ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ວິ​ຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ຢາຍ​ຢູ່​ທົ່ວ​ໂລກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ພຣະ​ວິ​ຫານ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ຢາຍ​ຢູ່​ທົ່ວ​ໂລກ

ເມື່ອ​ທ່ານ​ມາ​ຍັງ​ບ້ານ​ສັກ​ສິດ​ຂອງ​ພຣະ​ອົງ​ຢ່າງ​ມີ​ຄ່າ​ຄວນ ແລະ ດ້ວຍ​ການ​ອະ​ທິ​ຖານ, ທ່ານ​ຈະ​ມີ​ອຳ​ນາດ​ຂອງ​ພຣະ​ອົງ​ເປັນ​ອາ​ວຸດ.

ທ່ານ​ມັກ​ຖ້ອຍ​ຄຳ​ອັນ​ງົດ​ງາມ​ທີ່​ເຮົາ​ຫາ​ກໍ​ໄດ້​ຮ້ອງ​ໄປ​ບໍ? “ເຮົາ​ຈະ​ຄ້ຳ​ຊູ, ຈະ​ຊ່ວຍ​ໜູນ​ກຳ​ລັງ, … ຈະ​ຊູ​ເຈົ້າ​ດ້ວຍ​ຫລັກ​ການ​ທີ່​ຖືກ​ຕ້ອງ ແລະ ຊອບ​ທຳ.”1 ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໄພ່​ພົນ​ຂອງ​ພຣະ​ອົງ​ໃນ​ທຸກໆ​ໄວ ຂະ​ນະ​ທີ່​ເຂົາ​ເຈົ້າ​ມາ​ທີ່​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ຈາກ ຄິນ​ຊາ​ຊາ ເຖິງ ໂຊ​ລິ​ໂກ​ເຟັນ ເຖິງ ຟູ​ກູ​ໂອ​ກາ ເຖິງ​ອົກ​ແລນ, ຊາວ​ໜຸ່ມ, ດ້ວຍ​ການ​ລິ​ເລີ່ມ​ຂອງ​ພວກ​ເຂົາ​ເອງ, ກໍ​ເຕັມ​ຢູ່​ທີ່​ຫ້ອງ​ບັບ​ຕິ​ສະ​ມາ​ພຣະ​ວິ​ຫານ. ທີ່​ຜ່ານ​ມາ, ພະ​ນັກ​ງານ​ພິ​ທີ​ການ​ສ່ວນ​ຫລາຍ​ຈະ​ເປັນ​ຄົນ​ອາ​ວຸ​ໂສ—ແຕ່​ປະ​ຈຸ​ບັນ​ນີ້​ບໍ່​ເປັນ​ແບບ​ນັ້ນ​ອີກ​ແລ້ວ. ຜູ້​ສອນ​ສາດ​ສະ​ໜາ​ທີ່​ຖືກ​ເອີ້ນ, ຜູ້​ສອນ​ສາດ​ສະ​ໜາ​ຝ່າຍ​ໃຫ້​ບໍ​ລິ​ການ, ແລະ ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ​ກໍ​ເຕັມ​ຢູ່​ທຸກໆ​ແຈ​ໃນ​ພຣະ​ວິ​ຫານ. ຕະ​ຫລອດ​ທົ່ວ​ໂລກ, ກໍ​ມີ​ຄວາມ​ຮູ້​ສຶກ​ຫລາຍ​ຂຶ້ນ ທີ່​ນຳ​ເຮົາ​ໃຫ້​ມາ​ທີ່​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ພຽງ​ແຕ່​ໜຶ່ງ​ປີ​ຜ່ານ​ມາ​ນີ້, ເພື່ອນ​ທີ່​ຮັກ​ແພງ​ຂອງ​ຄອບ​ຄົວ​ຄົນ​ໜຶ່ງ, ອາ​ຍຸ 95 ປີ, ອາ​ໄສ​ຢູ່​ໃກ້​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ, ຜູ້​ທີ່​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ເວ​ລາ 70 ປີ, ໄດ້​ເວົ້າ​ກັບ​ລູກ​ສາວ​ຂອງ​ລາວ​ວ່າ, “ແມ່​ຢາກ​ໄປ​ພຣະ​ວິ​ຫານ​ນຳ​ລູກ.”

ລູກ​ສາວ​ຂອງ​ລາວ​ໄດ້​ຕອບ​ວ່າ, “ແມ່​ເອີຍ, ທຳ​ອິດ, ແມ່​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ​ກ່ອນ.”

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ​ຂອງ​ເອື້ອຍ​ຜູ້​ສູງ​ອາ​ຍຸ.

“ຕົກ​ລົງ,” ລາວ​ໄດ້​ຕອບ, “ແລ້ວ ແມ່​ຢາກ​ຮັບ​ບັບ​ຕິ​ສະ​ມາ.” ລາວ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ສອງ​ສາມ​ມື້​ຕໍ່​ມາ, ລາວ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ບັບ​ຕິ​ສະ​ມາ​ພຣະ​ວິ​ຫານ​ດ້ວຍ​ຄວາມ​ຄາ​ລະ​ວະ. ແລະ ພຽງ​ແຕ່​ໜຶ່ງ​ເດືອນ​ຜ່ານ​ມາ​ນີ້, ລາວ​ໄດ້​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ແລະ ການ​ຜະ​ນຶກ​ຂອງ​ລາວ​ເອງ. “ຄວາມ​ຮູ້ ແລະ ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແຜ່​ໄປ; ມ່ານ​ປົກ​ຄຸມ​ພື້ນ​ໂລກ​ເລີ່ມ​ເປີດ​ຄາຍ​ຂະ​ຫຍາຍ​ຈອນ.”2

ຮູບ​ພາບ
ເອື້ອຍ​ຜູ້​ສູງ​ອາ​ຍຸ​ຢູ່​ທາງ​ນອກ​ພຣະ​ວິ​ຫານ.

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ຊີ້​ນຳ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃຫ້​ຢາຍ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ຢູ່​ທົ່ວ​ໂລກ ໃນ​ເວ​ລາ​ນີ້?3 ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ, ໃນ​ເວ​ລາ​ນີ້​ໂດຍ​ສະ​ເພາະ, ຈະ​ປະ​ທານ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຈຳ​ເປັນ​ໃຫ້​ແກ່​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ເພື່ອ​ວ່າ​ຜ່ານ​ທາງ​ສ່ວນ​ສິບ​ທີ່​ສັກ​ສິດ​ຂອງ​ເຂົາ​ເຈົ້າ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຮ້ອຍ​ແຫ່ງ​ຈະ​ສາ​ມາດ​ຖືກ​ສ້າງ​ຂຶ້ນ?

ເຊົ້າ​ມື້​ນີ້, ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສະ​ແດງ​ພາບ​ທີ່​ສວຍ​ງາມ​ຂອງ​ພຣະ​ວິ​ຫານ​ທີ່​ກຳ​ລັງ​ກໍ່​ສ້າງ​ທົ່ວ​ໂລກ. ເມື່ອ​ບໍ່​ດົນ​ມາ​ນີ້ ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ທີ່​ຟີ​ລິບ​ປິນ. ຂໍ​ໃຫ້​ຄິດ​ເຖິງ​ການ​ມະ​ຫັດ​ສະ​ຈັນ​ນີ້: ພຣະ​ວິ​ຫານ​ມາ​ນີ​ລາ​ຖືກ​ອຸ​ທິດ​ໃນ​ປີ 1984. ມັນ​ຈະ​ເປັນ​ເວ​ລາ 26 ປີ​ກ່ອນ​ພຣະ​ວິ​ຫານ​ແຫ່ງ​ທີ​ສອງ, ໃນ​ເມືອງ​ເຊ​ບູ, ໄດ້​ສ້າງ​ສຳ​ເລັດ​ໃນ​ປີ 2010. ບັດ​ນີ້, 14 ປີ​ຕໍ່​ມາ, ພຣະ​ວິ​ຫານ 11 ແຫ່ງ​ກຳ​ລັງ​ຖືກ​ກໍ່​ສ້າງ, ຖືກ​ອອກ​ແບບ, ຫລື ຖືກ​ກຽມ​ພ້ອມ​ສຳ​ລັບ​ການ​ອຸ​ທິດ. ຈາກ​ທິດ​ເໜືອ​ເຖິງ​ທິດ​ໃຕ້: ລາ​ໂອ​ແອກ, ຕູ​ກູ​ກາ​ຣາ​ໂອ, ຊານ​ຕີ​ອາ​ໂກ, ເອີ​ດາ​ເນ​ຕາ, ອາ​ລາ​ບາງ, ນາ​ກາ, ຕັກ​ໂລ​ບານ ຊີ​ທີ, ອີ​ໂລຍ​ໂລ, ບາ​ໂຄ​ລອດ, ຄາ​ກາ​ຍານ ເດ ໂອ​ໂຣ, ແລະ ດາ​ວາ​ໂອ. ຊ່າງ​ເປັນ​ສິ່ງ​ທີ່​ປະ​ເສີດ​ແທ້ໆ​ທີ່​ໄດ້​ເຫັນ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ເຈົ້າ!

ຮູບ​ພາບ
ພຣະ​ວິ​ຫານ​ໃນ​ປະ​ເທດ​ຟີ​ລິບ​ປິນ.

ຕະ​ຫລອດ​ທົ່ວ​ໂລກ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ເຂົ້າ​ມາ​ໃກ້​ເຮົາ​ຫລາຍ​ຂຶ້ນ. ເປັນ​ຫຍັງ​ຈຶ່ງ​ເປັນ​ສະ​ໄໝ​ຂອງ​ເຮົາ?

ວັນ​ເວ​ລາ​ສຸດ​ທ້າຍ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ວ່າ ໃນ​ວັນ​ເວ​ລາ​ສຸດ​ທ້າຍ, ຈະ​ມີ​ຄວາມ​ກົດ​ດັນ​ລະ​ຫວ່າງ​ປະ​ເທດ​ຊາດ,4 ຜູ້​ຄົນ​ຈະ “ເຫັນ​ແກ່​ຕົວ,”5 “ທຸກ​ສິ່ງ​ທັງ​ປວງ [ຈະ] ຢູ່​ໃນ​ຄວາມ​ສັບ​ສົນ​ວຸ້ນ​ວາຍ,”6 ຄວາມ​ສັບ​ສົນ​ຈະ​ມີ​ຢ່າງ​ຫລວງ​ຫລາຍ,7 ແລະ “ໃຈ​ຂອງ​ມະ​ນຸດ [ຈະ] ທໍ້​ແທ້.”8 ແນ່​ນອນ​ວ່າ​ເຮົາ​ໄດ້​ເຫັນ​ໃຈ​ຂອງ​ຊາຍ ແລະ ຍິງ​ທໍ້​ແທ້: ການ​ລໍ້​ລວງ​ຂອງ​ໂລກ, ການ​ລົບ​ກວນ​ຂອງ​ສຽງ​ທີ່​ຍຸ​ຍົງ, ການ​ລະ​ເລີຍ​ຈາກ​ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ, ຄວາມ​ອິດ​ເມື່ອຍ​ຈາກ​ຂໍ້​ຮຽກ​ຮ້ອງ​ຂອງ​ການ​ເປັນ​ສາ​ນຸ​ສິດ.9 ບາງ​ທີ​ທ່ານ​ໄດ້​ໂສກ​ເສົ້າ​ຂະ​ນະ​ທີ່​ທ່ານ​ໄດ້​ເຫັນ​ຄົນ​ທີ່​ທ່ານ​ຮັກ, ຜູ້​ທີ່​ໃນ​ຄັ້ງ​ໜຶ່ງ​ໄດ້​ກ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ເຖິງ​ສັດ​ທາ​ຂອງ​ລາວ​ໃນ​ພຣະ​ເຢ​ຊູ​ຄຣິດ, ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ, ແລະ ໄດ້​ຊ່ວຍ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢ່າງ​ກະ​ຕີ​ລື​ລົ້ນ, ໄດ້​ຫັນ​ໜີ​ອອກ​ຢ່າງ​ກະ​ທັນ​ຫັນ, ຢ່າງ​ໜ້ອຍ​ສຳ​ລັບ​ເວ​ລາ​ນີ້, ຈາກ​ຄວາມ​ເຊື່ອ​ຂອງ​ລາວ ໄປ​ສູ່​ຄວາມ​ບໍ່​ເຂັ້ມ​ແຂງ​ໃນ​ສາດ​ສະ​ໜາ​ຈັກ. ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ທ່ານ​ຄື ຢ່າ​ທໍ້​ແທ້! ທຸກ​ຢ່າງ​ດີ. ເພາະ​ດ້ວຍ​ວ່າ, ບໍ່​ມີ​ສິ່ງ​ໃດ​ທີ່​ພຣະ​ເຈົ້າ​ເຮັດ​ບໍ່​ໄດ້.10

ດ້ວຍ​ຄວາມ​ສັບ​ສົນ​ວຸ້ນ​ວາຍ ແລະ ຄວາມ​ບໍ່​ເຊື່ອ​ທີ່​ຖືກ​ທຳ​ນາຍ​ຢູ່​ໃນ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຍັງ​ຈະ​ມີ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ, ຜູ້​ຄົນ​ທີ່​ລໍ​ຖ້າ​ການ​ສະ​ເດັດ​ກັບ​ຄືນ​ມາ​ຂອງ​ພຣະ​ອົງ​ຢ່າງ​ກະ​ຕື​ລື​ລົ້ນ, ຜູ້​ຄົນ​ທີ່​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ ແລະ ບໍ່​ຫວັ່ນ​ໄຫວ.11 ພຣະ​ອົງ​ໄດ້​ກ່າວ​ເຖິງ​ຜູ້​ຄົນ​ທີ່​ຊອບ​ທຳ ຕ້ານ​ທານ​ການ​ຫລອກ​ລວງ​ຂອງ​ຜູ້​ປໍ​ລະ​ປັກ, ຮັກ​ສາ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ເອົາ​ໄວ້, ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ແລະ ໄວ້​ວາງ​ໃຈ​ຢ່າງ​ຄົບ​ຖ້ວນ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ນຳ​ພຣະ​ວິ​ຫານ​ຫລາຍໆ​ຮ້ອຍ​ແຫ່ງ​ເຂົ້າ​ມາ​ໃກ້​ເຮົາ​ຫລາຍ​ຂຶ້ນ? ເຫດ​ຜົນ​ໜຶ່ງ​ຄື ທ່າມ​ກາງ​ຄວາມ​ວຸ້ນ​ວາຍ ແລະ ການ​ລໍ້​ລວງ​ຂອງ​ໂລກ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ອວຍ​ພອນ​ໄພ່​ພົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ກຳ​ລັງ​ເກີດ​ເປັນ​ຈິງ.

ຄຳ​ສັນ​ຍາ​ຈາກ​ພຣະ​ວິ​ຫານ​ເຄີດ​ແລນ

ບ້ານ​ທີ່​ສັກ​ສິດ​ເຫລົ່າ​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ, ປອບ​ໂຍນ, ແລະ ປົກ​ປ້ອງ​ເຮົາ​ແນວ​ໃດ? ເຮົາ​ພົບ​ເຫັນ​ຄຳ​ຕອບ​ໃນ​ຄຳ​ອ້ອນ​ວອນ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃນ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດ​ແລນ. ແມ່ນ​ຢູ່​ໃນ​ພຣະ​ວິ​ຫານ​ແຫ່ງ​ນີ້ ບ່ອນ​ທີ່​ໄພ່​ພົນ​ໄດ້​ຂັບ​ຮ້ອງ​ວ່າ, “ເຮົາ​ຈະ​ຮ່ວມ​ຮ້ອງ​ເພງ ຈະ​ໂຫ່​ຮ້ອງ​ກັບ​ທູດ​ສະ​ຫວັນ.”12 ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ອົງ​ເອງ​ໄດ້​ມາ​ປະ​ກົດ, ແລະ ສາດ​ສະ​ດາ​ໃນ​ຍຸກ​ສະ​ໄໝ​ກ່ອນ​ໄດ້​ກັບ​ມາ, ໄດ້​ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເພີ່ມ​ເຕີມ ໃຫ້​ແກ່​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.13

ໃນ​ໂອ​ກາດ​ທີ່​ສັກ​ສິດ​ນັ້ນ ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ສາດ​ສະ​ດາ​ໄດ້​ອະ​ທິ​ຖານ​ວ່າ ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໄພ່​ພົນ​ຈະ​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເປັນ​ອາ​ວຸດ, ວ່າ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ຢູ່​ເທິງ​ທີ່​ນັ້ນ, ວ່າ​ເຫລົ່າ​ທູດ​ຂອງ​ພຣະ​ອົງ​ຈະ​ພິ​ທັກ​ຮັກ​ສາ, ແລະ ວ່າ​ພວກ​ເຂົາ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ “ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”14 ຄຳ​ອ້ອນ​ວອນ​ທີ່​ມີ​ພະ​ລັງ​ເຫລົ່າ​ນີ້​ກໍ​ໄດ້​ເກີດ​ເປັນ​ຈິງ​ໃນ​ຊີ​ວິດ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ນະ​ມັດ​ສະ​ການ​ຢ່າງ​ຊື່​ສັດ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ

ໃນ​ບ້ານ​ຂອງ​ພຣະ​ອົງ, ເຮົາ​ໄດ້​ຮັບ​ອຳ​ນາດ​ຈາກ​ສະ​ຫວັນ​ແທ້ໆ.15 ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ຖືກ​ຢືນ​ຢັນ ແລະ ຖືກ​ເສີມ​ກຳ​ລັງ. ເຮົາ​ໄດ້​ຮັບ​ການ​ຮັບ​ຮອງ​ທາງ​ຝ່າຍ​ວິນ​ຍານ ເຖິງ​ເອ​ກະ​ລັກ​ທີ່​ແທ້​ຈິງ​ຂອງ​ເຮົາ ແລະ ຈຸດ​ປະ​ສົງ​ຂອງ​ຊີ​ວິດ.16 ຂະ​ນະ​ທີ່​ເຮົາ​ຊື່​ສັດ, ເຮົາ​ໄດ້​ຮັບ​ພອນ​ດ້ວຍ​ການ​ປົກ​ປ້ອງ​ຈາກ​ການ​ລໍ້​ລວງ ແລະ ການ​ລົບ​ກວນ. ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ຂະ​ນະ​ທີ່​ພຣະ​ອົງ​ຍົກ​ເຮົາ​ຂຶ້ນ​ຈາກ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ໂສກ​ເສົ້າ​ຂອງ​ເຮົາ. ເຮົາ​ມີ​ອຳ​ນາດ​ຂອງ​ພຣະ​ອົງ​ເປັນ​ອາ​ວຸດ.

ພຣະ​ນາມ​ຂອງ​ພຣະ​ອົງ​ຢູ່​ກັບ​ເຮົາ

ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ. ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ປະ​ກາດ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ພຣະ​ອົງ ແລະ ຄວາມ​ເຕັມ​ໃຈ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ຢູ່​ໃນ​ພຣະ​ວິ​ຫານ, ເຮົາ​ໃຫ້​ຄຳ​ສັນ​ຍາ​ສັກ​ສິດ, ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ຕະ​ຫລອດ​ໄປ.

ຮູບ​ພາບ
ຮູບ​ພາບ​ຂອງ​ພຣະ​ວິ​ຫານ​ຮີ​ເບີ ວາ​ລີ ຢູ​ທາ.

ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ແມ່ນ​ຍອດ​ຢ້ຽມ​ແທ້ໆ. ໃນ​ໂລກ​ທີ່​ຫຍຸ້ງ​ຍາກ, ພວກ​ເຂົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ. ໃນ​ເມືອງ​ຮີ​ເບີ ລັດ​ຢູ​ທາ, ໄດ້​ມີ​ການ​ປະ​ຊຸມ​ສາ​ທາ​ລະ​ນະ ເພື່ອ​ສົນ​ທະ​ນາ​ລາຍ​ລະ​ອຽດ​ຂອງ​ພຣະ​ວິ​ຫານ​ທີ່​ຖືກ​ວາງ​ແຜນ​ຈະ​ສ້າງ. ຊາວ​ໜຸ່ມ​ສາມ​ຮ້ອຍ​ຄົນ​ໄດ້​ໄປ​ຮ່ວມ​ຢູ່​ທີ່​ສວນ​ສາ​ທາ​ລະ​ນະ ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຂົາ​ສຳ​ລັບ​ພຣະ​ວິ​ຫານ​ທີ່​ຖືກ​ສະ​ເໜີ​ຈະ​ສ້າງ. ຊາຍ​ໜຸ່ມ​ຄົນ​ໜຶ່ງ, ກ່າວ​ກັບ​ຜູ້​ນຳ​ຝ່າຍ​ລັດ​ຖະ​ບານ​ໃນ​ການ​ສົນ​ທະ​ນາ​ເປີດ​ເຜີຍ, ດ້ວຍ​ຄວາມ​ກ້າ​ຫານ​ໄດ້​ອະ​ທິ​ບາຍ​ວ່າ, “ຂ້າ​ນ້ອຍ​ຫວັງ​ວ່າ​ຈະ​ໄດ້​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ແຫ່ງ​ນີ້. [ພຣະ​ວິ​ຫານ​ຈະ​ຊ່ວຍ] ຂ້າ​ນ້ອຍ​ໃຫ້​ຮັກ​ສາ​ຕົວ​ເອງ​ໃຫ້​ສະ​ອາດ ແລະ ບໍ​ລິ​ສຸດ.” ອີກ​ຄົນ​ໜຶ່ງ​ໄດ້​ບັນ​ຍາຍ​ວ່າ​ພຣະ​ວິ​ຫານ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຫວັງ. ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຕະ​ຫລອດ​ທົ່ວ​ໂລກ​ກຳ​ລັງ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ.17

ຮູບ​ພາບ
ຊາວ​ໜຸ່ມ​ເຕັມ​ຢູ່​ໃນ​ສວນ​ສາ​ທາ​ລະ​ນະ ໃນ​ເມືອງ​ຮີ​ເບີ.

ເຫລົ່າ​ທູດ​ຢູ່​ກັບ​ພວກ​ເຮົາ

ໃນ​ພຣະ​ວິ​ຫານ​ເຄີດ​ແລນ, ສາດ​ສະ​ດາ​ໂຈ​ເຊັບ​ໄດ້​ອະ​ທິ​ຖານ​ວ່າ “ເຫລົ່າ​ທູດ [ຈະ] ຮັບ​ຜິດ​ຊອບ​ດູ​ແລ [ໄພ່​ພົນ​ຂອງ​ພຣະ​ອົງ].”18 ການ​ປະ​ຕິ​ບັດ​ພິ​ທີ​ການ​ເປັນ​ປະ​ຈຳ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ ຈະ​ນຳ​ການ​ຢືນ​ຢັນ​ທີ່​ຫວານ​ຊື່ນ ແລະ ແນ່​ນອນ​ມາ​ໃຫ້ ວ່າ​ຊີ​ວິດ​ມີ​ຢູ່​ຕໍ່​ໄປ​ຫລັງ​ຈາກ​ຄວາມ​ຕາຍ.

ເຖິງ​ແມ່ນ​ວ່າ​ປະ​ສົບ​ການ​ຫລາຍ​ຢ່າງ​ຂອງ​ເຮົາ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນັ້ນ​ສັກ​ສິດ​ເກີນ​ທີ່​ຈະ​ແບ່ງ​ປັນ​ໃນ​ສາ​ທາ​ລະ​ນະ​ຊົນ, ແຕ່​ບາງ​ສິ່ງ​ເຮົາ​ສາ​ມາດ​ແບ່ງ​ປັນ​ໄດ້. ເມື່ອ​ສີ່​ສິບ​ປີ​ກ່ອນ, ຕອນ​ອາ​ໄສ​ຢູ່​ທີ່​ລັດ​ຟລໍ​ຣິ​ດາ, ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ພຣະ​ວິ​ຫານ ໃນ​ເມືອງ​ແອດ​ແລນ​ຕ້າ, ລັດ​ຈໍ​ເຈຍ. ໃນ​ແລງ​ວັນ​ພຸດ, ວັນ​ທີ 9 ເດືອນ​ພຶດ​ສະ​ພາ, 1984, ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ສຳ​ເລັດ​ພິ​ທີ​ໜຶ່ງ​ໃນ​ພຣະ​ວິ​ຫານ, ພະ​ນັກ​ງານ​ພິ​ທີ​ການ​ຄົນ​ໜຶ່ງ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ໄດ້​ຖາມ​ຖ້າ​ວ່າ​ຂ້າ​ພະ​ເຈົ້າ​ມີ​ເວ​ລາ​ພໍ​ທີ່​ຈະ​ໄປ​ເຮັດ​ພິ​ທີ​ການ​ຂັ້ນ​ຕົ້ນ​ໃຫ້​ຜູ້​ໜຶ່ງ​ໄດ້​ບໍ່. ຊື່​ຂອງ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ທຳ​ແທນ​ກໍ​ແປກ. ຊື່​ຂອງ​ລາວ​ແມ່ນ ອີ​ລີ​ເຊີ ເຊີ​ຊີ.

ມື້​ຕໍ່​ມາ, ພຣະ​ວິ​ຫານ​ກໍ​ເຕັມ​ໄປ​ດ້ວຍ​ໄພ່​ພົນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ​ທີ່​ຈະ​ໄປ​ຮ່ວມ​ພິ​ທີ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເທື່ອ​ທີ​ສອງ​ຂອງ​ວັນ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊື່​ຂອງ​ບຸກ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ກະ​ທຳ​ແທນ. ເປັນ​ທີ່​ໜ້າ​ປະ​ຫລາດ​ໃຈ, ຊື່​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແມ່ນ​ຊື່​ຂອງ​ບຸກ​ຄົນ​ຈາກ​ຄືນ​ກ່ອນ, ອີ​ລີ​ເຊີ ເຊີ​ຊີ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ພິ​ທີ​ການ​ໄດ້​ສຳ​ເລັດ​ລົງ. ຕໍ່​ມາ​ໃນ​ຕອນ​ບ່າຍ, ຂະ​ນະ​ທີ່​ຍັງ​ຢູ່​ໃນ​ພຣະ​ວິ​ຫານ, ແຄ​ຕີ້​ໄດ້​ເຫັນ​ເພື່ອນ​ສູງ​ອາ​ຍຸ​ຄົນ​ໜຶ່ງ, ຊິດ​ສະ​ເຕີ ດໍ​ລີ ເຟີ​ແນນ​ເດສ໌, ຜູ້​ທີ່​ໃນ​ຕອນ​ນັ້ນ​ໄດ້​ອາ​ໄສ​ຢູ່​ເມືອງ​ແອດ​ແລນ​ຕ້າ. ໂດຍ​ບໍ່​ມີ​ສະ​ມາ​ຊິກ​ເປັນ​ຜູ້​ຊາຍ​ໃນ​ຄອບ​ຄົວ​ຂອງ​ລາວ, ລາວ​ໄດ້​ຖາມ​ວ່າ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຊ່ວຍ​ໃນ​ການ​ຜະ​ນຶກ​ພໍ່​ຂອງ​ລາວ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ເພິ່ນ​ໄດ້​ບໍ. ແນ່​ນອນ ຂ້າ​ພະ​ເຈົ້າ​ຖື​ວ່າ​ເປັນ​ກຽດ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ຢູ່​ທ້າຍ​ແທ່ນ​ບູ​ຊາ​ສຳ​ລັບ​ພິ​ທີ​ການ​ສັກ​ສິດ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຊື່​ນັ້ນ​ອີກ​ຄັ້ງ ຊື່​ທີ່ ບັດ​ນີ້ ໄດ້​ຕິດ​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ຊື່​ຂອງ​ພໍ່​ລາວ, ອີ​ລີ​ເຊີ ເຊີ​ຊີ. ຂ້າ​ພະ​ເຈົ້າ​ເຊື່ອ​ແທ້ໆ​ວ່າ ຫລັງ​ຈາກ​ຊີ​ວິດ​ນີ້, ຂ້າ​ພະ​ເຈົ້າ​ຈະ​ໄດ້​ພົບ ແລະ ໂອບ​ກອດ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ໃນ​ຊີ​ວິດ​ມະ​ຕະ​ວ່າ ອີ​ລີ​ເຊີ ເຊີ​ຊີ.

ປະ​ສົບ​ການ​ສ່ວນ​ຫລາຍ​ຂອງ​ພວກ​ເຮົາ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນຳ​ສັນ​ຕິ​ສຸກ​ອັນ​ໜ້າ​ຍິນ​ດີ ແລະ ການ​ເປີດ​ເຜີຍ​ອັນ​ສະ​ຫງົບ​ງຽບ​ມາ​ໃຫ້ ຫລາຍ​ກວ່າ​ການ​ແຊກ​ແຊງ​ທີ່​ຕື່ນ​ເຕັ້ນ. ແຕ່​ໝັ້ນ​ໃຈ​ໄດ້​ວ່າ: ເຫລົ່າ​ທູດ​ມີ​ໜ້າ​ທີ່​ດູ​ແລ​ເຮົາ.

ຄວາມ​ສົມ​ບູນ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແມ່ນ​ໄດ້​ຮັບ​ໂດຍ​ການ​ຢືນ​ຢັນ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ແຕ່​ລະ​ອາ​ທິດ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ຂອງ​ເຂົ້າ​ຈີ່ ແລະ ນ້ຳ​ຢ່າງ​ມີ​ຄ່າ​ຄວນ ໃນ​ການ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ.19 ເມື່ອ​ເຮົາ​ມາ​ທີ່​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ, ສະ​ຖານ​ທີ່​ທີ່​ສັກ​ສິດ​ທີ່​ສຸດ​ຢູ່​ເທິງ​ໂລກ, ເຮົາ​ຈະ​ເຕີບ​ໃຫຍ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາ​ມາດ “ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”20 ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຮົາ​ຈະ​ເຕັມ​ໄປ​ດ້ວຍ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ ແລະ ຄວາມ​ຫວັງ​ທີ່​ເກີນ​ກວ່າ​ຈະ​ກ່າວ​ອອກ​ມາ​ໄດ້.21 ເຮົາ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ຄົງ​ຢູ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແມ່ນ​ແຕ່​ເມື່ອ​ເຮົາ​ພົບ​ເຫັນ​ຕົວ​ເອງ​ຢູ່​ນອກ​ສະ​ຖານ​ທີ່​ສັກ​ສິດ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ປະ​ກາດ​ວ່າ: “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ແດງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບ​ຈາກ​ເວ​ລາ​ນີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ. ເຮົາ​ຈະ​ໄດ້​ເຫັນ​ການ​ບົ່ງ​ບອກ​ທີ່​ມະ​ຫັດ​ສະ​ຈັນ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ … ພຣະ​ເຢ​ຊູ​ຄຣິດ … ຄວບ​ຄຸມ​ສາດ​ສະ​ໜາ​ຈັກ​ນີ້ ໃນ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ດ້ວຍ​ລັດ​ສະ​ໝີ​ພາບ.”22 ການ​ຢາຍ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ຢູ່​ທົ່ວ​ໂລກ ເປັນ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່ ແລະ ການ​ບົ່ງ​ບອກ​ທີ່​ມະ​ຫັດ​ສະ​ຈັນ.23

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ເຮົາ​ສາ​ມາດ ແລະ ຍັງ​ບໍ່​ທັນ​ໄດ້​ເພີ່ມ​ການ​ໄປ​ພຣະ​ວິ​ຫານ​ຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ຫາ​ເວ​ລາ​ຕື່ມ​ອີກ ທີ່​ຈະ​ໄປ​ນະ​ມັດ​ສະ​ການ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂໍ​ໃຫ້​ເຮົາ​ຈົ່ງ​ອະ​ທິ​ຖານ​ເພື່ອ​ພຣະ​ວິ​ຫານ​ທີ່​ຖືກ​ປະ​ກາດ​ແລ້ວ, ວ່າ​ຈະ​ສາ​ມາດ​ຊື້​ທີ່​ດິນ, ວ່າ​ລັດ​ຖະ​ບານ​ຈະ​ອະ​ນຸ​ມັດ​ແຜນ​ການ, ວ່າ​ພະ​ນັກ​ງານ​ທີ່​ມີ​ພອນ​ສະ​ຫວັນ​ຈະ​ໄດ້​ເຫັນ​ຂອງ​ປະ​ທານ​ຂອງ​ເຂົາ​ເຈົ້າ​ຖືກ​ຂະ​ຫຍາຍ, ແລະ ວ່າ​ການ​ອຸ​ທິດ​ທີ່​ສັກ​ສິດ​ຈະ​ໄດ້​ຮັບ​ການ​ເຫັນ​ຊອບ​ຈາກ​ສະ​ຫວັນ ແລະ ໄດ້​ຮັບ​ການ​ຢ້ຽມ​ຢາມ​ຂອງ​ເຫລົ່າ​ທູດ.

ຄຳ​ສັນ​ຍາ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ. ຂ້າ​ພະ​ເຈົ້າ​ໃຫ້​ສັນ​ຍາ​ທ່ານ​ວ່າ ຂະ​ນະ​ທີ່​ທ່ານ​ມາ​ທີ່​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ​ຢ່າງ​ມີ​ຄ່າ​ຄວນ ແລະ ດ້ວຍ​ການ​ອະ​ທິ​ຖານ, ທ່ານ​ຈະ​ມີ​ອຳ​ນາດ​ຂອງ​ພຣະ​ອົງ​ເປັນ​ອາ​ວຸດ, ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ກັບ​ທ່ານ, ເຫລົ່າ​ທູດ​ຂອງ​ພຣະ​ອົງ​ຈະ​ຮັບ​ຜິດ​ຊອບ​ດູ​ແລ​ທ່ານ, ແລະ ທ່ານ​ຈະ​ເຕີບ​ໂຕ​ໃນ​ພອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ, “ທຸກ​ຄົນ​ທີ່​ໄດ້​ປະ​ຖິ້ມ​ບາບ​ຂອງ​ຕົນ ແລະ ມາ​ຫາ​ເຮົາ, ແລະ ເອີ້ນ​ຫາ​ນາມ​ຂອງ​ເຮົາ, ແລະ ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຈະ​ເຫັນ​ໜ້າ​ຂອງ​ເຮົາ ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່.”24 ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ໄດ້​ເຫັນ​ພຣະ​ພັກ​ຂອງ​ພຣະ​ຄຣິດ, ແລະ ບໍ່​ມີ​ບ່ອນ​ໃດ​ທີ່​ດີ​ໄປ​ກວ່າ​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.25

ໃນ​ວັນ​ເວ​ລາ​ຂອງ​ຄວາມ​ສັບ​ສົນ ແລະ ວຸ້ນ​ວາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ວິ​ຫານ ເປັນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ ແລະ ຈະ​ຊ່ວຍ​ຮັກ​ສາ​ເຮົາ, ປົກ​ປ້ອງ​ເຮົາ, ແລະ ກະ​ກຽມ​ເຮົາ​ສຳ​ລັບ​ວັນ​ທີ່​ຮຸ່ງ​ໂລດ​ເມື່ອ, ພ້ອມ​ດ້ວຍ​ເຫລົ່າ​ທູດ​ທີ່​ບໍ​ລິ​ສຸດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ສະ​ເດັດ​ກັບ​ມາ​ໃນ​ສະ​ຫງ່າ​ລາ​ສີ, ອຳ​ນາດ, ແລະ ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “ພື້ນ​ໝັ້ນ​ຄົງ​ໜັກ​ໜາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 6.

  2. “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 30.

  3. ປະ​ຈຸ​ບັນ​ມີ​ພຣະ​ວິ​ຫານ​ທີ່​ເປີດ​ບໍ​ລິ​ການ​ເປັນ​ຈຳ​ນວນ 182 ແຫ່ງ. ຫົກ​ແຫ່ງ​ຢູ່​ພາຍ​ໃຕ້​ການ​ບູ​ລະ​ນະ​ສ້ອມ​ແປງ. ເຈັດ​ແຫ່ງ​ກຳ​ລັງ​ລໍ​ຖ້າ​ການ​ອຸ​ທິດ, ພ້ອມ​ທັງ​ອີກ​ໜຶ່ງ​ແຫ່ງ​ກຳ​ລັງ​ລໍ​ຖ້າ​ການ​ອຸ​ທິດ​ຄືນ​ໃໝ່. ຍັງ​ມີ 45 ແຫ່ງ​ທີ່​ຢູ່​ພາຍ​ໃຕ້​ການ​ກໍ່​ສ້າງ ແລະ ອີກ 94 ແຫ່ງ​ທີ່​ຖືກ​ປະ​ກາດ ຫລື ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ວາງ​ແຜນ ແລະ ການ​ອອກ​ແບບ.

  4. ເບິ່ງ ລູ​ກາ 21:10.

  5. 2 ຕີ​ໂມ​ທຽວ 3:2.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:91.

  7. ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ກ່າວ​ວ່າ: “ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ສຳ​ຄັນ​ຕໍ່​ຂ້າ​ພະ​ເຈົ້າ ແລະ ຕໍ່​ທ່ານ​ແນວ​ໃດ ຫາງ​ເສືອ​ກໍ​ສຳ​ຄັນ​ຕໍ່​ກຳ​ປັ່ນ​ແນວ​ນັ້ນ. ຫລັກ​ທຳ​ທີ່​ຖືກ​ຕ້ອງ​ຈະ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ເສັ້ນ​ທາງ ແລະ ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ, ແນ່ວ​ແນ່, ແລະ ບໍ່​ຫວັ່ນ​ໄຫວ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເສຍ​ຫລັກ ແລະ ຫລົ້ມ​ຈົມ​ລະ​ຫວ່າງ​ພະ​ຍຸ​ຮ້າຍ​ແຮງ​ທີ່​ມືດ​ມົວ ແລະ ສັບ​ສົນ ໃນ​ຍຸກ​ສຸດ​ທ້າຍ” (“The Principles of My Gospel,” Liahona, May 2021, 126).

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26.

  9. “ຖ້າ​ຜູ້​ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້​ນັ້ນ​ປະ​ຕິ​ເສດ​ຕົນ​ເອງ, ແລະ ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລ້ວ​ຕິດ​ຕາມ​ເຮົາ​ມາ” (ມັດ​ທາຍ 16:24).

  10. ເບິ່ງ ລູ​ກາ 1:37

  11. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 87:8.

  12. Hymns, no. 2.

  13. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110. ກ່ອນ​ໜ້າ​ນີ້, ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຂໍ​ກະ​ແຈ​ຂອງ​ມັນ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ແລະ ເພິ່ນ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ຂໍ​ກະ​ແຈ​ຂອງ​ມັນ ຈາກ​ອັກ​ຄະ​ສາ​ວົກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 27:12–13).

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15; ເບິ່ງ ຂໍ້​ທີ 22 ນຳ​ອີກ.

  15. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ພຣະ​ວິ​ຫານ​ສາ​ມາດ​ຊ່ວຍ​ເຮົາ​ໃນ​ການ​ສະ​ແຫວງ​ຫາ​ຂອງ​ເຮົາ. ໃນ​ນັ້ນ​ເຮົາ​ໄດ້​ຮັບ​ພະ​ລັງ​ຈາກ​ພຣະ​ເຈົ້າ, ເພື່ອ​ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຊາ​ຕານ, ຜູ້​ຍຸ​ຍົງ​ໃຫ້​ເກີດ​ການ​ຂັດ​ແຍ້ງ ທັງ​ໝົດ” (“Peacemakers Needed,” Liahona, May 2023, 101).

  16. ເບິ່ງ Russell M. Nelson, “Choices for Eternity” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  17. Elder Colin Stauffer, ຈົດ​ໝາຍ​ສ່ວນ​ຕົວ, ວັນ​ທີ 30 ເດືອນ​ມັງ​ກອນ, 2024.

  18. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:15.

  21. ເບິ່ງ ໂຣມ 15:13.

  22. Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 96.

  23. ປະ​ທານ​ບຣິ​ກຳ ຢັງ ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມີ​ພຣະ​ວິ​ຫານ​ຫລາຍ​ຮ້ອຍ​ແຫ່ງ ແລະ ຊາຍ​ຍິງ​ຫລາຍ​ພັນ​ຄົນ​ດຳ​ເນີນ​ພິ​ທີ​ການ​ໃນ​ນັ້ນ ສຳ​ລັບ​ຜູ້​ຄົນ​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ໂດຍ​ບໍ່​ໄດ້​ມີ​ສິດ​ທິ​ພິ​ເສດ​ຂອງ​ການ​ໄດ້​ຍິນ ແລະ ເຊື່ອ​ຟັງ​ພຣະ​ກິດ​ຕິ​ຄຸນ” (Teachings of Presidents of the Church: Brigham Young [1997], 312). ແລະ ປະ​ທານ​ເອ​ຊະ​ຣາ ແທັບ ເບັນ​ສັນ ໄດ້​ກ່າວ​ວ່າ: “ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໄດ້​ທຳ​ນາຍ​ໄວ້​ວ່າ ພຣະ​ວິ​ຫານ​ຈະ​ຢາຍ​ຢູ່​ທົ່ວ​ພູ​ມີ​ພາບ​ຂອງ​ອາ​ເມ​ຣິ​ກາ​ເໜືອ ແລະ ໃຕ້, ຢູ່​ໝູ່​ເກາະ​ປາ​ຊີ​ຟິກ, ເອີ​ຣົບ, ແລະ ເຂດ​ອື່ນໆ. ຖ້າ​ຫາກ​ວຽກ​ງານ​ແຫ່ງ​ການ​ໄຖ່​ນີ້​ຈະ​ສຳ​ເລັດ​ໃນ​ລະ​ດັບ​ທີ່​ມັນ​ຕ້ອງ​ເປັນ, ຈະ​ຕ້ອງ​ມີ​ພຣະ​ວິ​ຫານ​ຫລາຍໆ​ຮ້ອຍ​ແຫ່ງ” (The Teachings of Ezra Taft Benson [1988], 247).

  24. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:1.

  25. ແອວ​ເດີ ເດ​ວິດ ບີ ເຮດ ໄດ້​ກ່າວ​ວ່າ:

    “ມັນ​ເປັນ​ຄວາມ​ຈິງ​ທີ່​ບາງ​ຄົນ​ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ເມື່ອ​ມີ​ຄົນ​ສຶກ​ສາ​ວັດ​ຈະ​ນາ​ນຸ​ກົມ, ເຂົາ​ໄດ້​ຮຽນ​ຮູ້​ວ່າ ມັນ​ມີ​ຫລາຍ​ຄວາມ​ໝາຍ​ກັບ​ຄຳ​ວ່າ ເຫັນ, ດັ່ງ​ເຊັ່ນ​ການ​ມາ​ຮູ້​ຈັກ​ພຣະ​ອົງ, ການ​ຫລິງ​ເຫັນ​ພຣະ​ອົງ, ການ​ຮູ້​ຈັກ​ພຣະ​ອົງ ແລະ ວຽກ​ງານ​ຂອງ​ພຣະ​ອົງ, ການ​ຮັບ​ຮູ້​ຄວາມ​ສຳ​ຄັນ​ຂອງ​ພຣະ​ອົງ, ຫລື ການ​ມາ​ເຂົ້າ​ໃຈ​ພຣະ​ອົງ.

    “ຄວາມ​ຮູ້ ແລະ ພອນ​ຈາກ​ສະ​ຫວັນ​ເຊັ່ນ​ນັ້ນ ມີ​ໃຫ້​ເຮົາ​ແຕ່​ລະ​ຄົນ” (“Temples and Work Therein,” Ensign, Nov. 1990, 61).