ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ຍິນ​ຄຳ​ອ້ອນ​ວອນ​ດ້ວຍ​ນ້ຳ​ຕາ​ຂອງ​ທ່ານ ແລະ ຈະ​ຕອບ​ສະ​ໜອງ​ສະ​ເໝີ​ໃນ​ປັນ​ຍາ​ທີ່​ສົມ​ບູນ​ແບບ.

ພວກ​ເຮົາ​ຮັກ​ທ່ານ, ແອວ​ເດີ ເຄຍ​ຣັນ. ຂ້າ​ພະ​ເຈົ້າ​ຂໍ​ຢືມ​ສຳ​ນຽງ​ນັ້ນ​ຈັກ 10 ນາ​ທີ​ໄດ້​ບໍ?

ປາດ​ຖະ​ໜາ​ການ​ມະ​ຫັດ​ສະ​ຈັນ

ໃນ​ພຣະ​ຄຳ​ພີ​ໃໝ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ ບາ​ຣະ​ຕີ​ມາຍ ທີ່​ຕາ​ບອດ, ຜູ້​ຮ້ອງ​ຫາ​ພຣະ​ເຢ​ຊູ​ດ້ວຍ​ຄວາມ​ປາດ​ຖະ​ໜາ​ການ​ມະ​ຫັດ​ສະ​ຈັນ. “ພຣະ​ເຢ​ຊູ​ກໍ​ກ່າວ​ແກ່​ລາວ​ວ່າ, ຈົ່ງ​ໄປ​ສາ; ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ. ແລະ ທັນ​ໃດ​ນັ້ນ ລາວ​ກໍ​ເຫັນ​ຮຸ່ງ​ໄດ້.”1

ໃນ​ອີກ​ໂອ​ກາດ​ໜຶ່ງ, ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເມືອງ​ເບັດ​ສາ​ອີ​ດາ ໂຫຍ​ຫາ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ. ກົງ​ກັນ​ຂ້າມ, ການ​ມະ​ຫັດ​ສະ​ຈັນ​ນີ້ ບໍ່​ໄດ້​ເກີດ​ຂຶ້ນ​ມາ​ໃນ​ທັນ​ທີ. ແຕ່, ພຣະ​ເຢ​ຊູ​ໄດ້​ໃຫ້​ພອນ​ລາວ ສອງ​ຄັ້ງ ກ່ອນ​ທີ່​ລາວ​ຈະ “ເຫັນ​ທຸກ​ຢ່າງ​ໄດ້​ຈະ​ແຈ້ງ​ດີ.”2

ໃນ​ຕົວ​ຢ່າງ​ທີ​ສາມ, ອັກ​ຄະ​ສາ​ວົກ ໂປ​ໂລ “ໄດ້​ອະ​ທິ​ຖານ​ຕໍ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເຖິງ​ສາມ​ຄັ້ງ” ໃນ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ,3 ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ເຮົາ​ຮູ້​ກັນ, ການ​ວິງ​ວອນ​ອັນ​ຈິງ​ໃຈ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ.

ຜູ້​ຄົນ​ສາມ​ປະ​ເພດ. ປະ​ສົບ​ການ​ພິ​ເສດ​ສາມ​ປະ​ເພດ.

ດັ່ງ​ນັ້ນ, ຄຳ​ຖາມ​ໜຶ່ງ​ກໍ​ຄື: ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ໄດ້​ຮັບ​ຄຳ​ຕອບ​ຕາມ​ຄວາມ​ປາດ​ຖະ​ໜາ​ສຳ​ລັບ​ການ​ມະ​ຫັດ​ສະ​ຈັນ​ຂອງ​ເຂົາ​ຢ່າງ​ໄວ​ວາ, ໃນ​ຂະ​ນະ​ທີ່​ບາງ​ຄົນ​ພັດ​ຍັງ​ຕ້ອງ​ລໍ​ຖ້າ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໄປ​ດ້ວຍ​ຄວາມ​ອົດ​ທົນ?4 ເຮົາ​ອາດ​ຈະ​ບໍ່​ຮູ້​ເຖິງ​ຄຳ​ວ່າ ເປັນ​ຫຍັງ, ແຕ່​ດ້ວຍ​ຄວາມ​ກະ​ຕັນ​ຍູ, ເຮົາ​ຈະ​ຮູ້​ສະ​ເໝີ​ວ່າ ຜູ້​ໃດ ທີ່ “ຮັກ [ເຮົາ]”5 ແລະ “[ກະ​ທຳ] ທຸກ​ຢ່າງ​ເພື່ອ​ຄວາມ​ຜາ​ສຸກ ແລະ ຄວາມ​ສຸກ​ສະ​ບາຍ [ຂອງ​ເຮົາ].”6

ຈຸດ​ປະ​ສົງ​ອັນ​ສັກ​ສິດ

ພຣະ​ເຈົ້າ, ຜູ້​ຊົງ​ເຫັນ​ຈຸດ​ຈົບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ,7 ໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ວ່າ, “ຄວາມ​ຍາກ​ລຳ​ບາກ​ຂອງ​ເຈົ້າ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ.”8 ແລະ ຈະ​ຖືກ​ອຸ​ທິດ​ຖວາຍ “ເພື່ອ​ຄວາມ​ດີ​ຂອງ​ເຈົ້າ.”9

ເພື່ອ​ຊ່ວຍ​ໃຫ້​ເຮົາ​ພົບ​ຄວາມ​ໝາຍ​ເພີ່ມ​ເຕີມ​ໃນ​ການ​ທົດ​ລອງ​ຂອງ​ເຮົາ, ແອວ​ເດີ ອໍ​ສັນ ແອັຟ ວິດ​ນີ ໄດ້​ປະ​ກາດ​ວ່າ: “ບໍ່​ມີ​ຄວາມ​ເຈັບ​ປວດ​ໃດ​ທີ່​ເຮົາ​ທົນ​ທຸກ, ບໍ່​ມີ​ການ​ທົດ​ລອງ​ໃດ​ທີ່​ເຮົາ​ປະ​ສົບ​ຈະ​ໄຮ້​ປະ​ໂຫຍດ. ມັນ​ເຮັດ​ໜ້າ​ທີ່​ໃຫ້​ຄວາມ​ຮູ້​ແກ່​ເຮົາ. … ທຸກ​ສິ່ງ … ທີ່​ເຮົາ​ອົດ​ທົນ [ໄດ້​ຢ່າງ​ດົນ​ນານ] … ເສີມ​ສ້າງ​ລັກ​ສະ​ນະ​ຂອງ​ເຮົາ, ຊຳ​ລະ​ລ້າງ​ໃຈ​ຂອງ​ເຮົາ, ພັດ​ທະ​ນາ​ຈິດ​ວິນ​ຍານ​ຂອງ​ເຮົາ, ແລະ ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ອ່ອນ​ໂຍນ​ກວ່າ ແລະ ມີ​ໃຈ​ເພື່ອ​ແຜ່​ຫລາຍ​ກວ່າ. … ເປັນ​ເພາະ​ຜ່ານ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ໂສກ​ເສົ້າ, ວຽກ​ງານ​ໜັກ ແລະ ຄວາມ​ລຳ​ບາກ​ຍາກ​ແຄ້ນ​ນີ້​ແຫລະ ທີ່​ເຮົາ​ມາ​ທີ່​ນີ້​ເພື່ອ​ໃຫ້​ມີ​ຄວາມ​ຮູ້​ຫລາຍ​ຂຶ້ນ ຊຶ່ງ​ຈະ​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ [ພຣະ​ບິ​ດາ ແລະ ພຣະ​ມານ​ດາ​ຂອງ​ເຮົາ​ໃນ​ສະ​ຫວັນ] ຫລາຍ​ຂຶ້ນ.”10

ການ​ເຂົ້າ​ໃຈ​ວ່າ “ອຳ​ນາດ​ຂອງ​ພຣະ​ຄຣິດ [ຈະ] ຄຸ້ມ​ຄອງ​ປ້ອງ​ກັນ [ເພິ່ນ] ໄວ້” ໃນ​ຄວາມ​ທຸກ​ຂອງ​ເພິ່ນ, ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ກ່າວ​ດ້ວຍ​ຄວາມ​ຖ່ອມ​ວ່າ, “ດ້ວຍ​ວ່າ​ເຮົາ​ອ່ອນ​ແຮງ​ເມື່ອ​ໃດ, ເຮົາ​ກໍ​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ນັ້ນ.”11

ການ​ທົດ​ລອງ​ຂອງ​ຊີ​ວິດ​ພິ​ສູດ​ເຮົາ.12 ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກໍ​ຍັງ “ໄດ້​ຮຽນ​ຮູ້​ທີ່​ຈະ … ນອບ​ນ້ອມ​ເຊື່ອ​ຟັງ” ແລະ ຖືກ​ເຮັດ “ໃຫ້​ເຖິງ​ທີ່​ສຳ​ເລັດ​ໂດຍ​ການ​ທົນ​ທຸກ​ທໍ​ລະ​ມານ.”13

ແລະ ໃນ​ມື້​ໜຶ່ງ​ພຣະ​ອົງ​ຈະ​ກ່າວ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ວ່າ, “ຈົ່ງ​ເບິ່ງ, ເຮົາ​ໄດ້​ທົດ​ສອບ ພວກ​ເຈົ້າ, ດ້ວຍ​ແປວ​ໄຟ, ເຮົາ​ໄດ້​ເລືອກ ເຈົ້າ ໃນ​ເຕົາ​ໄຟ​ແຫ່ງ​ຄວາມ​ທຸກ.”14

ການ​ມາ​ໄວ້​ວາງ​ໃຈ​ໃນ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ​ຄື​ການ​ສູດ​ຄວາມ​ຫວັງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທີ່​ອ່ອນ​ແຮງ ແລະ ຈຸດ​ປະ​ກາຍ​ຄວາມ​ມຸ່ງ​ໝັ້ນ​ໃນ​ລະ​ດູ​ການ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ເຈັບ​ປວດ​ໃຈ.15

ມຸມ​ມອງ​ທີ່​ສັກ​ສິດ

ຫລາຍ​ປີ​ຜ່ານ​ມາ​ແລ້ວ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ອັນ​ມີ​ຄ່າ​ນີ້​ວ່າ: “ຂະ​ນະ​ທີ່​ເຮົາ​ເບິ່ງ​ທຸກ​ສິ່ງ​ດ້ວຍ​ມຸມ​ມອງ​ນິ​ລັນ​ດອນ, ມັນ​ຈະ​ຊ່ວຍ​ແບ່ງ​ເບົາ​ພາ​ລະ​ຂອງ​ເຮົາ​ລົງ​ຢ່າງ​ຫລວງ​ຫລາຍ.”16

ຮູບ​ພາບ
ຮໍ​ລີ ແລະ ເທຣ ພອດ​ເຕີ

ເມື່ອ​ບໍ່​ດົນ​ມາ​ນີ້, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຈຽວ ແລະ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ນີ້​ໃນ​ຊີ​ວິດ​ທີ່​ຊື່​ສັດ​ຂອງ ຮໍ​ລີ ແລະ ຣິກ ພອດ​ເຕີ, ຜູ້​ທີ່​ໄດ້​ສູນ​ເສຍ​ລູກ​ຊາຍ​ໄວ​ອາ​ຍຸ 12 ປີ, ເທຣ, ຊຶ່ງ​ເສຍ​ຊີ​ວິດ​ຈາກ​ເຫດ​ການ​ໄຟ​ໄໝ້​ທີ່​ໜ້າ​ເສົ້າ​ສະ​ຫລົດ​ໃຈ. ດ້ວຍ​ມື ແລະ ຕີນ​ທີ່​ຖືກ​ໄຟ​ໄໝ້​ຢ່າງ​ຮຸນ​ແຮງ ຈາກ​ເຫດ​ການ​ທີ່​ກ້າ​ຫານ​ຂອງ​ລາວ ທີ່​ໄດ້​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ຊີ​ວິດ​ລູກ​ຊາຍ​ທີ່​ຮັກ​ຂອງ​ລາວ, ຕໍ່​ມາ​ຮໍ​ລີ​ໄດ້​ເປັນ​ພະ​ຍານ​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຫວອດ ເຖິງ​ສັນ​ຕິ​ສຸກ ແລະ ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ລົງ​ມາ​ເທິງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃນ​ເວ​ລາ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ​ໃຈ, ໂດຍ​ໃຊ້​ຖ້ອຍ​ຄຳ​ເຊັ່ນ ປະ​ຕິ​ຫານ, ເຫລືອ​ເຊື່ອ, ແລະ ອັດ​ສະ​ຈັນ.

ຮູບ​ພາບ
ການ​ປະ​ສານ​ມື​ແຫ່ງ​ການ​ປິ່ນ​ປົວ.

ຄວາມ​ໂສກ​ເສົ້າ​ທີ່​ເກືອບ​ຈະ​ທົນ​ບໍ່​ໄຫວ​ຂອງ​ແມ່​ຜູ້​ລ້ຳ​ຄ່າ​ຄົນ​ນີ້​ໄດ້​ຖືກ​ທົດ​ແທນ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ​ທີ່​ເໜືອ​ກວ່າ ດ້ວຍ​ຄວາມ​ຄິດ​ນີ້: “ມື​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ພຣະ​ຫັດ​ທີ່​ຊ່ວຍ​ເຫລືອ. ພຣະ​ຫັດ​ເຫລົ່າ​ນັ້ນ​ເປັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ! ແທນ​ທີ່​ຈະ​ແນມ​ເບິ່ງ​ຮອຍ​ແປ້ວ​ຂອງ​ຕົວ​ເອງ​ເພື່ອ​ຕອກ​ຢ້ຳ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້, ຂ້າ​ພະ​ເຈົ້າ​ຈື່​ຈຳ​ຮອຍ​ແປ້ວ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ຊົງ​ທົນ​ຮັບ​ໄວ້.”

ການ​ເປັນ​ພະ​ຍານ​ຂອງ​ນາງ​ຮໍ​ລີ​ໄດ້​ເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ສາດ​ສະ​ດາ​ຂອງ​ເຮົາ​ເກີດ​ເປັນ​ຈິງ: “ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ, ທ່ານ​ຈະ​ເບິ່ງ​ການ​ທົດ​ລອງ ແລະ ການ​ຕໍ່​ຕ້ານ​ໃນ​ມຸມ​ມອງ​ໃໝ່.”17

ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ຄວາມ​ທ້າ​ທາຍ​ທີ່​ເຮົາ​ຕ້ອງ​ເອົາ​ຊະ​ນະ ແລະ ການ​ເຕີບ​ໃຫຍ່​ຈາກ​ຄວາມ​ຍາກ​ລຳ​ບາກ​ຢູ່​ໃນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ແລ້ວ ເມື່ອ​ພຣະ​ເຈົ້າ​ໄດ້​ສະ​ເໜີ​ແຜນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ໃນ​ໂລກ​ກ່ອນ​ເກີດ. ເຮົາ​ຄວນ​ຕອບ​ຮັບ​ຄວາມ​ທ້າ​ທາຍ​ດຽວ​ນີ້ ໂດຍ​ຮູ້​ແລ້ວ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ເຮົາ. ແຕ່​ເປັນ​ເລື່ອງ​ສຳ​ຄັນ​ຫລາຍ​ທີ່​ເຮົາ​ຈະ​ຫັນ​ໄປ​ເພິ່ງ​ພາ​ພຣະ​ອົງ. ໂດຍ​ປາດ​ສະ​ຈາກ​ພຣະ​ເຈົ້າ, ປະ​ສົບ​ການ​ທີ່​ມືດ​ມົວ​ຂອງ​ການ​ທົນ​ທຸກ ແລະ ທໍ​ລະ​ມານ ຈະ​ເປັນ​ໜ້າ​ທໍ້​ຖອຍ​ໃຈ, ໝົດ​ຫວັງ, ແລະ ແມ່ນ​ແຕ່​ຂົມ​ຂື່ນ.”18

ຫລັກ​ທຳ​ທີ່​ສັກ​ສິດ

ເພື່ອ​ຫລີກ​ລ້ຽງ​ຈາກ​ຄວາມ​ມືດ​ມົນ​ຂອງ​ຄວາມ​ບໍ່​ພໍ​ໃຈ ແລະ ພົບ​ສັນ​ຕິ​ສຸກ, ຄວາມ​ຫວັງ, ແລະ ແມ່ນ​ແຕ່​ຄວາມ​ຊື່ນ​ຊົມ ໃນ​ຊ່ວງ​ທີ່​ມີ​ຄວາມ​ທ້າ​ທາຍ​ອັນ​ລຳ​ບາກ​ຂອງ​ຊີ​ວິດ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຫລັກ​ທຳ​ທີ່​ສູງ​ສົ່ງ​ສາມ​ຢ່າງ​ເພື່ອ​ເປັນ​ການ​ເຊື້ອ​ເຊີນ.

ໜຶ່ງ—ສັດ​ທາ​ທີ່​ເຂັ້ມ​ແຂງ​ມາ​ຈາກ​ການ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ມາ​ກ່ອນ.19 “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ,” ພຣະ​ອົງ​ປະ​ກາດ; “ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.”20 ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ:

“ເພາະ​ຊີ​ວິດ​ນິ​ລັນ​ດອນ [ຂອງ​ເຮົາ] ແມ່ນ​ຂຶ້ນ​ຢູ່​ກັບ​ສັດ​ທາ [ຂອງ​ເຮົາ] ໃນ [ພຣະ​ຄຣິດ] ແລະ ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”21

“ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຕໍ່​ສູ້​ກັບ​ຄວາມ​ເຈັບ​ປວດ​ແສນ​ສາ​ຫັດ​ທີ່​ເກີດ​ຈາກ​ອາ​ການ​ບາດ​ເຈັບ​ເມື່ອ​ບໍ່​ດົນ​ມາ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊາບ​ຊຶ້ງ​ຫລາຍ​ຂຶ້ນ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ຂອງ​ປະ​ທານ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ທີ່​ບໍ່​ອາດ​ຈະ​ເຂົ້າ​ໃຈ​ໄດ້. ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ນີ້! ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ທົນ​ກັບ ‘ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ​ທໍ​ລະ​ມານ ແລະ ຖືກ​ລໍ້​ລວງ​ໃນ​ທຸກ​ຮູບ​ແບບ’ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ປອບ​ໂຍນ​ເຮົາ, ປິ່ນ​ປົວ​ເຮົາ, [ແລະ] ຊ່ວຍ​ກູ້​ເຮົາ​ໃນ​ຍາມ​ຈຳ​ເປັນ.”22

ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “ອາ​ການ​ບາດ​ເຈັບ​ຂອງ​ຂ້າ​ພະ​ເຈົ້າ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ ‘ຄວາມ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ.’ ໃນ​ລະ​ຫວ່າງ​ການ​ຮັກ​ສາ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ອຳ​ນາດ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ​ດ້ວຍ​ວິ​ທີ​ທີ່​ສະ​ຫງົບ​ສຸກ ແລະ ບໍ່​ຜິດ​ພ້ຽນ.”23

“ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ: ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ,” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໃຫ້​ກຳ​ລັງ​ໃຈ; “ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”24

ສອງ—ຄວາມ​ຫວັງ​ທີ່​ສົດ​ໃສ​ຫລາຍ​ຂຶ້ນ​ເກີດ​ຈາກ​ການ​ຈິນ​ຕະ​ນາ​ການ​ເຖິງ​ຈຸດ​ໝາຍ​ນິ​ລັນ​ດອນ​ຂອງ​ເຮົາ.25 ໃນ​ການ​ກ່າວ​ເຖິງ​ພະ​ລັງທີ່​ມີ​ຢູ່​ໃນ​ການ​ຮັກ​ສາ “ນິ​ມິດ​ກ່ຽວ​ກັບ​ພອນ​ທີ່​ສັນ​ຍາ​ໄວ້​ອັນ​ໜ້າ​ເຫລືອ​ເຊື່ອ​ຂອງ​ພຣະ​ບິ​ດາ … ຕໍ່​ໜ້າ​ຕໍ່​ຕາ​ເຮົາ​ທຸກ​ຄົນ,” ຊິດ​ສະ​ເຕີ ລິນ​ດາ ຣີບສ໌ ໄດ້​ເປັນ​ພະ​ຍານ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ຖືກ​ທົດ​ລອງ​ຫລາຍ, ແຕ່​ມັນ​ເປັນ​ຄວາມ​ຮູ້​ສຶກ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ລາງ​ວັນ​ນັ້ນ​ຍິ່ງ​ໃຫຍ່, … ເປັນ​ໜ້າ​ຊື່ນ​ຊົມ ແລະ ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ແທ້ໆ ຈົນ​ວ່າ​ໃນ​ມື້​ທີ່​ໄດ້​ຮັບ​ລາງ​ວັນ​ນັ້ນ, ເຮົາ​ຈະ​ກ່າວ​ກັບ​ພຣະ​ບິ​ດາ​ທີ່​ຊົງ​ເມດ​ຕາ ແລະ ຊົງ​ຮັກ​ຂອງ​ເຮົາ​ວ່າ, ‘ມີ​ແຕ່​ເທົ່າ​ນັ້ນ​ບໍ​ທີ່​ຖືກ​ຮຽກ​ຮ້ອງ?’ … ມັນ​ຈະ​ສຳ​ຄັນ​ຫຍັງ … ສິ່ງ​ທີ່​ເຮົາ​ທົນ​ທຸກ​ທໍ​ລະ​ມານ​ໃນ​ເວ​ລາ​ນີ້ ຖ້າ​ຫາກ​ໃນ​ທີ່​ສຸດ ການ​ທົດ​ລອງ​ເຫລົ່າ​ນັ້ນ … ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ … ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ?”26

ປະ​ທານ​ແນວ​ສັນ​ໄດ້​ແບ່ງ​ປັນ​ຄວາມ​ຮູ້​ແຈ້ງ​ນີ້​ວ່າ: “ລອງ​ພິ​ຈາ​ລະ​ນາ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໂຈ​ເຊັບ ສະ​ມິດ ເມື່ອ​ເພິ່ນ​ໄດ້​ທູນ​ຂໍ​ການ​ບັນ​ເທົາ​ທຸກ​ໃນ​ຄຸກ​ລີ​ເບີ​ຕີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ສາດ​ສະ​ດາ​ວ່າ ການ​ກະ​ທຳ​ຢ່າງ​ໄຮ້​ມະ​ນຸດ​ສະ​ທຳ ຈະ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ປະ​ສົບ​ການ ແລະ ເປັນ​ຜົນ​ດີ​ສຳ​ລັບ​ເພິ່ນ. ‘ຖ້າ​ຫາກ​ເຈົ້າ​ອົດ​ທົນ​ມັນ​ໄດ້​ດີ,’ ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ, ‘ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ.’ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ໂຈ​ເຊັບ​ໃຫ້​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ ແລະ ຈິນ​ຕະ​ນາ​ການ​ເຖິງ​ລາງ​ວັນ​ນິ​ລັນ​ດອນ ແທນ​ທີ່​ຈະ​ສຸມ​ໃຈ​ໃສ່​ກັບ​ຄວາມ​ຍາກ​ລຳ​ບາກ​ແສນ​ສາ​ຫັດ​ຂອງ​ມື້​ນັ້ນ.”27

ການ​ປ່ຽນ​ແປງ​ມຸມ​ມອງ​ຂອງ​ໂຈ​ເຊັບ​ໄດ້​ນຳ​ເອົາ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຢ່າງ​ເລິກ​ເຊິ່ງ, ດັ່ງ​ທີ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ຈົດ​ໝາຍ​ທີ່​ຂຽນ​ຫາ​ໝູ່​ສະ​ບັບ​ນີ້: “ຫລັງ​ຈາກ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ກຳ​ແພງ​ຄຸກ​ເປັນ​ເວ​ລາ​ຫ້າ​ເດືອນ ເບິ່ງ​ຄື​ວ່າ​ຈິດ​ໃຈ​ຂອງ​ຂ້ອຍ​ອ່ອນ​ໂຍນ​ຫລາຍ​ຂຶ້ນ​ຫລັງ​ຈາກ​ນີ້​ຫລາຍ​ກວ່າ​ທີ່​ເຄີຍ​ເປັນ​ມາ​ກ່ອນ. … ຂ້ອຍ​ຄິດ​ວ່າ​ຂ້ອຍ​ຈະ​ບໍ່​ມີ​ວັນ​ຮູ້​ສຶກ​ເຖິງ​ສິ່ງ​ທີ່​ຂ້ອຍ​ເປັນ​ຢູ່​ໃນ​ຕອນ​ນີ້ ຖ້າ​ວ່າ​ຂ້ອຍ​ບໍ່​ຕ້ອງ​ໄດ້​ທົນ​ຮັບ​ຄວາມ​ຜິດ​ທີ່​ຂ້ອຍ​ຕ້ອງ​ເຈັບ​ປວດ.”28

ສາມ—ພະ​ລັງ​ທີ່​ຍິ່ງ​ໃຫຍ່​ກວ່າ​ເກີດ​ຈາກ​ການ​ສຸມ​ໃຈ​ໃສ່​ຄວາມ​ຊື່ນ​ຊົມ.29 ໃນ​ຊ່ວງ​ເວ​ລາ​ນິ​ລັນ​ດອນ​ທີ່​ສຳ​ຄັນ ແລະ ເຈັບ​ປວດ​ທີ່​ສຸດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ບໍ່​ໄດ້​ຢຸດ​ສະ​ຫງັກ ແຕ່​ໄດ້​ຮັບ​ເອົາ​ຈອກ​ອັນ​ຂົມ​ຂື່ນ​ນັ້ນ.30 ພຣະ​ອົງ​ເຮັດ​ແນວ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຮຽນ​ຮູ້​ວ່າ, “[ພຣະ​ຄຣິດ] ໄດ້​ຊົງ​ອົດ​ທົນ​ຕໍ່​ໄມ້​ກາງ​ແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນ​ດີ​ທີ່​ຕັ້ງ​ໄວ້​ຕໍ່​ໜ້າ​ພຣະ​ອົງ,”31 ພຣະ​ປະ​ສົງ​ຂອງ​ພຣະ​ອົງ “ຄື​ພຣະ​ອົງ​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ສະ​ເໝີ.”32

ຮູບ​ພາບ
ພຣະ​ຄຣິດ​ໃນ​ສວນ​ເຄັດ​ເຊ​ມາ​ເນ.

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊາບ​ຊຶ້ງ​ກັບ​ວະ​ລີ ທີ່​ວ່າ “ກືນ​ເຂົ້າ​ໄປ”. ຄວາມ​ສົນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຍິ່ງ​ເພີ່ມ​ຂຶ້ນ​ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ​ໃນ​ພາ​ສາ​ສະ​ເປນ, “ກືນ​ເຂົ້າ​ໄປ” ຖືກ​ແປ​ວ່າ “ບໍ​ລິ​ໂພກ”; ໃນ​ພາ​ສາ​ເຢຍ​ລະ​ມັນ, ແປ​ວ່າ “ກືນ​ກິນ”; ແລະ ໃນ​ພາ​ສາ​ຈີນ, ແປ​ວ່າ “ກືນ.” ດ້ວຍ​ເຫດ​ນີ້, ເມື່ອ​ຄວາມ​ທ້າ​ທາຍ​ໃນ​ຊີ​ວິດ​ເປັນ​ສິ່ງ​ທີ່​ເຈັບ​ປວດ ແລະ ກົດ​ດັນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ຈື່​ຈຳ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ວ່າ​ເຮົາ “ຈະ​ບໍ່​ຕ້ອງ​ຮັບ​ທຸກ​ອັນ​ໃດ​ເລີຍ, ນອກ​ຈາກ [ຈະ] ຖືກ​ກືນ [ບໍ​ລິ​ໂພກ, ກືນ​ກິນ, ແລະ ກືນ] ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ.”33

ຂ້າ​ພະ​ເຈົ້າ​ເຫັນ​ຄວາມ​ຊື່ນ​ຊົມ​ນີ້​ໃນ​ພວກ​ທ່ານ​ຫລາຍໆ​ຄົນ, ຊຶ່ງ “[ທ້າ​ທາຍ] … ຄວາມ​ເຂົ້າ​ໃຈ​ຂອງ​ມະ​ນຸດ,”34 ເຖິງ​ແມ່ນ​ດ້ວຍ​ຈອກ​ອັນ​ຂົມ​ຂື່ນ​ຂອງ​ທ່ານ​ຍັງ​ບໍ່​ຖືກ​ເລື່ອນ​ອອກ​ໄປ​ກໍ​ຕາມ. ຂໍ​ຂອບ​ໃຈ​ສຳ​ລັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ ແລະ ສຳ​ລັບ​ການ​ຢືນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ.35 ຂໍ​ຂອບ​ໃຈ​ທີ່​ເອື້ອມ​ອອກ​ມາ​ເພື່ອ​ອວຍ​ພອນ​ເຮົາ​ທຸກ​ຄົນ, ຂະ​ນະ​ທີ່ “ໃນ​ໃຈ​ງຽບ​ງັນ [ຂອງ​ທ່ານ] ຊ້ອນ​ໂສ​ກາ​ຊຶ່ງ​ດວງ​ຕາ​ຄົ້ນ​ຫາ​ບໍ່​ພົບ.”36 ເພາະ​ເມື່ອ​ທ່ານ​ນຳ​ເອົາ​ການ​ບັນ​ເທົາ​ທຸກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ສູ່​ຄົນ​ອື່ນ, ທ່ານ​ຈະ​ພົບ​ມັນ​ໃນ​ຕົວ​ຂອງ​ທ່ານ​ເອງ, ປະ​ທານ​ຄະ​ມຽວ ຈອນ​ສັນ ໄດ້​ສິດ​ສອນ.37

ຄຳ​ສັນ​ຍາ​ອັນ​ສັກ​ສິດ

ບັດ​ນີ້, ກັບ​ຄືນ​ໄປ​ກັບ​ຂ້າ​ພະ​ເຈົ້າ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ກັບ​ຄອບ​ຄົວ​ຂອງ ຮໍ​ລີ ພອດ​ເຕີ ທີ່​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.38 ໃນ​ຂະ​ນະ​ທີ່​ກຳ​ລັງ​ໄຕ່​ຕອງ​ຢູ່​ທີ່​ແທ່ນ​ປາ​ໄສ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ຫຍັງ​ດີ ທີ່​ອາດ​ຈະ​ຊ່ວຍ​ປອບ​ໃຈ​ຄອບ​ຄົວ​ທີ່​ໂດດ​ເດັ່ນ​ນີ້ ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ, ກໍ​ເກີດ​ຄວາມ​ຄິດ​ນີ້: “ຈົ່ງ​ໃຊ້​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.”39 ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ປິດ​ໃນ​ວັນ​ນີ້ ໂດຍ​ໃຊ້​ຄຳ​ເວົ້າ​ອັນ​ດຽວ​ກັນ​ກັບ​ວັນ​ຊະ​ບາ​ໂຕ​ມື້​ນັ້ນ, ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ອົງ, “ຊຶ່ງ​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ຖືກ​ບາດ​ເຈັບ.”40

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ, ແລະ ແບກ​ພາ​ລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.”41

“ເຮົາ​ຈະ​ໃຫ້​ພາ​ລະ​ແບກ​ຫາບ​ຢູ່​ບ່າ​ຂອງ​ພວກ​ເຈົ້າ​ເບົາ​ບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າ​ບໍ່​ຮູ້​ສຶກ​ວ່າ ມີ​ຫຍັງ​ຢູ່​ເທິງ​ຫລັງ​ເລີຍ, ເຖິງ​ແມ່ນ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ເປັນ​ທາດ; … ພວກ​ເຈົ້າ​ຈະ​ຮູ້​ຈັກ​ຢ່າງ​ແນ່​ນອນ​ວ່າ ເຮົາ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ເຮົາ​ໃນ​ຄວາມ​ທຸກ​ຂອງ​ພວກ​ເຂົາ.”42

“ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ​ທັງ​ຫລາຍ​ໄວ້​ໃຫ້​ເປັນ​ກຳ​ພ້າ: ເຮົາ​ຈະ​ມາ​ຫາ​ພວກ​ເຈົ້າ.”43

ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ

ດ້ວຍ​ຄວາມ​ຄາ​ລະ​ວະ​ຢ່າງ​ຊື່ນ​ຊົມ​ຍິນ​ດີ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຊົງ​ພຣະ​ຊົນ​ຢູ່ ແລະ “ຄຳ​ສັນ​ຍາ​ຕ່າງໆ​ຂອງ​ພຣະ​ອົງ​ນັ້ນ​ແນ່​ນອນ.”44 ໂດຍ​ສະ​ເພາະ​ທ່ານ​ຜູ້​ທີ່​ກຳ​ລັງ​ທຸກ​ໃຈ ຫລື ຜູ້​ທີ່ “ເປັນ​ທຸກ​ອັນ​ໃດ,”45 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ຍິນ​ຄຳ​ອ້ອນ​ວອນ​ດ້ວຍ​ນ້ຳ​ຕາ​ຂອງ​ທ່ານ​46 ແລະ ຈະ​ຕອບ​ສະ​ໜອງ​ສະ​ເໝີ​ໃນ​ປັນ​ຍາ​ທີ່​ສົມ​ບູນ​ແບບ.47 “ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ປະ​ທານ​ພອນ​ໃຫ້​ກັບ​ທ່ານ,” ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ຄອບ​ຄົວ​ຂອງ​ພວກ​ເຮົາ ໃນ​ຍາມ​ຂັດ​ສົນ​ຫລາຍ​ທີ່​ສຸດ, “ເພື່ອ​ພາ​ລະ​ຂອງ​ທ່ານ​ຈະ​ເບົາ​ລົງ,”48 ແມ່ນ​ແຕ່ “ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ.”49 ໃນ​ພຣະ​ນາມ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມາ​ຣະ​ໂກ 10:52; ເນັ້ນ​ຄຳ​ເນີ້ງ.

  2. ມາ​ຣະ​ໂກ 8:25.

  3. 2 ໂກ​ຣິນ​ໂທ 12:8; ເນັ້ນ​ຄຳ​ເນີ້ງ.

  4. ເບິ່ງ ເພງ​ສັນ​ລະ​ເສີນ 130:5.

  5. 1 ນີ​ໄຟ 11:17.

  6. ຮີ​ລາ​ມັນ 12:2; ເບິ່ງ 2 ນີ​ໄຟ 26:24 ນຳ​ອີກ.

  7. ເບິ່ງ ອັບ​ຣາ​ຮາມ 2:8.

  8. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7.

  9. 2 ນີ​ໄຟ 2:2.

  10. Orson F. Whitney, ໃນ Teachings of Presidents of the Church: Spencer W. Kimball (2006), 16.

  11. 2 ໂກ​ຣິນ​ໂທ 12:9–10.

  12. ເບິ່ງ ອັບ​ຣາ​ຮາມ 3:25–26.

  13. ເຮັບ​ເຣີ 5:8; 2:10.

  14. 1 ນີ​ໄຟ 20:10; ເນັ້ນ​ຄຳ​ເນີ້ງ.

  15. ເບິ່ງ 2 ນີ​ໄຟ 4:19–35.

  16. ການ​ສົນ​ທະ​ນາ​ສ່ວນ​ຕົວ​ກັບ​ແອວ​ເດີ ຣະ​ໂຊ ເອັມ ແນວ​ສັນ, ເດືອນ​ເມ​ສາ 2011.

  17. Russell M. Nelson, “Think Celestial!,” Liahona, Nov. 2023, 118.

  18. D. Todd Christofferson, “The Refining Fire of Affliction,” Liahona, Mar. 2022, 7; ເນັ້ນ​ຄຳ​ເນີ້ງ.

  19. ເບິ່ງ Russell M. Nelson, “Let God Prevail,” Liahona, Nov. 2020, 94.

  20. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  21. Russell M. Nelson, “Think Celestial!,” 118.

  22. Russell M. Nelson, “Think Celestial!,” 117. ປະ​ທານ​ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ທ່ານ​ດີ້ນ​ລົນ​ຕໍ່​ສູ້, ເມື່ອ​ທ່ານ​ຖືກ​ປະ​ຕິ​ເສດ, ເມື່ອ​ທ່ານ​ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່ ແລະ ຖືກ​ຂັບ​ໄລ່​ອອກ​ໄປ ແລະ ຖືກ​ດູ​ຖູກ​ດູ​ໝິ່ນ ທ່ານ​ກຳ​ລັງ​ຖືກ​ປະ​ຕິ​ບັດ​ຄື​ກັນ​ກັບ​ຄົນ​ທີ່​ດີ​ທີ່​ສຸດ​ທີ່​ເຄີຍ​ຢູ່​ເທິງ​ໂລກ​ນີ້, ຄົນ​ດຽວ​ທີ່​ເຄີຍ​ມີ​ຊີ​ວິດ​ບໍ​ລິ​ສຸດ ແລະ ດີ​ພ້ອມ. ທ່ານ​ມີ​ເຫດ​ຜົນ​ໃຫ້​ຢືນ​ຢັດ​ໝັ້ນ​ຄົງ ແລະ ກະ​ຕັນ​ຍູ​ທີ່​ພຣະ​ບຸດ​ຜູ້​ຊົງ​ພຣະ​ຊົນ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່​ຮູ້​ຈັກ​ທຸກ​ສິ່ງ​ກ່ຽວ​ກັບ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ທ່ານ” (“Missionary Work and the Atonement,” Ensign, Mar. 2001, 15).

  23. Russell M. Nelson, “Think Celestial!,” 117, ເບິ່ງ ແອວ​ມາ 7:11–12 ນຳ​ອີກ.

  24. ໂຢ​ຮັນ 16:33.

  25. ເບິ່ງ 2 ນີ​ໄຟ 31:20; ອີ​ເທີ 12:4; ໂມ​ໂຣ​ໄນ 7:48.

  26. Linda S. Reeves, “Worthy of Our Promised Blessings,” Liahona, Nov. 2015, 11.

  27. Russell M. Nelson, “Think Celestial!,” 118.

  28. Joseph Smith, letter to Presendia Huntington Buell, Mar. 15, 1839, josephsmithpapers.org.

  29. ເບິ່ງ Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 81–84.

  30. ເບິ່ງ ມາ​ຣະ​ໂກ 4:35–41.

  31. ເຮັບ​ເຣີ 12:2.

  32. ໂມ​ໄຊ​ຢາ 15:7.

  33. ແອວ​ມາ 31:38; ເບິ່ງ ເພງ​ສັນ​ລະ​ເສີນ 30:5; ໂຢ​ຮັນ 15:10–11; 1 ເທ​ສະ​ໂລ​ນິກ 1:6; ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ຢາ​ໂກ​ໂບ 1:2 (ໃນ ຢາ​ໂກ​ໂບ 1:2, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ); 2 ນີ​ໄຟ 2:25; 9:18; ແອວ​ມາ 26:6–7, 11, 27, 37; 28:8; 33:23; 36:20–21; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:76; ໂມ​ເຊ 5:10–11 ນຳ​ອີກ.

  34. “ບໍ່​ພຽງ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ຄວາມ​ສະ​ຫງົບ​ທີ່ ‘ເກີນ​ຄວາມ​ເຂົ້າ​ໃຈ’ [ຟີ​ລິບ​ປອຍ 4:7], ເທົ່າ​ນັ້ນ ແຕ່​ພຣະ​ອົງ​ກໍ​ຍັງ​ສະ​ເໜີ​ພະ​ລັງ ແລະ ຄວາມ​ສຸກ​ທັງ​ຫລາຍ​ທີ່​ເກີນກວ່າ​ເຫດ​ຜົນ ຫລື ຄວາມ​ເຂົ້າ​ໃຈ​ຂອງ​ມະ​ນຸດ​ນຳ​ອີກ. ຍົກ​ຕົວ​ຢ່າງ, ເບິ່ງ​ຄື​ວ່າ​ຈະ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ເມື່ອ​ລູກ​ຂອງ​ທ່ານ​ທົນ​ທຸກ​ຢູ່​ກັບ​ຄວາມ​ເຈັບ​ປ່ວຍ​ທີ່​ປິ່ນ​ປົວ​ບໍ່​ຫລາຍ ຫລື ເມື່ອ​ທ່ານ​ໄດ້​ຕົກ​ງານ ຫລື ເມື່ອ​ຄູ່​ຄອງ​ຂອງ​ທ່ານ​ໄດ້​ນອກ​ໃຈ​ທ່ານ. ແຕ່ນັ້ນ​ແຫລະ​ຄື​ຄວາມ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີ​ໃຫ້​ເຮົາ. ຄວາມ​ສຸກ​ຂອງ​ພຣະ​ອົງ​ແມ່ນ​ສະ​ໝ່ຳ​ສະ​ເໝີ, ໃຫ້​ເຮົາ​ແນ່​ໃຈ​ວ່າ ‘ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7] ແລະ ຖືກ​ຕັ້ງ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ​ເອງ” (Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 82).

  35. ເບິ່ງ ໂມ​ໄຊ​ຢາ 24:14; ແອວ​ມາ 33:23. ປີ​ກາຍ​ນີ້, ຈຽວ ແລະ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ພອລ​ລາ ​ຍິງ​ສາວ​ສວຍ​ຊາວກວາ​ເຕ​ມາ​ລາ ທີ່​ກຳ​ລັງ​ດີ້ນ​ລົນ​ຕໍ່​ສູ້​ກັບ​ໂຣກ​ມະ​ເລັງ​ຢ່າງ​ໜັກ. ຄຳ​ຕອບ​ຂອງ​ນາງ​ຕໍ່​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ ວ່າ​ນາງ​ຮູ້​ສຶກ​ແນວ​ໃດ​ທີ່​ໄດ້​ປະ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາດ​ລືມ​ໄດ້​ໃນ​ຄວາມ​ຄິດ ແລະ ໃຈ​ຂອງ​ພວກ​ເຮົາ: “ຂ້າ​ນ້ອຍ​ຮູ້​ສຶກ​ກະ​ຕັນ​ຍູ,” ໄວ​ລຸ້ນ​ທີ່​ຖ່ອມ​ຕົວ​ຄົນ​ນີ້​ໄດ້​ຕອບ​ຢ່າງ​ງຽບໆ ເກືອບ​ຈະ​ເປັນ​ສຽງ​ກະ​ຊິບ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ສິ່ງ​ນັ້ນ​ໃຫ້​ຂ້າ​ນ້ອຍ ບໍ່​ແມ່ນ​ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ.” ແລ້ວ, ເຖິງ​ແມ່ນ​ວ່າ​ລາວ​ຮູ້​ສຶກ​ບໍ່​ສະ​ບາຍ, ນາງ; ນ້ອງ​ສາວ​ຂອງ​ນາງ, ຊື່​ຊາ​ໄຣ​ຢາ; ແລະ ພໍ່​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ໄປ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສອງ​ຄັ້ງ​ຕໍ່​ຍິງ​ໝ້າຍ​ອາ​ວຸ​ໂສ​ສອງ​ຄົນ ຊຶ່ງ​ມີ​ຄວາມ​ຕ້ອງ​ການ​ສ່ວນ​ຕົວ ແລະ ຄວາມ​ທ້າ​ທາຍ​ຂອງ​ເຂົາ​ເຈົ້າ​ເອງ​ຢ່າງ​ຫລວງ​ຫລາຍ.

  36. “Lord, I Would Follow Thee,” Hymns, no. 220.

  37. ເບິ່ງ Camille N. Johnson, “Jesus Christ Is Relief,” Liahona, May 2023, 81; ເບິ່ງ ລູ​ກາ 23:34, 43; ໂຢ​ຮັນ 19:26–27 ນຳ​ອີກ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ແບ່ງ​ປັນ​ຂໍ້​ຄິດ​ທີ່​ສວຍ​ງາມ​ນີ້, ໂດຍ​ການ​ຊັກ​ຊວນ​ວ່າ “ເມື່ອ, ເວ​ລາ​ນີ້, ເຮົາ​ເອງ​ບໍ່​ໄດ້​ຖືກ​ຕຶງ​ກາງ​ແຂນ​ອັນ​ໃດ​ອັນ​ໜຶ່ງ, ເຮົາ​ອາດ​ຈະ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ດຽວ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ກໍ​ເປັນ​ໄດ້—ຈົ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຊ່ວຍ​ໃຫ້​ຄວາມ​ສົດ​ຊື່ນ​ທາງ​ວິນ​ຍານ” (“Endure It Well,” Ensign, May 1990, 34).

  38. ເບິ່ງ ແອວມາ 7:12.

  39. ເບິ່ງ Dallin H. Oaks, “The Teachings of Jesus Christ,” Liahona, May 2023, 102–5.

  40. ຢາ​ໂຄບ 2:8; ເບິ່ງ Neil L. Andersen, “Wounded,” Liahona, Nov. 2018, 83–86 ນຳ​ອີກ.

  41. ມັດ​ທາຍ 11:28; ເບິ່ງ ມັດ​ທາຍ 28:20: “ນີ້​ແຫລະ, ເຮົາ​ຢູ່​ກັບ​ເຈົ້າ​ທັງ​ຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກ​ນີ້” ນຳ​ອີກ.

  42. ໂມ​ໄຊ​ຢາ 24:14.

  43. ໂຢ​ຮັນ 14:18.

  44. “ເຮົາ​ເປັນ​ລູກ​ຂອງພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:3 ນຳ​ອີກ.

  45. 3 ນີ​ໄຟ 17:7; ເບິ່ງ ແອວ​ມາ 36:3, 27 ນຳ​ອີກ.

  46. ເບິ່ງ ອົບ​ພະ​ຍົບ 2:24; 3:7; ໂມ​ໄຊ​ຢາ 24:12.

  47. ເບິ່ງ 2 ນີ​ໄຟ 2:24; ໂມ​ໄຊ​ຢາ 4:9; ເອ​ຊາ​ຢາ 55:9. “ເຮົາ​ຈະ​ໄດ້​ຮັບ​ພອນ​ບາງ​ຢ່າງ​ໄວ, ບາງ​ຢ່າງ​ຊ້າ, ແລະ ພອນ​ບາງ​ຢ່າງ​ກໍ​ຈະ​ບໍ່​ໄດ້​ຮັບ​ຈົນ​ກວ່າ​ຮອດ​ສະ​ຫວັນ; ແຕ່​ສຳ​ລັບ​ຜູ້​ຍຶດ​ໝັ້ນ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແມ່ນ​ຈະ​ໄດ້​ຮັບ ພອນ​ແທ້ໆ” (Jeffrey R. Holland,“An High Priest of Good Things to Come,” Ensign, Nov. 1999, 38).

  48. ແອວ​ມາ 33:23.

  49. ແອວ​ມາ 31:38; ເບິ່ງ ເພງ​ສັນ​ລະ​ເສີນ 30:5; ໂຢ​ຮັນ 15:10–11; 1 ເທ​ສະ​ໂລ​ນິກ 1:6; ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ຢາ​ໂກ​ໂບ 1:2 (ໃນ ຢາ​ໂກ​ໂບ 1:2, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ); 2 ນີ​ໄຟ 2:25; 9:18; ແອວ​ມາ 26:6–7, 11, 27, 37; 28:8; 33:23; 36:20–21; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:76; ໂມ​ເຊ 5:10–11 ນຳ​ອີກ.