ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ມັນ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຮົາ​ຄວນ​ມີ​ພຣະ​ຄຳ​ພີ​ມໍ​ມອນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2024


ມັນ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຮົາ​ຄວນ​ມີ​ພຣະ​ຄຳ​ພີ​ມໍ​ມອນ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ປີ​ນີ້ ຈະ​ເປັນ​ຄວາມ​ຊື່ນ​ຊົມ ແລະ ພອນ​ສຳ​ລັບ​ພວກ​ເຮົາ​ແຕ່​ລະ​ຄົນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ, ພວກ​ເຮົາ​ຮູ້​ບຸນ​ຄຸນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ອ່ານ​ພຣະ​ຄຳ​ພີ​ພ້ອມ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ. ຂອບ​ໃຈ​ຫລາຍໆ​ສຳ​ລັບ​ທຸກ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ. ຄວາມ​ເຊື່ອມ​ໂຍງ​ຂອງ​ທ່ານ​ກັບ​ພຣະ​ເຈົ້າ ແລະ ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ແຕ່​ລະ​ມື້ ມີ​ຜົນ​ສະ​ທ້ອນ​ທີ່​ເລິກ​ເຊິ່ງ. “ພວກ​ເຈົ້າ​ພວມ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່. ແລະ ຈາກ​ສິ່ງ​ເລັກ​ນ້ອຍ ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ.”1

ການ​ອ່ານ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ພຣະ​ຄຳ​ພີ ຊ່ວຍ​ໃຫ້​ເຮົາ​ປ່ຽນ​ບ້ານ​ເຮືອນ​ຂອງ​ເຮົາ ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ ແລະ ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.2 ມັນ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ໃຫ້​ເຂົ້າ​ມາ​ສູ່​ບ້ານ​ເຮືອນ​ຂອງ​ເຮົາ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເຕີມ​ເຕັມ​ຈິດ​ວິນ​ຍານ​ຂອງ​ເຮົາ​ດ້ວຍ​ຄວາມ​ສຸກ3 ແລະ ປ່ຽນ​ເຮົາ​ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄປ​ຕະ​ຫລອດ​ຊົ່ວ​ຊີ​ວິດ.

ຕະ​ຫລອດ​ເວ​ລາ​ຫລາຍ​ປີ​ມາ​ນີ້, ຂະ​ນະ​ທີ່​ອ່ານ​ພຣະ​ຄຳ​ພີ​ສັກ​ສິດ, ເຮົາ​ໄດ້​ສັງ​ເກດ​ເຫັນ​ພາບ​ກວ້າງ​ຂອງ​ຄຳ​ສອນ​ຂອງ​ພຣະ​ເຈົ້າ​ແກ່​ລູກໆ​ຂອງ​ພຣະ​ອົງ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ທີ່​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ.4

ໃນ​ທຸກໆ​ຍຸກ​ສະ​ໄໝ, ເຮົາ​ໄດ້​ເຫັນ​ແບບ​ແຜນ​ທີ່​ຄຸ້ນ​ເຄີຍ. ພຣະ​ເຈົ້າ​ຟື້ນ​ຟູ ຫລື ເປີດ​ເຜີຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ຜູ້​ຄົນ​ຕິດ​ຕາມ​ສາດ​ສະ​ດາ ແລະ ໄດ້​ຮັບ​ພອນ​ຢ່າງ​ຍິ່ງ​ໃຫຍ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເວ​ລາ​ຜ່ານ​ໄປ, ບາງ​ຄົນ​ກໍ​ເຊົາ​ເອົາ​ໃຈ​ໃສ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ຕີ​ຕົວ​ອອກ​ຫ່າງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ການ​ປະ​ຖິ້ມ​ຄວາມ​ເຊື່ອ. ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ເປີດ​ເຜີຍ​ແກ່​ອາ​ດາມ​ກ່ອນ, ແຕ່​ລູກໆ​ບາງ​ຄົນ​ຂອງ​ອາ​ດາມ ແລະ ເອ​ວາ​ໄດ້​ຫັນ​ໜີ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.5 ເຮົາ​ເຫັນ​ແບບ​ແຜນ​ຂອງ​ການ​ຟື້ນ​ຟູ ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ​ເກີດ​ຂຶ້ນ​ຢ່າງ​ຊໍ້າໆ​ໃນ​ຍຸກ​ສະ​ໄໝ​ຂອງ​ເອ​ນົກ, ໂນ​ອາ, ອັບ​ຣາ​ຮາມ, ໂມ​ເຊ, ແລະ ຄົນ​ອື່ນໆ.

ຕອນ​ນີ້, ມື້​ນີ້, ເຮົາ​ຢູ່​ໃນ​ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ.6 ນີ້​ເປັນ​ຍຸກ​ສະ​ໄໝ​ດຽວ​ທີ່​ຈະ​ບໍ່​ຈົບ​ລົງ​ດ້ວຍ​ການ​ປະ​ຖິ້ມ​ຄວາມ​ເຊື່ອ.7 ແມ່ນ​ຍຸກ​ສະ​ໄໝ​ນີ້​ແຫລະ ທີ່​ຈະ​ນຳ​ໄປ​ສູ່​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ ແລະ ການ​ປົກ​ຄອງ​ສະ​ຫັດ​ສະ​ວັດ​ຂອງ​ພຣະ​ອົງ.

ສະ​ນັ້ນ, ແມ່ນ​ຫຍັງ​ທີ່​ແຕກ​ຕ່າງ​ກ່ຽວ​ກັບ​ຍຸກ​ສະ​ໄໝ​ນີ້? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ສິ່ງ​ໃດ​ແກ່​ພວກ​ເຮົາ​ໃນ​ສະ​ໄໝ​ນີ້, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ທີ່​ຊ່ວຍ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ບໍ່​ມີ​ວັນ​ໜີ​ຈາກ​ພຣະ​ອົງ?

ຄຳ​ຕອບ​ໜຶ່ງ​ທີ່​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ ພຣະ​ຄຳ​ພີ—ແລະ ໂດຍ​ສະ​ເພາະ​ແມ່ນ ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ຂະ​ນະ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຈະ​ບໍ່​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ໂດຍ​ທົ່ວ​ໄປ ອີກ, ເຮົາ​ຈະ​ຕ້ອງ​ມີ​ສະ​ຕິ ແລະ ລະ​ມັດ​ລະ​ວັງ ເພື່ອ​ຫລີກ​ລ້ຽງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ ສ່ວນ​ຕົວ—ໂດຍ​ການ​ຈື່​ຈຳ, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ເຕີບ​ໂຕ​ທາງ​ວິນ​ຍານ ຂອງ​ເຮົາ​ເອງ.”8 ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ, ດັ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ໃນ​ປີ​ນີ້, ຈະ​ພາ​ເຮົາ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຍິ່ງ​ຂຶ້ນ​ສະ​ເໝີ—ແລະ ຈະ​ຊ່ວຍ​ໃຫ້​ເຮົາ​ຢູ່​ໃກ້​ກັບ​ພຣະ​ອົງ.

ເຮົາ​ເອີ້ນ​ມັນ​ວ່າ “ການ​ສຶກ​ສາ,” ແລະ ນັ້ນ​ເປັນ​ສິ່ງ​ທີ່​ດີ ເພາະ​ມັນ​ບົ່ງ​ບອກ​ເຖິງ​ຄວາມ​ພະ​ຍາ​ຍາມ. ແຕ່​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຮຽນ​ຮູ້​ຂໍ້​ເທັດ​ຈິງ​ໃໝ່​ສະ​ເໝີ​ໄປ. ບາງ​ເທື່ອ ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ກໍ​ເປັນ​ພຽງ​ແຕ່​ເລື່ອງ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ເຊື່ອມ​ໂຍງ​ກັບ​ພຣະ​ເຈົ້າ​ໃນ​ມື້​ນີ້—ເປັນ​ການ​ບຳ​ລຸງ​ລ້ຽງ​ຈິດ​ວິນ​ຍານ, ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ກ່ອນ​ທີ່​ຈະ​ອອກ​ໄປ​ປະ​ເຊີນ​ໂລກ, ຫລື ການ​ພົບ​ການ​ປິ່ນ​ປົວ ຫລັງ​ຈາກ ມື້​ທີ່​ໜັກ​ໜ່ວງ​ຢູ່​ທາງ​ນອກ​ໃນ​ໂລກ.

ເຮົາ​ສຶກ​ສາ​ພຣະ​ຄຳ​ພີ ເພື່ອ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຄູ​ສອນ​ຜູ້​ຍິ່ງ​ໃຫຍ່, ຈະ​ສາ​ມາດ​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ ແລະ ຊ່ວຍ​ໃຫ້​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພວກ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ.9

ໂດຍ​ທີ່​ມີ​ຄວາມ​ຄິດ​ເຫລົ່າ​ນີ້​ໃນ​ຈິດ​ໃຈ, ເຮົາ​ສາ​ມາດ​ພິ​ຈາ​ລະ​ນາ​ວ່າ, “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ຫຍັງ​ເຮົາ​ໃນ​ອາ​ທິດ​ນີ້ ລະ​ຫວ່າງ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ?” ແລະ “ບົດ​ຮຽນ​ນີ້​ພາ​ເຮົາ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຍິ່ງ​ຂຶ້ນ​ໄດ້​ແນວ​ໃດ?”

ນີ້​ແມ່ນ​ຄຳ​ຖາມ​ທີ່​ດີ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ເຮົາ​ຢູ່​ທີ່​ບ້ານ. ມັນ​ຍັງ​ເປັນ​ຄຳ​ຖາມ​ທີ່​ດີ​ເລີດ​ໃນ​ການ​ເລີ່ມ​ຕົ້ນ​ຫ້ອງ​ຮຽນ​ວັນ​ອາ​ທິດ​ຢູ່​ທີ່​ໂບດ​ນຳ​ອີກ. ເຮົາ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ​ຢູ່​ທີ່​ໂບດ​ໃນ​ວັນ​ອາ​ທິດ ໂດຍ​ການ​ປັບ​ປຸງ​ການ​ຮຽນ​ຮູ້​ຂອງ​ເຮົາ​ຢູ່​ທີ່​ບ້ານ​ໃນ​ລະ​ຫວ່າງ​ອາ​ທິດ. ດັ່ງ​ນັ້ນ, ຢູ່​ໃນ​ຫ້ອງ​ຮຽນ​ວັນ​ອາ​ທິດ​ຂອງ​ເຮົາ, “ຄົນ​ທີ່​ສັ່ງ​ສອນ ແລະ ຄົນ​ທີ່​ໄດ້​ຮັບ​ຈະ​ເຂົ້າ​ໃຈ​ກັນ, ແລະ ທັງ​ສອງ​ໄດ້​ຮັບ​ການ​ເສີມ​ສ້າງ ແລະ ປິ​ຕິ​ຍິນ​ດີ​ນຳ​ກັນ.”10

ນີ້​ແມ່ນ​ບາງ​ຂໍ້​ທີ່​ພຣະ​ວິນ​ຍານ​ໄດ້​ປະ​ທັບ​ໄວ້​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ອາ​ທິດ​ນີ້:

  • ນີ​ໄຟ​ໄດ້​ສັ່ງ​ໃຫ້​ຢາ​ໂຄບ “ຮັກ​ສາ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້ ແລະ ມອບ​ໃຫ້ … ຈາກ​ລຸ້ນ​ສູ່​ລຸ້ນ. ແລະ ຖ້າ​ຫາກ​ມີ​ການ​ສັ່ງ​ສອນ​ອັນ​ສັກ​ສິດ ຫລື ການ​ເປີດ​ເຜີຍ … , ຫລື ການ​ທຳ​ນາຍ,” ຢາ​ໂຄບ​ຄວນ “ບັນ​ທຶກ … ໄວ້​ໃນ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້ … ເພື່ອ​ເຫັນ​ແກ່​ຜູ້​ຄົນ​ຂອງ [ພວກ​ເຂົາ].”11

  • ຕໍ່​ມາ ຢາ​ໂຄບ​ໄດ້​ເປັນ​ພະ​ຍານ​ວ່າ, “ພວກ​ເຮົາ​ຄົ້ນ​ຫາ [ພຣະ​ຄຳ​ພີ], … ແລະ ມີ​ພະ​ຍານ​ທັງ​ໝົດ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ຫວັງ, ແລະ ມີ​ສັດ​ທາ​ຢ່າງ​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.”12

ບັດ​ນີ້, ຂໍ້​ເຫລົ່າ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຈື່​ສິ່ງ​ທີ່​ນີ​ໄຟ​ເຄີຍ​ໄດ້​ກ່າວ​ໄວ້​ກ່ອນ​ໜ້າ​ນີ້​ກ່ຽວ​ກັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ ທີ່​ວ່າ:

“ພວກ​ເຮົາ​ໄດ້​ຮັບ​ບັນ​ທຶກ … ແລະ ຄົ້ນ​ຄວ້າ​ມັນ ແລະ ພົບ​ວ່າ​ເປັນ​ສິ່ງ … ມີ​ຄຸນ​ຄ່າ​ຫລາຍ​ຕໍ່​ພວກ​ເຮົາ ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ.

“ດັ່ງ​ນັ້ນ ມັນ​ຈຶ່ງ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພວກ​ເຮົາ​ຈະ​ເອົາ​ມັນ​ໄປ​ນຳ, ເວ​ລາ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.”13

ບັດ​ນີ້, ຖ້າ​ມັນ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ສຳ​ລັບ​ລີ​ໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ​ທີ່​ຈະ​ມີ​ພຣະ​ຄຳ​ພີ, ມັນ​ກໍ​ເປັນ​ສິ່ງ​ທີ່​ສະ​ຫລຽວ​ສະ​ຫລາດ​ສຳ​ລັບ​ເຮົາ​ເຊັ່ນ​ກັນ​ໃນ​ທຸກ​ມື້​ນີ້. ຄຸນ​ຄ່າ​ທີ່​ຍິ່ງ​ໃຫຍ່ ແລະ ພະ​ລັງ​ທາງ​ວິນ​ຍານ​ຂອງ​ພຣະ​ຄຳ​ພີ​ຍັງ​ຄົງ​ສືບ​ຕໍ່​ສ່ອງ​ສະ​ຫວ່າງ​ໃນ​ຊີ​ວິດ​ຂອງ​ເຮົາ​ທຸກ​ມື້​ນີ້.

ຍັງ​ບໍ່​ເຄີຍ​ມີ​ຄົນ​ໃດ​ໃນ​ປະ​ຫວັດ​ສາດ​ທີ່​ສາ​ມາດ​ເຂົ້າ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພຣະ​ຄຳ​ພີ​ອື່ນໆ​ທີ່​ພວກ​ເຮົາ​ຊື່ນ​ຊົມ​ໃນ​ທຸກ​ມື້​ນີ້.14 ແມ່ນ​ແລ້ວ, ລີ​ໄຮ ແລະ ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຮັບ​ພອນ​ໃນ​ການ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ໄປ​ນຳ​ພວກ​ເພິ່ນ, ແຕ່​ພວກ​ເພິ່ນ​ບໍ່​ໄດ້​ມີ​ສຳ​ເນົາ​ໄວ້​ສຳ​ລັບ​ທຸກໆ​ຜ້າ​ເຕັນ! ສຳ​ເນົາ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ແມ່ນ​ສຳ​ເນົາ​ສ່່ວນ​ຕົວ​ຂອງ​ເຮົາ. ມັນ​ແມ່ນ​ສຳ​ເນົາ​ທີ່​ເຮົາ​ອ່ານ.

ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ, ລີ​ໄຮ​ໄດ້​ສິດ​ສອນ​ເຮົາ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ປະ​ສົບ​ການ​ສ່ວນ​ຕົວ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຫລັງ​ຈາກ​ທີ່​ເພິ່ນ​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ແລ້ວ, ລີ​ໄຮ​ກໍ​ໄດ້​ເຫັນ​ເມຍ​ຂອງ​ເພິ່ນ, ຊາ​ໄຣ​ຢາ, ແລະ ພວກ​ລູກ​ຊາຍ​ເພິ່ນ ນີ​ໄຟ ແລະ ແຊມ ຫ່າງ​ອອກ​ໄປ​ໜ້ອຍ​ໜຶ່ງ.

“ເຂົາ​ເຈົ້າ​ຢືນ​ງົງ​ຢູ່​ບໍ່​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ໄປ​ທາງ​ໃດ.

“… ພໍ່​ໄດ້​ຮ້ອງ​ຫາ​ພວກ​ເຂົາ,” ລີ​ໄຮ​ກ່າວ, “ແລະ ເອີ້ນ​ພວກ​ເຂົາ​ດ້ວຍ ສຽງ​ດັງ ເພື່ອ​ໃຫ້​ພວກ​ເຂົາ​ມາ​ຫາ​ພໍ່, ແລະ ຮັບ​ສ່ວນ​ໝາກ​ໄມ້ ຊຶ່ງ​ເປັນ​ໝາກ​ໄມ້​ທີ່​ເພິ່ງ​ປາດ​ຖະ​ໜາ​ເໜືອ​ກວ່າ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ.

“ແລະ … ພວກ​ເຂົາ​ໄດ້​ມາ​ຫາ​ພໍ່ ແລະ ຮັບ​ສ່ວນ​ໝາກ​ໄມ້​ເໝືອນ​ກັນ.”15

ຂ້າ​ພະ​ເຈົ້າ​ມັກ​ຕົວ​ຢ່າງ​ຂອງ​ລີ​ໄຮ​ໃນ​ການ​ລ້ຽງ​ລູກ​ແບບ​ຕັ້ງ​ໃຈ. ຊາ​ໄຣ​ຢາ, ນີ​ໄຟ, ແລະ ແຊມ ໄດ້​ໃຊ້​ຊີ​ວິດ​ທີ່​ດີ ແລະ ຊອບ​ທຳ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ບາງ​ສິ່ງ​ທີ່​ດີ​ກວ່າ, ບາງ​ສິ່ງ​ທີ່​ຫວານ​ກວ່າ​ສຳ​ລັບ​ພວກ​ເພິ່ນ. ແຕ່​ພວກ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ໃສ, ແຕ່​ລີ​ໄຮ​ໄດ້​ຊອກ​ເຫັນ​ມັນ. ສະ​ນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຫາ​ພວກ​ເພິ່ນ “ດ້ວຍ​ສຽງ​ດັງ” ໃຫ້​ມາ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລະ ຮັບ​ສ່ວນ​ໝາກ​ໄມ້​ສຳ​ລັບ​ພວກ​ເພິ່ນ​ເອງ. ຄຳ​ຊີ້​ນຳ​ຂອງ​ເພິ່ນ​ນັ້ນ ແຈ່ມ​ແຈ້ງ. ມັນ​ບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ໃຈ​ຜິດ​ໄດ້.

ຂ້າ​ພະ​ເຈົ້າ​ເປັນ​ຜົນ​ຂອງ​ການ​ລ້ຽງ​ລູກ​ແບບ​ຕັ້ງ​ໃຈ​ໃນ​ແບບ​ທີ່​ຄ້າຍ​ຄື​ກັນ​ນີ້.16 ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ໜ້າ​ຈະ​ປະ​ມານ 11 ຫລື 12 ປີ, ແມ່​ຂອງ​ຂ້າ​ພະ​ເຈົ້າ​ຖາມ​ຂ້າ​ພະ​ເຈົ້າ​ວ່າ, “ມາກ, ລູກ​ຮູ້​ດ້ວຍ​ຕົວ​ເອງ, ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ບໍ່, ວ່າ​ພຣະ​ກິດ​ຕິ​ຄຸນ​ເປັນ​ຄວາມ​ຈິງ?”

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ​ກັບ​ຄຳ​ຖາມ​ຂອງ​ເພິ່ນ. ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເປັນ “ເດັກ​ດີ,” ແລະ ຂ້າ​ພະ​ເຈົ້າ​ເຄີຍ​ຄິດ​ວ່າ ມັນ​ພຽງ​ພໍ​ແລ້ວ. ແຕ່​ແມ່​ຂອງ​ຂ້າ​ພະ​ເຈົ້າ, ເຊັ່ນ​ດຽວ​ກັບ​ລີ​ໄຮ, ຮູ້​ວ່າ​ຈຳ​ເປັນ​ຕ້ອງ​ມີ​ບາງ​ສິ່ງ​ທີ່​ຫລາຍ​ກວ່າ​ນີ້. ຂ້າ​ພະ​ເຈົ້າ​ຈຳ​ເປັນ​ຕ້ອງ​ລົງ​ມື​ປະ​ຕິ​ບັດ ແລະ ຮູ້​ຈັກ​ດ້ວຍ​ຕົວ​ເອງ.

ຂ້າ​ພະ​ເຈົ້າ​ໄດ້​ຕອບ​ໄປ​ວ່າ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ມີ​ປະ​ສົບ​ການ​ນັ້ນ​ເທື່ອ. ແລະ ເບິ່ງ​ຄື​ວ່າ ເພິ່ນ​ບໍ່​ໄດ້​ຕົກ​ຕະ​ລຶງ​ກັບ​ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ.

ແລ້ວ​ເພິ່ນ​ກໍ​ເວົ້າ​ບາງ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ມີ​ວັນ​ລືມ. ຂ້າ​ພະ​ເຈົ້າ​ຈື່​ຄຳ​ເວົ້າ​ຂອງ​ເພິ່ນ​ຈົນ​ເຖິງ​ມື້​ນີ້: “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ລູກ​ຮູ້​ຈັກ​ດ້ວຍ​ຕົວ​ເອງ. ແຕ່​ລູກ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ. ລູກ​ຕ້ອງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ລູກ.”

ແຕ່, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໃຫຍ່​ພໍ​ທີ່​ຈະ​ອ່ານ​ມັນ. ແຕ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຮູ້​ດີ​ກວ່າ​ນັ້ນ.

ຄຳ​ຖາມ​ຂອງ​ເພິ່ນ​ຈຸດ​ປະ​ກາຍ​ຄວາມ​ປາດ​ຖະ​ໜາ​ໃນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຮູ້​ດ້ວຍ​ຕົວ​ເອງ.

ສະ​ນັ້ນ, ແຕ່​ລະ​ຄືນ, ຢູ່​ໃນ​ຫ້ອງ​ນອນ ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ປັນ​ກັບ​ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ສອງ​ຄົນ, ຂ້າ​ພະ​ເຈົ້າ​ໄດ້​ເປີດ​ໄຟ​ທີ່​ຢູ່​ຫົວ​ຕຽງ​ຂອງ​ຂ້າ​ພະ​ເຈົ້າ ແລະ ອ່ານ​ບົດ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຫລັງ​ຈາກ​ນັ້ນ, ເມື່ອ​ປິດ​ໄຟ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ລົງ​ຈາກ​ຕຽງ​ເພື່ອ​ຄຸ​ເຂົ່າ ແລະ ອະ​ທິ​ຖານ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ​ກວ່າ​ເກົ່າ ແລະ ດ້ວຍ​ຄວາມ​ປາດ​ຖະ​ໜາ​ທີ່​ຍິ່ງ​ໃຫຍ່​ກວ່າ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ມີ​ມາ​ກ່ອນ. ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊົງ​ໂຜດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ.

ຕັ້ງ​ແຕ່​ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ພະ​ຍາ​ຍາມ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ ຂ້າ​ພະ​ເຈົ້າ​ສຳ​ຄັນ​ຕໍ່​ພຣະ​ອົງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ ແລະ ອະ​ທິ​ຖານ, ຄວາມ​ຮູ້​ສຶກ​ສະ​ບາຍ​ໃຈ ແລະ ສະ​ຫງົບ​ສຸກ​ກໍ​ມາ​ສູ່​ຂ້າ​ພະ​ເຈົ້າ. ເທື່ອ​ລະ​ບົດໆ, ແສງ​ແຫ່ງ​ສັດ​ທາ​ໄດ້​ສ່ອງ​ສະ​ຫວ່າງ​ຫລາຍ​ຍິ່ງ​ຂຶ້ນ​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ເມື່ອ​ເຖິງ​ເວ​ລາ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮູ້​ວ່າ ຄວາມ​ຮູ້​ສຶກ​ເຫລົ່າ​ນີ້​ແມ່ນ​ການ​ຢືນ​ຢັນ​ຄວາມ​ຈິງ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.17 ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ດ້ວຍ​ຕົວເອງ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ຄວາມ​ຈິງ ແລະ ວ່່າ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຫລາຍ​ສໍ່າ​ໃດ​ສຳ​ລັບ​ຄຳ​ເຊື້ອ​ເຊີນ​ທີ່​ດົນ​ໃຈ​ຂອງ​ແມ່​ຂອງ​ຂ້າ​ພະ​ເຈົ້າ.

ປະ​ສົບ​ການ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ສະ​ໄໝ​ເປັນ​ເດັກ ໄດ້​ເລີ່ມ​ຕົ້ນ​ແບບ​ແຜນ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ສືບ​ຕໍ່​ເປັນ​ພອນ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຈົນ​ເຖິງ​ມື້​ນີ້. ຂ້າ​ພະ​ເຈົ້າ​ຍັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ຄຸ​ເຂົ່າ​ອະ​ທິ​ຖານ​ຄື​ເກົ່າ. ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຢືນ​ຢັນ​ເຖິງ​ຄວາມ​ຈິງ​ຂອງ​ມັນ​ເທື່ອ​ແລ້ວ​ເທື່ອ​ອີກ.

ນີ​ໄຟ​ໄດ້​ກ່າວ​ໄວ້​ຢ່າງ​ຖືກ​ຕ້ອງ. ມັນ​ເປັນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພວກ​ເຮົາ​ຈະ​ໄດ້​ຖື​ພຣະ​ຄຳ​ພີ​ໄປ​ນຳ​ພວກ​ເຮົາ​ໄປ​ຕະ​ຫລອດ​ຊີ​ວິດ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ “ສີ​ລາ​ສຳ​ຄັນ” ທີ່​ເຮັດ​ໃຫ້​ຍຸກ​ສະ​ໄໝ​ນີ້​ແຕກ​ຕ່າງ​ຈາກ​ຍຸກ​ສະ​ໄໝ​ທັງ​ໝົດ​ທີ່​ຜ່ານ​ມາ. ຕາບ​ໃດ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ ແລະ ຕິດ​ຕາມ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ຈະ​ບໍ່​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ສ່ວນ​ຕົວ​ໃນ​ຊີ​ວິດ​ຂອງ​ເຮົາ.18

ຄຳ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ມາ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ໂດຍ​ການ​ຍຶດ​ໝັ້ນ​ໃນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ຄຳ​ເຊື້ອ​ເຊີນ​ຈາກ​ລີ​ໄຮ​ເຖິງ​ຄອບ​ຄົວ​ຂອງ​ເພິ່ນ​ເທົ່າ​ນັ້ນ, ແລະ ມັນ​ບໍ່​ແມ່ນ​ພຽງ​ແຕ່​ຄຳ​ເຊື້ອ​ເຊີນ​ຈາກ​ແມ່​ເຖິງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ​ເພື່ອ​ໃຫ້​ອ່ານ ແລະ ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ນີ້​ຍັງ​ເປັນ​ຄຳ​ເຊື້ອ​ເຊີນ​ຈາກ​ສາດ​ສະ​ດາ​ຂອງ​ພວກ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ເຖິງ​ພວກ​ເຮົາ​ແຕ່​ລະ​ຄົນ​ນຳ​ອີກ.

“ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ມື້, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີ​ກວ່າ​ເກົ່າ—ທຸກ​ມື້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ.”19

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ປີ​ນີ້ ຈະ​ເປັນ​ຄວາມ​ຊື່ນ​ຊົມ ແລະ ພອນ​ສຳ​ລັບ​ພວກ​ເຮົາ​ແຕ່​ລະ​ຄົນ ແລະ ຈະ​ນຳ​ພາ​ເຮົາ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຍິ່ງ​ກວ່າ​ທີ່​ຜ່ານ​ມາ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຊົງ​ພຣະ​ຊົນ​ຢູ່. ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ຄຳ​ພີ​ມໍ​ມອນ​ບັນ​ຈຸ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ສື່​ສານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ມື້​ນີ້. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ ຍ້ອນ​ພະ​ຍານ​ການ​ຢືນ​ຢັນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ຄຳ​ພະ​ຍານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເປັນ​ຄັ້ງ​ທຳ​ອິດ ຂະ​ນະ​ທີ່​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ສະ​ໄໝ​ເປັນ​ເດັກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33.

  2. “ຫລັກ​ສູດ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ ມີ​ສັກ​ກະ​ຍະ​ພາບ​ທີ່​ຈະ​ປ່ອຍ​ພະ​ລັງ​ຂອງ​ຄອບ​ຄົວ​ອອກ​ໄປ, ເມື່ອ​ແຕ່​ລະ​ຄອບ​ຄົວ​ປະ​ຕິ​ບັດ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ແລະ ດ້ວຍ​ຄວາມ​ຮອບ​ຄອບ ເພື່ອ​ປ່ຽນ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ເຮົາ​ທຳ​ງານ​ຢ່າງ​ພາກ​ພຽນ ເພື່ອ​ສ້ອມ​ແປງ​ບ້ານ​ເຮືອນ​ຂອງ​ເຮົາ​ໃຫ້​ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລ້ວ​ເມື່ອ​ເວ​ລາ​ຜ່ານ​ໄປ ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ. ລູກໆ ຂອງ​ທ່ານ ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດ ຂອງ​ທ່ານ ແລະ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ. ການ​ປ່ຽນ​ແປງ​ໃນ​ຄອບ​ຄົວ​ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ.” (Russell M. Nelson, “Becoming Exemplary Latter-day Saints,” Liahona, Nov. 2018, 113).

  3. “ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ຈະ​ໃຫ້​ພຣະ​ວິນ​ຍານ​ສ່ວນ​ໜຶ່ງ​ແກ່​ເຈົ້າ, ຊຶ່ງ​ຈະ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄວາມ​ຄິດ​ຂອງ​ເຈົ້າ, ຊຶ່ງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:13).

  4. “ຍຸກ​ສະ​ໄໝ​ພຣະ​ກິດ​ຕິ​ຄຸນ​ເປັນ​ຊ່ວງ​ເວ​ລາ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ຢູ່​ໃນ​ໂລກ​ນີ້ ຜູ້​ທີ່​ມີ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ ແລະ ຂໍ​ກະ​ແຈ, ແລະ ຜູ້​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ແຫ່ງ​ສະ​ຫວັນ​ໃຫ້​ແຜ່​ກະ​ຈາຍ​ພຣະ​ກິດ​ຕິ​ຄຸນ​ແກ່​ຜູ້​ຢູ່​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ” (Topics and Questions, “Dispensations,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  5. ເບິ່ງ ໂມ​ເຊ 5:12–16.

  6. ສາດ​ສະ​ດາ​ດາ​ນີ​ເອນ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ພວກ​ເຮົາ, ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ, ເມື່ອ​ເພິ່ນ​ໄດ້​ແກ້​ຄວາມ​ຝັນ​ຂອງ​ເນ​ບູ​ກາດ​ເນັດ​ຊາ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຄື​ກ້ອນ​ຫີນ​ຢູ່​ໃນ​ຄວາມ​ຝັນ​ນັ້ນ, ທີ່​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ, ກິ້ງ​ໄປ​ທາງ​ໜ້າ​ຈົນ​ເຕັມ​ແຜ່ນ​ດິນ​ໂລກ (ເບິ່ງ ດາ​ນີ​ເອນ 2:34–35, 44–45; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65:2).

  7. “ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ເອີ້ນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ​ຂອງ​ຍຸກ​ສະ​ໄໝ​ນີ້. ອຳ​ນາດ​ຈາກ​ສະ​ຫວັນ​ທັງ​ໝົດ​ຂອງ​ຍຸກ​ສະ​ໄໝ​ທີ່​ຜ່ານ​ມາ​ໄດ້​ຖືກ​ຟື້ນ​ຟູ​ຜ່ານ​ທາງ​ເພິ່ນ. ຍຸກ​ສະ​ໄໝ​ຂອງ​ຄວາມ​ສົມ​ບູນ​ແຫ່ງ​ເວ​ລາ​ນີ້ ຈະ​ບໍ່​ຖືກ​ກຳ​ນົດ​ດ້ວຍ​ເວ​ລາ ຫລື ດ້ວຍ​ສະ​ຖານ​ທີ່. ມັນ​ຈະ​ບໍ່​ສິ້ນ​ສຸດ​ລົງ​ດ້ວຍ​ການ​ປະ​ຖິ້ມ​ຄວາມ​ເຊື່ອ, ແລະ ມັນ​ຈະ​ແຜ່​ອອກ​ໄປ​ທົ່ວ​ໂລກ” (Russell M. Nelson, “The Gathering of Scattered Israel,” Liahona, Nov. 2006, 79–80).

  8. Russell M. Nelson, “Opening Remarks,” Liahona, Nov. 2018, 8.

  9. ເບິ່ງ “ຄວາມ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ພຣະ​ຄຳ​ພີ​ມໍ​ມອນ 2024, v.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:22; ເບິ່ງ ຂໍ້​ທີ 17–21 ນຳ​ອີກ.

  11. ຢາ​ໂຄບ 1:3–4.

  12. ຢາ​ໂຄບ 4:6.

  13. 1 ນີ​ໄຟ 5:21–22.

  14. ໄດ້​ມີ​ແຈ້ງ​ການ​ວ່າ ພຣະ​ຄຳ​ພີ​ມໍ​ມອນ 200 ລ້ານ​ຫົວ ໄດ້​ຖືກ​ແຈກ​ຢາຍ​ໃນ​ຍຸກ​ສະ​ໄໝ​ນີ້. ຊ່າງ​ເປັນ​ສິ່ງ​ທີ່​ໂດດ​ເດັ່ນ​ແທ້ໆ. ຕອນ​ນີ້ ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ​ເປັນ 113 ພາ​ສາ, ໂດຍ​ມີ 17 ພາ​ສາ ທີ່​ຢູ່​ໃນ​ລະ​ຫວ່າງ​ການ​ແປ. ຊ່າງ​ເປັນ​ພອນ​ແທ້ໆ​ທີ່​ໄດ້​ມີ​ພຣະ​ຄຳ​ພີ​ມໍ​ມອນ​ແບບ​ສະ​ບັບ​ພິມ, ດິ​ຈິ​ຕັນ, ສຽງ, ວິ​ດີ​ໂອ, ແລະ ໃນ​ຮູບ​ແບບ​ອື່ນໆ. (ເບິ່ງ Ryan Jensen, “Church Distributes 200 Millionth Copy of the Book of Mormon,” Church News, Dec. 29, 2023, thechurchnews.com.)

  15. 1 ນີ​ໄຟ 8:14–16; ເນັ້ນ​ຄຳ​ເນີ້ງ.

  16. “ອິດ​ທິ​ພົນ​ທາງ​ວິນ​ຍານ​ທີ່​ມີ​ພະ​ລັງ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເດັກ​ນ້ອຍ​ຄື​ແບບ​ຢ່າງ​ອັນ​ຊອບ​ທຳ​ຂອງ​ພໍ່​ແມ່ ແລະ ປູ່​ຍ່າ​ຕາ​ຍາຍ​ທີ່​ຮັກ​ຂອງ​ເຂົາ ຜູ້​ທີ່​ຊື່​ສັດ​ໃນ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ຂອງ​ຕົນ. ພໍ່​ແມ່​ຕັ້ງ​ໃຈ​ສິດ​ສອນ​ລູກໆ​ຂອງ​ຕົນ​ໃຫ້​ມີ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ເພື່ອ​ວ່າ​ພວກ​ເຂົາ ‘ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ’ ເຊັ່ນ​ກັນ [2 ນີ​ໄຟ 25:26]. ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ບໍ່​ເອົາ​ໃຈ​ໃສ່ ແລະ ບໍ່​ສະ​ໝ່ຳ​ສະ​ເໝີ ຈະ​ນຳ​ໄປ​ສູ່​ການ​ບາດ​ເຈັບ​ທາງ​ວິນ​ຍານ. ຄວາມ​ເສຍ​ຫາຍ​ທາງ​ວິນ​ຍານ​ມັກ​ເກີດ​ຂຶ້ນ​ຫລາຍ​ທີ່​ສຸດ​ກັບ​ລູກ​ຫລານ​ຂອງ​ເຮົາ” (Kevin W. Pearson, “Are You Still Willing?,” Liahona, Nov. 2022, 69).

  17. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:22–24.

  18. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກ່າວ​ໄວ້​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ບອກ​ພີ່​ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອ​ກວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີ​ລາ​ສຳ​ຄັນ​ຂອງ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ ແລະ ມະ​ນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະ​ຕິ​ບັດ​ຕາມ​ໜັງ​ສື​ເຫລັ້ມ​ອື່ນໆ” (ໃນ ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ).

  19. Russell M. Nelson, “The Book of Mormon: What Would Your Life Be Like without It?,” Liahona, Nov. 2017, 62–63.