ສິ່ງ​ຊ່ວຍ​ສຶກ​ສາ
ດາວິດ


ດາວິດ

ກະສັດ​ຂອງ​ອິດສະ​ຣາເອນ​ໃນ​ສະ​ໄໝ​ບູຮານ​ໃນ​ພຣະ​ຄຳ​ພີ​ເດີມ.

ດາວິດ​ເປັນ​ລູກ​ຊາຍ​ຂອງ​ເຢ​ຊີ​ຂອງ​ເຜົ່າ​ຢູ​ດາ. ລາວ​ເປັນ​ຊາຍ​ໜຸ່ມ​ທີ່​ກ້າ​ຫານ ຜູ້​ເຄີຍ​ຂ້າ​ໂຕ​ສິງ, ໂຕ​ໝີ, ແລະ ຍັກ​ໃຫຍ່​ໂກລີອາດ​ຊາວ​ຟີລິດ​ສະຕິນ (1 ຊມອ 17). ດາວິດໄດ້​ຖືກ​ເລືອກ ແລະ ຖືກ​ເຈີມ​ໃຫ້​ເປັນ​ກະສັດ​ຂອງ​ອິດສະ​ຣາເອນ. ເຊັ່ນ​ດຽວ​ກັບ​ໂຊນ, ໃນ​ຊີ​ວິດ​ຕອນ​ເປັນ​ຜູ້​ໃຫຍ່​ຂອງ​ລາວ, ລາວ​ໄດ້​ເຮັດ​ຄວາມ​ຜິດ​ອາ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ, ແຕ່​ບໍ່​ເໝືອນ​ໂຊນ, ລາວ​ສາ​ມາດ​ສຳ​ນຶກ​ຜິດ. ສະນັ້ນ​ລາວ​ຈຶ່ງ​ສາ​ມາດ​ພົບ​ການ​ໃຫ້​ອະ​ໄພ, ຍົກ​ເວັ້ນ​ແຕ່​ໃນ​ກໍ​ລະ​ນີ​ຂອງ​ການ​ຂ້າ​ອູຣິອາ (ຄພ 132:39). ຊີ​ວິດ​ຂອງ​ລາວ​ສາ​ມາດ​ແຍກ​ອອກ​ເປັນ​ສີ່​ພາກ​ສ່ວນ​ໄດ້: (1) ທີ່​ເບັດ​ເລ​ເຣັມ, ບ່ອນລາວ​ເປັນຄົນ​ລ້ຽງ​ແກະ (1 ຊມອ 16–17); (2) ໃນ​ວັງ​ຂອງ​ກະສັດ​ໂຊນ (1 ຊມອ 18:1–19:18); (3) ເປັນ​ຜູ້​ຫລົບ​ໄພ (1 ຊມອ 19:18–31:13; 2 ຊມອ 1); (4) ເປັນ​ກະສັດ​ປົກ​ຄອງ​ຢູດາ​ທີ່​ເຮັບໂຣນ (2 ຊມອ 2–4), ແລະ ຕໍ່​ມາ​ເປັນ​ກະສັດ​ປົກ​ຄອງ​ອິດສະ​ຣາເອນ​ທັງ​ໝົດ (2 ຊມອ 5–24; 1 ກສ 1:1–2:11).

ບາບ​ຂອງ​ດາວິດ​ທີ່​ເປັນ​ຊູ້​ກັບ​ບັດ​ເຊ​ບາ​ໄດ້​ນຳ​ໂຊກ​ຮ້າຍ​ຫລາຍ​ຢ່າງ​ມາ​ສູ່​ຊີ​ວິດ​ຊ່ວງ​ໄລ​ຍະ​ຊາວ​ປີ​ສຸດ​ທ້າຍ​ຂອງ​ເພິ່ນ. ປະ​ຊາ​ຊາດ​ທັງ​ປວງ​ໄດ້​ຈະ​ເລີນ​ກ້າວ​ໜ້າ​ລະຫວ່າງ​ການ​ປົກ​ຄອງ​ຂອງ​ເພິ່ນ, ແຕ່​ດາວິດ​ເອງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຈາກ​ຜົນ​ສະ​ທ້ອນ​ທີ່​ມາ​ຈາກ​ບາບ​ຂອງ​ເພິ່ນ. ມີ​ການ​ຜິດ​ຖຽງ​ກັນ​ຢູ່​ໃນ​ຄອບ​ຄົວ​ບໍ່​ໄດ້​ຂາດ ຊຶ່ງ​ໃນ​ກໍ​ລະ​ນີ​ຂອງ​ອັບຊາໂລມ ແລະ ອາ​ໂດນີຢາ, ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ກະ​ບົດ. ເຫດ​ການ​ເຫລົ່າ​ນີ້​ໄດ້​ເຮັດ​ໃຫ້​ການ​ປະ​ກາດ​ຂອງ​ນາທານ​ຕໍ່​ດາວິດ​ເກີດ​ເປັນ​ຈິງ ເພາະ​ການ​ບາບ​ຂອງ​ເພິ່ນ (2 ຊມອ 12:7–13).

ເຖິງ​ແມ່ນ​ຈະ​ມີ​ເລື່ອງ​ພິນາດ​ເຫລົ່າ​ນີ້, ແຕ່​ການ​ປົກ​ຄອງ​ຂອງ​ດາວິດ​ເປັນ​ຊ່ວງ​ໄລ​ຍະ​ທີ່​ຮຸ່ງ​ເຫລື້ອມ​ທີ່​ສຸດ​ໃນ​ປະຫວັດ​ສາດ​ຂອງ​ຊາວ​ອິດສະ​ຣາເອນ, ເພາະ (1) ເພິ່ນ​ໄດ້​ເຕົ້າ​ໂຮມ​ເຜົ່າ​ຕ່າງໆ​ເຂົ້າ​ກັນ​ເປັນ​ປະ​ຊາ​ຊາດ​ດຽວ, (2) ເພິ່ນ​ສາ​ມາດ​ຄອບ​ຄອງ​ປະເທດ​ໄດ້​ໂດຍ​ປາດ​ສະ​ຈາກ​ຂໍ້​ໂຕ້​ແຍ້ງ​ໃດໆ, (3) ເພິ່ນ​ປົກ​ຄອງ​ໂດຍ​ມີ​ສາດ​ສະ​ໜາ​ເປັນ​ພື້ນ​ຖານ ເພື່ອ​ວ່າ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ເປັນ​ກົດ​ຂອງ​ອິດສະ​ຣາເອນ. ດ້ວຍ​ເຫດ​ຜົນ​ເຫລົ່າ​ນີ້, ຕໍ່​ມາການ​ປົກຄອງ​ຂອງ​ດາວິດ​ຈຶ່ງ​ເຫັນ​ວ່າ​ເປັນ​ຍຸກ​ທອງຄຳ ແລະ ເປັນ​ຮູບ​ແບບ​ຂອງ​ຍຸກ​ທີ່​ຮຸ່ງ​ເຮືອງ​ໃນ​ເວລາ​ທີ່​ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ (ອຊຢ 16:5; ຢມຢ 23:5; ອຊກ 37:24–28).

ຊີ​ວິດ​ຂອງ​ດາວິດ​ສະແດງ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ທຸກ​ຄົນ​ຕ້ອງ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ຄວາມ​ຊອບ​ທຳ. ຕອນ​ຍັງ​ໜຸ່ມ, ເພິ່ນ​ຖືກ​ກ່າວ​ເຖິງ​ວ່າ​ເປັນ​ຊາຍ​ທີ່​ເຮັດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ “ປະສົງ” (1 ຊມອ 13:14); ເມື່ອ​ເປັນ​ຜູ້​ໃຫຍ່, ເພິ່ນ​ໄດ້​ເວົ້າ​ດ້ວຍ​ພຣະ​ວິນ​ຍານ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ. ແຕ່​ເພິ່ນ​ຕ້ອງ​ໄດ້​ຊົດ​ໃຊ້​ຢ່າງ​ໜັກ​ສຳ​ລັບ​ການ​ບໍ່​ເຊື່ອ​ຟັງ​ຂອງ​ເພິ່ນ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ (ຄພ 132:39).