ສິ່ງ​ຊ່ວຍ​ສຶກ​ສາ
ບຸດ​ແຫ່ງ​ຄວາມ​ຈິບຫາຍ


ບຸດ​ແຫ່ງ​ຄວາມ​ຈິບຫາຍ

ບໍ​ລິ​ວານ​ຂອງ​ຊາຕານ ຜູ້​ທີ່​ຈະ​ທຸກ​ທໍ​ລະ​ມານ​ກັບ​ມັນ ໃນ​ຊົ່ວ​ນິ​ລັນ​ດອນ. ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ ແມ່ນ​ຮ່ວມ​ດ້ວຍ (1) ບໍ​ລິ​ວານ​ຂອງ​ຊາຕານ ແລະ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ​ເພາະ​ການ​ກະ​ບົດ​ກ່ອນ​ໂລກ​ມະຕະ, ແລະ (2) ຜູ້​ທີ່​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ມາ​ເກີດ​ຢູ່​ໃນ​ໂລກ ທີ່​ມີ​ຮ່າງ​ກາຍ ແຕ່​ໄດ້​ຮັບ​ໃຊ້​ຊາຕານ ແລະ ຫັນ​ມາ​ຕໍ່​ຕ້ານ​ພຣະ​ເຈົ້າ. ຜູ້​ຄົນ​ໃນ​ກຸ່ມ​ທີ​ສອງ ຈະ​ຟື້ນ​ຄືນ​ຊີ​ວິດ​ຈາກ​ຄວາມ​ຕາຍ ແຕ່​ຈະ​ບໍ່​ໄດ້​ຖືກ​ໄຖ່​ຈາກ​ຄວາມ​ຕາຍ (ທາງ​ວິນ​ຍານ) ຄັ້ງ​ທີ​ສອງ ແລະ ບໍ່​ສາ​ມາດ​ອາ​ໄສ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ລັດ​ສະ​ໝີ​ພາບ (ຄພ 88:32, 35).