ສິ່ງ​ຊ່ວຍ​ສຶກ​ສາ
ຫລິ້ນ​ຊູ້


ຫລິ້ນ​ຊູ້

ການ​ຮ່ວມ​ສຳ​ພັນ​ທາງ​ເພດ​ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຊາຍ ແລະ ຍິງ. ເຖິງ​ແມ່ນ​ວ່າ​ໂດຍ​ທົ່ວ​ໄປ​ແລ້ວ ເມື່ອ​ກ່າວ​ເຖິງ​ການ​ຫລິ້ນ​ຊູ້ ຈະ​ໝາຍ​ເຖິງ​ການ​ຮ່ວມ​ເພດ​ລະຫວ່າງ​ຄົນ​ທີ່​ແຕ່ງ​ງານ​ແລ້ວ​ກັບ​ບາງ​ຄົນ​ທີ່​ບໍ່​ໄດ້​ເປັນ​ຄູ່​ແຕ່ງ​ງານ​ຂອງ​ຕົນ, ຢູ່​ໃນ​ພຣະ​ຄຳ​ພີ ມັນ​ອາດ​ໝາຍ​ເຖິງ​ຄົນ​ທີ່​ຍັງ​ບໍ່​ແຕ່ງ​ງານ​ນຳ​ອີກ.

ບາງ​ເທື່ອ ການ​ຫລິ້ນ​ຊູ້ ໄດ້​ຖືກ​ໃຊ້​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຂອງ​ປະ​ຊາ​ຊາດ ຫລື ກຸ່ມ​ຜູ້​ຄົນ​ຈາກ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຈບຊ 25:1–3; ຢມຢ 3:6–10; ອຊກ 16:15–59; ຮສອ 4).