ສິ່ງ​ຊ່ວຍ​ສຶກ​ສາ
ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ


ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ

ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ (ຄພ 66:2). ມັນ​ເປັນ​ສິ່ງ​ໃໝ່​ທຸກ​ເທື່ອ​ທີ່​ມັນ​ໄດ້​ຖືກ​ເປີດ​ເຜີຍ​ອີກ ຫລັງ​ຈາກ​ການ​ປະ​ຖິ້ມ​ຄວາມ​ເຊື່ອ. ມັນ​ເປັນ​ນິດ​ໃນ​ຄວາມ​ໝາຍ​ທີ່​ວ່າ ມັນ​ເປັນ​ພັນທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ໄດ້​ຊື່ນ​ຊົມ​ກັບ​ມັນ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ຂອງ​ພຣະ​ກິດ​ຕິ​ຄຸນ ບ່ອນ​ທີ່​ຜູ້​ຄົນ​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ​ມັນ. ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ ໄດ້​ຖືກ​ເປີດ​ເຜີຍ​ໃໝ່​ຕໍ່​ມະນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໂດຍ​ພຣະ​ເຢຊູ​ຄຣິດ ຜ່ານ​ສາດ​ສະ​ດາ​ໂຈເຊັບ ສະມິດ. ມັນ​ບັນ​ຈຸ​ພິ​ທີ​ການ​ທີ່​ສັກ​ສິດ ຊຶ່ງ​ປະ​ຕິ​ບັດ​ໂດຍ​ສິດ​ອຳນາດ​ຂອງ​ຖານະ​ປະ​ໂລ​ຫິດ—ດັ່ງ​ເຊັ່ນ​ການ​ບັບຕິ​ສະມາ ແລະ ການ​ແຕ່ງ​ງານ​ໃນ​ພຣະ​ວິຫານ—ຊຶ່ງ​ຈັດ​ຕຽມ​ໄວ້​ສຳ​ລັບ​ຄວາມ​ລອດ, ຄວາມ​ເປັນ​ອະ​ມະ​ຕະ, ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະນຸດ. ເມື່ອ​ຜູ້​ຄົນ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ ແລະ ສັນ​ຍາ​ວ່າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພຣະ​ເຈົ້າ​ກໍ​ເຮັດ​ພັນທະ​ສັນ​ຍາ​ທີ່​ຈະ​ປະທານ​ພັນທະ​ສັນ​ຍາ​ໃໝ່ ແລະ ເປັນ​ນິດ​ຂອງ​ພຣະ​ອົງ​ໃຫ້​ແກ່​ພວກ​ເຂົາ.