ສິ່ງ​ຊ່ວຍ​ສຶກ​ສາ
ຄຳ​ສາບານ ແລະ ພັນທະ​ສັນ​ຍາ​ຂອງ​ຖານະ​ປະ​ໂລ​ຫິດ


ຄຳ​ສາບານ ແລະ ພັນທະ​ສັນ​ຍາ​ຂອງ​ຖານະ​ປະ​ໂລ​ຫິດ

ຄຳ​ສາບານ​ເປັນ​ຄຳ​ປະ​ຕິ​ຍານ​ຢືນ​ຢັນ​ວ່າ​ຈະ​ຈິງ​ໃຈ ແລະ ຊື່​ສັດ​ຕໍ່​ຄຳ​ສັນ​ຍາ. ພັນທະ​ສັນ​ຍາ​ເປັນ​ຄຳ​ສັນ​ຍາ​ທີ່​ໜັກ​ແໜ້ນ​ລະຫວ່າງ​ສອງ​ຝ່າຍ. ຖານະ​ປະ​ໂລ​ຫິດ​ແຫ່ງ​ອາໂຣນ​ຄື​ການ​ຮັບ​ເອົາ​ພັນທະ​ສັນ​ຍາ​ເທົ່າ​ນັ້ນ. ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ ໂດຍ​ການ​ກ່າວ​ຄຳ​ສາບານ​ຢູ່​ໃນ​ໃຈ ເທົ່າໆ​ກັບ​ໂດຍ​ພັນທະ​ສັນ​ຍາ. ເມື່ອ​ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ຊື່​ສັດ ແລະ ເຮັດ​ໜ້າ​ທີ່​ຂອງ​ຕົນ ດັ່ງ​ທີ່​ພຣະ​ເຈົ້າ​ຊີ້​ນຳ, ແລ້ວ​ພຣະ​ອົງ​ຈະ​ອວຍ​ພອນ​ເຂົາ. ຜູ້​ທີ່​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ ແລະ ເຮັດ​ທຸກ​ສິ່ງ​ທີ່​ເຂົາ​ຖືກ​ຂໍ​ໃຫ້​ເຮັດ ແລ້ວ​ເຂົາ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິດາ​ມີ (ຄພ 84:33–39).