ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບັນ​ທຶກ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ບັນ​ທຶກ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ

ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ດີ​ໄປ​ກວ່າ​ນີ້ ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈົບ​ຈາກ​ໂຮງ​ຮຽນ​ກົດ​ໝາຍ, ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ມາ​ເຊຍ, ໄດ້​ເລືອກ​ທີ່​ຈະ​ເຂົ້າ​ຮ່ວມ​ບໍ​ລິ​ສັດ​ກົດ​ໝາຍ​ໜຶ່ງ​ທີ່​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ພິ​ຈາ​ລະ​ນາ​ຄະ​ດີ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ການ​ຝຶກ​ອົບ​ຮົມ​ແບບ​ລົງ​ສະ​ໜາມ, ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ສ່ວນ​ຫລາຍ​ໃນ​ການ​ກຽມ​ພະ​ຍານ​ຂຶ້ນ​ໃຫ້​ຄຳ​ພະ​ຍານ​ຢູ່​ການ​ພິ​ຈາ​ລະ​ນາ​ຄະ​ດີ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຢ່າງ​ໄວ​ວາ​ວ່າ ຄວາມ​ຈິງ​ແມ່ນ​ໄດ້​ຖືກ​ກຳ​ນົດ​ໃນ​ຫ້ອງ​ສານ ຂະ​ນະ​ທີ່​ພະ​ຍານ, ພາຍ​ໃຕ້​ຄຳ​ສາ​ບານ, ໃຫ້​ຄຳ​ພະ​ຍານ​ເຖິງ​ຄວາມ​ຈິງ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ. ຂະ​ນະ​ທີ່​ພະ​ຍານ​ໄດ້​ໃຫ້​ຄຳ​ພະ​ຍານ, ຖ້ອຍ​ຄຳ​ຂອງ​ພວກ​ເຂົາ​ກໍ​ໄດ້​ຖືກ​ບັນ​ທຶກ ແລະ ຮັກ​ສາ​ໄວ້. ຄວາມ​ສຳ​ຄັນ​ຂອງ​ພະ​ຍານ​ທີ່​ເຊື່ອ​ຖື​ໄດ້ ເປັນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ກຽມ​ພ້ອມ​ຂອງ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃຊ້​ເວ​ລາ​ດົນ​ທີ່​ຈະ​ຮັບ​ຮູ້​ວ່າ ຄຳ​ສັບ​ທີ່​ຂ້າ​ພະ​ເຈົ້າ​ໃຊ້​ທຸກໆ​ມື້​ໃນ​ຖາ​ນະ​ທະ​ນາຍ​ຄວາມ ແມ່ນ​ຄຳ​ສັບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ໃນ​ການ​ສົນ​ທະ​ນາ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ. “ພະ​ຍານ” ແລະ “ປະ​ຈັກ​ພະ​ຍານ” ແມ່ນ​ຄຳ​ສັບ​ທີ່​ເຮົາ​ໃຊ້​ກັນ ຂະ​ນະ​ທີ່​ເຮົາ​ແບ່ງ​ປັນ​ຄວາມ​ຮູ້ ແລະ ຄວາມ​ຮູ້​ສຶກ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ສະ​ໜັບ​ສະ​ໜູນ​ເປັນ​ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ, ຂ້າ​ພະ​ເຈົ້າ​ໄດ້​ເປີດ​ພຣະ​ຄຳ​ພີ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ ແລະ ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:25, ຊຶ່ງ​ລະ​ບຸ​ວ່າ, “ສາ​ວົກ​ເຈັດ​ສິບ​ຖືກ​ເອີ້ນ​ໃຫ້ … ເປັນ​ພະ​ຍານ​ພິ​ເສດ​ຕໍ່​ຄົນ​ຕ່າງ​ຊາດ ແລະ ໃນ​ທົ່ວ​ໂລກ.” ດັ່ງ​ທີ່​ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ອອກ​ໄດ້, ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ດຶງ​ດູດ​ໄປ​ຍັງ​ຄຳ​ສັບ​ທີ່​ວ່າ “ພະ​ຍານ​ພິ​ເສດ.” ມັນ​ໄດ້​ກາຍ​ເປັນ​ສິ່ງ​ແຈ່ມ​ແຈ້ງ​ສຳ​ລັບ​ຂ້າ​ພະ​ເຈົ້າ ທີ່​ຂ້າ​ພະ​ເຈົ້າ​ໄດ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເປັນ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ—ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ—ທຸກ​ທີ່​ທຸກ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ໃນ​ໂລກ.

ມີ​ຫລາຍໆ​ຕົວ​ຢ່າງ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ພະ​ຍານ​ຜູ້​ຢູ່​ໃນ​ເຫດ​ການ ແລະ ຜູ້​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ.

ເມື່ອ​ສາດ​ສະ​ດາ​ມໍ​ມອນ​ໃນ​ສະ​ໄໝ​ບູ​ຮານ​ເລີ່ມ​ການ​ບັນ​ທຶກ​ຂອງ​ເພິ່ນ, ເພິ່ນ​ຂຽນ​ວ່າ, “ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ ມໍ​ມອນ​ເຮັດ​ບັນ​ທຶກ​ກ່ຽວ​ກັບ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ ແລະ ເອີ້ນ​ໜັງ​ສື​ນີ້​ວ່າ ໜັງ​ສື​ມໍ​ມອນ.”1

ເປ​ໂຕ ແລະ ໂຢ​ຮັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ປິ່ນ​ປົວ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄທ​ນາ​ຊາ​ເຣັດ.2 ເມື່ອ​ໄດ້​ຖືກ​ສັ່ງ​ຫ້າມ​ບໍ່​ໃຫ້​ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ, ພວກ​ເພິ່ນ​ກໍ​ໄດ້​ຕອບ​ວ່າ:

“ພວກ​ທ່ານ​ຈົ່ງ​ພິ​ຈາ​ລະ​ນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງ​ຄວາມ​ຂອງ​ພວກ​ທ່ານ ຫລື ຈະ​ຟັງ​ຄວາມ​ຂອງ​ພຣະ​ເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍ​ຕາ​ຂອງ​ພຣະ​ເຈົ້າ.

“ດ້ວຍ​ວ່າ, ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ປິດ​ບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ ແລະ ໄດ້​ຍິນ.”3

ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ທີ່​ໜ້າ​ຈັບ​ໃຈ ແມ່ນ​ມາ​ຈາກ​ໄພ່​ພົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຜູ້​ທີ່​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ກະ​ລຸ​ນາ​ຟັງ​ການ​ບັນ​ຍາຍ​ຂອງ​ການ​ເປັນ​ພະ​ຍານ​ຂອງ​ພວກ​ເຂົາ: “ແລະ ຕາມ​ວິ​ທີ​ນີ້​ທີ່​ພວກ​ເຂົາ​ໄດ້​ເປັນ​ພະ​ຍານ: ຕາ​ບໍ່​ເຄີຍ​ໄດ້​ເຫັນ ແລະ ຫູ​ບໍ່​ເຄີຍ​ໄດ້​ຍິນ​ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ເຊັ່ນ​ນີ້​ມາ​ກ່ອນ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພຣະ​ບິ​ດາ.”4

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມື້​ນີ້ ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ແລະ ບັນ​ທຶກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ອັນ​ສັກ​ສິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ສາ​ວົກ​ເຈັດ​ສິບ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕໍ່​ທ່ານ​ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ພຣະ​ບຸດ​ທີ່​ຊົງ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ໄດ້​ທົນ​ທຸກ​ທໍ​ລະ​ມານ, ສິ້ນ​ພຣະ​ຊົນ, ແລະ ຟື້ນ​ຄືນ​ພຣະ​ຊົນ​ອີກ​ຄັ້ງ ເພື່ອ​ມອບ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ “ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ”5 ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົງ​ມື​ອີກ​ຄັ້ງ ເພື່ອ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລກ ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.6 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ອີງ​ຕາມ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ, ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ດີ​ໄປ​ກວ່າ​ເວ​ລາ​ນີ້ ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ຂ້າ​ພະ​ເຈົ້າ​ຮູ້​ສິ່ງ​ນີ້​ດ້ວຍ​ຄວາມ​ຮູ້​ຂອງ​ຂ້າ​ພະ​ເຈົ້າ​ເອງ, ໂດຍ​ບໍ່​ຂຶ້ນ​ກັບ​ແຫລ່ງ​ອື່ນ​ໃດ, ຍ້ອນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ.

ໃນ​ຊ່ວງ​ປີ​ສຸດ​ທ້າຍ​ຂອງ​ມັດ​ທະ​ຍົມ​ປາຍ, ເພື່ອ​ທີ່​ຈະ​ຈົບ​ຫ້ອງ​ຮຽນ​ສາດ​ສະ​ໜາ ຂ້າ​ພະ​ເຈົ້າ​ຕ້ອງ​ລະ​ບຸ​ຊື່​ພຣະ​ວິ​ຫານ 15 ແຫ່ງ​ຂອງ​ສາດ​ສະ​ໜາ​ຈັກ. ຮູບ​ພາບ​ຂອງ​ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ​ໄດ້​ຢູ່​ຕໍ່​ໜ້າ​ຫ້ອງ​ຮຽນ​ຂອງ​ພວກ​ເຮົາ, ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ຮູ້​ວ່າ ແຕ່​ລະ​ແຫ່ງ​ຕັ້ງ​ຢູ່​ໃສ. ບັດ​ນີ້, ຫລາຍ​ປີ​ຕໍ່​ມາ, ມັນ​ໜ້າ​ຈະ​ເປັນ​ການ​ທ້າ​ທາຍ​ທີ່​ໃຫຍ່​ຫລວງ—ໂດຍ​ມີ​ພຣະ​ວິ​ຫານ 335 ແຫ່ງ​ທີ່​ກຳ​ລັງ​ເປີດ​ດຳ​ເນີນ​ການ ຫລື ຖືກ​ປະ​ກາດ—ເພື່ອ​ບອກ​ຊື່​ແຕ່​ລະ​ແຫ່ງ. ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ບ້ານ​ຫລາຍ​ແຫ່ງ​ເຫລົ່າ​ນີ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ການ​ສ່ວນ​ຕົວ ແລະ ເປັນ​ພະ​ຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສະ​ເໜີ​ມອບ​ພອນ ແລະ ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ອົງ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ​ເລື້ອຍໆ​ຢູ່​ທົ່ວ​ໂລກ.

ໝູ່​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທີ່ FamilySearch ໄດ້​ສອນ​ຂ້າ​ພະ​ເຈົ້າ​ວ່າ ຊື່​ໃໝ່​ຫລາຍ​ກວ່າ​ໜຶ່ງ​ຮ້ອຍ​ລ້ານ​ຊື່​ໄດ້​ຖືກ​ຕື່ມ​ໃສ່ FamilySearch ທຸກ​ມື້. ຖ້າ​ຫາກ​ທ່ານ​ບໍ່​ພົບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ມື້​ວານ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໃຫ້​ທ່ານ​ຊອກ​ຫາ​ໃໝ່​ອີກ​ຄັ້ງ​ມື້​ອື່ນ. ເມື່ອ​ເວົ້າ​ເຖິງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ຟາກ​ມ່ານ​ເບື້ອງ​ນັ້ນ, ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ດີ​ໄປ​ກວ່າ​ເວ​ລາ​ນີ້ ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ເນື່ອງ​ຈາກ​ວ່າ ພວກ​ເຮົາ​ລ້ຽງ​ລູກໆ​ຂອງ​ພວກ​ເຮົາ​ຢູ່​ເມືອງ​ທະ​ວິນ​ຟໍສ໌, ລັດ​ໄອ​ດາ​ໂຮ, ມຸມ​ມອງ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ​ໄດ້​ມີ​ຂໍ້​ຈຳ​ກັດ. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ມາ​ເຊຍ ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ຮັບ​ໃຊ້​ໃນ​ເຂດ​ປາ​ຊີ​ຟິກ, ບ່ອນ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ໄປ. ພວກ​ເຮົາ​ຮູ້​ສຶກ​ຍິນ​ດີ​ທີ່​ໄດ້​ພົບ​ສະ​ເຕກ​ຈາກ​ທາງ​ເທິງ​ຂອງ​ປະ​ເທດ​ນູ​ແວນ​ເຊ​ລັງ​ໄປ​ຈົນ​ຮອດ​ທາງ​ລຸ່ມ, ພ້ອມ​ດ້ວຍ​ພຣະ​ວິ​ຫານ​ທີ່​ໄດ້​ຖືກ​ອຸ​ທິດ​ໃນ​ປີ 1958. ມັນ​ແມ່ນ​ໜຶ່ງ​ໃນ​ພຣະ​ວິ​ຫານ 15 ແຫ່ງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ຈື່​ໃນ​ຫ້ອງ​ຮຽນ​ສາດ​ສະ​ໜາ. ພວກ​ເຮົາ​ໄດ້​ພົບ​ພຣະ​ວິ​ຫານ​ໃນ​ທຸກໆ​ເມືອງ​ໃຫຍ່​ຂອງ​ອົດ​ສະ​ຕາ​ລີ, ພ້ອມ​ດ້ວຍ​ສະ​ເຕກ​ທົ່ວ​ທັງ​ທະ​ວີບ​ນັ້ນ. ພວກ​ເຮົາ​ໄດ້​ມີ​ວຽກ​ງານ​ມອບ​ໝາຍ​ໃນ​ຊາ​ມົວ, ບ່ອນ​ທີ່​ມີ 25 ສະ​ເຕກ, ແລະ ຕົງ​ກາ, ບ່ອນ​ທີ່​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ປະ​ຊາ​ກອນ​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ໄດ້​ຮັບ​ວຽກ​ງານ​ມອບ​ໝາຍ​ຢູ່​ທີ່​ເກາະ​ກີ​ຣີ​ບາ​ຕີ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ພົບ​ກັບ​ສອງ​ສະ​ເຕກ. ພວກ​ເຮົາ​ໄດ້​ຮັບ​ວຽກ​ງານ​ມອບ​ໝາຍ​ໃຫ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ເຕກ​ໃນ​ເກາະ​ອີ​ເບຍ ໃນ​ກຸ່ມ​ເກາະ​ມາກ​ໂຊນ ແລະ ເມືອງ​ດາ​ຣູ ໃນ​ເກາະ​ປາ​ປົວ​ນິວ​ກີ​ນີ.

ຫລັງ​ຈາກ​ການ​ຮັບ​ໃຊ້​ຂອງ​ພວກ​ເຮົາ​ໃນ​ເກາະ​ປາ​ຊີ​ຟິກ, ພວກ​ເຮົາ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຮັບ​ໃຊ້​ໃນ​ປະ​ເທດ​ຟີ​ລິບ​ປິນ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ​ຫລາຍ, ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ປະ​ເທດ​ຟີ​ລິບ​ປິນ​ກຳ​ລັງ​ເຕີບ​ໂຕ​ຂຶ້ນ​ເໜືອ​ກວ່າ​ສິ່ງ​ໃດໆ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ຈັກ. ຕອນ​ນີ້ ໄດ້​ມີ 125 ສະ​ເຕກ, 23 ເຂດ​ເຜີຍ​ແຜ່, ແລະ ພຣະ​ວິ​ຫານ​ທີ່​ກຳ​ລັງ​ເປີດ​ດຳ​ເນີນ​ການ ຫລື ໄດ້​ຖືກ​ປະ​ກາດ 13 ແຫ່ງ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ໜາ​ຈັກ​ທີ່​ມີ​ສະ​ມາ​ຊິກ​ຫລາຍ​ກວ່າ 850,000 ຄົນ ໃນ​ປະ​ເທດ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ພາດ​ການ​ສະ​ຖາ​ປະ​ນາ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຢູ່​ທົ່ວ​ໂລກ​ໄປ​ໄດ້​ແນວ​ໃດ?

ຫລັງ​ຈາກ​ສາມ​ປີ​ຢູ່​ຟີ​ລິບ​ປິນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ຮັບ​ໃຊ້​ໃນ​ພະ​ແນກ​ເຜີຍ​ແຜ່. ວຽກ​ງານ​ມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພາ​ພວກ​ເຮົາ​ໄປ​ຍັງ​ເຂດ​ເຜີຍ​ແຜ່​ຢູ່​ທົ່ວ​ໂລກ. ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ທົ່ວ​ໂລກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຂະ​ຫຍາຍ​ອອກ​ຢ່າງ​ທະ​ວີ​ຄູນ. ມາ​ເຊຍ ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢ້ຽມ​ຢາມ​ເຂດ​ເຜີຍ​ແຜ່​ໃນ​ອາ​ຊີ. ພວກ​ເຮົາ​ໄດ້​ພົບ​ສູນ​ກາງ​ສະ​ເຕກ​ທີ່​ງົດ​ງາມ​ໃນ​ສິງ​ກະ​ໂປ, ພ້ອມ​ດ້ວຍ​ສະ​ມາ​ຊິກ​ທີ່​ໜ້າ​ອັດ​ສະ​ຈັນ ແລະ ຊື່​ສັດ. ພວກ​ເຮົາ​ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ໃນ​ຕຶກ​ໂບດ​ຫລັງ​ໜຶ່ງ​ໃນ​ເມືອງ​ໂຄ​ຕາ ຄິ​ນາ​ບາ​ລູ, ປະ​ເທດ​ມາ​ເລ​ເຊຍ. ພວກ​ເຮົາ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ຮົງ​ກົງ ແລະ ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສະ​ເຕກ​ທີ່​ດີ​ເລີດ ພ້ອມ​ດ້ວຍ​ໄພ່​ພົນ​ທີ່​ຊື່​ສັດ ແລະ ອຸ​ທິດ​ຕົນ.

ປະ​ສົບ​ການ​ນີ້​ໄດ້​ເກີດ​ຂຶ້ນ​ຊໍ້າ​ແລ້ວ​ຊ້ຳ​ອີກ ເມື່ອ​ພວກ​ເຮົາ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ທົ່ວ​ທັງ​ເອີ​ຣົບ, ໃນ​ອາ​ເມ​ຣິ​ກາ​ລາ​ຕິນ, ໃນ​ຄາ​ຣິບ​ບຽນ, ແລະ ໃນ​ອາ​ຟຣິ​ກາ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປະ​ສົບ​ກັບ​ການ​ເຕີບ​ໂຕ​ທີ່​ໃຫຍ່​ຫລວງ​ໃນ​ອາ​ຟຣິ​ກາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ທີ່​ຢູ່​ໃນ​ເຫດ​ການ​ເຖິງ​ການ​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ທຳ​ນາຍ​ຂອງ​ໂຈ​ເຊັບ ສະ​ມິດ ທີ່​ກຳ​ລັງ​ສຳ​ເລັດ​ຄົບ​ຖ້ວນ​ທີ່​ວ່າ “ຄວາມ​ຈິງ​ຂອງ​ພຣະ​ເຈົ້າ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​ອາດ​ຫານ, ຢ່າງ​ສູງ​ສົ່ງ, ແລະ ເປັນ​ອິດ​ສະ​ລະ, ຈົນ​ກວ່າ​ມັນ​ໄດ້​ເຂົ້າ​ໄປ​ເຖິງ​ທຸກ​ທະ​ວີບ, ໄດ້​ຢ້ຽມ​ຢາມ​ທຸກ​ພາກ​ພື້ນ​ຂອງ​ແຜ່ນ​ດິນ, ໄດ້​ຜ່ານ​ໄປ​ໃນ​ທຸກ​ປະ​ເທດ, ແລະ ທຸກ​ຄົນ​ໄດ້​ຍິນ.”7

ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ເລີດ​ຂອງ​ເຮົາ​ຢູ່​ທົ່ວ​ໂລກ ຂະ​ນະ​ນີ້​ແມ່ນ​ມີ​ຢູ່ 71,000 ຄົນ. ໂດຍ​ທີ່​ເຮັດ​ວຽກ​ນຳ​ກັນ​ກັບ​ສະ​ມາ​ຊິກ, ເຂົາ​ເຈົ້າ​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ຫລາຍ​ກວ່າ 20,000 ຄົນ​ທຸກໆ​ເດືອນ. ເມື່ອ​ບໍ່​ດົນ​ມາ​ນີ້ ແມ່ນ​ບັນ​ດາ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ອາ​ຍຸ 18, 19, ແລະ 20 ປີ​ທີ່, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສ້າງ​ການ​ອັດ​ສະ​ຈັນ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ເຕົ້າ​ໂຮມ​ນີ້. ພວກ​ເຮົາ​ພົບ​ຍິງ​ໜຸ່ມ ແລະ ຊາຍ​ໜຸ່ມ​ເຫລົ່າ​ນີ້​ໃນ​ໝູ່​ບ້ານ​ນ້ອຍໆ​ຂອງ​ເກາະ​ວາ​ນູ​ວອນ​ຕູ ແລະ ໃນ​ເມືອງ​ໃຫຍ່ໆ​ຂອງ​ນິວ​ຢອກ, ປາ​ຣີ, ແລະ ລອນ​ດອນ. ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ເຂົາ​ເຈົ້າ​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ບ່ອນ​ຊຸມ​ນຸມ​ທີ່​ຫ່າງ​ໄກ​ໃນ​ເກາະ​ຟີ​ຈີ ແລະ ບ່ອນ​ເຕົ້າ​ໂຮມ​ທີ່​ໃຫຍ່​ກວ່າ​ໃນ​ສະ​ຖານ​ທີ່​ຕ່າງໆ​ເຊັ່ນ ເທັກ​ຊັສ໌, ຄາ​ລິ​ຟໍ​ເນຍ, ແລະ ຟລໍ​ຣິ​ດາ ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ທ່ານ​ຈະ​ພົບ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ທຸກໆ​ມຸມ​ຂອງ​ໂລກ ທີ່​ເວົ້າ 60 ພາ​ສາ​ທີ່​ແຕກ​ຕ່າງ​ກັນ ແລະ ເຮັດ​ໃຫ້​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ມັດ​ທາຍ ບົດ​ທີ 28 ສຳ​ເລັດ​ຄົບ​ຖ້ວນ ທີ່​ວ່າ: “ເຫດ​ສະ​ນັ້ນ ພວກ​ເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກ​ສິດ ໃຫ້​ພວກ​ເຂົາ​ຮັບ​ບັບ​ຕິ​ສະ​ມາ​ໃນ [ພຣະ​ນາມ​ຂອງ​ພຣະ​ບິ​ດາ, ແລະ ຂອງ​ພຣະ​ບຸດ, ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ].”8 ຂ້າ​ພະ​ເຈົ້າ​ຂໍ​ຍົກ​ຍ້ອງ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ອະ​ດີດ ແລະ ໃນ​ປະ​ຈຸ​ບັນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຂໍ​ຢໍ້າ​ເຕືອນ​ຄົນ​ລຸ້ນ​ໃໝ່​ເຖິງ​ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ມາ ແລະ ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.9

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ການ​ຟື້ນ​ຟູ​ອັນ​ເລິກ​ເຊິ່ງ​ນີ້​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ ແລະ ໄດ້​ຍິນ​ດ້ວຍ​ຫູ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ວຽກ​ງານ​ຂອງ​ພຣະ​ເຈົ້າ​ຢູ່​ທົ່ວ​ໂລກ. ບໍ່​ເຄີຍ​ມີ​ເວ​ລາ​ໃດ​ທີ່​ດີ​ໄປ​ກວ່າ​ເວ​ລາ​ນີ້ ທີ່​ຈະ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ບາງ​ທີ ການ​ອັດ​ສະ​ຈັນ​ທີ່​ດົນ​ໃຈ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ມາ ແມ່ນ​ພວກ​ທ່ານ, ສະ​ມາ​ຊິກ​ທີ່​ຊື່​ສັດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ແຜ່ນ​ດິນ. ພວກ​ທ່ານ, ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໄດ້​ຖືກ​ບັນ​ຍາຍ​ໄວ້​ໂດຍ​ນີ​ໄຟ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ດັ່ງ​ທີ່​ເພິ່ນ​ໄດ້​ເຫັນ​ສະ​ໄໝ​ຂອງ​ເຮົາ ແລະ ໄດ້​ເປັນ​ພະ​ຍານ​ວ່າ, “ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”10

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ນີ​ໄຟ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ—ພວກ​ທ່ານ, ໄພ່​ພົນ​ແຫ່ງ​ພັນ​ທະ​ສັນ​ຍາ​ໃນ​ທຸກ​ແຜ່ນ​ດິນ, ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຢູ່​ທີ່​ແທ່ນ​ປາ​ໄສ​ໃນ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ແຫ່ງ​ໜຶ່ງ​ເຫລົ່າ​ນີ້​ຂອງ​ໂລກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທັບ​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ສິ່ງ​ທີ່​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ໃນ ໂມ​ໄຊ​ຢາ 2 ໃນ​ພຣະ​ຄຳ​ພີ​ມໍ​ມອນ. ບເຣັ້ນ, ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ: “ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.”11

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ນີ້​ດ້ວຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ເອງ ແລະ ໄດ້​ຍິນ​ມັນ​ດ້ວຍ​ຫູ​ຂອງ​ຂ້າ​ພະ​ເຈົ້າ​ເອງ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ທ່ານ, ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ເຈົ້າ ຢູ່​ທົ່ວ​ແຜ່ນ​ດິນ​ໂລກ ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ. ທ່ານ​ເປັນ​ລູກ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທ່ານ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຍັງ​ຮູ້​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້ ເພາະ​ວ່າ​ທ່ານ​ໄດ້​ຮັບ​ພະ​ຍານ​ສ່ວນ​ຕົວ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ວ່າ, “ແຕ່​ຕາ​ຂອງ​ພວກ​ເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກ​ເຈົ້າ​ໄດ້​ເຫັນ ແລະ ຫູ​ຂອງ​ພວກ​ເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້​ຍິນ.”12

ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ນຳ​ພາ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ເຮົາ​ຈະ​ສືບ​ຕໍ່​ກຽມ​ຜູ້​ສອນ​ສາດ​ສະ​ໜາ, ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ, ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຢູ່​ທົ່ວ​ໂລກ, ແລະ ຮັບ​ພອນ​ທີ່​ມີ​ມາ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເຮົາ​ສາ​ມັກ​ຄີ​ກັນ. ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ເຮົາ​ຮູ້​ຈັກ​ພຣະ​ອົງ ແລະ ເຮົາ​ຮັກ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ຮ່ວມ​ກັບ​ທຸກ​ທ່ານ, ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ເຮົາ​ເປັນ​ພະ​ຍານ​ນຳ​ກັນ ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ. ເຮົາ​ເຮັດ​ບັນ​ທຶກ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ. ທ່ານ ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ທີ່​ໃຫ້​ຄຳ​ພະ​ຍານ. ແມ່ນ​ດ້ວຍ​ພະ​ລັງ​ຂອງ​ພະ​ຍານ​ທີ່​ສາ​ມັກ​ຄີ​ນີ້ ທີ່​ເຮົາ​ຈະ​ມຸ້ງ​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຄຳ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.