ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ລາຍ​ງານ​ຂອງ​ພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ, ປີ 2023
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ລາຍ​ງານ​ຂອງ​ພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ, ປີ 2023

ຮຽນ ຝ່າຍ​ປະ​ທານ​ສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ອ້າຍ​ນ້ອງ​ທັງ​ຫລາຍ: ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ໂດຍ​ການ​ເປີດ​ເຜີຍ​ໃນ ພາກ​ທີ 120 ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ສະ​ພາ​ຈັດ​ການ​ເລື່ອງ​ເງິນ​ສ່ວນ​ສິບ—ຊຶ່ງ​ປະ​ກອບ​ດ້ວຍ​ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ຝ່າຍ​ອະ​ທິ​ການ​ຄວບ​ຄຸມ—ມີ​ສິດ​ອຳ​ນາດ​ໃນ​ການ​ໃຊ້​ຈ່າຍ​ເງິນ​ທຶນ​ຂອງ​ສາດ​ສະ​ໜາ​ຈັກ. ພະ​ແນກ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ໃຊ້​ຈ່າຍ​ເງິນ​ທຶນ​ຕາມ​ທີ່​ງົບ​ປະ​ມານ​ຖືກ​ອະ​ນຸ​ມັດ, ຕາມ​ນະ​ໂຍ​ບາຍ, ແລະ ຕາມ​ລະ​ບຽບ.

ພະ​ແນກ​ກວດ​ສອບ​ບັນ​ຊີ, ຊຶ່ງ​ຮ່ວມ​ດ້ວຍ​ເຈົ້າ​ໜ້າ​ທີ່​ອື່ນໆ​ລະ​ດັບ​ມື​ອາ​ຊີບ ແລະ ເປັນ​ໜ່ວຍ​ທີ່​ເຮັດ​ວຽກ​ຢ່າງ​ເປັນ​ອິດ​ສະ​ລະ ໂດຍ​ບໍ່​ຂຶ້ນ​ຢູ່​ກັບ​ພະ​ແນກ ແລະ ໜ່ວຍ​ງານ​ໃດໆ​ຂອງ​ສາດ​ສະ​ໜາ​ຈັກ, ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ກວດ​ສອບ​ເພື່ອ​ໃຫ້​ແນ່​ໃຈ​ກ່ຽວ​ກັບ​ລາຍ​ໄດ້, ລາຍ​ຈ່າຍ, ແລະ ການ​ປົກ​ປ້ອງ​ດູ​ແລ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ.

ອີງ​ຕາມ​ການ​ດຳ​ເນີນ​ງານ​ການ​ກວດ​ສອບ, ພະ​ແນກ​ກວດ​ສອບ​ບັນ​ຊີ​ລົງ​ຄວາມ​ເຫັນ​ວ່າ, ລາຍ​ໄດ້, ລາຍ​ຈ່າຍ, ແລະ ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ ສຳ​ລັບ​ປີ 2023 ໄດ້​ຖືກ​ບັນ​ທຶກ ແລະ ປະ​ຕິ​ບັດ​ຕາມ​ລະ​ບົບ​ບັນ​ຊີ​ງົບ​ປະ​ມານ, ຕາມ​ລະ​ບຽບ​ຂອງ​ການ​ປະ​ຕິ​ບັດ​ບັນ​ຊີ, ແລະ ຕາມ​ນະ​ໂຍ​ບາຍ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ສາດ​ສະ​ໜາ​ຈັກ. ສາດ​ສະ​ໜາ​ຈັກ​ເຮັດ​ຕາມ​ການ​ປະ​ຕິ​ບັດ​ທີ່​ສອນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ວ່າ ໃຫ້​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຂອບ​ເຂດ​ງົບ​ປະ​ມານ, ຫລີກ​ເວັ້ນ​ໜີ້​ສິນ, ແລະ ອອມ​ສິນ​ໄວ້​ສຳ​ລັບ​ໃນ​ຍາມ​ທີ່​ຂັດ​ສົນ.

ດ້ວຍ​ຄວາມ​ນັບ​ຖື​ເປັນ​ຢ່າງ​ສູງ,

ພະ​ແນກ​ກວດ​ສອບ​ບັນ​ຊີ​ຂອງ​ສາດ​ສະ​ໜາ​ຈັກ

ແຈ​ເຣັດ ບີ ລາ​ສັນ

ຫົວ​ໜ້າ​ຜູ້​ອຳ​ນວຍ​ການ