ສິ່ງ​ຊ່ວຍ​ສຶກ​ສາ
ມີກາ


ມີກາ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ. ເພິ່ນ​ເປັນ​ຄົນ​ຂອງ​ເມືອງ​ໂມ​ເລ​ເຊັດ​ກາດ​ສາ, ໃນ​ທົ່ງ​ພຽງ​ຂອງ​ຢູ​ດາ, ແລະ ໄດ້​ທຳ​ນາຍ ໃນ​ຂະນະ​ທີ່​ເຮ​ເຊ​ກີ​ຢາ​ເປັນ​ກະສັດ​ແຫ່ງ​ຢູດາ (ມກ 1:1–2).

ພຣະ​ທຳ​ມີກາ

ມີກາ​ເປັນ​ໜັງ​ສື​ເຫລັ້ມ​ດຽວ​ເທົ່າ​ນັ້ນ​ໃນ​ພຣະ​ຄຳ​ພີ​ເດີມ ທີ່​ບອກ​ວ່າ ເມືອງ​ເບັດ​ເລ​ເຮັມ ເປັນ​ສະຖານ​ທີ່ ທີ່​ພຣະ​ເມ​ຊີ​ອາ​ຈະ​ກຳເນີດ (ມກ 5:2). ໃນ​ໜັງ​ສື​ເຫລັ້ມ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ໄດ້​ເລົ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ທີ່​ຜ່ານ​ມາ​ຂອງ​ພຣະ​ອົງ​ໃຫ້​ພວກ​ເຂົາ​ຟັງ; ພຣະ​ອົງ​ໄດ້​ຮຽກ​ຮ້ອງ​ຄວາມ​ຍຸດ​ຕິ​ທຳ, ຄວາມ​ເມດ​ຕາ, ແລະ ຄວາມ​ອ່ອນ​ນ້ອມ ຈາກ​ພວ​ກ​ເຂົາ (ມກ 6:8).