ສິ່ງ​ຊ່ວຍ​ສຶກ​ສາ
ເພັນເຕ​ຄໍສະເຕ


ເພັນເຕ​ຄໍສະເຕ

ພາກ​ສ່ວນ​ໜຶ່ງ​ຂອງ​ກົດ​ຂອງ​ໂມເຊ, ງານ​ລ້ຽງ​ຂອງ​ວັນ​ເພັນ​ເຕ​ຄໍ​ສະ​ເຕ ຫລື ໝາກ​ຜົນ​ທຳ​ອິດ ໄດ້​ຖືກ​ຈັດ​ຂຶ້ນ​ຫ້າ​ສິບ​ມື້ ຫລັງ​ຈາກ​ງານ​ປັດ​ສະຄາ (ລລວ 23:16). ວັນ​ເພັນເຕ​ຄໍສະເຕ​ເປັນ​ການ​ສະ​ເຫລີມ​ສະ​ຫລອງ​ການ​ເກັບ​ກ່ຽວ, ແລະ ໃນ​ພຣະ​ຄຳ​ພີ​ເດີມ ມັນ​ຖືກ​ເອີ້ນ​ວ່າ ເທດ​ສະການ​ແຫ່ງ​ການ​ເກັບ​ກ່ຽວ ຫລື ເທດ​ສະການ​ປຸກ​ຕູບ. ແມ່ນ​ເທດ​ສະການ​ນີ້​ແຫລະ​ທີ່​ກຳ​ລັງ​ສະ​ຫລອງ​ກັນ​ຢູ່ ຕອນ​ອັກຄະ​ສາວົກ​ໃນ​ເຢຣູ​ຊາເລັມ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ເວົ້າ​ພາ​ສາ​ຕ່າງໆ (ກຈກ 2; ຄພ 109:36–37).