ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ

ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ອັນ​ສັກ​ສິດ​ແຫ່ງ​ການ​ຮຽນ​ຮູ້ ເພື່ອ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ສູງ​ກວ່າ ແລະ ບໍ​ລິ​ສຸດ​ກວ່າ​ຂອງ​ພຣະ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ເຮົາ​ໄດ້​ຮັບ​ການ​ຕໍ່​ອາ​ຍຸ​ທາງ​ວິນ​ຍານ ດ້ວຍ​ຂ່າວ​ສານ​ທີ່​ດົນ​ໃຈ ຈາກ​ຜູ້​ນຳ​ຂອງ​ເຮົາ​ໃນ​ທ້າຍ​ອາ​ທິດ​ນີ້ ແລະ ປິ​ຕິ​ຍິນ​ດີ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ເອີ້ນ​ວ່າ “ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.” ຄວາມ​ໝັ້ນ​ໃຈ​ນີ້​ແມ່ນ​ງຽບໆ ແຕ່​ເປັນ​ການ​ຮັບ​ຮອງ​ທີ່​ແນ່​ນອນ​ໃນ​ການ​ຮັບ​ພອນ​ທີ່​ພຣະ​ເຈົ້າ​ສັນ​ຍາ​ສຳ​ລັບ​ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ຕົນ ແລະ ເປັນ​ທີ່​ຕ້ອງ​ການ​ຫລາຍ ທ່າມ​ກາງ​ສະ​ຖາ​ນະ​ການ​ທ້າ​ທາຍ ຂອງ​ວັນ​ເວ​ລາ​ຂອງ​ເຮົາ.

ການ​ກໍ່​ສ້າງ​ບ້ານ​ໃໝ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ທົ່ວ​ໂລກ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ປິ​ຕິ​ຍິນ​ດີ​ອັນ​ຍິ່ງ​ໃຫຍ່ ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ມັນ​ຮັບ​ໃຊ້​ເປັນ​ສັນ​ຍາ​ລັກ​ຂອງ​ການ​ຂະ​ຫຍາຍ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເມື່ອ​ສະ​ທ້ອນ​ຄິດ​ເຖິງ​ປະ​ສົບ​ການ​ທີ່​ສ້າງ​ແຮງ​ບັນ​ດານ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ໃນ​ການ​ອຸ​ທິດ​ພຣະ​ວິ​ຫານ ແຟ​ເຕີ ຣິ​ເວີ ຄາ​ລິ​ຟໍ​ເນຍ ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ບາງ​ເທື່ອ​ພວກ​ເຮົາ​ຫລົງ​ໄຫລ​ໄປ​ກັບ​ຄວາມ​ຕື່ນ​ເຕັ້ນ​ທີ່​ຈະ​ມີ​ພຣະ​ວິ​ຫານ​ໃໝ່ ໃນ​ເມືອງ ແລະ ຊຸມ​ຊົນ​ຂອງ​ເຮົາ ແລະ ລະ​ເລີຍ​ຈາກ​ຈຸດ​ປະ​ສົງ​ອັນ​ສັກ​ສິດ​ຂອງ​ພັນ​ທະ​ສັນ​ຍາ​ສັກ​ສິດ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ.

ຢູ່​ທາງ​ໜ້າ​ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ ມີ​ຂໍ້​ຄວາມ​ທີ່​ໜັກ​ແໜ້ນ​ວ່າ: “ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.”1 ຖ້ອຍ​ຄຳ​ທີ່​ດົນ​ໃຈ​ເຫລົ່າ​ນີ້​ເປັນ​ຄຳ​ເຊື້ອ​ເຊີນ​ທີ່​ແຈ່ມ​ແຈ້ງ ວ່າ​ເມື່ອ​ເຮົາ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ອັນ​ສັກ​ສິດ​ແຫ່ງ​ການ​ຮຽນ​ຮູ້ ເພື່ອ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ສູງ​ກວ່າ ແລະ ບໍ​ລິ​ສຸດ​ກວ່າ​ຂອງ​ພຣະ​ຄຣິດ. ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ຄວາມ​ບໍ​ລິ​ສຸດ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ໄດ້​ຮັບ​ພະ​ລັງ​ທີ່​ຈະ​ປ່ຽນ​ແປງ, ຕໍ່​ອາ​ຍຸ​ທາງ​ວິນ​ຍານ​ຂອງ​ເຮົາ, ແລະ ເພີ່ມ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ໃຫ້​ເລິກ​ເຊິ່ງ. ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ນຳ​ເອົາ​ຄວາມ​ບໍ​ລິ​ສຸດ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ເຮົາ ແລະ ສ້າງ​ຄວາມ​ຜູກ​ພັນ​ອັນ​ສັກ​ສິດ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ສັນ​ຍາ​ວ່າ​ເຮົາ​ຈະ​ສາ​ມາດ​ສືບ​ທອດ​ຂອງ​ປະ​ທານ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.2 ຜົນ​ຂອງ​ການ​ເດີນ​ທາງ​ທີ່​ສັກ​ສິດ​ນີ້​ແມ່ນ​ວ່າ ເຮົາ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ທີ່​ສັກ​ສິດ​ກວ່າ ແລະ ສູງ​ກວ່າ ສຳ​ລັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ພາຍ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ທີ່​ໄດ້​ເຮັດ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ.

ຄວາມ​ໝັ້ນ​ໃຈ​ເຊັ່ນ​ນັ້ນ​ເປັນ​ຈຸດ​ສູງ​ສຸດ​ຂອງ​ການ​ເຊື່ອມ​ຕໍ່​ອັນ​ສູງ​ສົ່ງ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ ແລະ ສາ​ມາດ​ຊ່ວຍ​ເຮົາ​ເພີ່ມ​ທະ​ວີ​ການ​ອຸ​ທິດ​ຕົນ ແລະ ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ມັນ​ເສີມ​ສ້າງ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັກ ແລະ ຮັບ​ໃຊ້​ຄົນ​ອື່ນ, ແລະ ມັນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ບໍ​ລິ​ສຸດ ທີ່​ນັບ​ມື້​ນັບ​ມືດ​ມົວ ແລະ ທໍ້​ຖອຍ. ມັນ​ເຮັດ​ໃຫ້​ເຮົາ​ເອົາ​ຊະ​ນະ​ເມັດ​ພືດ​ຂອງ​ຄວາມ​ສົງ​ໄສ ແລະ ຄວາມ​ໝົດ​ຫວັງ, ຄວາມ​ຢ້ານ​ກົວ ແລະ ຄວາມ​ອຸກ​ອັ່ງ, ຄວາມ​ເຈັບ​ປວດ​ໃຈ ແລະ ຄວາມ​ສິ້ນ​ຫວັງ ທີ່​ສັດ​ຕູ​ພະ​ຍາ​ຍາມ​ເຂົ້າ​ໄປ​ໃນ​ຫົວ​ໃຈ​ຂອງ​ເຮົາ ໂດຍ​ສະ​ເພາະ​ໃນ​ເວ​ລາ​ທີ່​ຊີ​ວິດ​ມີ​ຄວາມ​ຍາກ​ລຳ​ບາກ, ການ​ທົດ​ລອງ​ຍາວ​ນານ, ຫລື ສະ​ຖາ​ນະ​ການ​ຫຍຸ້ງ​ຍາກ. ຂໍ້​ພຣະ​ຄຳ​ພີ​ຂໍ້​ໜຶ່ງ​ໃຫ້​ຄຳ​ແນະ​ນຳ​ທີ່​ດີ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ຂະ​ນະ​ທີ່​ເຮົາ​ມຸ້ງ​ໜ້າ​ເຂົ້າ​ໄປ​ໃນ​ລົມ​ແຮງ​ຂອງ​ການ​ທ້າ​ທາຍ​ທາງ​ໂລກ​ໃນ​ປະ​ຈຸ​ບັນ: “ຢ່າ​ໄດ້​ປະ​ຖິ້ມ​ຄວາມ​ໝັ້ນ​ໃຈ​ຂອງ​ເຈົ້າ.”3

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຜູ້​ທີ່​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ຢ່າງ​ແທ້​ຈິງ​ໃນ​ພັນ​ທະ​ສັນ​ຍາ ທີ່​ເຮັດ​ໄວ້​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ຈະ​ມີ​ກອງ​ກຳ​ລັງ​ທີ່​ຊົງ​ພະ​ລັງ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ເຂົ້າ​ເຖິງ​ໃນ​ຊີ​ວິດ​ນີ້.

ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ປີ​ນີ້, ເຮົາ​ໄດ້​ເຫັນ​ວິ​ທີ​ທີ່​ນີ​ໄຟ​ໄດ້​ສະ​ແດງ​ຕົວ​ຢ່າງ​ຂອງ​ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ປະ​ເພດ​ນີ້​ຢ່າງ​ສວຍ​ງາມ ຜ່ານ​ທາງ​ຄວາມ​ຊື່​ສັດ​ຂອງ​ເພິ່ນ ເມື່ອ​ເພິ່ນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຜ່າຍ​ແພ້ ແລະ ການ​ທ້າ​ທາຍ​ຄື​ກັນ​ກັບ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ນີ​ໄຟ, ເຖິງ​ແມ່ນ​ວ່າ​ຈະ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ​ເພາະ​ຄວາມ​ຢ້ານ​ກົວ ແລະ ການ​ຂາດ​ສັດ​ທາ​ຂອງ​ເລ​ມັນ ແລະ ເລ​ມູ​ເອນ, ແຕ່​ຍັງ​ໝັ້ນ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ແຜ່ນ​ຈາ​ລຶກ​ໃຫ້​ເຂົາ​ເຈົ້າ. ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ເພິ່ນ​ວ່າ: “ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ແລະ ຕາບ​ໃດ​ທີ່​ພວກ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່, ພວກ​ເຮົາ​ຈະ​ບໍ່​ລົງ​ໄປ​ຫາ​ບິ​ດາ​ຂອງ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຈົນ​ກວ່າ​ຈະ​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຮົາ.”4 ເພາະ​ຄວາມ​ໝັ້ນ​ໃຈ​ຂອງ​ນີ​ໄຟ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພິ່ນ​ຈຶ່ງ​ສາ​ມາດ​ບັນ​ລຸ​ສິ່ງ​ທີ່​ເພິ່ນ​ຖືກ​ບັນ​ຊາ​ໃຫ້​ເຮັດ.5 ຕໍ່​ມາ, ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ, ນີ​ໄຟ​ໄດ້​​ເຫັນ​ອິດ​ທິ​ພົນ​ຂອງ​ຄວາມ​ໝັ້ນ​ໃຈ​ປະ​ເພດ​ນີ້, ໂດຍ​ຂຽນ​ວ່າ “ຂ້າ​ພະ​ເຈົ້າ, ນີ​ໄຟ, ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, … ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”6

ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົວ​ເອງ​ເຖິງ​ຄຳ​ສັນ​ຍາ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ອຳ​ນາດ​ທີ່​ໄຫລ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ພວກ​ເຂົາ​ເພື່ອ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ຂອງ​ຊີ​ວິດ. ມື້​ກ່ອນ​ນີ້ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກັບ​ມາ​ເຮືອນ​ຈາກ​ການ​ໄປ​ນະ​ມັດ​ສະ​ການ​ຢູ່​ພຣະ​ວິ​ຫານ ແລະ ໄດ້​ບອກ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ທີ່​ລາວ​ໄດ້​ປະ​ສົບ​ຢູ່​ທີ່​ນັ້ນ. ຂະ​ນະ​ທີ່​ລາວ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ລາວ​ໄດ້​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ນັ່ງ​ຢູ່​ລໍ້​ເຂັນ ທີ່​ເຄື່ອນ​ໄປ​ຢ່າງ​ຊ້າໆ ແລະ ຜູ້​ຍິງ​ຄົນ​ໜຶ່ງ​ຍ່າງ​ດ້ວຍ​ໄມ້​ເທົ້າ​ຢ່າງ​ລຳ​ບາກ, ທັງ​ສອງ​ໄດ້​ມາ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ບ້ານ​ຂອງ​ພຣະ​ອົງ​ຢ່າງ​ກ້າ​ຫານ. ຂະ​ນະ​ທີ່​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ບ່ອນ​ເຮັດ​ພິ​ທີ​ການ​ຂັ້ນ​ຕົ້ນ, ລາວ​ໄດ້​ເຫັນ​ເອື້ອຍ​ນ້ອງ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ ທີ່​ແຂນ​ກຸດ​ເບື້ອງ​ໜຶ່ງ—ແລະ ອີກ​ເບື້ອງ​ໜຶ່ງ​ມີ​ພຽງ​ບາງ​ສ່ວນ—ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ນາງ​ຢ່າງ​ສວຍ​ງາມ ແລະ ຢ່າງ​ຊັ້ນ​ສູງ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກັບ​ພັນ​ລະ​ຍາ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ປະ​ສົບ​ການ​ນັ້ນ, ພວກ​ເຮົາ​ໄດ້​ສະ​ຫລຸບ​ວ່າ ມີ​ພຽງ​ຄວາມ​ໝັ້ນ​ໃຈ​ຈາກ​ໃຈ​ຈິງ​ໃນ​ຄຳ​ສັນ​ຍາ​ນິ​ລັນ​ດອນ​ທີ່​ພຣະ​ເຈົ້າ ຊຶ່ງ​ປະ​ທານ​ໃຫ້​ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ສັກ​ສິດ ໄດ້​ເຮັດ​ກັບ​ພຣະ​ອົງ​ໃນ​ບ້ານ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ທີ່​ສາ​ມາດ​ເຮັດ​ໃຫ້​ສາ​ນຸ​ສິດ​ທີ່​ໜ້າ​ອັດ​ສະ​ຈັນ​ເຫລົ່າ​ນັ້ນ​ຂອງ​ພຣະ​ຄຣິດ​ຕ້ອງ​ອອກ​ຈາກ​ບ້ານ​ຂອງ​ເຂົາ​ເຈົ້າ​ໃນ​ມື້​ທີ່​ອາ​ກາດ​ໜາວ​ເຢັນ​ທີ່​ສຸດ, ເຖິງ​ແມ່ນ​ສະ​ຖາ​ນະ​ການ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຖ້າ​ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ຄອບ​ຄອງ​ໄດ້—ແລະ ສິ່ງ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ສົ່ງ​ຕໍ່​ໃຫ້​ລູກ​ຫລານ​ຂອງ​ເຮົາ ຊຶ່ງ​ຈະ​ຊ່ວຍ​ແຕ່​ລະ​ຄົນ​ໃນ​ການ​ທົດ​ສອບ ແລະ ການ​ທົດ​ລອງ​ຢູ່​ຂ້າງ​ໜ້າ—ສິ່ງ​ນັ້ນ​ຄົງ​ຈະ​ເປັນ​ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ການ​ໄດ້​ຄອບ​ຄອງ​ສົມ​ບັດ​ອັນ​ສູງ​ສົ່ງ​ນັ້ນ ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ມີ​ຊີ​ວິດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ຜູ້​ຕິດ​ຕາມ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ​ວ່າ: “ສາ​ນຸ​ສິດ​ຂອງ​ເຮົາ​ຈະ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ, ແລະ ຈະ​ບໍ່​ຫວັ່ນ​ໄຫວ.”7

ເຮົາ​ຈະ​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ແນວ​ໃດ? ມັນ​ມາ​ເຖິງ​ຜ່ານ​ທາງ​ຄວາມ​ຖ່ອມ​ຕົວ, ການ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ, ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ໃນ​ຄຳ​ປາ​ໄສ​ປິດ​ທ້າຍ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ ປີ 2019, ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ​ໄດ້​ເຕືອນ​ເຮົາ​ກ່ຽວ​ກັບ​ຂັ້ນ​ຕອນ​ສຳ​ຄັນ​ໃນ​ການ​ບັນ​ລຸ​ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ, ໂດຍ​ກ່າວ​ວ່າ: “ຄວາມ​ມີ​ຄ່າ​ຄວນ​ສ່ວນ​ບຸກ​ຄົນ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຮຽກ​ຮ້ອງ​ຫລາຍ​ສົມ​ຄວນ ເພື່ອ​ໃຫ້​ກະ​ກຽມ​ທາງ​ວິນ​ຍານ. … ຄວາມ​ມີ​ຄ່າ​ຄວນ​ສ່ວນ​ຕົວ​ຮຽກ​ຮ້ອງ​ການ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ຂອງ​ຄວາມ​ຄິດ ແລະ ຈິດ​ໃຈ ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ, ເປັນ​ພົນ​ລະ​ເມືອງ​ທີ່​ຊື່​ສັດ, ເປັນ​ຕົວ​ຢ່າງ​ທີ່​ດີ​ກວ່າ​ເກົ່າ, ແລະ ເປັນ​ຄົນ​ບໍ​ລິ​ສຸດ​ຫລາຍ​ກວ່າ​ເກົ່າ.”8 ສະ​ນັ້ນ, ຖ້າ​ຫາກ​ເຮົາ​ປ່ຽນ​ການ​ກະ​ກຽມ​ຂອງ​ເຮົາ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ, ເຮົາ​ຈະ​ປ່ຽນ​ປະ​ສົບ​ການ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ, ຊຶ່ງ​ຈະ​ປ່ຽນ​ຊີ​ວິດ​ຂອງ​ເຮົາ​ຢູ່​ນອກ​ພຣະ​ວິ​ຫານ. “ເມື່ອ​ນັ້ນ ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ຈະ​ແຂງ​ແກ່ນ​ຂຶ້ນ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ; ແລະ ຄຳ​ສອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ກັ່ນ​ລົງ​ມາ​ເທິງ​ຈິດ​ວິນ​ຍານ​ຂອງ​ທ່ານ​ເໝືອນ​ດັ່ງ​ຢາດ​ນ້ຳ​ຄ້າງ​ຈາກ​ສະ​ຫວັນ.”9

ອະ​ທິ​ການ​ຄົນ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ກ່າວ​ເຖິງ​ຊັ້ນ​ຮຽນ​ໃຫຍ່​ສຸດ​ໃນ​ປະ​ຖົມ​ໄວ ວ່າ​ບໍ່​ໄດ້​ເປັນ​ຊັ້ນ “ປະ​ຖົມ​ໄວ” ​ແຕ່​ເປັນ​ຊັ້ນ “ກະ​ກຽມ​ສຳ​ລັບ​ພຣະ​ວິ​ຫານ”. ໃນ​ເດືອນ​ມັງ​ກອນ​ອະ​ທິ​ການ​ໄດ້​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຫ້ອງ​ດັ່ງ​ກ່າວ ແລະ ຄູ​ສອນ​ຂອງ​ພວກ​ເຂົາ ມາ​ຫ້ອງ​ການ​ຂອງ​ເພິ່ນ, ຊຶ່ງ​ເຂົາ​ເຈົ້າ​ໄດ້​ເວົ້າ​ລົມ​ກັນ​ວ່າ ເຂົາ​ເຈົ້າ​ຈະ​ໃຊ້​ເວ​ລາ​ໃນ​ປີ​ນັ້ນ​ເພື່ອ​ກະ​ກຽມ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ແນວ​ໃດ. ອະ​ທິ​ການ​ໄດ້​ໃຊ້​ເວ​ລາ​ອ່ານ​ຄຳ​ຖາມ​ສຳ​ພາດ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ກ່ຽວ​ຂ້ອງ, ຊຶ່ງ​ຈະ​ລວມ​ຢູ່​ໃນ​ບົດ​ຮຽນ​ປະ​ຖົມ​ໄວ​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ເດັກ​ນ້ອຍ​ກຽມ​ພ້ອມ ເພື່ອ​ວ່າ​ເມື່ອ​ພວກ​ເຂົາ​ມາ​ຫ້ອງ​ການ​ຂອງ​ອະ​ທິ​ການ​ໃນ​ປີ​ຕໍ່​ໄປ, ພວກ​ເຂົາ​ຈະ​ໝັ້ນ​ໃຈ, ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ, ພ້ອມ​ແລ້ວ​ທີ່​ຈະ​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ແລະ ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ປີ​ນີ້​ອະ​ທິ​ການ​ມີ​ເດັກ​ນ້ອຍ​ຜູ້​ຍິງ​ສີ່​ຄົນ ຜູ້​ຕື່ນ​ເຕັ້ນ​ຫລາຍ, ໄດ້​ກຽມ​ພ້ອມ, ແລະ ໝັ້ນ​ໃຈ​ທີ່​ຈະ​ໄປ​ພຣະ​ວິ​ຫານ ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ຂໍ​ໃຫ້​ອະ​ທິ​ການ​ພິມ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ຂອງ​ພວກ​ເຂົາ​ໃນ​ມື້​ປີ​ໃໝ່ ເວ​ລາ 12:01 ໂມງ​ເຊົ້າ.

ການ​ກຽມ​ພ້ອມ​ບໍ່​ແມ່ນ​ພຽງ​ແຕ່​ສຳ​ລັບ​ຜູ້​ທີ່​ຈະ​ໄປ​ພຣະ​ວິ​ຫານ​ເປັນ​ເທື່ອ​ທຳ​ອິດ​ເທົ່າ​ນັ້ນ. ເຮົາ​ທຸກ​ຄົນ​ຄວນ​ກຽມ​ພ້ອມ​ຢ່າງ​ຕໍ່​ເນື່ອງ ທີ່​ຈະ​ໄປ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ສະ​ເຕກ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ຈັກ ໄດ້​ຮັບ​ເອົາ​ຄຳ​ຂວັນ​ນີ້ “ບ້ານ​ເປັນ​ສູນ​ກາງ, ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ, ແລະ ຢູ່​ຕິດ​ກັບພຣະ​ວິ​ຫານ.” ຢູ່​ຕິດ​ກັບ11 ແມ່ນ​ຄຳ​ທີ່​ໜ້າ​ສົນ​ໃຈ ໃນ​ນັ້ນ​ມີ​ຄວາມ​ໝາຍ​ວ່າ ສຸມ​ໃຈ​ໃສ່​ທິດ​ທາງ, ແຕ່​ມັນ​ກໍ​ຍັງ​ມີ​ຄວາມ​ໝາຍ​ອີກ​ວ່າ ຍຶດ​ໝັ້ນ ຫລື ຍຶດ​ໂດຍ, ໃຈ​ເດັດ, ແລະ ຕັ້ງ​ໃຈ, ແນ່​ນອນ. ສະ​ນັ້ນ​ການ​ຕິດ​ຢູ່​ກັບ​ພຣະ​ວິ​ຫານ​ຈະ​ຍຶດ​ໝັ້ນ​ເຮົາ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃຫ້​ການ​ຊີ້​ນຳ​ທີ່​ເໝາະ​ສົມ ແລະ ໝັ້ນ​ຄົງ​ຂະ​ນະ​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ສະ​ນັ້ນ, ເຮົາ​ທຸກ​ຄົນ​ຄວນ​ຕັ້ງ​ໃຈ​ເພີ່ມ​ຄວາມ​ຜູກ​ພັນ​ດັ່ງ​ກ່າວ ໂດຍ​ນັດ​ໝາຍ​ຄັ້ງ​ຕໍ່​ໄປ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ບ້ານ​ສັກ​ສິດ​ຂອງ​ພຣະ​ອົງ, ບໍ່​ວ່າ​ພຣະ​ວິ​ຫານ​ຈະ​ຢູ່​ໃກ້ ຫລື ໄກ​ກໍ​ຕາມ.11

ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ເຕືອນ​ເຮົາ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ສຳ​ຄັນ​ເຫລົ່າ​ນີ້ ໂດຍ​ການ​ກ່າວ​ວ່າ: “ພຣະ​ວິ​ຫານ​ເປັນ​ສູນ​ກາງ​ຂອງ​ການ​ເສີມ​ສ້າງ​ສັດ​ທາ ແລະ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ຂອງ​ເຮົາ ເພາະ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ​ເປັນ​ສູນ​ກາງ​ຂອງ​ພຣະ​ວິ​ຫານ. ທຸກ​ສິ່ງ​ທີ່​ສິດ​ສອນ​ໃນ​ພຣະ​ວິ​ຫານ, ຜ່ານ​ທາງ​ຄຳ​ແນະ​ນຳ ແລະ ຜ່ານ​ທາງ​ພຣະ​ວິນ​ຍານ, ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຂຶ້ນ. ພິ​ທີ​ການ​ທີ່​ຈຳ​ເປັນ​ຂອງ​ພຣະ​ອົງ​ຈະ​ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະ​ອົງ ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ອົງ​ຈະ​ມອບ​ອຳ​ນາດ​ທີ່​ປິ່ນ​ປົວ ແລະ ເສີມ​ສ້າງ ຂອງ​ພຣະ​ອົງ ໃຫ້​ເຮົາ. ແລະ ໂອ້, ເຮົາ​ຈະ​ຕ້ອງ​ການ​ອຳ​ນາດ​ຂອງ​ພຣະ​ອົງ​ຫລາຍ​ເທົ່າ​ໃດ ໃນ​ວັນ​ຂ້າງ​ໜ້າ.”12

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປາດ​ຖະ​ໜາ​ໃຫ້​ເຮົາ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ໃຈ, ດ້ວຍ​ຄວາມ​ແຈ່ມ​ແຈ້ງ​ອັນ​ໃຫຍ່​ຫລວງ, ວ່າ​ຈະ​ປະ​ຕິ​ບັດ​ແນວ​ໃດ ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ພຣະ​ອົງ​ຕ້ອງ​ການ​ໃຫ້​ເຮົາ​ກຽມ​ພ້ອມ​ທີ່​ຈະ​ປະ​ສົບ​ກັບ​ສິດ​ທິ​ພິ​ເສດ, ຄຳ​ສັນ​ຍາ, ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຮົາ; ເພື່ອ​ກຽມ​ພ້ອມ​ຮັບ​ຄວາມ​ຮູ້​ແຈ້ງ​ທາງ​ວິນ​ຍານ ແລະ ການ​ຕື່ນ​ຕົວ​ທີ່​ເຮົາ​ຕ້ອງ​ການ​ໃນ​ຊີ​ວິດ​ນີ້. ຂ້າ​ພະ​ເຈົ້າ​ຮູ້​ວ່າ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ແມ່ນ​ແຕ່​ປະ​ກາຍ​ໄຟ​ແຫ່ງ​ຄວາມ​ປາດ​ຖະ​ໜາ ຫລື ຄວາມ​ພະ​ຍາ​ຍາມ​ອັນ​ຊອບ​ທຳ​ທີ່​ລິບ​ລີ່ ໃນ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ ທີ່​ຈະ​ໃຫ້​ພຣະ​ອົງ​ເປັນ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ເຮົາ​ເຮັດ​ໃນ​ບ້ານ​ຂອງ​ພຣະ​ອົງ, ແລ້ວ​ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ, ໃນ​ວິ​ທີ​ທີ່​ດີ​ເລີດ​ຂອງ​ພຣະ​ອົງ, ດ້ວຍ​ການ​ອັດ​ສະ​ຈັນ ແລະ ຄວາມ​ເມດ​ຕາ​ອັນ​ອ່ອນ​ໂຍນ ທີ່​ເຮົາ​ຕ້ອງ​ການ.

ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ບ່ອນ​ທີ່​ເຮົາ​ສາ​ມາດ​ປ່ຽນ​ແປງ​ໄດ້ ໃນ​ວິ​ທີ​ທີ່​ສູງ​ກວ່າ ແລະ ສັກ​ສິດ​ກວ່າ. ສະ​ນັ້ນ, ເມື່ອ​ເຮົາ​ຍ່າງ​ອອກ​ຈາກ​ພຣະ​ວິ​ຫານ, ຖືກ​ປ່ຽນ​ແປງ​ໂດຍ​ຄວາມ​ຫວັງ​ໃນ​ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ມີ​ອາ​ວຸດ​ຄື​ອຳ​ນາດ​ຈາກ​ເບື້ອງ​ເທິງ, ແລ້ວ​ເຮົາ​ຈະ​ເອົາ​ພຣະ​ວິ​ຫານ​ໄປ​ກັບ​ເຮົາ ເຂົ້າ​ໄປ​ໃນ​ບ້ານ ແລະ ຊີ​ວິດ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮັບ​ຮອງ​ກັບ​ທ່ານ​ວ່າ ພຣະ​ວິນ​ຍານ​ແຫ່ງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າທີ່​ຢູ່​ໃນ​ຕົວ​ເຮົາ ຈະ​ປ່ຽນ​ແປງ​ເຮົາ, ຢ່າງ​ສົມ​ບູນ.

ເຮົາ​ຍັງ​ຮູ້​ຈາກ​ພຣະ​ວິ​ຫານ​ອີກ​ວ່າ ຖ້າ​ຫາກ​ເຮົາ​ຕ້ອງ​ການ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຖືກ​ຈຳ​ກັດ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຕ້ອງ​ບໍ່​ມີ​ຄວາມ​ຮູ້​ສຶກ​ທີ່​ບໍ່​ດີ​ຕໍ່​ໃຜ​ເລີຍ. ການ​ມີ​ຄວາມ​ຮູ້​ສຶກ​ທີ່​ບໍ່​ດີ​ໃນ​ໃຈ ຫລື ໃນ​ຈິດ​ໃຈ ຫລື ໃນ​ຄວາມ​ຄິດ​ຂອງ​ເຮົາ ຈະ​ເຮັດ​ໃຫ້​ເກີດ​ຄຳ​ເວົ້າ ແລະ ການ​ກະ​ທຳ​ທີ່​ບໍ່​ດີ, ບໍ່​ວ່າ​ຈະ​ຢູ່​ໃນ​ສື່​ສັງ​ຄົມ ຫລື ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ກໍ​ຕາມ, ຈະ​ເຮັດ​ໃຫ້​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖອນ​ຕົວ​ອອກ​ຈາກ​ໃຈ​ຂອງ​ເຮົາ. ສະ​ນັ້ນ, ກະ​ລຸ​ນາ​ຢ່າ​ຖິ້ມ​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ, ແຕ່​ໃຫ້​ຄວາມ​ໝັ້ນ​ໃຈ​ຂອງ​ທ່ານ​ແຂງ​ແກ່ນ​ຂຶ້ນ.

ການ​ສ້າງ​ພຣະ​ວິ​ຫານ​ຢ່າງ​ຕໍ່​ເນື່ອງ ແລະ ເລັ່ງ​ລັດ ຈະ​ຍັງ​ຄົງ​ສ້າງ​ຄວາມ​ຕື່ນ​ເຕັ້ນ, ແຮງ​ບັນ​ດານ​ໃຈ, ແລະ ເປັນ​ພອນ​ໃຫ້​ແກ່​ເຮົາ​ຕໍ່​ໄປ. ແຕ່​ສຳ​ຄັນ​ກວ່າ​ນັ້ນ, ເມື່ອ​ເຮົາ​ປ່ຽນ​ການ​ກະ​ກຽມ​ຂອງ​ເຮົາ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ, ເຮົາ​ຈະ​ປ່ຽນ​ປະ​ສົບ​ການ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ, ຊຶ່ງ​ຈະ​ປ່ຽນ​ຊີ​ວິດ​ຂອງ​ເຮົາ​ຢູ່​ນອກ​ພຣະ​ວິ​ຫານ. ຂໍ​ໃຫ້​ການ​ປ່ຽນ​ແປງ​ນີ້​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ທີ່​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່, ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ແລະ ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຂ້າ​ພະ​ເຈົ້າ​ປະ​ກາດ​ຄວາມ​ຈິງ​ເຫລົ່າ​ນີ້ ດ້ວຍ​ຄວາມ​ຄາ​ລະ​ວະ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.