ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເລົາ ແລະ ແສງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ເລົາ ແລະ ແສງ

ເຮົາ​ກໍ​ສາ​ມາດ​ມີ​ເລົາ​ແສງ​ຂອງ​ເຮົາ​ເອງ​ເຊັ່ນ​ກັນ—ທີ​ລະ​ອັນ.

ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ສຳ​ລັບ​ຜູ້​ທີ່​ກັງ​ວົນ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ ເພາະ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ເຄີຍ​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ຢ່າງ​ຖ້ວມ​ລົ້ນ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ນຳ​ເອົາ​ສັນ​ຕິ​ສຸກ ແລະ ຄວາມ​ໝັ້ນ​ໃຈ​ມາ​ສູ່​ທ່ານ​ຈຳ​ນວນ​ໜຶ່ງ.

ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເລີ່ມ​ຕົ້ນ​ດ້ວຍ​ການ​ລະ​ເບີດ​ຂອງ​ແສງ​ສະ​ຫວ່າງ ແລະ ຄວາມ​ຈິງ! ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ລັດ​ນິວ​ຢອກ, ຊຶ່ງ​ມີ​ຊື່​ທຳ​ມະ​ດາ​ວ່າ​ໂຈ​ເຊັບ ສະ​ມິດ, ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ອະ​ທິ​ຖານ. ເພິ່ນ​ກັງ​ວົນ​ກ່ຽວ​ກັບ​ຈິດ​ວິນ​ຍານ ແລະ ການ​ຢືນ​ຢູ່​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ຂອງ​ເພິ່ນ. ເພິ່ນ​ໄດ້​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ຄວາມ​ຜິດ​ບາບ​ຂອງ​ເພິ່ນ. ແລະ ເພິ່ນ​ກຳ​ລັງ​ສັບ​ສົນ​ວ່າ​ຕ້ອງ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃດ. ເພິ່ນ​ຕ້ອງ​ການ​ຄວາມ​ແຈ່ມ​ແຈ້ງ ແລະ ສັນ​ຕິ​ສຸກ—ເພິ່ນ​ຕ້ອງ​ການ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້.1

ຂະ​ນະ​ທີ່​ໂຈ​ເຊັບ​ຄຸ​ເຂົ່າ​ອະ​ທິ​ຖານ ແລະ “ຖວາຍ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ [ເພິ່ນ] ໃຫ້​ກັບ​ພຣະ​ເຈົ້າ,” ຄວາມ​ມືດ​ອັນ​ໜາ​ແໜ້ນ​ໄດ້​ປົກ​ຄຸມ​ເພິ່ນ​ໄວ້. ມີ​ສິ່ງ​ຊົ່ວ​ຮ້າຍ​ບາງ​ຢ່າງ, ກົດ​ດັນ, ແລະ ພະ​ຍາ​ຍາມ​ຢຸດ​ເພິ່ນ​ໄວ້​ຢ່າງ​ແທ້​ຈິງ—ເຮັດ​ໃຫ້​ລີ້ນ​ຂອງ​ເພິ່ນ​ແຂງ​ຈົນ​ເພິ່ນ​ບໍ່​ສາ​ມາດ​ເວົ້າ​ໄດ້. ພະ​ລັງ​ແຫ່ງ​ຄວາມ​ມືດ​ນັ້ນ​ຮຸນ​ແຮງ​ຫລາຍ​ຈົນ​ໂຈ​ເຊັບ​ຄິດ​ວ່າ​ເພິ່ນ​ກຳ​ລັງ​ຈະ​ຕາຍ. ແຕ່​ວ່າ​ເພິ່ນ “ໃຊ້​ພະ​ລັງ​ທັງ​ໝົດ [ຂອງ​ເພິ່ນ] ແລະ ໄດ້​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ [ເພິ່ນ] ໃຫ້​ຫລຸດ​ພົ້ນ​ຈາກ​ອຳ​ນາດ​ຂອງ​ສັດ​ຕູ [ທີ່] ປົກ​ຄຸມ [ເພິ່ນ] ຢູ່​ນັ້ນ.” ແລະ ຈາກ​ນັ້ນ, “ໃນ​ນາ​ທີ​ທີ່ [ເພິ່ນ] ກຳ​ລັງ​ຈະ​ຕົກ​ຢູ່​ໃນ​ຄວາມ​ສິ້ນ​ຫວັງ ແລະ ປ່ອຍ​ຕົວ [ຂອງ​ເພິ່ນ] ໄປ​ສູ່​ຄວາມ​ພິ​ນາດ,” ເມື່ອ​ເພິ່ນ​ບໍ່​ຮູ້​ວ່າ​ເພິ່ນ​ຈະ​ສາ​ມາດ​ອົດ​ທົນ​ໄດ້​ອີກ​ຕໍ່​ໄປ​ຫລື​ບໍ່, ຄວາມ​ສ່ອງ​ໃສ​ອັນ​ຮຸ່ງ​ໂລດ​ກໍ​ເຕັມ​ໄປ​ທົ່ວ​ປ່າ, ກະ​ຈາຍ​ຄວາມ​ມືດ ແລະ ສັດ​ຕູ​ຂອງ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ອອກ​ໄປ.2

“ເລົາ​ແສງ” ທີ່​ຮຸ່ງ​ແຈ້ງ​ກວ່າ​ດວງ​ຕາ​ເວັນ​ໄດ້​ສ່ອງ​ລົງ​ມາ​ເທິງ​ເພິ່ນ. ອົງ​ໜຶ່ງ​ໄດ້​ປະ​ກົດ​ຕົວ​ຂຶ້ນ, ແລະ ແລ້ວ​ຕາມ​ມາ​ດ້ວຍ​ອີກ​ອົງ​ໜຶ່ງ.3 “ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ ສອງ​ພຣະ​ອົງ​ນັ້ນ​ເກີນ​ກວ່າ​ທີ່​ຈະ​ພັນ​ລະ​ນາ​ໄດ້.” ທຳ​ອິດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, “ຊີ້​ພຣະ​ຫັດ​ໄປ​ຫາ​ອີກ​ອົງ​ໜຶ່ງ—[ໂຈ​ເຊັບ!] ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ. ຈົ່ງ​ຟັງ​ທ່ານ!4

ແລະ ດ້ວຍ​ຄວາມ​ສະ​ຫວ່າງ​ທີ່​ສາດ​ສ່ອງ ແລະ ຄວາມ​ຈິງ​ຢ່າງ​ຖ້ວມ​ລົ້ນ​ນັ້ນ, ການ​ຟື້ນ​ຟູ​ກໍ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ. ການ​ເປີດ​ເຜີຍ​ແຫ່ງ​ສະ​ຫວັນ ແລະ ພອນ​ຢ່າງ​ຫລວງ​ຫລາຍ​ຈະ​ຕາມ​ມາ: ພຣະ​ຄຳ​ພີ​ໃໝ່, ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຖືກ​ຟື້ນ​ຟູ, ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ, ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ຈັກ​ມື້​ໜຶ່ງ​ຈະ​ເຕັມ​ແຜ່ນ​ດິນ​ໂລກ​ດ້ວຍ​ແສງ​ສະ​ຫວ່າງ ແລະ ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ.

ທັງ​ໝົດ​ນັ້ນ, ແລະ ຍັງ​ມີ​ມາ​ອີກ​ຫລາຍ​ຢ່າງ, ເລີ່ມ​ຕົ້ນ​ຈາກ​ການ​ອະ​ທິ​ຖານ​ຢ່າງ​ໜັກ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ແລະ ເລົາ​ແສງ.

ເຮົາ​ກໍ​ມີ​ຄວາມ​ຕ້ອງ​ການ​ອັນ​ໜັກ​ໜ່ວງ​ຂອງ​ເຮົາ​ເຊັ່ນ​ກັນ. ເຮົາ​ກໍ​ຕ້ອງ​ການ​ອິດ​ສະ​ລະ​ພາບ​ຈາກ​ຄວາມ​ສັບ​ສົນ​ທາງ​ວິນ​ຍານ ແລະ ຄວາມ​ມືດ​ທາງ​ໂລກ​ເຊັ່ນ​ກັນ. ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ຮູ້​ຈັກ​ເພື່ອ​ຕົວ​ເຮົາ​ເອງ​ເຊັ່ນ​ກັນ.5 ນັ້ນ​ຄື​ເຫດ​ຜົນ​ໜຶ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ເຂົ້າ​ຫາ​ຄວາມ​ສະ​ຫວ່າງ​ຂອງ​ການ​ຟື້ນ​ຟູ​ທີ່​ສະ​ຫງ່າ​ລາ​ສີ​ດ້ວຍ [ຕົວ​ເຮົາ​ເອງ]”.6

ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ການ​ຟື້ນ​ຟູ​ນັ້ນ​ຄື​ຟ້າ​ສະ​ຫວັນ​ໄດ້​ຖືກ​ເປີດ​ອອກ—ວ່າ​ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ແສງ​ສະ​ຫວ່າງ ແລະ ຄວາມ​ຮູ້​ຈາກ​ເບື້ອງ​ບົນ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ນັ້ນ​ເປັນ​ຄວາມ​ຈິງ.

ແຕ່​ເຮົາ​ຕ້ອງ​ລະ​ວັງ​ກັບ​ດັກ​ທາງ​ວິນ​ຍານ. ບາງ​ຄັ້ງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເຂັ້ມ​ແຂງ​ກໍ​ເກີດ​ຄວາມ​ທໍ້​ຖອຍ ແລະ ເຖິງ​ຂັ້ນ​ຕົກ​ໄປ​ເພາະ​ວ່າ​ພວກ​ເຂົາ​ບໍ່​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ລົ້ນ​ເຫລືອ—ເພາະ​ວ່າ​ພວກ​ເຂົາ​ຍັງ​ບໍ່​ເຄີຍ​ປະ​ສົບ​ກັບ​ເລົາ​ແສງ​ດ້ວຍ​ຕົວ​ຂອງ​ພວກ​ເຂົາ​ເອງ. ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ຕັກ​ເຕືອນ, “ຈົ່ງ​ຄາດ​ຫວັງ​ໃນ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ສະ​ເໝີ, ຫລາຍ​ຄົນ​ຈະ​ພາດ​ກະ​ແສ​ແຫ່ງ​ການ​ຕິດ​ຕໍ່​ສື່​ສານ​ທັງ​ໝົດ​ທີ່​ຖືກ​ເປີດ​ເຜີຍ.”7

ປະ​ທານ​ໂຈ​ເຊັບ ແອັຟ ສະ​ມິດ ກໍ​ຈື່​ໄດ້​ຄື​ກັນ​ວ່າ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢັບ​ຢັ້ງ​ການ​ອັດ​ສະ​ຈັນ​ໄວ້​ຈາກ​ຂ້າ​ພະ​ເຈົ້າ [ເມື່ອ​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ], ແລະ ສະ​ແດງ​ຄວາມ​ຈິງ​ແກ່​ຂ້າ​ພະ​ເຈົ້າ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ.”8

ນັ້ນ​ຄື​ແບບ​ແຜນ​ທົ່ວ​ໄປ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ. ແທນ​ທີ່​ຈະ​ສົ່ງ​ເລົາ​ແສງ​ມາ​ສູ່​ເຮົາ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ແສງ​ສະ​ຫວ່າງ​ມາ​ສູ່​ເຮົາ, ແລະ ແລ້ວ​ກໍ​ອີກ​ອັນ​ໜຶ່ງ, ແລະ ອີກ​ອັນ​ໜຶ່ງ.

ແສງ​ສະ​ຫວ່າງ​ເຫລົ່າ​ນັ້ນ​ສາດ​ສ່ອງ​ລົງ​ມາ​ສູ່​ເຮົາ​ຢ່າງ​ຕໍ່​ເນື່ອງ. ພຣະ​ຄຳ​ພີ​ສິດ​ສອນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຄື “ແສງ​ສະ​ຫວ່າງ ແລະ … ຊີ​ວິດ​ຂອງ​ໂລກ,”9 ພຣະ​ວິນ​ຍານ​ຂອງ​ພຣະ​ອົງ “ໃຫ້​ຄວາມ​ສະ​ຫວ່າງ​ແກ່ [ມະ​ນຸດ] ທີ່​ມາ​ສູ່​ໂລກ,”10 ແລະ ແສງ​ສະ​ຫວ່າງ​ຂອງ​ພຣະ​ອົງ “ຂະ​ຫຍາຍ [ອອກ​ໄປ] ທົ່ວ​ທຸກ​ແຫ່ງ​ຫົນ,” ໃຫ້ “ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ.”11 ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ກໍ​ຢູ່​ອ້ອມ​ຮອບ​ຕົວ​ເຮົາ.

ຖ້າ​ເຮົາ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ພະ​ຍາ​ຍາມ​ໃຊ້​ສັດ​ທາ, ກັບ​ໃຈ, ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເມື່ອ​ນັ້ນ​ເຮົາ​ກໍ​ຈະ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ແສງ​ຈາກ​ສະ​ຫວັນ​ເຫລົ່າ​ນີ້​ເປັນ​ປະ​ຈຳ. ໃນ​ວະ​ລີ​ທີ່​ໜ້າ​ຊົງ​ຈຳ​ຂອງ​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ, “ເຮົາ ‘ດຳ​ລົງ​ຊີ​ວິດ​ຢູ່​ໃນ​ການ​ເປີດ​ເຜີຍ.’”12

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ທຸກ​ຄົນ​ແຕກ​ຕ່າງ​ກັນ. ບໍ່​ມີ​ສອງ​ຄົນ​ໃດ​ທີ່​ຈະ​ປະ​ສົບ​ກັບ​ແສງ ແລະ ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ໃນ​ລັກ​ສະ​ນະ​ດຽວ​ກັນ. ຈົ່ງ​ໃຊ້​ເວ​ລາ​ຄິດ​ກ່ຽວ​ກັບ​ວ່າ​ທ່ານ​ໄດ້​ປະ​ສົບ​ກັບ​ຄວາມ​ສະ​ຫວ່າງ ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ.

ທ່ານ​ອາດ​ຈະ​ເຄີຍ​ປະ​ສົບ​ກັບ​ການ​ລະ​ເບີດ​ຂອງ​ແສງ ແລະ ປະ​ຈັກ​ພະ​ຍານ​ເຫລົ່າ​ນີ້​ໃນ​ຂະ​ນະ​ທີ່ “​ຄວາມ​ສະ​ຫງົບ​ໄດ້ [ຖືກ​ກ່າວ] ແກ່​ຈິດ​ໃຈ​ຂອງ​ທ່ານ​ກ່ຽວ​ກັບ​ເລື່ອງ [ໜຶ່ງ]” ທີ່​ເຮັດ​ໃຫ້​ທ່ານ​ເປັນ​ກັງ​ວົນ.13

ຫລື ເປັນ​ຄວາມ​ປະ​ທັບ​ໃຈ​ຂອງ—ສຽງ​ອັນ​ແຜ່ວ​ເບົາ—ທີ່​ຝັງ​ຢູ່ “ໃນ​ຈິດ​ໃຈ ແລະ ໃນ​ຫົວ​ໃຈ​ຂອງ​ທ່ານ”14 ແລະ ກະ​ຕຸ້ນ​ໃຫ້​ທ່ານ​ເຮັດ​ຄວາມ​ດີ, ເຊັ່ນ​ການ​ຊ່ວຍ​ເຫລືອ​ຄົນ​ໃດ​ຄົນ​ໜຶ່ງ.

ບາງ​ທີ​ທ່ານ​ອາດ​ຈະ​ເຄີຍ​ຢູ່​ໃນ​ຫ້ອງ​ຮຽນ​ທີ່​ໂບດ—ຫລື ຢູ່​ກິດ​ຈະ​ກຳ​ນອນ​ປ່າ​ຂອງ​ຊາວ​ໜຸ່ມ—ແລະ ຮູ້​ສຶກ​ເຖິງ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ແລະ ຍັງ​ຄົງ​ຊື່​ສັດ.15 ບາງ​ທີ​ທ່ານ​ອາດ​ຈະ​ເຄີຍ​ຢືນ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ທີ່​ທ່ານ​ຫວັງ​ວ່າ​ຈະ​ເປັນ​ຈິງ ແລະ ແລ້ວ​ຮູ້​ສຶກ​ໄດ້​ວ່າ​ເປັນ​ເຊັ່ນ​ນັ້ນ.

ຫລື ບາງ​ທີ​ທ່ານ​ອາດ​ໄດ້​ອະ​ທິ​ຖານ ແລະ ຮູ້​ສຶກ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ມີ​ຄວາມ​ສຸກ​ວ່າ​ພຣະ​ເຈົ້າ​ຮັກ​ທ່ານ.16

ທ່ານ​ອາດ​ໄດ້​ຍິນ​ບາງ​ຄົນ​ກ່າວ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ແລະ ສຳ​ຜັດ​ໃຈ​ທ່ານ ແລະ ເຕີມ​ເຕັມ​ທ່ານ​ດ້ວຍ​ຄວາມ​ຫວັງ.17

ບາງ​ທີ​ທ່ານ​ອາດ​ໄດ້​ອ່ານ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ແລະ ມີ​ຂໍ້​ທີ່​ກ່າວ​ກັບ​ຈິດ​ວິນ​ຍານ​ຂອງ​ທ່ານ, ຄື​ກັບ​ວ່າ​ພຣະ​ເຈົ້າ​ໄດ້​ກຽມ​ໄວ້​ບ່ອນ​ນັ້ນ​ໃຫ້​ທ່ານ​ໂດຍ​ສະ​ເພາະ—ແລະ ທ່ານ​ກໍ​ຮັບ​ຮູ້​ວ່າ​ພຣະ​ອົງ​ໄດ້​ກະ​ທຳ​ສິ່ງ​ນັ້ນ.18

ທ່ານ​ອາດ​ຈະ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໃຫ້​ກັບ​ຄົນ​ອື່ນ​ໃນ​ຂະ​ນະ​ທີ່​ທ່ານ​ຮັບ​ໃຊ້​ພວກ​ເຂົາ.19

ຫລື ບາງ​ທີ​ທ່ານ​ອາດ​ຈະ​ມີ​ບັນ​ຫາ​ກັບ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ໃນ​ເວ​ລາ​ນີ້​ຍ້ອນ​ຄວາມ​ຕຶງ​ຄຽດ ຫລື ຄວາມ​ກັງ​ວົນ ແຕ່​ກໍ​ຍັງ​ມີ​ພອນ​ທີ່​ມີ​ຄຸນ​ຄ່າ ແລະ ສັດ​ທາ​ທີ່​ຈະ​ເບິ່ງ​ກັບ​ໄປ​ເບື້ອງ​ຫລັງ ແລະ ຮັບ​ຮູ້​ອະ​ດີດ​“ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”20

ຄວາມ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື ຍັງ​ມີ​ຫລາຍ​ວິ​ທີ​ທີ່​ຈະ​ໄດ້​ຮັບ​ແສງ​ແຫ່ງ​ປະ​ຈັກ​ພະ​ຍານ​ຈາກ​ສະ​ຫວັນ. ແນ່​ນອນ, ສິ່ງ​ເຫລົ່າ​ນີ້​ເປັນ​ພຽງ​ສ່ວນ​ນ້ອຍ​ໜຶ່ງ. ມັນ​ອາດ​ຈະ​ບໍ່​ຕື່ນ​ເຕັ້ນ, ແຕ່​ທັງ​ໝົດ​ປະ​ກອບ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຍັງ​ບໍ່​ເຄີຍ​ເຫັນ​ເລົາ​ແສງ, ແຕ່​ກໍ, ເຊັ່ນ​ດຽວ​ກັບ​ທ່ານ, ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ປະ​ສົບ​ກັບ​ແສງ​ຈາກ​ສະ​ຫວັນ​ຫລາຍ​ຄັ້ງ. ເປັນ​ເວ​ລາ​ຫລາຍ​ປີ​ທີ່, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທະ​ນຸ​ຖະ​ໜອມ​ປະ​ສົບ​ການ​ດັ່ງ​ກ່າວ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ, ຂ້າ​ພະ​ເຈົ້າ​ຮູ້​ຈັກ ແລະ ຈື່​ຈຳ​ສິ່ງ​ເຫລົ່າ​ນັ້ນ​ຫລາຍ​ຂຶ້ນ. ຕໍ່​ໄປ​ນີ້​ແມ່ນ​ຕົວ​ຢ່າງ​ຈາກ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ມັນ​ອາດ​ຈະ​ບໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ສຳ​ລັບ​ບາງ​ຄົນ, ແຕ່​ມັນ​ກໍ​ມີ​ຄຸນ​ຄ່າ​ສຳ​ລັບ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ເຄີຍ​ເປັນ​ເດັກ​ໄວ​ລຸ້ນ​ທີ່​ມັກ​ໂວຍ​ວາຍ​ໃນ​ພິ​ທີ​ບັບ​ຕິ​ສະ​ມາ. ຂະ​ນະ​ທີ່​ພິ​ທີ​ກຳ​ລັງ​ຈະ​ເລີ່ມ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ໄດ້​ກະ​ຕຸ້ນ​ໃຫ້​ຂ້າ​ພະ​ເຈົ້າ​ນັ່ງ​ລົງ ແລະ ໃຫ້​ຄວາມ​ຄາ​ລະ​ວະ. ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ລົງ ແລະ ມິດ​ງຽບ​ຢູ່​ຕະ​ຫລອດ​ເວ​ລາ​ຂອງ​ພິ​ທີ​ນັ້ນ.

ກ່ອນ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢ້ານ​ວ່າ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຂັ້ມ​ແຂງ​ພໍ. ບໍ່​ມີ​ໃຜ​ຄົນ​ໃດ​ໃນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ເຄີຍ​ຮັບ​ໃຊ້​ເຜີຍ​ແຜ່, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ໄດ້​ຫລື​ບໍ່. ຂ້າ​ພະ​ເຈົ້າ​ຈຶ່​ຈຳ​ການ​ສຶກ​ສາ ແລະ ການ​ອະ​ທິ​ຖານ​ຢ່າງ​ໜັກ​ເພື່ອ​ໃຫ້​ໄດ້​ຮັບ​ພະ​ຍານ​ເພີ່ມ​ເຕີມ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ​ມື້​ໜຶ່ງ, ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ແສງ​ສະ​ຫວ່າງ ແລະ ຄວາມ​ອົບ​ອຸ່ນ​ຢ່າງ​ແຮງ​ກ້າ. ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ຈັກ. ຂ້າ​ພະ​ເຈົ້າ​ພຽງ​ຮູ້​ຈັກ.

ຂ້າ​ພະ​ເຈົ້າ​ຈື່​ຈຳ​ວ່າ ໄດ້​ສະ​ດຸ້ງ​ຕື່ນ​ຂຶ້ນ​ໃນ​ຄືນ​ໜຶ່ງ​ໃນ​ຫລາຍ​ປີ​ຜ່ານ​ມາ​ດ້ວຍ​ຄວາມ​ຮູ້​ສຶກ​ເຖິງ “ຄວາມ​ຮູ້​ອັນ​ບໍ​ລິ​ສຸດ” ກຳ​ລັງ​ບອກ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ໃນ​ກຸ່ມ​ແອວ​ເດີ.21 ສອງ​ອາ​ທິດ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ກໍ​ຖືກ​ເອີ້ນ.

ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ໜຶ່ງ ສະ​ມາ​ຊິກ​ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ທີ່​ຮັກ​ຄົນ​ໜຶ່ງ​ໄດ້​ກ່າວ​ປະ​ຈັກ​ພະ​ຍານ​ທີ່​ກົງ​ກັບ​ຖ້ອຍ​ຄຳ​ທີ່​ຂ້າ​ພະ​ເຈົ້າ​ບອກ​ກັບ​ເພື່ອນ​ຄົນ​ໜຶ່ງ​ວ່າ​ຂ້າ​ພະ​ເຈົ້າ​ຫວັງ​ຈະ​ໄດ້​ຍິນ.

ຂ້າ​ພະ​ເຈົ້າ​ຈື່​ຈຳ​ຕອນ​ທີ່​ໄດ້​ຄຸ​ເຂົ່າ​ລົງ​ກັບ​ອ້າຍ​ນ້ອງ​ຊາຍ​ຫລາຍ​ຮ້ອຍ​ຄົນ​ເພື່ອ​ອະ​ທິ​ຖານ​ເພື່ອ​ເພື່ອນ​ທີ່​ຮັກ​ຄົນ​ໜຶ່ງ​ຜູ້​ນອນ​ໝົດ​ສະ​ຕິ​ຕ້ອງ​ໄດ້​ໃຊ້​ເຄື່ອງ​ຊ່ວຍ​ຫາຍ​ໃຈ ໃນ​ໂຮງ​ໝໍ​ນ້ອຍ ແລະ ຫ່າງ​ໄກ​ແຫ່ງ​ໜຶ່ງ ຫລັງ​ຈາກ​ທີ່​ຫົວ​ໃຈ​ຂອງ​ລາວ​ຢຸດ​ເຕັ້ນ. ຂະ​ນະ​ທີ່​ພວກ​ເຮົາ​ຮ່ວມ​ໃຈ​ກັນ​ເພື່ອ​ອ້ອນ​ວອນ​ຂໍ​ຊີ​ວິດ​ຂອງ​ລາວ, ລາວ​ກໍ​ຕື່ນ​ຂຶ້ນ​ມາ ແລະ ດຶງ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ອອກ​ຈາກ​ຮູ​ຄໍ​ຂອງ​ລາວ​ເອງ. ປະ​ຈຸ​ບັນ​ນີ້​ລາວ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ທານ​ສະ​ເຕກ.

ແລະ ຂ້າ​ພະ​ເຈົ້າ​ຈື່​ຈຳ​ໄດ້​ວ່າ​ຕົນ​ເອງ​ໄດ້​ຕື່ນ​ຂຶ້ນ​ມາ​ພ້ອມ​ກັບ​ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ອັນ​ແຮງ​ກ້າ ຫລັງ​ຈາກ​ທີ່​ໄດ້​ຝັນ​ເຫັນ​ເພື່ອນ​ທີ່​ຮັກ​ຄົນ​ໜຶ່ງ ແລະ ເປັນ​ຄູ​ຝຶກ​ສອນ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ກ່ອນ​ໄວ​ອັນ​ຄວນ, ປ່ອຍ​ໃຫ້​ເກີດ​ຊ່ອງ​ວ່າງ​ອັນ​ກວ້າງ​ໃຫຍ່​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ລາວ​ຍິ້ມ​ແຍ້ມ​ດ້ວຍ​ຄວາມ​ເບີກ​ບານ​ໃຈ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ລາວ​ສະ​ບາຍ​ດີ.

ເລື່ອງ​ເຫລົ່າ​ນີ້​ຄື​ແສງ​ຈຳ​ນວນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ. ທ່ານ​ກໍ​ເຄີຍ​ມີ​ປະ​ສົບ​ການ​ຂອງ​ທ່ານ​ເອງ—ປະ​ຈັກ​ພະ​ຍານ​ທີ່​ລະ​ເບີດ​ດ້ວຍ​ແສງ​ສະ​ຫວ່າງ​ຂອງ​ທ່ານ​ເອງ. ຂະ​ນະ​ທີ່​ເຮົາ​ຮັບ​ຮູ້, ຈື່​ຈຳ, ແລະ ສະ​ສົມ​ແສງ​ທີ່​ສາດ​ສ່ອງ​ເຫລົ່າ​ນີ້ “ຮວບ​ຮວມ​ສິ່ງ​ສາ​ລະ​ພັດ,”22 ບາງ​ສິ່ງ​ບາງ​ຢ່າງ​ທີ່​ດີ​ເລີດ ແລະ ມີ​ພະ​ລັງ​ກຳ​ລັງ​ຈະ​ເກີດ​ຂຶ້ນ. “ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ”—“ຄວາມ​ຈິງ​ຈະ​ນ້ອມ​ຮັບ​ຄວາມ​ຈິງ.”23 ຄວາມ​ເປັນ​ຈິງ ແລະ ພະ​ລັງ​ຂອງ​ແສງ​ແຫ່ງ​ປະ​ຈັກ​ພະ​ຍານ​ເສີມ​ສ້າງ ແລະ ລວມ​ເຂົ້າ​ກັບ​ອີກ​ອັນ​ໜຶ່ງ, ແລະ ແລ້ວ​ກໍ​ອີກ​ອັນ​ໜຶ່ງ, ແລະ ອີກ​ອັນ​ໜຶ່ງ. ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ແສງ​ອັນ​ໜຶ່ງ​ຢູ່​ບ່ອນ​ນີ້ ແລະ ແສງ​ອີກ​ອັນ​ໜຶ່ງ​ຢູ່​ບ່ອນ​ນັ້ນ—ຊ່ວງ​ເວ​ລາ​ເລັກໆ​ນ້ອຍໆ, ທີ່​ມີ​ຄ່າ​ທາງ​ວິນ​ຍານ​ໃນ​ແຕ່​ລະ​ຄັ້ງ—ແກ່ນ​ແທ້​ຂອງ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ເຕັມ​ໄປ​ດ້ວຍ​ແສງ​ສະ​ຫວ່າງ, ເຕີບ​ໂຕ​ຂຶ້ນ​ພາຍ​ໃນ​ຕົວ​ເຮົາ. ບາງ​ທີ​ແສງ​ພຽງ​ອັນ​ດຽວ​ກໍ​ບໍ່​ເຂັ້ມ​ແຂງ ຫລື ສະ​ຫວ່າງ​ພໍ​ທີ່​ຈະ​ສ້າງ​ປະ​ຈັກ​ພະ​ຍານ​ທີ່​ສົມ​ບູນ​ໄດ້, ແຕ່​ເມື່ອ​ລວມ​ເຂົ້າ​ກັນ​ແລ້ວ ພວກ​ມັນ​ກໍ​ສາ​ມາດ​ກາຍ​ເປັນ​ແສງ​ທີ່​ຄວາມ​ມືດ​ແຫ່ງ​ຄວາມ​ສົງ​ໄສ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ໄດ້.

“ໂອ້ ດັ່ງ​ນັ້ນ​ແລ້ວ, ນີ້​ບໍ່​ແມ່ນ​ຄວາມ​ຈິງ​ບໍ?” ແອວ​ມາ​ຖາມ. “ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖືກ​ແລ້ວ, ເພາະ​ມັນ​ຄື​ຄວາມ​ສະ​ຫວ່າງ.”24

“ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ,” ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເຮົາ, “ແລະ ຄົນ​ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ, ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຫລາຍ​ຂຶ້ນ; ແລະ ຄວາມ​ສະ​ຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມ​ບູນ.”25

ນັ້ນ​ໝາຍ​ຄວາມ​ວ່າ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ໃນ​ເວ​ລາ​ນັ້ນ ແລະ ຜ່ານ​ທາງ “ຄວາມ​ພາກ​ພຽນ,”26 ເຮົາ​ກໍ​ຈະ​ສາ​ມາດ​ມີ​ເລົາ​ແສງ​ຂອງ​ເຮົາ​ເອງ​ເຊັ່ນ​ກັນ—ທີ​ລະ​ອັນ. ແລະ ໃນ​ທ່າມ​ກາງ​ຂອງ​ເລົາ​ນັ້ນ, ເຮົາ​ກໍ​ເຊັ່ນ​ກັນ ຈະ​ເຫັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ເອີ້ນ​ຊື່​ຂອງ​ເຮົາ, ຊີ້​ພຣະ​ຫັດ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ເຊື້ອ​ເຊີນ​ເຮົາ “ຈົ່ງ​ຟັງ​ທ່ານ!”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ຄື​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ​ທັງ​ໝົດ—ແລະ ຄື​ໂລກ​ສ່ວນ​ຕົວ​ຂອງ​ທ່ານ ແລະ ຂ້າ​ພະ​ເຈົ້າ​ນຳ​ອີກ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຄື​ພຣະ​ບຸດ​ທີ່​ແທ້​ຈິງ ແລະ ຊົງ​ພຣະ​ຊົນ​ຢູ່​ຂອງ​ພຣະ​ເຈົ້າ​ທີ່​ແທ້​ຈິງ ແລະ ຊົງ​ພຣະ​ຊົນ​ຢູ່, ແລະ ວ່າ​ພຣະ​ອົງ​ຢືນ​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ແຫ່ງ​ນີ້, ນຳ​ທາງ ແລະ ນຳ​ພາ​ໂດຍ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ອົງ.

ຂໍ​ໃຫ້​ເຮົາ​ຮັບ​ຮູ້ ແລະ ຮັບ​ເອົາ​ແສງ​ສະ​ຫວ່າງ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ ແລະ ແລ້ວ​ເລືອກ​ພຣະ​ອົງ​ເໜືອ​ຄວາມ​ມືດ​ຂອງ​ໂລກ—ຕະ​ຫລອດ​ໄປ ແລະ ຊົ່ວ​ນິ​ລັນ​ດອນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:10–13.

  2. ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:14–16.

  3. ເບິ່ງ Joseph Smith, Journal, Nov. 9–11, 1835, 24, josephsmithpapers.org.

  4. ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:17.

  5. ເບິ່ງ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:20. ເມື່ອ​ໂຈ​ເຊັບ ສະ​ມິດ ກັບ​ຄືນ​ໄປ​ບ້ານ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ, ແມ່​ຂອງ​ເພິ່ນ​ໄດ້​ຖາມ​ວ່າ​ເພິ່ນ​ສະ​ບາຍ​ດີ​ບໍ. ເພິ່ນ​ໄດ້​ຕອບ​ວ່າ, “ລູກ​ສະ​ບາຍ​ດີ. … ລູກ​ໄດ້​ຮຽນ​ຮູ້​ດ້ວຍ​ຕົວ​ເອງ ວ່າ​ນິ​ກາຍ​ເພຣສ​ໄບ​ທີ​ຣຽນ​ບໍ່​ຈິງ” (ເນັ້ນ​ຄຳ​ເນີ້ງ).

  6. Russell M. Nelson, “Closing Remarks,” Liahona, Nov. 2019, 122.

  7. Spencer W. Kimball, ໃນ Conference Report, Munich Germany Area Conference, 1973, 77; ອ້າງ​ເຖິງ​ໃນ Graham W. Doxey, “The Voice Is Still Small,” Ensign, Nov. 1991, 25.

  8. Teachings of Presidents of the Church: Joseph F. Smith (1998), 201: “ເມື່ອ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ເດັກ​ນ້ອຍ​ໄດ້​ເລີ່ມ​ຕົ້ນ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຂ້າ​ພະ​ເຈົ້າ​ຈະ​ອອກ​ໄປ ແລະ ທູນຂໍ​ພຣະ​ຜູ້​ເປັນ​ເຈົ້າ​ເລື້ອຍໆ​ໃຫ້ພ​ຣະ​ອົງສະ​ແດງ​ສິ່ງ​ອັດ​ສະ​ຈັນ​ບາງ​ຢ່າງ​ຕໍ່​ຂ້າ​ພະ​ເຈົ້າ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢັບ​ຢັ້ງ​ການ​ອັດ​ສະ​ຈັນ​ໄວ້​ຈາກ​ຂ້າ​ພະ​ເຈົ້າ, ແລະ ສະ​ແດງ​ຄວາມ​ຈິງ​ແກ່​ຂ້າ​ພະ​ເຈົ້າ, ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ, ຈົນ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ຄວາມ​ຈິງ​ຕັ້ງ​ແຕ່​ເທິງ​ຫົວ​ຈົນ​ຮອດ​ປາຍ​ຕີນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຈົນ​ກວ່າ​ຄວາມ​ສົງ​ໃສ ແລະ ຄວາມ​ຢ້ານ​ກົວ​ສະ​ຫລາຍ​ອອກ​ໄປ​ຈາກ​ຂ້າ​ພະ​ເຈົ້າ​ຈົນ​ໝົດ​ສິ້ນ. ພຣະ​ອົງ​ບໍ່​ຕ້ອງ​ໄດ້​ສົ່ງ​ທູດ​ສະ​ຫວັນ​ລົງ​ມາ​ເຮັດ​ສິ່ງ​ນີ້, ຫລື ກ່າວ​ດ້ວຍ​ສຽງ​ແກ​ຂອງ​ເຫລົ່າ​ທູດ. ໂດຍ​ການ​ກະ​ຊິບ​ດ້ວຍ​ສຽງ​ອັນ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ພຣະ​ອົງ​ໄດ້​ປະ​ທານ​ປະ​ຈັກ​ພະ​ຍານ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່. ແລະ ໂດຍ​ຫລັກ​ທຳ ແລະ ອຳ​ນາດ​ນີ້ ພຣະ​ອົງ​ຈະ​ປະ​ທານ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ​ໃຫ້​ລູກ​ຫລານ​ມະ​ນຸດ​ທັງ​ປວງ​ຊຶ່ງ​ຈະ​ຢູ່​ກັບ​ພວກ​ເຂົາ, ແລະ ມັນ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ຄວາມ​ຈິງ, ດັ່ງ​ທີ່​ພຣະ​ເຈົ້າ​ຊົງ​ຮູ້, ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ດັ່ງ​ທີ່​ພຣະ​ຄຣິດ​ຊົງ​ເຮັດ.”

  9. ໂມ​ໄຊ​ຢາ 16:9.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:46; ເບິ່ງ ໂຢ​ຮັນ 1:9 ນຳ​ອີກ.

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:12-13.

  12. David A. Bednar, The Spirit of Revelation (2021), 7.

  13. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:23.

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2; ເບິ່ງ ຮີ​ລາ​ມັນ 5:30 ນຳ​ອີກ.

  15. ເບິ່ງ ໂມ​ໄຊ​ຢາ 5:2; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:12.

  16. ເບິ່ງ 2 ນີ​ໄຟ 4:21; ຮີ​ລາ​ມັນ 5:44.

  17. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລະ​ບຸ​ຄວາມ​ສາ​ມາດ​ທີ່​ຈະ​ເຊື່ອ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ຄົນ​ອື່ນ​ວ່າ​ເປັນ​ຂອງ​ປະ​ທານ​ຢ່າງ​ໜຶ່ງ​ທາງ​ວິນ​ຍານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:13–14).

  18. ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່​ສິດ​ສອນ​ວ່າ ຖ້ອຍ​ຄຳ​ໃນ​ພຣະ​ຄຳ​ພີ “ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ, … ແລະ ຍົກ​ເວັ້ນ​ແຕ່​ເປັນ​ໂດຍ​ອຳ​ນາດ​ຂອງ​ເຮົາ​ເທົ່າ​ນັ້ນ​ພວກ​ເຈົ້າ​ຈຶ່ງ​ບໍ່​ສາ​ມາດ​ມີ​ມັນ​ໄດ້; ດັ່ງ​ນັ້ນ, ພວກ​ເຈົ້າ​ເປັນ​ພະ​ຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ຮູ້​ຖ້ອຍ​ຄຳ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:35–36).

  19. ເບິ່ງ ໂມ​ໄຊ​ຢາ 2:17; ໂມ​ໂຣ​ໄນ 7:45–48.

  20. 1 ນີ​ໄຟ 1:20. ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ໄດ້​ກ່າວ​ກ່ຽວ​ກັບ “[ການ] ເບິ່ງ​ດ້ວຍ​ຕາ ເພື່ອ​ໃຫ້​ເຫັນ ແລະ [ການ] ປິ​ຕິ​ຍິນ​ດີ​ໃນ​ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ” (“Ministering,” Liahona, May 2023, 18) ແລະ ວິ​ທີ​ທີ່ “ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ​ສ່ວນ​ຫລາຍ​ຈະ​ແຈ້ງ​ຊັດ​ດີ​ໃນ​ຄວາມ​ຫວນ​ຄິດ” ແນວ​ໃດ (“Always Remember Him,” Liahona, May 2016, 108). ຂອງ​ປະ​ທານ​ແຫ່ງ​ການ​ຮັບ​ຮູ້ ແລະ ຍອມ​ຮັບ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ຮັບ​ຮູ້ ຫລື ຮູ້​ສຶກ​ໄດ້​ໃນ​ຂະ​ນະ​ນີ້, ແຕ່​ກໍ​ມີ​ພະ​ລັງ​ຫລາຍ. ພຣະ​ຄຳ​ພີ​ກ່າວ​ເລື້ອຍໆ​ເຖິງ​ພະ​ລັງ​ທາງ​ວິນ​ຍານ​ຂອງ​ການ​ຈື່​ຈຳ (ເບິ່ງ ຮີ​ລາ​ມັນ 5:9–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79), ຊຶ່ງ​ສາ​ມາດ​ເປັນ​ສິ່ງ​ທີ່​ມາ​ກ່ອນ​ການ​ເປີດ​ເຜີຍ (ເບິ່ງ ໂມ​ໂຣ​ໄນ 10:3–4).

  21. ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ, “ບຸກ​ຄົນ​ໜຶ່ງ​ຈະ​ໄດ້​ປະ​ໂຫຍດ​ຈາກ​ການ​ສັງ​ເກດ​ເຫັນ​ການ​ໃກ້​ຊິດ​ກັບ​ພຣະ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ​ຄັ້ງ​ທຳ​ອິດ; ຕົວ​ຢ່າງ​ເຊັ່ນ, ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ຮູ້​ອັນ​ບໍ​ລິ​ສຸດ​ກຳ​ລັງ​ຫລັ່ງ​ໄຫລ​ເຂົ້າ​ມາ​ຫາ​ທ່ານ, ມັນ​ອາດ​ຈະ​ເຮັດ​ໃຫ້​ທ່ານ​ຄິດ​ຂຶ້ນ​ມາ​ໄດ້​ທັນ​ທີ, ສະ​ນັ້ນ​ໂດຍ​ການ​ສັງ​ເກດ​ນີ້, ທ່ານ​ອາດ​ຈະ​ເຫັນ​ວ່າ​ມັນ​ສຳ​ເລັດ​ແລ້ວ​ໃນ​ວັນ​ດຽວ​ກັນ ຫລື ໄວໆ​ນີ້; (ຕົວ​ຢ່າງ) ສິ່ງ​ເຫລົ່າ​ນີ້​ທີ່​ຖືກ​ສະ​ແດງ​ແກ່​ຈິດ​ໃຈ​ຂອງ​ທ່ານ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ຈະ​ບັງ​ເກີດ​ຂຶ້ນ; ແລະ ສະ​ນັ້ນ​ໂດຍ​ການ​ຮຽນ​ຮູ້​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ແລະ ການ​ເຂົ້າ​ໃຈ, ທ່ານ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ, ຈົນ​ກວ່າ​ທ່ານ​ຈະ​ກາຍ​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ຄຣິດ​ພຣະ​ເຢ​ຊູ” (Teachings of Presidents of the Church: Joseph Smith [2007], 132).

  22. ເອ​ເຟ​ໂຊ 1:10.

  23. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:40: “ເພາະ​ຄວາມ​ຮູ້​ແຈ້ງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ຮູ້​ແຈ້ງ; ປັນ​ຍາ​ຈະ​ຮັບ​ເອົາ​ປັນ​ຍາ; ຄວາມ​ຈິງ​ຈະ​ນ້ອມ​ຮັບ​ຄວາມ​ຈິງ; ຄຸນ​ນະ​ທຳ​ຈະ​ຮັກ​ຄຸນ​ນະ​ທຳ; ຄວາມ​ສະ​ຫວ່າງ​ຈະ​ແນບ​ສະ​ໜິດ​ຢູ່​ກັບ​ຄວາມ​ສະ​ຫວ່າງ.”

  24. ແອວ​ມາ 32:35. ແອວ​ມາ​ໄດ້​ເນັ້ນ​ໜັກ​ວ່າ​ປະ​ສົບ​ການ​ທີ່​ເຕັມ​ດ້ວຍ​ແສງ​ສະ​ຫວ່າງ​ເຫລົ່າ​ນີ້, ເຖິງ​ແມ່ນ​ວ່າ​ຈະ​ເລັກ​ນ້ອຍ​ກໍ​ຕາມ, ແຕ່​ກໍ​ມີ​ຈິງ​ໃນ​ທຸກ​ແງ່​ມຸມ. ຄວາມ​ເປັນ​ຈິງ​ເຫລົ່າ​ນັ້ນ​ຈະ​ມີ​ພະ​ລັງ​ຫລາຍ​ຂຶ້ນ​ເມື່ອ​ຖືກ​ລວມ​ເຂົ້າ​ກັນ ເພື່ອ​ເປັນ​ພະ​ລັງ​ອັນ​ແຮງ​ກ້າ​ທີ່​ສົມ​ບູນ.

  25. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24.

  26. ແອວ​ມາ 32:41.