ສິ່ງ​ຊ່ວຍ​ສຶກ​ສາ
ເຫັນ​ຊອບ​ນຳ​ກັນ


ເຫັນ​ຊອບ​ນຳ​ກັນ

ໂດຍ​ຫລັກ​ທຳ​ນີ້ ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ​ຜູ້​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ຕໍ່​ການ​ເອີ້ນ​ເພື່ອ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ, ເຊັ່ນ​ດຽວ​ກັບ​ການ​ຕັດ​ສິນ​ໃຈ​ໃດໆ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ, ຕາມ​ປົກ​ກະ​ຕິ​ແລ້ວ​ຈະ​ສະແດງ​ໂດຍ​ການ​ຍົກ​ມື​ຂວາ​ຂຶ້ນ.

ພຣະ​ເຢຊູ​ຄຣິດ​ປະ​ທັບ​ຢູ່​ເປັນ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຜ່ານ​ການ​ດົນ​ໃຈ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຊີ້​ນຳ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ກະ​ທຳ ແລະ ການ​ຕັດ​ສິນ​ໃຈ​ອັນ​ສຳ​ຄັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ສິດ ແລະ ສິດ​ທິ​ພິ​ເສດ​ເລື່ອງ​ການ​ສະ​ໜັບ​ສະ​ໜູນ ຫລື ບໍ່​ສະ​ໜັບ​ສະ​ໜູນ​ການ​ກະ​ທຳ ແລະ ການ​ຕັດ​ສິນ​ໃຈ​ຂອງ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ.