ​ນັ້ນ “ທຸກ​ສິ່ງ​ທັງ​ປວງ​ເປັນ​ຂອງ​ພວກ​ເຂົາ” ແລະ ພວກ​ເຂົາ “ຈະ​ອາ​ໄສ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຄຣິດ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”17

ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ນາ​ວູ ແມ່ນ​ຖືກ​ປະ​ຕິ​ບັດ​ບໍ່​ດົນ​ກ່ອນ​ຜູ້​ບຸກ​ເບີກ​ລຸ້ນ​ທຳ​ອິດ ຖືກ​ຂັບ​ໄລ່​ໃຫ້​ເລີ່ມ​ການ​ເດີນ​ທາງ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ເຂົາ​ເຈົ້າ ໄປ​ຫາ​ພູ​ເຂົາ​ໃນ​ພາກ​ຕາ​ເວັນ​ຕົກ. ເຮົາ​ມີ​ປະ​ຈັກ​ພະ​ຍານ​ຈາກ​ຜູ້​ບຸກ​ເບີກ​ຢ່າງ​ຫລວງ​ຫລາຍ​ວ່າ ອຳ​ນາດ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈາກ​ການ​ຖືກ​ຜູກ​ມັດ​ເຂົ້າ​ກັບ​ພຣະ​ຄຣິດ ໃນ​ພິ​ທີ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຂົາ​ເຈົ້າ ໃນ​ພຣະ​ວິ​ຫານ​ນາ​ວູ ໄດ້​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຂົາ​ເຈົ້າ ໃນ​ການ​ເດີນ​ທາງ​ຄັ້ງ​ຍິ່ງ​ໃຫຍ່ ແລະ ສະ​ຖາ​ປະ​ນາ​ຕົນ​ເອງ​ໃນ​ພາກ​ຕາ​ເວັນ​ຕົກ.18

ບຸກ​ຄົນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ໃນ​ພຣະ​ວິ​ຫານ​ແລ້ວ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ, ເປັນ​ເສື້ອ​ຜ້າ​ທີ່​ເຫັນ​ບໍ່​ໄດ້ ເພາະ​ມັນ​ຖືກ​ນຸ່ງ​ຢູ່​ພາຍ​ໃຕ້​ເສື້ອ​ຜ້າ​ຂ້າງ​ນອກ. ມັນ​ເຕືອນ​ໃຈ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ເຖິງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ແລະ ພອນ​ທີ່​ຖືກ​ສັນ​ຍາ​ໃຫ້​ແກ່​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ​ສັກ​ສິດ. ເພື່ອ​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ, ເຮົາ​ຖືກ​ແນະ​ນຳ​ໃຫ້​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ຢ່າງ​ຕໍ່​ເນື່ອງ, ດ້ວຍ​ຂໍ້​ຍົກ​ເວັ້ນ​ພຽງ​ແຕ່​ທີ່​ເຫັນ​ວ່າ​ຈຳ​ເປັນ​ແທ້ໆ​ເທົ່າ​ນັ້ນ. ເພາະ​ວ່າ​ພັນ​ທະ​ສັນ​ຍາ​ບໍ່​ມີ “ວັນ​ພັກ,” ການ​ຖອດ​ເສື້ອ​ຜ້າ​ສັກ​ສິດ​ຂອງ​ຕົນ​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ ເປັນ​ການ​ສະ​ລະ​ສິດ​ຂອງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ພອນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ນັ້ນ. ກົງ​ກັນ​ຂ້າມ, ບຸກ​ຄົນ​ທີ່​ນຸ່ງ​ເສື້ອ​ຜ້າ​ສັກ​ສິດ​ຂອງ​ເຂົາ​ເຈົ້າ​ຢ່າງ​ຊື່​ສັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ​ຢ່າງ​ຕໍ່​ເນື່ອງ ຢືນ​ຢັນ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ເຂົາ​ເຈົ້າ​ຕໍ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ຮູບ​ພາບ
ແຜນ​ທີ່​ຂອງ​ພຣະ​ວິ​ຫານ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກຳ​ລັງ​ກໍ່​ສ້າງ​ພຣະ​ວິ​ຫານ​ຢູ່​ທົ່ວ​ໂລກ. ຈຸດ​ປະ​ສົງ​ຂອງ​ພຣະ​ວິ​ຫານ​ແມ່ນ​ເພື່ອ​ໃຫ້​ພອນ​ແກ່​ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ດ້ວຍ​ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ ແລະ ດ້ວຍ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ອຳ​ນາດ​ອັນ​ສັກ​ສິດ ແລະ ພອນ​ພິ​ເສດ ຂອງ​ການ​ຜູກ​ມັດ​ກັບ​ພຣະ​ຄຣິດ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ໂດຍ​ພັນ​ທະ​ສັນ​ຍາ.

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ປາ​ໂລ ບຣາ​ຊິນ.

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເປັນ​ສາດ​ສະ​ໜາ​ຈັກ​ທີ່​ເນັ້ນ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ. ພັນ​ທະ​ສັນ​ຍາ​ມີ​ຢູ່​ໃນ​ແຕ່​ລະ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ທີ່​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ນີ້​ບໍ​ລິ​ຫານ. ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ ເປັນ​ຂໍ້​ຮຽກ​ຮ້ອງ​ສຳ​ລັບ​ການ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ພຣະ​ວິ​ຫານ​ເປັນ​ຂໍ້​ຮຽກ​ຮ້ອງ​ສຳ​ລັບ​ຄວາມ​ສູງ​ສົ່ງ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ, ຊຶ່ງ​ເປັນ​ຊີ​ວິດ​ນິ​ລັນ​ດອນ, “ເປັນ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ​ຂອງ​ພຣະ​ເຈົ້າ.”19 ນັ້ນ​ຄື​ຈຸດ​ສຸມ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ນັ້ນ, ແລະ ອ້ອນ​ວອນ​ທູນ​ຂໍ​ພອນ​ຂອງ​ພຣະ​ອົງ​ໃຫ້​ແກ່​ທຸກ​ຄົນ​ຜູ້​ສະ​ແຫວງ​ຫາ ທີ່​ຈະ​ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ເຂົາ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.