ພາກທີ 132
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງນາວູ, ລັດອິລິນອຍ, ຖືກບັນທຶກໄວ້ໃນວັນທີ 12 ເດືອນກໍລະກົດ, 1843, ກ່ຽວກັບພັນທະສັນຍາໃໝ່ ແລະ ເປັນນິດ, ຮວມທັງພັນທະສັນຍາຊົ່ວນິລັນດອນຂອງການແຕ່ງງານ, ແລະ ຫລັກທຳຂອງການແຕ່ງເມຍຫລາຍຄົນນຳອີກ. ເຖິງແມ່ນວ່າການເປີດເຜີຍໄດ້ຖືກບັນທຶກໄວ້ໃນປີ 1843, ແຕ່ຫລັກຖານບົ່ງບອກວ່າ ຫລັກທຳບາງຢ່າງກ່ຽວກັບການເປີດເຜີຍນີ້ ໄດ້ຖືກເຮັດໃຫ້ເປັນທີ່ຮູ້ຈັກແກ່ສາດສະດາກ່ອນແລ້ວ ຕັ້ງແຕ່ປີ 1831. ເບິ່ງ ຂໍ້ປະກາດຢ່າງເປັນທາງການ 1.
1–6, ໄດ້ຮັບຄວາມສູງສົ່ງໂດຍຜ່ານພັນທະສັນຍາໃໝ່ ແລະ ເປັນນິດ; 7–14, ກົດ ແລະ ເງື່ອນໄຂຂອງພັນທະສັນຍານັ້ນໄດ້ຖືກຕັ້ງຂຶ້ນ; 15–20, ການແຕ່ງງານຊັ້ນສູງ ແລະ ຄວາມຕໍ່ເນື່ອງຂອງໜ່ວຍຄອບຄົວ ເຮັດໃຫ້ມະນຸດສາມາດກາຍເປັນພຣະເຈົ້າໄດ້; 21–25, ທາງຄັບ ແລະ ແຄບຈະນຳໄປສູ່ຊີວິດນິລັນດອນ, 26–27, ກົດກ່ຽວກັບການໝິ່ນປະໝາດພຣະວິນຍານບໍລິສຸດໄດ້ຖືກມອບໃຫ້; 28–39, ຄຳສັນຍາເຖິງການເພີ່ມພູນນິລັນດອນ ແລະ ຄວາມສູງສົ່ງໄດ້ຖືກເຮັດໄວ້ກັບສາດສະດາ ແລະ ໄພ່ພົນຂອງພຣະເຈົ້າໃນທຸກຍຸກທຸກສະໄໝ; 40–47, ໂຈເຊັບ ສະມິດ ໄດ້ຮັບອຳນາດທີ່ຈະຜູກ ແລະ ຜະນຶກໄວ້ເທິງແຜ່ນດິນໂລກ ແລະ ໃນສະຫວັນ; 48–50, ພຣະຜູ້ເປັນເຈົ້າໄດ້ຜະນຶກຄວາມສູງສົ່ງຂອງເພິ່ນໄວ້ເທິງເພິ່ນ; 51–57, ເອມມາ ສະມິດ ໄດ້ຖືກແນະນຳໃຫ້ຊື່ສັດ ແລະ ຈິງໃຈ; 58–66, ກົດເລື່ອງການແຕ່ງເມຍຫລາຍຄົນໄດ້ຖືກຕັ້ງຂຶ້ນ.
1 ຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ກັບເຈົ້າ ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ວ່າຕາບໃດທີ່ເຈົ້າໄດ້ຂໍຈາກມືຂອງເຮົາເພື່ອຈະໄດ້ຮູ້ ແລະ ເຂົ້າໃຈວ່າ, ເຮົາ, ພຣະຜູ້ເປັນເຈົ້າ, ຮັບຮອງຜູ້ຮັບໃຊ້ຂອງເຮົາ ອັບຣາຮາມ, ອີຊາກ, ແລະ ຢາໂຄບ, ໂມເຊກໍຄືກັນ, ດາວິດ ແລະ ໂຊໂລໂມນ, ຜູ້ຮັບໃຊ້ຂອງເຮົາ, ກ່ຽວກັບຫລັກທຳ ແລະ ຄຳສອນເລື່ອງການທີ່ພວກເຂົາມີ ກພັນລະຍາ ແລະ ເມຍນ້ອຍຫລາຍຄົນ—
2 ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ແລະ ຈະຕອບເຈົ້າກ່ຽວກັບເລື່ອງນີ້.
3 ສະນັ້ນ, ຈົ່ງ ກຕຽມໃຈຂອງເຈົ້າທີ່ຈະຮັບ ແລະ ເຊື່ອຟັງຄຳແນະນຳ ຊຶ່ງເຮົາກຳລັງຈະມອບໃຫ້ແກ່ເຈົ້າ; ເພາະວ່າຜູ້ຄົນທັງປວງທີ່ກົດນີ້ຖືກເປີດແກ່ພວກເຂົາຈະຕ້ອງເຊື່ອຟັງຕາມຄືກັນ.
4 ເພາະຈົ່ງເບິ່ງ, ເຮົາເປີດເຜີຍພັນທະສັນຍາໃໝ່ ແລະ ເປັນນິດແກ່ເຈົ້າ; ແລະ ຖ້າຫາກເຈົ້າບໍ່ປະຕິບັດຕາມ ກພັນທະສັນຍານັ້ນ, ເມື່ອນັ້ນເຈົ້າຈະ ຂອັບປະໂຫຍດ; ເພາະບໍ່ມີໃຜສາມາດ ຄປະຕິເສດພັນທະສັນຍານີ້ ແລະ ຖືກອະນຸຍາດໃຫ້ເຂົ້າໄປໃນລັດສະໝີພາບຂອງເຮົາໄດ້.
5 ເພາະວ່າຜູ້ຄົນທັງປວງທີ່ຢາກມີ ກພອນຈາກມືຂອງເຮົາ ຈະປະຕິບັດຕາມ ຂກົດຊຶ່ງໄດ້ກຳນົດໄວ້ສຳລັບພອນນັ້ນ, ແລະ ເງື່ອນໄຂໃນນັ້ນ, ດັ່ງທີ່ໄດ້ແຕ່ງຕັ້ງໄວ້ແລ້ວແຕ່ກ່ອນການວາງຮາກຖານຂອງໂລກ.
6 ແລະ ດັ່ງທີ່ກ່ຽວກັບ ກພັນທະສັນຍາໃໝ່ ແລະ ເປັນນິດ, ມັນໄດ້ຖືກແຕ່ງຕັ້ງໄວ້ສຳລັບຄວາມສົມບູນແຫ່ງ ຂລັດສະໝີພາບຂອງເຮົາ; ແລະ ຄົນທີ່ໄດ້ຮັບຄວາມສົມບູນໃນນັ້ນຕ້ອງປະຕິບັດຕາມ ແລະ ຈະປະຕິບັດຕາມກົດ, ຖ້າບໍ່ດັ່ງນັ້ນ ເຂົາຈະອັບປະໂຫຍດ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ.
7 ແລະ ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ກເງື່ອນໄຂຂອງກົດນີ້ຄື: ພັນທະສັນຍາ, ການສັນຍາ, ພັນທະການ, ພັນທະ, ຂຄຳສາບານ, ຄຳປະຕິຍານ, ການປະຕິບັດ, ຄວາມກ່ຽວພັນ, ຄວາມສຳພັນ, ຫລື ຄວາມຄາດຫວັງທັງປວງ, ທີ່ບໍ່ໄດ້ເຮັດ ແລະ ໄດ້ເຂົ້າສູ່ ແລະ ໄດ້ ຄຜະນຶກໂດຍ ງພຣະວິນຍານສັກສິດແຫ່ງຄຳສັນຍາ, ໂດຍຜູ້ທີ່ໄດ້ຮັບການເຈີມ, ທັງເພື່ອການເວລາ ແລະ ເພື່ອຕະຫລອດຊົ່ວນິລັນດອນ, ແລະ ເພື່ອຄວາມສັກສິດຫລາຍທີ່ສຸດຄືກັນ, ໂດຍ ຈການເປີດເຜີຍ ແລະ ບັນຍັດ ຜ່ານທາງຜູ້ໄດ້ຮັບການເຈີມຂອງເຮົາ, ຜູ້ທີ່ເຮົາໄດ້ກຳນົດໄວ້ຢູ່ເທິງແຜ່ນດິນໂລກໃຫ້ຖືອຳນາດນີ້ (ແລະ ເຮົາໄດ້ກຳນົດໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ໃຫ້ຖືອຳນາດນີ້ໃນຍຸກສຸດທ້າຍ, ແລະ ບໍ່ເຄີຍມີຜູ້ໃດຢູ່ເທິງແຜ່ນດິນໂລກ ບໍ່ວ່າຈະເປັນໃນເວລາໃດກໍຕາມ ຊຶ່ງອຳນາດນີ້ ແລະ ສຂໍກະແຈຂອງຖານະປະໂລຫິດນີ້ໄດ້ຖືກມອບໃຫ້), ຈະບໍ່ເກີດຜົນ, ບໍ່ມີປະສິດທິພາບ, ຫລື ພະລັງໃນ ແລະ ຫລັງຈາກການຟື້ນຄືນຊີວິດ; ເພາະສັນຍາທັງປວງທີ່ບໍ່ໄດ້ເຮັດໄວ້ເພື່ອຈຸດປະສົງນີ້ຈະສິ້ນສຸດລົງ ເມື່ອຄົນຕາຍໄປ.
8 ຈົ່ງເບິ່ງ, ບ້ານຂອງເຮົາເປັນບ້ານແຫ່ງລະບຽບ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ບໍ່ແມ່ນບ້ານແຫ່ງຄວາມສັບສົນ.
9 ເຮົາຈະຍອມຮັບຈາກ ກເຄື່ອງຖວາຍທີ່ບໍ່ໄດ້ເຮັດໃນນາມຂອງເຮົາບໍ, ພຣະຜູ້ເປັນເຈົ້າໄດ້ກ່າວ?
10 ຫລື ເຮົາຈະຮັບຈາກມືຂອງພວກເຈົ້າສິ່ງທີ່ເຮົາບໍ່ໄດ້ ກກຳນົດບໍ?
11 ແລະ ເຮົາຈະກຳນົດແກ່ພວກເຈົ້າບໍ, ພຣະຜູ້ເປັນເຈົ້າໄດ້ກ່າວ, ຍົກເວັ້ນແຕ່ຈະເປັນໂດຍກົດ, ແມ່ນແຕ່ດັ່ງທີ່ເຮົາ ແລະ ພຣະບິດາຂອງເຮົາໄດ້ ກແຕ່ງຕັ້ງໄວ້ກັບພວກເຈົ້າ, ກ່ອນໂລກມີມາ?
12 ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ; ແລະ ເຮົາມອບບັນຍັດນີ້ໃຫ້ແກ່ພວກເຈົ້າ—ວ່າບໍ່ມີຄົນໃດຈະ ກມາຫາພຣະບິດາຍົກເວັ້ນແຕ່ໂດຍທາງເຮົາ ຫລື ໂດຍທາງຄຳຂອງເຮົາ, ຊຶ່ງເປັນກົດຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.
13 ແລະ ທຸກສິ່ງທີ່ຢູ່ໃນໂລກ, ບໍ່ວ່າມັນຖືກແຕ່ງຕັ້ງຈາກມະນຸດ, ໂດຍບັນລັງ, ຫລື ເຂດປົກຄອງ, ຫລື ອຳນາດທັງໝົດ, ຫລື ສິ່ງທີ່ມີຊື່, ບໍ່ວ່າຈະເປັນສິ່ງໃດກໍຕາມ, ຊຶ່ງບໍ່ແມ່ນໂດຍທາງເຮົາ ຫລື ໂດຍທາງຄຳຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ຈະຖືກໂຄ່ນລົງ, ແລະ ຈະ ກບໍ່ເຫລືອຢູ່ຫລັງຈາກມະນຸດຕາຍ, ບໍ່ທັງໃນ ຫລື ຫລັງຈາກຟື້ນຄືນຊີວິດ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວ.
14 ເພາະສິ່ງໃດກໍຕາມທີ່ເຫລືອຢູ່ແມ່ນໂດຍເຮົາ; ແລະ ສິ່ງໃດກໍຕາມທີ່ບໍ່ແມ່ນໂດຍເຮົາຈະຖືກເຮັດໃຫ້ສັ່ນສະເທືອນ ແລະ ຖືກທຳລາຍ.
15 ສະນັ້ນ, ຖ້າຫາກຜູ້ຊາຍ ກແຕ່ງເອົາເມຍໃຫ້ຕົນຢູ່ໃນໂລກ, ແລະ ຖ້າຫາກລາວບໍ່ໄດ້ແຕ່ງເອົານາງໂດຍເຮົາ ຫລື ໂດຍຄຳຂອງເຮົາ, ແລະ ລາວໄດ້ເຮັດພັນທະສັນຍາກັບນາງຕາບໃດທີ່ລາວຢູ່ໃນໂລກນີ້ ແລະ ນາງຢູ່ກັບລາວ, ແລ້ວພັນທະສັນຍາ ແລະ ການແຕ່ງງານຂອງພວກເຂົາທັງສອງຈະບໍ່ມີຜົນເມື່ອພວກເຂົາຕາຍໄປ ແລະ ເມື່ອພວກເຂົາໄປຈາກໂລກ; ສະນັ້ນ, ພວກເຂົາຈຶ່ງບໍ່ໄດ້ຖືກຜູກມັດໄວ້ໂດຍກົດໃດໆເມື່ອພວກເຂົາໄປຈາກໂລກ.
16 ສະນັ້ນ, ເມື່ອພວກເຂົາໄປຈາກໂລກ, ພວກເຂົາຈຶ່ງບໍ່ໄດ້ແຕ່ງງານ ທັງບໍ່ຖືກຍົກໃຫ້ ກແຕ່ງງານ; ແຕ່ຈະຖືກກຳນົດໃຫ້ເປັນ ຂທູດໃນສະຫວັນ, ຊຶ່ງທູດເຫລົ່ານັ້ນເປັນຜູ້ຮັບໃຊ້ປະຕິບັດ, ເພື່ອປະຕິບັດແກ່ຄົນທີ່ມີຄ່າຄວນກັບນ້ຳໜັກແຫ່ງລັດສະໝີພາບອັນເປັນນິດຫລາຍກວ່າ, ແລະ ຍິ່ງໃຫຍ່ກວ່າ.
17 ເພາະທູດເຫລົ່ານີ້ບໍ່ໄດ້ປະຕິບັດຕາມກົດຂອງເຮົາ; ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດຂະຫຍາຍອອກໄປ, ແຕ່ຈະຄົງຢູ່ຕາມລຳພັງ, ໂດຍປາດສະຈາກຄວາມສູງສົ່ງ, ໃນສະພາບຄວາມລອດຂອງພວກເຂົາ, ຈົນເຖິງຕະຫລອດຊົ່ວນິລັນດອນ; ແລະ ຈາກນັ້ນໄປ ບໍ່ໄດ້ເປັນພຣະເຈົ້າ, ແຕ່ຈະເປັນທູດຂອງພຣະເຈົ້າຕະຫລອດການ ແລະ ຕະຫລອດໄປ.
18 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກຜູ້ຊາຍແຕ່ງເອົາເມຍ, ແລະ ເຮັດພັນທະສັນຍາກັບນາງເພື່ອການເວລາ ແລະ ເພື່ອຕະຫລອດຊົ່ວນິລັນດອນ, ຖ້າຫາກພັນທະສັນຍານັ້ນບໍ່ໄດ້ເປັນໂດຍເຮົາ ຫລື ໂດຍຄຳຂອງເຮົາ ຊຶ່ງເປັນກົດຂອງເຮົາ, ແລະ ບໍ່ໄດ້ຖືກຜະນຶກໂດຍພຣະວິນຍານສັກສິດແຫ່ງຄຳສັນຍາ, ຜ່ານຄົນທີ່ເຮົາໄດ້ເຈີມໄວ້ ແລະ ໄດ້ກຳນົດໄວ້ສູ່ອຳນາດນີ້, ແລ້ວ ພັນທະສັນຍານີ້ຈະບໍ່ມີຜົນ ເມື່ອພວກເຂົາໄປຈາກໂລກ, ເພາະວ່າພວກເຂົາບໍ່ໄດ້ມາຮວມກັນໂດຍເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ທັງບໍ່ໄດ້ມາຮ່ວມກັນໂດຍຄຳຂອງເຮົາ; ເມື່ອພວກເຂົາອອກໄປຈາກໂລກ ຈະຮັບເອົາມັນບໍ່ໄດ້ຢູ່ທີ່ນັ້ນ, ເພາະວ່າເຫລົ່າທູດ ແລະ ພຣະເຈົ້າໄດ້ຖືກກຳນົດໄວ້ຢູ່ທີ່ນັ້ນ, ຜູ້ທີ່ພວກເຂົາຈະຜ່ານບໍ່ໄດ້; ສະນັ້ນ ພວກເຂົາຈຶ່ງບໍ່ສາມາດຮັບເອົາລັດສະໝີພາບຂອງເຮົາເປັນມູນມໍລະດົກ; ເພາະວ່າບ້ານຂອງເຮົາເປັນບ້ານແຫ່ງລະບຽບ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ.
19 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກຜູ້ຊາຍແຕ່ງເອົາເມຍໂດຍພຣະຄຳຂອງເຮົາ, ຊຶ່ງແມ່ນກົດຂອງເຮົາ, ແລະ ໂດຍ ກພັນທະສັນຍາໃໝ່ ແລະ ເປັນນິດ, ແລະ ຂຜະນຶກໄວ້ກັບພວກເຂົາໂດຍພຣະວິນຍານສັກສິດແຫ່ງ ຄຄຳສັນຍາ, ໂດຍຜູ້ທີ່ຖືກເຈີມ, ໃຫ້ແກ່ຜູ້ທີ່ເຮົາໄດ້ແຕ່ງຕັ້ງອຳນາດນີ້ ແລະ ງຂໍກະແຈຂອງຖານະປະໂລຫິດນີ້ໃຫ້; ແລະ ຈະກ່າວກັບພວກເຂົາ—ພວກເຈົ້າຈະອອກໄປໃນການຟື້ນຄືນຊີວິດຄັ້ງທຳອິດ; ແລະ ຖ້າຫາກມັນຈະເປັນຫລັງຈາກການຟື້ນຄືນຊີວິດຄັ້ງທຳອິດ, ໃນການຟື້ນຄືນຊີວິດຄັ້ງຕໍ່ໄປ; ແລະ ຈະໄດ້ຮັບ ຈບັນລັງ, ອານາຈັກ, ເຂດປົກຄອງ, ແລະ ອຳນາດ, ການຄອບຄອງ, ສູງສຸດ ແລະ ເລິກສຸດທັງປວງ—ເມື່ອນັ້ນ ມັນຈະຖືກຂຽນໄວ້ໃນ ສທະບຽນແຫ່ງຊີວິດຂອງພຣະເມສານ້ອຍ, ວ່າເຂົາຈະບໍ່ເຮັດການຄາດຕະກຳ ຊຶ່ງໂດຍການນັ້ນຈະເຮັດໃຫ້ຄົນບໍລິສຸດຕ້ອງເສຍຊີວິດ, ແລະ ຖ້າຫາກພວກເຈົ້າປະຕິບັດຕາມພັນທະສັນຍາຂອງເຮົາ, ແລະ ບໍ່ເຮັດການຄາດຕະກຳ ຊຶ່ງໂດຍການນັ້ນບໍ່ເຮັດໃຫ້ຄົນບໍລິສຸດຕ້ອງເສຍຊີວິດ, ແລ້ວມັນຈະບັງເກີດກັບພວກເຂົາໃນທຸກສິ່ງທັງປວງບໍ່ວ່າອັນໃດກໍຕາມທີ່ຜູ້ຮັບໃຊ້ຂອງເຮົາໃຫ້ໄວ້ແກ່ພວກເຂົາ, ໃນການເວລາ, ແລະ ຕະຫລອດຊົ່ວນິລັນດອນ; ແລະ ມັນຈະເກີດຜົນ ເມື່ອພວກເຂົາອອກໄປຈາກໂລກ; ແລະ ພວກເຂົາຈະຜ່ານເຫລົ່າທູດ, ແລະ ບັນດາພຣະເຈົ້າໄປ, ຊຶ່ງຖືກຈັດໄວ້ໃນທີ່ນັ້ນ, ໄປສູ່ ຊຄວາມສູງສົ່ງ ແລະ ລັດສະໝີພາບຂອງພວກເຂົາໃນທຸກສິ່ງທັງປວງ, ດັ່ງທີ່ຖືກຜະນຶກໄວ້ເທິງຫົວຂອງພວກເຂົາ, ຊຶ່ງລັດສະໝີພາບນີ້ຈະເປັນຄວາມສົມບູນ ແລະ ຄວາມຕໍ່ເນື່ອງຂອງເຊື້ອສາຍຕະຫລອດການ ແລະ ຕະຫລອດໄປ.
20 ເມື່ອນັ້ນ ພວກເຂົາຈະເປັນພຣະເຈົ້າ, ເພາະວ່າພວກເຂົາບໍ່ມີທີ່ສິ້ນສຸດ; ສະນັ້ນ ພວກເຂົາຈະດຳລົງຢູ່ຈາກເປັນນິດເຖິງເປັນນິດ, ເພາະພວກເຂົາດຳເນີນຕໍ່ເນື່ອງໄປ; ເມື່ອນັ້ນພວກເຂົາຈະຢູ່ເໜືອທຸກສິ່ງທັງປວງ, ເພາະວ່າທຸກສິ່ງທັງປວງຂຶ້ນຢູ່ກັບພວກເຂົາ. ເມື່ອນັ້ນພວກເຂົາຈະເປັນ ກພຣະເຈົ້າ, ເພາະວ່າພວກເຂົາມີ ຂອຳນາດທັງປວງ, ແລະ ເຫລົ່າທູດຂຶ້ນຢູ່ກັບພວກເຂົາ.
21 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ຍົກເວັ້ນແຕ່ພວກເຈົ້າຈະປະຕິບັດຕາມ ກກົດຂອງເຮົາ, ພວກເຈົ້າຈະບໍ່ສາມາດບັນລຸເຖິງລັດສະໝີພາບນີ້.
22 ເພາະວ່າປະຕູທີ່ນຳໄປສູ່ຄວາມສູງສົ່ງ ແລະ ກຊີວິດທີ່ດຳເນີນຕໍ່ເນື່ອງກໍ ຂຄັບ, ແລະ ຄທາງກໍແຄບ, ແລະ ບໍ່ມີຫລາຍຄົນພົບທາງນີ້, ເພາະວ່າພວກເຈົ້າບໍ່ໄດ້ຮັບເອົາເຮົາຢູ່ໃນໂລກ ທັງພວກເຈົ້າບໍ່ຮູ້ຈັກເຮົາ.
23 ແຕ່ຖ້າຫາກພວກເຈົ້າໄດ້ຮັບເອົາເຮົາຢູ່ໃນໂລກ, ເມື່ອນັ້ນພວກເຈົ້າຈະຮູ້ເຮົາ, ແລະ ຈະໄດ້ຮັບຄວາມສູງສົ່ງຂອງພວກເຈົ້າ; ເພື່ອວ່າເຮົາຢູ່ ກບ່ອນໃດ ພວກເຈົ້າຈະຢູ່ບ່ອນນັ້ນຄືກັນ.
24 ນີ້ຄື ກຊີວິດນິລັນດອນທັງຫລາຍ—ທີ່ຈະຮູ້ຈັກພຣະເຈົ້າທີ່ສະຫລຽວສະຫລາດ ແລະ ທ່ຽງແທ້, ແລະ ພຣະເຢຊູຄຣິດ, ຜູ້ທີ່ພຣະອົງໄດ້ ຂສົ່ງມາ. ເຮົາຄືຜູ້ນັ້ນ. ສະນັ້ນພວກເຈົ້າຈົ່ງຮັບເອົາກົດຂອງເຮົາ.
25 ປະຕູທີ່ນຳໄປສູ່ ກຄວາມຕາຍກໍ ຂກວ້າງ ແລະ ທາງກໍໃຫຍ່; ແລະ ມີຫລາຍຄົນເຂົ້າໄປໃນທາງນັ້ນ, ເພາະວ່າພວກເຂົາບໍ່ ຄຮັບເອົາເຮົາ, ທັງພວກເຂົາບໍ່ປະຕິບັດຕາມກົດຂອງເຮົາ.
26 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ຖ້າຫາກຜູ້ຊາຍແຕ່ງເອົາເມຍຕາມຄຳຂອງເຮົາ ແລະ ພວກເຂົາໄດ້ຜະນຶກໂດຍ ກພຣະວິນຍານສັກສິດແຫ່ງຄຳສັນຍາ, ຕາມຂໍ້ກຳນົດຂອງເຮົາ, ແລະ ລາວ ຫລື ນາງຈະເຮັດບາບໃດໆ ຫລື ລ່ວງລະເມີດພັນທະສັນຍາໃໝ່ ແລະ ເປັນນິດ ບໍ່ວ່າອັນໃດກໍຕາມ, ແລະ ການໝິ່ນປະໝາດນາໆປະການ, ແລະ ຖ້າຫາກພວກເຂົາບໍ່ ຂເຮັດການຄາດຕະກຳ ຊຶ່ງໂດຍການນັ້ນບໍ່ເຮັດໃຫ້ຄົນບໍລິສຸດຕ້ອງເສຍຊີວິດ, ພວກເຂົາຈະອອກມາໃນການຟື້ນຄືນຊີວິດຄັ້ງທຳອິດ, ແລະ ເຂົ້າໄປໃນຄວາມສູງສົ່ງຂອງພວກເຂົາ; ແຕ່ພວກເຂົາຈະຖືກທຳລາຍໃນເນື້ອໜັງ, ແລະ ຈະຖືກ ຄສົ່ງໄປຮັບຄວາມທຸກທໍລະມານຂອງ ງຊາຕານຈົນເຖິງວັນແຫ່ງການໄຖ່, ອົງພຣະຜູ້ເປັນເຈົ້າໄດ້ກ່າວ.
27 ກການໝິ່ນປະໝາດພຣະວິນຍານບໍລິສຸດ, ຊຶ່ງຈະ ຂບໍ່ຖືກອະໄພໃຫ້ຢູ່ໃນໂລກ ຫລື ເມື່ອອອກໄປຈາກໂລກ, ຄືພວກເຈົ້າໄດ້ເຮັດການຄາດຕະກຳ ຊຶ່ງໃນການນັ້ນພວກເຈົ້າໄດ້ເຮັດໃຫ້ຄົນບໍລິສຸດຕ້ອງເສຍຊີວິດ, ແລະ ເຫັນພ້ອມກັບການຕາຍຂອງເຮົາ, ຫລັງຈາກພວກເຈົ້າໄດ້ຮັບເອົາພັນທະສັນຍາໃໝ່ ແລະ ເປັນນິດຂອງເຮົາ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ; ແລະ ຄົນທີ່ບໍ່ປະຕິບັດຕາມກົດນີ້ ຈະບໍ່ມີທາງເຂົ້າໄປໃນລັດສະໝີພາບຂອງເຮົາໄດ້, ແຕ່ຈະ ຄອັບປະໂຫຍດ, ພຣະຜູ້ເປັນເຈົ້າໄດ້ກ່າວ.
28 ເຮົາຄືພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ, ແລະ ຈະມອບກົດຂອງຖານະປະໂລຫິດສັກສິດຂອງເຮົາໃຫ້ແກ່ເຈົ້າ, ດັ່ງທີ່ໄດ້ຖືກແຕ່ງຕັ້ງໄວ້ໂດຍເຮົາ ແລະ ພຣະບິດາຂອງເຮົາກ່ອນໂລກເປັນມາ.
29 ກອັບຣາຮາມໄດ້ຮັບທຸກສິ່ງທັງປວງ, ສິ່ງໃດກໍຕາມທີ່ລາວໄດ້ຮັບ, ໂດຍການເປີດເຜີຍ ແລະ ບັນຍັດ, ໂດຍຄຳຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ໄດ້ເຂົ້າໄປສູ່ຄວາມສູງສົ່ງຂອງລາວ ແລະ ນັ່ງຢູ່ເທິງບັນລັງຂອງລາວ.
30 ອັບຣາຮາມໄດ້ຮັບ ກຄຳສັນຍາກ່ຽວກັບລູກຫລານຂອງລາວ, ແລະ ກ່ຽວກັບຜົນແອວຂອງລາວ—ຈາກ ຂແອວຂອງຜູ້ນັ້ນທີ່ເຈົ້າໄດ້ເກີດມາ, ນັ້ນຄື, ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ—ຊຶ່ງຕ້ອງດຳເນີນຕໍ່ໄປຕາບໃດທີ່ພວກເຂົາຍັງຢູ່ໃນໂລກ; ແລະ ດັ່ງທີ່ກ່ຽວກັບອັບຣາຮາມ ແລະ ລູກຫລານຂອງລາວ, ພວກເຂົາຈະດຳເນີນສືບຕໍ່ໄປຫລັງຈາກອອກໄປຈາກໂລກນີ້ແລ້ວ; ທັງໃນໂລກ ແລະ ເມື່ອອອກໄປຈາກໂລກແລ້ວ ພວກເຂົາຈະດຳເນີນສືບຕໍ່ໄປເປັນຈຳນວນຫລວງຫລາຍເໝືອນດັ່ງ ຄດວງດາວ; ຫລື, ຖ້າຫາກພວກເຈົ້າຈະນັບດິນຊາຍເທິງແຄມຝັ່ງທະເລ ພວກເຈົ້າກໍບໍ່ສາມາດນັບມັນໄດ້.
31 ຄຳສັນຍານີ້ເປັນຂອງພວກເຈົ້າເໝືອນກັນ, ເພາະວ່າພວກເຈົ້າເປັນຂອງ ກອັບຣາຮາມ, ແລະ ຄຳສັນຍາໄດ້ຖືກເຮັດໄວ້ກັບອັບຣາຮາມ; ແລະ ໂດຍກົດນີ້ ຈຶ່ງມີຄວາມຕໍ່ເນື່ອງໃນວຽກງານຂອງພຣະບິດາຂອງເຮົາ, ຊຶ່ງໃນການນັ້ນ ພຣະອົງໄດ້ຖວາຍບາລະມີແດ່ພຣະອົງເອງ.
32 ສະນັ້ນ, ພວກເຈົ້າຈົ່ງໄປ, ແລະ ເຮັດ ກວຽກງານຂອງອັບຣາຮາມ; ພວກເຈົ້າຈົ່ງເຂົ້າມາໃນກົດຂອງເຮົາ ແລະ ພວກເຈົ້າຈະລອດ.
33 ແຕ່ຖ້າຫາກພວກເຈົ້າບໍ່ໄດ້ເຂົ້າມາໃນກົດຂອງເຮົາ, ພວກເຈົ້າຈະບໍ່ສາມາດໄດ້ຮັບຄຳສັນຍາຂອງພຣະບິດາຂອງເຮົາ, ຊຶ່ງພຣະອົງໄດ້ເຮັດໄວ້ກັບອັບຣາຮາມ.
34 ພຣະເຈົ້າໄດ້ ກບັນຊາອັບຣາຮາມ, ແລະ ຂຊາຣາກໍໄດ້ມອບນາງ ຄຮາກາໃຫ້ເປັນເມຍຂອງອັບຣາຮາມ. ແລະ ດ້ວຍເຫດໃດນາງຈຶ່ງເຮັດແນວນັ້ນ? ເພາະສິ່ງນັ້ນເປັນກົດ; ແລະ ຈາກນາງຮາກາຈຶ່ງມີຜູ້ຄົນເກີດມາຢ່າງຫລວງຫລາຍ. ສະນັ້ນ, ສິ່ງນີ້ຈຶ່ງໄດ້ເຮັດໃຫ້ຄຳສັນຍາສຳເລັດໃນທ່າມກາງສິ່ງອື່ນໆ.
35 ສະນັ້ນ, ອັບຣາຮາມຢູ່ພາຍໃຕ້ການກ່າວໂທດບໍ? ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ບໍ່ເລີຍ; ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ ກບັນຊາເລື່ອງນີ້.
36 ອັບຣາຮາມຖືກ ກບັນຊາໃຫ້ຖວາຍລູກຊາຍຂອງລາວ ຂອີຊາກ; ເຖິງຢ່າງໃດກໍຕາມ, ມັນມີຂຽນໄວ້ວ່າ: ຢ່າ ຄຂ້າຄົນ. ເຖິງຢ່າງໃດກໍຕາມ, ອັບຣາຮາມບໍ່ໄດ້ປະຕິເສດ, ແລະ ມັນຖືກນັບວ່າເປັນ ງຄວາມຊອບທຳແກ່ລາວ.
37 ອັບຣາຮາມໄດ້ຮັບເອົາ ກສາວໃຊ້ມາເປັນເມຍ, ແລະ ພວກນາງໄດ້ເກີດລູກໃຫ້ລາວຫລາຍຄົນ; ແລະ ມັນຖືກນັບວ່າເປັນຄວາມຊອບທຳແກ່ລາວ, ເພາະພວກນາງໄດ້ຖືກມອບໃຫ້ແກ່ລາວ, ແລະ ລາວກໍໄດ້ປະຕິບັດຕາມກົດຂອງເຮົາ; ດັ່ງອີຊາກນຳອີກ ແລະ ຂຢາໂຄບ ບໍ່ໄດ້ເຮັດສິ່ງອື່ນໃດນອກຈາກສິ່ງທີ່ພວກເຂົາໄດ້ຮັບບັນຊາ; ແລະ ເພາະວ່າພວກເຂົາບໍ່ໄດ້ເຮັດສິ່ງອື່ນໃດນອກຈາກສິ່ງທີ່ພວກເຂົາໄດ້ຮັບບັນຊາ, ພວກເຂົາຈຶ່ງໄດ້ເຂົ້າໄປໃນ ຄຄວາມສູງສົ່ງຂອງພວກເຂົາ, ຕາມຄຳສັນຍາ, ແລະ ນັ່ງຢູ່ເທິງບັນລັງ, ແລະ ບໍ່ໄດ້ເປັນເຫລົ່າທູດ ແຕ່ເປັນພຣະເຈົ້າ.
38 ກດາວິດກໍໄດ້ມີ ຂເມຍ ແລະ ສາວໃຊ້ຫລາຍຄົນ, ແລະ ໂຊໂລໂມນ ແລະ ໂມເຊ ຜູ້ຮັບໃຊ້ຂອງເຮົາກໍຄືກັນ, ເຊັ່ນດຽວກັບຜູ້ຮັບໃຊ້ຄົນອື່ນໆຂອງເຮົາຫລາຍຄົນນຳອີກ, ຕັ້ງແຕ່ຕົ້ນຂອງການສ້າງໂລກຈົນເຖິງເວລານີ້; ແລະ ພວກເຂົາບໍ່ໄດ້ເຮັດບາບແນວໃດນອກຈາກສິ່ງເຫລົ່ານັ້ນທີ່ພວກເຂົາບໍ່ໄດ້ຖືກຮັບຮູ້ຈາກເຮົາ.
39 ເຮົາໄດ້ ກມອບເມຍ ແລະ ສາວໃຊ້ໃຫ້ດາວິດ, ໂດຍມືຂອງນາທານ, ຜູ້ຮັບໃຊ້ຂອງເຮົາ, ແລະ ຄົນອື່ນໆທີ່ເປັນສາດສະດາ ຜູ້ມີ ຂຂໍກະແຈແຫ່ງອຳນາດນີ້; ແລະ ບໍ່ມີອັນໃດໃນສິ່ງເຫລົ່ານີ້ທີ່ລາວໄດ້ເຮັດບາບຕໍ່ເຮົາຍົກເວັ້ນແຕ່ໃນກໍລະນີຂອງ ຄອູຣິອາ ແລະ ເມຍຂອງລາວ; ແລະ, ສະນັ້ນ ລາວຈຶ່ງໄດ້ຕົກຈາກຄວາມສູງສົ່ງຂອງລາວ, ແລະ ໄດ້ຮັບສ່ວນຂອງລາວ; ແລະ ລາວຈະບໍ່ໄດ້ຮັບພວກນາງເມື່ອໄປຈາກໂລກ, ເພາະເຮົາໄດ້ ງມອບພວກນາງໃຫ້ແກ່ອີກຄົນໜຶ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວ.
40 ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ແລະ ເຮົາໄດ້ມອບໜ້າທີ່ຮັບຜິດຊອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ແລະ ໃຫ້ ກຟື້ນຟູທຸກສິ່ງທັງປວງ. ໃຫ້ຂໍສິ່ງໃດກໍຕາມທີ່ເຈົ້າປະສົງ, ແລະ ມັນຈະຖືກມອບໃຫ້ແກ່ເຈົ້າຕາມຄຳຂອງເຮົາ.
41 ແລະ ເພາະວ່າເຈົ້າໄດ້ຖາມກ່ຽວກັບການລ່ວງປະເວນີ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຖ້າຫາກຜູ້ຊາຍໄດ້ແຕ່ງເອົາເມຍໃນພັນທະສັນຍາໃໝ່ ແລະ ເປັນນິດ, ແລະ ຖ້າຫາກນາງຢູ່ກັບຜູ້ຊາຍຄົນອື່ນ, ແລະ ເຮົາບໍ່ໄດ້ກຳນົດໄວ້ໃຫ້ນາງໂດຍການເຈີມອັນສັກສິດ, ນາງກໍໄດ້ລ່ວງປະເວນີ ແລະ ຈະຖືກທຳລາຍ.
42 ຖ້າຫາກນາງບໍ່ໄດ້ຢູ່ໃນພັນທະສັນຍາໃໝ່ ແລະ ເປັນນິດ, ແລະ ນາງຢູ່ກັບຊາຍຄົນອື່ນ, ນາງກໍໄດ້ ກຫລິ້ນຊູ້.
43 ແລະ ຖ້າຫາກຜົວຂອງນາງຢູ່ກັບຍິງຄົນອື່ນ, ແລະ ລາວຢູ່ພາຍໃຕ້ ກຄຳປະຕິຍານ, ລາວກໍໄດ້ຝ່າຝືນຄຳປະຕິຍານຂອງລາວ ແລະ ໄດ້ຫລິ້ນຊູ້.
44 ແລະ ຖ້າຫາກນາງບໍ່ໄດ້ຫລິ້ນຊູ້, ແຕ່ເປັນຜູ້ບໍລິສຸດ ແລະ ບໍ່ໄດ້ຝ່າຝືນຄຳປະຕິຍານຂອງນາງ, ແລະ ນາງຮູ້ຈັກມັນ, ແລະ ເຮົາເປີດເຜີຍມັນແກ່ເຈົ້າ, ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ເມື່ອນັ້ນເຈົ້າຈະມີອຳນາດ, ໂດຍອຳນາດຂອງຖານະປະໂລຫິດສັກສິດຂອງເຮົາ, ທີ່ຈະຮັບນາງ ແລະ ມອບນາງໃຫ້ຄົນທີ່ບໍ່ໄດ້ຫລິ້ນຊູ້ ແຕ່ ກຊື່ສັດ; ເພາະເຂົາຈະຖືກເຮັດໃຫ້ເປັນຜູ້ປົກຄອງຫລາຍສິ່ງ.
45 ເພາະເຮົາໄດ້ມອບ ກຂໍກະແຈ ແລະ ອຳນາດຂອງຖານະປະໂລຫິດໃຫ້ແກ່ເຈົ້າ, ຊຶ່ງໃນການນີ້ ເຮົາຈະໄດ້ ຂຟື້ນຟູທຸກສິ່ງທັງປວງ, ແລະ ເຮັດໃຫ້ທຸກສິ່ງທັງປວງເປັນທີ່ຮູ້ຈັກແກ່ເຈົ້າໃນເວລາອັນເໝາະສົມ.
46 ແລະ ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ວ່າສິ່ງໃດກໍຕາມທີ່ເຈົ້າ ກຜະນຶກໄວ້ເທິງແຜ່ນດິນໂລກ ຈະຖືກຜະນຶກໄວ້ໃນສະຫວັນ; ແລະ ສິ່ງໃດກໍຕາມທີ່ເຈົ້າຜູກໄວ້ເທິງແຜ່ນດິນໂລກ, ໃນນາມຂອງເຮົາ ແລະ ໂດຍຄຳຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ມັນຈະຖືກຜູກໄວ້ເປັນນິລັນດອນໃນສະຫວັນ; ແລະ ບາບຂອງຜູ້ໃດກໍຕາມເຈົ້າ ຂປົດຢູ່ເທິງແຜ່ນດິນໂລກ ຈະຖືກປົດເປັນນິລັນດອນໃນສະຫວັນ; ແລະ ບາບຂອງຜູ້ໃດກໍຕາມທີ່ເຈົ້າຈະກັກໄວ້ຢູ່ເທິງແຜ່ນດິນໂລກ ຈະຖືກກັກໄວ້ໃນສະຫວັນ.
47 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວວ່າ ຜູ້ໃດກໍຕາມທີ່ເຈົ້າຈະໃຫ້ພອນ ເຮົາຈະໃຫ້ພອນ, ແລະ ຜູ້ໃດກໍຕາມທີ່ເຈົ້າຈະສາບແຊ່ງ ເຮົາຈະ ກສາບແຊ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວ; ເພາະເຮົາ, ພຣະຜູ້ເປັນເຈົ້າ, ເປັນພຣະເຈົ້າຂອງເຈົ້າ.
48 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວກັບເຈົ້າ, ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ວ່າສິ່ງໃດກໍຕາມທີ່ເຈົ້າໄດ້ມອບໃຫ້ຢູ່ເທິງແຜ່ນດິນໂລກ, ແລະ ບຸກຄົນໃດກໍຕາມທີ່ເຈົ້າໄດ້ມອບໃຫ້ຜູ້ໃດຢູ່ເທິງແຜ່ນດິນໂລກ, ໂດຍຄຳຂອງເຮົາ ແລະ ຕາມກົດຂອງເຮົາ, ຈະຖືກມາຢ້ຽມຢາມໂດຍພອນ ແລະ ບໍ່ແມ່ນການສາບແຊ່ງ, ແລະ ດ້ວຍອຳນາດຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ຈະປາດສະຈາກການກ່າວໂທດເທິງແຜ່ນດິນໂລກ ແລະ ໃນສະຫວັນ.
49 ເພາະວ່າເຮົາເປັນພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ແລະ ຈະຢູ່ກັບເຈົ້າແມ່ນແຕ່ຈົນເຖິງຄາວ ກສິ້ນສຸດໂລກ, ແລະ ຕະຫລອດຊົ່ວນິລັນດອນ; ເພາະຕາມຄວາມຈິງແລ້ວ ເຮົາ ຂຜະນຶກ ຄຄວາມສູງສົ່ງໄວ້ເທິງເຈົ້າ, ແລະ ຕຽມບັນລັງໄວ້ໃຫ້ເຈົ້າໃນອານາຈັກຂອງພຣະບິດາຂອງເຮົາ, ພ້ອມກັບອັບຣາຮາມ ງບັນພະບຸລຸດຂອງເຈົ້າ.
50 ຈົ່ງເບິ່ງ, ເຮົາໄດ້ເຫັນ ກການເສຍສະລະຂອງເຈົ້າ, ແລະ ຈະໃຫ້ອະໄພບາບທັງໝົດຂອງເຈົ້າ; ເຮົາເຫັນການເສຍສະລະຂອງເຈົ້າໃນການເຊື່ອຟັງຕໍ່ສິ່ງທີ່ເຮົາໄດ້ບອກເຈົ້າ. ສະນັ້ນ, ຈົ່ງໄປ, ແລະ ເຮົາໄດ້ຕຽມທາງສຳລັບການຫລົບໜີຂອງເຈົ້າ, ດັ່ງທີ່ເຮົາໄດ້ ຂຮັບເອົາເຄື່ອງຖວາຍຂອງອັບຣາຮາມ ຊຶ່ງເປັນລູກຊາຍຂອງລາວ ອີຊາກ.
51 ຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ: ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ສາວໃຊ້ຂອງເຮົາ, ເອມມາ ສະມິດ, ເມຍຂອງເຈົ້າ, ຜູ້ຊຶ່ງເຮົາໄດ້ມອບໃຫ້ແກ່ເຈົ້າ, ວ່າໃຫ້ນາງຢັບຢັ້ງຕົນເອງ ແລະ ບໍ່ໃຫ້ຮັບເອົາສິ່ງທີ່ເຮົາໄດ້ບັນຊາໃຫ້ເຈົ້າສະເໜີແກ່ນາງ; ເພາະວ່າເຮົາໄດ້ເຮັດສິ່ງນັ້ນ, ພຣະຜູ້ເປັນເຈົ້າໄດ້ກ່າວ, ເພື່ອພິສູດພວກເຈົ້າທຸກຄົນ, ດັ່ງທີ່ເຮົາໄດ້ເຮັດກັບອັບຣາຮາມ, ແລະ ເພື່ອວ່າເຮົາຈະໄດ້ຮຽກຮ້ອງຈາກມືຂອງເຈົ້າ, ໂດຍພັນທະສັນຍາ ແລະ ການເສຍສະລະ.
52 ແລະ ໃຫ້ສາວໃຊ້ຂອງເຮົາ, ກເອມມາ ສະມິດ, ຮັບເອົາທຸກຄົນທີ່ໄດ້ຖືກມອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ແລະ ຜູ້ທີ່ມີຄຸນນະທຳ ແລະ ບໍລິສຸດຢູ່ຕໍ່ໜ້າເຮົາ; ແລະ ຜູ້ຄົນທີ່ບໍ່ບໍລິສຸດ, ແລະ ໄດ້ກ່າວວ່າພວກເຂົາບໍລິສຸດ, ຈະຖືກທຳລາຍ, ອົງພຣະຜູ້ເປັນເຈົ້າໄດ້ກ່າວ.
53 ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແລະ ພວກເຈົ້າຕ້ອງເຊື່ອຟັງສຽງຂອງເຮົາ; ແລະ ເຮົາມອບໃຫ້ແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ວ່າລາວຈະຖືກເຮັດໃຫ້ເປັນຜູ້ປົກຄອງໃນສິ່ງຂອງຫລາຍຢ່າງ; ເພາະລາວໄດ້ ກຊື່ສັດໃນສິ່ງຂອງເລັກໜ້ອຍ, ແລະ ນັບແຕ່ນີ້ຕໍ່ໄປເຮົາຈະເຮັດໃຫ້ລາວເຂັ້ມແຂງຂຶ້ນ.
54 ແລະ ເຮົາບັນຊາສາວໃຊ້ຂອງເຮົາ, ເອມມາ ສະມິດ, ໃຫ້ຢູ່ຕໍ່ໄປ ແລະ ຕິດພັນຢູ່ກັບຜູ້ຮັບໃຊ້ຂອງເຮົາ ໂຈເຊັບ, ແລະ ບໍ່ໃຫ້ມີຄົນອື່ນອີກ. ແຕ່ຖ້າຫາກນາງບໍ່ປະຕິບັດຕາມບັນຍັດຂໍ້ນີ້ ນາງຈະຖືກທຳລາຍ, ພຣະຜູ້ເປັນເຈົ້າໄດ້ກ່າວ; ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແລະ ຈະທຳລາຍນາງ ຖ້າຫາກນາງບໍ່ປະຕິບັດຕາມກົດຂອງເຮົາ.
55 ແຕ່ຖ້າຫາກນາງບໍ່ປະຕິບັດຕາມບັນຍັດຂໍ້ນີ້, ເມື່ອນັ້ນຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ຈະເຮັດທຸກສິ່ງທັງປວງໃຫ້ນາງ, ແມ່ນແຕ່ດັ່ງທີ່ລາວໄດ້ກ່າວ; ແລະ ເຮົາຈະອວຍພອນລາວ ແລະ ຂະຫຍາຍເຜົ່າພັນຂອງລາວ ແລະ ໃຫ້ແກ່ລາວ ກຮ້ອຍເທົ່າໃນໂລກນີ້, ດ້ວຍພໍ່ແມ່, ອ້າຍເອື້ອຍນ້ອງ, ບ້ານເຮືອນ ແລະ ດິນດອນຕ່ອນຫຍ້າ, ເມຍ ແລະ ລູກ, ແລະ ມົງກຸດແຫ່ງ ຂຊີວິດນິລັນດອນທັງຫລາຍ ໃນໂລກນິລັນດອນທັງຫລາຍ.
56 ແລະ ອີກເທື່ອໜຶ່ງ, ຕາມຄວາມຈິງແລ້ວ ເຮົາກ່າວວ່າ ໃຫ້ສາວໃຊ້ຂອງເຮົາໃຫ້ ກອະໄພແກ່ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ໃນຄວາມຜິດຂອງລາວ; ແລະ ຈາກນັ້ນນາງຈະໄດ້ຮັບການອະໄພໃຫ້ໃນຄວາມຜິດຂອງນາງ, ຊຶ່ງໃນການນັ້ນ ນາງໄດ້ເຮັດຜິດກັບເຮົາ; ແລະ ເຮົາ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ຈະໃຫ້ພອນນາງ, ແລະ ໃຫ້ນາງຂະຫຍາຍເຜົ່າພັນ, ແລະ ເຮັດໃຫ້ໃຈຂອງນາງປິຕິຍິນດີ.
57 ແລະ ອີກເທື່ອໜຶ່ງ, ເຮົາກ່າວວ່າ ຢ່າໃຫ້ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ປ່ອຍຊັບສິນຂອງລາວໃຫ້ຫລຸດໄປຈາກມືຂອງລາວ, ຖ້າບໍ່ດັ່ງນັ້ນສັດຕູຈະມາ ແລະ ທຳລາຍລາວ; ເພາະຊາຕານ ກສະແຫວງຫາທີ່ຈະທຳລາຍ; ເພາະເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າ, ແລະ ລາວຄືຜູ້ຮັບໃຊ້ຂອງເຮົາ; ແລະ ຈົ່ງເບິ່ງ, ແລະ ເບິ່ງແມ, ເຮົາຢູ່ກັບລາວ, ດັ່ງທີ່ເຮົາໄດ້ຢູ່ກັບອັບຣາຮາມ, ບັນພະບຸລຸດຂອງພວກເຈົ້າ, ແມ່ນແຕ່ຈົນເຖິງ ຂຄວາມສູງສົ່ງ ແລະ ລັດສະໝີພາບຂອງລາວ.
58 ບັດນີ້, ກ່ຽວກັບກົດຂອງ ກຖານະປະໂລຫິດ, ມີຫລາຍສິ່ງກ່ຽວຂ້ອງກັບເລື່ອງນີ້.
59 ຕາມຄວາມຈິງແລ້ວ, ຖ້າຫາກຊາຍຄົນໜຶ່ງຖືກເອີ້ນຈາກພຣະບິດາຂອງເຮົາ, ເຊັ່ນດຽວກັບ ກອາໂຣນ, ໂດຍສຽງຂອງເຮົາເອງ, ແລະ ໂດຍສຸລະສຽງຂອງພຣະອົງເອງຜູ້ໄດ້ສົ່ງເຮົາມາ, ແລະ ເຮົາໄດ້ມອບ ຂຂໍກະແຈແຫ່ງອຳນາດຂອງຖານະປະໂລຫິດໃຫ້ລາວ, ຖ້າຫາກລາວເຮັດສິ່ງໃດກໍຕາມໃນນາມຂອງເຮົາ, ແລະ ຕາມກົດຂອງເຮົາ ແລະ ໂດຍຄຳຂອງເຮົາ, ລາວຈະບໍ່ເຮັດບາບ, ແລະ ເຮົາຈະຮັບຮອງລາວ.
60 ສະນັ້ນ, ຢ່າໃຫ້ຜູ້ໃດດູຖູກຜູ້ຮັບໃຊ້ຂອງເຮົາ ໂຈເຊັບ; ເພາະວ່າເຮົາຈະຮັບຮອງລາວ; ເພາະວ່າລາວຈະທຳການເສຍສະລະ ຊຶ່ງເຮົາໄດ້ຮຽກຮ້ອງຈາກມືຂອງລາວສຳລັບການລ່ວງລະເມີດຂອງລາວ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວ.
61 ແລະ ອີກເທື່ອໜຶ່ງ, ກ່ຽວກັບກົດຂອງຖານະປະໂລຫິດ—ຖ້າຫາກຜູ້ຊາຍຄົນໃດແຕ່ງງານກັບ ກຍິງບໍລິສຸດ, ແລະ ປາດຖະໜາທີ່ຈະແຕ່ງງານກັບ ຂຄົນອື່ນ, ແລະ ຄົນທຳອິດຍິນຍອມ, ແລະ ຖ້າຫາກລາວແຕ່ງງານກັບຄົນທີສອງ, ແລະ ທັງສອງເປັນຍິງບໍລິສຸດ, ແລະ ບໍ່ໄດ້ໃຫ້ຄຳປະຕິຍານກັບຊາຍຄົນອື່ນ, ເມື່ອນັ້ນລາວກໍເຮັດຖືກຕ້ອງ; ລາວບໍ່ໄດ້ຫລິ້ນຊູ້ເພາະວ່າພວກເຂົາໄດ້ຖືກມອບໃຫ້ແກ່ລາວ; ເພາະວ່າລາວຈະຫລິ້ນຊູ້ບໍ່ໄດ້ກັບຄົນທີ່ເປັນຂອງລາວ ແລະ ບໍ່ໄດ້ເປັນຂອງຄົນອື່ນ.
62 ແລະ ຖ້າຫາກຜູ້ຍິງບໍລິສຸດສິບຄົນຖືກມອບໃຫ້ແກ່ລາວໂດຍກົດນີ້, ລາວກໍບໍ່ໄດ້ຫລິ້ນຊູ້, ເພາະວ່າພວກເຂົາເປັນຂອງລາວ, ແລະ ພວກເຂົາໄດ້ຖືກມອບໃຫ້ແກ່ລາວ; ສະນັ້ນ ລາວເຮັດຖືກຕ້ອງ.
63 ແຕ່ ຖ້າຫາກຄົນໜຶ່ງຄົນໃດໃນບັນດາຜູ້ຍິງບໍລິສຸດສິບຄົນນີ້, ຫລັງຈາກນາງໄດ້ແຕ່ງງານແລ້ວ, ໄດ້ສົມສູ່ຢູ່ກັບຊາຍຄົນອື່ນ, ນາງກໍໄດ້ຫລິ້ນຊູ້, ແລະ ຈະຖືກທຳລາຍ; ເພາະວ່າພວກເຂົາໄດ້ຖືກມອບໃຫ້ແກ່ລາວເພື່ອ ກຂະຫຍາຍເຜົ່າພັນ ແລະ ເພີ່ມທະວີຈົນເຕັມແຜ່ນດິນໂລກ, ຕາມບັນຍັດຂອງເຮົາ, ແລະ ບັນລຸຄຳສັນຍາ ຊຶ່ງຖືກມອບໃຫ້ໂດຍພຣະບິດາກ່ອນການວາງຮາກຖານຂອງໂລກ, ແລະ ເພື່ອຄວາມສູງສົ່ງຂອງພວກເຂົາໃນໂລກນິລັນດອນ, ເພື່ອວ່າພວກເຂົາຈະໃຫ້ກຳເນີດຈິດວິນຍານຂອງມະນຸດ; ເພາະວ່າໃນການນັ້ນເປັນ ຂວຽກງານຂອງພຣະບິດາຂອງເຮົາດຳເນີນຕໍ່ໄປ, ເພື່ອວ່າພຣະອົງຈະຖືກສັນລະເສີນ.
64 ແລະ ອີກເທື່ອໜຶ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ຖ້າຫາກຜູ້ຊາຍຄົນໃດມີເມຍ, ຜູ້ຖືຂໍກະແຈຂອງອຳນາດນີ້, ແລະ ລາວສິດສອນກົດຂອງຖານະປະໂລຫິດຂອງເຮົາໃຫ້ແກ່ນາງ, ກ່ຽວກັບສິ່ງເຫລົ່ານີ້, ຈາກນັ້ນນາງຈະເຊື່ອ ແລະ ປະຕິບັດແກ່ລາວ, ຖ້າບໍ່ດັ່ງນັ້ນນາງຈະຖືກທຳລາຍ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຈົ້າໄດ້ກ່າວ; ເພາະວ່າເຮົາຈະທຳລາຍນາງ; ເພາະວ່າເຮົາຈະຂະຫຍາຍຊື່ຂອງເຮົາກັບທຸກຄົນຜູ້ໄດ້ຮັບ ແລະ ປະຕິບັດຕາມກົດຂອງເຮົາ.
65 ສະນັ້ນ, ສິ່ງນີ້ຈະຖືກຕ້ອງຕາມກົດໃນເຮົາ, ຖ້າຫາກນາງບໍ່ຮັບເອົາກົດນີ້, ເພາະວ່າລາວຈະຮັບເອົາທຸກສິ່ງທັງປວງບໍ່ວ່າອັນໃດກໍຕາມທີ່ເຮົາ, ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງລາວ, ຈະມອບໃຫ້ແກ່ລາວ, ເພາະວ່ານາງບໍ່ເຊື່ອ ແລະ ປະຕິບັດແກ່ລາວຕາມຄຳຂອງເຮົາ; ແລະ ຈາກນັ້ນນາງຈະກາຍເປັນຜູ້ລ່ວງລະເມີດ; ແລະ ລາວໄດ້ຖືກຍົກເວັ້ນຈາກກົດຂອງຊາຣາ, ຜູ້ປະຕິບັດແກ່ອັບຣາຮາມຕາມກົດ ເມື່ອເຮົາໄດ້ບັນຊາອັບຣາຮາມໃຫ້ເອົານາງຮາກາມາເປັນເມຍ.
66 ແລະ ບັດນີ້, ກ່ຽວກັບກົດນີ້, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ເຮົາຈະເປີດເຜີຍຕື່ມອີກແກ່ພວກເຈົ້າ, ໃນພາຍຫລັງ; ສະນັ້ນ, ໃຫ້ສິ່ງນີ້ພຽງພໍສຳລັບຕອນນີ້. ຈົ່ງເບິ່ງ, ເຮົາຄືອາລະຟາ ແລະ ໂອເມຄາ. ອາແມນ.