ສິ່ງ​ຊ່ວຍ​ສຶກ​ສາ
ເອລີ​ຢາ


ເອລີ​ຢາ

ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ເດີມ​ຜູ້​ໄດ້​ກັບ​ຄືນ​ມາ​ໃນ​ຍຸກ​ສຸດ​ທ້າຍ​ເພື່ອ​ມອບ​ຂໍ​ກະແຈ​ແຫ່ງ​ອຳນາດ​ຂອງ​ການ​ຜະ​ນຶກ​ໃຫ້​ແກ່​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ. ໃນ​ວັນ​ເວລາ​ຂອງ​ເພິ່ນ, ເອລີ​ຢາ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ (1 ກສ 17–22; 2 ກສ 1–2). ເພິ່ນ​ມີ​ສັດທາ​ອັນ​ຍິ່ງ​ໃຫຍ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ຫລາຍ​ຢ່າງ. ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ເພິ່ນ, ພຣະ​ເຈົ້າ​ໄດ້​ຢຸດ​ຝົນ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເພິ່ນ​ໄດ້​ນຳ​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ເປັນ​ຄືນ​ມາ​ມີ​ຊີ​ວິດ ແລະ ໄດ້​ເອີ້ນ​ໄຟ​ໃຫ້​ລົງ​ມາ​ຈາກ​ຟ້າ​ສະຫວັນ (1 ກສ 17–18). ຊາວ​ຢິວ​ຍັງ​ລໍ​ຖ້າ​ການ​ກັບ​ມາ​ຂອງ​ເອລີ​ຢາ​ຢູ່, ດັ່ງ​ທີ່​ມາ​ລາ​ກີ​ໄດ້​ທຳ​ນາຍ​ໄວ້​ວ່າ​ເພິ່ນ​ຈະ​ກັບ​ມາ (ມລກ 4:5). ເພິ່ນ​ຍັງ​ເປັນ​ແຂກ​ຮັບ​ເຊີນ​ສະເໝີ​ມາ​ສຳ​ລັບ​ງານ​ລ້ຽງ​ປັດ​ສະຄາ​ຂອງ​ຊາວ​ຢິວ​ຢູ່, ຊຶ່ງ​ເຂົາ​ເຈົ້າ​ໄດ້​ເປີດ​ປະຕູ​ຕ້ອນ​ຮັບ ແລະ ຈັດ​ຕັ່ງ​ນັ່ງ​ໄວ້​ໃຫ້​ເພິ່ນ​ເປັນ​ພິ​ເສດ.

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ກ່າວ​ວ່າ ເອລີ​ຢາ​ມີ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ຂອງ​ຖານະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ແລະ ໄດ້​ເປັນ​ສາດ​ສະ​ດາ​ຄົນ​ສຸດ​ທ້າຍ​ທີ່​ເຮັດ​ເຊັ່ນ​ນັ້ນ​ກ່ອນ​ວັນ​ເວລາ​ຂອງ​ພຣະ​ເຢຊູ​ຄຣິດ. ເພິ່ນ​ໄດ້​ມາ​ປະກົດ​ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະພາບ​ພ້ອມ​ກັບ​ໂມເຊ ແລະ ໄດ້​ມອບ​ຂໍ​ກະແຈ​ຂອງ​ຖານະ​ປະ​ໂລ​ຫິດ​ໃຫ້​ແກ່​ເປໂຕ, ຢາ​ໂກ​ໂບ, ແລະ ໂຢຮັນ (ມທ 17:3). ເພິ່ນ​ໄດ້​ມາ​ປະກົດ​ອີກ, ພ້ອມ​ດ້ວຍ​ໂມເຊ ແລະ ຄົນ​ອື່ນໆ, ໃນ​ວັນທີ 3 ເດືອນ​ເມສາ, 1836, ໃນ​ພຣະ​ວິຫານ​ເຄີດແລນ ໂອ​ໄຮ​ໂອ ແລະ ໄດ້​ມອບ​ຂໍ​ກະແຈ​ອັນ​ດຽວ​ກັນ​ນັ້ນ​ໃຫ້​ແກ່ ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ (ຄພ 110:13–16). ທຸກ​ສິ່ງ​ຢ່າງ​ນີ້​ແມ່ນ​ເພື່ອ​ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງ​ທີ່​ມີ​ກ່າວ​ໄວ້​ຢູ່​ໃນ​ມາ​ລາ​ກີ 4:5–6.

ອຳນາດ​ຂອງ​ເອລີ​ຢາ ຄື​ອຳນາດ​ແຫ່ງ​ການ​ຜະ​ນຶກ​ຂອງ​ຖານະ​ປະ​ໂລ​ຫິດ ຊຶ່ງ​ໂດຍ​ສິ່ງ​ທີ່​ຖືກ​ຜູກ​ມັດ ຫລື ການ​ປ່ອຍ​ໃນ​ແຜ່ນ​ດິນ​ໂລກ​ກໍ​ຖືກ​ຜູກ​ມັດ ຫລື ປ່ອຍ​ໃນ​ສະຫວັນ (ຄພ 128:8–18). ຜູ້​ຮັບ​ໃຊ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ທຸກ​ວັນ​ນີ້​ມີ​ອຳນາດ​ແຫ່ງ​ການ​ຜະ​ນຶກ​ນີ້ ແລະ ເຮັດ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ສຳ​ລັບ​ຄົນ​ເປັນ ແລະ ຄົນ​ຕາຍ (ຄພ 128:8).