ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ​ເພາະ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ​ເພາະ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ

ບໍ່​ມີ​ສິ່ງ​ໃດ​ສຳ​ຄັນ​ຫລາຍ​ກວ່າ​ການ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ ຫລື ອາດ​ຈະ​ເຮັດ​ໃນ​ພຣະ​ວິ​ຫານ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ນີ້, ໄດ້​ເປັນ​ຊ່ວງ​ເວ​ລາ​ທີ່​ສັກ​ສິດ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ການ​ມອບ​ໝາຍ​ທີ່​ຈະ​ກ່າວ​ປາ​ໄສ​ຕໍ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ໝູ່​ເພື່ອນ​ຫລາຍໆ​ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ຮັກ​ທ່ານ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ.

ຫລາຍ​ກວ່າ 50 ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ມີ​ສິດ​ທິ​ພິ​ເສດ​ທີ່​ໄດ້​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ທານ​ຂອງ​ວິ​ທະ​ຍາ​ໄລ ຣິກສ໌ ໃນ​ເມືອງ​ແຣັກ​ສະ​ເບີກ, ທີ່​ລັດ​ໄອ​ດາ​ໂຮ. ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 5 ເດືອນ​ມິ​ຖຸ​ນາ, 1976, ແຄ​ຕີ້, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຂັບ​ລົດ​ຈາກ​ເມືອງ​ແຣັກ​ສະ​ເບີກ​ໄປ​ຫາ​ພຣະ​ວິ​ຫານ​ໄອ​ດາ​ໂຮ​ຟໍສ໌ ໄອ​ດາ​ໂຮ ເພື່ອ​ໄປ​ຮ່ວມ​ພິ​ທີ​ຜະ​ນຶກ​ຂອງ​ເພື່ອນ​ສະ​ໜິດ​ຄົນ​ໜຶ່ງ. ແນ່​ນອນ​ວ່າ, ໂດຍ​ທີ່​ມີ​ລູກ​ຊາຍ​ນ້ອຍ​ສີ່​ຄົນ​ຢູ່​ໃນ​ບ້ານ​ຂອງ​ພວກ​ເຮົາ​ໃນ​ຊ່ວງ​ເວ​ລາ​ນັ້ນ, ການ​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ຂອງ​ພວກ​ເຮົາ​ຈະ​ສຳ​ເລັດ​ໄດ້​ພຽງ​ແຕ່​ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ຄົນ​ເຝົ້າ​ເດັກ​ທີ່​ກ້າ​ຫານ! ພວກ​ເຮົາ​ໄດ້​ປະ​ລູກໆ​ຜູ້​ລ້ຳ​ຄ່າ​ຂອງ​ພວກ​ເຮົາ​ໄວ້​ໃນ​ການ​ດູ​ແລ​ຂອງ​ນາງ ແລະ ໄດ້​ຂັບ​ລົດ​ໄປ​ໃນ​ໄລ​ຍະ​ສັ້ນ, 30 ນາ​ທີ.

ປະ​ສົບ​ການ​ຂອງ​ພວກ​ເຮົາ​ໃນ​ພຣະ​ວິ​ຫານ​ໃນ​ມື້​ນັ້ນ​ກໍ​ອັດ​ສະ​ຈັນ, ດັ່ງ​ທີ່​ເຄີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ໄດ້​ສິ້ນ​ສຸດ​ແລ້ວ—​ແລະ ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ກະ​ກຽມ​ຈະ​ກັບ​ບ້ານ—ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ພະ​ນັກ​ງານ​ພຣະ​ວິ​ຫານ ແລະ ຜູ້​ໄປ​ພຣະ​ວິ​ຫານ​ພາ​ກັນ​ເວົ້າ​ລົມ​ກັນ​ຢ່າງ​ຕື່ນ​ຕົກ​ໃຈ ຢູ່​ໃນ​ຫ້ອງ​ໂຖງ​ຂອງ​ພຣະ​ວິ​ຫານ. ພາຍ​ໃນ​ສອງ​ສາມ​ວິ​ນາ​ທີ, ພະ​ນັກ​ງານ​ພຣະ​ວິ​ຫານ​ຄົນ​ໜຶ່ງ​ໄດ້​ບອກ​ພວກ​ເຮົາ​ວ່າ ເຂື່ອນ​ທີ​ທອນ ທີ່​ຫາ​ກໍ​ສ້າງ​ສຳ​ເລັດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ລັດ​ໄອ​ດາ​ໂຮ ໄດ້​ພັງ​ລົງ. ປະ​ລິ​ມານ​ນ້ຳ​ຫລາຍ​ກວ່າ 80 ຕື້​ກາ​ລອນ (300 ລ້ານ​ສີ່​ຫລ່ຽມ​ມົນ​ທົນ​ແມັດ) ກຳ​ລັງ​ໄຫລ​ຜ່ານ​ເຂື່ອນ ແລະ ຈະ​ເຂົ້າ​ເຖິງ​ຮ່ອມ​ພູ​ໃກ້ໆ​ເຂດ​ນັ້ນ ຈຳ​ນວນ​ກວ້າງ 300 ໄມ​ມົນ​ທົນ (775 ກິ​ໂລ​ແມັດ​ມົນ​ທົນ). ສ່ວນ​ໃຫຍ່​ຂອງ​ເມືອງ​ແຣັກ​ສະ​ເບີກ​ກໍ​ຈົມ​ຢູ່​ໃນ​ນ້ຳ, ພ້ອມ​ທັງ​ເຮືອນ ແລະ ລົດ​ທີ່​ນ້ຳ​ຖ້ວມ​ໄດ້​ດຶງ​ໄປ​ນຳ. ໃນ​ທັນ​ທີ​ທັນ​ໃດ ສອງ​ສ່ວນ​ສາມ​ຂອງ​ຈຳ​ນວນ​ຜູ້​ອາ​ໄສ 9,000 ຄົນ​ຢູ່​ໃນ​ເຂດ​ນັ້ນ​ກໍ​ບໍ່​ມີ​ບ້ານ.1

ຕາມ​ທີ່​ທ່ານ​ຈະ​ຈິນ​ຕະ​ນາ​ການ​ໄດ້​ວ່າ, ຄວາມ​ຄິດ ແລະ ຄວາມ​ຫ່ວງ​ໃຍ​ຂອງ​ພວກ​ເຮົາ​ກໍ​ໄດ້​ຫັນ​ໄປ​ຫາ​ຄວາມ​ປອດ​ໄພ​ຂອງ​ລູກໆ​ທີ່​ຮັກ​ຂອງ​ພວກ​ເຮົາ, ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ຫລາຍໆ​ຮ້ອຍ​ຄົນ, ແລະ ຄະ​ນະ​ອາ​ຈານ, ແລະ ຊຸມ​ຊົນ​ທີ່​ພວກ​ເຮົາ​ຮັກ. ພວກ​ເຮົາ​ຢູ່​ໄກ​ຈາກ​ບ້ານ​ປະ​ມານ 30 ໄມ (50 ກິ​ໂລ​ແມັດ), ແຕ່​ໃນ​ມື້​ນັ້ນ, ດົນ​ນານ​ກ່ອນ​ຈະ​ມີ​ໂທ​ລະ​ສັບ​ມື​ຖື ແລະ ການ​ສົ່ງ​ຂໍ້​ຄວາມ, ພວກ​ເຮົາ​ບໍ່​ມີ​ວິ​ທີ​ທີ່​ຈະ​ສື່​ສານ​ກັບ​ລູກໆ​ຂອງ​ພວກ​ເຮົາ​ໄດ້​ທັນ​ທີ, ທັງ​ບໍ່​ສາ​ມາດ​ຂັບ​ລົດ​ຈາກ​ເມືອງ​ໄອ​ດາ​ໂຮ​ຟໍສ໌ ໄປ​ເມືອງ​ແຣັກ​ສະ​ເບີກ, ເພາະ​ຖະ​ໜົນ​ຫົນ​ທາງ​ທຸກ​ສາຍ​ກໍ​ຖືກ​ປິດ.

ທາງ​ເລືອກ​ພຽງ​ທາງ​ດຽວ​ຂອງ​ພວກ​ເຮົາ​ໃນ​ຄືນ​ນັ້ນ ແມ່ນ​ພັກ​ຢູ່​ທີ່​ໂຮງ​ແຮມ​ທ້ອງ​ຖິ່ນ​ໃນ​ເມືອງ​ໄອ​ດາ​ໂຮ​ຟໍສ໌. ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ໃນ​ຫ້ອງ​ໂຮງ​ແຮມ​ນັ້ນ ແລະ ອ້ອນ​ວອນ​ດ້ວຍ​ຄວາມ​ຖ່ອມ​ຕົນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເພື່ອ​ຄວາມ​ປອດ​ໄພ​ຂອງ​ລູກໆ​ທີ່​ຮັກ​ຂອງ​ພວກ​ເຮົາ ແລະ ຫລາຍໆ​ພັນ​ຄົນ​ອື່ນໆ ທີ່​ຖືກ​ກະ​ທົບ​ກະ​ເທືອນ ໂດຍ​ເຫດ​ການ​ທີ່​ໜ້າ​ໂສກ​ເສົ້າ​ນີ້. ຂ້າ​ພະ​ເຈົ້າ​ຈຳ​ໄດ້​ວ່າ ແຄ​ຕີ້​ໄດ້​ຍ່າງ​ກັບ​ໄປ​ກັບ​ມາ​ໝົດ​ທັງ​ຄືນ​ຈົນ​ຮອດ​ຕອນ​ເຊົ້າ ເພາະ​ເປັນ​ຫ່ວງ​ລູກໆ​ຂອງ​ນາງ. ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ກໍ​ເປັນ​ຫ່ວງ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ສະ​ຫງົບ​ສະ​ຕິ​ໄດ້ ແລະ ຫລັບ​ໄປ.

ບໍ່​ດົນ​ຫລັງ​ຈາກ​ນັ້ນ​ຄູ່​ຄອງ​ນິ​ລັນ​ດອນ​ສຸດ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ປຸກ​ຂ້າ​ພະ​ເຈົ້າ ແລະ ໄດ້​ເວົ້າ​ວ່າ, “ຮາວ, ອ້າຍ​ນອນ​ໄດ້​ແນວ​ໃດ​ໃນ​ເວ​ລາ​ທີ່​ຂັບ​ຂັນ​ແບບ​ນີ້?”

ຖ້ອຍ​ຄຳ​ເຫລົ່າ​ນີ້​ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ແຈ່ມ​ແຈ້ງ. ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: “ແຄ​ຕີ້, ບໍ່​ວ່າ​ຜົນ​ຕາມ​ມາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ ເພາະ​ພຣະ​ວິ​ຫານ. ພວກ​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ ແລະ ໄດ້​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ​ແລ້ວ.”

ໃນ​ວິ​ນາ​ທີ​ນັ້ນ, ເບິ່ງ​ຄື​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢືນ​ຢັນ​ໃນ​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ພວກ​ເຮົາ​ສິ່ງ​ທີ່​ພວກ​ເຮົາ​ຮູ້​ວ່າ​ເປັນ​ຄວາມ​ຈິງ​ຢູ່​ແລ້ວ: ພິ​ທີ​ການ​ຜະ​ນຶກ, ທີ່​ພົບ​ເຫັນ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ດຳ​ເນີນ​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ຕ້ອງ, ໄດ້​ຜູກ​ມັດ​ພວກ​ເຮົາ​ເຂົ້າ​ກັນ​ເປັນ​ສາ​ມີ​ພັນ​ລະ​ຍາ, ແລະ ລູກໆ​ຂອງ​ພວກ​ເຮົາ​ກໍ​ຖືກ​ຜະ​ນຶກ​ເຂົ້າ​ກັບ​ພວກ​ເຮົາ​ແລ້ວ. ແທ້ໆ​ແລ້ວ ບໍ່​ມີ​ຫຍັງ​ທີ່​ຕ້ອງ​ຢ້ານ​ກົວ, ແລະ ພວກ​ເຮົາ​ກໍ​ກະ​ຕັນ​ຍູ​ທີ່​ຕໍ່​ມາ​ໄດ້​ຍິນ​ວ່າ​ພວກ​ລູກ​ຊາຍ​ຂອງ​ພວກ​ເຮົາ​ປອດ​ໄພ​ດີ.

ບາງ​ທີ​ຖ້ອຍ​ຄຳ​ນີ້​ຈາກ ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ຈະ​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໃນ​ຄ່ຳ​ຄືນ​ທີ່​ບໍ່​ມີ​ວັນ​ລືມ​ໄດ້​ນັ້ນ. “ເມື່ອ​ເຮົາ​ໄປ​ພຣະ​ວິ​ຫານ, ລະ​ດັບ​ທາງ​ວິນ​ຍານ​ຂອງ​ເຮົາ​ຈະ​ຖືກ​ຍົກ​ສູງ​ຂຶ້ນ ແລະ ເຮົາ​ຈະ​ມີ ຄວາມ​ສະ​ຫງົບ. … ເຮົາ​ຈະ​ຮູ້​ຈັກ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ: ‘ສັນ​ຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ. … ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ [ໂຢ​ຮັນ 14:27].’”2

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ຮູ້​ສຶກ​ຄວາມ​ສະ​ຫງົບ​ນັ້ນ​ທຸກໆ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ສັກ​ສິດ. ຂ້າ​ພະ​ເຈົ້າ​ຫວນ​ຄິດ​ເຖິງ​ມື້​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ເຊົາ​ເລັກ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ເປັນ​ຊາຍ​ໜຸ່ມ.

ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຂຶ້ນ​ເບິ່ງ​ເພ​ດານ​ສູງ​ສີ​ຂາວ ທີ່​ເຮັດ​ໃຫ້​ຫ້ອງ​ນັ້ນ​ແຈ້ງ​ສະ​ຫວ່າງ ຄື​ກັບ​ວ່າ​ມັນ​ເປີດ​ສູ່​ທ້ອງ​ຟ້າ. ແລະ ໃນ​ວິ​ນາ​ທີ​ນັ້ນ​ເອງ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຖ້ອຍ​ຄຳ​ທີ່​ແຈ່ມ​ແຈ້ງ​ຢູ່​ໃນ​ໃຈ​ວ່າ: “ເຮົາ​ເຄີຍ​ຢູ່​ໃນ​ບ່ອນ​ທີ່​ຮຸ່ງ​ແຈ້ງ​ນີ້​ມາ​ກ່ອນ.” ແຕ່​ທັນ​ໃດ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຢູ່​ໃນ​ໃຈ, ບໍ່​ແມ່ນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ເອງ, ເວົ້າ​ວ່າ: “ບໍ່, ເຈົ້າ​ບໍ່​ເຄີຍ​ມາ​ບ່ອນ​ນີ້​ເລີຍ. ເຈົ້າ​ຈື່​ຈຳ​ເວ​ລາ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ. ເຈົ້າ​ເຄີຍ​ຢູ່​ໃນ​ບ່ອນ​ທີ່​ສັກ​ສິດ​ແບບ​ນີ້ ບ່ອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ເດັດ​ມາ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ຖ່ອມ​ຕົນ​ວ່າ ຂະ​ນະ​ທີ່​ເຮົາ​ໄປ​ພຣະ​ວິ​ຫານ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເຕືອນ​ໃຈ​ເຖິງ​ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ວິນ​ຍານ​ຂອງ​ເຮົາ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ສູງ​ສົ່ງ​ຂອງ​ພຣະ​ອົງ, ແລະ ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ສູ່​ບ້ານ​ສະ​ຫວັນ​ຂອງ​ເຮົາ.

ໃນ​ບົດ​ປາ​ໄສ​ທີ່​ກອງ​ປະ​ຊຸມ​ໃຫຍ່​ເມື່ອ​ບໍ່​ດົນ​ມາ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ:

“ບ່ອນ​ທີ່​ປອດ​ໄພ​ທີ່​ສຸດ ທາງ​ວິນ​ຍານ ແມ່ນ​ການ​ດຳ​ລົງ​ຊີ​ວິດ ຢູ່​ໃນ ພັນ​ທະ​ສັນ​ຍາ​ຂອງ​ທ່ານ!”

ທຸກ​ສິ່ງ ທີ່​ເຮົາ​ເຊື່ອ ແລະ ທຸກ ຄຳ​ສັນ​ຍາ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ກັບ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ລວມ​ຢູ່​ໃນ​ພຣະ​ວິ​ຫານ.”3

“ທຸກ​ຄົນ​ທີ່​ເຮັດ​ພັນ​ທະ​ສັນ​ຍາ … ໃນ​ພຣະ​ວິ​ຫານ—ແລະ ຮັກ​ສາ​ມັນ—ສາ​ມາດ​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ.”4

ເພິ່ນ​ຍັງ​ໄດ້​ສິດ​ສອນ​ນຳ​ອີກ​ວ່າ “ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ຈະ​ໜີ​ຈາກ​ພື້ນ​ຖານ​ກາງ​ຕະ​ຫລອດ​ໄປ. ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ກັບ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ຜູກ​ພັນ​ເຊັ່ນ​ນັ້ນ​ກັບ​ພຣະ​ອົງ. ຕາມ​ຄວາມ​ຈິງ​ແລ້ວ, ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ໄດ້​ເຂົ້າ​ເຖິງ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ທີ່​ພິ​ເສດ.”5

ພາຍ​ໃຕ້​ການ​ນຳ​ພາ​ທີ່​ດົນ​ໃຈ​ຂອງ​ປະ​ທານ​ແນວ​ສັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລັ່ງ ແລະ ຈະ​ສືບ​ຕໍ່​ເລັ່ງ, ການ​ກໍ່​ສ້າງ​ພຣະ​ວິ​ຫານ​ຕະ​ຫລອດ​ທົ່ວ​ໂລກ. ນີ້​ຈະ​ອະ​ນຸ​ຍາດ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ໂອ​ກາດ​ເພື່ອ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ແລະ ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ. ການ​ມີ​ຄຸນ​ຄ່າ​ເໝາະ​ສົມ​ທີ່​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ບໍ່​ໄດ້​ເປັນ​ຄວາມ​ພະ​ຍາ​ຍາມ​ຄັ້ງ​ດຽວ ແຕ່​ເປັນ​ແບບ​ແຜນ​ຕະ​ຫລອດ​ຊີ​ວິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ມັນ​ຈະ​ໃຊ້​ສຸດ​ໃຈ, ສຸດ​ພະ​ລັງ, ສຸດ​ຄວາມ​ຄິດ, ແລະ ສຸດ​ກຳ​ລັງ​ຂອງ​ເຮົາ.6

ການ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ພຣະ​ວິ​ຫານ​ເລື້ອຍໆ ສາ​ມາດ​ສ້າງ​ແບບ​ແຜນ​ຂອງ​ການ​ອຸ​ທິດ​ຕົນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ທ່ານ ແລະ ຈື່​ຈຳ​ມັນ, ທ່ານ​ເຊື້ອ​ເຊີນ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ຊຳ​ລະ​ໃຫ້​ທ່ານ​ບໍ​ລິ​ສຸດ.

ແລ້ວ​ທ່ານ​ອາດ​ປະ​ສົບ​ຄວາມ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຫວັງ ເປັນ​ພະ​ຍານ​ວ່າ​ຄຳ​ສັນ​ຍາ​ນັ້ນ​ເປັນ​ຄວາມ​ຈິງ. ທ່ານ​ຈະ​ມາ​ຮູ້​ຈັກ​ວ່າ ພັນ​ທະ​ສັນ​ຍາ​ທຸກ​ຂໍ້​ກັບ​ພຣະ​ເຈົ້າ​ເປັນ​ໂອ​ກາດ​ທີ່​ຈະ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ, ຊຶ່ງ​ຈະ​ສ້າງ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ທ່ານ​ໃຫ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.

ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ, “ຍ້ອນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ບໍ່​ມີ​ວັນ​ອິດ​ເມື່ອຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ, ແລະ ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ອົດ​ທົນ​ທີ່​ເມດ​ຕາ​ຂອງ​ພຣະ​ອົງ​ສຳ​ລັບ​ເຮົາ​ໝົດ​ໄປ.”7

ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ການ​ຜະ​ນຶກ ໃນ​ພຣະ​ວິ​ຫານ​ນັ້ນ​ເອງ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ແນ່​ນອນ​ໃຈ ເຖິງ​ການ​ເຊື່ອມ​ຕໍ່​ຄອບ​ຄົວ​ທີ່​ແສນ​ຮັກ ຊຶ່ງ​ຈະ​ຍືນ​ຍົງ​ຫລັງ​ຈາກ​ຄວາມ​ຕາຍ ແລະ ສືບ​ຕໍ່​ໄປ​ເຖິງ​ນິ​ລັນ​ດອນ. ການ​ໃຫ້​ກຽດ​ການ​ແຕ່ງ​ງານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຄອບ​ຄົວ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ເຈົ້າ​ຈະ​ສາ​ມາດ​ໃຫ້​ການ​ປົກ​ປ້ອງ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄວາມ​ເຫັນ​ແກ່​ຕົວ ແລະ ຄວາມ​ຈອງ​ຫອງ.

ການ​ດູ​ແລ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ທີ່​ມີ​ໃຫ້​ກັນ​ແລະ​ກັນ​ຢ່າງ​ຕໍ່​ເນື່ອງ ຈະ​ມີ​ມາ​ພຽງ​ແຕ່​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ທີ່​ຈະ​ນຳ​ພາ​ຄອບ​ຄົວ​ຂອງ​ທ່ານ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ໂອ​ກາດ​ລູກໆ​ອະ​ທິ​ຖານ​ເພື່ອ​ກັນ​ແລະ​ກັນ. ໃຫ້​ຫລິງ​ເຫັນ​ການ​ເລີ່ມ​ຕົ້ນ​ຂອງ​ການ​ຂັດ​ແຍ້ງ​ຢ່າງ​ໄວ, ແລະ ໃຫ້​ຮັບ​ຮູ້​ການ​ກະ​ທຳ​ຂອງ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ໃນ​ທາງ​ບວກ, ໂດຍ​ສະ​ເພາະ​ຕໍ່​ກັນ​ແລະ​ກັນ. ເມື່ອ​ອ້າຍ​ເອື້ອຍ​ນ້ອງ​ອະ​ທິ​ຖານ​ເພື່ອ​ກັນ​ແລະ​ກັນ ແລະ ຮັບ​ໃຊ້​ກັນ​ແລະ​ກັນ, ຫົວ​ໃຈ​ຈະ​ອ່ອນ​ລົງ ແລະ ຫັນ​ໄປ​ຫາ​ກັນ​ແລະ​ກັນ ແລະ ພໍ່​ແມ່​ຂອງ​ເຂົາ​ເຈົ້າ.

ໃນ​ສ່ວນ​ໜຶ່ງ, ນັ້ນ​ຄື​ສິ່ງ​ທີ່​ມາ​ລາ​ກີ​ໄດ້​ບັນ​ຍາຍ ເມື່ອ​ເພິ່ນ​ໄດ້​ກ່າວ​ລ່ວງ​ໜ້າ​ເຖິງ​ການ​ມາ​ຂອງ​ສາດ​ສະ​ດາ​ເອ​ລີ​ຢາ​ວ່າ “ເພິ່ນ​ຈະ​ເອົາ​ຄຳ​ສັນ​ຍາ​ທີ່​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ໃສ່​ໄວ້​ໃນ​ຈິດ​ໃຈ​ຂອງ​ລູກ​ຫລານ ແລ້ວ​ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ. ຖ້າ​ບໍ່​ເປັນ​ເຊັ່ນ​ນັ້ນ, ທັງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ທຳ​ລາຍ​ໃຫ້​ໝົດ​ສິ້ນ​ໃນ​ຕອນ​ພຣະ​ອົງ​ສະ​ເດັດ​ມາ.”8

ແນ່​ນອນ​ວ່າ ການ​ທົດ​ລອງ, ການ​ທ້າ​ທາຍ, ແລະ ຄວາມ​ເຈັບ​ປວດ​ໃຈ​ຈະ​ມາ​ເຖິງ​ເຮົາ​ທຸກ​ຄົນ. ບໍ່​ມີ​ຄົນ​ໃດ​ໃນ​ບັນ​ດາ​ພວກ​ເຮົາ​ຖືກ​ລະ​ເວັ້ນ​ຈາກ “ສ້ຽນ​ໜາມ​ໃນ​ເນື້ອ​ກາຍ.”9 ແຕ່, ຂະ​ນະ​ທີ່​ເຮົາ​ໄປ​ພຣະ​ວິ​ຫານ ແລະ ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ສາ​ມາດ​ກະ​ກຽມ​ທີ່​ຈະ​ຮັບ​ເອົາ​ການ​ຊີ້​ນຳ​ສ່ວນ​ຕົວ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ເມື່ອ​ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ ແລະ ຜະ​ນຶກ​ເຂົ້າ​ກັນ​ຢູ່​ທີ່​ພຣະ​ວິ​ຫານ​ໂລ​ກັນ ຢູ​ທາ, ແອວ​ເດີ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ຜະ​ນຶກ​ພວກ​ເຮົາ. ໃນ​ສອງ​ສາມ​ຄຳ​ທີ່​ເພິ່ນ​ກ່າວ, ເພິ່ນ​ໄດ້​ໃຫ້​ຄຳ​ແນະ​ນຳ​ວ່າ: “ຮາວ ແລະ ແຄ​ຕີ້, ໃຫ້​ໃຊ້​ຊີ​ວິດ​ໃນ​ແບບ​ທີ່ ເມື່ອ​ການ​ເອີ້ນ​ມາ​ເຖິງ, ພວກ​ເຈົ້າ​ຈະ​ເດີນ​ໜີ​ໄດ້​ຢ່າງ​ສະ​ບາຍ.”

ໃນ​ຕອນ​ຕົ້ນ, ພວກ​ເຮົາ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ຄຳ​ແນະ​ນຳ​ນັ້ນ​ໄດ້​ໝາຍ​ເຖິງ​ສຳ​ລັບ​ພວກ​ເຮົາ, ແຕ່​ພວກ​ເຮົາ​ໄດ້​ເຮັດ​ສຸດ​ຄວາມ​ສາ​ມາດ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ​ວິ​ທີ​ທີ່​ພວກ​ເຮົາ​ກຽມ​ພ້ອມ​ທີ່​ຈະ​ໜີ​ໄປ ເພື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ການ​ເອີ້ນ​ນັ້ນ​ມາ​ເຖິງ. ຫລັງ​ຈາກ​ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ​ເກືອບ 10 ປີ, ການ​ເອີ້ນ​ທີ່​ບໍ່​ໄດ້​ຄາດ​ຄິດ​ກໍ​ໄດ້​ມາ​ຈາກ​ກຳ​ມະ​ການ​ການ​ສຶກ​ສາ​ຂອງ​ສາດ​ສະ​ໜາ​ຈັກ, ນຽວ ເອ ແມ໊ກ​ສະ​ແວວ.

ຄຳ​ແນະ​ນຳ​ດ້ວຍ​ຄວາມ​ຮັກ​ທີ່​ປະ​ທານ​ຄິມ​ໂບ​ໄດ້​ມອບ​ໃຫ້​ໃນ​ພຣະ​ວິ​ຫານ​ວ່າ​ໃຫ້​ສາ​ມາດ “ເດີນ​ໜີ​ໄດ້​ຢ່າງ​ສະ​ບາຍ” ໄດ້​ເກີດ​ເປັນ​ຈິງ. ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໜີ​ຈາກ​ສະ​ຖາ​ນະ​ການ​ຄອບ​ຄົວ​ທີ່​ງົດ​ງາມ​ໃນ​ລັດ​ຄາ​ລິ​ຟໍ​ເນຍ ເພື່ອ​ໄປ​ຮັບ​ໃຊ້​ໃນ​ການ​ມອບ​ໝາຍ ແລະ ຢູ່​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄອບ​ຄົວ​ຂອງ​ພວກ​ເຮົາ​ກໍ​ພ້ອມ​ທີ່​ຈະ​ໜີ​ຈາກ​ທີ່​ນັ້ນ ເພາະ​ສາດ​ສະ​ດາ, ຢູ່​ໃນ​ພຣະ​ວິ​ຫານ​ສັກ​ສິດ, ບ່ອນ​ໃຫ້​ການ​ເປີດ​ເຜີຍ, ໄດ້​ເຫັນ​ເຫດ​ການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ ຊຶ່ງ​ດ້ວຍ​ເຫດ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ຕຽມ​ພ້ອມ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ບໍ່​ມີ​ສິ່ງ​ໃດ​ສຳ​ຄັນ​ຫລາຍ​ກວ່າ​ການ​ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ ຫລື ອາດ​ຈະ​ເຮັດ​ໃນ​ພຣະ​ວິ​ຫານ. ບໍ່​ວ່າ​ທ່ານ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ໃຫ້​ເໝາະ​ສົມ ແລະ ມີ​ຄຸນ​ຄ່າ​ທີ່​ຈະ​ໄປ​ພຣະ​ວິ​ຫານ. ຂໍ​ໃຫ້​ໄປ​ພຣະ​ວິ​ຫານ​ເລື້ອຍໆ​ເທົ່າ​ທີ່​ສະ​ຖາ​ນະ​ການ​ຂອງ​ທ່ານ​ຈະ​ເອື້ອ​ອຳ​ນວຍ. ຂໍ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ກັບ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ສາ​ມາດ​ຮັບ​ຮອງ​ກັບ​ທ່ານ​ໄດ້​ເຖິງ​ຄວາມ​ຈິງ​ອັນ​ດຽວ​ກັນ ທີ່​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ກັບ​ແຄ​ຕີ້​ໃນ​ຄືນ​ນັ້ນ ເກືອບ​ຫ້າ​ທົດ​ສະ​ວັດ​ກ່ອນ ຢູ່​ໃນ​ໂຮງ​ແຮມ​ໃນ​ເມືອງ​ໄອ​ດາ​ໂຮ​ຟໍສ໌​ວ່າ: “ບໍ່​ວ່າ​ຜົນ​ຮັບ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ​ເພາະ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.”

ຂ້າ​ພະ​ເຈົ້າ​ໃຫ້​ການ​ເປັນ​ພະ​ຍານ​ທີ່​ແນ່​ນອນ​ວ່າ ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ພຣະ​ອົງ​ຊົງ​ພຣະ​ຊົນ ແລະ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ໂລກ. ຂ້າ​ພະ​ເຈົ້າ​ຮັກ​ເພິ່ນ, ແລະ ຂ້າ​ພະ​ເຈົ້າ​ຮັກ​ທ່ານ​ທຸກ​ຄົນ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.