ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເຄື່ອນ​ໄຫວ​ຂອງ​ໄຟ​ທີ່​ເຊື່ອງ​ຊ້ອນ​ຢູ່
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ການ​ເຄື່ອນ​ໄຫວ​ຂອງ​ໄຟ​ທີ່​ເຊື່ອງ​ຊ້ອນ​ຢູ່

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ໄດ້​ຍິນ​ທຸກ​ຄຳ​ອະ​ທິ​ຖານ ທີ່​ເຮົາ​ຖວາຍ ແລະ ຕອບ​ທຸກ​ຄຳ​ອະ​ທິ​ຖານ ຕາມ​ເສັ້ນ​ທາງ​ທີ່​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້ ເພື່ອ​ຄວາມ​ດີ​ພ້ອມ​ຂອງ​ເຮົາ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ບົດ​ຮຽນ​ອັນ​ເຈັບ​ປວດ​ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ແທ່ນ​ປາ​ໄສ​ນີ້ ໃນ​ເດືອນ​ຕຸ​ລາ​ປີ 2022. ບົດ​ຮຽນ​ນັ້ນ​ແມ່ນ: ຖ້າ​ທ່ານ​ບໍ່​ໄດ້​ກ່າວ​ປາ​ໄສ​ທີ່​ຍອມ​ຮັບ​ໄດ້, ທ່ານ​ຈະ​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ກ່າວ​ໃນ​ກອງ​ປະ​ຊຸມ​ອີກ​ຫລາຍໆ​ຄັ້ງ​ຕໍ່​ໄປ. ທ່ານ​ເຫັນ​ໄດ້​ວ່າ​ຂ້າ​ພະ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ກ່າວ​ປາ​ໄສ​ຄົນ​ທຳ​ອິດ​ໃນ​ພາກ​ນີ້. ສິ່ງ​ທີ່​ທ່ານ​ບໍ່​ເຫັນ​ຄື ຂ້າ​ພະ​ເຈົ້າ​ຢືນ​ຢູ່​ເທິງ​ປະ​ຕູ​ກັບ​ດັກ ທີ່​ມີ​ໄລ​ປະ​ຕູ​ທີ່​ລະ​ອຽດ​ອ່ອນ. ຖ້າ​ຫາກ​ຄຳ​ປາ​ໄສ​ນີ້​ບໍ່​ດີ, ຂ້າ​ພະ​ເຈົ້າ​ກໍ​ຈະ​ບໍ່​ເຫັນ​ທ່ານ​ອີກ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສອງ​ສາມ​ຄັ້ງ​ຕໍ່​ໄປ.

ດ້ວຍ​ວິນ​ຍານ​ຂອງ​ເພງ​ສວດ​ທີ່​ມ່ວນ​ອອນ​ຊອນ​ກັບ​ກຸ່ມ​ນັກ​ຮ້ອງ​ທີ່​ງົດ​ງາມ​ນີ້, ຂ້າ​ພະ​ເຈົ້າ ໄດ້ ຮຽນ​ຮູ້​ບາງ​ບົດ​ຮຽນ​ເມື່ອ​ບໍ່​ດົນ​ມາ​ນີ້, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ກັບ​ທ່ານ​ໃນ​ມື້​ນີ້. ນັ້ນ​ຈະ​ເຮັດ​ໃຫ້​ຄຳ​ປາ​ໄສ​ນີ້​ເປັນ​ສ່ວນ​ຕົວ​ຫລາຍ.

ປະ​ສົບ​ການ​ສ່ວນ​ຕົວ ແລະ ຄວາມ​ເຈັບ​ປວດ​ທີ່​ສຸດ​ຈາກ​ປະ​ສົບ​ການ​ເມື່ອ​ບໍ່​ດົນ​ມາ​ນີ້​ທັງ​ໝົດ​ຄື ການ​ຈາກ​ໄປ​ຂອງ ແພັດ ພັນ​ລະ​ຍາ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ. ນາງ ເປັນ ຜູ້​ຍິງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ຈັກ—ເປັນ​ພັນ​ລະ​ຍາ ແລະ ແມ່​ທີ່​ສົມ​ບູນ​ແບບ, ໂດຍ​ບໍ່​ຕ້ອງ​ເວົ້າ​ເຖິງ​ຄວາມ​ບໍ​ລິ​ສຸດ, ພອນ​ສະ​ຫວັນ​ໃນ​ການ​ສະ​ແດງ​ອອກ​ຂອງ​ນາງ, ທາງ​ວິນ​ຍານ​ຂອງ​ນາງ. ນາງ​ໄດ້​ກ່າວ​ຄຳ​ປາ​ໄສ​ຄັ້ງ​ໜຶ່ງ​ທີ່​ມີ​ຫົວ​ຂໍ້​ວ່າ “ການ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ທ່ານ​ໄດ້​ຖືກ​ສ້າງ​ຂຶ້ນ.” ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ ເບິ່ງ​ຄື​ວ່າ ນາງ​ໄດ້​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຂອງ ນາງ ແລ້ວ ຫລາຍ​ກວ່າ​ຄົນ​ໃດໆ​ທີ່​ສາ​ມາດ​ໄຝ່​ຝັນ​ໄດ້. ນາງ​ເປັນ​ທິ​ດາ​ທີ່​ສົມ​ບູນ​ຂອງ​ພຣະ​ເຈົ້າ, ເປັນ​ສະ​ຕີ​ແບບ​ຢ່າງ​ຂອງ​ພຣະ​ຄຣິດ. ຂ້າ​ພະ​ເຈົ້າ​ໂຊກ​ດີ​ທີ່​ສຸດ​ທີ່​ໄດ້​ໃຊ້​ຊີ​ວິດ​ຮ່ວມ​ກັບ​ນາງ ເປັນ​ເວ​ລາ 60 ປີ. ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ຖືກ​ພິ​ສູດ​ວ່າ​ມີ​ຄ່າ​ຄວນ, ແລ້ວ​ການ​ຜະ​ນຶກ​ຂອງ​ພວກ​ເຮົາ​ກໍ​ໝາຍ​ຄວາມ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຢູ່​ກັບ​ນາງ​ຊົ່ວ​ນິ​ລັນ​ດອນ.

ປະ​ສົບ​ການ​ໜຶ່ງ​ອີກ​ໄດ້​ເລີ່ມ​ຕົ້ນ 48 ຊົ່ວ​ໂມງ ຫລັງ​ຈາກ​ການ​ຝັງ​ສົບ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ ດ້ວຍ​ອາ​ການ​ວິ​ກິດ​ທາງ​ສຸ​ຂະ​ພາບ​ທີ່​ຮ້າຍ​ແຮງ. ແລ້ວ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ສີ່​ອາ​ທິດ​ທຳ​ອິດ​ຂອງ​ຫົກ​ອາ​ທິດ​ທີ່​ເຂົ້າ​ໂຮງ​ໝໍ ເພື່ອ​ເຂົ້າ​ອອກ​ຫ້ອງ​ສຸກ​ເສີນ ແລະ ໝົດ​ສະ​ຕິ​ຫລາຍ​ຄັ້ງ.

ປະ​ສົບ​ການ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ ໃນ ໂຮງ​ໝໍ ໃນ​ຊ່ວງ​ທຳ​ອິດ​ຂອງ​ເວ​ລາ​ນັ້ນ ໄດ້​ຫາຍ​ໄປ​ຈາກ​ຄວາມ​ຊົງ​ຈຳ​ຂອງ​ຂ້າ​ພະ​ເຈົ້າ. ສິ່ງ​ທີ່ ບໍ່ ຫາຍ​ໄປ​ຄື​ຄວາມ​ຊົງ​ຈຳ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ເດີນ​ທາງ​ຢູ່ ນອກ ໂຮງ​ໝໍ, ໄປ​ສູ່​ສິ່ງ​ທີ່​ເບິ່ງ​ຄື​ສຸດ​ຂອບ​ນິ​ລັນ​ດອນ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ເຖິງ​ປະ​ສົບ​ການ​ນັ້ນ​ໄດ້​ທັງ​ໝົດ​ໃນ​ນີ້, ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ​ໄດ້​ວ່າ ສ່ວນ​ໜຶ່ງ​ຂອງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແມ່ນ​ຄຳ​ຕັກ​ເຕືອນ​ໃຫ້​ກັບ​ມາ​ເຮັດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ເລັ່ງ​ດ່ວນ​ຫລາຍ​ຂຶ້ນ, ອຸ​ທິດ​ຖວາຍ​ຫລາຍ​ຂຶ້ນ, ສຸມ​ໃຈ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ, ມີ​ສັດ​ທາ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ.

ຂ້າ​ພະ​ເຈົ້າ​ຊ່ວຍ​ບໍ່​ໄດ້​ທີ່​ຈະ​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ໄດ້​ປະ​ທານ​ໃຫ້​ແກ່​ອັກ​ຄະ​ສາ​ວົກ​ສິບ​ສອງ ເມື່ອ​ເກືອບ 200 ປີ​ກ່ອນ:

“ຈົ່ງ​ກ່າວ​ພະ​ຍານ​ເຖິງ​ນາມ​ຂອງ​ເຮົາ … [ແລະ] ຈົ່ງ​ສົ່ງ​ຄຳ​ຂອງ​ເຮົາ​ອອກ​ໄປ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ. …

“… ເຊົ້າ​ແລ້ວ​ເຊົ້າ​ເລົ່າ; ແລະ ວັນ​ແລ້ວ​ວັນ​ເລົ່າ ຈົ່ງ​ໃຫ້​ສຽງ​ເຕືອນ​ຂອງ​ເຈົ້າ​ອອກ​ໄປ; ແລະ ເມື່ອ​ກາງ​ຄືນ​ມາ​ເຖິງ ຢ່າ​ໃຫ້​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ເຫງົາ​ນອນ, ເນື່ອງ​ຈາກ​ຄຳ​ເວົ້າ​ຂອງ​ເຈົ້າ. …

“ຈົ່ງ​ລຸກ​ຂຶ້ນ[,] … ແບກ​ໄມ້​ກາງ​ແຂນ​ຂອງ​ເຈົ້າ, [ແລະ] ຕິດ​ຕາມ​ເຮົາ​ມາ.”1

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນັບ​ແຕ່​ປະ​ສົບ​ການ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ແບກ​ໄມ້​ກາງ​ແຂນ​ຂອງ​ຂ້າ​ພະ​ເຈົ້າ​ຢ່າງ​ຈິງ​ຈັງ​ຫລາຍ​ຂຶ້ນ, ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລາຍ​ຂຶ້ນ ເພື່ອ​ຊອກ​ຫາ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ເປັ່ງ​ສຽງ​ອັກ​ຄະ​ສາ​ວົກ​ທີ່​ທັງ​ອົບ​ອຸ່ນ ແລະ ຕັກ​ເຕືອນ​ໃນ​ຕອນ​ເຊົ້າ, ລະ​ຫວ່າງ​ວັນ, ແລະ ໃນ​ຕອນ​ກາງ​ຄືນ ໄດ້​ຢູ່​ໃສ.

ນັ້ນ​ນຳ​ຂ້າ​ພະ​ເຈົ້າ​ໄປ​ສູ່​ຄວາມ​ຈິງ ທີ​ສາມ ທີ່​ມີ​ມາ​ໃນ​ລະ​ຫວ່າງ​ເດືອນ​ຂອງ​ການ​ສູນ​ເສຍ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ນັ້ນ. ມັນ​ແມ່ນ​ການ​ຕໍ່​ພະ​ຍານ ແລະ ຄວາມ​ກະ​ຕັນ​ຍູ​ທີ່​ບໍ່​ຮູ້​ສິ້ນ​ສຸດ​ຕໍ່​ຄຳ​ອະ​ທິ​ຖານ​ຢ່າງ​ແນ່ວ​ແນ່​ຂອງ​ສາດ​ສະ​ໜາ​ຈັກ​ນີ້—ຄຳ​ອະ​ທິ​ຖານ​ຂອງ​ທ່ານ—ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຂ້າ​ພະ​ເຈົ້າ​ຈະ​ກະ​ຕັນ​ຍູ​ຊົ່ວ​ນິ​ລັນ​ດອນ​ຕໍ່​ຄຳ​ວິງ​ວອນ​ຂອງ​ຫລາຍ​ພັນ​ຄົນ, ເໝືອນ​ດັ່ງ​ທີ່​ແມ່​ໝ້າຍ​ທີ່​ອ້ອນ​ວອນ,2 ຂໍ​ການ​ແຊກ​ແຊງ​ຈາກ​ສະ​ຫວັນ​ເພື່ອ​ຂ້າ​ພະ​ເຈົ້າ​ຢ່າງ​ຕັ້ງ​ໃຈ​ຊ້ຳ​ແລ້ວ​ຊ້ຳ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໝູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖື​ສິນ​ອົດ​ເຂົ້າ​ໃຫ້​ຂ້າ​ພະ​ເຈົ້າ, ເຊັ່ນ​ດຽວ​ກັນ​ກັບ​ຫລາຍ​ຫວອດ​ອື່ນໆ​ທົ່ວ​ສາດ​ສະ​ໜາ​ຈັກ. ແລະ ຊື່​ຂອງ​ຂ້າ​ພະ​ເຈົ້າ​ຄົງ​ຈະ​ຢູ່​ໃນ​ລາຍ​ຊື່​ອະ​ທິ​ຖານ​ເກືອບ​ທຸກ​ພຣະ​ວິ​ຫານ​ໃນ​ສາດ​ສະ​ໜາ​ຈັກ.

ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ທຸກ​ຢ່າງ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຮ່ວມ​ກັບ ຈີ ເຄ ເຊດ​ສະ​ເຕີ​ຕັນ, ຜູ້​ເຄີຍ​ກ່າວ​ໄວ້​ຄັ້ງ​ໜຶ່ງ​ວ່າ “ການ​ຂອບ​ຄຸນ​ຄື​ຮູບ​ແບບ​ຄວາມ​ຄິດ​ສູງ​ສຸດ; ແລະ … ຄວາມ​ກະ​ຕັນ​ຍູ​ຄື​ຄວາມ​ສຸກ​ທະ​ວີ​ຄູນ​ສອງ​ເທົ່າ​ດ້ວຍ​ຄວາມ​ອັດ​ສະ​ຈັນ.”3 ເນື່ອງ​ຈາກ “ຄວາມ​ສຸກ​ທະ​ວີ​ຄູນ​ສອງ​ເທົ່າ​ດ້ວຍ​ຄວາມ​ອັດ​ສະ​ຈັນ,” ຂອງ​ຂ້າ​ພະ​ເຈົ້າ​ເອງ ຂ້າ​ພະ​ເຈົ້າ​ຂອບ​ໃຈ​ທຸກ​ທ່ານ ແລະ ຂອບ​ພຣະ​ໄທ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ທ່ານ ແລະ ອວຍ​ພອນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ໄດ້​ຍິນ ທຸກ ຄຳ​ອະ​ທິ​ຖານ ທີ່​ເຮົາ​ຖວາຍ ແລະ ຕອບ​ທຸກ​ຄຳ​ອະ​ທິ​ຖານ ຕາມ​ເສັ້ນ​ທາງ​ທີ່​ພຣະ​ອົງ​ໄດ້​ກຳ​ນົດ​ໄວ້ ເພື່ອ​ຄວາມ​ດີ​ພ້ອມ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ໃນ​ເວ​ລາ​ດຽວ​ກັນ​ທີ່​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ສຸ​ຂະ​ພາບ​ດີ​ຂຶ້ນ, ກໍ​ມີ​ຄົນ​ຈຳ​ນວນ​ເທົ່າ​ກັນ—ລວມ​ທັງ​ຂ້າ​ພະ​ເຈົ້າ—ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສຸ​ຂະ​ພາບ​ດີ​ຂຶ້ນ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄຳ​ອະ​ທິ​ຖານ​ທັງ​ສອງ​ນັ້ນ​ຖືກ​ໄດ້​ຍິນ ແລະ ຖືກ​ຕອບ​ໂດຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ສູງ​ສົ່ງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເຖິງ​ແມ່ນ​ສຳ​ລັບ ແພັດ ບໍ່ ໄດ້​ຖືກ​ຕອບ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ທູນ​ຂໍ​ກໍ​ຕາມ. ນັ້ນ​ເປັນ​ເຫດ​ຜົນ​ທີ່​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ ເປັນ​ຫຍັງ​ຄຳ​ອະ​ທິ​ຖານ​ຈຶ່ງ​ໄດ້​ຮັບ​ຄຳ​ຕອບ​ທີ່​ແຕກ​ຕ່າງ​ໄປ​ຈາກ​ທີ່​ເຮົາ​ຫວັງ​ໄວ້—ແຕ່​ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ​ມັນ ຖືກ ໄດ້​ຍິນ ແລະ ມັນ ຖືກ ຕອບ​ຕາມ​ຄວາມ​ຮັກ​ທີ່​ບໍ່​ສິ້ນ​ສຸດ ແລະ ຕາ​ຕະ​ລາງ​ເວ​ລາ​ແຫ່ງ​ຈັກ​ກະ​ວານ​ຂອງ​ພຣະ​ອົງ.

ຖ້າ​ຫາກ​ເຮົາ “ຂໍ​ບໍ່​ຜິດ​ທາງ,”4 ບໍ່​ມີ​ຂໍ້​ຈຳ​ກັດ​ວ່າ ເຮົາ​ຄວນ​ອະ​ທິ​ຖານ​ເມື່ອ​ໃດ, ຢູ່​ໃສ, ຫລື ເຮົາ​ຄວນ​ອະ​ທິ​ຖານ​ກ່ຽວ​ກັບ​ຫຍັງ. ຕາມ​ການ​ເປີດ​ເຜີຍ, ເຮົາ​ຕ້ອງ “ອະ​ທິ​ຖານ​ຢູ່​ທຸກ​ເວ​ລາ.”5 ເຮົາ​ຕ້ອງ​ອະ​ທິ​ຖານ, ແອມ​ມິວ​ເລັກ​ໄດ້​ກ່າວ​ໄວ້, ເພື່ອ “ຄົນ​ທີ່​ຢູ່​ອ້ອມ​ຮອບ​ພວກ​ທ່ານ”6 ດ້ວຍ​ຄວາມ​ເຊື່ອ​ວ່າ “ຄຳ​ອະ​ທິ​ຖານ​ຂອງ​ຜູ້​ຊອບ​ທຳ​ມີ​ລິດ​ສັກ​ສິດ​ເຮັດ​ໃຫ້​ເກີດ​ຜົນ.”7 ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຄວນ​ຈະ​ອອກ​ສຽງ​ດັງ ເມື່ອ​ເຮົາ​ຢູ່​ສ່ວນ​ຕົວ​ທີ່​ສາ​ມາດ​ຖວາຍ​ໄດ້.8 ຖ້າ​ຫາກ​ເຮັດ​ບໍ່​ໄດ້, ເຮົາ​ຄວນ​ກ່າວ​ງຽບໆ​ໃນ​ໃຈ​ຂອງ​ເຮົາ.9 ເຮົາ​ຮ້ອງ​ວ່າ ຄຳ​ອະ​ທິ​ຖານ​ເປັນ “ການ​ເຄື່ອນ​ໄຫວ​ຂອງ​ໄຟ​ທີ່​ເຊື່ອງ​ຊ້ອນ​ຢູ່,”10 ຈະ​ຕ້ອງ​ຖວາຍ​ສະ​ເໝີ, ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ, ແດ່​ພຣະ​ເຈົ້າ​ພຣະ​ບິ​ດາ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ.11

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ເປັນ​ຊ່ວງ​ເວ​ລາ​ທີ່​ຫວານ​ຊື່ນ​ທີ່​ສຸດ,12 “ຄວາມ​ປາດ​ຖະ​ໜາ​ຢ່າງ​ຈິງ​ໃຈ,” ທີ່​ສຸດ13 ຮູບ​ແບບ​ການ​ນະ​ມັດ​ສະ​ການ​ທີ່​ລຽບ​ງ່າຍ ແລະ ບໍ​ລິ​ສຸດ​ທີ່​ສຸດ​ຂອງ​ເຮົາ.14 ເຮົາ​ຄວນ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ, ໃນ​ຄອບ​ຄົວ​ຂອງ​ເຮົາ, ແລະ ໃນ​ທີ່​ປະ​ຊຸມ​ທຸກ​ຂະ​ໜາດ.15 ເຮົາ​ຕ້ອງ​ໃຊ້​ຄຳ​ອະ​ທິ​ຖານ​ເປັນ​ເຄື່ອງ​ປ້ອງ​ກັນ​ການ​ທົດ​ລອງ,16 ແລະ ຖ້າ​ຫາກ​ມີ​ເວ​ລາ​ໃດ​ກໍ​ຕາມ​ທີ່​ເຮົາ​ຮູ້​ສຶກ​ວ່າ ບໍ່ ຢາກ​ອະ​ທິ​ຖານ, ໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ ຄວາມ​ລັງ​ເລ​ໃຈ​ນັ້ນ ບໍ່ ໄດ້​ມາ​ຈາກ​ພຣະ​ເຈົ້າ, ຜູ້​ປາດ​ຖະ​ໜາ​ທີ່​ຈະ​ສື່​ສານ​ກັບ​ລູກໆ​ຂອງ​ພຣະ​ອົງ​ທຸກ​ເວ​ລາ. ແນ່​ນອນ, ຄວາມ​ພະ​ຍາ​ຍາມ​ບາງ​ຢ່າງ​ທີ່​ຈະ​ບໍ່​ໃຫ້​ເຮົາ​ອະ​ທິ​ຖານ ແມ່ນ​ມາ​ຈາກ​ຜູ້​ປໍ​ລະ​ປັກ.17 ເມື່ອ​ເຮົາ​ບໍ່​ຮູ້​ວ່າ​ຈະ​ອະ​ທິ​ຖານ​ແນວ​ໃດ ຫລື ເພື່ອ​ຫຍັງ, ເຮົາ​ຄວນ​ຈະ​ເລີ່ມ​ຕົ້ນ, ແລະ ສືບ​ຕໍ່​ຈົນ​ກວ່າ​ພຣະ​ວິນ​ຍານ​ສັກ​ສິດ​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ຄຳ​ອະ​ທິ​ຖານ​ທີ່​ເຮົາ​ຄວນ​ຖວາຍ.18 ວິ​ທີ​ການ​ນີ້​ອາດ​ເປັນ​ວິ​ທີ​ທີ່​ເຮົາ​ຕ້ອງ​ວິງ​ວອນ ເມື່ອ​ເຮົາ​ອະ​ທິ​ຖານ​ເພື່ອ​ສັດ​ຕູ ແລະ ເພື່ອ​ຜູ້​ທີ່​ຂົ່ມ​ເຫັງ​ເຮົາ.19

ໃນ​ທີ່​ສຸດ, ເຮົາ​ສາ​ມາດ​ເບິ່ງ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜູ້​ໄດ້​ອະ​ທິ​ຖານ​ເລື້ອຍໆ. ແຕ່​ມັນ​ເປັນ​ໜ້າ​ສົນ​ໃຈ​ສະ​ເໝີ​ຕໍ່​ຂ້າ​ພະ​ເຈົ້າ ທີ່​ພຣະ​ເຢ​ຊູ​ໄດ້​ຮູ້​ສຶກ​ຈຳ​ເປັນ​ຕ້ອງ​ອະ​ທິ​ຖານ. ພຣະ​ອົງ​ບໍ່​ສົມ​ບູນ​ແບບ​ບໍ? ພຣະ​ອົງ​ຕ້ອງ​ອະ​ທິ​ຖານ​ກ່ຽວ​ກັບ​ຫຍັງ? ໂອ, ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ ພຣະ​ອົງ​ກໍ​ເຊັ່ນ​ກັນ, ກັບ​ເຮົາ, ຕ້ອງ​ການ​ໃຫ້ “ສະ​ແຫວງ​ຫາ​ພຣະ​ພັກ [ຂອງ​ພຣະ​ບິ​ດາ], ເຊື່ອ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ, ແລະ ໄວ້​ວາງ​ໃຈ​ພຣະ​ຄຸນ​ຂອງ​ພຣະ​ອົງ.”20 ຄັ້ງ​ແລ້ວ​ຄັ້ງ​ເລົ່າ, ພຣະ​ອົງ​ໄດ້​ຖອຍ​ຫ່າງ​ອອກ​ຈາກ​ສັງ​ຄົມ ມາ​ຢູ່​ຕາມ​ລຳ​ພັງ ກ່ອນ​ຈະ​ທະ​ລຸ​ສະ​ຫວັນ​ດ້ວຍ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ.21 ໃນ​ເວ​ລາ​ອື່ນ, ພຣະ​ອົງ​ໄດ້​ອະ​ທິ​ຖານ​ຮ່ວມ​ກັບ​ເພື່ອນ​ສອງ​ສາມ​ຄົນ. ແລ້ວ​ພຣະ​ອົງ​ກໍ​ຈະ​ສະ​ແຫວງ​ຫາ​ສະ​ຫວັນ ເພື່ອ​ຝູງ​ຊົນ​ທີ່​ອາດ​ເຕັມ​ເນີນ​ພູ. ບາງ​ຄັ້ງ​ຄຳ​ອະ​ທິ​ຖານ​ໄດ້​ເຮັດ​ໃຫ້​ເຄື່ອງ​ນຸ່ງ​ຂອງ​ພຣະ​ອົງ​ຮຸ່ງ​ເຫລື້ອມ.22 ແລະ ບາງ​ຄັ້ງ​ເຮັດ​ໃຫ້​ພຣະ​ພັກ​ຂອງ​ພຣະ​ອົງ​ຮຸ່ງ​ແຈ້ງ.23 ບາງ​ຄັ້ງ​ພຣະ​ອົງ​ໄດ້​ຢືນ​ອະ​ທິ​ຖານ, ບາງ​ຄັ້ງ​ພຣະ​ອົງ​ໄດ້​ຄຸ​ເຂົ່າ, ແລະ ຢ່າງ​ໜ້ອຍ​ຄັ້ງ​ໜຶ່ງ​ພຣະ​ອົງ​ໄດ້​ໝູບ​ລົງ​ຢູ່​ກັບ​ພື້ນ​ດິນ​ໃນ​ການ​ອະ​ທິ​ຖານ.24

ລູ​ກາ​ບັນ​ຍາຍ​ວ່າ ພຣະ​ເຢ​ຊູ​ໄດ້​ລົງ​ສູ່​ການ​ໄຖ່​ໂທດ ທີ່​ຮຽກ​ຮ້ອງ​ໃຫ້​ພຣະ​ອົງ​ຕ້ອງ​ອະ​ທິ​ຖານ​ດ້ວຍ​ຄວາມ “[ຕັ້ງ​ໃຈ​ຫລາຍ].”25 ຜູ້​ທີ່​ສົມ​ບູນ​ແບບ​ຈະ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ​ຫລາຍ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ຖື​ວ່າ​ຄຳ​ອະ​ທິ​ຖານ​ທັງ​ໝົດ​ຂອງ​ພຣະ​ອົງ​ແມ່ນ​ຈິງ​ຈັງ, ແຕ່​ໃນ​ການ​ບັນ​ລຸ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ຜ່ານ​ທາງ​ຄວາມ​ເຈັບ​ປວດ​ທີ່​ແຜ່​ໄປ​ທົ່ວ​ຈັກ​ກະ​ວານ, ພຣະ​ອົງ​ໄດ້​ຮູ້​ສຶກ​ວ່າ​ຕ້ອງ​ອະ​ທິ​ຖານ​ຫລາຍ​ຂຶ້ນ​ເລື້ອຍໆ, ດ້ວຍ​ຄວາມ​ໜັກ​ໜ່ວງ​ຂອງ​ການ​ຖວາຍ​ຄຳ​ອະ​ທິ​ຖານ​ຂອງ​ພຣະ​ອົງ ຈົນ​ໃນ​ທີ່​ສຸດ ເຮັດ​ໃຫ້​ໂລ​ຫິດ​ໄຫລ​ອອກ​ມາ​ຈາກ​ທຸກ​ຂຸມ​ຂົນ.

ໃນ​ສະ​ພາບ​ການ​ໄຊ​ຊະ​ນະ​ຂອງ​ພຣະ​ອົງ​ເໜືອ​ຄວາມ​ຕາຍ ແລະ ຂອງ​ປະ​ທານ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ເມື່ອ​ບໍ່​ດົນ​ມາ​ນີ້ ຂອງ​ການ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ​ຕື່ມ​ອີກ​ສອງ​ສາມ​ອາ​ທິດ ຫລື ສອງ​ສາມ​ເດືອນ ໃນ​ຄວາມ​ເປັນ​ມະ​ຕະ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ຈຳ​ເປັນ​ທີ່​ເຮົາ​ຕ້ອງ​ຈິງ​ຈັງ​ໃນ​ການ​ວາງ​ແຜນ​ສຳ​ລັບ​ມັນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ພຣະ​ຄຣິດ​ສະ​ເດັດ​ມາ, ພຣະ​ອົງ​ຈະ​ຈື່​ເຮົາ—ບໍ່​ແມ່ນ​ໃນ​ຖາ​ນະ​ສະ​ມາ​ຊິກ​ທີ່​ຖືກ​ລະ​ບຸ​ຢູ່​ໃນ​ບັນ​ທຶກ​ບັບ​ຕິ​ສະ​ມາ​ທີ່​ຈືດ​ຊືດ ແຕ່​ໃນ​ຖາ​ນະ​ສະ​ມາ​ຊິກ​ທີ່​ອຸ​ທິດ​ຕົນ​ຢ່າງ​ຖີ່​ຖ້ວນ, ເຊື່ອ​ຢ່າງ​ຊື່​ສັດ, ເປັນ​ສາ​ນຸ​ສິດ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ. ນີ້​ເປັນ​ເລື່ອງ​ເລັ່ງ​ດ່ວນ​ສຳ​ລັບ​ເຮົາ​ທຸກ​ຄົນ, ຢ້ານ​ວ່າ​ເຮົາ​ຈະ​ໄດ້​ຍິນ​ດ້ວຍ​ຄວາມ​ກິນ​ແໜງ​ທີ່​ສຸດ: “ເຮົາ​ບໍ່​ເຄີຍ​ຮູ້​ຈັກ​ພວກ​ເຈົ້າ,”26 ຫລື, ດັ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ແປ​ວະ​ລີ​ນັ້ນ​ວ່າ, “[ເຈົ້າ] ບໍ່​ເຄີຍ​ຮູ້​ຈັກ​ເຮົາ.”27

ໂຊກ​ດີ​ທີ່, ເຮົາ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ກັບ​ວຽກ​ງານ​ນີ້—ຄວາມ​ຊ່ວຍ​ເຫລືອ​ຢ່າງ​ຫລວງ​ຫລາຍ. ເຮົາ​ຕ້ອງ​ເຊື່ອ​ໃນ​ເຫລົ່າ​ທູດ ແລະ ການ​ມະ​ຫັດ​ສະ​ຈັນ ແລະ ຄຳ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ເຮົາ​ຕ້ອງ​ເຊື່ອ​ໃນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ອິດ​ທິ​ພົນ​ຂອງ​ຄອບ​ຄົວ ແລະ ໝູ່​ເພື່ອນ​ທີ່​ດີ, ແລະ ພະ​ລັງ​ແຫ່ງ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ. ເຮົາ​ຕ້ອງ​ເຊື່ອ​ໃນ​ການ​ເປີດ​ເຜີຍ ແລະ ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ ແລະ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ເຮົາ​ຕ້ອງ​ເຊື່ອ​ວ່າ ດ້ວຍ​ການ​ອະ​ທິ​ຖານ ແລະ ການ​ອ້ອນ​ວອນ ແລະ ຄວາມ​ຊອບ​ທຳ​ສ່ວນ​ຕົວ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ຂຶ້ນ​ໄປ​ຍັງ “ພູ​ຊີ​ໂອນ [ໄດ້​ແທ້ໆ], … ເມືອງ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ສະ​ຖານ​ທີ່​ແຫ່ງ​ສະ​ຫວັນ, ສັກ​ສິດ​ທີ່​ສຸດ​ເໜືອ​ກວ່າ​ສະ​ຖານ​ທີ່​ທັງ​ປວງ.”28

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເມື່ອ​ເຮົາ​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ ແລະ ມາ​ທີ່ “ພຣະ​ທີ່​ນັ່ງ​ແຫ່ງ​ພຣະ​ຄຸນ,”29 ວາງ​ເຄື່ອງ​ຖວາຍ ແລະ ຄຳ​ວິງ​ວອນ​ຈາກ​ໃຈ​ຂອງ​ເຮົາ​ໄວ້​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ຢູ່​ທີ່​ນັ້ນ, ແລ້ວ​ເຮົາ​ຈະ​ໄດ້​ພົບ​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ການ​ໃຫ້​ອະ​ໄພ​ຈາກ​ພຣະ​ຫັດ​ທີ່​ຊົງ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ພຣະ​ບຸດ​ທີ່​ເຊື່ອ​ຟັງ ແລະ ບໍ​ລິ​ສຸດ​ຢ່າງ​ສົມ​ບູນ​ຂອງ​ພຣະ​ອົງ. ແລ້ວ, ຮ່ວມ​ກັບ​ໂຢບ ແລະ ຜູ້​ຊື່​ສັດ​ທີ່​ໄດ້​ຮັບ​ການ​ຂັດ​ເກົາ​ທຸກ​ຄົນ, ເຮົາ​ຈະ​ໄດ້​ເຫັນ​ໂລກ​ທີ່ “​ອັດ​ສະ​ຈັນ​ເກີນ​ກວ່າ”30 ທີ່​ຈະ​ເຂົ້າ​ໃຈ​ໄດ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.