ພາກທີ 84
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ວັນທີ 22 ແລະ 23 ເດືອນກັນຍາ, 1832. ລະຫວ່າງເດືອນກັນຍາ, ພວກແອວເດີໄດ້ເລີ່ມກັບຄືນມາຈາກການເຜີຍແຜ່ຂອງເຂົາເຈົ້າໃນລັດພາກຕາເວັນອອກຂອງສະຫະລັດ ແລະ ເພື່ອລາຍງານການທຳງານຂອງເຂົາເຈົ້າ. ໃນຂະນະທີ່ເຂົາເຈົ້າຢູ່ນຳກັນຢ່າງມີຄວາມສຸກນີ້ ສາດສະດາໄດ້ຮັບການສື່ສານດັ່ງຕໍ່ໄປນີ້. ສາດສະດາໄດ້ລະບຸມັນໄວ້ເປັນການເປີດເຜີຍກ່ຽວກັບຖານະປະໂລຫິດ.
1–5, ເຢຣູຊາເລັມໃໝ່ ແລະ ພຣະວິຫານຈະຖືກສ້າງຂຶ້ນໃນລັດມີເຊີຣີ; 6–17, ລຳດັບສາຍຂອງຖານະປະໂລຫິດຈາກ ໂມເຊ ເຖິງ ອາດາມ ໄດ້ຖືກມອບໃຫ້; 18–25, ຖານະປະໂລຫິດທີ່ສູງກວ່າມີຂໍກະແຈແຫ່ງຄວາມຮູ້ເລື່ອງພຣະເຈົ້າ; 26–32, ຖານະປະໂລຫິດທີ່ຕ່ຳກວ່າມີຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ ແລະ ຂອງພຣະກິດຕິຄຸນຂັ້ນຕຽມ; 33–44, ຜູ້ຄົນໄດ້ຮັບຊີວິດນິລັນດອນຜ່ານຄຳສາບານ ແລະ ພັນທະສັນຍາຂອງຖານະປະໂລຫິດ; 45–53, ພຣະວິນຍານຂອງພຣະຄຣິດໃຫ້ຄວາມສະຫວ່າງແກ່ມະນຸດ, ແລະ ໂລກຈົມຢູ່ໃນບາບ; 54–61, ໄພ່ພົນຂອງພຣະເຈົ້າຕ້ອງເປັນພະຍານເຖິງສິ່ງທີ່ເຂົາເຈົ້າໄດ້ຮັບ; 62–76, ເຂົາເຈົ້າຕ້ອງສັ່ງສອນພຣະກິດຕິຄຸນ, ແລະ ເຄື່ອງໝາຍຈະຕິດຕາມມາ; 77–91, ພວກແອວເດີຕ້ອງໄປໂດຍບໍ່ເອົາກະເປົາເງິນ ຫລື ກະເປົາເຄື່ອງໄປນຳ, ແລະ ພຣະຜູ້ເປັນເຈົ້າຈະດູແລໃນສິ່ງທີ່ເຂົາເຈົ້າຕ້ອງການ; 92–97, ໂຣກລະບາດ ແລະ ການສາບແຊ່ງຈະເກີດກັບຄົນທີ່ປະຕິເສດພຣະກິດຕິຄຸນ; 98–102, ເພງໃໝ່ແຫ່ງການໄຖ່ຂອງຊີໂອນໄດ້ຖືກມອບໃຫ້; 103–110, ໃຫ້ທຸກຄົນຢືນຢູ່ໃນໜ້າທີ່ຂອງຕົນເອງ ແລະ ທຳງານໃນການເອີ້ນຂອງຕົນເອງ; 111–120, ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຕ້ອງປະກາດຄວາມໜ້າກຽດຊັງທີ່ກໍ່ໃຫ້ເກີດຄວາມເປົ່າປ່ຽວຂອງຍຸກສຸດທ້າຍ.
1 ການເປີດເຜີຍຂອງພຣະເຢຊູຄຣິດທີ່ມອບໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ ໂຈເຊັບ ສະມິດ, ຜູ້ລູກ, ແລະ ພວກແອວເດີຫົກຄົນ, ຂະນະທີ່ເຂົາເຈົ້າພ້ອມໃຈກັນ ແລະ ກເປັ່ງສຽງຂອງເຂົາເຈົ້າຂຶ້ນສູ່ເບື້ອງບົນ.
2 ແທ້ຈິງແລ້ວ, ພຣະຄຳຂອງພຣະຜູ້ເປັນເຈົ້າກ່ຽວກັບສາດສະໜາຈັກຂອງພຣະອົງ, ໄດ້ຈັດຕັ້ງຂຶ້ນໃນຍຸກສຸດທ້າຍເພື່ອ ກການຟື້ນຟູຜູ້ຄົນຂອງພຣະອົງ, ດັ່ງທີ່ພຣະອົງໄດ້ກ່າວໂດຍປາກຂອງ ຂສາດສະດາຂອງພຣະອົງ, ແລະ ເພື່ອການເຕົ້າໂຮມຂອງ ຄໄພ່ພົນຂອງພຣະອົງ ເພື່ອຢືນຢູ່ ງເທິງພູຊີໂອນ, ຊຶ່ງຈະເປັນເມືອງ ຈເຢຣູຊາເລັມໃໝ່.
3 ຊຶ່ງເມືອງນັ້ນຈະຖືກສ້າງຂຶ້ນ, ໂດຍເລີ່ມຕົ້ນໃນບ່ອນທີ່ຈະສ້າງ ກພຣະວິຫານ, ຊຶ່ງຖືກກຳນົດໄວ້ດ້ວຍນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າ, ໃນເຂດແດນພາກຕາເວັນຕົກຂອງລັດມີເຊີຣີ, ແລະ ຖືກອຸທິດໂດຍມືຂອງໂຈເຊັບ ສະມິດ, ຜູ້ລູກ, ແລະ ຄົນອື່ນໆ ຜູ້ຊຶ່ງພຣະຜູ້ເປັນເຈົ້າພໍພຣະໄທຫລາຍ.
4 ຕາມຄວາມຈິງແລ້ວ ນີ້ຄືພຣະຄຳຂອງພຣະຜູ້ເປັນເຈົ້າ, ວ່າເມືອງ ກເຢຣູຊາເລັມໃໝ່ຈະຖືກສ້າງຂຶ້ນໂດຍການເຕົ້າໂຮມຂອງໄພ່ພົນຂອງພຣະເຈົ້າ, ເລີ່ມຕົ້ນໃນສະຖານທີ່ນີ້, ແມ່ນແຕ່ສະຖານທີ່ຂອງ ຂພຣະວິຫານ, ຊຶ່ງພຣະວິຫານຈະຖືກສ້າງຂຶ້ນໃນຄົນລຸ້ນນີ້.
5 ເພາະຕາມຄວາມຈິງຄົນລຸ້ນນີ້ຈະບໍ່ລ່ວງລັບໄປຈົນກວ່າບ້ານແຫ່ງນີ້ຈະຖືກສ້າງຂຶ້ນໃຫ້ແກ່ພຣະຜູ້ເປັນເຈົ້າ, ແລະ ເມກຈະມາຢູ່ເທິງນັ້ນ, ຊຶ່ງເມກນັ້ນຈະເປັນແມ່ນແຕ່ດັ່ງ ກລັດສະໝີພາບຂອງພຣະຜູ້ເປັນເຈົ້າ, ຊຶ່ງຈະເຕັມຢູ່ໃນບ້ານ.
6 ແລະ ພວກລູກຊາຍຂອງໂມເຊ, ຕາມຖານະປະໂລຫິດສັກສິດ ຊຶ່ງເພິ່ນໄດ້ຮັບພາຍໃຕ້ ກມື ຂອງພໍ່ເຖົ້າຂອງເພິ່ນ, ຂເຢທະໂຣ;
7 ແລະ ເຢທະໂຣ ໄດ້ຮັບມັນພາຍໃຕ້ມືຂອງ ກາເຫລັບ;
8 ແລະ ກາເຫລັບ ໄດ້ຮັບມັນພາຍໃຕ້ມືຂອງ ເອລີຮູ;
9 ແລະ ເອລີຮູ ພາຍໃຕ້ມືຂອງ ເຢເຣມີ;
10 ແລະ ເຢເຣມີ ພາຍໃຕ້ມືຂອງ ກາດ;
11 ແລະ ກາດ ພາຍໃຕ້ມືຂອງ ເອຊາອັດ;
12 ແລະ ເອຊາອັດ ໄດ້ຮັບມັນພາຍໃຕ້ພຣະຫັດຂອງພຣະເຈົ້າ.
13 ເອຊາອັດກໍໄດ້ມີຊີວິດຢູ່ໃນວັນເວລາຂອງອັບຣາຮາມຄືກັນ, ແລະ ໄດ້ຮັບພອນຈາກເພິ່ນ—
14 ຊຶ່ງ ກອັບຣາຮາມໄດ້ຮັບຖານະປະໂລຫິດຈາກ ຂເມນຄີເສເດັກ, ຜູ້ໄດ້ຮັບມັນຜ່ານທາຍາດຂອງບັນພະບຸລຸດຂອງເພິ່ນ, ແມ່ນແຕ່ຈົນເຖິງ ຄໂນອາ;
15 ແລະ ຈາກໂນອາຈົນເຖິງ ກເອນົກ, ຜ່ານທາຍາດຂອງບັນພະບຸລຸດຂອງພວກເພິ່ນ;
16 ແລະ ຈາກເອນົກ ເຖິງ ກອາເບັນ, ຜູ້ຖືກຂ້າໂດຍ ຂແຜນລັບຂອງອ້າຍຂອງລາວ, ຜູ້ ຄໄດ້ຮັບຖານະປະໂລຫິດໂດຍພຣະບັນຊາຂອງພຣະເຈົ້າ, ໂດຍມືຂອງພໍ່ຂອງລາວ ງອາດາມ, ຜູ້ເປັນມະນຸດຄົນທຳອິດ—
17 ຊຶ່ງ ກຖານະປະໂລຫິດນັ້ນຍັງມີຢູ່ຕໍ່ໄປ ໃນສາດສະໜາຈັກຂອງພຣະເຈົ້າຕະຫລອດທຸກຍຸກທຸກສະໄໝ, ແລະ ປາດສະຈາກການເລີ່ມຕົ້ນຂອງມື້ ຫລື ການສິ້ນສຸດຂອງປີ.
18 ແລະ ພຣະຜູ້ເປັນເຈົ້າໄດ້ຢືນຢັນ ກຖານະປະໂລຫິດໄວ້ເທິງ ຂອາໂຣນນຳອີກ ແລະ ລູກຫລານຂອງເພິ່ນ, ຕະຫລອດທຸກຍຸກທຸກສະໄໝຂອງພວກເພິ່ນ, ຊຶ່ງຖານະປະໂລຫິດນັ້ນຍັງມີຢູ່ຕໍ່ໄປ ແລະ ຄຄົງຢູ່ຕະຫລອດໄປກັບຖານະປະໂລຫິດ ຊຶ່ງຕາມລະບຽບອັນສັກສິດທີ່ສຸດຂອງພຣະເຈົ້າ.
19 ແລະ ຖານະປະໂລຫິດດັ່ງກ່າວທີ່ສູງກວ່າປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງ ກຄວາມລຶກລັບ ຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງ ຂຄວາມຮູ້ຂອງພຣະເຈົ້າ.
20 ສະນັ້ນ, ໃນ ກພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.
21 ແລະ ຖ້າຫາກປາດສະຈາກພິທີການດັ່ງກ່າວ, ແລະ ກສິດອຳນາດຂອງຖານະປະໂລຫິດ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ຈະບໍ່ສະແດງໃຫ້ປະຈັກແກ່ມະນຸດໃນເນື້ອໜັງ;
22 ເພາະປາດສະຈາກສິ່ງນີ້ ບໍ່ມີ ກມະນຸດຄົນໃດຈະໄດ້ເຫັນພຣະພັກຂອງພຣະເຈົ້າ, ແມ່ນແຕ່ພຣະບິດາ, ແລະ ມີຊີວິດຢູ່.
23 ບັດນີ້ ກໂມເຊໄດ້ສິດສອນສິ່ງດັ່ງກ່າວຢ່າງແຈ່ມແຈ້ງ ແກ່ລູກຫລານຂອງອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານ, ແລະ ໄດ້ພະຍາຍາມຢ່າງພາກພຽນທີ່ຈະ ຂຊຳລະຜູ້ຄົນຂອງເພິ່ນໃຫ້ບໍລິສຸດ ເພື່ອວ່າພວກເຂົາຈະໄດ້ ຄເຫັນພຣະພັກຂອງພຣະເຈົ້າ;
24 ແຕ່ພວກເຂົາໄດ້ເຮັດໃຈ ກແຂງກະດ້າງ ແລະ ບໍ່ສາມາດອົດທົນກັບການປະທັບຢູ່ຂອງພຣະອົງ; ສະນັ້ນ, ພຣະຜູ້ເປັນເຈົ້າໃນຄວາມ ຂພຣະພິໂລດຂອງພຣະອົງ, ເພາະຄວາມໂມໂຫຂອງພຣະອົງໄດ້ເກີດກັບພວກເຂົາ, ໄດ້ສາບານວ່າພວກເຂົາຈະບໍ່ໄດ້ ຄເຂົ້າໄປໃນທີ່ພັກຂອງພຣະອົງ ໃນຂະນະທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ, ຊຶ່ງທີ່ພັກນັ້ນຄືຄວາມສົມບູນແຫ່ງລັດສະໝີພາບຂອງພຣະອົງ.
25 ສະນັ້ນ, ພຣະອົງຈຶ່ງໄດ້ເອົາ ກໂມເຊໄປຈາກທ່າມກາງພວກເຂົາ, ແລະ ພ້ອມ ຂຖານະປະໂລຫິດສັກສິດດ້ວຍ;
26 ແລະ ກຖານະປະໂລຫິດທີ່ຕ່ຳກວ່າມີຢູ່ຕໍ່ໄປ, ຊຶ່ງຖານະປະໂລຫິດທີ່ຕ່ຳກວ່າຖື ຂຂໍກະແຈແຫ່ງ ຄການປະຕິບັດຂອງເຫລົ່າທູດ ແລະ ຂອງພຣະກິດຕິຄຸນຂັ້ນຕຽມ;
27 ຊຶ່ງພຣະກິດຕິຄຸນດັ່ງກ່າວຄືພຣະກິດຕິຄຸນແຫ່ງ ກການກັບໃຈ ແລະ ແຫ່ງ ຂການບັບຕິສະມາ, ແລະ ຄການປົດບາບ, ແລະ ງກົດຂອງພຣະບັນຍັດ ຈຝ່າຍໂລກ, ຊຶ່ງພຣະຜູ້ເປັນເຈົ້າໃນພຣະພິໂລດຂອງພຣະອົງໄດ້ເຮັດໃຫ້ມັນມີຢູ່ຕໍ່ໄປກັບເຊື້ອສາຍຂອງອາໂຣນ ໃນບັນດາລູກຫລານຂອງອິດສະຣາເອນຈົນເຖິງ ສໂຢຮັນ, ຜູ້ຊຶ່ງພຣະເຈົ້າໄດ້ຍົກຂຶ້ນ, ໂດຍທີ່ ຊເຕັມໄປດ້ວຍພຣະວິນຍານບໍລິສຸດ ນັບແຕ່ຢູ່ໃນຄັນຂອງແມ່ຂອງເພິ່ນ.
28 ເພາະເພິ່ນໄດ້ຮັບບັບຕິສະມາໃນຂະນະທີ່ເພິ່ນຢູ່ໃນໄວເຍົາ, ແລະ ໄດ້ຮັບການແຕ່ງຕັ້ງຕໍ່ອຳນາດນີ້ໂດຍທູດຂອງພຣະເຈົ້າຕອນເພິ່ນມີອາຍຸໄດ້ແປດມື້, ເພື່ອໂຄ່ນລົ້ມອານາຈັກຂອງຊາວຢິວ, ແລະ ເພື່ອ ກຕຽມທາງຂອງພຣະຜູ້ເປັນເຈົ້າໃຫ້ຊື່ຢູ່ຕໍ່ໜ້າຜູ້ຄົນຂອງພຣະອົງ, ເພື່ອຕຽມພວກເຂົາສຳລັບການສະເດັດມາຂອງພຣະຜູ້ເປັນເຈົ້າ, ຊຶ່ງໃນພຣະຫັດຂອງພຣະອົງ ຂອຳນາດທັງມວນໄດ້ຖືກມອບໃຫ້.
29 ແລະ ອີກເທື່ອໜຶ່ງ, ຕຳແໜ່ງຂອງແອວເດີ ແລະ ອະທິການເປັນ ກສ່ວນປະກອບທີ່ຈຳເປັນຂອງຖານະປະໂລຫິດສູງ.
30 ແລະ ອີກເທື່ອໜຶ່ງ, ຕຳແໜ່ງຂອງຄູສອນ ແລະ ມັກຄະນາຍົກເປັນສ່ວນປະກອບທີ່ຈຳເປັນຂອງຖານະປະໂລຫິດທີ່ຕ່ຳກວ່າ, ຊຶ່ງຖານະປະໂລຫິດດັ່ງກ່າວໄດ້ຖືກຢືນຢັນໄວ້ເທິງອາໂຣນ ແລະ ພວກລູກຊາຍຂອງເພິ່ນ.
31 ສະນັ້ນ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວກ່ຽວກັບພວກລູກຊາຍຂອງໂມເຊ—ເພາະພວກລູກຊາຍຂອງໂມເຊ ແລະ ພວກລູກຊາຍຂອງອາໂຣນນຳອີກ ຈະ ກຖວາຍເຄື່ອງເຜົາ ແລະ ເຄື່ອງບູຊາອັນເປັນທີ່ຍອມຮັບໃນບ້ານຂອງພຣະຜູ້ເປັນເຈົ້າ, ຊຶ່ງບ້ານນັ້ນຈະຖືກສ້າງໃຫ້ແກ່ພຣະຜູ້ເປັນເຈົ້າໃນຄົນລຸ້ນນີ້, ໄວ້ເທິງ ຂບ່ອນທີ່ໄດ້ຮັບການອຸທິດຖວາຍແລ້ວ ດັ່ງທີ່ເຮົາໄດ້ກຳນົດໄວ້—
32 ແລະ ພວກລູກຊາຍຂອງໂມເຊ ແລະ ຂອງອາໂຣນ ຈະເຕັມໄປດ້ວຍ ກລັດສະໝີພາບຂອງພຣະຜູ້ເປັນເຈົ້າ, ຢູ່ເທິງ ຂພູຊີໂອນໃນບ້ານຂອງພຣະຜູ້ເປັນເຈົ້າ, ຊຶ່ງລູກຊາຍທັງຫລາຍຂອງພວກເພິ່ນຄືພວກເຈົ້າ; ແລະ ຫລາຍຄົນອື່ນອີກ ຜູ້ຊຶ່ງເຮົາໄດ້ເອີ້ນ ແລະ ໄດ້ສົ່ງອອກໄປສ້າງສາ ຄສາດສະໜາຈັກຂອງເຮົາ.
33 ເພາະຜູ້ໃດທີ່ ກຊື່ສັດຕໍ່ການໄດ້ຮັບ ຂຖານະປະໂລຫິດທັງສອງຢ່າງນີ້ ຊຶ່ງເຮົາໄດ້ກ່າວມານັ້ນ, ແລະ ຂະຫຍາຍການເອີ້ນຂອງຕົນ, ຍ່ອມໄດ້ຮັບການ ຄຊຳລະໃຫ້ບໍລິສຸດແລ້ວໂດຍພຣະວິນຍານຈົນເຖິງການເຮັດໃຫ້ຮ່າງກາຍຂອງພວກເຂົາໃໝ່ຄືນອີກ.
34 ພວກເຂົາກາຍເປັນລູກຊາຍຂອງໂມເຊ ແລະ ຂອງອາໂຣນ ແລະ ເປັນ ກເຊື້ອສາຍຂອງ ຂອັບຣາຮາມ, ແລະ ເປັນຂອງສາດສະໜາຈັກ ແລະ ອານາຈັກ, ແລະ ເປັນ ຄຜູ້ຖືກເລືອກໄວ້ຂອງພຣະເຈົ້າ.
35 ແລະ ທຸກຄົນນຳອີກທີ່ຮັບເອົາຖານະປະໂລຫິດນີ້ ກໍຮັບເອົາເຮົາຄືກັນ, ພຣະຜູ້ເປັນເຈົ້າໄດ້ກ່າວ;
36 ເພາະຄົນໃດທີ່ຮັບເອົາຜູ້ຮັບໃຊ້ຂອງເຮົາ ກໍ ກຮັບເອົາເຮົາຄືກັນ;
37 ແລະ ຄົນໃດທີ່ ກຮັບເອົາເຮົາ ກໍຮັບເອົາພຣະບິດາຂອງເຮົາຄືກັນ;
38 ແລະ ຄົນໃດທີ່ຮັບເອົາພຣະບິດາຂອງເຮົາ ກໍຮັບເອົາອານາຈັກຂອງພຣະບິດາຂອງເຮົາ; ສະນັ້ນ ກທຸກສິ່ງທີ່ພຣະບິດາຂອງເຮົາມີ ຈະຖືກມອບໃຫ້ແກ່ເຂົາ.
39 ແລະ ສິ່ງນີ້ເປັນໄປຕາມ ກຄຳສາບານ ແລະ ພັນທະສັນຍາ ຊຶ່ງເປັນຂອງຖານະປະໂລຫິດ.
40 ສະນັ້ນ, ທຸກຄົນເຫລົ່ານັ້ນທີ່ໄດ້ຮັບຖານະປະໂລຫິດ, ໄດ້ຮັບຄຳສາບານ ແລະ ພັນທະສັນຍາຂອງພຣະບິດາຂອງເຮົາ, ຊຶ່ງເຂົາຈະຝ່າຝືນບໍ່ໄດ້, ທັງຈະປ່ຽນແປງບໍ່ໄດ້.
41 ແຕ່ຜູ້ໃດທີ່ ກຝ່າຝືນພັນທະສັນຍານີ້ ຫລັງຈາກເຂົາໄດ້ຮັບມັນແລ້ວ, ແລະ ຫັນໜີຈາກມັນຢ່າງສິ້ນເຊີງ, ຈະ ຂບໍ່ໄດ້ຮັບການໃຫ້ອະໄພຈາກບາບໃນໂລກນີ້ ຫລື ໃນໂລກທີ່ຈະມາເຖິງ.
42 ແລະ ວິບັດແກ່ທຸກຄົນເຫລົ່ານັ້ນຜູ້ບໍ່ມາຫາຖານະປະໂລຫິດນີ້ ຊຶ່ງພວກເຈົ້າໄດ້ຮັບ, ຊຶ່ງບັດນີ້ເຮົາໄດ້ຢືນຢັນມັນໄວ້ເທິງຫົວຂອງພວກເຈົ້າ ຜູ້ທີ່ຢູ່ໃນມື້ນີ້, ໂດຍສຽງຂອງເຮົາເອງທີ່ອອກມາຈາກສະຫວັນ; ແລະ ແມ່ນແຕ່ ເຮົາກໍໄດ້ໃຫ້ ກເຫລົ່າທູດສະຫວັນ ແລະ ທູດຂອງເຮົາດູແລເລື່ອງພວກເຈົ້າ.
43 ແລະ ບັດນີ້ເຮົາໄດ້ມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຈົ້າ ເພື່ອໃຫ້ລະວັງກ່ຽວກັບຕົນເອງ, ເພື່ອໃຫ້ ກເອົາໃຈໃສ່ຢ່າງພາກພຽນຕໍ່ພຣະຄຳແຫ່ງຊີວິດນິລັນດອນ.
44 ເພາະພວກເຈົ້າຕ້ອງ ກດຳລົງຊີວິດຕາມທຸກຄຳທີ່ອອກມາຈາກພຣະໂອດຂອງພຣະເຈົ້າ.
45 ເພາະ ກພຣະຄຳຂອງພຣະຜູ້ເປັນເຈົ້າເປັນ ຂຄວາມຈິງ, ແລະ ສິ່ງໃດກໍຕາມທີ່ເປັນຄວາມຈິງຄືຄວາມສະຫວ່າງ, ແລະ ສິ່ງໃດກໍຕາມທີ່ເປັນຄວາມສະຫວ່າງຄືພຣະວິນຍານ, ແມ່ນແຕ່ພຣະວິນຍານຂອງພຣະເຢຊູຄຣິດ.
46 ແລະ ພຣະວິນຍານໃຫ້ ກຄວາມສະຫວ່າງແກ່ ຂມະນຸດທຸກຄົນທີ່ມາສູ່ໂລກ; ແລະ ພຣະວິນຍານໃຫ້ຄວາມສະຫວ່າງແກ່ທຸກຄົນຕະຫລອດທົ່ວໂລກທີ່ເຊື່ອຟັງສຸລະສຽງຂອງພຣະວິນຍານ.
47 ແລະ ທຸກຄົນທີ່ເຊື່ອຟັງສຸລະສຽງຂອງພຣະວິນຍານຍ່ອມມາຫາພຣະເຈົ້າ, ແມ່ນແຕ່ພຣະບິດາ.
48 ແລະ ພຣະບິດາຈະ ກສິດສອນເຂົາເຖິງ ຂພັນທະສັນຍາ ຊຶ່ງພຣະອົງໄດ້ຕໍ່ ແລະ ຢືນຢັນໄວ້ເທິງພວກເຈົ້າ, ຊຶ່ງໄດ້ຢືນຢັນໄວ້ເທິງພວກເຈົ້າເພື່ອເຫັນແກ່ພວກເຈົ້າ, ແລະ ບໍ່ແມ່ນເພື່ອເຫັນແກ່ພວກເຈົ້າພຽງເທົ່ານັ້ນ, ແຕ່ເພື່ອເຫັນແກ່ໂລກທັງໂລກນຳອີກ.
49 ແລະ ໂລກທັງ ກໂລກຢູ່ໃນຄວາມບາບ, ແລະ ຮ້ອງຄວນຄາງຢູ່ພາຍໃຕ້ ຂຄວາມມືດ ແລະ ຢູ່ພາຍໃຕ້ຄວາມເປັນທາດຂອງບາບ.
50 ແລະ ໂດຍສິ່ງນີ້ພວກເຈົ້າຈະຮູ້ວ່າ ພວກເຂົາຢູ່ພາຍໃຕ້ ກຄວາມເປັນທາດຂອງ ຂບາບ, ເພາະວ່າພວກເຂົາບໍ່ໄດ້ມາຫາເຮົາ.
51 ເພາະຄົນໃດກໍຕາມທີ່ບໍ່ມາຫາເຮົາ ຍ່ອມຢູ່ພາຍໃຕ້ຄວາມເປັນທາດຂອງບາບ.
52 ແລະ ຜູ້ໃດກໍຕາມທີ່ບໍ່ຍອມຮັບສຽງຂອງເຮົາ ຍ່ອມບໍ່ຄຸ້ນເຄີຍກັບ ກສຽງຂອງເຮົາ, ແລະ ບໍ່ໄດ້ເປັນຂອງເຮົາ.
53 ແລະ ໂດຍສິ່ງນີ້ພວກເຈົ້າຈະຮູ້ຈັກຄົນຊອບທຳຈາກຄົນຊົ່ວ, ແລະ ວ່າໂລກທັງ ກໂລກຈະ ຂຮ້ອງຄວນຄາງພາຍໃຕ້ ຄບາບ ແລະ ຄວາມມືດແມ່ນແຕ່ບັດນີ້.
54 ແລະ ໃນເວລາທີ່ຜ່ານມາ ຈິດໃຈຂອງພວກເຈົ້າຖືກເຮັດໃຫ້ມືດມົນເພາະຄວາມ ກບໍ່ເຊື່ອຖື, ແລະ ເພາະພວກເຈົ້າໄດ້ເຮັດຫລິ້ນໆກັບສິ່ງທີ່ພວກເຈົ້າໄດ້ຮັບ—
55 ຊຶ່ງ ກຄວາມໂອ້ອວດ ແລະ ຄວາມບໍ່ເຊື່ອຖືໄດ້ນຳທັງສາດສະໜາຈັກມາຢູ່ພາຍໃຕ້ການກ່າວໂທດ.
56 ແລະ ການກ່າວໂທດນີ້ຈະຢູ່ເທິງລູກຫລານຂອງຊີໂອນ, ແມ່ນແຕ່ທັງໝົດ.
57 ແລະ ເຂົາຈະຢູ່ພາຍໃຕ້ການກ່າວໂທດນີ້ຈົນກວ່າເຂົາຈະກັບໃຈ ແລະ ຈື່ຈຳ ກພັນທະສັນຍາໃໝ່, ແມ່ນແຕ່ ຂພຣະຄຳພີມໍມອນ ແລະ ບັນຍັດ ຄກ່ອນນັ້ນ ຊຶ່ງເຮົາໄດ້ປະທານໃຫ້ເຂົາ, ບໍ່ແມ່ນພຽງເພື່ອກ່າວເທົ່ານັ້ນ, ແຕ່ເພື່ອ ງເຮັດຕາມທີ່ເຮົາໄດ້ຂຽນໄວ້ນຳອີກ—
58 ເພື່ອວ່າເຂົາຈະໄດ້ນຳຜົນອັນເໝາະສົມກັບອານາຈັກຂອງພຣະບິດາອອກມາ; ຖ້າບໍ່ດັ່ງນັ້ນການຂ້ຽນຕີ ແລະ ການພິພາກສາຈະຖອກເທລົງມາເທິງລູກຫລານຂອງຊີໂອນຢູ່.
59 ເພາະລູກຫລານຂອງອານາຈັກຈະເຮັດໃຫ້ແຜ່ນດິນສັກສິດຂອງເຮົາສົກກະປົກບໍ? ຕາມຄວາມຈິງແລ້ວ, ເຮົາກ່າວກັບເຈົ້າວ່າ, ບໍ່ເລີຍ.
60 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ ຜູ້ໄດ້ຍິນ ກຄຳຂອງເຮົາໃນຕອນນີ້, ຊຶ່ງເປັນສຽງຂອງເຮົາ, ພວກເຈົ້າເປັນສຸກແລ້ວ ຕາບໃດທີ່ພວກເຈົ້າຮັບເອົາສິ່ງເຫລົ່ານີ້;
61 ເພາະເຮົາຈະ ກໃຫ້ອະໄພພວກເຈົ້າກ່ຽວກັບບາບຂອງພວກເຈົ້າພ້ອມດ້ວຍບັນຍັດຂໍ້ນີ້—ພວກເຈົ້າຕ້ອງຍຶດໝັ້ນໃນຈິດໃຈຂອງພວກເຈົ້າດ້ວຍຄວາມ ຂນອບນ້ອມ ແລະ ໃນວິນຍານແຫ່ງການອະທິຖານ, ໃນການສະແດງປະຈັກພະຍານຕໍ່ໂລກເຖິງເລື່ອງເຫລົ່ານັ້ນທີ່ໄດ້ສື່ສານມາເຖິງພວກເຈົ້າ.
62 ສະນັ້ນ, ພວກເຈົ້າຈົ່ງ ກໄປທົ່ວໂລກ; ແລະ ບ່ອນໃດກໍຕາມທີ່ພວກເຈົ້າບໍ່ສາມາດໄປຫາ ໃຫ້ພວກເຈົ້າສົ່ງມັນໄປ, ເພື່ອວ່າປະຈັກພະຍານນັ້ນຈະໄດ້ອອກຈາກພວກເຈົ້າໄປທົ່ວໂລກເຖິງມະນຸດສະໂລກທັງໝົດ.
63 ແລະ ດັ່ງທີ່ເຮົາໄດ້ກ່າວກັບອັກຄະສາວົກຂອງເຮົາສັນໃດ, ແມ່ນແຕ່ສັນນັ້ນເຮົາຈະກ່າວກັບພວກເຈົ້າ, ເພາະພວກເຈົ້າເປັນ ກອັກຄະສາວົກຂອງເຮົາ, ແມ່ນແຕ່ມະຫາປະໂລຫິດຂອງພຣະເຈົ້າ; ພວກເຈົ້າຄືຜູ້ທີ່ພຣະບິດາຂອງເຮົາໄດ້ ຂມອບໃຫ້ເຮົາ; ພວກເຈົ້າຄື ຄມິດສະຫາຍຂອງເຮົາ;
64 ສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກັບອັກຄະສາວົກຂອງເຮົາ, ເຮົາກ່າວກັບພວກເຈົ້າອີກ, ວ່າ ກທຸກຄົນທີ່ ຂເຊື່ອຖ້ອຍຄຳຂອງພວກເຈົ້າ, ແລະ ຮັບບັບຕິສະມາໂດຍນ້ຳເພື່ອ ຄການປົດບາບ, ຈະໄດ້ຮັບ ງພຣະວິນຍານບໍລິສຸດ.
65 ແລະ ກເຄື່ອງໝາຍເຫລົ່ານີ້ຈະຕິດຕາມຄົນທີ່ເຊື່ອ—
66 ໃນນາມຂອງເຮົາ ພວກເຂົາຈະເຮັດ ກວຽກງານອັນໜ້າອັດສະຈັນໃຈຫລາຍຢ່າງ;
67 ໃນ ກນາມຂອງເຮົາ ພວກເຂົາຈະຂັບໄລ່ຜີມານໃຫ້ອອກໄປ;
68 ໃນນາມຂອງເຮົາ ພວກເຂົາຈະ ກປິ່ນປົວຄົນເຈັບປ່ວຍ;
69 ໃນນາມຂອງເຮົາ ພວກເຂົາຈະເປີດຕາຂອງຄົນຕາບອດ, ແລະ ເປີດຫູຂອງຄົນຫູໜວກ;
70 ແລະ ລີ້ນຂອງຄົນປາກກືກຈະເວົ້າໄດ້;
71 ແລະ ຖ້າຄົນໃດຈະໃສ່ ກຢາພິດພວກເຂົາ ມັນກໍຈະບໍ່ເປັນອັນຕະລາຍຕໍ່ພວກເຂົາ;
72 ແລະ ພິດຂອງງູ ຈະບໍ່ມີພະລັງທີ່ຈະທຳຮ້າຍພວກເຂົາ.
73 ແຕ່ເຮົາຈະມອບບັນຍັດຂໍ້ໜຶ່ງໃຫ້ແກ່ພວກເຂົາ, ວ່າພວກເຂົາຈະບໍ່ ກອວດອ້າງຕົນເອງເຖິງເລື່ອງເຫລົ່ານີ້, ທັງບໍ່ໃຫ້ກ່າວເຖິງເລື່ອງເຫລົ່ານີ້ຢູ່ຕໍ່ໜ້າໂລກ; ເພາະເລື່ອງເຫລົ່ານີ້ໄດ້ຖືກມອບໃຫ້ພວກເຈົ້າເພື່ອຜົນປະໂຫຍດຂອງພວກເຈົ້າ ແລະ ເພື່ອຄວາມລອດຂອງພວກເຈົ້າ.
74 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ຄົນທີ່ບໍ່ເຊື່ອຖ້ອຍຄຳຂອງພວກເຈົ້າ, ແລະ ບໍ່ ກຮັບບັບຕິສະມາໃນນ້ຳໃນນາມຂອງເຮົາ, ເພື່ອການປົດບາບຂອງພວກເຂົາ, ເພື່ອພວກເຂົາຈະໄດ້ຮັບພຣະວິນຍານບໍລິສຸດ, ຈະ ຂອັບປະໂຫຍດ, ແລະ ຈະບໍ່ໄດ້ມາຫາອານາຈັກຂອງພຣະບິດາຂອງເຮົາ ບ່ອນທີ່ພຣະບິດາຂອງເຮົາ ແລະ ເຮົາຢູ່.
75 ແລະ ການເປີດເຜີຍນີ້ທີ່ພວກເຈົ້າໄດ້ຮັບ, ແລະ ບັນຍັດ, ມີຜົນນັບແຕ່ຊົ່ວໂມງນີ້ໄປເຖິງທົ່ວໂລກ, ແລະ ພຣະກິດຕິຄຸນໄປເຖິງທຸກຄົນທີ່ຍັງບໍ່ໄດ້ຮັບມັນເທື່ອ.
76 ແຕ່, ຕາມຄວາມຈິງແລ້ວ ເຮົາກ່າວກັບທຸກຄົນເຫລົ່ານັ້ນ ຜູ້ຊຶ່ງອານາຈັກຖືກມອບໃຫ້—ພວກເຈົ້າຕ້ອງນຳສິ່ງນີ້ໄປສັ່ງສອນພວກເຂົາ, ເພື່ອວ່າພວກເຂົາຈະກັບໃຈຈາກວຽກງານອັນຊົ່ວຮ້າຍທີ່ຜ່ານມາຂອງພວກເຂົາ; ເພາະພວກເຂົາຈະຖືກຕຳນິເນື່ອງດ້ວຍໃຈອັນຊົ່ວຮ້າຍຂອງພວກເຂົາທີ່ບໍ່ເຊື່ອ, ແລະ ອ້າຍນ້ອງຂອງພວກເຈົ້າໃນຊີໂອນເນື່ອງດ້ວຍການກະບົດຂອງພວກເຂົາຕໍ່ພວກເຈົ້າໃນເວລາທີ່ເຮົາໄດ້ສົ່ງພວກເຈົ້າໄປ.
77 ແລະ ອີກເທື່ອໜຶ່ງ ເຮົາກ່າວກັບພວກເຈົ້າ, ເພື່ອນທັງຫລາຍຂອງເຮົາ, ເພາະນັບແຕ່ນີ້ເປັນຕົ້ນໄປເຮົາຈະເອີ້ນພວກເຈົ້າວ່າເພື່ອນ, ມັນເປັນສິ່ງຈຳເປັນທີ່ເຮົາຈະມອບບັນຍັດຂໍ້ນີ້ແກ່ພວກເຈົ້າ, ເພື່ອວ່າພວກເຈົ້າຈະກາຍເປັນແມ່ນແຕ່ ເພື່ອນຂອງເຮົາໃນເວລາທີ່ເຮົາຢູ່ນຳພວກເຂົາ, ເດີນທາງໄປສັ່ງສອນພຣະກິດຕິຄຸນໃນອຳນາດຂອງເຮົາ;
78 ເພາະເຮົາບໍ່ຍອມໃຫ້ພວກເຂົາມີ ກກະເປົາເງິນ ຫລື ກະເປົາເຄື່ອງ, ທັງບໍ່ໃຫ້ມີເສື້ອໃຫຍ່ສອງໂຕນຳອີກ.
79 ຈົ່ງເບິ່ງ, ເຮົາສົ່ງພວກເຈົ້າອອກໄປເພື່ອພິສູດໂລກ, ແລະ ຄົນງານກໍເໝາະສົມກັບ ກຄ່າຈ້າງຂອງເຂົາ.
80 ແລະ ຄົນໃດທີ່ຈະໄປ ແລະ ກສັ່ງສອນ ຂພຣະກິດຕິຄຸນຂອງອານາຈັກ, ແລະ ບໍ່ລົ້ມເຫລວທີ່ຈະຊື່ສັດຕໍ່ໄປໃນທຸກສິ່ງ, ຈະບໍ່ເມື່ອຍລ້າໃນຈິດໃຈ, ທັງບໍ່ມືດມົນ, ທັງໃນຮ່າງກາຍ, ແຂນຂາ, ຫລື ຂໍ້ຕໍ່; ແລະ ຄຜົມເສັ້ນໜຶ່ງຈາກຫົວຂອງເຂົາ ກໍຈະບໍ່ລົ່ນລົງພື້ນດິນຢ່າງບໍ່ຖືກສັງເກດເຫັນ. ແລະ ພວກເຂົາຈະບໍ່ຫິວ, ທັງບໍ່ກະຫາຍເລີຍ.
81 ສະນັ້ນ, ຢ່າ ກຄິດນຳມື້ອື່ນ, ວ່າພວກເຈົ້າຈະກິນຫຍັງ, ຫລື ພວກເຈົ້າຈະດື່ມຫຍັງ, ຫລື ພວກເຈົ້າຈະນຸ່ງຫົ່ມຫຍັງ.
82 ເພາະ, ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງ, ວ່າມັນເຕີບໂຕຂຶ້ນໄດ້ແນວໃດ, ມັນບໍ່ໄດ້ທຳງານ ທັງບໍ່ໄດ້ເຂັນຝ້າຍ; ແລະ ອານາຈັກຂອງໂລກ, ໃນຄວາມສະຫງ່າລາສີທັງໝົດຂອງມັນ, ຍັງບໍ່ໄດ້ທົງເຄື່ອງງາມເທົ່າກັບດອກໄມ້ເຫລົ່ານີ້ດອກໜຶ່ງ.
83 ເພາະ ກພຣະບິດາຂອງພວກເຈົ້າ, ຜູ້ສະຖິດຢູ່ໃນສະຫວັນ, ຂຮູ້ວ່າພວກເຈົ້າຕ້ອງການສິ່ງທັງໝົດນີ້.
84 ສະນັ້ນ, ໃຫ້ມື້ອື່ນ ກຄິດເຖິງເລື່ອງຂອງມັນເອງ.
85 ທັງບໍ່ໃຫ້ພວກເຈົ້າຄິດລ່ວງໜ້າວ່າພວກເຈົ້າຈະກ່າວ ກຫຍັງ; ແຕ່ໃຫ້ ຂສະສົມຖ້ອຍຄຳແຫ່ງຊີວິດໄວ້ໃນຈິດໃຈຂອງພວກເຈົ້າເລື້ອຍໄປ, ແລະ ມັນຈະຖືກ ຄມອບໃຫ້ແກ່ພວກເຈົ້າໃນຊົ່ວໂມງນັ້ນເອງ ສ່ວນທີ່ຈະຜອງໃຫ້ແກ່ມະນຸດທຸກຄົນ.
86 ສະນັ້ນ, ຢ່າໃຫ້ຄົນໃດໃນບັນດາພວກເຈົ້າ, ທີ່ຈະອອກໄປປະກາດພຣະກິດຕິຄຸນນີ້ຂອງອານາຈັກຈາກຊົ່ວໂມງນີ້ ເອົາກະເປົາເງິນ ຫລື ກະເປົາເຄື່ອງໄປນຳ; ເພາະບັນຍັດຂໍ້ນີ້ແມ່ນສຳລັບທຸກຄົນທີ່ ກຊື່ສັດຜູ້ຖືກເອີ້ນຈາກພຣະເຈົ້າໃນສາດສະໜາຈັກ ໃຫ້ປະຕິບັດສາດສະໜາກິດ.
87 ຈົ່ງເບິ່ງ, ເຮົາ ກສົ່ງພວກເຈົ້າໄປເພື່ອຕຳນິໂລກ ເຖິງການກະທຳທີ່ບໍ່ຊອບທຳທັງໝົດຂອງພວກເຂົາ, ແລະ ເພື່ອສິດສອນພວກເຂົາເຖິງການພິພາກສາທີ່ຈະມາເຖິງ.
88 ແລະ ຜູ້ໃດກໍຕາມທີ່ ກຮັບເອົາພວກເຈົ້າ, ທີ່ນັ້ນເຮົາຈະຢູ່ນຳຄືກັນ, ເພາະເຮົາຈະອອກໜ້າພວກເຈົ້າ. ເຮົາຈະຢູ່ທາງເບື້ອງຂວາມືພວກເຈົ້າ ແລະ ທາງຊ້າຍພວກເຈົ້າ, ແລະ ວິນຍານຂອງເຮົາຈະຢູ່ໃນໃຈຂອງພວກເຈົ້າ, ແລະ ຂທູດຂອງເຮົາຈະອ້ອມຮອບພວກເຈົ້າໄວ້, ເພື່ອຄ້ຳຊູພວກເຈົ້າ.
89 ຜູ້ໃດກໍຕາມທີ່ຮັບເອົາພວກເຈົ້າ ກໍຮັບເອົາເຮົາຄືກັນ; ແລະ ຄົນໆນັ້ນຈະເອົາເຂົ້າໃຫ້ພວກເຈົ້າກິນ, ແລະ ຈະເອົາເຄື່ອງໃຫ້ພວກເຈົ້ານຸ່ງ, ແລະ ຈະມອບເງິນໃຫ້ພວກເຈົ້າ.
90 ແລະ ຄົນທີ່ເອົາເຂົ້າໃຫ້ພວກເຈົ້າກິນ, ຫລື ເອົາເຄື່ອງໃຫ້ພວກເຈົ້ານຸ່ງ, ຫລື ມອບເງິນໃຫ້ພວກເຈົ້າ, ຈະບໍ່ມີທາງ ກສູນເສຍລາງວັນຂອງເຂົາໄປ.
91 ແລະ ຄົນທີ່ບໍ່ເຮັດສິ່ງເຫລົ່ານີ້ ບໍ່ໄດ້ເປັນສານຸສິດຂອງເຮົາ; ໂດຍການນີ້ພວກເຈົ້າຈະຮູ້ວ່າໃຜເປັນ ກສານຸສິດຂອງເຮົາ.
92 ຄົນທີ່ບໍ່ຮັບເອົາພວກເຈົ້າ, ໃຫ້ພວກເຈົ້າໄປຈາກເຂົາ, ແລະ ກລ້າງຕີນຂອງພວກເຈົ້າແມ່ນແຕ່ດ້ວຍນ້ຳ, ນ້ຳບໍລິສຸດ, ບໍ່ວ່າໃນຄວາມຮ້ອນ ຫລື ໃນຄວາມໜາວ, ແລະ ສະແດງປະຈັກພະຍານເຖິງສິ່ງນີ້ຕໍ່ພຣະບິດາຂອງພວກເຈົ້າ ຊຶ່ງສະຖິດຢູ່ໃນສະຫວັນ, ແລະ ຢ່າກັບຄືນໄປຫາຄົນນັ້ນອີກ.
93 ແລະ ບໍ່ວ່າໃນໝູ່ບ້ານໃດ ຫລື ເມືອງໃດກໍຕາມທີ່ພວກເຈົ້າເຂົ້າໄປ, ຈົ່ງເຮັດແບບດຽວກັນນີ້.
94 ເຖິງຢ່າງໃດກໍຕາມ, ຈົ່ງຊອກຫາຢ່າງພາກພຽນ ແລະ ຢ່າຢັບຢັ້ງ; ແລະ ວິບັດແກ່ເຮືອນຫລັງນັ້ນ, ຫລື ໝູ່ບ້ານນັ້ນ ຫລື ເມືອງນັ້ນທີ່ປະຕິເສດພວກເຈົ້າ, ຫລື ຖ້ອຍຄຳຂອງພວກເຈົ້າ, ຫລື ປະຈັກພະຍານຂອງພວກເຈົ້າເຖິງເຮົາ.
95 ວິບັດ, ເຮົາກ່າວອີກເທື່ອໜຶ່ງ, ແກ່ເຮືອນຫລັງນັ້ນ, ຫລື ໝູ່ບ້ານນັ້ນ ຫລື ເມືອງນັ້ນທີ່ປະຕິເສດພວກເຈົ້າ, ຫລື ຖ້ອຍຄຳຂອງພວກເຈົ້າ, ຫລື ປະຈັກພະຍານຂອງພວກເຈົ້າເຖິງເຮົາ;
96 ເພາະເຮົາ, ກຜູ້ຊົງລິດອຳນາດຍິ່ງໃຫຍ່, ໄດ້ວາງມືຂອງເຮົາໄວ້ເທິງປະຊາຊາດ, ເພື່ອ ຂຂ້ຽນຕີພວກເຂົາເພາະ ຄຄວາມຊົ່ວຮ້າຍຂອງພວກເຂົາ.
97 ແລະ ໂຣກລະບາດຈະອອກໄປ, ແລະ ມັນຈະບໍ່ຖືກເອົາໄປຈາກແຜ່ນດິນໂລກ ຈົນກວ່າເຮົາໄດ້ສຳເລັດວຽກງານຂອງເຮົາເສຍກ່ອນ, ຊຶ່ງຈະຖືກຕັດໃຫ້ ກສັ້ນລົງໃນຄວາມຊອບທຳ—
98 ຈົນກວ່າທຸກຄົນຈະຮູ້ຈັກເຮົາ, ຜູ້ທີ່ເຫລືອຢູ່, ແມ່ນແຕ່ຈາກນ້ອຍທີ່ສຸດຫາຍິ່ງໃຫຍ່ທີ່ສຸດ, ແລະ ຈະເຕັມໄປດ້ວຍຄວາມຮູ້ເລື່ອງພຣະຜູ້ເປັນເຈົ້າ, ແລະ ຈະ ກເຫັນກັບຕາ, ແລະ ຈະເປັ່ງສຽງຂອງພວກເຂົາ, ແລະ ດ້ວຍສຽງຈະ ຂຮ້ອງເພງໃໝ່ນີ້ນຳກັນ, ມີຄວາມວ່າ:
99 ພຣະຜູ້ເປັນເຈົ້າໄດ້ນຳຊີໂອນຄືນມາອີກ;ພຣະຜູ້ເປັນເຈົ້າໄດ້ ກໄຖ່ຜູ້ຄົນຂອງພຣະອົງ, ຂອິດສະຣາເອນ,ຕາມ ຄການເລືອກແຫ່ງ ງພຣະຄຸນ,ຊຶ່ງບັງເກີດຂຶ້ນດ້ວຍສັດທາແລະ ຈພັນທະສັນຍາຂອງບັນພະບຸລຸດຂອງພວກເຂົາ.
100 ພຣະຜູ້ເປັນເຈົ້າໄດ້ໄຖ່ຜູ້ຄົນຂອງພຣະອົງ;ແລະ ຊາຕານຖືກ ກມັດໄວ້ ແລະ ເວລາຈະບໍ່ມີຢູ່ອີກຕໍ່ໄປ.ພຣະຜູ້ເປັນເຈົ້າໄດ້ເຕົ້າໂຮມທຸກສິ່ງທັງປວງໄວ້ ຂນຳກັນ.ພຣະຜູ້ເປັນເຈົ້າໄດ້ນຳ ຄຊີໂອນລົງມາຈາກເບື້ອງເທິງ.ພຣະຜູ້ເປັນເຈົ້າໄດ້ ງນຳຊີໂອນຂຶ້ນມາຈາກເບື້ອງລຸ່ມ.
101 ກແຜ່ນດິນໂລກໄດ້ເຈັບທ້ອງ ແລະ ໄດ້ຄອດພະລັງຂອງນາງອອກມາ;ແລະ ຄວາມຈິງຖືກຈັດຕັ້ງຂຶ້ນໃນອຸທອນຂອງນາງ;ແລະ ສະຫວັນຍິ້ມໃຫ້ນາງ;ແລະ ນາງຖືກຫຸ້ມຫໍ່ດ້ວຍ ຂລັດສະໝີພາບຂອງພຣະເຈົ້າຂອງນາງ;ເພາະພຣະອົງຢືນຢູ່ໃນທ່າມກາງຜູ້ຄົນຂອງພຣະອົງ.
102 ລັດສະໝີພາບ, ແລະ ກຽດຕິຍົດ, ແລະ ອຳນາດ, ແລະ ພະລັງ,ຈົ່ງເປັນຂອງພຣະເຈົ້າຂອງພວກເຮົາ; ເພາະພຣະອົງເຕັມໄປດ້ວຍ ກຄວາມເມດຕາ,ຄວາມຍຸດຕິທຳ, ພຣະຄຸນ, ແລະ ຄວາມຈິງ, ແລະ ຂສັນຕິສຸກ,ຕະຫລອດການ ແລະ ຕະຫລອດໄປ, ອາແມນ.
103 ແລະ ອີກເທື່ອໜຶ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ, ມັນເປັນສິ່ງຈຳເປັນທີ່ທຸກຄົນຜູ້ອອກໄປປະກາດພຣະກິດຕິຄຸນອັນເປັນນິດຂອງເຮົາ, ວ່າຕາບໃດທີ່ພວກເຂົາມີຄອບຄົວ, ແລະ ໄດ້ຮັບເງິນເປັນຂອງຂວັນ, ວ່າພວກເຂົາຄວນສົ່ງມັນໄປໃຫ້ຄອບຄົວ ຫລື ໃຊ້ຈ່າຍມັນເພື່ອຜົນປະໂຫຍດຂອງຄອບຄົວ, ຕາມທີ່ພຣະຜູ້ເປັນເຈົ້າຈະແນະນຳພວກເຂົາ, ເພາະເຮົາເຫັນວ່າມັນເປັນສິ່ງດີດັ່ງນີ້.
104 ແລະ ໃຫ້ຄົນເຫລົ່ານັ້ນທຸກຄົນທີ່ບໍ່ມີຄອບຄົວ, ຜູ້ໄດ້ຮັບ ກເງິນ, ສົ່ງມັນໄປໃຫ້ອະທິການໃນຊີໂອນ, ຫລື ໄປໃຫ້ອະທິການໃນລັດໂອໄຮໂອ, ເພື່ອອຸທິດຖວາຍສຳລັບການນຳການເປີດເຜີຍຕ່າງໆອອກມາ ແລະ ເພື່ອການພິມສິ່ງເຫລົ່ານັ້ນ, ແລະ ເພື່ອສະຖາປະນາຊີໂອນຂຶ້ນ.
105 ແລະ ຖ້າຫາກຄົນໃດຈະເອົາເສື້ອໃຫຍ່ໃຫ້ຄົນໃດຄົນໜຶ່ງໃນບັນດາພວກເຈົ້າ, ຫລື ເອົາໂສ້ງເສື້ອເປັນຊຸດໃຫ້ພວກເຈົ້າ, ໃຫ້ພວກເຈົ້າມອບໂສ້ງເສື້ອຊຸດເກົ່າໃຫ້ ກຄົນຍາກຄົນ, ແລະ ໄປຕາມທາງຂອງພວກເຈົ້າດ້ວຍຄວາມປິຕິຍິນດີ.
106 ແລະ ຖ້າຫາກຄົນໃດໃນບັນດາພວກເຈົ້າເຂັ້ມແຂງໃນພຣະວິນຍານ, ກໍໃຫ້ເຂົາເອົາ ກຄົນທີ່ອ່ອນແອໄປກັບເຂົາ, ເພື່ອວ່າເຂົາຈະໄດ້ຮັບການເສີມສ້າງໃນ ຂຄວາມອ່ອນໂຍນທຸກຢ່າງ, ເພື່ອວ່າເຂົາຈະກາຍເປັນຄົນເຂັ້ມແຂງຄືກັນ.
107 ສະນັ້ນ, ຈົ່ງເອົາຄົນເຫລົ່ານັ້ນທີ່ໄດ້ຮັບການແຕ່ງຕັ້ງສູ່ ກຖານະປະໂລຫິດທີ່ຕ່ຳກວ່າໄປກັບພວກເຈົ້າ, ແລະ ສົ່ງພວກເຂົາໄປກ່ອນພວກເຈົ້າເພື່ອນັດໝາຍ, ແລະ ເພື່ອຕຽມທາງ, ແລະ ເພື່ອໄປຕາມນັດໝາຍທີ່ຕົວພວກເຈົ້າເອງບໍ່ສາມາດໄປ.
108 ຈົ່ງເບິ່ງ, ນີ້ຄືວິທີທີ່ອັກຄະສາວົກຂອງເຮົາ, ໃນສະໄໝບູຮານ, ໄດ້ສ້າງສາສາດສະໜາຈັກຂອງເຮົາໃຫ້ແກ່ເຮົາ.
109 ສະນັ້ນ, ໃຫ້ທຸກຄົນຢືນຢູ່ໃນໜ້າທີ່ຂອງຕົນເອງ, ແລະ ທຳງານໃນການເອີ້ນຂອງຕົນເອງ; ແລະ ບໍ່ໃຫ້ຫົວກ່າວກັບຕີນວ່າ ມັນບໍ່ຕ້ອງການຕີນ; ເພາະຖ້າຫາກປາດສະຈາກຕີນແລ້ວ ຮ່າງກາຍຈະຢືນຢູ່ໄດ້ແນວໃດ?
110 ຮ່າງກາຍກໍຕ້ອງການ ກອະໄວຍະວະທຸກສ່ວນຄືກັນ, ເພື່ອວ່າທຸກພາກສ່ວນຈະໄດ້ຮັບການເສີມສ້າງນຳກັນ, ເພື່ອວ່າລະບົບການຈະດຳເນີນໄປຢ່າງສົມບູນ.
111 ແລະ ຈົ່ງເບິ່ງ, ກມະຫາປະໂລຫິດຄວນເດີນທາງ, ແລະ ແອວເດີນຳອີກ, ແລະ ຂປະໂລຫິດທີ່ຕ່ຳກວ່ານຳອີກ; ແຕ່ ຄມັກຄະນາຍົກ ແລະ ງຄູສອນ ຄວນຖືກກຳນົດໃຫ້ ຈດູແລສາດສະໜາຈັກ, ເພື່ອໃຫ້ເປັນຜູ້ປະຕິບັດ ສາດສະໜາກິດປະຈຳຢູ່ກັບສາດສະໜາຈັກ.
112 ແລະ ອະທິການ, ນິວເອັນ ເຄ ວິດນີ, ຄວນເດີນທາງໄປອ້ອມຮອບນຳອີກ, ແລະ ໃນບັນດາໜ່ວຍຂອງສາດສະໜາຈັກທັງໝົດ, ຊອກຫາຄົນຍາກຈົນເພື່ອ ກປະຕິບັດຕໍ່ຄວາມຕ້ອງການຂອງພວກເຂົາ ໂດຍການເຮັດໃຫ້ຄົນລ້ຳລວຍ ແລະ ຄົນອວດດີ ຂຖ່ອມຕົວ.
113 ລາວຄວນຈ້າງຄົນໜຶ່ງນຳອີກໃຫ້ເປັນ ກຕົວແທນເພື່ອດູແລ ແລະ ເຮັດທຸລະກິດທາງໂລກແທນລາວ ດັ່ງທີ່ລາວຈະແນະນຳ.
114 ເຖິງຢ່າງໃດກໍຕາມ, ໃຫ້ອະທິການໄປເມືອງນິວຢອກ, ໄປເມືອງອາບານີນຳອີກ, ແລະ ໄປເມືອງບອສ໌ຕັນນຳອີກ, ແລະ ເຕືອນຜູ້ຄົນໃນເມືອງເຫລົ່ານັ້ນດ້ວຍສຽງຂອງພຣະກິດຕິຄຸນ, ດ້ວຍສຽງອັນດັງ, ເຖິງ ກຄວາມເປົ່າປ່ຽວ ແລະ ການລົ້ມເລີກຈົນໝົດສິ້ນ ຊຶ່ງຄອຍຖ້າພວກເຂົາຢູ່ ຖ້າຫາກພວກເຂົາປະຕິເສດ ສິ່ງເຫລົ່ານີ້.
115 ເພາະຖ້າຫາກພວກເຂົາປະຕິເສດສິ່ງເຫລົ່ານີ້ ຊົ່ວໂມງແຫ່ງການພິພາກສາຂອງພວກເຂົາໃກ້ຈະມາເຖິງແລ້ວ, ແລະ ບ້ານເຮືອນຂອງພວກເຂົາຈະຖືກປະໃຫ້ ກຮ້າງເປົ່າແກ່ພວກເຂົາ.
116 ໃຫ້ພວກເຂົາ ກໄວ້ວາງໃຈໃນເຮົາ ແລະ ພວກເຂົາຈະບໍ່ຖືກເຮັດໃຫ້ ຂສັບສົນ; ແລະ ຄຜົມເສັ້ນໜຶ່ງຈາກຫົວຂອງພວກເຂົາກໍຈະບໍ່ລົ່ນລົງພື້ນດິນຢ່າງບໍ່ຖືກສັງເກດເຫັນ.
117 ແລະ ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ, ຜູ້ຮັບໃຊ້ທີ່ເຫລືອຢູ່ຂອງເຮົາທັງໝົດ, ໃຫ້ພວກເຈົ້າອອກໄປດັ່ງທີ່ສະພາບການຂອງພວກເຈົ້າຈະອຳນວຍ, ໃນການເອີ້ນຫລາຍຢ່າງຂອງພວກເຈົ້າ, ໄປຫາເມືອງ ແລະ ໝູ່ບ້ານຕ່າງໆທີ່ຍິ່ງໃຫຍ່ ແລະ ສຳຄັນ, ໂດຍກ່າວຕຳນິໂລກໃນຄວາມຊອບທຳເຖິງຄວາມບໍ່ຊອບທຳ ແລະ ການກະທຳທີ່ອະທຳຂອງພວກເຂົາ, ໂດຍການບອກຢ່າງແຈ່ມແຈ້ງ ແລະ ໃຫ້ເຂົ້າໃຈເຖິງຄວາມເປົ່າປ່ຽວຂອງຄວາມໜ້າກຽດຊັງໃນຍຸກສຸດທ້າຍ.
118 ເພາະ, ພຣະຜູ້ເປັນເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ໄດ້ກ່າວກັບພວກເຈົ້າ, ເຮົາຈະ ກຈີກອານາຈັກຂອງພວກເຂົາ; ເຮົາບໍ່ພຽງແຕ່ຈະ ຂສັ່ນແຜ່ນດິນໂລກເທົ່ານັ້ນ, ແຕ່ຟ້າສະຫວັນພ້ອມດ້ວຍດວງດາວຈະສັ່ນສະເທືອນນຳອີກ.
119 ເພາະເຮົາ, ພຣະຜູ້ເປັນເຈົ້າ, ໄດ້ຍື່ນມືຂອງເຮົາອອກໄປສະແດງອຳນາດຂອງສະຫວັນ; ພວກເຈົ້າບໍ່ສາມາດເຫັນມັນຕອນນີ້, ແຕ່ບໍ່ດົນພວກເຈົ້າຈະເຫັນມັນ, ແລະ ຮູ້ວ່າເຮົາເປັນຢູ່, ແລະ ວ່າເຮົາຈະ ກມາ ແລະ ຂປົກຄອງກັບຜູ້ຄົນຂອງເຮົາ.
120 ເຮົາຄື ກອາລະຟາ ແລະ ໂອເມຄາ, ເປັນຕົ້ນ ແລະ ທີ່ສຸດ. ອາແມນ