ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ

ຄຳ​ເຊື້ອ​ເຊີນ​ຂອງ​ຂ້າ​ພະ​ເຈົ້າ​ຄື ໃຫ້​ລົງ​ມື​ຕັ້ງ​ແຕ່​ຕອນ​ນີ້ ເພື່ອ​ຮັກ​ສາ​ຕຳ​ແໜ່ງ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ.

ໃນ​ປີ 1832, ໂຈ​ເຊັບ ສະ​ມິດ ແລະ ຊິດ​ນີ ຣິກ​ດອນ ໄດ້​ຮັບ​ພາບ​ນິ​ມິດ​ທີ່​ໂດດ​ເດັ່ນ​ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ. ການ​ເປີດ​ເຜີຍ​ນີ້​ກ່າວ​ເຖິງ​ອາ​ນາ​ຈັກ​ສະ​ຫວັນ​ສາມ​ແຫ່ງ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ກ່ຽວ​ກັບ “ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ” ເຫລົ່າ​ນີ້ ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້,1 ໂດຍ​ສັງ​ເກດ​ວ່າ “ຜ່ານ​ໄຊ​ຊະ​ນະ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເມ​ສາ​ນ້ອຍ,”2 ໃນ​ທີ່​ສຸດ​ບຸກ​ຄົນ​ທັງ​ໝົດ​ຍົກ​ເວັ້ນ​ພຽງ​ບໍ່​ເທົ່າ​ໃດ​ຄົນ ກໍ​ຈະ​ຖືກ​ໄຖ່​ເຂົ້າ​ສູ່​ອາ​ນາ​ຈັກ​ໃດ​ໜຶ່ງ​ເຫລົ່າ​ນີ້, “ຕາມ​ຄວາມ​ປາດ​ຖະ​ໜາ​ທີ່​ພວກ​ເຂົາ​ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ຜ່ານ​ການ​ເລືອກ​ຂອງ​ພວກ​ເຂົາ.”3 ແຜນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ເຈົ້າ​ຖື​ເປັນ​ໂອ​ກາດ​ທົ່ວ​ໄປ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ, ທຸກ​ເມື່ອ ແລະ ທຸກ​ບ່ອນ​ທີ່​ພວກ​ເຂົາ​ອາ​ໄສ​ຢູ່​ເທິງ​ໂລກ.

ເຖິງ​ແມ່ນ​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ຕ່ຳ​ສຸດ​ຂອງ​ທັງ​ສາມ​ອາ​ນາ​ຈັກ, ອາ​ນາ​ຈັກ​ຊັ້ນ​ຕ່ຳ, “ເກີນ​ກວ່າ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ,”4 ແຕ່​ຄວາມ​ຫວັງ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ແມ່ນ​ວ່າ ເຮົາ​ຈະ​ເລືອກ—ແລະ, ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ເຮົາ​ຈະ​ມີ​ຄຸນ​ສົມ​ບັດ​ສຳ​ລັບ—ຊັ້ນ​ສູງ​ສຸດ​ ແລະ ສະ​ຫງ່າ​ລາ​ສີ​ທີ່​ສຸດ​ຂອງ​ອາ​ນາ​ຈັກ​ເຫລົ່າ​ນີ້, ອາ​ນາ​ຈັກ​ຊັ້ນ​ສູງ, ຊຶ່ງ​ເຮົາ​ຈະ​ຊື່ນ​ຊົມ​ກັບ​ຊີ​ວິດ​ນິ​ລັນ​ດອນ ໃນ​ຖາ​ນະ “ເປັນ​ຜູ້​ຮ່ວມ​ຮັບ​ມໍ​ລະ​ດົກ​ກັບ​ພຣະ​ຄຣິດ.”5 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກະ​ຕຸ້ນ​ເຮົາ​ໃຫ້ “ຄິດ​ກ່ຽວ​ກັບ​ຊັ້ນ​ສູງ,” ເຮັດ​ໃຫ້​ອາ​ນາ​ຈັກ​ຊັ້ນ​ສູງ​ເປັນ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ຈາກ​ນັ້ນ “ໃຫ້​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ຄອບ​ວ່າ ການ​ຕັດ​ສິນ​ໃຈ​ແຕ່​ລະ​ຄັ້ງ [ຂອງ​ເຮົາ] ຂະ​ນະ​ຢູ່​ເທິງ​ໂລກ​ຈະ​ນຳ [ເຮົາ] ໄປ​ຫາ​ບ່ອນ​ໃດ​ໃນ​ໂລກ​ໜ້າ.”6

ຜູ້​ທີ່​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຄື “ຜູ້​ທີ່​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ, … ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ​ຜ່ານ​ພຣະ​ເຢ​ຊູ​ຜູ້​ເປັນ​ກາງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່.”7 ຜູ້​ອາ​ໄສ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ທີ​ສອງ, ຫລື ອາ​ນາ​ຈັກ​ຊັ້ນ​ກາງ, ຖືກ​ບັນ​ຍາຍ​ໄວ້​ວ່າ ເປັນ​ຄົນ​ດີ​ແທ້ໆ, ລວມ​ທັງ “ຜູ້​ທີ່​ມີ​ກຽດ​ຢູ່​ໃນ​ແຜ່ນ​ດິນ​ໂລກ, ຜູ້​ຕາ​ບອດ​ໂດຍ​ກົນ​ອຸ​ບາຍ​ຂອງ​ມະ​ນຸດ.” ລັກ​ສະ​ນະ​ຈຳ​ກັດ​ຕົ້ນ​ຕໍ​ຂອງ​ພວກ​ເຂົາ​ແມ່ນ​ວ່າ​ພວກ​ເຂົາ “ບໍ່​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ.”8 ກົງ​ກັນ​ຂ້າມ, ຜູ້​ທີ່​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ລຸ່ມ​ກວ່າ, ອາ​ນາ​ຈັກ​ຊັ້ນ​ຕ່ຳ​ຄື​ຜູ້​ທີ່ “ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ທັງ​ບໍ່​ໄດ້​ຮັບ​ເອົາ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ.”9

ໃຫ້​ສັງ​ເກດ​ວ່າ​ບຸກ​ຄະ​ລິກ​ລັກ​ສະ​ນະ​ທີ່​ໂດດ​ເດັ່ນ​ຂອງ​ຜູ້​ອາ​ໄສ​ຂອງ​ແຕ່​ລະ​ອາ​ນາ​ຈັກ ແມ່ນ​ວິ​ທີ​ທີ່​ພວກ​ເຂົາ​ກ່ຽວ​ຂ້ອງ​ກັບ “ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ,” ຕັ້ງ​ແຕ່ (1) ການ​ອຸ​ທິດ​ຕົນ​ຈົນ​ສຸດ​ຫົວ​ໃຈ ໄປ​ຈົນ​ເຖິງ (2) ການ​ບໍ່​ກ້າ​ຫານ​ພໍ (3) ການ​ປະ​ຕິ​ເສດ​ຢ່າງ​ສິ້ນ​ເຊີງ. ປະ​ຕິ​ກິ​ລິ​ຍາ​ຂອງ​ແຕ່​ລະ​ຄົນ​ຈະ​ກຳ​ນົດ​ອະ​ນາ​ຄົດ​ນິ​ລັນ​ດອນ​ຂອງ​ເຂົາ.

I.

ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ແມ່ນ​ຫຍັງ?

ມັນ​ແມ່ນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ວິນ​ຍານ​ສັກ​ສິດ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ເມ​ຊີ​ອາ ແລະ ພຣະ​ຜູ້​ໄຖ່. ມັນ​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ໂຢ​ຮັນ​ວ່າ ແຕ່​ຕົ້ນ​ເດີມ​ພຣະ​ເຢ​ຊູ​ໄດ້​ຢູ່​ກັບ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ສ້າງ​ຟ້າ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ, ແລະ ພຣະ​ເຢ​ຊູ “ພຣະ​ກິດ​ຕິ​ຄຸນ​ມີ​ຊີ​ວິດ​ຢູ່​ໃນ​ພຣະ​ອົງ, ແລະ ພຣະ​ກິດ​ຕິ​ຄຸນ​ເປັນ​ຊີ​ວິດ, ແລະ ວ່າ​ຊີ​ວິດ​ເປັນ​ຄວາມ​ສະ​ຫວ່າງ​ຂອງ​ມະ​ນຸດ.”10 ມັນ​ແມ່ນ “ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, … ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ອີກ ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ.”11 ມັນ​ແມ່ນ​ຄວາມ​ຮູ້​ທີ່​ວ່າ “ບໍ່​ມີ​ນາມ​ອື່ນ​ໃດ​ໃຫ້​ໄວ້ ຊຶ່ງ​ໂດຍ​ນາມນັ້ນ​ຄວາມ​ລອດ​ຈະ​ມາ​ເຖິງ​ໄດ້.”12 ມັນ​ແມ່ນ “ປະ​ຈັກ​ພະ​ຍານ, ສຸດ​ທ້າຍ​ຂອງ​ທັງ​ໝົດ,” ທີ່​ມອບ​ໃຫ້​ໂດຍ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, “ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ! … ວ່າ​ພຣະ​ອົງ​ເປັນ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຈາກ​ພຣະ​ບິ​ດາ—ວ່າ​ໂດຍ​ພຣະ​ອົງ, ແລະ ຜ່ານ​ພຣະ​ອົງ, ແລະ ຈາກ​ພຣະ​ອົງ, ໂລກ​ຕ່າງໆ​ຈຶ່ງ​ຖືກ​ສ້າງ​ຂຶ້ນ​ມາ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ເປັນ​ບຸດ ແລະ ທິ​ດາ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ.”13

II.

ນອກ​ເໜືອ​ຈາກ​ປະ​ຈັກ​ພະ​ຍານ​ນີ້​ຄື​ຄຳ​ຖາມ, ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້?

ຜູ້​ສືບ​ທອດ​ອາ​ນາ​ຈັກ​ຊັ້ນ​ສູງ “ໄດ້​ຮັບ” ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ ໃນ​ຄວາມ​ໝາຍ​ທີ່​ສົມ​ບູນ​ທີ່​ສຸດ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ການ​ເອົາ​ຊະ​ນະ​ໂດຍ​ສັດ​ທາ.14 ຫລັກ​ທຳ ແລະ ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຄວບ​ຄຸມ​ລຳ​ດັບ​ຄວາມ​ສຳ​ຄັນ ແລະ ການ​ເລືອກ. ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ໄດ້​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ໃນ​ສິ່ງ​ທີ່​ພວກ​ເຂົາ​ເປັນ ແລະ ສິ່ງ​ທີ່​ພວກ​ເຂົາ​ຈະ​ກາຍ​ເປັນ. ແຮງ​ຈູງ​ໃຈ​ຄື​ຄວາມ​ໃຈ​ບຸນ, “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”15 ຈຸດ​ສຸມ​ຂອງ​ພວກ​ເຂົາ​ແມ່ນ​ເພື່ອ​ຕິດ​ຕາມ “ຂະ​ໜາດ​ຄວາມ​ສົມ​ບູນ​ຂອງ​ພຣະ​ຄຣິດ.”16

ຢ່າງ​ໜ້ອຍ​ບາງ​ຄົນ​ທີ່​ຈະ​ຖືກ​ພົບ​ເຫັນ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ກາງ ກໍ​ຍອມ​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ, ແຕ່​ພວກ​ເຂົາ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ສິ່ງ​ທີ່​ພວກ​ເຂົາ ບໍ່ ເຮັດ​ຫຍັງ​ກ່ຽວ​ກັບ​ເລື່ອງ​ນີ້. ຄວາມ​ບໍ່​ກ້າ​ຫານ​ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບົ່ງ​ບອກ​ເຖິງ​ລະ​ດັບ​ຄວາມ​ເສີຍ​ເມີຍ ຫລື ຄວາມ​ບໍ່​ເອົາ​ໃຈ​ໃສ່—ການ​ເປັນ​ຄົນ “ບໍ່​ເຢັນ​ບໍ່​ຮ້ອນ”17—ກົງ​ກັນ​ຂ້າມ​ກັບ​​ຜູ້​ຄົນ​ຂອງ​ອຳ​ໂມນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ຍົກ​ຕົວ​ຢ່າງ, ເປັນ​ຜູ້​ທີ່ “ດີ​ເດັ່ນ​ຂຶ້ນ​ຍ້ອນ​ວ່າ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ພຣະ​ເຈົ້າ.”18

ຜູ້​ອາ​ໄສ​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ຕ່ຳ ຄື​ຜູ້​ທີ່​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ ພ້ອມ​ທັງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ, ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ. ພວກ​ເຂົາ​ຖືກ​ບັນ​ຍາຍ​ໂດຍ​ອະ​ບີ​ນາ​ໄດ​ວ່າ “ໂດຍ​ໄປ​ຕາມ​ຄວາມ​ປະ​ສົງ​ອັນ​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ​ເອງ ໂດຍ​ບໍ່​ເຄີຍ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ທັງໆ​ທີ່​ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ; ຊຶ່ງ​ເປັນ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ເດ່​ອອກ​ມາ​ຫາ​ພວກ​ເຂົາ​ແລ້ວ, ແລະ ພວກ​ເຂົາ​ບໍ່​ຮັບ​ເອົາ.”19

III.

ຄວາມ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ຫລາຍ​ຢ່າງ​ທີ່​ສາ​ມາດ​ພິ​ຈາ​ລະ​ນາ​ໄດ້​ໃນ​ການ​ຕອບ​ຄຳ​ຖາມ​ນີ້. ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ເຖິງ​ສອງ​ສາມ​ຢ່າງ. ຄວາມ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ແມ່ນ​ລວມ​ທັງ​ການ​ບຳ​ລຸງ​ລ້ຽງ ແລະ ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ນັ້ນ. ສາ​ນຸ​ສິດ​ທີ່​ແທ້​ຈິງ​ຈະ​ບໍ່​ເມີນ​ເສີຍ​ຈາກ​ສິ່ງ​ເລັກ​ນ້ອຍ ທີ່​ສະ​ໜັບ​ສະ​ໜູນ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ເຖິງ​ພຣະ​ຄຣິດ, ເຊັ່ນ​ການ​ອະ​ທິ​ຖານ, ການ​ສຶກ​ສາ​ພຣະ​ຄຳ​ພີ, ການ​ຮັກ​ສາ​ວັນ​ຊະ​ບາ​ໂຕ, ການ​ຮັບ​ສ່ວນ​ສິນ​ລະ​ລຶກ, ການ​ກັບ​ໃຈ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ທານ​ແນວ​ສັນ​ເຕືອນ​ເຮົາ​ວ່າ “ດ້ວຍ​ຄວາມ​ໄວ​ທີ່​ໜ້າ​ຢ້ານ​ກົວ, ປະ​ຈັກ​ພະ​ຍານ​ທີ່​ບໍ່​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ທຸກ​ວັນ ‘ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ’ [ໂມ​ໂຣ​ໄນ 6:4] ສາ​ມາດ​ພັງ​ທະ​ລາຍ. ດັ່ງ​ນັ້ນ, … ເຮົາ​ຕ້ອງ​ການ​ປະ​ສົບ​ການ​ປະ​ຈຳ​ວັນ​ໃນ​ການ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.” ແລ້ວ​ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ກັບ​ທ່ານ ວ່າ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ. ຈົ່ງ​ມອບ​ເວ​ລາ​ຂອງ​ທ່ານ​ໃຫ້​ພຣະ​​ອົງ​ຫລາຍ​ພໍ. ຂະ​ນະ​ທີ່​ທ່ານ​ເຮັດ, ໃຫ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ແຮງ​ຜັກ​ດັນ​ທາງ​ວິນ​ຍານ​ໃນ​ທາງ​ບວກ​ຂອງ​ທ່ານ.”20

ການ​ເປັນ​ຄົນ​ກ້າ​ຫານ​ກໍ​ຍັງ​ແນະ​ນຳ​ການ​ເປີດກວ້າງ ແລະ ການ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ​ກ່ຽວ​ກັບ​ຄຳ​ພະ​ຍານ​ຂອງ​ຕົນ​ດ້ວຍ. ໃນ​ການ​ບັບ​ຕິ​ສະ​ມາ, ເຮົາ​ຢືນ​ຢັນ​ຄວາມ​ເຕັມ​ໃຈ​ຂອງ​ເຮົາ “ທີ່​ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ທີ່​ເຮົາ​ຢູ່, ເຖິງ​ແມ່ນ​ຈົນ​ເຖິງ​ຄວາມ​ຕາຍ.”21 ໃນ​ເທດ​ສະ​ການ​ອີດ​ສະ​ເຕີ​ນີ້​ໂດຍ​ສະ​ເພາະ, ເຮົາ​ປະ​ກາດ​ຄຳ​ພະ​ຍານ​ຂອງ​ເຮົາຢ່າງ​ຊື່ນ​ຊົມ, ຕໍ່​ສາ​ທາ​ລະ​ນະ, ແລະ ບໍ່​ສະ​ຫງວນ ເຖິງ​ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ ແລະ ຊົງ​ພຣະ​ຊົນ​ຢູ່.

ດ້ານ​ໜຶ່ງ​ຂອງ​ການ​ເປັນ​ຄົນ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຣິດ​ແມ່ນ​ການ​ຮັບ​ຟັງ​ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ຈະ​ບໍ່​ບັງ​ຄັບ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ທີ່​ດີ​ກວ່າ, ເປັນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແຕ່​ພຣະ​ອົງ​ໄດ້​ແນະ​ນຳ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ເພື່ອ​ເຮັດ​ໃຫ້​ເຮົາ​ຮັບ​ຮູ້​ເຖິງ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ຂອງ​ເຮົາ. ແລະ ມັນ​ບໍ່​ແມ່ນ​ພຽງ​ແຕ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ອ້ອນວອນ​ດ້ວຍ​ຄວາມ​ຮັກ​ຕໍ່​ຄົນ​ທັງ​ໂລກ ໃຫ້​ຮັບ​ຟັງ​ຄວາມ​ຈິງ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ອິດ​ສະ​ລະ,22 ຍົກ​ເວັ້ນ​ພວກ​ເຂົາ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ຈຳ​ເປັນ, ແລະ ນຳ​ຄວາມ​ສຸກ​ອັນ​ຍືນ​ຍົງ​ມາ​ສູ່​ພວກ​ເຂົາ.

ການ​ເປັນ​ຄົນ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຣິດ​ໝາຍ​ເຖິງ​ການ​ຊຸກ​ຍູ້​ຄົນ​ອື່ນ, ໂດຍ​ຄຳ​ເວົ້າ ແລະ ຕົວ​ຢ່າງ, ໃຫ້​ເປັນ​ຄົນ​ກ້າ​ຫານ​ເຊັ່ນ​ກັນ, ໂດຍ​ສະ​ເພາະ​ຄົນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ເອງ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ຄັ້ງ​ໜຶ່ງ​ໄດ້​ກ່າວ​ວ່າ “ສະ​ມາ​ຊິກ ‘ຜູ້​ມີ​ກຽດ’ ແທ້ໆ [ຂອງ​ສາດ​ສະ​ໜາ​ຈັກ] ທີ່​ທຳ​ຕົວ​ແບບ​ເຜີນໆ ແທນ​ທີ່​ຈະ​ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ຕົນ​ເລິກ​ເຊິ່ງ ແລະ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ແບບ​ເສີຍໆ ແທນ​ທີ່​ຈະ ‘ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:75; 58:27].”23 ທຸກ​ຄົນ​ມີ​ສິດ​ໃນ​ການ​ເລືອກ, ແອວ​ເດີ ແມ໊ກ​ສະ​ແວວ ຄ່ຳ​ຄວນ​ວ່າ: “ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຕ່​ໜ້າ​ເສຍ​ດາຍ, ເມື່ອ​ບາງ​ຄົນ​ເລືອກ​ຄວາມ​ກຽດ​ຄ້ານ, ພວກ​ເຂົາ​ບໍ່​ພຽງ​ແຕ່​ເລືອກ​ເພື່ອ​ຕົວ​ເອງ​ເທົ່າ​ນັ້ນ, ແຕ່​ຍັງ​ເລືອກ​ສຳ​ລັບ​ຄົນ​ລຸ້ນ​ຕໍ່​ໄປ ແລະ ຕໍ່ໆ​ໄປ​ນຳ​ອີກ. ຄຳ​ເວົ້າ​ທີ່​ເປັນ​ໜ້າ​ສົງ​ໄສ​ເລັກ​ນ້ອຍ​ຂອງ​ພໍ່​ແມ່​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ອອກ​ນອກ​ທາງ​ຂອງ​ລູກໆ​ຂອງ​ພວກ​ເຂົາ​ໄດ້! ຄົນ​ລຸ້ນ​ກ່ອນ​ໃນ​ຄອບ​ຄົວ​ອາດ​ສະ​ທ້ອນ​ເຖິງ​ຄວາມ​ອຸ​ທິດ​ຕົນ, ຂະ​ນະ​ທີ່​ຄົນ​ລຸ້ນ​ປະ​ຈຸ​ບັນ​ບາງ​ຄົນ​ຍັງ​ມີ​ຫລັກ​ຖານ​ທີ່​ເປັນ​ໜ້າ​ສົງ​ໄສ​ຢູ່. ໜ້າ​ເສຍ​ດາຍ, ໃນ​ລຸ້ນ​ຄົນ​ຕໍ່​ໄປ, ບາງ​ຄົນ​ອາດ​ເລືອກ​ການ​ໂຕ້​ຖຽງ, ເມື່ອ​ບັນ​ຫາ​ສົ່ງ​ຜົນ​ກະ​ທົບ.”24

ຫລາຍ​ປີ​ກ່ອນ, ແອວ​ເດີ ຈອນ ເອັຈ ໂກຣ​ເບີກ ໄດ້​ເລົ່າ​ເລື່ອງ​ລາວ​ຂອງ​ຄອບ​ຄົວ​ນ້ອຍ​ຄອບ​ຄົວ​ໜຶ່ງ​ທີ່​ອາ​ໄສ​ຢູ່​ໃນ​ສາ​ຂາ​ນ້ອຍ​ໃນ​ລັດ​ຮາ​ວາຍ ໃນ​ຊ່ວງ​ຊຸມ​ປີ 1900. ເຂົາ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ປະ​ມານ​ສອງ​ປີ ເມື່ອ​ລູກ​ສາວ​ຄົນ​ໜຶ່ງ​ຂອງ​ເຂົາ​ເຈົ້າ​ໄດ້​ລົ້ມ​ປ່ວຍ​ໂດຍ​ບໍ່​ຮູ້​ວ່າ​ເປັນ​ພະ​ຍາດ​ຫຍັງ ແລະ ໄດ້​ເຂົ້າ​ໂຮງ​ໝໍ. ຢູ່​ໂບດ​ໃນ​ວັນ​ອາ​ທິດ​ຕໍ່​ໄປ, ພໍ່ ແລະ ລູກ​ຊາຍ​ຂອງ​ລາວ​ໄດ້​ກະ​ກຽມ​ສິນ​ລະ​ລຶກ ດັ່ງ​ທີ່​ເຂົາ​ເຈົ້າ​ເຄີຍ​ເຮັດ​ໃນ​ຫລາຍ​ອາ​ທິດ​ຜ່ານ​ມາ, ແຕ່​ເມື່ອ​ພໍ່​ໜຸ່ມ​ຄຸ​ເຂົ່າ​ລົງ​ໃຫ້​ພອນ​ເຂົ້າ​ຈີ່, ປະ​ທານ​ສາ​ຂາ, ທັນ​ໃດ​ນັ້ນ​ກໍ​ຮູ້​ວ່າ​ຜູ້​ໃດ​ຢູ່​ໂຕະ​ສິນ​ລະ​ລຶກ, ໄດ້​ກະ​ໂດດ​ລຸກ​ຂຶ້ນ ແລະ ເວົ້າ​ວ່າ, “ຢຸດ. ເຈົ້າ​ບໍ່​ສາ​ມາດ​ແຕະ​ຕ້ອງ​ສິນ​ລະ​ລຶກ. ລູກ​ສາວ​ຂອງ​ເຈົ້າ​ເປັນ​ພະ​ຍາດ​ຫຍັງ​ກໍ​ບໍ່​ຮູ້. ອອກ​ໄປ​ທັນ​ທີ ໃນ​ຂະ​ນະ​ທີ່​ຄົນ​ອື່ນ​ຈັດ​ເຂົ້າ​ຈີ່​ສິນ​ລະ​ລຶກ​ໃໝ່. ພວກ​ເຮົາ​ໃຫ້​ເຈົ້າ​ຢູ່​ນີ້​ບໍ່​ໄດ້. ໄປ.” ພໍ່​ທີ່​ຕົກ​ໃຈ​ແຮງ​ໄດ້​ຫລຽວ​ເບິ່ງ​ປະ​ທານ​ສາ​ຂາ​ແບບ​ບໍ່​ເຂົ້າ​ໃຈ ແລະ ແລ້ວ​ໄດ້​ຫລຽວ​ເບິ່ງ​ບ່ອນ​ປະ​ຊຸມ ແລະ, ຮູ້​ສຶກ​ກັງ​ວົນ​ຢ່າງ​ໜັກ ແລະ ອັບ​ອາຍ​ຈາກ​ທຸກ​ຄົນ, ພໍ່​ຄົນ​ນັ້ນ​ຈຶ່ງ​ໄດ້​ຍົກ​ມື​ເອີ້ນ​ຄອບ​ຄົວ​ຂອງ​ລາວ, ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ທະ​ຍອຍ​ອອກ​ຈາກ​ບ່ອນ​ປະ​ຊຸມ​ໄປ​ເທື່ອ​ລະ​ຄົນ.

ບໍ່​ມີ​ຄຳ​ເວົ້າ​ໃດໆ​ເອີ່ຍ​ອອກ​ມາ, ຄອບ​ຄົວ​ນີ້​ໄດ້​ຍ່າງ​ໄປ​ຍັງ​ບ້ານ​ຫລັງ​ນ້ອຍໆ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ເສົ້າ​ໃຈ. ຢູ່​ທີ່​ນັ້ນ​ເຂົາ​ເຈົ້າ​ໄດ້​ນັ່ງ​ອ້ອມ​ເປັນ​ວົງ, ແລະ ພໍ່​ໄດ້​ເວົ້າ​ວ່າ, “ກະ​ລຸ​ນາ​ມິດ​ງຽບ ຈົນ​ກວ່າ​ຂ້ອຍ​ພ້ອມ​ທີ່​ຈະ​ເວົ້າ.” ລູກ​ຊາຍ​ນ້ອຍ​ໄດ້​ຄິດ​ຢູ່​ໃນ​ໃຈ​ວ່າ​ເຂົາ​ເຈົ້າ​ຄວນ​ເຮັດ​ຫຍັງ​ເພື່ອ​ແກ້​ແຄ້ນ​ຄວາມ​ອັບ​ອາຍ​ທີ່​ເຂົາ​ເຈົ້າ​ຕ້ອງ​ທົນ​ທຸກ​ທໍ​ລະ​ມານ: ເຂົາ​ເຈົ້າ​ຄວນ​ຈະ​ຂ້າ​ໝູ​ຂອງ​ປະ​ທານ​ສາ​ຂາ​ບໍ, ຫລື ຈູດ​ເຮືອນ​ຂອງ​ລາວ, ຫລື ໄປ​ໂບດ​ອື່ນ​ບໍ? ຫ້າ, ສິບ, ສິບ​ຫ້າ, ຊາວ​ຫ້າ​ນາ​ທີ​ໄດ້​ຜ່ານ​ໄປ.

ກຳ​ປັ້ນ​ຂອງ​ພໍ່​ເລີ່ມ​ມາຍ​ອອກ, ແລະ ນ້ຳ​ຕາ​ໄດ້​ໄຫລ​ອອກ​ມາ. ແມ່​ເລີ່ມ​ຮ້ອງ​ໄຫ້, ແລະ ບໍ່​ດົນ​ລູກໆ​ທຸກ​ຄົນ​ກໍ​ຮ້ອງ​ໄຫ້​ຢ່າງ​ງຽບໆ. ພໍ່​ໄດ້​ຫັນ​ໄປ​ຫາ​ເມຍ​ຂອງ​ລາວ ແລະ ເວົ້າ​ວ່າ, “ຂ້ອຍ​ຮັກ​ເຈົ້າ,” ແລະ ໄດ້​ເວົ້າ​ຄຳ​ນັ້ນ​ກັບ​ລູກ​ແຕ່​ລະ​ຄົນ​ຂອງ​ເຂົາ​ເຈົ້າ. “ຂ້ອຍ​ຮັກ​ພວກ​ເຈົ້າ​ທຸກ​ຄົນ ແລະ ຂ້ອຍ​ຢາກ​ໃຫ້​ພວກ​ເຮົາ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ, ເປັນ​ຄອບ​ຄົວ. ແລະ ທາງ​ດຽວ​ທີ່​ສາ​ມາດ​ເປັນ​ໄດ້​ຄື ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ເປັນ​ສະ​ມາ​ຊິກ​ທີ່​ດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ຜະ​ນຶກ​ເຂົ້າ​ກັນ​ໂດຍ​ຖາ​ນະ​ປະ​ໂລ​ຫິດ​ສັກ​ສິດ​ໃນ​ພຣະ​ວິ​ຫານ. ນີ້​ບໍ່​ແມ່ນ​ໂບດ​ຂອງ​ປະ​ທານ​ສາ​ຂາ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ໃດ ຫລື ໃຫ້​ການ​ເຈັບ​ປວດ​ອັນ​ໃດ ຫລື ໃຫ້​ຄວາມ​ອັບ​ອາຍ​ອັນ​ໃດ ຫລື ໃຫ້​ຄວາມ​ທະ​ນົງ​ຕົວ​ອັນ​ໃດ​ກີດ​ກັນ​ພວກ​ເຮົາ​ຈາກ​ການ​ໄດ້​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ. ວັນ​ອາ​ທິດ​ໜ້າ​ພວກ​ເຮົາ​ຈະ​ກັບ​ຄືນ​ໄປ​ໂບດ. ພວກ​ເຮົາ​ຈະ​ຢູ່​ໄກໆ​ຈາກ​ຄົນ​ອື່ນ ຈົນ​ກວ່າ​ຈະ​ຮູ້​ວ່າ​ລູກ​ສາວ​ຂອງ​ພວກ​ເຮົາ​ເປັນ​ພະ​ຍາດ​ຫຍັງ, ແຕ່​ພວກ​ເຮົາ​ຈະ​ກັບ​ຄືນ​ໄປ.”

ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ໄປ, ລູກ​ສາວ​ຂອງ​ເຂົາ​ເຈົ້າ​ໄດ້​ຫາຍ​ດີ, ແລະ ຄອບ​ຄົວ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ ເລ ຮາ​ວາຍ ເມື່ອ​ມັນ​ຖືກ​ສ້າງ​ສຳ​ເລັດ. ປະ​ຈຸ​ບັນ, ຫລາຍ​ກວ່າ 100 ຄົນ ເອີ້ນ​ພໍ່​ຂອງ​ເຂົາ​ເຈົ້າ, ພໍ່​ຕູ້​ຂອງ​ເຂົາ​ເຈົ້າ, ແລະ ພໍ່​ຕູ້​ທວດ​ຂອງ​ເຂົາ​ເຈົ້າ​ວ່າ ໄດ້​ຮັບ​ພອນ ເພາະ​ລາວ​ຈ້ອງ​ຕາ​ຢູ່​ທີ່​ນິ​ລັນ​ດອນ.25

ລັກ​ສະ​ນະ​ສຸດ​ທ້າຍ​ຂອງ​ຄວາມ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ແມ່ນ​ການ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ສຸດ​ສ່ວນ​ຕົວ​ຂອງ​ເຮົາ. ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ໄຖ່​ທີ່​ສຳ​ຄັນ​ຂອງ​ເຮົາ,26 ແລະ ພຣະ​ອົງ​ອ້ອນ​ວອນ​ວ່າ, “ຈົ່ງ​ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.”27

ສາດ​ສະ​ດາ​ມໍ​ມອນ​ບັນ​ຍາຍ​ໄພ່​ພົນ​ກຸ່ມ​ໜຶ່ງ​ທີ່​ພາກ​ພຽນ​ໃນ​ລັກ​ສະ​ນະ​ນີ້​ວ່າ “ລຸຍ​ໄປ​ກັບ​ຄວາມ​ທຸກ​ຢ່າງ​ຫລວງ​ຫລາຍ”:28

“ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢູ່​ເລື້ອຍໆ ແລະ ໄດ້​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ​ໃນ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ, ແລະ ໝັ້ນ​ຄົງ​ຂຶ້ນ​ໄປ​ເລື້ອຍໆ​ນຳ​ສັດ​ທາ​ໃນ​ພຣະ​ຄຣິດ, ຈົນ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ ແລະ ຄວາມ​ປອບ​ໃຈ, ແທ້​ຈິງ​ແລ້ວ, ຈົນ​ຊຳ​ລະ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ບໍ​ລິ​ສຸດ ແລະ ສັກ​ສິດ ຊຶ່ງ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ນັ້ນ​ມີ​ມາ​ຍ້ອນ​ການ​ຍອມ​ຖວາຍ​ໃຈ​ຂອງ​ພວກ​ເຂົາ​ແດ່​ພຣະ​ເຈົ້າ.”29 ມັນ​ເປັນ​ການ​ປ່ຽນ​ແປງ​ໃຈ​ອັນ​ຍິ່ງ​ໃຫຍ່​ນີ້—ຍອມ​ມອບ​ໃຈ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ການ​ເກີດ​ໃໝ່​ທາງ​ວິນ​ຍານ ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ທີ່​ເຮົາ​ສະ​ແຫວງ​ຫາ.30

ຄຳ​ເຊື້ອ​ເຊີນ​ຂອງ​ຂ້າ​ພະ​ເຈົ້າ​ຄື ໃຫ້​ລົງ​ມື​ຕັ້ງ​ແຕ່​ຕອນ​ນີ້ ເພື່ອ​ຮັກ​ສາ​ຕຳ​ແໜ່ງ​ຂອງ​ທ່ານ​ໃນ​ຖາ​ນະ​ຜູ້​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ. ເນື່ອງ​ຈາກອາດ​ຈຳ​ເປັນ​ຕ້ອງ​ກັບ​ໃຈ, “ຢ່າ​ຜັດ​ມື້​ຜັດ​ວັນ​ແຫ່ງ​ການ​ກັບ​ໃຈ,”31 ຢ້ານ​ວ່າ “ໃນ​ຊົ່ວ​ໂມງ​ທີ່​ພວກ​ເຈົ້າ​ບໍ່​ຄິດ​ລະ​ດູ​ຮ້ອນ​ຈະ​ຜ່ານ​ໄປ, ແລະ ການ​ເກັບ​ກ່ຽວ​ສິ້ນ​ສຸດ​ລົງ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ບໍ່​ລອດ.”32 ຈົ່ງ​ກະ​ຕື​ລື​ລົ້ນ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ. ​ຢ່າ “ບໍ່​ພໍ​ໃຈ [ໂດຍ] ຄວາມ​ເຄັ່ງ​ຄັດ​ຂອງ​ພຣະ​ຄຳ.”33 “ຈາ​ລຶກ​ພຣະ​ນາມ [ພຣະ​ຄຣິດ] ໄວ້​ໃນ​ໃຈ​ພວກ​ທ່ານ​ສະ​ເໝີ​ໄປ, … ເພື່ອ​ພວກ​ທ່ານ [ອາດ] ຈະ​ໄດ້​ຍິນ ແລະ ຮູ້​ຈັກ ສຽງ ຊຶ່ງ​ໂດຍ​ສຽງ​ນັ້ນ​ທີ່​ທ່ານ​ຈະ​ຖືກ​ເອີ້ນ, ແລະ ຈົ່ງ​ຈື່​ຈຳ ພຣະ​ນາມ ໄວ້​ສະ​ເໝີ ເພາະ​ພຣະ​ອົງ​ຈະ​ເອີ້ນ​ພວກ​ທ່ານ​ໂດຍ​ພຣະ​ນາມ​ນັ້ນ.”34 ແລະ ສຸດ​ທ້າຍ, “ຈົ່ງ​ຕົກ​ລົງ​ໃຈ, ວ່າ​ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່ [ພຣະ​ເຢ​ຊູ] ຈະ​ສິດ​ສອນ, ແລະ ບັນ​ຊາ​ພວກ​ເຈົ້າ.”35

ພຣະ​ບິ​ດາ​ຂອງ​ເຮົາ​ຢາກ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ໄດ້​ຊື່ນ​ຊົມ​ກັບ​ຊີ​ວິດ​ນິ​ລັນ​ດອນ​ກັບ​ພຣະ​ອົງ ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ທຸກ​ທໍ​ລະ​ມານ, ໄດ້​ສິ້ນ​ພຣະ​ຊົນ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ ເພື່ອ​ເຮັດ​ໃຫ້​ສິ່ງ​ນັ້ນ​ເປັນ​ໄປ​ໄດ້. ພຣະ​ອົງ “ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ, ແລະ ປະ​ທັບ​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮຽກ​ຮ້ອງ​ສິດ​ແຫ່ງ​ຄວາມ​ເມດ​ຕາ​ຈາກ​ພຣະ​ບິ​ດາ ຊຶ່ງ​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະນຸດ.”36 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ທຸກ​ຄົນ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ປະ​ຈັກ​ພະ​ຍານ​ທີ່​ລຸກ​ໄໝ້​ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ປິ​ຕິ​ຍິນ​ດີ ແລະ ມີ​ຄວາມ​ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ນັ້ນ, ແລະ ຊື່ນ​ຊົມ​ກັບ​ໝາກ​ຜົນ​ຂອງ​ພຣະ​ຄຸນ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຮົາ​ຢ່າງ​ຕໍ່​ເນື່ອງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.