ສິ່ງ​ຊ່ວຍ​ສຶກ​ສາ
ເມນ​ຄີ​ເສ​ເດັກ


ເມນ​ຄີ​ເສ​ເດັກ

ມະຫາ​ປະ​ໂລ​ຫິດ, ສາດ​ສະ​ດາ, ແລະ ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ໃນ​ພຣະ​ຄຳ​ພີ​ເດີມ, ຜູ້​ໄດ້​ມີ​ຊີ​ວິດ​ຢູ່​ຫລັງ​ຈາກ​ນ້ຳ​ຖ້ວມ ແລະ ລະຫວ່າງ​ວັນ​ເວລາ​ຂອງ​ອັບ​ຣາ​ຮາມ. ເພິ່ນ​ຖືກ​ເອີ້ນ​ວ່າ ກະສັດ​ຂອງ​ຊາເລັມ (ເຢຣູ​ຊາເລັມ), ກະສັດ​ແຫ່ງ​ສັນ​ຕິ​ສຸກ, ກະສັດ​ແຫ່ງ​ຄວາມ​ຊອບ​ທຳ (ໃນ​ພາ​ສາ​ເຮັບເຣີ ໝາຍ​ຄວາມ​ວ່າ ເມນຄີ​ເສເດັກ), ແລະ ເປັນ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ສູງ​ສຸດ.