ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເຊື່ອມ​ຕໍ່​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ຂໍ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ເຊື່ອມ​ຕໍ່​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສຳ​ຄັນ​ສອງ​ຂໍ້

ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຂັ້ມ​ແຂງ ແລະ ພະ​ລັງ​ຂອງ​ເຮົາ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ ແລະ ຂໍ້​ທີ​ສອງ ດ້ວຍ​ຄວາມ​ສົມ​ດຸນ ແລະ ການ​ອຸ​ທິດ​ຕົນ​ທີ່​ເທົ່າ​ທຽມ​ກັນ.

ຄຳ​ນຳ

ເມື່ອ ລີ​ຊາ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ເຮັດ​ວຽກ​ງານ​ມອບ​ໝາຍ​ທົ່ວ​ໂລກ, ພວກ​ເຮົາ​ໃຈ​ເຕັ້ນ​ກັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ພົບ​ປະ​ກັບ​ພວກ​ທ່ານ ໃນ​ຊຸມ​ນຸມ​ຊົນ​ທັງ​ໃຫຍ່ ແລະ ນ້ອຍ. ຄວາມ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພວກ​ເຮົາ​ລຸກ​ຂຶ້ນ ແລະ ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຮົາ​ໄດ້​ກັບ​ບ້ານ​ຈາກ​ການ​ເດີນ​ທາງ​ແຕ່​ລະ​ຄັ້ງ ໂດຍ​ສົງ​ໄສ​ວ່າ ພວກ​ເຮົາ​​ໄດ້​ໃຫ້​ຫລາຍ​ເທົ່າ​ກັບ​ທີ່​ພວກ​ເຮົາ​ໄດ້​ຮັບ​ຫລື​ບໍ່.

ຮູບ​ພາບ
ຂົວ​ເຣນ​ໂບ.
ຮູບ​ພາບ
ຂົວ​ຊິງ​ໝ່າ.
ຮູບ​ພາບ
ຂົວ ທາວ​ເວີ.

ຕອນ​ເດີນ​ທາງ, ພວກ​ເຮົາ​ມີ​ເວ​ລາ​ທ່ຽວ​ຊົມ​ໜ້ອຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເປັນ​ໄປ​ໄດ້, ຂ້າ​ພະ​ເຈົ້າ​ຈະ​ໃຊ້​ເວ​ລາ​ໜ້ອຍ​ໜຶ່ງ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຫລົງ​ໄຫລ​ທີ່​ສຸດ. ຂ້າ​ພະ​ເຈົ້າມີ​ຄວາມ​ສົນ​ໃຈ​ໃນ​ດ້ານ​ສະ​ຖາ​ປັດ​ຍະ​ກຳ ແລະ ການ​ອອກ​ແບບ ແລະ ມີ​ຄວາມ​ປະ​ທັບ​ໃຈ​ເປັນ​ພິ​ເສດ​ກັບ​ຂົວ​ຕ່າງໆ. ຂົວ​ຫ້ອຍ​ຍິ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ. ບໍ່​ວ່າ​ຈະ​ເປັນ​ຂົວ​ສາຍ​ຮຸ້ງ​ໃນ​ໂຕ​ກຽວ, ຂົວ​ຊິງ​ໝ່າ​ໃນ​ຮົງ​ກົງ, ຂົວ​ທາວ​ເວີ​ໃນ​ລອນ​ດອນ, ຫລື ຂົວ​ອື່ນໆ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ເຫັນ, ຂ້າ​ພະ​ເຈົ້າ​ຈະ​ປະ​ຫລາດ​ໃຈ​ກັບ​ຄວາມ​ອັດ​ສະ​ຣິ​ຍະ​ທາງ​ວິ​ສະ​ວະ​ກຳ ຢູ່​ໃນ​ໂຄງ​ສ້າງ​ທີ່​ຊັບ​ຊ້ອນ​ເຫລົ່າ​ນັ້ນ. ຂົວ​ພາ​ເຮົາ​ໄປ​ຫາ​ບ່ອນ​ທີ່​ເຮົາ​ໄປ​ບໍ່​ເຖິງ ຖ້າ​ປາດ​ສະ​ຈາກ​ມັນ. (ກ່ອນ​ຈະ​ເລົ່າ​ຕໍ່, ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ ນັບ​ແຕ່​ຂ່າວ​ສານ​ນີ້​ໄດ້​ຖືກ​ກະ​ກຽມ, ອຸ​ບັດ​ຕິ​ເຫດ​ອັນ​ໜ້າ​ສະ​ລົດ​ໃຈ ໄດ້​ເກີດ​ຂຶ້ນ​ກັບ​ຂົວ​ໃນ​ເມືອງ​ບາວ​ຕາ​ມໍ. ພວກ​ເຮົາ​ໂສກ​ເສົ້າ​ກັບ​ການ​ສູນ​ເສຍ​ຊີ​ວິດ ແລະ ສະ​ແດງ​ຄວາມ​ເສຍ​ໃຈ​ກັບ​ຄອບ​ຄົວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ.)

ຂົວ​ຫ້ອຍ​ທີ່​ສວຍ​ງາມ

ເມື່ອ​ບໍ່​ດົນ​ມາ​ນີ້, ວຽກ​ງານ​ມອບ​ໝາຍ​ທີ່​ກອງ​ປະ​ຊຸມ​ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ລັດ​ຄາ​ລິ​ຟໍ​ເນຍ, ອີກ​ເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ຂ້າມ​ຂົວ​ໂກນ​ເດັນ​ເກດ ອັນ​ເປັນ​ສັນ​ຍາ​ລັກ, ຊຶ່ງ​ຖື​ວ່າ​ເປັນ​ສິ່ງ​ມະ​ຫັດ​ສະ​ຈັນ​ທາງ​ວິ​ສະ​ວະ​ກຳ​ຂອງ​ໂລກ. ໂຄງ​ສ້າງ​ອັນ​ຍິ່ງ​ໃຫຍ່​ນີ້​ປະ​ສົມ​ປະ​ສານ​ຮູບ​ແບບ​ທີ່​ສວຍ​ງາມ, ຈຸດ​ປະ​ສົງ​ທີ່​ເປັນ​ປະ​ໂຫຍດ, ແລະ ວິ​ສະ​ວະ​ກຳ​ທີ່​ຊ່ຽວ​ຊານ​ເຂົ້າ​ກັນ. ມັນ​ເປັນ​ຂົວ​ຫ້ອຍ​ທີ່​ເດັ່ນ​ທີ່​ສຸດ ທີ່​ມີ​ຫລັກ​ໃຫຍ່​ຕັ້ງ​ຢູ່​ສອງ​ສົ້ນ, ຮອງ​ຮັບ​ໂດຍ​ເສົາ​ຂະ​ໜາດ​ໃຫຍ່. ຫລັກ​ໃຫຍ່​ຝາ​ແຝດ​ທີ່​ມີ​ນ້ຳ​ໜັກ​ມະ​ຫາ​ສານ ແລະ ສະ​ຫງ່າ​ງາມ ສູງ​ຂຶ້ນ​ເໜືອ​ມະ​ຫາ​ສະ​ໝຸດ ເປັນ​ອົງ​ປະ​ກອບ​ທຳ​ອິດ​ທີ່​ຖືກ​ສ້າງ​ຂຶ້ນ. ຫລັກ​ທັງ​ສອງ​ຮັບ​ນ້ຳ​ໜັກ​ຂອງ​ສາຍ​ເຄ​ໂບ້​ໃຫຍ່​ລວງ​ຂວາງ ແລະ ສາຍ​ເຄ​ໂບ້​ນ້ອຍ​ລວງ​ຕັ້ງ, ຊຶ່ງ​ຮອງ​ຮັບ​ຖະ​ໜົນ​ດ້ານ​ລຸ່ມ. ຄວາມ​ສາ​ມາດ​ສະ​ເຖຍ​ລະ​ພາບ​ທີ່​ພິ​ເສດ—ພະ​ລັງ​ງານ​ຂອງ​ຫລັກ​ໃຫຍ່​ທັງ​ສອງ—ຄື​ຄວາມ​ມະ​ຫັດ​ສະ​ຈັນ​ເບື້ອງ​ຫລັງ​ຂອງ​ວິ​ສະ​ວະ​ກຳ​ຂອງ​ຂົວ​ນັ້ນ.

ຮູບ​ພາບ
ຂົວ​ໂກນ​ເດັນ​ເກດ​ລະ​ຫວ່າງ​ການ​ກໍ່​ສ້າງ.

ເຂດ​ຂົວ​ໂກນ​ເດັນ​ເກດ

ພາບ​ການ​ກໍ່​ສ້າງ​ຂົວ​ໃນ​ຕອນ​ຕົ້ນ ເປັນ​ສິ່ງ​ຢືນ​ຢັນ​ເຖິງ​ຫລັກ​ການ​ທາງ​ວິ​ສະ​ວະ​ກຳ. ອົງ​ປະ​ກອບ​ຂອງ​ຂົວ​ແຕ່​ລະ​ສ່ວນ ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ນ້ຳ​ໜັກ​ຈາກ​ຫລັກ​ໃຫຍ່​ທີ່​ມີ​ຊັດ​ສ່ວນ​ເທົ່າ​ທຽມ​ກັນ, ຊຶ່ງ​ທັງ​ສອງ​ຫລັກ​ຈະ​ເຊື່ອມ​ຕໍ່​ຫາ​ກັນ​ຢ່າງ​ເປັນ​ອິດ​ສະ​ລະ.

ຮູບ​ພາບ
ຂົວ​ໂກນ​ເດັນ​ເກດ​ລະ​ຫວ່າງ​ການ​ກໍ່​ສ້າງ.

Getty Images/Underwood Archives

ເມື່ອ​ຂົວ​ສ້າງ​ສຳ​ເລັດ, ດ້ວຍ​ຫລັກ​ໃຫຍ່​ທັງ​ສອງ​ຕັ້ງ​ຢູ່​ຢ່າງ​ແໜ້ນ​ໜາ ແລະ ເສົາ​ທີ່​ຍຶດ​ໝັ້ນ​ຢູ່​ໃນ​ຮາກ​ຖານ​ຫີນ, ມັນ​ເປັນ​ພາບ​ຂອງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ສວຍ​ງາມ.

ຮູບ​ພາບ
ຂົວ​ໂກນ​ເດັນ​ເກດ.

ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ເບິ່ງ​ຂົວ​ທີ່​ສະ​ຫງ່າ​ງາມ​ນີ້, ດ້ວຍ​ຫລັກ​ໃຫຍ່​ຝາ​ແຝດ​ທີ່​ສູງ ຊຶ່ງ​ສ້າງ​ເທິງ​ຮາກ​ຖານ​ທີ່​ແຂງ​ແກ່ນ, ຜ່ານ​ກະ​ຈົກ​ພຣະ​ກິດ​ຕິ​ຄຸນ.

ໃນ​ຊ່ວງ​ໄລ​ຍະ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລະ​ຫວ່າງ​ທີ່​ເຮົາ​ເອີ້ນ​ວ່າ ສັບ​ປະ​ດາ​ບໍ​ລິ​ສຸດ, ຟາ​ຣີ​ຊາຍ​ຄົນ​ໜຶ່ງ​ຜູ້​ເປັນ​ທະ​ນາຍ​ຄວາມ1 ໄດ້​ຖາມ​ຄຳ​ຖາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ລາວ​ຄິດ​ວ່າ​ຄົງ​ຕອບ​ບໍ່​ໄດ້:2 “ອາ​ຈານ​ເອີຍ, ໃນ​ກົດ​ບັນ​ຍັດ​ແມ່ນ​ຂໍ້​ໃດ ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ທະ​ນາຍ​ຄວາມ​ທີ່, “ທົດ​ລອງ​ພຣະ​ອົງ” ແລະ ສະ​ແຫວງ​ຫາ​ຄຳ​ຕອບ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ບັນ​ຍັດ, ດ້ວຍ​ເຈດ​ຕະ​ນາ​ເບິ່ງ​ເໝືອນ​ຫລອກ​ລວງ, ໄດ້​ຮັບ​ຄຳ​ຕອບ​ທີ່​ແທ້​ຈິງ, ສັກ​ສິດ, ແລະ ສູງ​ສົ່ງ.

“ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຮັກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ແມ່ນ​ກົດ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ.” ຟັງ​ການ​ປຽບ​ທຽບ​ຂົວ​ຂອງ​ເຮົາ, ຫລັກ​ໃຫຍ່​ທຳ​ອິດ!

“ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.” ນີ້​ແມ່ນ​ຫລັກ​ໃຫຍ່​ທີ​ສອງ!

“ກົດ​ບັນ​ຍັດ​ທັງ​ໝົດ ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ [ສາດ​ສະ​ດາ] ກໍ​ຂຶ້ນ​ກັບ​ກົດ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.”3 ອົງ​ປະ​ກອບ​ສ່ວນ​ທີ່​ເຫລືອ​ຂອງ​ຂົວ!

ໃຫ້​ເຮົາ​ກວດ​ກາ​ເບິ່ງ​ພຣະ​ບັນ​ຍັດ​ສອງ​ຂໍ້​ໃຫຍ່​ແຕ່​ລະ​ຂໍ້​ນີ້, ທີ່​ຖືກ​ເປີດ​ເຜີຍ ແລະ ທ່ອງ​ຈຳ​ຕາມ​ຄຳ​ຕອບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຈົ່ງ​ປ່ອຍ​ໃຫ້​ພາບ​ຂອງ​ຂົວ​ຫ້ອຍ​ທີ່​ງົດ​ງາມ​ສະ​ທ້ອນ​ຢູ່​ໃນ​ຄວາມ​ຄິດ​ຂອງ​ດວງ​ຕາ​ຂອງ​ທ່ານ.

ຮັກ​ພຣະ​ຜູ້​ເປັນ​ເຈົ້າ

ທຳ​ອິດ, ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ, ຈິດ​ວິນ​ຍານ, ແລະ ຄວາມ​ຄິດ​ຂອງ​ທ່ານ.

ໃນ​ຄຳ​ຕອບ​ນີ້, ພຣະ​ເຢ​ຊູ​ຄຣິດ​ໄດ້​ລວມ​ສາ​ລະ​ສຳ​ຄັນ​ຂອງ​ກົດ​ບັນ​ຍັດ​ໄວ້​ໃນ​ຄຳ​ສອນ​ອັນ​ສັກ​ສິດ​ຂອງ​ພຣະ​ຄຳ​ພີ​ເດີມ. ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ເນັ້ນ​ໃສ່​ໃຈ​ຂອງ​ທ່ານ​ກ່ອນ—ທຳ​ມະ​ຊາດ​ຂອງ​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ທ່ານ​ຮັກ​ດ້ວຍ​ສຸດ​ຈິດ​ວິນ​ຍານ​ຂອງ​ທ່ານ4—ການ​ອຸ​ທິດ​ຖວາຍ​ທັງ​ໝົດ​ໃນ​ຕົວ​ທ່ານ—ແລະ ສຸດ​ທ້າຍ, ຮັກ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ທ່ານ—ຄວາມ​ສະ​ຫລາດ ແລະ ສະ​ຕິ​ປັນ​ຍາ​ຂອງ​ທ່ານ. ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ​ບໍ່​ມີ​ຂອບ​ເຂດ ຫລື ຈຳ​ກັດ. ມັນ​ເປັນ​ນິດ ແລະ ນິ​ລັນ​ດອນ.

ສຳ​ລັບ​ຂ້າ​ພະ​ເຈົ້າ, ການ​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ ບາງ​ຄັ້ງ​ສາ​ມາດ​ຮູ້​ສຶກ​ເປັນ​ທາງ​ທິດ​ສະ​ດີ, ແມ່ນ​ແຕ່​​ເປັນ​ຕາ​ຫວາດ​ຫວັ່ນ. ດ້ວຍ​ຄວາມ​ກະ​ຕັນ​ຍູ, ເມື່ອ​ຂ້າ​ພະ​ເຈົ້າ​ພິ​ຈາ​ລະ​ນາ​ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ​ຕື່ມ​ອີກ, ພຣະ​ບັນ​ຍັດ​ຂໍ້​ນີ້​ເຂົ້າ​ໃຈ​ໄດ້​ງ່າຍ​ຂຶ້ນ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.”5 ສິ່ງ​ນີ້​ຂ້າ​ພະ​ເຈົ້າ​ເຮັດ​ໄດ້. ຂ້າ​ພະ​ເຈົ້າ​ສາ​ມາດ​ຮັກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ຈາກ​ນັ້ນ​ນຳ​ໄປ​ສູ່​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ແລະ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ. ເຮົາ​ຮັກ​ພຣະ​ເຈົ້າ ແລະ ພຣະ​ບຸດ​ຜ່ານ​ທາງ​ການ​ຈ່າຍ​ສ່ວນ​ສິບ, ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ການ​ດຳ​ລົງ​ຊີ​ວິດ​ທີ່​ມີ​ຄຸນ​ນະ​ທຳ ແລະ ບໍ​ລິ​ສຸດ, ແລະ ການ​ເຊື່ອ​ຟັງ.

ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ມັກ​ຈະ​ຖືກ​ວັດ​ແທກ​ກັນ​ໃນ​ການ​ກະ​ທຳ​ເລັກ​ນ້ອຍ​ໃນ​ແຕ່​ລະ​ວັນ, ບາດ​ກ້າວ​ເທິງ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ: ສຳ​ລັບ​ຄົນ​ໜຸ່ມ, ການ​ໃຊ້​ສື່​ສັງ​ຄົມ​ເພື່ອ​ເສີມ​ສ້າງ ແທນ​ທີ່​ຈະ​ມ້າງ​ເພ, ອອກ​ຈາກ​ງານ​ລ້ຽງ, ໜັງ​ຮູບ​ເງົາ, ຫລື ກິດ​ຈະ​ກຳ​ທີ່​ອາດ​ຈະ​ທ້າ​ທາຍ​ມາດ​ຕະ​ຖານ; ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່ໍ່​ສິ່ງ​ສັກ​ສິດ.

ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ນີ້. ມັນ​ແມ່ນ​ວັນ​ອາ​ທິດ​ຖື​ສິນ​ອົດ​ເຂົ້າ ຂະ​ນະ​ທີ່ ແວນຊ໌6 ແລະ ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຄາະ​ປະ​ຕູ​ຂອງ​ເຮືອນ​ທີ່​ຕ່ຳ​ຕ້ອຍ​ຫລັງ​ໜຶ່ງ. ພວກ​ເຮົາ ແລະ ມັກ​ຄະ​ນາ​ຍົກ​ຄົນ​ອື່ນໆ​ໃນ​ກຸ່ມ​ຄາດ​ຫວັງ ຈະ​ໄດ້​ຍິນ​ຄຳ​ວ່າ, “ເຊີນ​ເຂົ້າ​ມາ,” ຮ້ອງ​ບອກ​ຢ່າງ​ອົບ​ອຸ່ນ ດ້ວຍ​ສຳ​ນຽງ​ເຢຍ​ລະ​ມັນ​ທີ່​ໜັກ​ແໜ້ນ ຈົນ​ໄດ້​ຍິນ​ຜ່ານ​ປະ​ຕູ. ຊິດ​ສະ​ເຕີ ມູ​ຢາ ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ແມ່​ໝ້າຍ ຊາວ​ອົບ​ພະ​ຍົບ ທີ່​ຢູ່​ໃນ​ຫວອດ. ມັນ​ຍາກ​ສຳ​ລັບ​ລາວ​ທີ່​ຈະ​ມາ​ເປີດ​ປະ​ຕູ, ເພາະ​ລາວ​ຕາ​ບອດ. ຂະ​ນະ​ທີ່​ພວກ​ເຮົາ​ກ້າວ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ມີ​ແສງ​ລິບ​ລີ່, ລາວ​ໄດ້​ທັກ​ທາຍ​ພວກ​ເຮົາ​ດ້ວຍ​ຄຳ​ຖາມ​ທີ່​ດີໆ: ພວກ​ເຈົ້າ​ຊື່​ຫຍັງ? ພວກ​ເຈົ້າ​ສະ​ບາຍ​ດີ​ບໍ? ພວກ​ເຈົ້າ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ? ພວກ​ເຮົາ​ໄດ້​ຕອບ ແລະ ໄດ້​ແບ່ງ​ປັນ​ວ່າ ພວກ​ເຮົາ​ມາ​ຮັບ​ເອົາ​ເງິນ​ບໍ​ລິ​ຈາກ​ດ້ວຍ​ການ​ອົດ​ອາ​ຫານ​ຂອງ​ລາວ. ເຖິງ​ແມ່ນ​ພວກ​ເຮົາ​ຈະ​ອາ​ຍຸ​ຍັງ​ນ້ອຍ, ສະ​ພາບ​ທີ່​ຍາກ​ຈົນ​ຂອງ​ລາວ​ກໍ​ປະ​ກົດ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ, ແລະ ຄຳ​ຕອບ​ທີ່ປ່ຽມ​ໄປ​ໄດ້ດ້ວຍ​ສັດ​ທາ​ຂອງ​ລາວ​ກໍ​ຊາບ​ຊຶ້ງ​ໃຈ​ຢ່າງ​ຍິ່ງ: “ຂ້ອຍ​​ໄດ້​ວາງ​ຫລຽນ​ໜຶ່ງ​ໄວ້​ເທິງ​ຮ້ານ​ມື້​ເຊົ້າ​ນີ້. ຂ້ອຍ​ກະ​ຕັນ​ຍູ​ທີ່​ໄດ້​ຖວາຍ​ເງິນ​ບໍ​ລິ​ຈາກ. ຂໍ​ໃຫ້​ພວກ​ເຈົ້າ​ເອົາ​ມັນ​ໃສ່​ໃນ​ຊອງ ແລະ ຂຽນ​ໃບ​ບໍ​ລິ​ຈາກ​ໃຫ້​ຂ້ອຍ​ແດ່?” ຄວາມ​ຮັກ​ຂອງ​ລາວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍົກ​ສັດ​ທາ​ຂອງ​ພວກ​ເຮົາ ທຸກ​ຄັ້ງ​ທີ່​ພວກ​ເຮົາ​ອອກ​ຈາກ​ເຮືອນ​ຂອງ​ລາວ​ໄປ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສັນ​ຍາ​ພະ​ລັງ​ທີ່​ໂດດ​ເດັ່ນ​ສຳ​ລັບ​ຜູ້​ທີ່​ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ຂໍ້​ທຳ​ອິດ. “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ. … ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ, … ແລະ ຖ້າ​ຫາກ​ເຂົາ​ອົດ​ທົນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າ​ສູ່​ສະ​ຫວັນ … ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.”7

ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ໄປ​ສູ່​ຄວາມ​ສຸກ​ນິ​ລັນ​ດອນ!

ຮັກ​ເພື່ອນ​ບ້ານ​ຂອງ​ທ່ານ

ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ວ່າ, “ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”8 ນີ້​ແມ່ນ​ຫລັກ​ໃຫຍ່​ທີ​ສອງ​ຂອງ​ຂົວ.

ໃນ​ຂໍ້​ນີ້ ພຣະ​ເຢ​ຊູ​ເຊື່ອມ​ໂຍງ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ, ທີ່​ຈະ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ, ເຂົ້າ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ຮັກ​ເພື່ອນ​ຊາຍ ແລະ ຍິງ​ຂອງ​ເຮົາ. ສິ່ງ​ໜຶ່ງ​ເພິ່ງ​ພາ​ອາ​ໄສ​ອີກ​ສິ່ງ​ໜຶ່ງ. ຄວາມ​ຮັກ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ສົມ​ບູນ​ຖ້າ​ຫາກ​ເຮົາ​ລະ​ເລີຍ​ເພື່ອນ​ບ້ານ​ຂອງ​ເຮົາ. ຄວາມ​ຮັກ​ພາຍ​ນອກ​ນີ້​ແມ່ນ​ລວມ​ທັງ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ໂດຍ​ບໍ່​ຄຳ​ນຶງ​ເຖິງ​ເພດ, ຊົນ​ຊັ້ນ​ທາງ​ສັງ​ຄົມ, ເຊື້ອ​ຊາດ, ເພດ​ສຳ​ພັນ, ລາຍ​ຮັບ, ອາ​ຍຸ, ຫລື ຊົນ​ເຜົ່າ. ເຮົາ​ສະ​ແຫວງ​ຫາ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ ແລະ ແຕກ​ສະ​ຫລາຍ, ຜູ້​ດ້ອຍ​ໂອ​ກາດ, ເພາະ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ.”9 ເຮົາ “ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.”10

ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ນີ້: ບຣາ​ເດີ ອີ​ແວນສ໌11 ແປກ​ໃຈ​ເມື່ອ​ລາວ​ໄດ້​ຖືກ​ກະ​ຕຸ້ນ​ໃຫ້​ຢຸດ​ລົດ​ຂອງ​ລາວ ແລະ ໄປ​ເຄາະ​ປະ​ຕູ​ຂອງ​ຄອບ​ຄົວ​ໜຶ່ງ​ທີ່​ລາວ​ບໍ່​ຮູ້​ຈັກ. ເມື່ອ​ແມ່​ໝ້າຍ​ຄົນ​ໜຶ່ງ​ທີ່​ມີ​ລູກ​ຫລາຍ​ກວ່າ 10 ຄົນ​ໄດ້​ມາ​ເປີດ​ປະ​ຕູ, ສະ​ພາບ​ທີ່​ຍາກ​ລຳ​ບາກ ແລະ ຄວາມ​ຕ້ອງ​ການ​ຢ່າງ​ຫລວງ​ຫລາຍ​ຂອງ​ເຂົາ​ເຈົ້າ​ກໍ​ປະ​ກົດ​ຕໍ່​ລາວ​ທັນ​ທີ. ສິ່ງ​ທຳ​ອິດ​ແມ່ນ​ງ່າຍ, ຄື​ການ​ທາ​ສີ​ເຮືອນ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ຕິດ​ຕາມ​ດ້ວຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ​ເປັນ​ເວ​ລາ​ຫລາຍ​ປີ​ຕໍ່​ຄອບ​ຄົວ​ນີ້.

ແມ່​ຜູ້​ກະ​ຕັນ​ຍູ​ຄົນ​ນີ້​ໄດ້​ຂຽນ​ໃນ​ເວ​ລາ​ຕໍ່​ມາ ເຖິງ​ເພື່ອນ​ທີ່​ສະ​ຫວັນ​ໄດ້​ສົ່ງ​ມາ​ວ່າ: “ເຈົ້າ​ໄດ້​ໃຊ້​ຊີ​ວິດ​ເອື້ອມ​ອອກ​ໄປ​ຫາ​ພວກ​ເຮົາ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ. ຂ້ອຍ​ມັກ​ຟັງ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເຈົ້າ ເມື່ອ​ພຣະ​ອົງ​ສະ​ແດງ​ຄວາມ​ຊາບ​ຊຶ້ງ​ຂອງ​ພຣະ​ອົງ​ສຳ​ລັບ​ຄວາມ​ດີ​ທີ່​ເຈົ້າ​ໄດ້​ເຮັດ ໃນ​ທາງ​ດ້ານ​ການ​ເງິນ ແລະ ທາງ​ວິນ​ຍານ​ສຳ​ລັບ​ຜູ້​ຄົນ​ທີ່​ມີ​ພຽງ​ແຕ່​ເຈົ້າ ແລະ ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ. ຂໍ​ຂອບ​ໃຈ​ທີ່​ໃຫ້​ພອນ​ໃນ​ຫລາຍໆ​ດ້ານ, … ສຳ​ລັບ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ເຈົ້າ​ໄດ້​ຈັດ​ຫາ​ໃຫ້. … ຂ້ອຍ​ມັກ​ຈະ​ສົງ​ໄສ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ເອົາ​ເຈົ້າ​ຄົນ​ດຽວ​ໂດຍ​ສະ​ເພາະ​ບໍ ຫລື ເຈົ້າ​ເປັນ​ພຽງ​ຄົນ​ດຽວ​ທີ່​ຮັບ​ຟັງ.”

ການ​ຮັກ​ເພື່ອນ​ບ້ານ​ຂອງ​ທ່ານ​ແມ່ນ​ລວມ​ດ້ວຍ​ການ​ກະ​ທຳ​ທີ່​ມີ​ນ້ຳ​ໃຈ ແລະ ການ​ຮັບ​ໃຊ້​ເໝືອນ​ພຣະ​ຄຣິດ. ທ່ານ​ຈະ​ສາ​ມາດ​ປະ​ຖິ້ມ​ຄວາມ​ຄຽດ​ແຄ້ນ, ໃຫ້​ອະ​ໄພ​ສັດ​ຕູ, ຕ້ອນ​ຮັບ ແລະ ປະ​ຕິ​ບັດ​ຕໍ່​ເພື່ອນ​ບ້ານ​ຂອງ​ທ່ານ, ແລະ ຮັບ​ໃຊ້​ຜູ້​ສູງ​ອາ​ຍຸ​ໄດ້​ບໍ? ທ່ານ​ແຕ່​ລະ​ຄົນ​ຈະ​ຖືກ​ດົນ​ໃຈ ເມື່ອ​ທ່ານ​ສ້າງ​ຫລັກ​ໃຫຍ່​ແຫ່ງ​ຄວາມ​ຮັກ​ຕໍ່​ເພື່ອນ​ບ້ານ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ການ​ໃຫ້​ຄວາມ​ຊ່ວຍ​ເຫລືອແກ່​ຄົນ​ອື່ນ—ການພະ​ຍາ​ຍາມ​ດ້ວຍ​ຄວາມ​ຊື່​ສັດ ເພື່ອ​ດູ​ແລ​ຄົນ​ອື່ນ ເທົ່າໆ​ກັບ ຫລື ຫລາຍ​ກວ່າ ທີ່​ເຮົາ​ດູ​ແລ​ຕົວ​ເອງ—ຈະ​ເປັນ​ຄວາມ​ສຸກ​ຂອງ​ເຮົາ. ໂດຍ​ສະ​ເພາະ … ຕອນ​ທີ່​ເຮົາ​ບໍ່​ສະ​ດວກ ແລະ ຕອນ​ທີ່​ເຮົາ​ເຮັດ​ສິ່ງ​ທີ່ບໍ່​ເຄີຍ​ເຮັດ​ມາ​ກ່ອນ. ການ​ດຳ​ລົງ ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ທີ່​ຍິ່ງ​ໃຫຍ່ ເປັນ ສິ່ງ​ຈຳ​ເປັນ ຕໍ່​ການ​ທີ່​ຈະ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ.”12

ການ​ເພິ່ງ​ພາ​ອາ​ໄສ​ກັນ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ຕື່ມ​ວ່າ, “ກົດ​ບັນ​ຍັດ​ທັງ​ໝົດ ແລະ ບັນ​ດາ​ຖ້ອຍ​ຄຳ​ຂອງ [ສາດ​ສະ​ດາ] ກໍ​ຂຶ້ນ​ກັບ​ກົດ​ບັນ​ຍັດ​ສອງ​ຂໍ້​ນີ້​ແຫລະ.”13 ນີ້​ເປັນ​ຄຳ​ແນະ​ນຳ​ທີ່​ດີ​ຫລາຍ. ມີ​ການ​ເພິ່ງ​ພາ​ອາ​ໄສ​ກັນ​ທີ່​ສຳ​ຄັນ​ລະ​ຫວ່າງ​ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ກັບ​ການ​ຮັກ​ຊຶ່ງ​ກັນ​ແລະ​ກັນ. ເພື່ອ​ໃຫ້​ຂົວ​ໂກນ​ເດັນ​ເກດ ທຳ​ງານ​ໄດ້​ດີ​ຕາມ​ທີ່​ອອກ​ແບບ​ໄວ້, ຫລັກ​ໃຫຍ່​ທັງ​ສອງ​ຈະ​ຕ້ອງ​ແຂງ​ແຮງ​ພໍ ແລະ ມີ​ພະ​ລັງ​ເທົ່າໆ​ກັນ ແລະ ຮັບ​ນ້ຳ​ໜັກ​ຂອງ​ສາຍ​ເຄ​ໂບ້, ທາງ​ຍ່າງ, ແລະ ການ​ຈາ​ລະ​ຈອນ​ທີ່​ຂ້າມ​ຂົວ​ນັ້ນ​ໄດ້. ປາດ​ສະ​ຈາກ​ຄວາມ​ສາ​ມາດ​ທາງ​ວິ​ສະ​ວະ​ກຳ​ນີ້​ແລ້ວ, ຂົວ​ສາ​ມາດ​ຖືກ​ທຳ​ລາຍ, ແມ່ນ​ແຕ່​ນຳ​ໄປ​ສູ່​ການ​ພັງ​ທະ​ລາຍ. ສຳ​ລັບ​ຂົວ​ຫ້ອຍ​ໃດໆ​ກໍ​ຕາມ​ທີ່​ຈະ​ສາ​ມາດ​ໃຊ້​ໄດ້​ຕາມ​ຈຸດ​ປະ​ສົງ​ການ​ສ້າງ, ຫລັກ​ໃຫຍ່​ຂອງ​ຂົວ​ຈະ​ຕ້ອງ​ທຳ​ງານ​ຮ່ວມ​ກັນ​ຢ່າງ​ກົມ​ກຽວ ເຊັ່ນ​ດຽວ​ກັນ, ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເຂັ້ມ​ແຂງ ແລະ ພະ​ລັງ​ຂອງ​ເຮົາ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ ແລະ ຂໍ້​ທີ​ສອງ ດ້ວຍ​ຄວາມ​ສົມ​ດຸນ ແລະ ການ​ອຸ​ທິດ​ຕົນ​ທີ່​ເທົ່າ​ທຽມ​ກັນ​ຕໍ່​ທັງ​ສອງ​ຂໍ້.

ຮູບ​ພາບ
ຂົວ​ໂກນ​ເດັນ​ເກດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຂັດ​ແຍ້ງ​ທີ່​ເພີ່ມ​ຂຶ້ນ​ໃນ​ໂລກ​ບົ່ງ​ບອກ​ບາງ​ຄັ້ງ​ວ່າ​ເຮົາ​ບໍ່​ສາ​ມາດ​ຫລຽວ​ເຫັນ ຫລື ຈື່​ຈຳ​ສິ່ງ​ນີ້​ໄດ້. ບາງ​ຄົນ​ສຸມ​ໃຈ​ໃສ່​ກັບ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຢ່າງ​ຈິງ​ຈັງ ຈົນ​ວ່າ​ບໍ່​ມີ​ຄວາມ​ອົດ​ທົນ​ຕໍ່​ຄົນ​ທີ່​ພວກ​ເຂົາ​ເຫັນ​ວ່າ​ຊອບ​ທຳ​ໜ້ອຍ​ກວ່າ. ບາງ​ຄົນ​ພົບ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັກ​ຄົນ​ທີ່​ກຳ​ລັງ​ເລືອກ​ໃຊ້​ຊີ​ວິດ​ນອກ​ພັນ​ທະ​ສັນ​ຍາ ຫລື ແມ່ນ​ແຕ່​ຢູ່​ຫ່າງ​ຈາກ​ການ​ມີ​ສ່ວນ​ຮ່ວມ​ທາງ​ສາດ​ສະ​ໜາ​ໃດໆ.

ອີກ​ທາງ​ໜຶ່ງ, ມີ​ຜູ້​ທີ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ຄົນ​ອື່ນ ໂດຍ​ບໍ່​ມີ​ການ​ຮັບ​ຮູ້​ວ່າ​ເຮົາ​ທຸກ​ຄົນ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ. ບາງ​ຄົນ​ປະ​ຕິ​ເສດ​ຄວາມ​ຄິດ​ທັງ​ໝົດ​ທີ່​ວ່າ ມີ​ສິ່ງ​ທີ່​ເປັນ​ຄວາມ​ຈິງ​ທີ່​ສົມ​ບູນ ຫລື ຖືກ ແລະ ຜິດ ແລະ ເຊື່ອ​ວ່າ​ສິ່ງ​ດຽວ​ທີ່​ຮຽກ​ຮ້ອງ​ຈາກ​ເຮົາ​ແມ່ນ​ຄວາມ​ອົດ​ທົນ ແລະ ການ​ຍອມ​ຮັບ​ການ​ເລືອກ​ຄົນ​ອື່ນ​ໂດຍ​ສົມ​ບູນ. ຄວາມ​ບໍ່​ສົມ​ດຸນ​ຢ່າງ​ໃດ​ຢ່າງ​ໜຶ່ງ​ເຫລົ່າ​ນີ້​ອາດ​ເຮັດ​ໃຫ້​ຂົວ​ທາງ​ວິນ​ຍານ​ພິກ​ຂວ້ຳ ຫລື ພັງ​ທະ​ລາຍ​ລົງ​ໄດ້.

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ບັນ​ຍາຍ​ເລື່ອງ​ນີ້ ເມື່ອ​ເພິ່ນ​ກ່າວ​ວ່າ: “ເຮົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ຮັກ​ກັນ​ແລະ​ກັນ, ນັບ​ແຕ່​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ເຢ​ຊູ​ກ່ຽວ​ກັບ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ ສິດ​ສອນ​ວ່າ​ທຸກ​ຄົນ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ. ແຕ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງ​ນີ້ ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ລືມ​ຂໍ້​ທຳ​ອິດ, ທີ່​ຈະ​ຮັກ​ພຣະ​ເຈົ້າ​ຂອງ​ເຮົາ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຮົາ.”14

ສະ​ຫລຸບ

ສະ​ນັ້ນ​ຄຳ​ຖາມ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ຄື ເຮົາ​ຈະ​ສ້າງ​ຂົວ​ແຫ່ງ​ສັດ​ທາ ແລະ ການ​ອຸ​ທິດ​ຕົນ​ຂອງ​ເຮົາ​ເອງ​ໄດ້​ແນວ​ໃດ—ການ​ສ້າງ​ຫລັກ​ໃຫຍ່​ທີ່​ສູງ​ຂອງ​ການ​ຮັກ​ທັງ​ພຣະ​ເຈົ້າ ແລະ ການ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາ​ພຽງ​ເລີ່ມ​ຕົ້ນ. ຄວາມ​ພະ​ຍາ​ຍາມ​ໃນ​ຊ່ວງ​ທຳ​ອິດ​ຂອງ​ເຮົາ​ອາດ​ເບິ່ງ​ຄື​ວ່າ​ເປັນ​ແຜນ​ການ​ທີ່​ເຮົາ​ແຕ້ມ​ໃສ່​ເຈ້ຍ​ເຊັດ​ມື ຫລື ໃນ​ແຜນ​ຜັງ​ຂັ້ນ​ຕົ້ນ ຂອງ​ຂົວ​ທີ່​ເຮົາ​ຫວັງ​ວ່າ​ຈະ​ກໍ່​ສ້າງ. ມັນ​ອາດ​ປະ​ກອບ​ດ້ວຍ​ເປົ້າ​ໝາຍ​ຕາມ​ຄວາມ​ເປັນ​ຈິງ​ບາງ​ຢ່າງ ເພື່ອ​ຄວາມ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ ຫລື ປະ​ຕິ​ຍານ​ທີ່​ຈະ​ຕັດ​ສິນ​ຄົນ​ອື່ນ​ໜ້ອຍ​ລົງ. ບໍ່​ມີ​ໃຜ​ເດັກ​ເກີນ​ໄປ ຫລື ແກ່​ເກີນ​ໄປ​ທີ່​ຈະ​ເລີ່ມ​ຕົ້ນ.

ຮູບ​ພາບ
ແບບ​ຮ່າງ​ການ​ອອກ​ແບບ​ຂົວ.

ເມື່ອ​ເວ​ລາ​ຜ່ານ​ໄປ, ດ້ວຍ​ການ​ວາງ​ແຜນ​ດ້ວຍ​ການ​ອະ​ທິ​ຖານ ແລະ ຢ່າງ​ຮອບ​ຄອບ, ແນວ​ຄິດ​ຄ້າວໆ​ຈະ​ໄດ້​ຮັບ​ການ​ຂັດ​ເກົາ. ການ​ກະ​ທຳ​ໃໝ່​ຈະ​ກາຍ​ເປັນ​ນິ​ໄສ. ຮ່າງ​ຕົ້ນໆ​ຈະ​ກາຍ​ເປັນ​ແຜນ​ຜັງ​ທີ່​ຖືກ​ຂັດ​ເກົາ. ເຮົາ​ສ້າງ​ຂົວ​ທາງ​ວິນ​ຍານ​ສ່ວນ​ຕົວ​ຂອງ​ເຮົາ​ດ້ວຍ​ໃຈ ແລະ ຄວາມ​ຄິດ​ທີ່​ອຸ​ທິດ​ຕົນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ ຕະ​ຫລອດ​ທັງ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ກັບ​ຜູ້​ທີ່​ເຮົາ​ເຮັດ​ວຽກ, ຫລິ້ນ, ແລະ ຢູ່​ນຳ.

ໃນ​ວັນ​ຂ້າງ​ໜ້າ, ເມື່ອ​ທ່ານ​ຂ້າມ​ຂົວ​ຫ້ອຍ​ສູງ​ທີ່​ສະ​ຫງ່າ​ງາມ ຫລື ແມ່ນ​ແຕ່​ເຫັນ​ຮູບ​ພາບ, ດ້ວຍ​ຫລັກ​ໃຫຍ່​ທີ່​ສູງ​ຂອງ​ມັນ, ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຈື່​ຈຳ​ພຣະ​ບັນ​ຍັດ​ສອງ​ຂໍ້, ດັ່ງ​ທີ່​ບັນ​ຍາຍ​ໄວ້​ໂດຍ​ພຣະ​ເຢ​ຊູ​ຄຣິດ ໃນ​ພຣະ​ຄຳ​ພີ​ໃໝ່. ຂໍ​ໃຫ້​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ດົນ​ໃຈ​ເຮົາ. ຂໍ​ໃຫ້​ໃຈ ແລະ ຄວາມ​ຄິດ​ຂອງ​ເຮົາ​ຈົ່ງ​ຖືກ​ຍົກ​ຂຶ້ນ​ເພື່ອ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຫັນ​ອອກ​ໄປ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ.

ຂໍ​ໃຫ້​ສິ່ງ​ນີ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “ໃນ​ພຣະ​ຄຳ​ພີ​ໃໝ່, [ຄຳ​ວ່າ ທະ​ນາຍ​ຄວາມ ແມ່ນ] ທຽບ​ເທົ່າ​ກັບ ທຳ​ມະ​ຈານ, ຜູ້​ທີ່​ມີ​ອາ​ຊີບ​ເປັນ​ນັກ​ສຶກ​ສາ ແລະ ຄູ​ສອນ​ກົດ​ໝາຍ, ລວມ​ທັງ​ກົດ​ເພັນ​ຕາ​ຕຸກ, ແລະ ‘ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ປູ່​ຍ່າ​ຕາ​ຍາຍ’ (ມັດ​ທາຍ 22:35; ມາ​ຣະ​ໂກ 12:28; ລູ​ກາ 10:25)” (Bible Dictionary, “Lawyer”).

  2. ໃນ​ສະ​ໄໝ​ບູ​ຮານ, ນັກ​ສຶກ​ສາ​ຊາວ​ຢິວ​ໄດ້​ຈົດ​ຈຳ​ບັນ​ຍັດ 613 ຂໍ້​ໃນ​ພຣະ​ຄຳ​ພີ Torah ແລະ ໄດ້​ໂຕ້​ວາ​ທີ​ຢ່າງ​ແຂງ​ຂັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ທີ່​ກ່ຽວ​ພັນ​ກັນ ຂອງ​ຂໍ້​ໜຶ່ງ​ກັບ​ອີກ​ຂໍ້​ໜຶ່ງ. ບາງ​ທີ​ທະ​ນາຍ​ຄວາມ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ໃຊ້​ຄຳ​ຕອບ​ຂອງ​ພຣະ​ເຢ​ຊູ ເພື່ອ​ຕໍ່​ຕ້ານ​ພຣະ​ອົງ. ຖ້າ​ຫາກ​ພຣະ​ອົງ​ໄດ້​ກ່າວ​ວ່າ​ບັນ​ຍັດ​ຂໍ້​ໃດ​ຂໍ້​ໜຶ່ງ​ສຳ​ຄັນ​ທີ່​ສຸດ ກໍ​ອາດ​ເປີດ​ໂອ​ກາດ​ໃຫ້​ມີ​ການ​ກ່າວ​ຫາ​ພຣະ​ເຢ​ຊູ​ວ່າ ເມີນ​ເສີຍ​ຕໍ່​ກົດ​ອີກ​ແງ່​ມຸມ​ໜຶ່ງ. ແຕ່​ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ຄົນ​ທີ່​ເຂົາ​ມາ​ຈ້ອງ​ຈັບ​ພຣະ​ອົງ​ມິດ​ງຽບ ດ້ວຍ​ຂໍ້​ຄວາມ​ພື້ນ​ຖານ, ຊຶ່ງ​ປະ​ຈຸ​ບັນ​ນີ້​ເປັນ​ຮາກ​ຖານ​ສຳ​ລັບ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ສາດ​ສະ​ໜາ​ຈັກ.

  3. ມັດ​ທາຍ 22:36–40.

  4. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:15.

  5. ໂຢ​ຮັນ 14:15.

  6. ຊື່​ຂອງ​ທັງ​ສອງ​ຄົນ​ໃນ​ເລື່ອງ​ນີ້​ໄດ້​ຖືກ​ປ່ຽນ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ.

  7. ໂມ​ໄຊ​ຢາ 2:41.

  8. ມັດ​ທາຍ 22:39.

  9. 2 ນີ​ໄຟ 26:33.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5.

  11. ຊື່​ຖືກ​ປ່ຽນ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ​ຕົວ.

  12. Russell M. Nelson, “The Second Great Commandment,” Liahona, Nov. 2019, 100.

  13. ມັດ​ທາຍ 22:40.

  14. Dallin H. Oaks, “Two Great Commandments,” Liahona, Nov. 2019, 73–74.