ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ອະ​ທິ​ຖານ, ພຣະ​ອົງ​ຢູ່​ທີ່​ນັ້ນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຈົ່ງ​ອະ​ທິ​ຖານ, ພຣະ​ອົງ​ຢູ່​ທີ່​ນັ້ນ

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ຮູ້​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ທີ່​ນັ້ນ, ອະ​ທິ​ຖານ​ເພື່ອ​ຈະ​ເຕີບ​ໂຕ ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ແລະ ອະ​ທິ​ຖານ​ເພື່ອ​ຈະ​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ຄົນ​ອື່ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊື່ນ​ຊົມ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຕອບ​ສະ​ໜອງ​ຄວາມ​ປະ​ທັບ​ໃຈ​ທີ່​ຈະ​ກ່າວ​ກັບ​ເດັກ​ນ້ອຍ!

ເດັກ​ຍິງ ແລະ ເດັກ​ຊາຍ​ທັງ​ຫລາຍ, ບໍ່​ວ່າ​ພວກ​ເຈົ້າ​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ​ໃນ​ໂລກ, ຂ້າ​ພະ​ເຈົ້າ​ຢາກ​ແບ່ງ​ປັນ​ບາງ​ສິ່ງ​ກັບ​ພວກ​ເຈົ້າ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮັກ​ພວກ​ເຈົ້າ! ພວກ​ເຈົ້າ​ເປັນ​ລູກ​ຂອງ​ພຣະ​ອົງ. ພຣະ​ອົງ​ຮູ້​ຈັກ​ພວກ​ເຈົ້າ. ພຣະ​ອົງ​ປະ​ສົງ​ຈະ​ອວຍ​ພອນ​ພວກ​ເຈົ້າ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ດ້ວຍ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ.

ພວກ​ເຈົ້າ​ມັກ​ຮັບ​ຂອງ​ຂວັນ​ບໍ? ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ພວກ​ເຈົ້າ​ກ່ຽວ​ກັບ​ຂອງ​ປະ​ທານ​ພິ​ເສດ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ໃຫ້​ພວກ​ເຈົ້າ ເພື່ອ​ຊ່ວຍ​ເຫລືອ​ພວກ​ເຈົ້າ. ມັນ​ເປັນ​ຂອງ​ປະ​ທານ​ແຫ່ງ​ການ​ອະ​ທິ​ຖານ. ການ​ອະ​ທິ​ຖານ​ຊ່າງ​ເປັນ​ພອນ​ທີ່​ປະ​ເສີດ​ແທ້ໆ! ເຮົາ​ສາ​ມາດ​ເວົ້າ​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ໃນ​ທຸກ​ເວ​ລາ, ໃນ​ທຸກ​ບ່ອນ.

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ພວກ​ເດັກ​ນ້ອຍ.

ຕອນ​ພຣະ​ເຢ​ຊູ​ຢູ່​ເທິງ​ໂລກ, ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ໃຫ້​ອະ​ທິ​ຖານ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ໝັ່ນ​ຂໍ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ.”1

ພວກ​ເຈົ້າ​ສາ​ມາດ​ອະ​ທິ​ຖານ​ທູນ​ຂໍ​ຂອງ​ປະ​ທານ​ອັນ​ໃດ​ແດ່? ມີ​ຫລາຍໆ​ຢ່າງ, ແຕ່​ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ສາມ​ຢ່າງ:

  1. ອະ​ທິ​ຖານ​ເພື່ອ​ຈະ​ຮູ້.

  2. ອະ​ທິ​ຖານ​ເພື່ອ​ຈະ​ເຕີບ​ໂຕ.

  3. ອະ​ທິ​ຖານ​ເພື່ອ​ຈະ​ສະ​ແດງ.

ໃຫ້​ເຮົາ​ມາ​ກ່າວ​ກ່ຽວ​ກັບ​ແຕ່​ລະ​ຢ່າງ.

ທຳ​ອິດ, ອະ​ທິ​ຖານ​ເພື່ອ​ຈະ​ຮູ້

ພວກ​ເຈົ້າ​ຈຳ​ເປັນ​ຕ້ອງ ຮູ້ ຫຍັງ​ແດ່?

ມີ​ເພງ​ໜຶ່ງ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ທີ່​ເດັກ​ນ້ອຍ​ປະ​ຖົມ​ໄວ​ຮ້ອງ​ທົ່ວ​ໂລກ. ມັນ​ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ. ພວກ​ເຈົ້າ​ຮູ້​ບໍ​ວ່າ​ນັ້ນ​ເປັນ​ເພງ​ຫຍັງ? ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ກ້າ​ຫານ​ພໍ, ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ໃຫ້​ພວກ​ເຈົ້າ​ຟັງ!

“ພຣະ​ບິ​ດາ​ສະ​ຫວັນ, ຊົງ​ຢູ່​ທີ່​ນັ້ນ​ບໍ່? ແລະ ພຣະ​ອົງ​ໄດ້​ຍິນ ແລະ ຕອບ​ຄຳ​ສວດ​ຂອງ​ເດັກ​ເດັກ​ບໍ່?”2

ພວກ​ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ທີ່​ນັ້ນ​ແທ້ໆ, ແມ່ນ​ແຕ່​ເມື່ອ​ພວກ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ພຣະ​ອົງ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ທຸ້ມ​ເທ​ໃຈ​ຂອງ​ທ່ານ​ໃຫ້​ແກ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ. … ແລະ ແລ້ວ​ໃຫ້​ຮັບ​ຟັງ!”3 ໃຫ້​ຮັບ​ຟັງ​ສິ່ງ​ທີ່​ພວກ​ເຈົ້າ​ຮູ້​ສຶກ​ຢູ່​ໃນ​ໃຈ ແລະ ຄວາມ​ຄິດ​ທີ່​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ພວກ​ເຈົ້າ.4

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ພຣະ​ກາຍ​ທີ່​ເປັນ​ເນື້ອ​ໜັງ ແລະ ກະ​ດູກ​ທີ່​ສະ​ຫງ່າ​ລາ​ສີ ແລະ ເປັນ​ພຣະ​ບິ​ດາ​ຂອງ​ວິນ​ຍານ​ຂອງ​ພວກ​ເຈົ້າ. ເພາະ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ອຳ​ນາດ​ທັງ​ໝົດ ແລະ ຮອບ​ຮູ້​ທຸກ​ສິ່ງ​ທັງ​ປວງ, ພຣະ​ອົງ​ຈຶ່ງ​ສາ​ມາດ​ເຫັນ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ5 ແລະ ສາ​ມາດ​ໄດ້​ຍິນ​ທຸກໆ​ຄຳ​ອະ​ທິ​ຖານ. ພວກ​ເຈົ້າ​ສາ​ມາດ​ມາ ຮູ້ ດ້ວຍ​ຕົວ​ພວກ​ເຈົ້າ​ເອງ​ວ່າ ພຣະ​ອົງ​ຢູ່​ທີ່​ນັ້ນ ແລະ ວ່າ​ພຣະ​ອົງ​ຮັກ​ພວກ​ເຈົ້າ.

ເມື່ອ​ພວກ​ເຈົ້າ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຈິງ ແລະ ວ່າ​ພຣະ​ອົງ​ຮັກ​ພວກ​ເຈົ້າ, ພວກ​ເຈົ້າ​ສາ​ມາດ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ກ້າ​ຫານ ແລະ ຄວາມ​ຫວັງ! “ຈົ່ງ​ອະ​ທິ​ຖານ, ພຣະ​ອົງ​ຢູ່​ທີ່​ນັ້ນ; ຈົ່ງ​ກ່າວ​ອອກ​ມາ, ພຣະ​ອົງ​ຊົງ​ຟັງ​ຢູ່.”6

ພວກ​ເຈົ້າ​ເຄີຍ​ຮູ້​ສຶກ​ໂດດ​ດ່ຽວ​ບໍ? ມື້​ໜຶ່ງ​ຕອນ​ຫລານ​ສາວ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ ນາງ​ອາ​ສະ​ລີ ມີ​ອາ​ຍຸ​ຫົກ​ປີ, ນາງ​ເປັນ​ຄົນ​ດຽວ​ທີ່​ບໍ່​ມີ​ໝູ່​ຫລິ້ນ​ນຳ​ໃນ​ເດີ່ນ​ຫລິ້ນ​ທີ່​ໂຮງ​ຮຽນ. ຂະ​ນະ​ທີ່​ນາງ​ຢືນ​ຢູ່​ບ່ອນ​ນັ້ນ, ຮູ້​ສຶກ​ວ່າ​ບໍ່​ສຳ​ຄັນ ແລະ ບໍ່​ມີ​ໃຜ​ເຫັນ, ຄວາມ​ຄິດ​ໜຶ່ງ​ໂດຍ​ສະ​ເພາະ​ໄດ້​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ນາງ​ວ່າ: “ດຽວ​ກ່ອນ! ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ! ເຮົາ​ມີ​ພຣະ​ຄຣິດ!” ນາງ​ອາ​ສະ​ລີ​ໄດ້​ຄຸ​ເຂົ່າ​ລົງ​ໃນ​ເດີ່ນ​ຫລິ້ນ​ນັ້ນ​ເລີຍ, ກອດ​ແຂນ​ຂອງ​ນາງ, ແລະ ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທັນ​ທີ​ທີ່​ນາງ​ມືນ​ຕາ, ມີ​ເດັກ​ຍິງ​ຄົນ​ໜຶ່ງ​ອາ​ຍຸ​ດຽວ​ກັບ​ນາງ​ທີ່​ໄດ້​ຢືນ​ຢູ່​ທີ່​ນັ້ນ ໄດ້​ຖາມ​ນາງ​ຖ້າ​ວ່າ​ນາງ​ຢາກ​ຫລິ້ນ​ບໍ. ນາງ​ອາ​ສະ​ລີ​ໄດ້​ມາ​ຮູ້​ຈັກ​ວ່າ, “ເຮົາ​ສຳ​ຄັນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ວ່າ​ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ​ເລີຍ.”

ບາງ​ເທື່ອ​ພວກ​ເຈົ້າ​ອາດ​ຢາກ ຮູ້ ວ່າ​ເປັນ​ຫຍັງ​ສິ່ງ​ທີ່​ຍາກ​ກຳ​ລັງ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ ຫລື ວ່າ​ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຮັບ​ພອນ​ທີ່​ພວກ​ເຈົ້າ​ອະ​ທິ​ຖານ​ທູນ​ຂໍ. ສ່ວນ​ຫລາຍ​ແລ້ວ ຄຳ​ຖາມ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຖາມ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ່​ແມ່ນ​ວ່າ ເປັນ​ຫຍັງ ແຕ່​ວ່າ ແມ່ນ​ຫຍັງ.

ພວກ​ເຈົ້າ​ຈຳ​ໄດ້​ບໍ​ຕອນ​ທີ່​ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຫິວ​ໂຫຍ​ຂະ​ນະ​ທີ່​ເດີນ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ? ເມື່ອ​ນີ​ໄຟ ແລະ ພວກ​ອ້າຍ​ຂອງ​ເພິ່ນ​ໄດ້​ອອກ​ໄປ​ລ່າ​ສັດ, ນີ​ໄຟ​ໄດ້​ເຮັດ​ຄັນ​ທະ​ນູ​ຂອງ​ເພິ່ນ​ຫັກ. ແຕ່​ເພິ່ນ​ບໍ່​ໄດ້​ຖາມ​ວ່າ​ເປັນ​ຫຍັງ.

ຮູບ​ພາບ
ນີ​ໄຟ​ຖາມ​ລີ​ໄຮ​ວ່າ​ຈະ​ໄປ​ຫາ​ອາ​ຫານ​ຢູ່​ບ່ອນ​ໃດ.

ນີ​ໄຟ​ໄດ້​ເຮັດ​ທະ​ນູ​ຄັນ​ໃໝ່ ແລະ ໄດ້​ຖາມ​ບິ​ດາ​ຂອງ​ເພິ່ນ, ລີ​ໄຮ, ວ່າ​ເພິ່ນ​ຈະ​ໄປ​ຫາ​ອາ​ຫານ​ຢູ່​ບ່ອນ​ໃດ. ລີ​ໄຮ​ໄດ້​ອະ​ທິ​ຖານ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ພວກ​ເພິ່ນ​ເຫັນ​ບ່ອນ​ທີ່​ນີ​ໄຟ​ສາ​ມາດ​ໄປ.7 ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຊີ້​ນຳ​ພວກ​ເຈົ້າ ເມື່ອ​ພວກ​ເຈົ້າ​ທູນ​ຖາມ​ພຣະ​ອົງ​ເຖິງ ສິ່ງ ທີ່​ພວກ​ເຈົ້າ​ສາ​ມາດ​ເຮັດ ແລະ ສິ່ງ ທີ່​ພວກ​ເຈົ້າ​ສາ​ມາດ​ຮຽນ​ຮູ້.

ສອງ, ອະ​ທິ​ຖານ​ເພື່ອ​ຈະ​ເຕີບ​ໂຕ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ພວກ​ເຈົ້າ ເຕີບ​ໂຕ! ພຣະ​ອົງ​ຮັກ​ພວກ​ເຈົ້າ​ຫລາຍ ຈົນ​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ມາ​ເພື່ອ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວິ​ທີ​ທີ່​ຈະ​ດຳ​ລົງ​ຊີ​ວິດ.8 ພຣະ​ເຢ​ຊູ​ໄດ້​ທົນ​ທຸກ​ທໍ​ລະ​ມາ, ໄດ້​ສິ້ນ​ພຣະ​ຊົນ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ແລະ ເຕີບ​ໂຕ ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ພວກ​ເຈົ້າ​ຢາກ ເຕີບ​ໂຕ ໃນ​ຄວາມ​ອົດ​ທົນ ຫລື ໃນ​ຄວາມ​ຊື່​ສັດ​ບໍ? ພວກ​ເຈົ້າ​ຢາກ ເຕີບ​ໂຕ ໃນ​ທັກ​ສະ​ໃດ​ໜຶ່ງ​ບໍ? ບາງ​ທີ​ພວກ​ເຈົ້າ​ເປັນ​ຄົນ​ຂີ້​ອາຍ ແລະ ຢາກ ເຕີບ​ໂຕ ໃນ​ຄວາມ​ກ້າ​ຫານ. “ຈົ່ງ​ອະ​ທິ​ຖານ, ພຣະ​ອົງ​ຢູ່​ທີ່​ນັ້ນ”!9 ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ຫົວ​ໃຈ​ຂອງ​ພວກ​ເຈົ້າ​ສາ​ມາດ​ປ່ຽນ​ໄປ, ແລະ ພວກ​ເຈົ້າ​ສາ​ມາດ​ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ.

ເພື່ອນ​ໃໝ່​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ ຊື່ ໂຈ​ນາ ໄດ້​ຂຽນ​ວ່າ: “ຂ້າ​ນ້ອຍ​ມັກ​ຈະ​ຮູ້​ສຶກ​ກັງ​ວົນ​ຕອນ​ໄປ​ໂຮງ​ຮຽນ​ໃນ​ຕອນ​ເຊົ້າ. ຂ້າ​ນ້ອຍ​ເປັນ​ຫ່ວງ​ເລື່ອງ​ການ​ໄປ​ຊ້າ, ການ​ລືມ​ບາງ​ສິ່ງ, ແລະ ການ​ສອບ​ເສັງ. ຕອນ​ຂ້າ​ນ້ອຍ​ອາ​ຍຸ 10 ປີ, ຂ້າ​ນ້ອຍ​ໄດ້​ເລີ່ມ​ອະ​ທິ​ຖານ​ຕອນ​ຂີ່​ລົດ​ໄປ​ໂຮງ​ຮຽນ​ກັບ​ແມ່​ຂ້າ​ນ້ອຍ. ຂ້າ​ນ້ອຍ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ທີ່​ຂ້າ​ນ້ອຍ​ຕ້ອງ​ການ, ແລະ ຂ້າ​ນ້ອຍ​ອະ​ທິ​ຖານ​ເພື່ອ​ຄອບ​ຄົວ​ດ້ວຍ. ຂ້າ​ນ້ອຍ​ຍັງ​ຄິດ​ເຖິງ​ສິ່ງ​ທີ່​ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ນຳ​ອີກ. [ການ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້] ຊ່ວຍ​ຂ້າ​ນ້ອຍ. ບາງ​ເທື່ອ​ຂ້າ​ນ້ອຍ​ບໍ່​ຮູ້​ສຶກ​ສະ​ບາຍ​ໃຈ​ໃນ​ທັນ​ທີ​ທີ່​ຂ້າ​ນ້ອຍ​ອອກ​ຈາກ​ລົດ, ແຕ່​ເມື່ອ​ຂ້າ​ນ້ອຍ​ໄປ​ເຖິງ​ຫ້ອງ​ຮຽນ ຂ້າ​ນ້ອຍ​ກໍ​ຮູ້​ສຶກ​ວ່າ​ມີ​ຄວາມ​ສະ​ຫງົບ.”10

ສັດ​ທາ​ຂອງ​ໂຈ​ນາ ເຕີບ​ໂຕ ເມື່ອ​ລາວ​ອະ​ທິ​ຖານ​ທຸກ​ວັນ ແລະ ແລ້ວ​ດຳ​ເນີນ​ໄປ​ໜ້າ.

ສາມ, ອະ​ທິ​ຖານ​ເພື່ອ​ຈະ​ສະ​ແດງ

ພວກ​ເຈົ້າ​ສາ​ມາດ​ອະ​ທິ​ຖານ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ ທີ່​ຈະ ສະ​ແດງ ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕໍ່​ຄົນ​ອື່ນ.11 ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ສັງ​ເກດ​ເຫັນ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ໂສກ​ເສົ້າ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ສາ​ມາດ​ປອບ​ໂຍນ​ພວກ​ເຂົາ. ພຣະ​ອົງ​ສາ​ມາດ​ຊ່ວຍ​ພວກ​ເຈົ້າ ສະ​ແດງ ຄວາມ​ຮັກ​ຂອງ​ພຣະ​ອົງ ໂດຍ​ການ​ໃຫ້​ອະ​ໄພ​ຄົນ​ໃດ​ຄົນ​ໜຶ່ງ. ພຣະ​ອົງ​ສາ​ມາດ​ປະ​ທານ​ຄວາມ​ກ້າ​ຫານ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ຈະ​ຮັບ​ໃຊ້​ຄົນ​ໃດ​ຄົນ​ໜຶ່ງ ແລະ ແບ່ງ​ປັນ​ກັບ​ພວກ​ເຂົາ​ວ່າ ພວກ​ເຂົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ພວກ​ເຈົ້າ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຮູ້​ຈັກ ແລະ ຮັກ​ພຣະ​ເຢ​ຊູ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ດັ່ງ​ທີ່​ພວກ​ເຈົ້າ​ຮູ້ ແລະ ຮັກ.12

ຕະ​ຫລອດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ໃຫ້​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ແມ່ນ​ແຕ່​ຕອນ​ເປັນ​ເດັກ​ນ້ອຍ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ວ່າ​ມີ​ພອນ​ຢ່າງ​ຫລວງ​ຫລາຍ​ທີ່ ເພິ່ນ ສາ​ມາດ​ໄດ້​ຮັບ. ຄອບ​ຄົວ ຂອງ​ພວກ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ການ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ຄອບ​ຄົວ, ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ເພິ່ນ​ເລື້ອຍໆ, ແຕ່​ເພິ່ນ​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ບໍ່​ບັງ​ຄັບ​ໃຫ້​ໃຜ​ເລືອກ.13 ພຣະ​ອົງ​ສາ​ມາດ​ສົ່ງ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ມາ​ໃຫ້​ໃນ​ວິ​ທີ​ທາງ​ອື່ນ.

ຮູບ​ພາບ
ປະ​ທານ ຜອດ​ເທີ ກັບ​ພໍ່​ແມ່ ແລະ ພວກ​ນ້ອງ​ຊາຍ​ຂອງ​ເພິ່ນ.

ເມື່ອ​ຂ້າ​ພະ​ເຈົ້າ​ໃຫຍ່​ພໍ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ປິ​ຕຸ​ພອນ​ຂອງ​ຂ້າ​ພະ​ເຈົ້າ. ຢູ່​ໃນ​ພອນ​ນັ້ນ, ປິ​ຕຸ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ໄດ້​ຢູ່​ນຳ​ກັນ​ໃນ​ສະ​ຫວັນ​ແມ່ນ ໃຫ້​ເປັນ​ຕົວ​ຢ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ນັ້ນ​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໄດ້!

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ຊີ​ວິດ​ເຖິງ 86 ປີ. ຫ້າ​ວັນ​ຫລັງ​ຈາກ​ເພິ່ນ​ໄດ້​ເສຍ​ຊີ​ວິດ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້​ສຶກ​ອັນ​ສັກ​ສິດ​ແຫ່ງ​ຄວາມ​ຊື່ນ​ຊົມ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ໃຫ້​ຂ້າ​ພະ​ເຈົ້າ​ຮູ້ ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ວ່າ ພໍ່​ຂອງ​ຂ້າ​ພະ​ເຈົ້າ​ຢາກ​ຮັບ​ພອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ! ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ ວັນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ອ້ອມ​ແທ່ນ​ບູ​ຊາ​ຢູ່​ໃນ​ພຣະ​ວິ​ຫານ ພ້ອມ​ກັບ​ເອື້ອຍ​ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຜະ​ນຶກ​ເຂົ້າ​ກັນ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ອະ​ທິ​ຖານ​ເພື່ອ​ພອນ​ນີ້​ຕອນ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ປະ​ຖົມ​ໄວ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ນີ້​ຕອນ​ຂ້າ​ພະ​ເຈົ້າ​ເປັນ​ແມ່​ຕູ້.

ບາງ​ທີ​ພວກ​ເຈົ້າ​ກໍ​ກຳ​ລັງ​ອະ​ທິ​ຖານ​ເພື່ອ​ພອນ​ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ເຈົ້າ ແລະ ຄົນ​ອື່ນ​ທີ່​ພວກ​ເຈົ້າ​ຮັກ. ຢ່າ​ຍອມ​ແພ້​ເດີ! ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ ສະ​ແດງ ໃຫ້​ພວກ​ເຈົ້າ​ເຫັນ​ສິ່ງ​ທີ່​ພວກ​ເຈົ້າ​ສາ​ມາດ​ເຮັດ​ໄດ້.

ໃຫ້​ແບ່ງ​ປັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສິ່ງ​ທີ່​ຢູ່​ໃນ​ໃຈ​ຂອງ​ພວກ​ເຈົ້າ.14 ຂະ​ນະ​ທີ່​ພວກ​ເຈົ້າ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ດ້ວຍ​ຄວາມ​ຈິງ​ໃຈ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ເພື່ອ​ນຳ​ພາ​ພວກ​ເຈົ້າ.15 ການ​ອະ​ທິ​ຖານ​ທຸກໆ​ວັນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ທີ່​ມີ​ໃຫ້​ແກ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ນີ້​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ຢາກ​ຕິດ​ຕາມ​ພວກ​ພຣະ​ອົງ​ໄປ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຈົ້າ!

ໃຫ້​ຈິນ​ຕະ​ນາ​ການ​ວ່າ ຈະ​ເກີດ​ຫຍັງ​ຂຶ້ນ ຖ້າ​ຫາກ​ເດັກ​ນ້ອຍ​ທຸກ​ຄົນ​ໃນ ອາ​ຟຣິ​ກາ, ອາ​ເມ​ຣິ​ກາ​ໃຕ້, ອາ​ຊີ, ເອີ​ຣົບ, ອາ​ເມ​ຣິ​ກາ​ເໜືອ, ແລະ ອົດ​ສະ​ຕາ​ລີ ອະ​ທິ​ຖານ​ທຸກໆ​ວັນ. ຕະ​ຫລອດ​ທັງ​ໂລກ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ!

ຮູບ​ພາບ
ເດັກ​ນ້ອຍ​ຕະ​ຫລອດ​ທົ່ວ​ໂລກ​ອະ​ທິ​ຖານ.

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້ ອະ​ທິ​ຖານ​ເພື່ອ​ຈະ​ຮູ້ ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ທີ່​ນັ້ນ, ອະ​ທິ​ຖານ​ເພື່ອ​ຈະ​ເຕີບ​ໂຕ ເພື່ອ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ, ແລະ ອະ​ທິ​ຖານ​ເພື່ອ​ຈະ​ສະ​ແດງ ຄວາມ​ຮັກ​ຂອງ​ພຣະ​ອົງ​ຕໍ່​ຄົນ​ອື່ນ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ແລະ ຮັກ ພວກ​ເຈົ້າ. “ຈົ່ງ​ອະ​ທິ​ຖານ, ພຣະ​ອົງ​ຢູ່​ທີ່​ນັ້ນ.” ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.