ສິ່ງ​ຊ່ວຍ​ສຶກ​ສາ
ແຕ່ງ​ຕັ້ງ​ເປັນ​ທາງ​ການ, ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ


ແຕ່ງ​ຕັ້ງ​ເປັນ​ທາງ​ການ, ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ

ການ​ໄດ້​ຖືກ​ເລືອກ ແລະ ຖືກ​ອຸ​ທິດ​ສຳ​ລັບ​ຈຸດ​ປະສົງ​ທີ່​ສັກ​ສິດ. ການ​ມອບ​ໝາຍ​ນີ້ ແມ່ນ​ສຳ​ລັບ​ການ​ຮັບ​ໃຊ້​ໃດ​ໜຶ່ງ​ໂດຍ​ສະ​ເພາະ ພາຍ​ໃນ​ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ ໂດຍ​ການ​ວາງ​ມື​ຂອງ​ບຸກ​ຄົນ​ທີ່​ໄດ້​ມີ​ສິດ​ອຳນາດ​ທີ່​ຖືກ​ຕ້ອງ. ພຽງ​ແຕ່​ຄົນ​ທີ່​ຄວບ​ຄຸມ​ກຸ່ມ​ຖານະ​ປະ​ໂລ​ຫິດ​ເທົ່າ​ນັ້ນ ໄດ້​ຮັບ​ຂໍ​ກະແຈ ຕອນ​ເຂົາ​ເຈົ້າ​ຮັບ​ເອົາ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ. ຜູ້​ຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ສຳ​ລັບ​ຕຳ​ແໜ່ງ​ອື່ນໆ ທີ່​ນອກ​ເໜືອ​ໄປ​ກວ່າ​ປະທານ​ກຸ່ມ​ຖານະ​ປະ​ໂລ​ຫິດ ຈະ​ໄດ້​ຮັບ​ພອນ​ຂອງ​ຖານະ​ປະ​ໂລ​ຫິດ, ແຕ່​ບໍ່​ໄດ້​ຮັບ​ຂໍ​ກະແຈ ພ້ອມ​ດ້ວຍ​ພອນ​ນັ້ນ.