ສິ່ງ​ຊ່ວຍ​ສຶກ​ສາ
ສາວົກ​ເຈັດ​ສິບ


ສາວົກ​ເຈັດ​ສິບ

ຕຳ​ແໜ່ງ​ທີ່​ພວກ​ຜູ້​ຊາຍ​ໄດ້​ຮັບ​ແຕ່ງ​ຕັ້ງ ໃນ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ປະ​ຈຸ​ບັນ​ນີ້, ກຸ່ມ​ສາວົກ​ເຈັດ​ສິບ ແມ່ນ​ຮ່ວມ​ດ້ວຍ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່ ແລະ ສາວົກ​ເຈັດ​ສິບ​ປະ​ຈຳ​ເຂດ. ສາວົກ​ເຈັດ​ສິບ​ຮັບ​ໃຊ້​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ປະທານ​ສູງ​ສຸດ ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ (ເບິ່ງ ຄພ 107:34). ພວກ​ເພິ່ນ​ອຸ​ທິດ​ເວລາ​ທັງ​ໝົດ​ຂອງ​ຕົນ ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.