ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄຳ​ເວົ້າ​ແມ່ນ​ສຳ​ຄັນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຄຳ​ເວົ້າ​ແມ່ນ​ສຳ​ຄັນ

ຄຳ​ເວົ້າ​ກຳ​ນົດ​ນ້ຳ​ສຽງ. ມັນ​ສື່​ສານ​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ປະ​ສົບ​ການ, ບໍ່​ວ່າ​ດີ ຫລື ຊົ່ວ.

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຖື​ວ່າ​ເປັນ​ກຽດ​ທີ່​ໄດ້​ກ່າວ​ກັບ​ຜູ້​ຟັງ​ຈຳ​ນວນ​ຫລວງ​ຫລາຍ​ນີ້, ຫລາຍ​ຄົນ​ເປັນ​ສະ​ມາ​ຊິກ ແລະ ຫລາຍ​ຄົນ​ເປັນ​ໝູ່​ເພື່ອນ ແລະ ຜູ້​ຟັງ​ໃໝ່ ໃນ​ການ​ຖ່າຍ​ທອດກອງ​ປະ​ຊຸມ​ນີ້. ຍິນ​ດີ​ຕ້ອນ​ຮັບ!

ຂ່າວ​ສານ​ທີ່​ແບ່ງ​ປັນ​ຈາກ​ແທ່ນ​ປາ​ໄສ​ນີ້ ຈາກ​ການ​ສື່​ສານ​ດ້ວຍ​ຄຳ​ເວົ້າ. ພວກ​ເພິ່ນ​ກ່າວ​ເປັນ​ພາ​ສາ​ອັງ​ກິດ ແລະ ໄດ້​ແປ​ເປັນ​ພາ​ສາ​ຕ່າງໆ ເກືອບ​ເຖິງ 100 ພາ​ສາ. ພື້ນ​ຖານ​ຈະ​ເປັນ​ເໝືອນ​ກັນ​ສະ​ເໝີ. ຄຳ​ເວົ້າ. ແລະ ຄຳ​ເວົ້າ​ແມ່ນ​ສຳ​ຄັນ​ຫລາຍ. ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ອີກ​ຄັ້ງ. ຄຳ​ເວົ້າ​ແມ່ນ​ສຳ​ຄັນ!

ຄຳ​ເວົ້າ​ເປັນ​ຮາກ​ຖານ​ຂອງວິ​ທີ​ທີ່​ເຮົາ​ເຊື່ອມ​ຕໍ່​ກັນ; ມັນ​ເປັນ​ຕົວ​ແທນ​ຂອງ​ຄວາມ​ເຊື່ອ, ສິນ​ທຳ, ແລະ ມຸມ​ມອງ. ບາງ​ຄັ້ງ​ເຮົາ​ກ່າວ​ຄຳ​ເວົ້າ; ບາງ​ຄັ້ງ​ເຮົາ​ຟັງ. ຄຳ​ເວົ້າ​ກຳ​ນົດ​ນ້ຳ​ສຽງ. ມັນ​ສື່​ສານ​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ປະ​ສົບ​ການ, ບໍ່​ວ່າ​ດີ ຫລື ຊົ່ວ.

ໜ້າ​ເສຍ​ດາຍ​ທີ່, ຄຳ​ເວົ້າ​ອາດ​ໄຮ້​ຄວາມ​ຄິດ, ຮີບ​ຮ້ອນ, ແລະ ເຈັບ​ປວດ. ເມື່ອ​ກ່າວ​ແລ້ວ, ເຮົາ​ບໍ່​ສາ​ມາດ​ນຳ​ມັນ​ກັບ​ມາ​ໄດ້. ມັນ​ສາ​ມາດ​ທຳ​ຮ້າຍ, ລົງ​ໂທດ, ບັ່ນ​ທອນ, ແລະ ແມ່ນ​ແຕ່​ນຳ​ໄປ​ສູ່​ການ​ກະ​ທຳ​ທີ່​ທຳ​ລາຍ. ມັນ​ສາ​ມາດ​ສ້າງ​ຄວາມ​ໜັກ​ໜ່ວງ​ໃຫ້​ເຮົາ.

ກົງ​ກັນ​ຂ້າມ, ຄຳ​ເວົ້າ​ສາ​ມາດ​ສະ​ເຫລີມ​ສະ​ຫລອງ​ໄຊ​ຊະ​ນະ, ໃຫ້​ຄວາມ​ຫວັງ ແລະ ໃຫ້​ກຳ​ລັງ​ໃຈ. ມັນ​ສາ​ມາດ​ກະ​ຕຸ້ນ​ເຮົາ​ໃຫ້​ຄິດ​ຄືນ​ໃໝ່, ຕັ້ງ​ຫລັກ​ໃໝ່, ແລະ ປ່ຽນ​ເສັ້ນ​ທາງ​ຂອງ​ເຮົາ. ຄຳ​ເວົ້າ​ສາ​ມາດ​ເປີດ​ໃຈ​ຂອງ​ເຮົາ​ສູ່​ຄວາມ​ຈິງ​ໄດ້.

ນັ້ນ​ຄື​ເຫດ​ຜົນ, ກ່ອນ​ອື່ນ​ໝົດ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ສຳ​ຄັນ.

ໃນ​ພຣະ​ຄຳ​ພີ​ມໍ​ມອນ, ສາດ​ສະ​ດາ ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃນ​ອາ​ເມ​ຣິ​ກາ​ສະ​ໄໝ​ບູ​ຮານ​ໄດ້​ປະ​ເຊີນ​ກັບ​ສົງ​ຄາມ​ທີ່​ບໍ່​ສິ້ນ​ສຸດ ກັບ​ຄົນ​ທີ່​ບໍ່​ສົນ​ໃຈ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຮັດ​ໃຫ້​ໃຈ​ແຂງ​ກະ​ດ້າງ, ແລະ ທຳ​ລາຍ​ວັດ​ທະ​ນະ​ທຳ​ຂອງ​ພວກ​ເຂົາ. ຄົນ​ຊື່​ສັດ​ອາດ​ຈະ​ຕໍ່​ສູ້​ໄດ້, ແຕ່​ແອວ​ມາ​ໄດ້​ແນະ​ນຳ​ວ່າ: “ແລະ ບັດ​ນີ້, ເມື່ອ​ການ​ສັ່ງ​ສອນ​ພຣະ​ຄຳ​ອັນ​ຍິ່ງ​ໃຫຍ່​ນີ້​ໄດ້​ນຳ​ພາ​ຜູ້​ຄົນ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກ​ຕ້ອງ​ແລ້ວ—ແທ້​ຈິງ​ແລ້ວ, ມັນ​ໄດ້​ໃຫ້​ຜົນ​ທີ່​ມີ​ອຳ​ນາດ​ແກ່​ຈິດ​ໃຈ​ຂອງ​ຜູ້​ຄົນ​ຍິ່ງ​ກວ່າ​ດາບ, ຫລື ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ພວກ​ເຂົາ—ສະ​ນັ້ນ ແອວ​ມາ​ຈຶ່ງ​ຄິດ​ວ່າ ມັນ​ສົມ​ຄວນ​ແລ້ວ ທີ່​ພວກ​ເພິ່ນ​ຈະ​ທົດ​ລອງ​ຄຸນ​ນະ​ທຳ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ.”1

“ພຣະ​ຄຳ​ຂອງ​ພຣະ​ເຈົ້າ” ເໜືອ​ກວ່າ​ການ​ສະ​ແດງ​ອອກ​ທັງ​ໝົດ. ມັນ​ເປັນ​ເຊັ່ນ​ນັ້ນ​ນັບ​ຕັ້ງ​ແຕ່​ການ​ສ້າງ​ໂລກ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: “ໃຫ້​ເກີດ​ມີ​ແສງ​ແຈ້ງ​ສ່ອງ​ຂຶ້ນ: ແລະ ກໍ​ເປັນ​ດັ່ງ​ນັ້ນ.”2

ການ​ຮັບ​ຮອງ​ເຫລົ່າ​ນີ້​ມາ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ພຣະ​ຄຳ​ພີ​ໃໝ່: “ຟ້າ ແລະ ດິນ​ກໍ​ຈະ​ລ່ວງ​ພົ້ນ​ໄປ, ແຕ່​ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກ​ເທື່ອ.”3

ແລະ ນີ້: “ພຣະ​ເຢ​ຊູ​ຕອບ​ເພິ່ນ​ວ່າ, ຖ້າ​ຜູ້​ໃດ​ຮັກ​ເຮົາ ກໍ​ຈະ​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ຂອງ​ເຮົາ, ແລະ ພຣະ​ບິ​ດາ​ຂອງ​ເຮົາ​ຈະ​ຮັກ​ຜູ້​ນັ້ນ, ແລະ ເຮົາ​ທັງ​ສອງ​ຈະ​ມາ​ຫາ​ຜູ້​ນັ້ນ, ແລະ ເຮົາ​ຈະ​ຕັ້ງ​ຢູ່​ກັບ​ຜູ້​ນັ້ນ.4

ແລະ ປະ​ຈັກ​ພະ​ຍານ​ອັນ​ຕ່ຳ​ຕ້ອຍ​ນີ້​ມາ​ຈາກ​ມາ​ຣີ ມານ​ດາ​ຂອງ​ພຣະ​ເຢ​ຊູ: “ຂ້າ​ນ້ອຍ​ເປັນ​ທາດ​ຍິງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ; ຂໍ​ໃຫ້​ເຫດ​ການ​ນີ້​ເກີດ​ກັບ​ຂ້າ​ນ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ.”5

ການ​ເຊື່ອ ແລະ ການ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຈະ​ດຶງ​ດູດ​ເຮົາ​ໃຫ້​ຫຍັບ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສັນ​ຍາ​ວ່າ, “ຖ້າ​ຫາກ​ທ່ານ​ຈະ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ອົງ, ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ ຈະ​ເພີ່ມ​ທະ​ວີ​ຂຶ້ນ.”6

ເຮົາ​ທຸກ​ຄົນ​ບໍ່​ຢາກ​ເປັນ, ດັ່ງ​ທີ່​ເພງ​ສວດ​ກ່າວ​ບໍ​ວ່າ, “ເພີ່ມ​ສັກ​ສິດ ແລະ ພອນ​ເດັ່ນ—ເພີ່ມ​ເຊັ່ນ​ພຣະ​ຜູ້​ຊ່ວຍ”?7

ຂ້າ​ພະ​ເຈົ້າ​ວາດ​ພາບ​ເຫັນ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ ຄຸ​ເຂົ່າ​ຟັງ​ພຣະ​ຄຳ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພຣະ​ອົງ: “[ໂຈ​ເຊັບ,] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!”8

ເຮົາ “ຟັງ​ພຣະ​ອົງ” ໃນ​ຖ້ອຍ​ຄຳ​ຂອງ​ພຣະ​ຄຳ​ພີ, ແຕ່​ເຮົາ​ປ່ອຍ​ໃຫ້​ມັນ​ພຽງ​ຢູ່​ໃນ​ໜ້າ​ນັ້ນ, ຫລື ເຮົາ​ຮັບ​ຮູ້​ວ່າ​ພຣະ​ອົງ​ກຳ​ລັງ​ກ່າວ​ກັບ​ເຮົາ​ຢູ່​ບໍ? ເຮົາ​ປ່ຽນ​ແປງ​ຫລື​ບໍ່?

ເຮົາ “ຟັງ​ພຣະ​ອົງ” ໃນ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ, ແລະ ໃນ​ຊ່ວງ​ເວ​ລາ​ນັ້ນ ເມື່ອ​ພຽງ​ແຕ່​ພຣະ​ເຢ​ຊູ​ຄຣິດ, ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ສາ​ມາດ​ຍົກ​ພາ​ລະ​ຂອງ​ເຮົາ, ປະ​ທານ​ການ​ໃຫ້​ອະ​ໄພ ແລະ ຄວາມ​ສະ​ຫງົບ, ແລະ ໂອບ​ກອດ​ເຮົາ​ໄວ້ “ໃນ​ອ້ອມ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ.”9

ສອງ, ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ແມ່ນ​ສຳ​ຄັນ.

ສາດ​ສະ​ດາ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເພິ່ນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ສະ​ແດງ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ທຸກ​ຄົນ.10 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ຍິນ ແລະ ກ່າວ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ປະ​ທານ​ແນວ​ສັນ​ເປັນ​ຄົນ​ຊ່າງ​ເວົ້າ. ເພິ່ນ​ໄດ້​ກ່າວ​ວ່າ, “ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ,”11 “ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ,”12 “ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ,”13 “ສ້າງ​ສະ​ພານ​ແຫ່ງ​ຄວາມ​ເຂົ້າ​ໃຈ,”14 “ຂອບ​ພຣະ​ໄທ,”15 “ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຢ​ຊູ​ຄຣິດ,”16 “ຮັບ​ຜິດ​ຊອບ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ,”17 ແລະ “ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.”18

ເມື່ອ​ບໍ່​ດົນ​ມາ​ນີ້ ເພິ່ນ​ໄດ້​ຂໍ​ໃຫ້​ເຮົາ “ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.” “ເມື່ອ​ທ່ານ​ປະ​ເຊີນ​ກັບ​ພາ​ວະ​ວິ​ໄສ,” ເພິ່ນ​ກ່າວ, “ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ທ່ານ​ຖືກ​ທົດ​ສອບ​ໂດຍ​ການ​ລໍ້​ລວງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ຊີ​ວິດ ຫລື ຄົນ​ທີ່​ທ່ານ​ຮັກ​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! ເມື່ອ​ຄົນ​ໃດ​ຄົນ​ໜຶ່ງ​ຕາຍ​ໄປ ກ່ອນ​ໄວ​ອັນ​ຄວນ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ. …ເມື່ອ​ຊີ​ວິດ​ມີ​ຄວາມ​ກົດ​ດັນ, ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ! … ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ໃຈ​ຂອງ​ທ່ານ​ຈະ​ຄ່ອຍ​ປ່ຽນ​ໄປ, … ທ່ານ​ຈະ​ເບິ່ງ​ການ​ທົດ​ລອງ ແລະ ການ​ຕໍ່​ຕ້ານ​ໃນ​ມຸມ​ມອງ​ໃໝ່, … [ແລະ] ສັດ​ທາ​ຂອງ​ທ່ານ​ຈະ​ເພີ່ມ​ທະ​ວີ​ຂຶ້ນ.”19

ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ ເຮົາ​ເຫັນ “ເລື່ອງ​ດັ່ງ​ທີ່​ເປັນ​ຈິງ, ແລະ … ເລື່ອງ​ທີ່​ຈະ​ເປັນ.”20 ໃນ​ໂລກ​ນີ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ ແລະ ຄວາມ​ຂັດ​ແຍ້ງ ເຮົາ​ທຸກ​ຄົນ​ຕ້ອງ​ການ​ທັດ​ສະ​ນະ​ນັ້ນ.

ແອວ​ເດີ ຈອດ ອາ​ເບີດ ສະ​ມິດ, ດົນ​ນານ​ກ່ອນ​ທີ່​ຈະ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ກ່າວ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ແລະ ຟັງ​ຖ້ອຍ​ຄຳ​ຂອງ​ເພິ່ນ. ເພິ່ນ​ໄດ້​ກ່າວ​ວ່າ: “ພັນ​ທະ​ທີ່​ເຮົາ​ເຮັດ​ເມື່ອ​ເຮົາ​ຍົກ​ມື​ຂອງ​ເຮົາ … ເປັນ​ມື​ທີ່​ສັກ​ສິດ​ທີ່​ສຸດ. … ມັນ​ໝາຍ​ຄວາມ​ວ່າ … ເຮົາ​ຈະ​ຢືນ​ຢູ່​ຂ້າງ​ຫລັງ​ເພິ່ນ; ເຮົາ​ຈະ​ອະ​ທິ​ຖານ​ເພື່ອ​ເພິ່ນ; … ແລະ ເຮົາ​ຈະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊີ້​ນຳ.”21 ໃນ​ອີກ​ຄຳ​ໜຶ່ງ, ເຮົາ​ຈະ​ປະ​ຕິ​ບັດ​ຢ່າງ​ພາກ​ພຽນ​ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ.

ໃນ​ຖາ​ນະ​ໜຶ່ງ​ໃນ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ 15 ຄົນ ທີ່​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ມື້​ວານ​ນີ້ ໂດຍ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ກັບ​ທ່ານ ປະ​ສົບ​ການ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ແລະ ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ເພິ່ນ. ສຳ​ລັບ​ຂ້າ​ພະ​ເຈົ້າ ແມ່ນ​ຄື​ກັບ​ສາດ​ສະ​ດາ​ຢາ​ໂຄບ​ຜູ້​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ.”22

ຮູບ​ພາບ
ແອວ​ເດີ ແລະ ຊິດ​ສະ​ເຕີ ແຣັສ໌​ແບນ ໃນ​ປະ​ເທດ​ໄທ.

ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ເມ​ລາ​ນີ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຢູ່​ທີ່​ກຸງ​ເທບ, ປະ​ເທດ​ໄທ, ຂະ​ນະ​ທີ່​ກະ​ກຽມ​ອຸ​ທິດ​ສິ່ງ​ທີ່​ຈະ​ເປັນ​ພຣະ​ວິ​ຫານ​ແຫ່ງ​ທີ 185 ຂອງ​ສາດ​ສະ​ໜາ​ຈັກ.23 ສຳ​ລັບ​ຂ້າ​ພະ​ເຈົ້າ, ວຽກ​ງານ​ມອບ​ໝາຍ​ນັ້ນ​ເປັນ​ທັງ​ສິ່ງ​ແປກ​ປະ​ຫລາດ ແລະ ຖ່ອມ​ຕົນ. ນີ້​ແມ່ນ​ພຣະ​ວິ​ຫານ​ແຫ່ງ​ທຳ​ອິດ​ຢູ່​ໃນ​ແຫລມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.24 ມັນ​ໄດ້​ຖືກ​ອອກ​ແບບ​ຢ່າງ​ຊ່ຽວ​ຊານ—ມີ​ຫົກ​ຊັ້ນ, ມີ​ເກົ້າ​ຍອດ, “ຕິດ​ເຊື່ອມ​ສະ​ໜິດ”25 ເພື່ອ​ໃຫ້​ເປັນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເປັນ​ເວ​ລາ​ຫລາຍ​ເດືອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຕຶກ​ຕອງ​ກ່ຽວ​ກັບ​ການ​ອຸ​ທິດ. ສິ່ງ​ທີ່​ລົງ​ຕົວ​ຢູ່​ໃນ​ຈິດ​ວິນ​ຍານ ແລະ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື ປະ​ເທດ ແລະ ພຣະ​ວິ​ຫານ​ໄດ້​ຖືກ​ໂອບ​ອ້ອມ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ. ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ປະ​ກາດ​ພຣະ​ວິ​ຫານ26 ແລະ ປະ​ທານ​ແນວ​ສັນ​ໄດ້​ປະ​ກາດ​ການ​ອຸ​ທິດ.27

ຮູບ​ພາບ
ພຣະ​ວິ​ຫານ​ບາງ​ກອກ ໄທ.

ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ​ຄຳ​ອະ​ທິ​ຖານ​ອຸ​ທິດ​ຫລາຍ​ເດືອນ​ກ່ອນ​ໜ້າ​ນັ້ນ. ຖ້ອຍ​ຄຳ​ທີ່​ສັກ​ສິດ​ເຫລົ່າ​ນັ້ນ​ໄດ້​ຖືກ​ແປ​ເປັນ 12 ພາ​ສາ. ພວກ​ເຮົາ​ພ້ອມ​ແລ້ວ. ຫລື ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄິດ.

ໃນ​ຄືນ​ກ່ອນ​ການ​ອຸ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ຈາກ​ການ​ນອນ​ຫລັບ​ດ້ວຍ​ຄວາມ​ຮູ້​ສຶກ​ບໍ່​ສະ​ຫງົບ, ຮີບ​ດ່ວນ​ກ່ຽວ​ກັບ​ຄຳ​ອະ​ທິ​ຖານ​ອຸ​ທິດ. ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ບໍ່​ສົນ​ໃຈ​ກັບ​ການ​ກະ​ຕຸ້ນ, ໂດຍ​ຄິດ​ວ່າ​ຄຳ​ອະ​ທິ​ຖານ​ກໍ​ຮຽບ​ຮ້ອຍ​ແລ້ວ. ແຕ່​ພຣະ​ວິນ​ຍານ​ກໍ​ບໍ່​ໜີ​ໄປ​ຈາກ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ມີ​ບາງ​ຄຳ​ຂາດ​ໄປ, ແລະ ໂດຍ​ແບບ​ແຜນ​ຈາກ​ສະ​ຫວັນ ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ໄດ້​ມາ​ສູ່​ຂ້າ​ພະ​ເຈົ້າ​ໃນ​ການ​ເປີດ​ເຜີຍ, ແລະ ຂ້າ​ພະ​ເຈົ້າ​ໄດ້​ສອດ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ໃສ່​ໃນ​ທ້າຍ​ຂອງ​ຄຳ​ອະ​ທິ​ຖານ​ວ່າ: “ຂໍ​ໃຫ້​ພວກ​ຂ້າ​ນ້ອຍ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ຂໍ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ພວກ​ຂ້າ​ນ້ອຍ, ແລະ ພະ​ຍາ​ຍາມ​ເປັນ​ຄົນ​ມັກ​ຄວາມ​ສະ​ຫງົບ​ສຸກ​ຕະ​ຫລອດ​ໄປ.”28 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ໃຫ້​ຟັງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ ທີ່​ວ່າ: “ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ,” “ໃຫ້​ພຣະ​ວິນ​ຍານ​ໄຊ​ຊະ​ນະ,” “ພະ​ຍາ​ຍາມ​ເປັນ​ຄົນ​ມັກ​ຄວາມ​ສະ​ຫງົບ​ສຸກ.” ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ແມ່ນ​ສຳ​ຄັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ເຮົາ.

ສາມ, ແລະ ສຳ​ຄັນ​ຫລາຍ​ແທ້ໆ, ແມ່ນ​ຄຳ​ເວົ້າ​ຂອງ​ເຮົາ​ເອງ. ເຊື່ອ​ຂ້າ​ພະ​ເຈົ້າ, ໃນ​ໂລກ​ຂອງ​ເຮົາ​ທີ່​ເຕັມ​ໄປ​ດ້ວຍ ອີ​ໂມ​ຈິ,29 ຄຳ​ເວົ້າ​ແມ່ນ​ສຳ​ຄັນ.

ຄຳ​ເວົ້າ​ຂອງ​ເຮົາ​ອາດ​ເປັນ​ການ​ສະ​ໜັບ​ສະ​ໜູນ ຫລື ໃຈ​ຮ້າຍ, ຊື່ນ​ຊົມ ຫລື ຫຍາບ​ຄາຍ, ເຫັນ​ອົກ​ເຫັນ​ໃຈ ຫລື ບໍ່​ສົນ​ໃຈ. ໃນ​ຊ່ວງ​ເວ​ລາ​ອາ​ລົມ​ຮ້ອນ, ຄຳ​ເວົ້າ​ສາ​ມາດ​ເຮັດ​ໃຫ້​ເຈັບ​ປວດ ແລະ ຈົມ​ລົງ​ເລິກ​ໃນ​ຈິດ​ວິນ​ຍານ—ແລະ ຢູ່​ໃນ​ນັ້ນ. ຄຳ​ເວົ້າ​ຂອງ​ເຮົາ​ໃນ​ອິນ​ເຕີ​ເນັດ, ການ​ສົ່ງ​ຂໍ້​ຄວາມ, ສື່​ສັງ​ຄົມ, ຫລື ທວີດ ຕ່າງ​ມີ​ຊີ​ວິດ​ຂອງ​ຕົວ​ມັນ​ເອງ. ສະ​ນັ້ນ ຈົ່ງ​ລະ​ວັງ​ວ່າ​ທ່ານ​ຈະ​ເວົ້າ​ຫຍັງ ແລະ ທ່ານ​ຈະ​ເວົ້າ​ແນວ​ໃດ. ໃນ​ຄອບ​ຄົວ​ຂອງ​ເຮົາ, ໂດຍ​ສະ​ເພາະ​ກັບ​ສາ​ມີ, ພັນ​ລະ​ຍາ, ແລະ ລູກໆ, ຄຳ​ເວົ້າ​ຂອງ​ເຮົາ​ສາ​ມາດ​ນຳ​ເຮົາ​ໃຫ້​ມາ​ຢູ່​ນຳ​ກັນ ຫລື ແຕກ​ແຍກ​ກັນ​ໄດ້.

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວະ​ລີ​ທີ່​ລຽບ​ງ່າຍ​ສາມ​ຄຳ ທີ່​ເຮົາ​ສາ​ມາດ​ໃຊ້ ເພື່ອ​ກຳ​ຈັດ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ແຕກ​ຕ່າງ, ໃຫ້​ກຳ​ລັງ​ໃຈ, ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ກັນ:

“ຂອບ​ໃຈ.”

“ຂ້ອຍ​ຂໍ​ໂທດ.”

ແລະ “ຂ້ອຍ​ຮັກ​ເຈົ້າ.”

ຢ່າ​ເກັບ​ວະ​ລີ​ທີ່​ຖ່ອມ​ຕົວ​ເຫລົ່າ​ນີ້​ໄວ້​ສຳ​ລັບ​ໂອ​ກາດ​ພິ​ເສດ ຫລື ໄພ​ພິ​ບັດ​ເທົ່າ​ນັ້ນ. ໃຊ້​ມັນ​ເລື້ອຍໆ ແລະ ຈິງ​ໃຈ, ເພາະ​ມັນ​ສະ​ແດງ​ເຖິງ​ຄວາມ​ເຄົາ​ລົບ​ຕໍ່​ຄົນ​ອື່ນ. ການ​ເວົ້າ​ລົມ​ເລີ່ມ​ມີ​ຄວາມ​ໝາຍ​ໜ້ອຍ​ລົງ; ຢ່າ​ຕິດ​ຕາມ​ແບບ​ແຜນ​ນັ້ນ.

ເຮົາ​ສາ​ມາດ​ເວົ້າ “ຂອບ​ໃຈ” ຢູ່​ໃນ​ລິບ, ໃນ​ລານ​ຈອດ​ລົດ, ທີ່​ຕະ​ຫລາດ, ໃນ​ຫ້ອງ​ການ, ໃນ​ແຖວ, ຫລື ກັບ​ເພື່ອນ​ບ້ານ ຫລື ໝູ່​ເພື່ອນ. ເຮົາ​ສາ​ມາດ​ເວົ້າ​ວ່າ “ຂ້ອຍ​ຂໍ​ໂທດ” ເມື່ອ​ເຮົາ​ເຮັດ​ຜິດ, ພາດ​ການ​ປະ​ຊຸມ, ລືມ​ວັນ​ເກີດ, ຫລື ເຫັນ​ຄົນ​ໃດ​ຄົນ​ໜຶ່ງ​ເຈັບ​ປວດ. ເຮົາ​ສາ​ມາດ​ເວົ້າ “ຂ້ອຍ​ຮັກ​ເຈົ້າ,” ແລະ ຄຳ​ເວົ້າ​ທີ່​ບອກ​ວ່າ “ຂ້ອຍ​ຄິດ​ເຖິງ​ເຈົ້າ,” “ຂ້ອຍ​ເປັນ​ຫ່ວງ​ນຳ​ເຈົ້າ,” “ຂ້ອຍ​ຢູ່​ນີ້​ເພື່ອ​ເຈົ້າ,” ຫລື “ເຈົ້າ​ເປັນ​ທຸກ​ສິ່ງ​ສຳ​ລັບ​ຂ້ອຍ.”

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຕົວ​ຢ່າງ​ສ່ວນ​ຕົວ. ສາ​ມີ​ທັງ​ຫລາຍ, ຈົ່ງ​ຟັງ. ເອື້ອຍ​ນ້ອງ​ທັງ​ຫລາຍ, ສິ່ງ​ນີ້​ຈະ​ຊ່ວຍ​ພວກ​ທ່ານ​ເຊັ່ນ​ກັນ. ກ່ອນ​ວຽກ​ງານ​ມອບ​ໝາຍ​ເຕັມ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ, ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ຢ່າງ​ກວ້າງ​ໄກ​ສຳ​ລັບ​ບໍ​ລິ​ສັດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ເລື້ອຍ ແລະ ໄກ​ສົມ​ຄວນ​ທົ່ວ​ໂລກ. ໃນ​ທ້າຍ​ຂອງ​ມື້​ນັ້ນ, ບໍ່​ວ່າ​ຂ້າ​ພະ​ເຈົ້າ​ຈະ​ຢູ່​ໃສ, ຂ້າ​ພະ​ເຈົ້າ​ມັກ​ຈະ​ໂທ​ກັບ​ບ້ານ. ເມື່ອ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ເມ​ລາ​ນີ, ຮັບ​ສາຍ ແລະ ຂ້າ​ພະ​ເຈົ້າ​ໄດ້​ລາຍ​ງານ​ຕົວ, ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ມັກ​ຈະ​ນຳ​ໄປ​ສູ່​ຄຳ​ວ່າ “ຂ້ອຍ​ຮັກ​ເຈົ້າ.” ທຸກໆ​ມື້, ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ໄດ້​ຄອຍ​ຍຶດ​ໝັ້ນ​ຈິດ​ວິນ​ຍານ ແລະ ການ​ກະ​ທຳ​ຂອງ​ຂ້າ​ພະ​ເຈົ້າ; ມັນ​ເປັນ​ສິ່ງ​ປົກ​ປ້ອງ​ຂ້າ​ພະ​ເຈົ້າ​ຈາກ​ກົນ​ອຸ​ບາຍ​ອັນ​ຊົ່ວ​ຮ້າຍ. “ເມ​ລາ​ນີ, ຂ້ອຍ​ຮັກ​ເຈົ້າ” ຊຶ່ງ​ເວົ້າ​ຈາກ​ຄວາມ​ໄວ້​ວາງ​ໃຈ​ອັນ​ລ້ຳ​ຄ່າ​ລະ​ຫວ່າງ​ພວກ​ເຮົາ.

ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ເຄີຍ​ກ່າວ​ວ່າ, “ມີ​ຕີນ​ໃຫ້​ຢືນ​ໝັ້ນ​ຄົງ, ມີ​ມື​ໃຫ້​ຈັບ​ບາຍ, ມີ​ຈິດ​ໃຈ​ໃຫ້​ກ້າ​ຫານ, ມີ​ຫົວ​ໃຈ​ໃຫ້​ສ້າງ​ແຮງ​ບັນ​ດານ, ແລະ ມີ​ຈິດ​ວິນ​ຍານ​ເພື່ອ​ຊ່ວຍ​ໃຫ້​ລອດ.”30 ການ​ເວົ້າ “ຂອບ​ໃຈ,” “ຂ້ອຍ​ຂໍ​ໂທດ,” “ຂ້ອຍ​ຮັກ​ເຈົ້າ” ຈະ​ເຮັດ​ໃຫ້​ເປັນ​ເຊັ່ນ​ນັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄຳ​ເວົ້າ​ແມ່ນ​ສຳ​ຄັນ.

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ “ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ”31 ທີ່​ນຳ​ໄປ​ສູ່​ຄວາມ​ລອດ, ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ທີ່​ນຳ​ພາ ແລະ ຊຸກ​ຍູ້​ເຮົາ, ແລະ ຄຳ​ເວົ້າ​ຂອງ​ເຮົາ​ເອງ​ທີ່​ບອກ​ວ່າ​ເຮົາ​ເປັນ​ໃຜ ແລະ ສິ່ງ​ທີ່​ເຮົາ​ຮັກ, ພະ​ລັງ​ແຫ່ງ​ສະ​ຫວັນ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ເຮົາ. “ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.”32 ເຮົາ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ, ແລະ ພຣະ​ອົງ​ຄາດ​ໝາຍ​ໃຫ້​ເຮົາ​ກ່າວ​ດ້ວຍ “ລີ້ນ​ຂອງ​ທູດ”33 ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.34

ຂ້າ​ພະ​ເຈົ້າ​ຮັກ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ພຣະ​ອົງ, ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເອ​ຊາ​ຢາ ໃນ​ພຣະ​ຄຳ​ພີ​ເດີມ, ເປັນ “ຜູ້​ປຶກ​ສາ​ທີ່​ອັດ​ສະ​ຈັນ, ພຣະ​ເຈົ້າ​ຊົງ​ລິດ, ພຣະ​ບິ​ດາ​ສືບ​ໄປ, ອົງ​ສັນ​ຕິ​ລາດ.”35 ແລະ ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ກ່າວ​ໄວ້​ຢ່າງ​ແຈ່ມ​ແຈ້ງ​ວ່າ, ພຣະ​​ເຢ​ຊູ​ຄຣິດ​ພຣະ​ອົງ​ເອງ​ຄື “ພຣະ​ຄຳ.”36

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ເລື່ອງ​ນີ້ ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ທີ່​ຖືກ​ເອີ້ນ​ສູ່​ການ​ຮັບ​ໃຊ້​ອັນ​ສູງ​ສົ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ເພື່ອ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ—ແລະ ຖືກ​ເອີ້ນ​ໃຫ້​ຢືນ​ເປັນ​ພະ​ຍານ​ພິ​ເສດ​ເຖິງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ແອວ​ມາ 31:5.

  2. ປະ​ຖົມ​ມະ​ການ 1:3.

  3. ມັດ​ທາຍ 24:35.

  4. ໂຢ​ຮັນ 14:23.

  5. ລູ​ກາ 1:38.

  6. Russell M. Nelson, “ຂ້າ​ພະ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ​ຫລາຍ​ກວ່າ 2,200 ຂໍ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພາຍ​ໃນ​ຫົກ​ອາ​ທິດ: ນີ້​ຄື​ສິ່ງ​ເລັກໆ​ນ້ອຍໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້,” Inspiration (blog), Feb. 28, 2017, ChurchofJesusChrist.org.

  7. “More Holiness Give Me,” Hymns, no. 131.

  8. ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17.

  9. ສາດ​ສະ​ດາ​ລີ​ໄຮ​ບັນ​ຍາຍ “ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ” ໃນ​ການ​ປະ​ກາດ​ຕໍ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ວ່າ: “ແຕ່​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄຖ່​ຈິດ​ວິນ​ຍານ​ຂອງ​ພໍ່​ຈາກ​ນະ​ລົກ; ພໍ່​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແລະ ພໍ່​ໄດ້​ຖືກ​ລ້ອມ​ໄວ້​ໃນ​ອ້ອມ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ” (2 ນີ​ໄຟ 1:15).

  10. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ສາດ​ສະ​ດາ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ—ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ ເຖິງ​ພາ​ລະ​ກິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ເທິງ​ໂລກ​ຂອງ​ພຣະ​ອົງ” (“Sustaining the Prophets,” Liahona, Nov. 2014, 74).

  11. Russell M. Nelson, “As We Go Forward Together,” Liahona, Apr. 2018, 7.

  12. Russell M. Nelson, “Hope of Israel” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  13. Russell M. Nelson, “Let God Prevail,” Liahona, Nov. 2020, 92.

  14. Russell M. Nelson, “President Nelson Shares Social Post about Racism and Calls for Respect for Human Dignity,” June 1, 2020, newsroom.ChurchofJesusChrist.org.

  15. Russell M. Nelson, ໃນ Sarah Jane Weaver, “President Nelson Invites Us to #GiveThanks,” Church News, Nov. 20, 2020, thechurchnews.com.

  16. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 98.

  17. Russell M. Nelson, “Choices for Eternity” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ຕະ​ຫລອດ​ທົ່ວ​ໂລກ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  18. Russell M. Nelson, “Peacemakers Needed,” Liahona, May 2023, 99; ເບິ່ງ facebook.com/reel/277880588051925 ນຳ​ອີກ.

  19. Russell M. Nelson, “Think Celestial!,” Liahona, Nov. 2023, 118–19.

  20. ຢາ​ໂຄບ 4:13.

  21. Teachings of Presidents of the Church: George Albert Smith (2011), 64.

  22. ຢາ​ໂຄບ 7:5.

  23. ພຣະ​ວິ​ຫານ​ບາງ​ກອກ ໄທ ໄດ້​ຮັບ​ການ​ອຸ​ທິດ​ໃນ​ວັນ​ທີ 22 ເດືອນ​ຕຸ​ລາ, 2023.

  24. ຂອບ​ເຂດ​ພຣະ​ວິ​ຫານ​ຂະ​ຫຍາຍ​ອອກ​ໄປ​ກາຍ​ຊາຍ​ແດນ​ໄທ, ຈາກ​ກຳ​ປູ​ເຈຍ ເຖິງ ປາ​ກິດ​ສະ​ຖານ, ເນ​ປານ ເຖິງ ອິນ​ໂດ​ເນ​ເຊຍ.

  25. ເອ​ເຟ​ໂຊ 2:21.

  26. ເບິ່ງ Thomas S. Monson, “Blessings of the Temple,” Liahona, May 2015, 91.

  27. ເບິ່ງ “News for Temples in Five Nations,” Mar. 27, 2023, newsroom.ChurchofJesusChrist.org.

  28. ເບິ່ງ dedicatory prayer ສຳ​ລັບ​ພຣະ​ວິ​ຫານ​ບາງ​ກອກ ໄທ, temples.ChurchofJesusChrist.org.

  29. ອີ​ໂມ​ຈິ, ຊຶ່ງ​ມັກ​ເປັນ​ໃບ​ໜ້າ​ສີ​ເຫລືອງ​ນ້ອຍໆ, ເປັນ​ຮູບ​ລັກ​ສະ​ນະ​ທີ່​ຝັງ​ຢູ່​ໃນ​ຂໍ້​ຄວາມ​ອິ​ເລັກ​ໂທຣ​ນິກ ເພື່ອ​ຖ່າຍ​ທອດ​ຄວາມ​ຮູ້​ສຶກ, ການ​ສະ​ແດງ​ອອກ, ຫລື ແນວ​ຄິດ.

  30. Thomas S. Monson, “To the Rescue,” Liahona, July 2001, 57.

  31. 2 ນີ​ໄຟ 32:3.

  32. 2 ນີ​ໄຟ 32:3.

  33. 2 ນີ​ໄຟ 32:2.

  34. ນີ​ໄຟ​ໄດ້​ຂຽນ​ວ່າ: “ເພາະ​ວ່າ​ເມື່ອ​ມີ​ຜູ້​ໃດ​ເວົ້າ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຍ່ອມ​ນຳ​ຄຳ​ເວົ້າ​ໄປ​ຫາ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ” (2 ນີ​ໄຟ 33:1).

  35. ເອ​ຊາ​ຢາ 9:6

  36. ໂຢ​ຮັນ 1:1.