ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ລຸກ​ຂຶ້ນ! ເພິ່ນ​ກຳ​ລັງ​ເອີ້ນ​ເອົາ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ລຸກ​ຂຶ້ນ! ເພິ່ນ​ກຳ​ລັງ​ເອີ້ນ​ເອົາ​ເຈົ້າ

ພຣະ​ກິດ​ຕິ​ຄຸນ​ບໍ່​ແມ່ນ​ຫົນ​ທາງ​ທີ່​ຈະ​ຫລີກ​ລ້ຽງ​ຄວາມ​ທ້າ​ທາຍ ແລະ ບັນ​ຫາ ແຕ່​ເປັນ​ວິ​ທີ​ແກ້​ໄຂ​ບັນ​ຫາ ເພື່ອ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ ແລະ ຮຽນ​ຮູ້​ທີ່​ຈະ​ຮັບ​ມື​ກັບ​ມັນ.

ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ບອກ​ຂ້ອຍ​ແດ່​ໄດ້​ບໍ​ວ່າ​ເປັນ​ຫຍັງ, ເທົ່າ​ທີ່​ຂ້ອຍ​ຈື່​ໄດ້, ພວກ​ເຮົາ​ບໍ່​ເຄີຍ​ມີ​ບັນ​ຫາ​ໃຫຍ່​ໃດໆ​ເລີຍ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ​ແມ່ນ​ບໍ?”

ລາວ​ຫລຽວ​ເບິ່ງ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ວ່າ, “ແມ່ນ​ແທ້. ຂ້ອຍ​ຈະ​ບອກ​ເຈົ້າ​ກໍ​ໄດ້​ວ່າ​ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ບໍ່​ເຄີຍ​ມີ​ບັນ​ຫາ​ໃຫຍ່​ຫຍັງ​ເລີຍ; ກໍ​ເປັນ​ຍ້ອນ​ວ່າ​ເຈົ້າ​ເອງ​ມີ​ຄວາມ​ຈຳ​ສັ້ນ​ຫລາຍ!”

ຄຳ​ຕອບ​ທີ່​ໄວ ແລະ ສະ​ຫລາດ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ອີກ​ຄັ້ງ​ວ່າ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ໄດ້​ກຳ​ຈັດ​ຄວາມ​ເຈັບ​ປວດ ແລະ ການ​ທົດ​ລອງ, ຊຶ່ງ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ເຕີບ​ໂຕ.

ພຣະ​ກິດ​ຕິ​ຄຸນ​ບໍ່​ແມ່ນ​ຫົນ​ທາງ​ທີ່​ຈະ​ຫລີກ​ລ້ຽງ​ຄວາມ​ທ້າ​ທາຍ ແລະ ບັນ​ຫາ ແຕ່​ເປັນ​ວິ​ທີ​ແກ້​ໄຂ​ບັນ​ຫາ ເພື່ອ​ເພີ່ມ​ພູນ​ສັດ​ທາ​ຂອງ​ເຮົາ ແລະ ຮຽນ​ຮູ້​ທີ່​ຈະ​ຮັບ​ມື​ກັບ​ມັນ.

ຂ້າ​ພະ​ເຈົ້າ​ໄດ້​ສຳ​ຜັດ​ເຖິງ​ຄວາມ​ຈິງ​ນີ້​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ໃນ​ມື້​ໜຶ່ງ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຍ່າງ​ຢູ່ ແລະ ທັນ​ໃດ​ນັ້ນ​ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ມົວ, ມືດ​ລົງ, ແລະ ເປັນ​ຄື້ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢ້ານ​ກົວ. ຈາກ​ນັ້ນ, ທ່ານ​ໝໍ​ຫລາຍ​ທ່ານ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ, “ຖ້າ​ເຈົ້າ​ບໍ່​ເລີ່ມ​ການ​ປິ່ນ​ປົວ​ທັນ​ທີ, ເຈົ້າ​ອາດ​ຈະ​ສູນ​ເສຍ​ສາຍ​ຕາ​ພາຍ​ໃນ​ສອງ​ສາມ​ອາ​ທິດ.” ຂ້າ​ພະ​ເຈົ້າ​ກໍ​ຍິ່ງ​ຢ້ານ​ກົວ​ເຂົ້າ​ໄປ​ອີກ.

ແລະ ຈາກ​ນັ້ນ ພວກ​ເພິ່ນ​ວ່າ: ເຈົ້າ​ຕ້ອງ​ໄດ້​ສັກ​ນ້ຳ​ວຸ້ນ​ຕາ—ໂດຍ​ການ​ສັກ​ໃສ່​ໃນ​ແກ່ນ​ຕາ​ໂດຍ​ກົງ—ເປີດ​ຕາ​ໃຫ້​ກວ້າງ—ທຸກໆ​ສີ່​ອາ​ທິດ ຕະ​ຫລອດ​ຊີ​ວິດ​ຂອງ​ເຈົ້າ.”

ນັ້ນ​ເປັນ​ຄຳ​ຕອບ​ທີ່​ບໍ່​ເພິ່ງ​ປາດ​ຖະ​ໜາ​ເລີຍ.

ແລ້ວ​ຈາກ​ນັ້ນ​ການ​ສະ​ທ້ອນ​ຄິດ​ກໍ​ເກີດ​ຂຶ້ນ​ໃນ​ຮູບ​ແບບ​ຄຳ​ຖາມ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຕົວ​ເອງ​ວ່າ, “ເອີ​ຕົກ​ລົງ! ສາຍ​ຕາ​ທາງ​ດ້ານ​ຮ່າງ​ກາຍ​ຂອງ​ເຮົາ​ບໍ່​ດີ​ແລ້ວ, ແຕ່​ວິ​ໄສ​ທັດ​ທາງ​ວິນ​ຍານ​ຂອງ​ເຮົາ​ເດ​ເປັນ​ແນວ​ໃດ? ເຮົາ​ຕ້ອງ​ການ​ປິ່ນ​ປົວ​ຫຍັງ​ແດ່​ບໍ​ໃນ​ຈຸດ​ນັ້ນ? ແລະ ວິ​ໄສ​ທັດ​ທາງ​ວິນ​ຍານ​ທີ່​ແຈ່ມ​ແຈ້ງ​ໝາຍ​ຄວາມ​ວ່າ​ແນວ​ໃດ?”

ຂ້າ​ພະ​ເຈົ້າ​ໄດ້​ໄຕ່​ຕອງ​ກ່ຽວ​ກັບ​ເລື່ອງ​ລາວ​ຂອງ​ຊາຍ​ຕາ​ບອດ​ຄົນ​ໜຶ່ງ ຊື່​ວ່າ ບາ​ຣະ​ຕີ​ມາຍ, ຕາມ​ທີ່​ບັນ​ຍາຍ​ຢູ່​ໃນ​ພຣະ​ທຳ​ມາ​ຣະ​ໂກ. ພຣະ​ຄຳ​ພີ​ກ່າວ​ວ່າ, “ເມື່ອ​ລາວ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູ​ໄທ​ນາ​ຊາ​ເຣັດ​ກຳ​ລັງ​ມາ​ໃກ້, ລາວ​ກໍ​ຮ້ອງ​ຂຶ້ນ​ວ່າ, ເຢ​ຊູ, ບຸດ​ດາ​ວິດ​ເອີຍ, ຂໍ​ຊົງ​ເມດ​ຕາ​ສົງ​ສານ​ຂ້າ​ນ້ອຍ​ແດ່​ທ້ອນ.”1

ຕາມ​ຫລັກ​ການ​ແລ້ວ, ໃນ​ສາຍ​ຕາ​ຂອງ​ຫລາຍ​ຄົນ, ພຣະ​ເຢ​ຊູ​ເປັນ​ພຽງ​ແຕ່​ລູກ​ຊາຍ​ຂອງ​ໂຢ​ເຊັບ, ສະ​ນັ້ນ​ແລ້ວ​ເປັນ​ຫຍັງ​ບາ​ຣະ​ຕີ​ມາຍ​ຈຶ່ງ​ເອີ້ນ​ພຣະ​ອົງ​ວ່າ “ບຸດ​ຂອງ​ດາ​ວິດ”? ພຽງ​ແຕ່​ຍ້ອນ​ລາວ​ຮັບ​ຮູ້​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ເມ​ຊີ​ອາ​ແທ້ໆ, ຜູ້​ຊຶ່ງ​ຖືກ​ທຳ​ນາຍ​ໄວ້​ແລ້ວ​ວ່າ​ຈະ​ກຳ​ເນີດ​ມາ​ໃນ​ເຊື້ອ​ສາຍ​ຂອງ​ດາ​ວິດ.2

ໜ້າ​ສົນ​ໃຈ​ທີ່​ຊາຍ​ຕາ​ບອດ​ຄົນ​ນີ້, ຜູ້​ທີ່​ບໍ່​ມີ​ສາຍ​ຕາ​ທາງ​ດ້ານ​ຮ່າງ​ກາຍ, ຮູ້​ຈັກ​ພຣະ​ເຢ​ຊູ. ລາວ​ໄດ້​ເບິ່ງ​ເຫັນ​ທາງ​ຝ່າຍ​ວິນ​ຍານ​ໃນ​ສິ່ງ​ທີ່​ລາວ​ເບິ່ງ​ບໍ່​ເຫັນ​ທາງ​ດ້ານ​ຮ່າງ​ກາຍ, ໃນ​ຂະ​ນະ​ທີ່​ຫລາຍ​ຄົນ​ສາ​ມາດ​ເບິ່ງ​ເຫັນ​ພຣະ​ເຢ​ຊູ​ໄດ້​ທາງ​ດ້ານ​ຮ່າງ​ກາຍ, ແຕ່​ກັບ​ກາຍ​ເປັນ​ວ່າ​ຕາ​ບອດ​ທາງ​ຝ່າຍ​ວິນ​ຍານ​ໂດຍ​ສິ້ນ​ເຊີງ.

ເຮົາ​ໄດ້​ຮຽນ​ຮູ້​ຫລາຍ​ຂຶ້ນ​ກ່ຽວ​ກັບ​ວິ​ໄສ​ທັດ​ທາງ​ວິນ​ຍານ​ທີ່​ແຈ່ມ​ແຈ້ງ​ຈາກ​ເລື່ອງ​ນີ້.

ເຮົາ​ອ່ານ​ວ່າ, “ມີ​ຫລາຍ​ຄົນ​ໄດ້​ຫ້າມ​ລາວ​ໃຫ້​ມິດ​ຢູ່: ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ຕື່ມ​ວ່າ, ເຢ​ຊູ​ບຸດ​ດາ​ວິດ​ເອີຍ, ຂໍ​ໂຜດ​ເມດ​ຕາ​ສົງ​ສານ​ຂ້າ​ນ້ອຍ​ແດ່​ທ້ອນ.”3

ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ລາວ​ໄດ້​ບອກ​ໃຫ້​ລາວ​ມິດ​ງຽບ, ແຕ່​ລາວ​ກັບ​ຮ້ອງ​ອອກ​ມາ​ດັງ​ຂຶ້ນ​ກວ່າ​ເກົ່າ​ເພາະ​ວ່າ​ລາວ​ຮູ້​ຈັກ​ແລ້ວ​ວ່າ​ພຣະ​ເຢ​ຊູ​ນັ້ນ​ແມ່ນ​ໃຜ​ກັນ​ແທ້. ລາວ​ບໍ່​ໄດ້​ສົນ​ໃຈ​ກັບ​ສຽງ​ເຫລົ່າ​ນັ້ນ ແລະ ຍິ່ງ​ຮ້ອງ​ດັງ​ຂຶ້ນ​ກວ່າ​ເກົ່າ.

ລາວ​ໄດ້​ກະ​ທຳ​ແທນ​ທີ່​ຈະ​ຖືກ​ກະ​ທຳ. ເຖິງ​ແມ່ນ​ວ່າ​ລາວ​ຈະ​ຢູ່​ໃນ​ສະ​ຖາ​ນະ​ທີ່​ມີ​ຂໍ້​ຈຳ​ກັດ, ແຕ່​ລາວ​ໄດ້​ໃຊ້​ສັດ​ທາ​ຂອງ​ລາວ​ເພື່ອ​ກ້າວ​ຂ້າມ​ຂໍ້​ຈຳ​ກັດ​ຕ່າງໆ​ຂອງ​ລາວ.

ສະ​ນັ້ນ, ຫລັກ​ທຳ​ຂໍ້​ທຳ​ອິດ ທີ່​ເຮົາ​ໄດ້​ຮຽນ​ຮູ້​ຄື ໃຫ້​ເຮົາ​ຮັກ​ສາ​ວິ​ໄສ​ທັດ​ທາງ​ວິນ​ຍານ​ໃຫ້​ແຈ່ມ​ແຈ້ງ​ເມື່ອ​ເຮົາ​ສຸມ​ໃຈ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ ແລະ ຍຶດ​ໝັ້ນ​ກັບ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນ​ຄວາມ​ຈິງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເພື່ອ​ຮັກ​ສາ​ວິ​ໄສ​ທັດ​ທາງ​ວິນ​ຍານ​ຂອງ​ເຮົາ​ບໍ່​ໃຫ້​ເສຍ​ໄປ, ເຮົາ​ຕ້ອງ​ຕັດ​ສິນ​ໃຈ​ວ່າ​ບໍ່​ຕ້ອງ​ຟັງ​ສຽງ​ທາງ​ໂລກ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ໃນ​ໂລກ​ທີ່​ສັບ​ສົນ ແລະ ວຸ້ນ​ວາຍ​ນີ້, ເຮົາ​ຈຳ​ຕ້ອງ​ຊື່​ສັດ​ຕໍ່​ສິ່ງ​ທີ່​ເຮົາ​ຮູ້, ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ ແລະ ຢືນ​ຢັນ​ຕໍ່​ຄວາມ​ເຊື່ອ​ຂອງ​ເຮົາ, ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າ, ຄື​ກັນ​ກັບ​ທີ່​ຊາຍ​ຄົນ​ນີ້​ໄດ້​ເຮັດ. ເຮົາ​ຕ້ອງ​ຮ້ອງ​ບອກ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໂລກ​ໄດ້​ຍິນ​ດັງ​ຂຶ້ນ​ກວ່າ​ເກົ່າ. ຊາຍ​ຄົນ​ນີ້​ຮູ້​ຈັກ​ພຣະ​ເຢ​ຊູ, ຍຶດ​ໝັ້ນ​ໃນ​ຄວາມ​ຊື່​ສັດ​ຕໍ່​ສິ່ງ​ທີ່​ລາວ​ເຊື່ອ​ຖື, ແລະ ບໍ່​ໄດ້​ໃສ່​ໃຈ​ກັບ​ສຽງ​ທີ່​ລົບ​ກວນ​ຢູ່​ອ້ອມ​ຮອບ​ຕົວ​ລາວ.

ໃນ​ປະ​ຈຸ​ບັນ​ນີ້​ມີ​ຫລາຍໆ​ສຽງ​ທີ່​ກຳ​ລັງ​ພະ​ຍາ​ຍາມ​ລົດ​ສຽງ​ຂອງ​ເຮົາ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສຽງ​ຂອງ​ໂລກ​ກຳ​ລັງ​ພະ​ຍາ​ຍາມ​ເຮັດ​ໃຫ້​ເຮົາ​ມິດ​ງຽບ, ແຕ່​ນັ້ນ​ເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮົາ​ຈະ​ຕ້ອງ​ປະ​ກາດ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ດັງ​ຫລາຍ​ຂຶ້ນ ແລະ ເຂັ້ມ​ແຂງ​ຍິ່ງ​ຂຶ້ນ. ໃນ​ບັນ​ດາ​ສຽງ​ທັງ​ໝົດ​ຂອງ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ໃນ​ຂ້າ​ພະ​ເຈົ້າ ແລະ ທ່ານ​ໃນ​ການ​ປະ​ກາດ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ, ເປັ່ງ​ສຽງ​ຂອງ​ເຮົາ​ໃຫ້​ດັງ​ຂຶ້ນ, ແລະ ກາຍ​ເປັນ​ສຽງ​ຂອງ​ພຣະ​ອົງ. ຖ້າ​ເຮົາ​ບໍ່​ເຮັດ​ແລ້ວ, ແມ່ນ​ໃຜ​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ? ແມ່ນ​ໃຜ​ຈະ​ເວົ້າ​ກ່ຽວ​ກັບ​ພຣະ​ນາມ​ຂອງ​ພຣະ​ອົງ ແລະ ປະ​ກາດ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ?

ເຮົາ​ມີ​ໜ້າ​ທີ່​ທາງ​ວິນ​ຍານ​ທີ່​ມາ​ຈາກ​ຄວາມ​ຮູ້​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ແຕ່​ແລ້ວ​ບາ​ຣະ​ຕີ​ມາຍ​ໄດ້​ເຮັດ​ຫຍັງ​ແດ່​ຫລັງ​ຈາກ​ນັ້ນ?

ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໃຫ້ ລຸກ​ຂຶ້ນ, ລາວ​ໄດ້​ປະ​ຕິ​ບັດ​ອີກ​ຄັ້ງ​ດ້ວຍ​ສັດ​ທາ.

ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ, “ຊາຍ​ຕາ​ບອດ, ຖິ້ມ​ຜ້າ​ຕູ້ມ​ຂອງ​ຕົນ, ແລະ ຮີບ​ລຸກ​ຂຶ້ນ, ມາ​ຫາ​ພຣະ​ເຢ​ຊູ.”4

ຊາຍ​ທີ່​ຊື່​ສັດ ແລະ ຖ່ອມ​ຕົວ​ຄົນ​ນີ້​ໄດ້​ເຂົ້າ​ໃຈ​ວ່າ​ລາວ​ສາ​ມາດ​ລຸກ​ຂຶ້ນ​ໄປ​ສູ່​ຊີ​ວິດ​ທີ່​ດີ​ກວ່າ​ເກົ່າ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ເຢ​ຊູ. ລາວ​ຮູ້​ແລ້ວ​ວ່າ​ສະ​ພາບ​ຊີ​ວິດ​ຂອງ​ລາວ​ຈະ​ດີ​ຂຶ້ນ​ກວ່າ​ເກົ່າ, ແລະ ສິ່ງ​ທີ່​ລາວ​ເຮັດ​ທຳ​ອິດ​ຄື​ລາວ​ໄດ້​ຖິ້ມ​ຜ້າ​ຕູ້ມ​ຂໍ​ທານ​ຂອງ​ລາວ ເມື່ອ​ລາວ​ໄດ້​ຍິນ​ພຣະ​ເຢ​ຊູ​ເອີ້ນ​ລາວ.

ອີກ​ຄັ້ງ ລາວ​ໄດ້​ກະ​ທຳ​ແທນ​ທີ່​ຈະ​ຖືກ​ກະ​ທຳ.

ລາວ​ອາດ​ຈະ​ຄິດ​ວ່າ, “ເຮົາ​ບໍ່​ຕ້ອງ​ການ​ສິ່ງ​ນີ້​ອີກ​ຕໍ່​ໄປ, ບັດ​ນີ້​ພຣະ​ເຢ​ຊູ​ໄດ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ​ແລ້ວ. ນີ້​ຄື​ວັນ​ໃໝ່. ເຮົາ​ພໍ​ແລ້ວ​ກັບ​ຊີ​ວິດ​ທີ່​ທໍ​ລະ​ມານ​ນີ້. ດ້ວຍ​ພຣະ​ເຢ​ຊູ ເຮົາ​ສາ​ມາດ​ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ຢ່າງ​ມີ​ຄວາມ​ສຸກ ແລະ ຊື່ນ​ຊົມ​ໃນ​ພຣະ​ອົງ, ກັບ​ພຣະ​ອົງ, ແລະ ຜ່ານ​ທາງ​ພຣະ​ອົງ. ແລະ ເຮົາ​ບໍ່​ສົນ​ໃຈ​ວ່າ​ໂລກ​ຈະ​ຄິດ​ແນວ​ໃດ​ກັບ​ຕົວ​ເຮົາ. ພຣະ​ເຢ​ຊູ​ໄດ້​ເອີ້ນ​ເຮົາ, ແລະ ພຣະ​ອົງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີ​ວິດ​ໃໝ່.”

ຊ່າງ​ເປັນ​ການ​ປ່ຽນ​ແປງ​ທີ່​ໜ້າ​ອັດ​ສະ​ຈັນ​ແທ້ໆ!

ຕອນ​ທີ່​ລາວ​ໄດ້​ຖິ້ມ​ຜ້າ​ຕູ້ມ​ຂໍ​ທານ​ຂອງ​ລາວ, ລາວ​ໄດ້​ໂຍນ​ຂໍ້​ແກ້​ຕົວ​ທັງ​ໝົດ​ຖິ້ມ.

ແລະ ນີ້​ແມ່ນ ຫລັກ​ທຳ​ຂໍ້​ທີ​ສອງ: ເຮົາ​ຮັກ​ສາ​ວິ​ໄສ​ທັດ​ທາງ​ວິນ​ຍານ​ໃຫ້​ແຈ່ມ​ແຈ້ງ​ເມື່ອ​ເຮົາ​ປະ​ຖິ້ມ​ຄວາມ​ເປັນ​ມະ​ນຸດ​ທຳ​ມະ​ດາ​ໄວ້​ທາງ​ຫລັງ, ກັບ​ໃຈ, ແລະ ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ໃນ​ພຣະ​ຄຣິດ.

ວິ​ທີ​ທີ່​ຈະ​ເຮັດ​ໄດ້​ຄື​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ເພື່ອ​ລຸກ​ຂຶ້ນ​ສູ່​ຊີ​ວິດ​ທີ່​ດີ​ກວ່າ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ຕາບ​ໃດ​ທີ່​ເຮົາ​ຍັງ​ຫາ​ຂໍ້​ແກ້​ຕົວ​ທີ່​ຈະ​ຮູ້​ສຶກ​ເສຍ​ໃຈ​ກັບ​ຕົວ​ເອງ, ກ່າວ​ໂທດ​ກັບ​ສະ​ພາບ​ການ ແລະ ບັນ​ຫາ​ຕ່າງໆ​ຂອງ​ເຮົາ ແລະ ເສຍ​ໃຈ​ກັບ​ທຸກ​ສິ່ງ​ບໍ່​ດີ​ທີ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ແມ່ນ​ແຕ່​ຜູ້​ຄົນ​ບໍ່​ດີ​ທັງ​ໝົດ​ຜູ້​ທີ່​ເຮັດ​ໃຫ້ ເຮົາ​ຄິດ ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ, ເຮົາ​ກໍ​ກຳ​ລັງ​ສວມ​ໃສ່​ຜ້າ​ຕູ້ມ​ຂໍ​ທານ​ນັ້ນ​ໄວ້​ເທິງ​ບ່າ​ຂອງ​ເຮົາ. ມັນ​ເປັນ​ຄວາມ​ຈິງ​ທີ່​ບາງ​ຄັ້ງ​ຄົນ​ອື່ນ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເຈັບ, ທັງ​ທີ່​ຮູ້​ຕົວ ຫລື ບໍ່​ຮູ້​ຕົວ​ກໍ​ຕາມ. ແຕ່​ເຮົາ​ຕ້ອງ​ຕັດ​ສິນ​ໃຈ​ທີ່​ຈະ​ກະ​ທຳ​ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ ໂດຍ​ການ​ຖອດ​ຜ້າ​ຕູ້ມ​ທາງ​ຈິດ​ໃຈ ແລະ ອາ​ລົມ​ທີ່​ເຮົາ​ຍັງ​ສວມ​ໃສ່​ເພື່ອ​ປິດ​ບັງ​ຂໍ້​ແກ້​ຕົວ ຫລື ບາບ​ນັ້ນ​ອອກ​ໄປ, ແລະ ໂຍນ​ມັນ​ຖິ້ມ, ໂດຍ​ທີ່​ຮູ້​ວ່າ​ພຣະ​ອົງ​ສາ​ມາດ ແລະ ຈະ​ປິ່ນ​ປົວ​ເຮົາ.

ບໍ່​ເຄີຍ​ມີ​ຂໍ້​ແກ້​ຕົວ​ທີ່​ດີ ທີ່​ຈະ​ເວົ້າ​ວ່າ, “ທີ່​ຂ້ອຍ​ເປັນ​ແບບ​ນີ້​ຍ້ອນ​ວ່າ​ສະ​ຖາ​ນະ​ການ​ທີ່​ໂຊກ​ຮ້າຍ ແລະ ບໍ່​ເພິ່ງ​ປາດ​ຖະ​ໜາ​ເກີດ​ຂຶ້ນ​ກັບ​ຂ້ອຍ. ແລະ ຂ້ອຍ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້, ແລະ ຂ້ອຍ​ມີ​ເຫດ​ຜົນ.”

ເມື່ອ​ເຮົາ​ຄິດ​ແບບ​ນັ້ນ, ເຮົາ​ກຳ​ລັງ​ຕັດ​ສິນ​ໃຈ​ທີ່​ຈະ​ເປັນ​ຜູ້​ຖືກ​ກະ​ທຳ.

ເຮົາ​ກຳ​ລັງ​ເກັບ​ຜ້າ​ຕູ້ມ​ຂໍ​ທານ​ນັ້ນ​ໄວ້.

ການ​ກະ​ທຳ​ດ້ວຍ​ສັດ​ທາ​ໝາຍ​ເຖິງ​ການ​ເພິ່ງ​ອາ​ໄສ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ການ​ເຊື່ອ​ວ່າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ ລຸກ​ຂຶ້ນ ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ຕາມ​ທີ່​ພຣະ​ອົງ​ບັນ​ຊາ.

ຫລັກ​ທຳ​ຂໍ້​ທີ​ສາມ​ຄື​ສີ່​ຄຳ​ສຸດ​ທ້າຍ​ທີ່​ວ່າ: “[ລາວ] ໄດ້​ມາ​ຫາ​ພຣະ​ເຢ​ຊູ.”

ລາວ​ຈະ​ສາ​ມາດ​ໄປ​ຫາ​ພຣະ​ເຢ​ຊູ​ໄດ້​ແນວ​ໃດ​ໃນ​ເມື່ອ​ລາວ​ຕາ​ບອດ? ທາງ​ດຽວ​ທີ່​ຈະ​ເຮັດ​ໄດ້​ຄື​ຍ່າງ​ຕົງ​ໄປ​ຫາ​ພຣະ​ເຢ​ຊູ​ຈາກ​ການ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ.

ແລະ ນີ້​ແມ່ນ ຫລັກ​ທຳ​ຂໍ້​ທີ​ສາມ: ເຮົາ​ຮັກ​ສາ​ວິ​ໄສ​ທັດ​ທາງ​ວິນ​ຍານ​ໃຫ້​ແຈ່ມ​ແຈ້ງ​ເມື່ອ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ອະ​ນຸ​ຍາດ​ໃຫ້​ພຣະ​ອົງ​ນຳ​ທາງ​ເຮົາ.

ດັ່ງ​ທີ່​ຊາຍ​ຄົນ​ນີ້​ສົ່ງ​ສຽງ​ຂອງ​ລາວ​ກົບ​ເກື່ອນ​ສຽງ​ຕ່າງໆ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ລາວ, ລາວ​ສາ​ມາດ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທ່າມ​ກາງ​ສຽງ​ອື່ນໆ​ໄດ້.

ນີ້​ເປັນ​ສັດ​ທາ​ແບບ​ດຽວ​ກັນ​ກັບ​ທີ່​ເຮັດ​ໃຫ້​ເປ​ໂຕ​ສາ​ມາດ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ ຕາບ​ໃດ​ທີ່​ເພິ່ນ​ສຸມ​ຄວາມ​ສົນ​ໃຈ​ທາງ​ວິນ​ຍານ​ຂອງ​ເພິ່ນ​ໄປ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ບໍ່​ຖືກ​ລົບ​ກວນ​ຈາກ​ລົມ​ອ້ອມ​ຮອບ​ຕົວ​ເພິ່ນ.

ຈາກ​ນັ້ນ​ເລື່ອງ​ລາວ​ຂອງ​ຊາຍ​ຕາ​ບອດ​ຄົນ​ນີ້​ຈົບ​ລົງ​ດ້ວຍ​ຄຳ​ເວົ້າ​ທີ່​ວ່າ “ລາວ​ກໍ​ເຫັນ​ຮຸ່ງ​ໄດ້, ແລະ ຕິດ​ຕາມ​ພຣະ​ເຢ​ຊູ​ໄປ.”5

ບົດ​ຮຽນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ເລື່ອງ​ນີ້​ກໍ​ຄື ຊາຍ​ຄົນ​ນີ້​ໄດ້​ໃຊ້​ສັດ​ທາ​ທີ່​ແທ້​ຈິງ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ຮັບ​ປະ​ຕິ​ຫານ​ຍ້ອນ​ວ່າ​ລາວ​ໄດ້​ຂໍ​ດ້ວຍ ເຈດ​ຕະ​ນາ​ອັນ​ແທ້​ຈິງ, ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ເຈດ​ຕະ​ນາ​ອັນ​ແທ້​ຈິງ.

ແລະ​ນີ້​ຄື​ເຫດ​ຜົນ​ອັນ​ສູງ​ສຸດ​ສຳ​ລັບ​ພອນ​ທີ່​ເຮົາ​ໄດ້​ຮັບ​ໃນ​ຊີ​ວິດ​ຂອງ​ເຮົາ, ຊຶ່ງ​ກໍ​ຄື​ການ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ. ຄື​ການ​ຮັບ​ຮູ້ ພຣະ​ອົງ, ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ເພາະ​ພຣະ​ອົງ, ການ​ປ່ຽນ​ແປງ​ທຳ​ມະ​ຊາດ​ຂອງ​ເຮົາ ຜ່ານ​ທາງ​ພຣະ​ອົງ, ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໂດຍ​ການ​ຕິດ​ຕາມ ພຣະ​ອົງ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ການ​ຮັກ​ສາ​ວິ​ໄສ​ທັດ​ທາງ​ວິນ​ຍານ​ໃຫ້​ແຈ່ມ​ແຈ້ງ ທັງ​ໝົດ​ແມ່ນ​ກ່ຽວ​ກັບ​ການ​ສຸມ​ໃສ່​ທີ່​ພຣະ​ເຢ​ຊູ​ຄຣິດ.

ສະ​ນັ້ນ, ສາຍ​ຕາ​ທາງ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ແຈ່ມ​ແຈ້ງ​ແລ້ວ​ບໍ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຖືກ​ສີດ​ຢາ​ໃສ່​ຕາ? ແລ້ວ, ຂ້າ​ພະ​ເຈົ້າ​ແມ່ນ​ໃຜ​ທີ່​ຈະ​ເວົ້າ​ໄດ້​ແບບ​ນັ້ນ? ແຕ່​ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ວຽກ​ງານ​ອັນ​ສັກ​ສິດ​ນີ້ ແລະ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ຈະ​ແຈ້ງ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ທາ​ຂອງ​ຫລາຍໆ​ຄົນ ຜູ້​ທີ່​ເພີ່ມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ ບໍ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ໄປ​ແຫ່ງ​ຫົນ​ໃດ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ທູດ​ສະ​ຫວັນ​ຢູ່​ອ້ອມ​ຂ້າງ​ຕົວ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ທາ​ຂອງ​ຫລາຍ​ຄົນ​ຜູ້​ທີ່​ບໍ່​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ທາງ​ຮ່າງ​ກາຍ ແຕ່​ຮູ້​ຈັກ​ພຣະ​ອົງ​ທາງ​ວິນ​ຍານ, ເພາະ​ວ່າ​ເຂົາ​ເຈົ້າ​ຮູ້​ຈັກ​ພຣະ​ອົງ​ຢ່າງ​ເລິກ​ເຊິ່ງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ກິດ​ຕິ​ຄຸນ​ນີ້​ຄື​ຄຳ​ຕອບ​ສຳ​ລັບ​ທຸກ​ສິ່ງ​ທຸກ​ຢ່າງ, ເພາະ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື​ຄຳ​ຕອບ​ສຳ​ລັບ​ທຸກໆ​ຄົນ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຕໍ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເບິ່ງ​ເຫັນ​ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍອມ​ໃຫ້​ພຣະ​ອົງ​ນຳ​ພາ​ເຮົາ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ນິ​ມິດ​ຢ່າງ​ແຈ່ມ​ແຈ້ງ, ຄວາມ​ເຂົ້າ​ໃຈ​ທາງ​ວິນ​ຍານ, ແລະ ສັນ​ຕິ​ສຸກ​ໃນ​ໃຈ ແລະ ຄວາມ​ຄິດ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.

ຂໍ​ໃຫ້​ເຮົາ​ຮ້ອງ​ປະ​ກາດ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ອົງ ໃຫ້​ດັງ​ກວ່າ​ສຽງ​ອື່ນໆ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ໃນ​ໂລກ​ທີ່​ຕ້ອງ​ການ​ທີ່​ຈະ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ ແລະ ບໍ່​ໄດ້​ໜ້ອຍ​ໄປ​ກວ່າ​ນີ້. ຂໍ​ໃຫ້​ເຮົາ​ຖອດ​ຜ້າ​ຕູ້ມ​ຂໍ​ທານ​ທີ່​ເຮົາ​ອາດ​ສວມ​ໃສ່​ຢູ່​ນັ້ນ​ອອກ​ໄປ ແລະ ລຸກ​ຂຶ້ນ​ໃຫ້​ສູງ​ກວ່າ​ໂລກ ເພື່ອ​ຈະ​ມີ​ຊີ​ວິດ​ທີ່​ດີ​ຂຶ້ນ​ໃນ ແລະ ຜ່ານ​ທາງ​ພຣະ​ຄຣິດ. ຂໍ​ໃຫ້​ເຮົາ​ປະ​ຖິ້ມ​ຂໍ້​ແກ້​ຕົວ​ທັງ​ໝົດ​ທີ່​ຈະ​ບໍ່​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຊອກ​ຫາ​ເຫດ​ຜົນ​ທີ່​ດີ​ທັງ​ໝົດ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ຂະ​ນະ​ທີ່​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ. ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.